ມາທຳຄວາມຮູ້ຈັກກັບ Atrial-Fibrillation

Heart doctor concept

ຫົວໃຈຂອງທ່ານ ມີສຸຂະພາບດີປານໃດ? ຖ້າຫາກມີປວັດຄອບຄົວ ເປັນໂຣກຫົວໃຈ, ຖ້າຫາກທ່ານ ມີອາການໃດໆ, ຫລືທ່ານມີອາຍຸສູງກວ່າ 50 ປີ, ແລ້ວຂໍໃຫ້ໄປກວດຫົວໃຈຂອງທ່ານ. Credit: J Studios/Getty Images

Atrial-Fibrillation ຫຼື AF ເປັນໂຣກທີ່ຈັງຫວະການເຕັ້ນຂອງຫົວໃຈ ທີ່ປົກກະຕິ ແລະສມ່ຳສເມີ ຖືກປ່ຽນແທນດ້ວຍ ຄວາມວຸ່ນວາຍທາງໄຟຟ້າ ໃນຫ້ອງທາງເທິງຂອງຫົວໃຈ ຊຶ່ງເຮັດໃຫ້ປະສິດທິພາບ ຂອງການສູບເລືອດຂອງຫົວໃຈ ຫລຸດລົງຢ່າງຫລວງຫລາຍ. Atrial-Fibrillation -ຫລື AF- ສາມາດສົ່ງຜົນກະທົບຕໍ່ແຕ່ລະຄົນ ໃນທາງທີ່ແຕກຕ່າງກັນ. AF ຍັງເປັນສາເຫດຂອງ ປະມານຫນຶ່ງໃນສີ່ ກໍຣະນີ ຂອງໂຣກເສັ້ນເລືອດໃນສມອງ (Strokes) ແລະຄວາມສ່ຽງສູງ ຕໍ່ພາວະສມອງເສື່ອມ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ມາທຳຄວາມຮູ້ຈັກກັບ Atrial-Fibrillation

ຊາວອອສເຕຣເລັຍ ປະມານເຄິ່ງລ້ານຄົນ ກໍາລັງໃຊ້ຊີວິດຢູ່ກັບ Atrial-Fibrillation-ຊຶ່ງເປັນການເຕັ້ນຂອງຫົວໃຈ ທີ່ຜິດປົກກະຕິ ທີ່ພົບເຫັນເລື້ອຍທີ່ສຸດ.

ແຕ່ປະມານ 30 ເປີເຊັນ ຂອງຄົນທີ່ເປັນ AF ຈະບໍ່ໂຕຮູ້ເລີຍ.

ດັ່ງທີ່ Deborah Groarke ລາຍງານ, ສິ່ງນີ້ ສາມາດມີຜົນກະທົບຕໍ່ສຸຂະພາບຂອງຜູ້ຄົນ ເມື່ອເຂົາເຈົ້າມີອາຍຸສູງຂຶ້ນ, ດ້ວຍພາວະນີ້ ນໍາໄປສູ່ຄວາມສ່ຽງສູງ ສໍາລັບຄວາມຈໍາເສື່ອມ ແລະໂຣກເສັ້ນເລືອດໃນສມອງ.

Tanya Hall ເປັນຜູ້ກໍ່ຕັ້ງ ແລະ CEO ຂອງກຸ່ມສນັບສນູນ ໃນເມືອງ Perth ທີ່ຮູ້ຈັກກັນໃນຊື່ hearts4heart.

"ຕອນທີ່ຂ້າພະເຈົ້າ ອາຍຸໄດ້ຫົກເດືອນ ຂ້າພະເຈົ້າຖືກ ພົບວ່າເປັນໂຣກຫົວໃຈແຕ່ກໍາເນີດ, ແລະຂ້າພະເຈົ້າ ໄດ້ຮັບການຜ່າຕັດຫົວໃຈເທື່ອທໍາອິດ ຕອນອາຍຸເກົ້າປີ. ແຕ່ຕອນຂ້າພະເຈົ້າ ອາຍຸ 17 ປີ, ຂ້າພະເຈົ້າ ເລີ່ມມີອາການຂອງ Atrial-Fibrillation ແລະຫລັງຈາກ Atrial-Fibrillation ໄດ້ກ້າວຫນ້າເປັນເວລາ 10 ປີແລ້ວ ຂ້າພະເຈົ້າຈຶ່ງຖືກກວດພົບ, ແລະໄດ້ຮັບການປິ່ນປົວ ເພື່ອປັບປຸງອາການ ແລະຄຸນນະພາບຂອງຊີວິດຂອງຂ້າພະເຈົ້າ."

Tanya ເປັນຄົນຫນຶ່ງ ໃນຈໍານວນຊາວອອສເຕຣເລັຍ ຫລາຍກວ່າເຄິ່ງລ້ານຄົນ ທີ່ເປັນໂຣກ Atrial-Fibrillation.

Dr Tomos Walters, ທ່ານຫມໍໂຣກຫົວໃຈ (Cardiologist) ຈາກ Queensland Cardiovascular Group ໃນເມືອງ Brisbane ກ່າວວ່າ ມັນເປັນໂຣກທີ່ກ້າວຫນ້າ ຕລອດຊີວິດ.

" Atrial-Fibrillation ຫຼື AF ເປັນໂຣກທີ່ຈັງຫວະການເຕັ້ນຂອງຫົວໃຈ ທີ່ປົກກະຕິ ແລະສມ່ຳສເມີ ຖືກປ່ຽນແທນດ້ວຍ ຄວາມວຸ່ນວາຍທາງໄຟຟ້າ ໃນຫ້ອງທາງເທິງຂອງຫົວໃຈ. ຈາກນັ້ນ ເຮັດໃຫ້ຫ້ອງຊັ້ນລຸ່ມ, ຫ້ອງສູບເລືອດ, ເຕັ້ນແບບບໍ່ປົກກະຕິ, ຊຶ່ງເຮັດໃຫ້ປະສິດທິພາບ ຂອງການສູບເລືອດຂອງຫົວໃຈ ຫລຸດລົງຢ່າງຫລວງຫລາຍ."

Dr Walters ກ່າວວ່າ Atrial-Fibrillation -ຫລື AF- ສາມາດສົ່ງຜົນກະທົບຕໍ່ແຕ່ລະຄົນ ໃນທາງທີ່ແຕກຕ່າງກັນ.

"ມີບາງຄົນທີ່ບໍ່ຮູ້ສຶກ. ມີບາງຄົນ ທີ່ຖືກກະທົບຢ່າງແຮງ, ແລະຄົນສ່ວນຫລາຍ ກໍຢູ່ໃນລະຫວ່າງນັ້ນ. ອາການໄດ້ແກ່ຫົວໃຈສັ່ນ, ເຈັບໜ້າເອິກ, ຫາຍໃຈບໍ່ສະດວກ, ວິນຫົວ, ອິດເມື່ອຍ."

ແຕ່ມັນເປັນຜົນກະທົບ ທີ່ແຕກຕ່າງກັນເຫຼົ່ານັ້ນ ທີ່ເຮັດໃຫ້ຜູ້ ສນັບສນູນ ແລະຜູ້ຊ່ຽວຊານ ເລື່ອງການແພດເປັນຫ່ວງ.

Atrial-Fibrillation ເປັນສາເຫດຫຼັກ ຂອງການເຂົ້າໂຮງຫມໍ ດ້ວຍໂຣກຫົວໃຈ, ຊຶ່ງເຮັດໃຫ້ມີຄ່າໃຊ້ຈ່າຍໂດຍກົງ ປະມານ 1.63 ພັນລ້ານໂດລາຕໍ່ປີ.

"AF ສ້າງພາລະຢ່າງຫນັກ ຕໍ່ລະບົບການດູແລສຸຂະພາບ ຂອງອອສເຕຣເລັຍ ມັນເປັນໜຶ່ງ ຂອງສາເຫດ ທີ່ເກີດຂຶ້ນເລື້ອຍທີ່ສຸດ ຂອງຜແນກສຸກເສີນ, ແລະການເຂົ້າໂຮງຫມໍ."

AF ຍັງຮັບຜິດຊອບ ຕໍ່ປະມານຫນຶ່ງໃນສີ່ ກໍຣະນີ ຂອງໂຣກເສັ້ນເລືອດໃນສມອງ (Strokes) ແລະຄວາມສ່ຽງສູງ ຕໍ່ພາວະສມອງເສື່ອມ.

ບໍ່ແປກໃຈເລີຍທີ່ Dr Walters ໄດ້ເອີ້ນມັນວ່າ ເປັນໂຣກລະບາດດ້ານສາທາຣະນະສຸກ ທີ່ໃຫຍ່ທີ່ສຸດ ແລະຮີບດ່ວນທີ່ສຸດ, ເມື່ອປະຊາກອນອາຍຸສູງຂຶ້ນ.

"ສິ່ງທີ່ເຮົາກັງວົນໃນຜູ້ປ່ວຍໂຣກ AF ລວມເຖິງ ຄວາມສ່ຽງຕໍ່ການເປັນໂຮກເສັ້ນເລືອດໃນສມອງ; ຄວາມສ່ຽງທີ່ AF ຖ້າບໍ່ໄດ້ຮັບການປິ່ນປົວ ອາດເລີ່ມມີຜົນກະທົບ ຕໍ່ໂຄງສ້າງ ແລະການທຳງານຂອງຫົວໃຈ. ມັນສາມາດ ເຮັດໃຫ້ຫົວໃຈລົ້ມເຫລວ ໃນຜູ້ປ່ວຍບາງຄົນ. ແລະແນ່ນອນ, ເຮົາເປັນຫ່ວງ ກ່ຽວກັບອາການ ແລະຜົນກະທົບ ຕໍ່ຄຸນນະພາບຂອງຊີວິດ."

ສ່ວນຫນຶ່ງ ຂອງຄວາມເປັນຫ່ວງກໍຄື ປະມານ 30 ເປີເຊັນ ຂອງຄົນທີ່ມີ AF ບໍ່ຮູ້ວ່າຕົນເອງມີອາການນີ້.
Atrial-Fibrillation ເປັນສາເຫດຂອງ ປະມານຫນຶ່ງໃນສີ່ ກໍຣະນີ ຂອງໂຣກເສັ້ນເລືອດໃນສມອງ (Strokes) ແລະຄວາມສ່ຽງສູງ ຕໍ່ພາວະສມອງເສື່ອມ.
Dr Tomos Walters, ທ່ານຫມໍໂຣກຫົວໃຈ (Cardiologist) ຈາກ Queensland Cardiovascular Group
Justine Martin, ແມ່ລູກສອງຈາກ Geelong, ເວົ້າວ່າ ນາງຮູ້ໂດຍບັງເອີນ.

"ຂ້າພະເຈົ້າ ຖືກພົບວ່າເປັນໂຣກ Multiple Sclerosis ໃນປີ 2011, ແລະຂ້າພະເຈົ້າ ມີຄວາມຮູ້ສຶກວ່າ ຫົວໃຈເຕັ້ນແຮງ ໃນເອິກຂອງຂ້າພະເຈົ້າ, ຊຶ່ງຂ້າພະເຈົ້າຄິດວ່າ ເປັນ MS. ຂ້າພະເຈົ້າ ໄດ້ຖືກພາໄປໂຮງຫມໍ ດ້ວຍຄວາມປວດຫົວທີ່ຮຸນແຮງ, ແລະເຂົາເຈົ້າ ໄດ້ເອົາຂ້າພະເຈົ້າ ໃສ່ເຄື່ອງ ECG ແລະໄດ້ພົບວ່າ ອັດຕາການເຕັ້ນຂອງຫົວໃຈ ຂອງຂ້າພະເຈົ້າຕອນພັກຜ່ອນ ແມ່ນ 155 ເທື່ອຕໍ່ນາທີ, ຊຶ່ງໄດ້ນໍາໄປສູ່ ການວິນິດສັຍວ່າເປັນ AF."

ຄວາມເປັນຫ່ວງ ສໍາລັບຜູ້ສນັບສນູນແມ່ນວ່າ ຜູ້ທີ່ບໍ່ຮູ້ວ່າ ຕົນເອງເປັນໂຣກ AF ຈະບໍ່ສາມາດປ້ອງກັນ ເພື່ອຢຸດຢັ້ງໂຣກ ບໍ່ໃຫ້ລຸກລາມ, ຫລືຫລີກເວັ້ນ ຈາກພາວະແຊກຊ້ອນໄດ້.

Dr Emily Kotschet ເປັນຫມໍໂຣກຫົວໃຈ (Cardiologist) ທີ່ໂຮງຫມໍເອກກະຊົນ Holmesglen ໃນ Melbourne.

ນາງເວົ້າວ່າ ສໍາລັບຄົນທີ່ມີອາການ ບາງຄົນອາດບໍ່ຮູ້ວ່າ ສິ່ງທີ່ເຂົາເຈົ້າຮູ້ສຶກນັ້ນ ແມ່ນມາຈາກຫົວໃຈແທ້ໆ.

"ຫນຶ່ງໃນສາມຄົນ ຂອງຊາວອອສເຕຣເລັຍ ບໍ່ຕ້ອງການໄປຮັບການປິ່ນປົວ ເມື່ອມີອາການເທື່ອທໍາອິດ ແລະຈະລໍຖ້າຈົນເທື່ອທີສີ່ ກ່ອນທີ່ເຂົາເຈົ້າຈະໄປຫານາຍໝໍ... ສ່ວນຫລາຍແລ້ວ ຈະລໍຖ້າເບິ່ງວ່າ ມັນຈະໃຄແນ່ ດ້ວຍຕົວມັນເອງ, ຫລືບາງທີ ບໍ່ເອົາໃຈໃສ່ຕໍ່ຄວາມສໍາຄັນຂອງມັນ."

ນາງເວົ້າວ່າ ນັ້ນເປັນບັນຫາສະເພາະ ສໍາລັບຜູ້ຍິງ-ຜູ້ທີ່ມີບັນຫາ ເລື່ອງຫົວໃຈ ບໍ່ຄືກັນກັບຜູ້ຊາຍ.

"ຜູ້ຍິງ ມັກຈະມີອາການທີ່ແຕກຕ່າງກັນ, ບາງທີ ອາດບໍ່ແມ່ນອາການໃຈສັ່ນຜິດປົກກະຕິ. ເຂົາເຈົ້າ ອາດຮູ້ສຶກຫາຍໃຈບໍ່ສະດວກ ຫລືຮູ້ສຶກເມື່ອຍ, ບໍ່ສາມາດເຮັດກິດຈະກັມ ຕາມປົກກະຕິໄດ້."

ການຂາດຄວາມຮູ້ວ່າບັນຫາຫົວໃຈ ອາດມີລັກສນະເປັນແນວໃດ ກໍເປັນຄວາມກັງວົນມາດົນນານ.
ໃຫ້ຮູ້ຈັກກ່ຽວກັບຫົວໃຈ. ຖ້າຫາກມີປວັດຄອບຄົວ ເປັນໂຣກຫົວໃຈ, ຖ້າຫາກທ່ານ ມີອາການໃດໆ, ຫລືທ່ານມີອາຍຸສູງກວ່າ 50 ປີ, ແລ້ວຂໍໃຫ້ໄປກວດຫົວໃຈຂອງທ່ານ.
Tanya Hall ເປັນຜູ້ກໍ່ຕັ້ງ ແລະ CEO ຂອງ hearts4heart
ໃນປີ 2023, Hearts4heart ໄດ້ເຮັດການສໍາຫລວດທົ່ວປະເທດ ທີ່ພົບວ່າ ຫນຶ່ງໃນສາມຄົນ ຂອງຊາວອອສເຕຣເລັຍ (ຫລືປະມານ 6.7ລ້ານຄົນ) ບໍ່ຮູ້ເລີຍວ່າ ເປັນ Atrial-Fibrillation.

ການສໍາຫລວດ ທີ່ຖືກມອບໝາຍຈາກ Boston Scientific ຈົນຮອດປີ 2025 ຊີ້ໃຫ້ເຫັນວ່າ ມີການປ່ຽນແປງພຽງເລັກນ້ອຍ.

Tanya Hall ກ່າວວ່າ ມັນເປັນສິ່ງດີທີ່ສຸດ ທີ່ຈະບໍ່ລໍຖ້າ ທີ່ຈະເວົ້າລົມກັບGP ຂອງທ່ານ ກ່ຽວກັບຄວາມກັງວົນຂອງທ່ານ.

"ໃຫ້ຮູ້ຈັກກ່ຽວກັບຫົວໃຈ. ຖ້າຫາກມີປວັດຄອບຄົວ ເປັນໂຣກຫົວໃຈ, ຖ້າຫາກທ່ານ ມີອາການໃດໆ, ຫລືທ່ານມີອາຍຸສູງກວ່າ 50 ປີ, ແລ້ວຂໍໃຫ້ໄປກວດຫົວໃຈຂອງທ່ານ."

ກັບຄືນໄປທີ່ Perth, Tanya Hall ເວົ້າວ່າ ບັດນີ້ອາການຂອງນາງ ຄວບຄຸມໄດ້ແລ້ວ.

ນາງເວົ້າວ່າ ມັນເຖິງເວລາແລ້ວ ທີ່ຈະຍົກລະດັບຄວາມຮັບຮູ້ ກ່ຽວກັບ Atrial-Fibrillation,ເພື່ອວ່າ ມັນຈະຊ່ອຍເຫລືອທຸກຄົນ.

"ຂ້ອຍໃຊ້ຊີວິດໄດ້ດີກັບ trial-Fibrillation. ສິ່ງທີ່ສໍາຄັນທີ່ສຸດ ຄືທ່ານໄດ້ຮັບການວິນິດສັຍ ແລະການປະຕິບັດຄືກັບຂ້ອຍ, ແລະທ່ານ ສາມາດດໍາລົງຊີວິດທີ່ສົມບູນໄດ້."

ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service