Watch FIFA World Cup 2026™

LIVE, FREE and EXCLUSIVE

Hantavirus ແມ່ນຫຍັງ?

The MV Hondius cruise ship is anchored at a port in Praia, Cape Verde, Monday, May 4, 2026. (AP Photo-Arilson Almeida).jpg

ເຮືອທ່ອງທ່ຽວ The MV Hondius ຈອດທີ່ທ່າເຮືອ Praia, ເມືອງ Cape Verde. ຮູບຖ່າຍ ວັນຈັນ 4 ພຶດສະພາ, 2026. Credit: AP Photo-Arilson Almeida.

Hantavirus ເປັນເຊື້ອໄວຣັສຊະນິດຫນຶ່ງ ທີ່ມີໜູເປັນໂຕແພ່ເຊື້ອເປັນສ່ວນໃຫຍ່ ແຕ່ກໍສາມາດຖ່າຍທອດໄປສູ່ມະນຸດໄດ້. ຕອນນີ້ມີການພົບເຈັດກໍຣະນີຂອງ Hantavirus ທີ່ຮ້າຍແຮງ ໃນການລະບາດທີ່ໜ້າສົງສັຍ ຢູ່ໃນເຮືອທ່ອງທ່ຽວ ຢູ່ນອກຝັ່ງອາຟຣິກາຕາເວັນຕົກ. ແລະໃນອອສເຕຣເລັຍ, ບໍ່ມີການລາຍງານ ເຖິງກໍຣະນີຕິດເຊື້ອຂອງມະນຸດ.


Published

By Alyssa Chandler

Presented by Sak Phoumirath

Source: SBS


Share this with family and friends


Hantavirus ເປັນເຊື້ອໄວຣັສຊະນິດຫນຶ່ງ ທີ່ມີໜູເປັນໂຕແພ່ເຊື້ອເປັນສ່ວນໃຫຍ່ ແຕ່ກໍສາມາດຖ່າຍທອດໄປສູ່ມະນຸດໄດ້. ຕອນນີ້ມີການພົບເຈັດກໍຣະນີຂອງ Hantavirus ທີ່ຮ້າຍແຮງ ໃນການລະບາດທີ່ໜ້າສົງສັຍ ຢູ່ໃນເຮືອທ່ອງທ່ຽວ ຢູ່ນອກຝັ່ງອາຟຣິກາຕາເວັນຕົກ. ແລະໃນອອສເຕຣເລັຍ, ບໍ່ມີການລາຍງານ ເຖິງກໍຣະນີຕິດເຊື້ອຂອງມະນຸດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂຣກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

Hantavirus ແມ່ນຫຍັງ?

ມີການພົບເຈັດກໍຣະນີຂອງ Hantavirus ທີ່ຮ້າຍແຮງ ໃນການລະບາດທີ່ໜ້າສົງສັຍ ຢູ່ໃນເຮືອທ່ອງທ່ຽວ ຢູ່ນອກຝັ່ງອາຟຣິກາຕາເວັນຕົກ.

ການລະບາດນີ້ ເຮັດໃຫ້ເກີດຄວາມເປັນຫ່ວງທົ່ວໂລກ ເນື່ອງຈາກໂຣກນີ້ຖືວ່າ ບໍ່ຄ່ອຍເກີດຂຶ້ນໃນມະນຸດ.

Alyssa Chandler ລາຍງານກ່ຽວກັບສິ່ງທີ່ກໍາລັງເກີດຂຶ້ນກັບເຮືອ, ແລະມີຫຍັງແດ່ ທີ່ຈະມາພ້ອມກັບ Hantavirus.

Jake Rosmarin ນັກຂຽນເລື່ອງການເດີນທາງ (Travel Blogger) ຊາວອາເມຣິກັນ ຜູ້ທີ່ກໍາລັງຕິດຢູ່ໃນເຮືອທ່ອງທ່ຽວ ຢູ່ນອກຝັ່ງທະເລ ອາຟຣິກາຕາເວັນຕົກ.

ເຮືອລໍານີ້ ເປັນສູນກາງ ຂອງການລະບາດຂອງ Hantavirus, ພ້ອມດ້ວຍເຈັດກໍຣະນີ ທີ່ຖືກພົບ ແລະເສັຍຊີວິດສາມຄົນ.

"ມີຄວາມບໍ່ແນ່ນອນຫລາຍ, ແລະນັ້ນເປັນເລື້ອງທີ່ຍາກທີ່ສຸດ. ສິ່ງທີ່ພວກເຮົາຕ້ອງການໃນເວລານີ້ ຄືຮູ້ສຶກປອດພັຍ, ມີຄວາມຊັດແຈ້ງ ແລະກັບບ້ານ."

ເຮືອ The MV Hondius ກໍາລັງຈອດຢູ່ນອກຝັ່ງ Cape Verde, ຫລັງຈາກຖືກບັງຄັບ ໃຫ້ຢຸດການເດີນທາງຈາກ Argentina ໄປ Antarctica.

ຜູ້ຕາງຫນ້າ ຂອງອົງການອະນາມັຍໂລກປະຈຳ Cape Verde, Ann Lindstrand, ກ່າວວ່າ ການກວດສອບກໍາລັງດໍາເນີນຢູ່ ເພື່ອພິຈາຣະນາວ່າ ເຊື້ອ Hantavirus ທີ່ຮູ້ຈັກກັນວ່າ ມີການແພ່ເຊື້ອຫຼາຍກວ່າ ຈາກຄົນສູ່ຄົນ ຈະແມ່ນເຊື້ອທີ່ພົບຢູ່ເທິງເຮືອຫຼືບໍ່.

ນາງເວົ້າວ່າ ເຈົ້າຫນ້າທີ່ໃນທ້ອງຖິ່ນ ກໍາລັງຈັດການກັບເລື່ອງນີ້.

"ມັນເປັນເລື່ອງຫຍຸ້ງຍາກຫລາຍ ສໍາລັບທາງການຂອງ Cape Verde. ສິ່ງທີ່ເຂົາເຈົ້າຕ້ອງຮັບມື ແມ່ນເຫດການທາງສາທາຣະນະສຸກ. ແລະແນ່ນອນວ່າ, ເຂົາເຈົ້າໄດ້ຄິດ ກ່ຽວກັບການປົກປ້ອງປະຊາກອນ ຢູ່ໃນເມືອງ Cape Verde ນີ້. ແລະແນ່ນອນວ່າ ເຂົາເຈົ້າລະມັດລະວັງຢ່າງຫລາຍ ໃນການໃຫ້ຄວາມຊ່ອຍເຫລືອ ທາງການແພດທີ່ຈໍາເປັນ ແກ່ຜູ້ປ່ວຍຢູ່ໃນເຮືອ."

ແຕ່ Hantavirus ແມ່ນຫຍັງແທ້?

Hantavirus ເປັນເຊື້ອໄວຣັສຊະນິດຫນຶ່ງ ທີ່ມີໜູເປັນໂຕແພ່ເຊື້ອເປັນສ່ວນໃຫຍ່ ແຕ່ກໍສາມາດຖ່າຍທອດໄປສູ່ມະນຸດໄດ້.

Nazir Ismail, ຜູ້ອໍານວຍການຂອງສະຖາບັນ National Institute of Communicable Diseases ຂອງ South Africa, ກ່າວວ່າ ຕາມປົກກະຕິແລ້ວ ການສຳຜັດຈະເກີດຂຶ້ນ ໃນບາງສະພາບແວດລ້ອມເທົ່ານັ້ນ.

"ເພື່ອຄວາມແຈ່ມແຈ້ງ, ຕາມປົກກະຕິແລ້ວ Hantavirus ສ່ວນຫລາຍຈະບໍ່ແພ່ຈາກມະນຸດໄປຫາມະນຸດ, ບໍ່ຄື virus ສ່ວນໃຫຍ່. ສະນັ້ນ virus ນີ້ ສ່ວນຫລາຍຈະຖືກຖ່າຍທອດຜ່ານຂີ້ໜູ ແລະຕາມປົກກະຕິແລ້ວ ມັນຈະຢູ່ໃນບາງສະພາບແວດລ້ອມ. ມີ ທີ່ບໍ່ຄ່ອຍພົບໃນອາເມຣິກາໃຕ້ ທີ່ກ່ຽວຂ້ອງກັບການແພ່ຈາກຄົນສູ່ຄົນ. ແລະອີງຕາມປວັດສາດ ຂອງ Argentina ແລະອື່ນໆ, ແລະ ປວັດສາດ ການເດີນທາງຂອງບຸກຄົນເຫລົ່ານີ້, ພວກເຮົາຍັງຈະຢືນຢັນວ່າ ມັນເປັນສາຍພັນຂອງອາເມຣິກາໃຕ້ ຫລືບໍ່."

ລະຫວ່າງປີ 1993 ແລະ 2023, ມີຜູ້ຕິດເຊື້ອ 890 ກໍຣະນີ ໃນອາເມຣິກາ.

ມັນເປັນຄວາມເຈັບປ່ວຍ ທີ່ໄດ້ເຮັດໃຫ້ພັນລະຍາຂອງ Gene Hackman, Betsy Arakawa ເສັຍຊີວິດໃນເດືອນກຸມພາປີ 2025.

ໃນອອສເຕຣເລັຍ, ບໍ່ມີການລາຍງານ ເຖິງກໍຣະນີຕິດເຊື້ອຂອງມະນຸດ.

Dr Meru Sheel, ສາດສະດາຈານຝ່າຍໂຣກຕິດເຊື້ອ ແລະສຸຂະພາບໂລກ (Infectious Diseases and Global Health) ທີ່ມະຫາວິທະຍາລັຍ Sydney, ກ່າວວ່າ ໃນຂນະທີ່ສະພາບການຢູ່ໃນເຮືອທ່ອງທ່ຽວ ຍັງຖືກຕິດຕາມ, ບົດຮຽນຈາກການຕອບສນອງ ຕໍ່ການລະບາດຂອງ COVID-19 ອາດເປັນປໂຍດ ໃນການຄວບຄຸມການລະບາດຄັ້ງນີ້.

"ຂ້າພະເຈົ້າຄິດວ່າ ມີປໂຍດຂອງການລະບາດ ແລະສົນທິສັນຍາໂຣກລະບາດ ສໍາລັບປະຊາຊົນທົ່ວໄປ ແລະການຮັບຮູ້ວ່າ ທົ່ວໂລກໃຫ້ຄວາມສຳຄັນ ກັບການຕອບສນອງ ທີ່ມີການຮ່ວມມື ແລະອໍານວຍຄວາມສະດວກ ໃນການແບ່ງປັນຂໍ້ມູນລະຫວ່າງປະເທດ ແລະການມີສ່ວນຮ່ວມ ຈາກຫລາຍພາກສ່ວນ ເຊັ່ນ ອຸດສະຫະກັມເຮືອທ່ອງທ່ຽວ ຈາກຣັດຖະບານຕ່າງໆ ແລະ WHO. ແລະຈະມີສິ່ງທີ່ເຮົາເອີ້ນວ່າ ອົງປະກອບດ້ານສຸຂະພາບດຽວ, ບ່ອນທີ່ເຮົາຈະເບິ່ງ ການສຳຜັດກັບສິ່ງແວດລ້ອມ. ແລະຂ້າພະເຈົ້າຄິດວ່າ ນັ້ນເປັນປໂຍດທີ່ຮອງລົງມາ ຂອງການລະບາດ ທີ່ເຮົາພະຍາຍາມເຮັດໃຫ້ດີຂຶ້ນ ໃນການຄວບຄຸມ, ໃນການຫລຸດຜ່ອນຄວາມເສັຍຫາຍ ແລະຜົນກະທົບ ຂອງການລະບາດທຸກປະເພດ."

ເນື່ອງຈາກ ມັນບໍ່ແມ່ນການຕິດເຊື້ອທີ່ພົບເຫັນເລື້ອຍ, Dr Sheel ກ່າວວ່າ ດ້ວຍເຫດນີ້ ມັນຈຶ່ງຮ້າຍແຮງຫລາຍ ເມື່ອຜູ້ຄົນເຈັບປ່ວຍ.

ຄວາມສ່ຽງຂອງໄວຣັສ ສາມາດຫລຸດຜ່ອນໄດ້ ໂດຍການຫລຸດຜ່ອນການສຳຜັດກັບໜູ, ເຊັດພື້ນຜິວ, ກວດເບິ່ງຂີ້ (ໜູ), ໃຫ້ແນ່ໃຈວ່າ ຖົງອາຫານຖືກປິດ ແລະໃສ່ກັບດັກ (ໜູ), ຖ້າຈໍາເປັນ.

ຫົວຫນ້າເຊື້ອໂຣກພິເສດ (Special Pathogens) ຂອງໜ່ວຍງານສາທາຣະນະສຸກຂອງ Canada, David Safronetz, ກ່າວວ່າ ໃນເວລານີ້ ບໍ່ມີການແຊກແຊງທາງການແພດ ທີ່ສະເພາະເຈາະຈົງ.

"ຫນ້າເສັຍໃຈ ທີ່ບໍ່ມີວັກຊີນສະເພາະ ສໍາລັບຕ້ານ virus. ບໍ່ມີຢາຕ້ານໄວຣັສສະເພາະ ເພື່ອປິ່ນປົວໂຣກໃນມະນຸດ. ການປິ່ນປົວສ່ວນໃຫຍ່ ແມ່ນການດູແລແບບສົ່ງເສີມ. ສະນັ້ນ, ການລະບຸຜູ້ປ່ວຍຕັ້ງແຕ່ຕອນຕົ້ນ, ການໄປພົບນາຍໝໍ ແລະການໄປສະຖານພະຍາບານ ທີ່ສາມາດຊ່ອຍເຫລືອໄດ້, ຍົກຕົວຢ່າງ, ໃນກໍຣະນີທີ່ກ່ຽວກັບການຫາຍໃຈລຳບາກຂອງໂຣກ, ນັ້ນເປັນສິ່ງສໍາຄັນແທ້ໆ."

ໃນຂນະດຽວກັນ, Jake Rosmarin ກ່າວວ່າ ເຖິງແມ່ນວ່າ ການລໍຖ້າເປັນເລື່ອງຫຍຸ້ງຍາກ, ແຕ່ການເປັນຈຸດສົນໃຈຂອງພະຍຸສື່ ກໍຍາກຄືກັນ.

ລາວເວົ້າວ່າ ຜູ້ໂດຍສານ ແລະພະນັກງານ ມີຂໍ້ຄວາມສະເພາະ.

"ຖ້າຫາກທ່ານເຫັນລາຍງານເລື່ອງນີ້, ຂໍໃຫ້ຈື່ໄວ້ວ່າ ມີຜູ້ຄົນແທ້ໆຢູ່ເບື້ອງຫລັງຂອງມັນ ແລະວ່ານີ້ ບໍ່ໄດ້ເປັນສິ່ງທີ່ເກີດຂຶ້ນຢູ່ບ່ອນໃດບ່ອນຫນຶ່ງ. ມັນກໍາລັງເກີດຂຶ້ນກັບພວກເຮົາໃນເວລານີ້."

ລາຍງານໂດຍ Alyssa Chandler ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂຣກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now