ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການນຳໃຊ້ຢາປິ່ນປົວ HIV ຊະນິດໃຫມ່ ໃນອາຟຣິກາ.
ປິ່ນປົວ HIV ຊະນິດໃຫມ່ ໄດ້ມາເຖິງປະເທດ Zimbabwe, ສັນຍາວ່າຈະປ້ອງກັນຈາກໄວຣັສ ທີ່ທໍາລາຍປະຊາກອນ ໃນຊ່ວງໄລຍະ ສອງທົດສະວັດທີ່ຜ່ານມາ.
ແຕ່ມີຄວາມເປັນຫ່ວງວ່າ ລະບົບການທົດສອບສຸຂະພາບ ຈະບໍ່ສາມາດຮັບມືໄດ້, ຫລັງຈາກການຊ່ວຍເຫລືອຈາກຕ່າງປະເທດໄດ້ຖືກຕັດ.
Deborah Groarke ລາຍງານ.
ຢູ່ນອກເມືອງ Harare, ເມືອງຫລວງຂອງປະເທດ Zimbabwe, ມີກຸ່ມຍິງສາວກຸ່ມຫນຶ່ງ, ບາງຄົນ ກໍເປັນແມ່ທີ່ກຳລັງອູ້ມລູກ.
Zimbabwe ເຄີຍຖືກທໍາລາຍ ຈາກການແພ່ລະບາດຂອງເຊື້ອ HIV, ໂດຍມີຄົນເສັຍຊີວິດຫຼາຍໝື່ນຄົນ ໃນໄລຍະສອງທົດສະວັດທີ່ຜ່ານມາ
ມັນຍັງເປັນບັນຫາຢູ່-ໂດຍສະເພາະສໍາລັບຜູ້ຍິງ-ໂດຍສະຖິຕິຂອງUNAIDS ທີ່ຊີ້ໃຫ້ເຫັນວ່າ ຜູ້ຍິງ ແລະເດັກນ້ອຍຜູ້ຍິງ ໃນທຸກວັຍ ຄິດເປັນ63 ເປີເຊັນ ຂອງການຕິດເຊື້ອ HIV ກໍຣະນີໃຫມ່ ໃນປີ 2024.
ສະນັ້ນ, ຜູ້ຍິງເຫລົ່ານີ້ ຈຶ່ງໄດ້ມາທີ່ຄລີນິກ ເພື່ອໃຊ້ປໂຍດຈາກການໃຊ້ຢາປ້ອງກັນ HIV ໃຫມ່ທີ່ເອີ້ນວ່າ Lenacapavir, ຊຶ່ງຮວມເຖິງ Constance Mukoloka ຜູ້ໃຫ້ບໍຣິການທາງເພດ.
"ຂ້ອຍທໍາງານຢູ່ໃນຮ້ານເບັຍ ເພື່ອຫາລູກຄ້າ. ບາງຄັ້ງ ຂ້ອຍກໍເມົາເຫຼົ້າ ແລະລືມກິນຢາ. ບາງເທື່ອ ຂ້ອຍຈະເຮັດວຽກຫມົດຄືນ ແລະບໍ່ມີເວລາກິນຢາ ແຕ່ດ້ວຍວັກຊີນນີ້ ເຖິງແມ່ນວ່າຂ້ອຍເມົາເຫລົ້າ, ຂ້ອຍກໍຮູ້ວ່າຂ້ອຍປອດພັຍ."
ການນໍາໃຊ້ຂອງ Lenacapavir ກໍາລັງເກີດຂຶ້ນໃນ 10 ປະເທດ ໃນອາຟຣິກາ.
ມັນຖືກພັດທະນາໂດຍ Gilead Sciences ໃນ California, ການເລີ້ມນຳໃຊ້ Lenacapavir ໃນປະເທດທີ່ມີຄວາມສ່ຽງສູງ ກໍາລັງຖືກສນັບສນູນ ຜ່ານແຜນສຸກເສີນຂອງ Emergency Plan for AIDS Relief ຫຼື PEPFAR ຂອງປະທານາທິບໍດີສະຫະຣັດອາເມຣິກາ, ໂດຍຮ່ວມມືກັບ the Global Fund.
Zimbabwe ເປັນປະເທດທໍາອິດ ທີ່ເປີດໃຊ້ບໍຣິການ.
ເຈົ້າຫນ້າທີ່ກ່າວວ່າ ຜູ້ຄົນປະມານ 46,000 ຄົນ ໃນ 24 ສະຖານທີ່ ໄດ້ຮັບປໂຍດ ໃນໄລຍະທໍາອິດ ຂອງການເປີດບໍຣິການ, ຊຶ່ງເປັນພຽງສ່ວນຫນ້ອຍ ຂອງຄວາມຕ້ອງການໃນປະເທດ ທີ່ມີປະຊາກອນປະມານ 15 ລ້ານຄົນ.
Dr Ernest Chikwati ເປັນຜູ້ອໍານວຍການໂຄງການ ທີ່ Aids Healthcare Foundation, ແລະກ່າວວ່າ ຕ້ອງໃຊ້ຢາ ພຽງແຕ່ປີລະສອງເທື່ອເທົ່ານັ້ນ.
"ເມື່ອບາງຄົນຕ້ອງກິນຢາທຸກໆມື້, ເຂົາເຈົ້າມັກຈະລືມ. ແຕ່ເມື່ອບາງຄົນ ໄດ້ຮັບການສັກຢາທຸກ 6 ເດືອນ, ມັນເປັນໄປບໍ່ໄດ້ ທີ່ເຂົາເຈົ້າຈະລືມ. ສະນັ້ນ Lenacapvir ຈຶ່ງມາເປັນການເພີ່ມເຕີມ ຂອງວິທີປ້ອງກັນໂຣກ ກ່ອນຄວາມສ່ຽງທັງຫມົດ."
ທ່ານຫມໍກ່າວວ່າ ການຄົ້ນຄວ້າທາງຄລີນິກ ໄດ້ສະແດງໃຫ້ເຫັນ ເຖິງການປ້ອງກັນເກືອບທັງຫມົດ, ແລະສະນັ້ນ ເຈົ້າຫນ້າທີ່ສາທາຣະນະສຸກ ບາງຄົນ ຈຶ່ງອະທິບາຍວ່າ ຢານັ້ນເປັນຈຸດປ່ຽນ ສໍາລັບກຸ່ມທີ່ມີຄວາມສ່ຽງສູງ ທີ່ສາມາດຊັກຊ້າ ອັດຕາການຕິດເຊື້ອໃຫມ່.
ແຕ່ລາວຍັງແນະນໍາ ໃຫ້ລະມັດລະວັງນໍາອີກ.
ການກິນຢາ PrEP ທຸກມື້ ມີມາດົນນານແລ້ວໃນປະເທດ Zimbabwe ພ້ອມກັບຖົງຢາງອະນາມັຍ (Condoms), ແຫວນຊ່ອງຄອດ (Vaginal rings) ແລະຢາສັກ ທີ່ມີປະສິດທິພາບໄລຍະສັ້ນ (Shorter-acting Injectables), ແຕ່ການປະຕິບັດຕາມນັ້ນ ຍັງເປັນເລື່ອງທ້າທາຍຢູ່, ໂດຍສະເພາະ ສໍາລັບຄົນທີ່ປະເຊີນກັບຄວາມອັບອາຍ ຫຼືຕາລາງເວລາ ທີ່ບໍ່ສາມາດຄາດການໄດ້.
ລາວກ່າວວ່າ ສິ່ງນີ້ ຊີ້ໃຫ້ເຫັນວ່າ ການປ່ຽນຄໍາສັນຍາ ທາງວິທະຍາສາດ ໃຫ້ເປັນຜົນກະທົບໃນວົງກວ້າງ ຈະຕ້ອງເອົາຊນະຄວາມຈໍາກັດດ້ານເງິນທຶນ, ຊ່ອງວ່າງທາງໂຄງສ້າງພື້ນຖານ ແລະຄວາມທ້າທາຍ ໃນການເຮັດໃຫ້ຄົນໄຂ້ ມີສ່ວນຮ່ວມ.
"ຢ່າເວົ້າວ່າສິ່ງນີ້ ເປັນຄຳຕອບທຸກຢ່າງ ສໍາລັບການປ້ອງກັນ HIV. ຍັງມີວິທີອື່ນອີກ. ຖົງຢາງອະນາມັຍ (Condoms) ກໍຍັງເປັນສິ່ງສໍາຄັນ ສໍາລັບພວກເຮົາ ໃນຖານະທີ່ເປັນອົງການ, ພວກເຮົາມີຖົງຢາງອະນາມັຍ ສອງBrands ທີ່ພວກເຮົາມອບໃຫ້ຟຣີ ແກ່ສາທາຣະນະ. ພວກເຮົາຍັງຮູ້ສຶກວ່າ ຄວນໃຫ້ເງິນທຶນ ດ້ານຖົງຢາງອະນາມັຍ (Condoms) ນໍາອີກ. ເປັນຫຍັງ? ເພາະວ່າມັນມີລາຄາຖືກຫຼາຍ."
Zimbabwe, Eswatini ແລະ Zambia ຊຶ່ງຄັ້ງຫນຶ່ງ ເຄີຍເປັນສູນກາງການລະບາດຂອງ HIV, ໄດ້ກາຍເປັນປະເທດ ທີ່ປະສົບຜົນສໍາເລັດຫຼາຍທີ່ສຸດໃນໂລກ ໃນການຄວບຄຸມການແພ່ລະບາດ, ບັນລຸເປົ້າຫມາຍ ການທົດສອບ, ການປິ່ນປົວ ແລະການຢັບຢັ້ງໄວຣັສ ຂອງອົງການອະນາມັຍໂລກ.
ການສັກຢາໃຫມ່ນີ້ ແມ່ນບໍຣິການຟຣີ ແກ່ຜູ້ທີ່ມີຄວາມສ່ຽງສູງ ເຊັ່ນຜູ້ບໍຣິການທາງເພດ, ຍິງສາວ ແລະຍິງວັຍລຸ້ນ, ຜູ້ຊາຍທີ່ມັກເພດດຽວກັນ ແລະຜູ້ຍິງທີ່ຖືພາ ແລະຜູ້ຍິງທີ່ກຳລັງລ້ຽງລູກດ້ວຍນົມແມ່.
ເຖິງແມ່ນ ຈະມີຄວາມກ້າວໜ້າເຫລົ່ານີ້, ແຕ່ກໍຣະນີໃໝ່ ຂອງການຕິດເຊື້ອ ກໍຍັງໜ້າເປັນຫ່ວງຢູ່.
Cesar Nunez ເປັນຜູ້ອໍານວຍການ ຂອງຫ້ອງການ UNAIDS ໃນNew York.
"ການແພ່ລະບາດຂອງເຊື້ອ HIV ຍັງບໍ່ສິ້ນສຸດເທື່ອ ແລະຄວາມກ້າວຫນ້າທີ່ຜ່ານມາຂອງເຮົາ ກໍຕົກຢູ່ໃນຄວາມສ່ຽງ."
ຕໍາແຫນ່ງທີ່ອ່ອນແອຫລາຍປານໃດນັ້ນ ກໍຖືກເປີດເຜີຍໂດຍ ໂຕເລກໃນອາຟຣິກາຕອນໃຕ້ ຂອງທະເລຊາຍ Sahara.
ອັດຕາການຕິດເຊື້ອ HIV ໃນເດັກຍິງໄວຮຸ່ນ ແລະຍິງສາວອາຍຸ 10-24 ປີ ຄິດເປັນສາມເທົ່າຂອງຜູ້ຊາຍ ໃນອາຟຣິກາຕອນໃຕ້ ຂອງທະເລຊາຍ Sahara ເນື່ອງຈາກຄວາມບໍ່ເທົ່າທຽມທາງເພດ, ຄວາມທຸກຍາກ ແລະການເຂົ້າເຖິງ ການບໍຣິການດ້ານສຸຂະພາບ ທີ່ບໍ່ສມ່ຳສເມີ.
Cesar Nunez ໄດ້ສລຸບວ່າ ການຂາດເງິນທຶນ ມີຜົນກະທົບຕໍ່ໂຕເລກເຫລົ່ານີ້.
"ການຕອບຮັບ ຂອງຊຸມຊົນສ່ວນຫລາຍ ແມ່ນຂຶ້ນຢູ່ກັບຄວາມຊ່ວຍເຫລືອຈາກຕ່າງປະເທດ ແລະໃນເວລານີ້ ກໍໄດ້ຮັບຜົນກະທົບ. ຄນະກັມມະການ ໂຣກ AIDS ແຫ່ງຊາດ ບາງແຫ່ງ ໃນປະເທດອາຟຣິກາ ຕ້ອງເຊີນ ຫລືຈັດຫາພື້ນທີ່ ໃຫ້ແກ່ອົງການຕ່າງໆທີ່ບໍ່ມີເງິນທຶນ. ແລະ UNAIDs ຄາດວ່າ ຜົນກະທົບຂອງເງິນທຶນເຫລົ່ານີ້ ຈະຄິດເປັນ 1.4 ລ້ານກໍຣະນີ ຕໍ່ປີພາຍໃນປີ 2030."
ລາຍລະອຽດ ສໍາລັບຂັ້ນຕອນຕໍ່ໄປ ຂອງການເປີດບໍຣິການ ໃນປະເທດ Zimbabwe ຍັງບໍ່ແຈ່ມແຈ້ງ.
ຣັດຖະບານກ່າວວ່າ ມັນຫວັງວ່າ ຈໍານວນຜູ້ໄດ້ຮັບຜົນປໂຍດ ຈະເພີ່ມຂຶ້ນ ເມື່ອຢາທີ່ມາຈາກການບໍຣິຈາກມາເຖິງ, ແລະມັນຍັງຫວັງວ່າ ຈະຊື້ຢາຂອງຕົນເອງ ສໍາລັບການໃຫ້ບໍຣິການຢ່າງກ້ວາງຂຶ້ນ, ແຕ່ເຊັ່ນດຽວກັບຣັດຖະບານ ຂອງປະເທດອາຟຣິກາອື່ນໆ ທີ່ຍັງຂາດເງິນຢູ່.
ໂດຍຮວມແລ້ວ, ເຈົ້າຫນ້າທີ່ສາທາຣະນະສຸກ ແລະຜູ້ສນັບສນູນ ໃນ Zimbabwe ຫວັງວ່າ ຢານີ້ ຈະປ່ຽນແປງຍຸດທະວິທີ ຂອງການປ້ອງກັນ HIV ຖ້າຫາກຣັດຖະບານ ສາມາດຜ່ານຜ່າອຸບປະສັກເລື່ອງລາຄາ ແລະລະບົບສຸຂະພາບ ທີ່ອ່ອນແອໄດ້.
ໃນຂນະດຽວກັນສໍາລັບ Ms Mukoloka, ຢານັ້ນ ໝາຍເຖິງຫລາຍກວ່າຄວາມສະດວກ.
"ຂ້ອຍປອດພັຍ, ຕອນນີ້ ຂ້ອຍສາມາດເຮັດວຽກດ້ວຍຄວາມຫມັ້ນໃຈ. ເມື່ອພວກເຮົາກິນຢາ, ລູກຄ້າຈະເຫັນເຈັ້ຍຫໍ່ຢາ ແລະຫນີໄປ, ເຂົາເຈົ້າຈະບໍ່ກັບຄືນມາອີກ ເພາະຄວາມຢ້ານກົວ. ເຂົາເຈົ້າ ບໍ່ສາມາດບອກຄວາມແຕກຕ່າງລະຫວ່າງ PrEP ແລະຢາປິ່ນປົວ. ດ້ວຍວຽກງານທີ່ພວກເຮົາເຮັດ, ຄວາມອັບອາຍນັ້ນ ຈະເຮັດໃຫ້ທ່ານຂາດລາຍໄດ້."
ລາຍງານໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








