ອີງຕາມເຈົ້າຫນ້າທີ່ການປະມົງໃນປາຊີຟິກ, ການລະເມີດທີ່ຍາກທີ່ສຸດປະການຫນຶ່ງ ເມື່ອເວົ້າເຖິງ ການປະມົງຫລາຍເກີນໄປ (Overfishing) ແມ່ນຄວາມສາມາດ ທີ່ຈະກວດສອບການຈັບປາ-ແລະຮັບຮອງການປະຕິບັດ ຕາມໃບອະນຸຍາດການປະມົງ. ໃນຄວາມພະຍາຍາມ ທີ່ຈະຕໍ່ສູ້ກັບເລື່ອງນີ້-ຜູ້ສັງເກດການ ການປະມົງປະຈຳການ ຢູ່ໃນເຮືອປະມົງການຄ້າຫລາຍລໍາເພື່ອເຝົ້າເບິ່ງ-ແຕ່ມັນຍັງຖືກຖືວ່າ ເປັນວຽກງານທີ່ອັນຕະຣາຍທີ່ສຸດໃນໂລກ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຜູ້ສັງເກດການ ການປະມົງໃນເຂດເກາະປາຊີຟິກ.
ນີ້ເປັນຕອນທີສອງ ຂອງບົດຄວາມພິເສດຂອງພວກເຮົາ ກ່ຽວກັບການຫາປາ Tuna ໃນເຂດປາຊີຟິກ.
ອີງຕາມເຈົ້າຫນ້າທີ່ການປະມົງໃນປາຊີຟິກ, ການລະເມີດທີ່ຍາກທີ່ສຸດປະການຫນຶ່ງ ເມື່ອເວົ້າເຖິງ ການປະມົງຫລາຍເກີນໄປ (Overfishing) ແມ່ນຄວາມສາມາດ ທີ່ຈະກວດສອບການຈັບປາ-ແລະຮັບຮອງການປະຕິບັດ ຕາມໃບອະນຸຍາດການປະມົງ.
ໃນຄວາມພະຍາຍາມ ທີ່ຈະຕໍ່ສູ້ກັບເລື່ອງນີ້-ຜູ້ສັງເກດການ ການປະມົງປະຈຳການ ຢູ່ໃນເຮືອປະມົງການຄ້າຫລາຍລໍາເພື່ອເຝົ້າເບິ່ງ-ແຕ່ມັນຍັງຖືກຖືວ່າ ເປັນວຽກງານທີ່ອັນຕະຣາຍທີ່ສຸດໃນໂລກ.
ແລະເລື່ອງນີ້ ໄດ້ຮັບການສນັບສນູນຈາກ Pulitzer Centre.
ອຸດສາຫະກັມປາ Tuna ທົ່ວໂລກ ມີມູນຄ່າປະມານ 40 ພັນລ້ານໂດລາສະຫະຣັດຕໍ່ປີ-
ແຕ່ອີງຕາມຜູ້ຊ່ຽວຊານ, ການຂາດຄວາມໂປ່ງໃສ ເມື່ອກ່າວເຖິງປະຣິມານປາທີ່ຈັບໄດ້ໃນທະເລ ເປັນພັຍຄຸກຄາມທີ່ໃຫຍ່ທີ່ສຸດ ຕໍ່ຄວາມຍືນຍົງຂອງການປະມົງ.
ນີ້ແມ່ນ Allan Rahari, ຮອງຜູ້ອໍານວຍການຊົ່ວຄາວ ຂອງ Pacific Islands Forum Fisheries Agency ແລະຜູ້ອໍານວຍການ ຝ່າຍປະຕິບັດການປະມົງ.
“ຄວາມສ່ຽງທີ່ໃຫຍ່ທີ່ສຸດ ສໍາລັບພູມີພາກຂອງເຮົາ ສ່ວນໃຫຍ່ແມ່ນສິ່ງທີ່ເຮົາເອີ້ນວ່າ ການຫາປາທີ່ບໍ່ມີລາຍງານ, ຫມາຍຄວາມວ່າ ເຮືອປະມົງບໍ່ໄດ້ໃຫ້ລາຍງານການຈັບປາຂອງເຂົາເຈົ້າ ຢ່າງຖືກຕ້ອງ.”
ເພື່ອຕໍ່ສູ້ກັບປັນຫານີ້, ປະເທດໃນປາຊີຟິກສ່ວນໃຫຍ່ ໄດ້ສັ່ງໃຫ້ຜູ້ສັງເກດການປະມົງ ປະຈຳການຢູ່ໃນເຮືອ purse seine ທຸກລໍາ-ຊຶ່ງໃຊ້ມອງໃນການຈັບຝູງປາ ເຊັ່ນ ປາ Skipjack ແລະປາ Yellowfin Tuna.
Rahari ອີກ:
“ສ່ວນໃຫຍ່ ຜູ້ສັງເກດການ ຖືກໃຊ້ໃນການສນັບສນູນງານດ້ານວິທະຍາສາດ, ໂດຍສະເພາະ ການຮວບຮວມຂໍ້ມູນ, ແຕ່ຕອນນີ້ ຜູ້ສັງເກດການ ກໍາລັງຖືກໃຊ້ ເພື່ອຮວບຮວມຂໍ້ມູນ ການປະຕິບັດຕາມກົດລະບຽບນໍາອີກ.”
Charlyn Golu ເປັນຮອງຜູ້ອໍານວຍການ ຂອງຜແນກນອກຝັ່ງທະເລຂອງ Ministry of Fisheries and Marine Resources ໃນເກາະ Solomon Islands
ນາງດູແລໂຄງການຝຶກອົບຮົມ ຜູ້ສັງເກດການ ການປະມົງຂອງປະເທດ.
“ເຂົາເຈົ້າຝຶກອົບຮົມກົດຫມາຍການປະມົງ. ວິທີຮວບຮວມຂໍ້ມູນທີ່ຖືກຕ້ອງ ເພື່ອລະບຸສາຍພັນ ແລະຝຶກອົບຮົມຄວາມປອດພັຍທາງທະເລ. ເຂົາເຈົ້າເປັນຄືກັນກັບຕໍາຫລວດໃນທະເລ."
ນັກຂ່າວຖາມ: “ແລະມັນເປັນບົດບາດທີ່ອັນຕະຣາຍ ຫຼືບໍ່?"
Charlyn: "ຂ້ອຍກໍຄິດວ່າແນວນັ້ນ, ຂ້ອຍບໍ່ຢາກໄປທີ່ນັ້ນ!"
ອີງຕາມສະມາຄົມຜູ້ສັງເກດການມືອາຊີບ (the Association of Professional Observers), ຕັ້ງແຕ່ປີ2015, ມີຜູ້ສັງເກດການ ການປະມົງຢ່າງຫນ້ອຍ 14 ຄົນໄດ້ສູນຫາຍ ຫລືເສັຍຊີວິດໃນທະເລ-ກຸ່ມສິດທິມະນຸດລະບຸວ່າ ບາງຄົນພາຍໃຕ້ສະຖານະການ ທີ່ໜ້າສົງສັຍ.
ຫນຶ່ງໃນນັ້ນແມ່ນ Eritara Aati Kaierua ຜູ້ສັງເກດການຊາວ I-Kirabati ຊຶ່ງເສັຍຊີວິດໃນເຮືອ Win Far 636 ທີ່ຕິດທຸງໄຕ້ຫວັນ ໃນປີ 2020.
David Hammond, ອະດີດທະຫານເຮືອ ແລະທະນາຍຄວາມຊາວອັງກິດ, ເປັນຜູ້ກໍ່ຕັ້ງ Human Rights at Sea International.
“ເຈົ້າໜ້າທີ່ພິສູດສົບຄົນທໍາອິດ ທີ່ໄດ້ເຫັນສົບແທ້ໆ ໄດ້ເນັ້ນຫນັກໃນລາຍງານທີ່ເປັນທາງການ ແລະເປີດເຜີຍວ່າ Eritara ໄດ້ເສັຍຊີວິດຍ້ອນບາດແຜ ຈາກການຖືກຕີທີ່ຫົວ ດ້ວຍຂອງແຂງ. ການທົບທວນເທື່ອທີສອງ ແລະຕາມຈິງແລ້ວ, ຈາກການທົບທວນເທື່ອທີສາມ ຂອງເຈົ້າໜ້າທີ່ພິສູດສົບທີ່ເປັນອິດສຣະ, ຊຶ່ງໄດ້ເຮັດຢູ່ບ່ອນອື່ນ, ແລະບໍ່ໄດ້ເຫັນສົບ, ໄດ້ປ່ຽນຜົນການຄົ້ນພົບວ່າ ຕາຍດ້ວຍສາເຫດທັມມະຊາດ. Eritara ມີອາຍຸ 40 ປີໃນຕອນນັ້ນ, ເຫມາະສົມທີ່ຈະເຮັດວຽກຂອງລາວ, ໄດ້ຮັບການລົງນາມ ໃຫ້ເຮັດວຽກຂອງລາວ ແລະເປັນນັກເດີນເຮືອ ທີ່ມີປະສົບການ.”
Human Rights at Sea ໄດ້ຮັບຮູບພາບຈາກກ້ອງ CCTV ຈາກເຮືອຊຶ່ງສະແດງໃຫ້ເຫັນ ຊ່ວງເວລາສຸດທ້າຍຂອງ Eritara:
“ແລະຍັງສະແດງໃຫ້ເຫັນ ເຖິງພະນັກງານທີ່ໃສ່ຫນ້າກາກ ແບກຮ່າງຂອງລາວໄປຕາມທາງຍ່າງ ນອກຫ້ອງໂດຍສານຂອງລາວ.”
ຫົກປີຜ່ານໄປ-NGO ຍັງສນັບສນູນ ການຊອກຫາຄໍາຕອບ ໃນນາມຂອງຄອບຄົວຂອງ Eritara.
Hammond ອີກເມື່ອໜຶ່ງ:
“ລາວມີປຶ້ມບັນທຶກສ່ວນຕົວ ແລະໃນທີ່ສຸດປຶ້ມບັນທຶກນັ້ນ ກໍຖືກພົບວ່າບໍ່ຄົບຖ້ວນ ໂດຍມີສ່ວນຕ່າງໆ ທີ່ຖືກລຶບອອກ, ຊຶ່ງເປັນຫນຶ່ງໃນ 26 ຄໍາຖາມ ທີ່ບໍ່ສາມາດອະທິບາຍໄດ້ ແລະຍັງຄ້າງຄາຢູ່ ທີ່ພວກເຮົາໄດ້ເນັ້ນຫນັກ ຈາກການສອບສວນຂອງພວກເຮົາ ແລະຈົນເຖິງປະຈຸບັນນີ້ ກໍຍັງບໍ່ມີຄຳຕອບເທື່ອ.”
SBS News ໄດ້ຕິດຕໍ່ຫາເຈົ້າຫນ້າທີ່ຂອງ Kiribati ເພື່ອຂໍຄວາມຄິດເຫັນ, ຮວມທັງ Ministry of Fisheries and Ocean Resources, ຕໍາຫລວດ,ສຳນັກງານໄອຍະການ ແລະສຳນັກງານປະທານາທິບໍດີ, ແຕ່ບໍ່ໄດ້ຮັບການຕອບກັບ.
SBS News ບໍ່ສາມາດຕິດຕໍ່ ກັບເຈົ້າຂອງເຮືອ Win Far 636, ເພື່ອສອບຖາມເຂົາເຈົ້າຕື່ມອີກ.
ເຫັນໄດ້ຢ່າງຊັດແຈ້ງວ່າ ການເປັນຜູ້ສັງເກດ ເປັນວຽກງານທີ່ກ່ຽວກັບຄວາມກ້າຫານ-ແຕ່ເຮົາຖືກບອກວ່າ ຢ້ານການລົງໂທດ ໃນຂນະທີ່ຢູ່ໃນທະເລ, ໄດ້ເຮັດໃຫ້ບາງຄົນ ຢ້ານທີ່ຈະເວົ້າຢ່າງເປີດເຜີຍ ກ່ຽວກັບປະສົບການຂອງເຂົາເຈົ້າ.
Jude Piruku, ເປັນຜູ້ຊ່ວຍໂຄງການ ຜູ້ສັງເກດການຢູ່ໃນເກາະ Solomon Islands.
ລາວໄດ້ທໍາງານ ເປັນຜູ້ສັງເກດການ ການປະມົງ ເປັນເວລາ 10 ປີ, ຈົນເຖິງປີ 2019 ແລະເວົ້າວ່າ ໃນເວລານັ້ນ ລາວຮູ້ສຶກວິຕົກກັງວົນ ທີ່ຈະລົງເຮືອປະມົງ ເພື່ອເຮັດວຽກຂອງລາວ.
“ຄວາມຢ້ານກົວ ທີ່ຈະຖືກໂຍນລົງທະເລ, ຢ້ານຖືກຄາດຕະກັມ, ຢ້ານເຮືອຫຼົ້ມ. ຫລັງຈາກສອງສາມອາທິດ ເມື່ອທ່ານຮູ້ຈັກກັບລູກເຮືອແລ້ວ, ຄວາມຢ້ານກົວນັ້ນຈະຫາຍໄປ. ທ່ານສາມາດຮູ້ສຶກປອດພັຍ ຕອນຢູ່ໃນເຮືອ, ທ່ານສາມາດເຮັດວຽກຂອງທ່ານໄດ້.”
ຜູ້ສັງເກດການ ອາດຕ້ອງໃຊ້ເວລາຫລາຍເດືອນ ຢູ່ໃນທະເລ-Jude ກ່າວວ່າ ຜົນປໂຍດທາງການເງິນ, ຄວາມກະຕືລືລົ້ນ ໃນມະຫາສມຸດ ແລະຄວາມສາມາດ ທີ່ຈະເຫັນໂລກກວ້າງ ເປັນສິ່ງດຶງດູດຂອງອາຊີບ ທີ່ທ້າທາຍນີ້.
ນັກຂ່າວຖາມ: "ທ່ານໄດ້ເຫັນ ການລະເມີດການປະຕິບັດ ຕາມກົດລະບຽບຫຍັງແດ່?"
Jude ຕອບ: “ເຮືອ Purse seine ແມ່ນເຮືອລ່າກຸ່ມປາວານ, ແລະຄີປາ ສລາມດ້ວຍມອງ. ໃນການເດີນທາງເທື່ອຫນຶ່ງຂອງຂ້າພະເຈົ້າ ໃນເຮືອຍາວຂອງຈີນ, ຂ້າພະເຈົ້າ ໄດ້ຖືກຂັດຂວາງໂດຍນາຍເຮືອ ຈາກການເຮັດວຽກຂອງຂ້າພະເຈົ້າ ແລະເຫດການນັ້ນກໍຖືກລາຍງານ."
ນັກຂ່າວ: "ທ່ານຮູ້ສຶກວ່າ ມີການປ່ຽນແປງໃນອາຊີບນີ້ ເພື່ອເຮັດໃຫ້ມັນປອດພັຍຫລາຍຂຶ້ນຫຼືບໍ່?"
Jude ຕອບ: "ຕອນນີ້ ພວກເຮົາມີໂຄງການຕອບແທນ ຜູ້ສັງເກດການ. ຄອບຄົວຂອງທ່ານ ຈະໄດ້ຮັບຄ່າຊົດເຊີຍ ຖ້າທ່ານເສັຍຊີວິດ."
Allan Rahari ກ່າວວ່າ ເຄື່ອງມືດ້ານຄວາມປອດພັຍ ກໍຖືກໃຊ້ເພື່ອຊ່ອຍ ໃນມາດຕະການ ຮັກສາຄວາມປອດພັຍນໍາອີກ.
“ເຄື່ອງມືຄວາມປອດພັຍບາງຢ່າງ ຮວມເຖິງສັນຍານລະບຸຕຳແໜ່ງສ່ວນຕົວ, ດ້ວຍເຫດຜົນບາງຢ່າງ, ຖ້າຫາກທ່ານຕົກລົງໃນທະເລ, ສັນຍານເຫຼົ່ານັ້ນ ສາມາດເປີດໃຊ້ງານໄດ້. ດັ່ງນັ້ນ, ເມື່ອເຂົາເຈົ້າຖືກລູກເຮືອລ່ວງລະເມີດ ເມື່ອຢູ່ເທິງເຮືອປະມົງ, ເຂົາເຈົ້າສາມາດບີບອຸປະກອນທີ່ຈະສົ່ງ SOS ໄດ້.”
ເຖິງແມ່ນວ່າ ຜູ້ສັງເກດການ ການປະມົງມີບົດບາດສໍາຄັນ, ແຕ່ມັນໄດ້ເນັ້ນຫນັກວ່າ, ເຂົາເຈົ້າບໍ່ໄດ້ເປັນຄຳຕອບທຸກຢ່າງ ໃນການຈໍາກັດການປະມົງຫລາຍເກີນໄປ.
ຈາກຂໍ້ມູນຂອງ Ministry of Fisheries and Marine Resources ຂອງSolomon Islands, ເທັກໂນໂລຈີ ການຄວບຄຸມເຄື່ອງເອເລັກໂທຣນິກ ທີ່ມີເຄື່ອງມືເຊັ່ນ GPS, ກ້ອງຖ່າຍວິດີໂອ ແລະ Sensor ກໍາລັງຖືກນໍາໃຊ້ຢູ່ໃນເຮືອປະມົງການຄ້າ ເພື່ອສົ່ງເສີມການຢືນຢັນລາຍງານ ແລະການປະຕິບັດຕາມກົດລະບຽບ.
ນີ້ຄື Charlyn Golu ອີກ.
“ພວກເຮົາຕິດຕັ້ງກ້ອງຢູ່ໃນເຮືອ ເພື່ອວ່າມັນຈະບັນທຶກກິດຈະກັມ ໃນເຮືອຕລອດ 24 ຊົ່ວໂມງ. ສະນັ້ນ, ມັນຈຶ່ງເປັນການຫລຸດຜ່ອນ ກິດຈະກັມທີ່ຜິດກົດຫມາຍ, ໂດຍທີ່ຮູ້ວ່າ ລູກເຮືອຈະຮູ້ວ່າມີກ້ອງຢູ່ໃນເຮືອ,ເຂົາເຈົ້າຈະຢູ່ໃນກ້ອງ, ນັ້ນອາດຫລຸດຜ່ອນຄວາມສ່ຽງ ຂອງການເຮັດກິດຈະກັມ ທີ່ຜິດກົດຫມາຍເຊັ່ນກັນ.”
ນັ້ນແມ່ນຄວາມພະຍາຍາມ ທີ່ຈະຮັກສາສາຍໂສ້ອາຫານໃຫ້ຊື່ສັດ-ແລະ 'ປາໂຕໃຫຍ່' ຂອງອຸດສະຫະກັມ ມີຄວາມຮັບຜິດຊອບ.
ລາຍງານໂດຍ Jennifer Scherer ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌http://sbs.com.au/lao
ທ່ານຍັງສາມາດຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






