ການປະຕິຮູບການພະນັນ ຫຼ້າສຸດ

ANTHONY ALBANESE PRESS CLUB

ນາຍົກ ຣັດຖະມົນຕີ Anthony Albanese ກຳລັງຖແລງການທີ່ National Press Club. Source: AAP / LUKAS COCH/AAPIMAGE

Mr Albanese ກ່າວວ່າ ຣັດຖະບານຂອງລາວ ຈະສັ່ງຫ້າມການໂຄສະນາການພະນັນ ທາງອິນເຕີເນັດ, ຍົກເວັ້ນແຕ່ຜູ້ໃຊ້ ຈະຖືກຢືນຢັນວ່າ ມີອາຍຸສູງກວ່າ 18 ປີ ແລະມີຄວາມສາມາດ ທີ່ຈະເລືອກທີ່ຈະຍົກເລີກ (Opt-out). ຣັດຖະບານກາງ ຍັງຈະລົງທຶນຕໍ່ໄປໃນ Betstop, National Self-Exclusion Register ທີ່ອະນຸຍາດໃຫ້ຜູ້ໃຊ້ ກີດກັນຜູ້ຈັດຫາການພະນັນ ທາງອິນເຕີເນັດ ແລະໂທຣະສັບ ທີ່ມີໃບອະນຸຍາດ ຂອງອອສເຕຣເລັຍ. ແຕ່ Sarah Henderson ຜູ້ແທນສະພາສູງພັກພັກ Liberal ກ່າວວ່າ ການປະຕິຮູບນັ້ນ ຄວນເກີດຂຶ້ນຕັ້ງແຕ່ດົນນານແລ້ວ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການປະຕິຮູບການພະນັນ ຫຼ້າສຸດ.

ນາຍົກຣັດຖະມົນຕີ Anthony Albanese ໄດ້ປະກາດ ຂໍ້ຈໍາກັດການໂຄສະນາການພະນັນໃໝ່ ໃນລະຫວ່າງການກ່າວປາສັຍ ທີ່ National Press Club ໃນວັນອັງຄານ (2 ເມສາ).

ເຖິງແມ່ນຈະເອີ້ນມັນວ່າ ພະນັນ ທີ່ສໍາຄັນທີ່ສຸດ ທີ່ເຄີຍມີມາ, ແຕ່ນັກວິຈານເຕືອນວ່າ ມາດຕະການໃຫມ່ ຂອງນາຍົກຣັດຖະມົນຕີ ຈະບໍ່ຊ່ອຍໃຫ້ຄວາມເສັຍຫາຍຫລຸດລົງ.

Naveen Razik ແລະ Wing Kuang ລາຍງານ.

ໃນຄໍາປາສັຍຂອງລາວ ໃນວັນອັງຄານ, ນາຍົກຣັດຖະມົນຕີ Anthony Albanese ໄດ້ປະກາດວ່າ ຣັດຖະບານຂອງລາວ ຈະນໍາໃຊ້ຂໍ້ຈໍາກັດການໂຄສະນາ ການພະນັນໃຫມ່.

"ລະຫວ່າງເວລາ 6 ໂມງເຊົ້າເຖິງ 8:30 ໂມງແລງ, ພວກເຮົາ ຈະຈໍາກັດ ຈໍານວນການໂຄສະນາ ທາງໂທຣະພາບ ສໍາລັບບໍຣິສັດການພະນັນ ໃຫ້ສູງສຸດ ຢູ່ທີ່ສາມເທື່ອຕໍ່ຊົ່ວໂມງ, ພວກເຮົາ ຈະສັ່ງຫ້າມການໂຄສະນາ ການພະນັນທັງຫມົດ ໃນວິທະຍຸ ໃນລະຫວ່າງ ການໄປຮັບ ແລະສົ່ງໂຮງຮຽນ. ພວກເຮົາ ຈະສັ່ງຫ້າມເນື້ອຫາ ທີ່ປະສົມກັບຄວາມຄິດເຫັນ ແລະໂອກາດໃນການພະນັນ. ພວກເຮົາ ຈະຍຸດຕິການໂຄສະນາ ໃນເສື້ອຜ້າ ແລະເສື້ອກິລາ ແລະໃນສນາມກິລາ."

Mr Albanese ຍັງກ່າວອີກວ່າ ຣັດຖະບານຂອງລາວ ຈະສັ່ງຫ້າມການໂຄສະນາການພະນັນ ທາງອິນເຕີເນັດ, ຍົກເວັ້ນແຕ່ຜູ້ໃຊ້ ຈະຖືກຢືນຢັນວ່າ ມີອາຍຸສູງກວ່າ 18 ປີ ແລະມີຄວາມສາມາດ ທີ່ຈະເລືອກທີ່ຈະຍົກເລີກ (Opt-out).

ລາວເວົ້າວ່າ ອອສເຕຣເລັຍ ຈະກີດກັນເວບໄຊ້ທີ່ຜິດກົດຫມາຍ ແລະສັ່ງຫ້າມຜລິດຕະພັນ ປະເພດ keno ທາງອິນເຕີແນັດ, ຊຶ່ງມັກຖືກເອີ້ນວ່າ Pocket pokies.

ຣັດຖະບານກາງ ຍັງຈະລົງທຶນຕໍ່ໄປໃນ Betstop, National Self-Exclusion Register ທີ່ອະນຸຍາດໃຫ້ຜູ້ໃຊ້ ກີດກັນຜູ້ຈັດຫາການພະນັນ ທາງອິນເຕີເນັດ ແລະໂທຣະສັບ ທີ່ມີໃບອະນຸຍາດ ຂອງອອສເຕຣເລັຍ.

"ພວກເຮົາ ກໍາລັງເຮັດໃຫ້ຄວາມສົມດຸນຖືກຕ້ອງ. ປ່ອຍໃຫ້ຜູ້ໃຫຍ່ຫຼິ້ນພະນັນໄດ້ ຖ້າຫາກເຂົາຕ້ອງການ, ແຕ່ຕ້ອງແນ່ໃຈວ່າ ລູກໆຂອງເຮົາ ບໍ່ເຫັນການໂຄສະນາການພະນັນ ທຸກບ່ອນທີ່ເຂົາເບິ່ງ, ເພາະເຮົາ ບໍ່ຢາກໃຫ້ເດັກນ້ອຍເຕີບໂຕຂຶ້ນ ແລະຄິດວ່າ ກິລາ ແລະການພະນັນ ກ່ຽວຂ້ອງກັນ ຢ່າງແຍກບໍ່ອອກ."

ໃນປີ 2023, Peta Murphy, ອະດີດຜູ້ແທນພັກ Labor ຜູ້ລ່ວງລັບ ໄດ້ລາຍງານ ຫລັງຈາກການສອບສວນຂອງຣັດຖະສະພາ (Parliamentary Inquiry) ກ່ຽວກັບການໂຄສະນາການພະນັນ, ຊຶ່ງນາງໄດ້ແນະນໍາ ໃຫ້ຫ້າມການໂຄສະນາການພະນັນ, ພ້ອມທັງຄໍາແນະນໍາອີກ 30 ຂໍ້.

Mr Albanese ຖືກວິພາກວິຈານວ່າ ທຳການໂຄສະນາ ການພະນັນ ພຽງບາງສ່ວນເທົ່ານັ້ນ, ແທນທີ່ຈະດໍາເນີນ ຕາມແຜນການ ຢ່າງຄົບຖ້ວນ ທີ່ແນະນໍາໃນລາຍງານຂອງ Murphy.

ລາວໄດ້ປົກປ້ອງ ການປະກາດຂອງລາວ ໂດຍກ່າວວ່າ ການປະຕິຮູບ ຈະເປັນສິ່ງສໍາຄັນທີ່ສຸດ ທີ່ໄດ້ຖືກນໍາໃຊ້ ໃນການໂຄສະນາການພະນັນ.

"ບໍ່ສາມາດມີການໂຄສະນາຕື່ມອີກ, ນັ້ນຄື ຈຸດສໍາຄັນທີ່ສຸດ ໃນການຈໍາກັດ, ຈາກໂຕເລກສເລັ່ຍ ເມື່ອສອງສາມປີກ່ອນ, ເຊັ່ນໃນປີ 2024, ຍົກຕົວຢ່າງ, ຄື 8,8. ສະນັ້ນ 3 ແມ່ນການຕັດລົງ ຫລາຍກວ່າເຄິ່ງຫນຶ່ງ. ມັນກ່ຽວກັບ ການເຮັດໃຫ້ຄວາມສົມດຸນ ນັ້ນຖືກຕ້ອງ ແລະລັກສະນະຂອງມັນນໍາອີກ."

ການສຶກສາຄົ້ນຄວ້າໃນປີ 2024 ສະແດງໃຫ້ເຫັນວ່າ ຜູ້ໃຫຍ່ຊາວອອສເຕຣເລັຍ ເກືອບສອງໃນສາມຄົນ ຫຼິ້ນການພະນັນ ຢ່າງຫນ້ອຍຫນຶ່ງເທື່ອ ໃນປີ 2023 ໂດຍຫຼາຍກວ່າ ຫນຶ່ງໃນເຈັດຄົນ ປະສົບກັບຄວາມເສັຍຫາຍ ທີ່ກ່ຽວຂ້ອງກັບການພະນັນ.

ຣັດຖະບານ ຈະອອກກົດຫມາຍ ກ່ຽວກັບການປ່ຽນແປງໃນໄວໆນີ້, ຊຶ່ງຄາດວ່າ ຈະເລີ່ມຕັ້ງແຕ່ ວັນທີ 1 ເດືອນມັງກອນ 2027.

ແຕ່ກ່ອນຈະເຖິງຕອນນັ້ນ, ຣັດຖະບານ ຈະຕ້ອງໄດ້ຮັບການສນັບສນູນຈາກຝ່າຍການເມືອງອື່ນໆ.

Sarah Hanson-Young ຜູ້ແທນສະພາສູງພັກ Greens ໄດ້ເອີ້ນ Mr Albanese ວ່າ ບໍ່ມີຄວາມກ້າຫານ ໃນການສັ່ງຫ້າມ ການໂຄສະນາການພະນັນ.

"ນາຍົກຣັດຖະມົນຕີ ບໍ່ພຽງແຕ່ຫຼີກລ້ຽງຈາກສັ່ງຫ້າມ ການໂຄສະນາການພະນັນເທົ່ານັ້ນ, ແຕ່ລາວຍັງບໍ່ມີຄວາມກ້າຫານ ທີ່ຈະຮັບມືກັບອຸດສະຫະກັມ ການພະນັນ ແລະຈັດຕັ້ງອົງການຄວບຄຸມ ລະດັບຊາດ. ນັ້ນແມ່ນສິ່ງຈໍາເປັນ, ເພາະເຮົາຮູ້ວ່າ ມັນມີຫຍັງເກີດຂຶ້ນ. ຣັດຖະບານຂອງຣັດ ທົ່ວປະເທດເສບຕິດເງິນ ທີ່ມາຈາກອຸດສະຫະກັມການພະນັນ, ແລະອຸດສະຫະກັມການພະນັນ ກໍຕັ້ງຕົວເອງ ຢູ່ໃນເຂດທີ່ງ່າຍທີ່ສຸດ."

Sarah Henderson ຜູ້ແທນສະພາສູງພັກພັກ Liberal ກ່າວວ່າ ການປະຕິຮູບນັ້ນ ຄວນເກີດຂຶ້ນຕັ້ງແຕ່ດົນນານແລ້ວ.

"ພວກເຮົາ ຈະກວດສອບລາຍລະອຽດ ຂອງສິ່ງທີ່ປະກາດໃນມື້ນີ້,ແນ່ນອນວ່າ ຂ້າພະເຈົ້າມີຄວາມເປັນຫ່ວງບາງຢ່າງ ກ່ຽວກັບການສັ່ງຫ້າມ, ການສັ່ງຫ້າມການໂຄສະນາການພະນັນ ທາງອິນເຕີເນັດ ສໍາລັບເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 18 ປີ, ເພາະໄພພິບັດ ກັບການສັ່ງຫ້າມສື່ສານມວນຊົນ, ພວກເຮົາຮູ້ວ່າມັນບໍ່ໄດ້ຜົນ."

ລາຍງານໂດຍ Naveen Razik ແລະ Wing Kuang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now