Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ການສແວງບຸນ Hajj ຂອງຊາວມຸສລິມ

A Muslim pilgrim reacts as a volunteer sprays water to cool them outside the Grand Mosque during the annual hajj pilgrimage at the holy city of Mecca, Saudi Arabia (AP Photo-Altaf Qadri).jpg

ປະຕິກິຣິຍາຂອງຜູ້ສແວງບຸນ Hajj ເມື່ອອາສາສມັກສີດນ້ຳ ເພື່ອແກ້ຄວາມຮ້ອນຢູ່ນອກ Grand Mosque ໃນເມືອງ Mecca, Saudi Arabia.

Hajj ເປັນການການສແວງບຸນປະຈໍາປີ ທີ່ຊາວມູສລິມຫລາຍລ້ານຄົນ ທີ່ເຮັດດ້ວຍເຈດຕະນາ ທີ່ຈະປະກອບພິທີກັມທາງສາສນາ ດັ່ງທີ່ສາດສະດາ Mohammad ຂອງ Islam ໄດ້ສອນແກ່ຜູ້ຕິດຕາມຂອງລາວເມື່ອ 14 ສັດຕະວັດກ່ອນ. ແຕ່ Hajj ປີນີ້ມີຂຶ້້ນທ່າມກາງການຂັດແຍ້ງ ຫລະຫວ່າງ Iran, ອິດສະຣາເອລ ແລະ ສະຫະຣັດອາເມຣິກາ, ພ້ອມດ້ວຍການຢຸດຍິງ ທີ່ບໍ່ແນ່ນອນ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມຫມັ້ນຄົງ ໃນພູມີພາກໃນວົງກວ້າງ ພ້ອມທັງູຄ່າຄອງຊີບທີ່ສູງຂຶ້ນຍ້ອນຜົນຂອງສົງຄາມອີກດ້ວຍ.


Published

By Deborah Groarke

Presented by Sak Phoumirath

Source: SBS


Share this with family and friends


Hajj ເປັນການການສແວງບຸນປະຈໍາປີ ທີ່ຊາວມູສລິມຫລາຍລ້ານຄົນ ທີ່ເຮັດດ້ວຍເຈດຕະນາ ທີ່ຈະປະກອບພິທີກັມທາງສາສນາ ດັ່ງທີ່ສາດສະດາ Mohammad ຂອງ Islam ໄດ້ສອນແກ່ຜູ້ຕິດຕາມຂອງລາວເມື່ອ 14 ສັດຕະວັດກ່ອນ. ແຕ່ Hajj ປີນີ້ມີຂຶ້້ນທ່າມກາງການຂັດແຍ້ງ ຫລະຫວ່າງ Iran, ອິດສະຣາເອລ ແລະ ສະຫະຣັດອາເມຣິກາ, ພ້ອມດ້ວຍການຢຸດຍິງ ທີ່ບໍ່ແນ່ນອນ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມຫມັ້ນຄົງ ໃນພູມີພາກໃນວົງກວ້າງ ພ້ອມທັງູຄ່າຄອງຊີບທີ່ສູງຂຶ້ນຍ້ອນຜົນຂອງສົງຄາມອີກດ້ວຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການສແວງບຸນ Hajj ຂອງຊາວມຸສລິມ.

ຜູ້ຄົນຫລາຍລ້ານຄົນ ໄດ້ມາເຕົ້າໂຮມກັນທີ່ Mecca ຂອງ Saudi Arabia ໃນການສແວງບຸນ Hajj ໃນປີນີ້.

Hajj ເປັນການການສແວງບຸນປະຈໍາປີ ທີ່ຊາວມູສລິມຫລາຍລ້ານຄົນ ທີ່ເຮັດດ້ວຍເຈດຕະນາ ທີ່ຈະປະກອບພິທີກັມທາງສາສນາ ດັ່ງທີ່ສາດສະດາ Mohammad ຂອງ Islam ໄດ້ສອນແກ່ຜູ້ຕິດຕາມຂອງລາວເມື່ອ 14 ສັດຕະວັດກ່ອນ.

Deborah Groarke ລາຍງານ.

"ຄວາມຮູ້ສຶກທີ່ຄົນຜູ້ຫນຶ່ງມີ ໃນລະຫວ່າງ Hajj ແມ່ນແຕກຕ່າງກັນ. ຂ້ອຍບໍ່ເຄີຍຮູ້ສຶກແບບນີ້ມາກ່ອນ; ມັນເປັນຄວາມຮູ້ສຶກທີ່ແຕກຕ່າງຫລາຍ ເພາະມັນເປັນພິທີກັມ, ເປັນສິ່ງທີ່ຜູ້ທີ່ສາມາດເຮັດໄດ້ ຄວນຈະເຮັດ, ແຕ່ພວກເຮົາທຸກຄົນ ມັກທີ່ຈະເຮັດສິ່ງນັ້ນ, ແລະຂອບຄຸນພຣະເຈົ້າ, ພຣະອົງເຮັດໃຫ້ພວກເຮົາເຮັດ Hajj ໃນປີນີ້ໄດ້ງ່າຍ."

ພົບກັບຜູ້ສແວງບຸນຊາວ Jordanian, Hisham Al-Matarneh.

ລາວຢູ່ທີ່ Grand Mosque ຂອງ Mecca, ຊຶ່ງເປັນຄົນຫນຶ່ງ ໃນຈໍານວນຫລາຍຄົນ ທີ່ມາຮອດເມືອງ ເພື່ອສແວງບຸນ Hajj ໃນປີນີ້, ຊຶ່ງເປັນການຊຸມນຸມ ທາງສາສນາປະຈໍາປີ.

ຜູ້ສແວງບຸນບາງຄົນ ໄດ້ໃຊ້ເວລາຫລາຍປີ ດ້ວຍຄວາມຫວັງ ແລະອະທິຖານວ່າ ມື້ຫນຶ່ງຈະທຳພິທີ Hajj ຫລືເກັບທ້ອນເງິນ ແລະລໍຖ້າໃບອະນຸຍາດ ໃນການເດີນທາງ.

ໃນຈໍານວນນັ້ນແມ່ນ Najia AbuLehia ຊາວ Palestinian ອາຍຸ 64 ປີ.

"ພວກເຮົາໄດ້ລົງທະບຽນ ແລະຊື່ຂອງພວກເຮົາ ໄດ້ຖືກເລືອກໃຫ້ໄປ Hajj ກ່ອນສົງຄາມ, ແລະແລ້ວ ສົງຄາມກໍເກີດຂຶ້ນຢູ່ທີ່ນີ້ ແລະມັນໄດ້ກາຍເປັນອຸບປະສັກລະຫວ່າງເຮົາ ແລະການເດີນທາງໄປ Hajj. ເຖິງຕອນນີ້ ພວກເຮົາຄວນປະກອບພິທີ Hajj, ຊື່ຂອງພວກເຮົາ ໄດ້ຖືກເລືອກກ່ອນສົງຄາມ. ແຕ່ສົງຄາມໄດ້ເກີດຂຶ້ນ ແລະພວກເຮົາບໍ່ສາມາດເຮັດຫຍັງໄດ້."

ລະບົບຈໍານວນ ສໍາລັບຜູ້ມາຢ້ຽມຢາມເມືອງ Mecca ໄດ້ຖືກນໍາໃຊ້ໃນປີ 1987, ຊຶ່ງໄດ້ຕົກລົງ ໂດຍປະເທດສະມາຊິກ ຂອງອົງການຮ່ວມມື Islam (the Organisation of Islamic Cooperation), ເພື່ອຈໍາກັດຈໍານວນ ທີ່ແຕ່ລະປະເທດ ອະນຸຍາດພຽງແຕ່ 0.1 ເປີເຊັນ ຂອງຈໍານວນພົນລະເມືອງ ເທົ່ານັ້ນ.

ໃນບັນດາຜູ້ທີ່ມາເຖິງ ແມ່ນ Orhan Mocevic ຈາກ Bosnia.

ລາວເປັນຄົນຫນຶ່ງ ໃນບັນດາຊາວ Bosnia ປະມານ 2,200 ຄົນ ທີ່ຄາດວ່າຈະເຂົ້າຮ່ວມ ກັບຜູ້ນະມັດສະການຫລາຍກວ່າ 1.5 ລ້ານ ຄົນຈາກທົ່ວໂລກ.

"ມັນເປັນໂຄງການທີ່ຍິ່ງໃຫຍ່ທີ່ສຸດໃນຊີວິດ (ຂອງຊາວມູສລິມ), ເປັນການສແວງບຸນ ທີ່ສໍາຄັນທີ່ສຸດ ແລະເປັນສຸດຍອດແຫ່ງການນະມັດສະການ ແລະຂ້າພະເຈົ້າບໍ່ກັງວົນເລີຍ, ໂດຍສະເພາະ ຕອນທີ່ພວກເຮົາຈະໄປທີ່ສະຖານສັກສິດ. ສະນັ້ນ ຂ້າພະເຈົ້າຈຶ່ງຄາດວ່າ ຈະບໍ່ມີບັນຫາໃດໆ."

ຣາຊອານາຈັກ Saudi Arabia ຍັງໄດ້ໃຊ້ເງິນ ຫລາຍແສນລ້ານ Saudi Riyals ໃນໂຄງການທີ່ທະເຍີທະຍານ ເພື່ອຂຍາຍ ແລະອໍານວຍຄວາມສະດວກ ໃນການຈະຣາຈອນ ໃນສະຖານທີ່ສັກສິດທີ່ສຸດ ຂອງສາສນາ Islam.

Shariar ເປັນຜູ້ສແວງບຸນ ຈາກປະເທດອິນເດັຍ.

"ມື້ນີ້ ຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມ the Mount of Noor ແລະຖໍ້າ Hira, ບ່ອນທີ່ສາດສະດາ Mohammad ໄດ້ຮັບການເປີດເຜີຍ ເທື່ອທໍາອິດຂອງ Koran ຜ່ານພຣະເຈົ້າ, ບາຣະມີຈົ່ງເກີດແກ່ເພິ່ນ ແລະ(ສາດສະດາ) Gabriel. ນີ້ເປັນໜຶ່ງ ຂອງການເດີນທາງ ທີ່ຫນ້າຈົດຈໍາທີ່ສຸດຂອງຂ້າພະເຈົ້າ. ນອກເຫນືອໄປຈາກ Umra, Tawaf (ພິທີກັມຂອງ Islam ທີ່ຍ່າງໄປອ້ອມຮອບ Kaaba ໃນ Mecca ) ແລະSa'i (ໄປມາເຈັດເທື່ອລະຫວ່າງ Safa ແລະ Marwa ໃນ Hajj)."

ການສເລີມສລອງ ກໍຖືກຈັດຂຶ້ນໃນປະເທດ ຂອງຜູ້ສັດທານໍາອີກ, ຮວມທັງໃນ Iraq.

Eid al-Adha, ຫນຶ່ງໃນສອງເທດສະການສໍາຄັນຂອງ Islam ແລະຈະຖືກຈັດຂຶ້ນ ໃນກາງອາທິດຫນ້າ, ເປັນຈຸດສຸດທ້າຍ ຂອງການສແວງບຸນ Hajj ປະຈໍາປີ.

ເປັນການລະນຶກ ເຖິງຄວາມເຕັມໃຈຂອງ Ibrahim, ຫລື Abraham, ທີ່ຈະເສັຍສລະລູກຊາຍ ຕາມຄໍາສັ່ງຂອງພຣະເຈົ້າ-ແລ້ວຊີ້ນສ່ວນຫລາຍ ຈະຖືກແຈກຢາຍ ໃຫ້ແກ່ຄົນຍາກຈົນ.

Mustafa Ali ຊາວ Iraqi ຄົນນີ້ ກໍາລັງຊອກຫາ ທີ່ຈະຊື້ແກະຢູ່ຕລາດ ໃນເມືອງ Bagdad ເພື່ອສະຫຼອງໂອກາດນີ້, ແຕ່ເຊັ່ນດຽວກັບຄົນອື່ນໆ, ລາຄາຂອງສັດລ້ຽງທີ່ສູງຂຶ້ນ ເຮັດໃຫ້ປະເພນີນັ້ນ ເຂົ້າເຖິງໄດ້ຍາກຂຶ້ນ.

"ທຸກໆປີ, ພວກເຮົາຕ້ອງຖວາຍເຄື່ອງສັງເວີຍ-ພວກເຮົາ ຖືກບັງຄັບໃຫ້ຖວາຍເຄື່ອງສັງເວີຍ, ແຕ່ບັດນີ້ ແກະທີ່ເຄີຍມີລາຄາ 2 ແສນ Iraqi Dinars ($152.67), ບັດນີ້ມີລາຄາ 6 ແສນ (Iraqi Dinars; $458.02), ຫລື 5ແສນ ($381.68), ຫລື 4 ແສນ ($305.34). ແລ້ວພວກເຮົາ ຊິເງິນມາແຕ່ໃສ?"

ກັບມາທີ່ Mecca, ຜູ້ສແວງບຸນ ກໍາລັງປະເຊີນກັບອຸນຫະພູມ ທີ່ຮ້ອນອົບເອົ້າເຖິງ 48 ອົງສາ ໃນຂນະທີ່ເຂົາເຈົ້າ ປະກອບພິທີHajj.

ມັນເປັນຄວາມກັງວົນຢ່າງແຮງ ຫລັງຈາກຫລາຍກວ່າ 1,300 ຄົນ ໄດ້ເສັຍຊີວິດ ໃນລະຫວ່າງພິທີກັມ Hajj ປີ 2024.

ຣັດຖະມົນຕີ ສາທາຣະນະສຸກ ຂອງປະເທດກ່າວໃນຂນະນັ້ນວ່າ ຄົນສ່ວນຫລາຍ ທີ່ຕາຍໄປນັ້ນ ເປັນຜູ້ສແວງບຸນ ທີ່ບໍ່ໄດ້ຮັບອະນຸຍາດ ແລະໄດ້ຍ່າງເປັນໄລຍະໄກ ໃນແສງແດດ.

ແຕ່ Baraa Anwer-ຜູ້ທີ່ຢູ່ທີ່ນັ້ນສໍາລັບ Associated Press ກ່າວວ່າ ນັ້ນບໍ່ໄດ້ເປັນພຽງສິ່ງດຽວ ທີ່ບົດບັງການສແວງບຸນນັ້ນ.

"ການສແວງບຸນປີນີ້ ເກີດຂຶ້ນໃນຂນະທີ່ພູມີພາກ ຍັງຄົງຢູ່ໃນສະຖານະການທີ່ອັນຕະຣາຍ ຈາກການຂັດແຍ້ງ ຫລະຫວ່າງ Iran, ອິດສະຣາເອລ ແລະ ສະຫະຣັດອາເມຣິກາ, ພ້ອມດ້ວຍການຢຸດຍິງ ທີ່ບໍ່ແນ່ນອນ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມຫມັ້ນຄົງ ໃນພູມີພາກໃນວົງກວ້າງ. ເຖິງແມ່ນຈະມີຄວາມເຄັ່ງຕຶງ, ແຕ່ຜູ້ສແວງບຸນຊາວມູສລິມ ຈາກທົ່ວໂລກ ໄດ້ມາຮວມກັນ ໃນພິທີການທາງສາສນາ ແລະການນະມັດສະການ. Hajj ຮວມເອົາຊາວມູສລິມ ທີ່ມີເຊື້ອຊາດ, ຊົນເຜົ່າ, ພາສາ ແລະຊົນຊັ້ນເສດຖະກິດ ທີ່ແຕກຕ່າງກັນຈາກທົ່ວໂລກ. ສິ່ງນີ້ ເຮັດໃຫ້ຫລາຍຄົນ ຮູ້ສຶກເຖິງຄວາມເປັນຫນຶ່ງດຽວກັນ, ມີຄວາມຜູກພັນ ແລະຖ່ອມຕົນ."

ລາຍງານໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now