ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ລາຍງານກ່ຽວກັບໂຣກຕັບອັກເສບ (Hepatitis).
ລາຍງານໃຫມ່ ໄດ້ເປີດເຜີຍວ່າ ຊຸມຊົນອົບພະຍົບ ໄດ້ຮັບຜົນກະທົບຈາກHepatitis) ຢ່າງບໍ່ສົມສັດສ່ວນຫຼາຍພຽງໃດ.
ການວິນິດສັຍການຕິດເຊື້ອທີ່ຕ່ຳເກີນໄປ ແລະການເຊື່ອມຕໍ່ກັບຄົນໄຂ້ ກັບການດູແລ ແລະການປິ່ນປົວ ຍັງເປັນຄວາມທ້າທາຍທີ່ສໍາຄັນ, ດັ່ງທີ່ Tom Stayner ລາຍງານ.
ໃນຖານະທີ່ເປັນແມ່ ທີ່ຫຍຸ້ງຢູ່ກັບຄວາມຕ້ອງການຂອງລູກໆ ແລະວຽກງານ, ໂຣກຕັບອັກເສບ (Hepatitis) ຂອງ Mei Mak ບໍ່ໄດ້ຮັບຄວາມສົນໃຈ ຊົ່ວໄລຍະຫນຶ່ງ.
ນາງບໍ່ເຄີຍມີອາການເລີຍ ນັບຕັ້ງແຕ່ນາງໄດ້ພົບວ່າ ນາງເປັນພາຫະນະກ່ອນແຕ່ງງານ.
ແລ້ວມື້ຫນຶ່ງ, ນາງໄດ້ເວົ້າວ່າ ການກວດສຸຂພາບປະຈໍາປີ ກັບທ່ານຫມໍຂອງນາງ ໄດ້ພົບຜົນທີ່ເຮັດໃຫ້ນາງຕົກໃຈ.
"ນາງພົບວ່າ ປະຣິມານໄວຣັສຂອງຂ້າພະເຈົ້າ ເພີ່ມຫລາຍຂຶ້ນ ແລະສະນັ້ນ ນາງຈຶ່ງໄດ້ເຕືອນຂ້າພະເຈົ້າ ແລະເວົ້າວ່າ Mei ຂ້ອຍຈະສົ່ງເຈົ້າໄປໂຮງຫມໍ... ຂ້ອຍເລີ່ມຢ້ານຫນ້ອຍຫນຶ່ງ, ກັງວົນຫນ້ອຍຫນຶ່ງ."
ນາງໄດ້ກັບຄືນມາທຸກໆຫົກເດືອນ ນັບແຕ່ນັ້ນມາ ເພື່ອຕິດຕາມເບິ່ງຢ່າງໃກ້ຊິດ ວ່າອາການນັ້ນເປັນແນວໃດແດ່.
ເກືອບ 300,000 ຄົນໃນອອສເຕຣເລັຍ ອາສັຍຢູ່ກັບ Hepatitis B ຫລື Hepatitis C-ສ່ວນຫລາຍແລ້ວ ບໍ່ມີສັນຍານເຕືອນ ເຖິງຄວາມເສັຍຫາຍຂອງຕັບ.
ສາດສະດາຈານ Gregory Dore ຈາກສະຖາບັນ the Kirby Institute ກ່າວວ່າ ຄວາມລຸກລາມຢ່າງງຽບໆ ເປັນເຫດຜົນ ທີ່ການທົດສອບເປັນປະຈໍາ ຈຶ່ງມີຄວາມສໍາຄັນ.
"ເພາະມັນບໍ່ເຮັດ ໃຫ້ເກີດອາການໃນຊ່ວງປີທໍາອິດ, ແລະບາງເທື່ອ ແມ່ນແຕ່ໃນຫລາຍສິບປີທໍາອິດ ຂອງການຕິດເຊື້ອ. ສະນັ້ນ, ມັນຈຶ່ງສາມາດເອີ້ນວ່າ ຄາດຕະກອນງຽບ ເພາະຜູ້ຄົນສາມາດຕິດເຊື້ອໄດ້ ແລະມັນສາມາດທໍາລາຍຕັບ, ແຕ່ເຂົາເຈົ້າບໍ່ຮູ້ໂຕເລີຍ. ສະນັ້ນ, ມັນຈຶ່ງສໍາຄັນ ທີ່ເຮົາຈະສົ່ງຂໍ້ຄວາມ ກ່ຽວກັບຜູ້ທີ່ຄວນໄດ້ຮັບການກວດສອບ ແລະວິນິດສັຍ."
Lucy Clynes, CEO ຂອງ Hepatitis Australia ກ່າວວ່າ ການເຂົ້າໃຈວ່າ ຜູ້ໃດມີຄວາມສ່ຽງຫລາຍທີ່ສຸດ ກໍເປັນສ່ວນສໍາຄັນ ຂອງຂັ້ນຕອນນັ້ນເຊັ່ນກັນ.
"ພວກເຮົາຮູ້ວ່າ ເຄິ່ງຫນຶ່ງຂອງຈໍານວນປະຊາກອນ ບໍ່ໄດ້ຖືກກວດພົບ, ນັ້ນຫມາຍຄວາມວ່າ ເຂົາເຈົ້າບໍ່ຮູ້ວ່າ ເຂົາເຈົ້າມີຊີວິດຢູ່ກັບໂຣກຕັບອັກເສບ (Hepatitis) ຫລືເຂົາເຈົ້າ ບໍ່ກ່ຽວຂ້ອງກັບການດູແລ ຫລືການປິ່ນປົວ ທີ່ເຂົາເຈົ້າຕ້ອງການ. ໂຣກຕັບອັກເສບ (Hepatitis) ເປັນສາເຫດຫຼັກ ທີ່ເຮັດໃຫ້ຄົນເສັຍຊີວິດ ດ້ວຍໂຣກມະເລັງ ຂອງອອສເຕຣເລັຍ-ເຮົາຕ້ອງໃຫ້ຜູ້ຄົນ ໄດ້ຮັບການດູແລ ແລະການສນັບສນູນ."
Hepatitis C ສາມາດປິ່ນປົວໄດ້, ແຕ່ບໍ່ມີວັກຊີນປ້ອງກັນ.
ລາຍງານໃຫມ່ຂອງມັນ ກໍ່ໃຫ້ເກີດຄໍາຖາມ-ຖ້າຫາກມີ 100 ຄົນທີ່ອາສັຍຢູ່ກັບໂຣກຕັບອັກເສບ, ເຂົາເຈົ້າເຫຼົ່ານັ້ນ ຈະເປັນໃຜ?
ມັນພົບວ່າ 69 ຄົນຈະອາສັຍຢູ່ກັບ Hepatitis B ແລະເກືອບ ຫນຶ່ງສ່ວນສີ່ເປັນ Hepatitis C.
ບາງຄົນ ສາມາດມີຊີວິດຢູ່ກັບຫລາຍຮູບແບບ.
ເງື່ອນໄຂກໍແຕກຕ່າງກັນ ແລະເຊັ່ນດຽວກັບການປິ່ນປົວ.
Hepatitis C ສາມາດປິ່ນປົວໄດ້, ແຕ່ບໍ່ມີວັກຊີນປ້ອງກັນ.
Hepatitis B ມີວັກຊີນປ້ອງກັນ ແລະການປິ່ນປົວ, ແຕ່ບໍ່ມີການຮັກສາ (ໃຫ້ເຊົາໄດ້).
ການກໍາຈັດເຊື້ອໄວຣັສຕັບອັກເສບ ທີ່ເປັນພັຍດ້ານສາທາຣະນະສຸກ ເປັນເປົ້າຫມາຍສໍາຄັນ ໂດຍມີຜູ້ເສັຍຊີວິດເກືອບ 1,000 ຄົນໃນ ອອສເຕຣເລັຍ ໃນແຕ່ລະປີ.
ຣັຖບານກາງ ກໍມີເປົ້າຫມາຍ ທີ່ຈະບັນລຸຜົນສໍາເລັດ ໃນທ້າຍທົດສວັດນີ້.
ແຕ່ Hepatitis Australia ຢາກໃຫ້ມີການດຳເນີນການ ຫລາຍກວ່າເກົ່າ, ໂດຍເຕືອນວ່າ ອັດຕາຄວາມກ້າວຫນ້າ ໃນປະຈຸບັນ ຈະບໍ່ບັນລຸເປົ້າຫມາຍນັ້ນ.
Hepatitis B ມີວັກຊີນປ້ອງກັນ ແລະການປິ່ນປົວ, ແຕ່ບໍ່ມີການຮັກສາ (ໃຫ້ເຊົາໄດ້).
"ພວກເຮົາຮູ້ວ່າ ຊຸມຊົນອົບພະຍົບ ໄດ້ຮັບຜົນກະທົບຈາກໄວຣັສຕັບອັກເສບ-ໂດຍສະເພາະ Hepatitis B. ນັ້ນຫມາຍຄວາມວ່າ ເຮົາຕ້ອງຈັດຫາຂໍ້ມູນ ໃນພາສາຊຸມຊົນ ທີ່ແຕກຕ່າງກັນ ແລະໃນລັກສນະ ທີ່ອ່ອນໄຫວ ທາງວັດທະນະທັມ ຕໍ່ຄວາມຕ້ອງການຂອງຜູ້ອົບພະຍົບ."
ພາບຮວມ ສະແດງໃຫ້ເຫັນວ່າ 70 ສ່ວນຮ້ອຍ ຂອງຄົນທີ່ໄດ້ຮັບຜົນກະທົບຈາກ Hepatitis B ຈະເກີດຢູ່ຕ່າງປະເທດ ເຊິ່ງລວມເຖິງອັດຕາສູງກວ່າ ຈາກປະເທດໃນອາຊີຕາເວັນອອກສຽງໃຕ້ ບ່ອນທີ່ການຖ່າຍທອດເຊື້ອໄວຣັສ ຈາກແມ່ສູ່ລູກ ເປັນເລື່ອງປົກກະຕິ.
ໃນຂນະທີ່ຫລາຍກວ່າເຄິ່ງຫນຶ່ງ- 56ເປີເຊັນ- ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາອັງກິດຢູ່ບ້ານ.
Mei Mak ມີປະສົບການ ກັບຄວາມອັບອາຍ ທີ່ອາດມາພ້ອມກັບການວິນິສັຍ.
ແຕ່ນາງໄດ້ຊຸກຍູ້ຄົນອື່ນ ບໍ່ໃຫ້ປ່ອຍໃຫ້ສິ່ງນັ້ນ ຢຸດເຂົາເຈົ້າ ໃນການດູແລສຸຂະພາບ ຂອງຕົນເອງ.
"ມັນສໍາຄັນ ສໍາລັບຜູ້ຄົນທີ່ມີໂຣກຕັບອັກເສບ ທີ່ມີຄວາມກ້າຫານ ແລະເຂັ້ມແຂງ ແລະຢາກຮູ້ຢາກເຫັນ ທີ່ຈະຊອກຫາຄວາມຮູ້ເພີ່ມເຕີມ ກ່ຽວກັບສຸຂະພາບຂອງຕັບ ແລະຂໍຄວາມຊ່ອຍເຫລືອ, ເມື່ອບໍ່ມີອາການ ເຮົາກໍສະບາຍດີ."
ເນື້ອເລື່ອງໂດຍ Tom Stayner ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao