ສລຸບຂ່າວປະຈຳອາທິດ 240726
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສລຸບຂ່າວປະຈຳອາທິດ 240726.
ຫົວຂໍ້ຂ່າວປະຈຳອາທິດ ມີດັ່ງຕໍ່ໄປນີ້
**Penny Wong ສະແດງຄວາມເປັນຫ່ວງ ເລື່ອງການທົດສອບຂີປະນາວຸດ ກັບປະເທດຈີນ...
**ສະຫະຣັດອາເມຣິກາ ພ້ອມທີ່ຈະລົງນາມ ໃນໂຄງການນິວເຄລັຍ ກັບ Saudi Arabia...
ແລະໃນຂ່າວກິລາ
** 'ຍິນດີຕ້ອນຮັບກັບບ້ານ' ທີ່ດັງກຶກກ້ອງ ສໍາລັບທີມຊນະເຕະບານແຊ້ມປ້ຽນໂລກຂອງ Spain.
ຕໍ່ໄປ ແມ່ນລາຍລະອຽດຂອງຂ່າວ ພ້ອມດ້ວຍຂ່າວອື່ນໆ.
ຣັດຖະມົນຕີກະຊວງການຕ່າງປະເທດ Penny Wong ກ່າວວ່າ ນາງໄດ້ສະແດງຄວາມເປັນຫ່ວງໂດຍກົງ ກັບຣັດຖະມົນຕີການຕ່າງປະເທດຂອງຈີນ ກ່ຽວກັບການທົດສອບຂີປະນາວຸດ ທີ່ຈີນໄດ້ດໍາເນີນການ ຢູ່ໃນທະເລຈີນໃຕ້ ເມື່ອຕົ້ນເດືອນນີ້.
ຣັດຖະມົນຕີ Wong ໄດ້ໃຫ້ຄວາມຄິດເຫັນ ຢູ່ຂ້າງນອກຂອງກອງປະຊຸມ ຣັດຖະມົນຕີການຕ່າງປະເທດ ASEAN ທີ່ Manila.
ຣັດຖະມົນຕີກະຊວງການຕ່າງປະເທດຄາດວ່າ ຈະກ່າວປາສັຍໃນມື້ນີ້ ໂດຍເນັ້ນວ່າອອສເຕຣເລັຍ ແລະປະເທດເພື່ອນບ້ານອື່ນໆ ຈະບໍ່ຖືກຂົ່ມຂູ່ ຈາກການກະທໍາ ທີ່ຍຸຍົງຈາກປະເທດຈີນ.
ກ່ອນຈະກ່າວຄໍາປາສັຍ, ຣັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮຽກຮ້ອງ ໃຫ້ພູມີພາກເຮັດວຽກຮ່ວມກັນ ເພື່ອເສີມສ້າງຄວາມຫມັ້ນຄົງ ໃນພູມີພາກ.
"ພວກເຮົາ ໄດ້ຊີ້ແຈງຕໍ່ສາທາຣະນະຊົນ ແລະໂດຍກົງ ຕໍ່ປະເທດຈີນ ວ່າພວກເຮົາຖືວ່າ ການທົດສອບຂີປະນາວຸດນັ້ນ ເປັນການທຳລາຍຄວາມຫມັ້ນຄົງ, ແລະພວກເຮົາໄດ້ກ່າວຢ່າງເປີດເຜີຍ ແລະພວກເຮົາໄດ້ກ່າວເຖິງເລື່ອງນີ້ໂດຍກົງ ຕໍ່ຣັດຖະມົນຕີການຕ່າງປະເທດ Wang Yi ໃນການສົນທະນາມື້ວານນີ້."
***********************************
ຣັດຖະບານ Trump ກໍາລັງຕຽມພ້ອມ ທີ່ຈະປະກາດໂຄງການນິວເຄລັຍ ໃນປະເທດ Saudi Arabia ແຕ່ກ່າວວ່າ ຂໍ້ຕົກລົງຈະໃຫ້ເງິນຫລາຍພັນລ້ານໂດລາ ແກ່ອຸດສະຫະກັມນິວເຄລັຍ ຂອງສະຫະຣັດອາເມຣິກາ.
ຂໍ້ຕົກລົງນັ້ນ ຄາດວ່າຈະຖືກສົ່ງໄປຫາສະພາ Congress ໃນສອງສາມມື້ຂ້າງໜ້າ, ແຕ່ບໍ່ຈໍາເປັນ ຕ້ອງໄດ້ຮັບການອະນຸມັດ ເພື່ອໃຫ້ຜ່ານມະຕິ.
Saudi Arabia ໄດ້ຢືນຢັນເປັນເວລາດົນນານ ກ່ຽວກັບສິດທິຂອງຕົນ ໃນການດຳເນີນໂຄງການນິວເຄລັຍ ດ້ານພົນລະເຮືອນ, ແຕ່ການເຄື່ອນໄຫວນັ້ນ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ໃນຊຸມຊົນນາໆຊາດ, ຮວມເຖິງອິດສະຣາເອນ ແລະໃນ Washington DC.
Marco Rubio ຣັດຖະມົນຕີການຕ່າງປະເທດອາເມຣິກາ ກ່າວຈາກກອງປະຊຸມ ASEAN ໃນ Manila, ໂດຍປະຕິເສດຄຳກ່າວອ້າງວ່າ ຂໍ້ຕົກລົງນັ້ນ ເປັນພັຍຄຸກຄາມ ດ້ານນິວເຄລັຍ.
"ເມື່ອເຖິງເວລາທີ່ເຫມາະສົມ, ພວກເຮົາຈະຂຽນເປັນລາຍລັກອັກສອນ. ພວກເຮົາຕ້ອງເຮັດກັບສະພາ Congress. ສະນັ້ນ ແນ່ນອນວ່າ ພວກເຮົາຈະເຮັດຢ່າງເປີດເຜີຍ. ແຕ່ພໍທີ່ຈະບອກໄດ້ວ່າ ສະຫະຣັດອາເມຣິກາ ຈະບໍ່ບັນລຸຂໍ້ຕົກລົງໃດໆ ກັບປະເທດໃດໃນໂລກ ທີ່ນໍາໄປສູ່ຄວາມສ່ຽງ ຂອງການແພ່ຂຍາຍອາວຸດ"
********************************
ສະຫະຣັດອາເມຣິກາ ແລະອີຣານ ໄດ້ແລກປ່ຽນການຂູ່ຄັ້ງໃຫມ່, ໃນຂນະທີ່ ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ຕຽມຈະກ່າວຄຳອໍາລາ ຕໍ່ທະຫານຂອງສະຫະຣັດອາເມຣິກາ ທີ່ເສັຍຊີວິດ ໃນການໂຈມຕີຂອງອີຣານ.
ໃນຂໍ້ຄວາມທີ່ລົງໃນສື່ສານມວນຊົນ, ປະທານາທິບໍດີ Trump ໄດ້ເຕືອນວ່າ ສະຫະຣັດອາເມຣິກາ ຈະທໍາລາຍຂົວ ຫລືໂຮງງານໄຟຟ້າ ສໍາລັບການໂຈມຕີຂອງອີຣານ ໃນ Strait of Hormuz ໃນອະນາຄົດ.
ໃນການຕອບໂຕ້, ກອງບັນຊາການທະຫານຮ່ວມ ລະດັບສູງ ຂອງອີຣານ ກ່າວວ່າ ຖ້າຫາກສະຫະຣັດອາເມຣິກາ ລົງມືປະຕິບັດຕາມຄຳຂູ່ຂອງຕົນ, Tehran ຈະຢຸດການປ່ອຍຂອງນ້ຳມັນ ໃນອ່າວທັງໝົດ ແລະແນເປົ້າຫມາຍ ໄປທີ່ນ້ຳມັນ, ແກັສ, ໄຟຟ້າ ແລະໂຄງສ້າງພື້ນຖານ ທາງເສດຖະກິດ ໃນພູມີພາກ.
ການແລກປ່ຽນນັ້ນ ເກີດຂຶ້ນໃນຂນະທີ່ປະທານາທິບໍດີ Trump ກໍາລັງເດີນທາງ ໄປທີ່ຖານທັບອາກາດ Dover ເພື່ອທຳພິທີການ ສໍາລັບທະຫານຂອງສະຫະຣັດອາເມຣິກາສີ່ຄົນ ທີ່ເສັຍຊີວິດ ໃນການໂຈມຕີຂອງອີຣານ ໃນຕາເວັນອອກກາງ ໃນອາທິດທີ່ຜ່ານມາ.
"ພວກເຮົາຈະໄປ Dover. ພວກທ່ານບາງຄົນ ກໍຈະໄປກັບພວກເຮົາ ເພື່ອໃຫ້ກຽດແກ່ວິຣະບຸຣຸດຂອງພວກເຮົາ ແລະເຂົາເຈົ້າເປັນວິລະບຸຣຸດ ທີ່ຍິ່ງໃຫຍ່ແທ້ໆ. ເຂົາເຈົ້າເວົ້າ, ແລະທຸກຄົນກໍເວົ້າຢ່າງຫນັກແຫນ້ນວ່າ, ພວກເຮົາບໍ່ສາມາດປ່ອຍໃຫ້ອີຣານ ມີອາວຸດ Nuclear. ເຂົາເຈົ້າຈະບໍ່ມີອາວຸດ Nuclear. ສະນັ້ນ, ພວກເຮົາຈະໃຫ້ກຽດແກ່ເຂົາເຈົ້າ. ແລະມັນເປັນສິ່ງທີ່ຍາກທີ່ສຸດທີ່ຈະເຮັດ ສໍາລັບຂ້າພະເຈົ້າ, ມັນເປັນສິ່ງຍາກທີ່ສຸດທີ່ຈະເຮັດ ໃນຖານະປະທານາທິບໍດີ. ແຕ່ເຮົາຕ້ອງເຮັດ."
******************************************
ທ່ານ Andy Burnham, ອະດີດເຈົ້າເມືອງ Greater Manchester ແລະຜູ້ນໍາຄົນໃຫມ່ຂອງ Labour Party, ໄດ້ລົງມືເຮັດຕາມຂັ້ນສຸດທ້າຍ ເພື່ອຮັບຕໍາແຫນ່ງແທນ Keir Starmer ແລະກາຍເປັນນາຍົກຣັດຖະມົນຕີ ຄົນທີເຈັດ ຂອງປະເທດອັງກິດໃນຮອບສິບປີ.
ລາວໄດ້ໄປທີ່ Buckingham Palace ເພື່ອຕອບຮັບຄຳເຊື້ອເຊີນ ຂອງCharles ໃຫ້ຈັດຕັ້ງຣັດຖະບານ ໃນເວລາທີ່ເອີ້ນວ່າ "ຈູບມື (Kissing hands)."
Mr Burnham ກ່າວຢູ່ນອກ 10 Downing Street ສອງສາມນາທີຕໍ່ມາ.
ລາວກ່າວວ່າ ໃນຊຸມປີ 1980s, ປະເທດອັງກິດ ໄດ້ປ່ຽນທິດທາງຜິດ. ອໍານາດທາງການເມືອງ ໄດ້ຖືກລວມເຂົ້າກັນ, ອໍານາດທາງເສດຖະກິດ ໄດ້ຖືກປ່ຽນໄປ ເປັນຂອງເອກກະຊົນ, ແລະອຸດສະຫະກັມສ່ວນໃຫຍ່ ຂອງປະເທດ ກໍຖືກຫລຸດລົງ, ແລະມັນຍັງບໍ່ໄດ້ຟື້ນຟູຄືນໃຫມ່.
"ພວກເຮົາຈະເຮັດໃຫ້ເວລານີ້ ເປັນການປ່ຽນແປງທີ່ຍິ່ງໃຫຍ່ທີ່ສຸດ ໃນໄລຍະ 40 ປີທີ່ຜ່ານມາ, ຮູບແບບການເມືອງໃຫມ່ ແລະຮູບແບບເສດຖະກິດໃຫມ່."
*********************************
Anne Aly ຣັດຖະມົນຕີກະຊວງ Multicultural Affairs ກ່າວວ່າ ການຕອບຮັບຢ່າງເປັນທາງການ ຂອງຣັດຖະບານ ຕໍ່ການລາຍງານຂອງຄນະສອບສວນພິເສດ ກ່ຽວກັບ Islamophobia ໃນອອສເຕຣເລັຍ ສະແດງໃຫ້ເຫັນວ່າ ມັນເປັນບັນຫາທີ່ອັນຕະຣາຍ.
ຣັດຖະບານ ໄດ້ຕົກລົງທີ່ຈະຮັບເອົາ ຫລາຍກວ່າເຄິ່ງຫນຶ່ງ ຂອງຄໍາແນະນໍາ 54 ຂໍ້, ຮວມເຖິງ: ການການເພີ່ມຊັບພະຍາກອນ ຂອງຕໍາຫລວດແຫ່ງຊາດ ເພື່ອປັບປຸງການລາຍງານ ແລະການຕອບສນອງຕໍ່ Islamophobia ຜ່ານການປະສານງານຊຸມຊົນ; ແລະການທົບທວນຫລັກສູດແຫ່ງຊາດ ເພື່ອຕ້ານທານອະຄະຕິທາງເຊື້ອຊາດ ແລະສາສນາ.
ຜູ້ສນັບສນູນ ຍິນດີກັບມາດຕະການ, ແຕ່ໄດ້ຮຽກຮ້ອງ ໃຫ້ຮັບເອົາຄໍາແນະນໍາທີ່ເຫລືອຢູ່, ຮວມທັງການທົບທວນກົດຫມາຍ ເລື່ອງການຕໍ່ຕ້ານ ຜູ້ກໍ່ການຮ້າຍຢ່າງອິດສຣະ; ແລະການສອບສວນກ່ຽວກັບ Islamophobia, anti-Palestinian ແລະ anti-Arab racism.
Ms Aly ໄດ້ບອກກັບ SBS Arabic ວ່າຄໍາແນະນໍາທີ່ຍັງເຫລືອ ຍັງຢູ່ໃນລະຫວ່າງການພິຈາຣະນາ-ແຕ່ມັນສໍາຄັນ ທີ່ຣັດຖະບານໄດ້ຮັບຮູ້ເຖິງບັນຫານີ້.
**********************************
Royal Commission on Antisemitism and Social Cohesion ກໍາລັງແນໃສ່ ກັບຄວາມປອດພັຍ ສໍາລັບຊຸມຊົນຊາວຢິວ ແລະວິທີ ທີ່ຣັດຖະບານ ສາມາດທໍາງານຮ່ວມກັບກຸ່ມອາສາສມັກ.
ມັນເປັນພາກທີຫ້າ ຂອງການຮັບຟັງຄວາມຄິດເຫັນ ສາທາຣະນະ ຂອງ Mark Dreyfus, ຜູ້ແທນຂອງຣັດຖະບານ ແລະອະດີດໄອຍະການສູງສຸດ (Attorney General), ຫລັງຈາກໄດ້ປະເຊີນ ກັບການລ່ວງລະເມີດantisemitic ໃນຫລາຍປີ ຫລັງຈາກວັນທີ 7 ຕຸລາ.
ລາວໄດ້ບອກຄນະກັມມາທິການວ່າ ມີຮູບແຕ້ມຢູ່ທາງຍ່າງນອກຫ້ອງການຂອງລາວ ທີ່ຖາມວ່າລາວຮັບໃຊ້ໃຜ, ຊຶ່ງລາວກ່າວວ່າ ອ້າງເຖິງຄໍາເວົ້າທີ່ເກົ່າແກ່ ທີ່ຕໍ່ຕ້ານຊາວຢິວ ແລະສ້າງຄວາມເຈັບປວດຫລາຍ.
**********************************
ຜູ້ສນັບສນູນ ຂະບວນການແມງສາບ (Cockroach movement) ທີ່ນຳໂດຍຊາວໜຸ່ມຫລາຍພັນຄົນ ໃນປະເທດອິນເດັຍ ໄດ້ເດີນຂະບວນໄປທີ່ຣັດຖະສະພາ ເພື່ອຮຽກຮ້ອງໃຫ້ຣັດຖະມົນຕີກະຊວງສຶກສາ ລາອອກຈາກຕໍາແຫນ່ງ.
ຕໍາຫລວດໄດ້ປະຕິເສດ ການອະນຸຍາດການປະທ້ວງ ແລະເຈົ້າຫນ້າທີ່ຫລາຍສິບຄົນ ໄດ້ອ້ອມສະຖານທີ່ປະທ້ວງ ທີ່ມີສິ່ງກີດຂວາງ ໃນໃຈກາງເມືອງ New Delhi ແລະຮູບພາບໄດ້ສະແດງໃຫ້ເຫັນ ຕໍາຫລວດໄດ້ໃຊ້ໄມ້ ຕີຜູ້ປະທ້ວງບາງຄົນ ຫລັງຈາກເຂົາເຈົ້າພະຍາຍາມຂ້າມສິ່ງກີດຂວາງ.
ການເຄື່ອນໄຫວນັ້ນ ໄດ້ເລີ່ມຂຶ້ນ ຫລັງຈາກເອກະສານການສອບເສັງ ເຂົ້າໂຮງຮຽນແພດແຫ່ງຊາດ ໄດ້ຮົ່ວໄຫຼ, ເຮັດໃຫ້ນັກຮຽນຫລາຍກວ່າສອງລ້ານຄົນ ຕ້ອງສອບເສັງເປັນເທື່ອທີສອງ.
Sneha Eppili ຜູ້ປະທ້ວງອາຍຸ 26 ປີກ່າວວ່າ ຣັດຖະບານເປັນຫນີ້ຄຳຕອບ ຕໍ່ຜູ້ທີ່ເລືອກຕັ້ງ.
"ຂ້າພະເຈົ້າ ໄດ້ເລືອກຣັດຖະບານນີ້. ສະນັ້ນ ຂ້າພະເຈົ້າຄິດວ່າ ມັນມີຫນ້າທີ່ຮັບຜິດຊອບ ທີ່ຈະຕອບຄໍາຖາມຂອງພວກເຮົາ. ນັ້ນຄືສິດທິພື້ນຖານຂອງມະນຸດ ທີ່ຂ້າພະເຈົ້າສົມຄວນໄດ້ຮັບ, ແລະຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຕ້ອງຮັບຜິດຊອບ ຕໍ່ສິ່ງທີ່ກໍາລັງເກີດຂຶ້ນ ເພາະຂ້າພະເຈົ້າໄດ້ເລືອກເອົາຣັດຖະບານນີ້ ແລະສະນັ້ນ, ຂ້າພະເຈົ້າຈຶ່ງມານີ້ ເພື່ອຂໍຄໍາຕອບ."
*******************************
ການຝຶກຊ້ອມລະຫວ່າງປະເທດ ທີ່ໃຫຍ່ທີ່ສຸດ ຂອງກອງທັບອາກາດ ອອສເຕຣເລັຍ (Royal Australian Air Force) ກໍາລັງດໍາເນີນຢູ່ ໃນthe Northern Territory ແລະຈະດໍາເນີນຕໍ່ໄປ ອີກເປັນເວລາສາມອາທິດ.
ການຝຶກຊ້ອມ Pitch Black ໄດ້ດໍາເນີນມາເປັນເວລາ 40 ປີ ແລະໄດ້ຮວບຮວມຍົນ 100 ລໍາ ແລະບຸກຄະລາກອນ ຈາກ 21 ປະເທດ ທີ່ເປັນພັນທະມິດ, ຊຶ່ງຕັ້ງຢູ່ນອກເມືອງ Darwin ຈົນເຖິງກາງເດືອນສິງຫາ.
ຍົນ Fast Jets ລໍາທໍາອິດທີ່ມາເຖິງໃນປີນີ້ ແມ່ນຈາກກອງທັບອາກາດ ຟີລິບປິນສ໌, ຊຶ່ງກັບຄືນມາ ຕັ້ງແຕ່ເຂົາເຈົ້າໄດ້ເລີ່ມຕົ້ນໃນປີ 2024.
ໃນຄໍາຖແລງການ ທີ່ເຜີຍແພ່ໂດຍ A-D-F, ເຈົ້າຫນ້າທີ່ອາວຸໂສ ຂອງກອງທັບອອສເຕຣເລັຍທີ່ຖານ R-A-A-F ໃນ Darwin, Wing Commander Rowan Paice, ກ່າວວ່າ ການໃຫ້ກອງທັບຟີລິບປິນມີສ່ວນຮ່ວມ ເປັນສິ່ງສໍາຄັນທາງຍຸດທະສາດ.
ລາວກ່າວວ່າ: ມັນເປັນເລື້ອງດີ ທີ່ເຂົາເຈົ້າກັບຄືນມາ, ຊຶ່ງສົ່ງຜົນຕໍ່ຄວາມສໍາພັນ ລະຫວ່າງສອງປະເທດ, ເພື່ອສົ່ງເສີມຄວາມຫມັ້ນຄົງໃນພູມີພາກ.
********************************
ທີມເຕະບານ ທີ່ຊນະແຊ້ມປ້ຽນໂລກຂອງ Spain ໄດ້ຖືກຕ້ອນຮັບກັບບ້ານ ທີ່ເມືອງ Madrid ໂດຍຜູ້ຄົນເກືອບສອງລ້ານຄົນ.
ນັກເຕະ 26 ຄົນ ແລະຄູຝຶກຂອງເຂົາເຈົ້າ ໄດ້ພົບກັບກະສັດຂອງປະເທດ ແລະນາຍົກຣັດຖະມົນຕີ, Pedro Sánchez, ຫລັງຈາກໄດ້ໄປເຖິງເມືອງຫລວງຂອງ Spain, ຫລັງຈາກເອົາຊະນະ Argentina 1-0 ໃນ New Jersey ໃນວັນອາທິດ.
ຈາກນັ້ນ ທີມໄດ້ຂຶ້ນຣັດບັສເປີດຫຼັງຄາ ໃນການເດີນທາງຜ່ານໃຈກາງຂອງເມືອງ Madrid ເພື່ອການຕ້ອນຮັບຈາກແຟນບານ.
Lucia Romero ແຟນຟຸດບານຄົນໜຶ່ງເວົ້າວ່າ ມັນຍາກທີ່ຈະເຊື່ອວ່າ ນາງໄດ້ເຫັນດາວເຕະບານ ໃນຊີວິດຈິງ.
"ການເຫັນຣົດບັສ ເປັນສິ່ງທີ່ຫນ້າອັດສະຈັນ. ຫລາຍເທື່ອທີ່ຂ້າພະເຈົ້າຄິດວ່າ ນັກເຕະບໍ່ແມ່ນຄົນຈິງ, ຄືກັບວ່າ ມັນເປັນເລື່ອງນິຍາຍ ຢູ່ອີກເບື້ອງຫນຶ່ງຂອງຈໍ. ການໄດ້ເຫັນເຂົາເຈົ້າ ນໍາເອົາຖ້ວຍແຊ້ມປ້ຽນໂລກອີກເທື່ອຫນຶ່ງ, ເປັນທີມທີ່ສາມັກຄີກັນ, ມັນຫນ້າຕື່ນເຕັ້ນຫຼາຍ."
ລາຍງານໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






