ຈຸດສຳຄັນ:
- ໃຫ້ທົບທວນປະກັນພັຍຂອງທ່ານ ວ່າມັນຄອບຄຸມ ແລະບໍ່ຄອບຄຸມຫຍັງແດ່ ໂດຍອີງຕາມຄວາມສ່ຽງຕໍ່ເຮືອນ ແລະຊັບສິນຂອງທ່ານສເມີ.
- ນໍ້າຖ້ວມ ສາມາດເກີດຂຶ້ນໄດ້ຫຼາຍວິທີ ແລະບໍ່ແມ່ນທຸກປະເພດ 9tໄດ້ຮັບການຄອບຄຸມ ໂດຍນະໂຍບາຍປະກັນພັຍ ທີ່ທ່ານເລືອກ.
- ຮັບໃບສເນີລາຄາ ຈາກບໍຣິສັດປະກັນພັຍຫຼາຍບ່ອນ ເມື່ອຊື້ ຫຼືຕໍ່ປະກັນພັຍ ເຮືອນແລະຊັບສິນ (Contents)
ປະກັນພັຍຄົວເຮືອນ ມີສອງປະເພດຫຼັກຄື: ປະກັນພັຍອາຄານ ແລະ ປະກັນພັຍຊັບສິນ (Contents).
"ຖ້າຫາກທ່ານ ເປັນເຈົ້າຂອງບ້ານເຮືອນຂອງທ່ານເອງ ຫລືທະນາຄານເປັນເຈົ້າຂອງບ້ານເຮືອນຂອງທ່ານ, ຕາມຫຼັກການແລ້ວ, ທ່ານຈະມີປະກັນພັຍທັງສອງຢ່າງ ແລະຖ້າຫາກທ່ານເຊົ່າເຮືອນ, ແລ້ວທ່ານພຽງແຕ່ໃຫ້ມີປະກັນພັຍຊັບສິນ (Contents) ຂອງທ່ານ," Jodi Bird ຜູ້ຊ່ຽວຊານ ດ້ານປະກັນພັຍຂອງ Choice ກ່າວ.
ຊັບສິນ (Contents) ແມ່ນຕັ້ງແຕ່ ເຄື່ອງເອເລັກໂຕຣນິກ ແລະອຸປະກອນກິລາ, ເຄື່ອງເອ້ ແລະເຄື່ອງຊ່ວຍທາງການແພດ, ຈົນເຖິງເຄື່ອງເຮືອນ, ເຄື່ອງໃຊ້ໃນເຮືອນຄົວ ແລະ ມໍຣະດົກຂອງຄອບຄົວ.
ດ້ວຍປະກັນພັຍຊັບສິນ (Contents) ທ່ານສາມາດສ້ອມແປງ ຫຼືທົດແທນຊັບສິນໄດ້ ຖ້າຫາກມັນໄດ້ຮັບຄວາມເສັຍຫາຍ ຫຼືສູນເສັຍຈາກເຫດການທີ່ມີປະກັນພັຍ.
Mr Bird ອະທິບາຍວ່າ: "ເຄື່ອງຄິດໄລ່ຂອງບໍຣິສັດປະກັນພັຍ ຈະຊ່ວຍທ່ານໃຫ້ຄິດວ່າ ສິ່ງຂອງທັງຫມົດນັ້ນ ມີມູນຄ່າຫຼາຍສໍ່າໃດ.”

ເຮັດບັນຊີຊັບສິນ (Contents) ທີ່ທ່ານຢາກປະກັນ ແລະກວດສອບແຕ່ລະຢ່າງ ໂດຍຫມາຍໃສ່ແຕ່ລະສິ່ງ ເພື່ອປະເມີນຄຸນຄ່າຂອງມັນ. Credit: Eleganza/Getty Images
ໃຫ້ກວດສອບ ຄວາມຄອບຄຸມ ຂອງປະກັນພັຍຂອງທ່ານ
ຄຳຊີ້ແຈງ ການເປີດເຜີຍຜລິດຕະພັນ (Product Disclosure Statement-PDS) ອະທິບາຍເຖິງ ສິ່ງທີ່ນະໂຍບາຍຂອງທ່ານຄອບຄຸມ ແລະຍົກເວັ້ນຫຍັງແດ່..
ການຍົກເວັ້ນທົ່ວໄປຢ່າງຫນຶ່ງ ທີ່ຫລາຍຄົນມອງຂ້າມ ຄືການປະຖິ້ມເຮືອນ ໃຫ້ບໍ່ມີຄົນອາສັຍຢູ່ ເປັນເວລາດົນນານ.
"ຖ້າທ່ານໄປທ່ຽວ ເປັນເວລາດົນນານ, ຫລືຍົກຕົວຢ່າງ, ຖ້າຫາກທ່ານ ໄດ້ຍ້າຍອອກຈາກເຮືອນຂອງທ່ານ ໃນຂນະທີ່ມັນກໍາລັງຖືກສ້ອມແປງ, ທີ່ຈິງແລ້ວ ທ່ານຈໍາເປັນຕ້ອງບອກບໍຣິສັດປະກັນພັຍຂອງທ່ານ ເພາະເຂົາເຈົ້າ ອາດຈະບໍ່ປົກປ້ອງທ່ານ ຖ້າທ່ານບໍ່ຢູ່ເຮືອນດົນເກີນໄປ," Mr Bird ເຕືອນ.
ນະໂຍບາຍ ປະກັນພັຍບ້ານເຮືອນທົ່ວໄປ ຈະຄອບຄຸມອຸປະຕິເຫດເຊັ່ນ ການລັກຊັບ, ໄຟໄຫມ້, ລົມພະຍຸ ແລະນ້ຳຖ້ວມ.
ໃຫ້ກວດເບິ່ງຂໍ້ຍົກເວັ້ນ ທີ່ອາດກ່ຽວຂ້ອງ ກັບສະພາບການຂອງທ່ານ ສເມີ.
ຍົກຕົວຢ່າງ ຖ້າທ່ານອາສັຍຢູ່ໃກ້ຝັ່ງທະເລ ໃຫ້ເບິ່ງວ່ານະໂຍບາຍຂອງທ່ານ ເວົ້າແນວໃດ ກ່ຽວກັບຄວາມເສັຍຫາຍຈາກນໍ້າທະເລ.
" ສິ່ງຕ່າງໆເຊັ່ນ ນ້ຳທະເລສູງ, ຄື້ນທະເລ, ຊຶ່ງເມື່ອລະດັບນ້ຳທະເລສູງຂຶ້ນ ພ້ອມກັບລົມພະຍຸ ຫລືຄື້ນທະເລ, ສິ່ງເຫລົ່ານີ້ ສ່ວນຫລາຍຈະຖືກຍົກເວັ້ນ ຈາກປະກັນພັຍບ້ານເຮືອນ," Mr Bird ກ່າວ.
ການຍົກເວັ້ນ ການຄອບຄຸມທົ່ວໄປ ອີກຢ່າງຫນຶ່ງ ແມ່ນກ່ຽວກັບເຫດການໄຟໄຫມ້.
"ທ່ານອາດບໍ່ໄດ້ຮັບການຄອບຄຸມ ສໍາລັບບາງສິ່ງ ທີ່ຖືກເຜົາໄຫມ້, ຊຶ່ງບໍ່ມີແປວໄຟແທ້ໆ. ຍົກຕົວຢ່າງ, ຖ້າຫາກ ທ່ານເຮັດເຄື່ອງເຮັດຄວາມຮ້ອນລົ້ມ ຢູ່ພື້ນ ແລະມັນບໍ່ໄດ້ເຮັດໃຫ້ມີແປວໄຟ ແຕ່ເຮັດໃຫ້ພົມຂອງທ່ານໄໝ້, ພົມຂອງທ່ານ ຈະບໍ່ໄດ້ຮັບການຄອບຄຸມ"

ນະໂຍບາຍປະກັນພັຍເຮືອນສ່ວນຫຼາຍ ຈະຄອບຄຸມທ່ານ ສໍາລັບຄວາມເສັຍຫາຍຈາກສັດ ແຕ່ບໍ່ແມ່ນສໍາລັບຄວາມເສັຍຫາຍ ທີ່ເກີດຈາກສັດລ້ຽງຂອງທ່ານ. Credit: sturti/Getty Images
ສໍາລັບຜູ້ຊື້ເຮືອນ
ຕາມປົກກະຕິແລ້ວ ຕ້ອງມີປະກັນພັຍ ເມື່ອທ່ານກູ້ຢືມເງິນຊື້ເຮືອນ.
Andrew Hall ເປັນ CEO ຂອງ ສະພາ ປະກັນ ພັຍ ອອສເຕຣເລັຍ (the Insurance Council of Australia).a.
ລາວເວົ້າວ່າ ຜູ້ທີ່ກຳລັງຈະຊື້ເຮືອນ ຄວນສົມທຽບທາງເລືອກປະກັນພັຍ ໃນຂນະ ທີ່ເຂົາເຈົ້າ ກໍາລັງຊອກຫາການເງິນດ້ວຍ..
"ເມື່ອທ່ານຊື້ເຮືອນໃນອອສເຕຣເລັຍ ປະກັນພັຍຂອງທ່ານ ຄວນຄອບຄຸມຄວາມສ່ຽງ ທີ່ອາດເປັນໄປໄດ້ຫຼາຍທີ່ສຸດ ທີ່ຈະເກີດຂຶ້ນກັບເຮືອນຂອງທ່ານ. ສະນັ້ນ, ຖ້າຫາກທ່ານ ອາສັຍຢູ່ໃນເຂດທີ່ມີພຸ່ມໄມ້ ຫລືປ່າໄມ້, ທ່ານຕ້ອງໃຫ້ແນ່ໃຈວ່າ ທ່ານມີປະກັນໄຟໄໝ້."

ເມື່ອກ່າວເຖິງການປະກັນພັຍບ້ານເຮືອນຂອງທ່ານ, ທ່ານກໍາລັງປະກັນພັຍ ສໍາລັບຄ່າໃຊ້ຈ່າຍ ເພື່ອສ້າງອາຄານໃໝ່, ບໍ່ແມ່ນມູນຄ່າຕລາດ ຂອງບ້ານເຮືອນຂອງທ່ານ, ຊຶ່ງອາດແຕກຕ່າງກັນ. Credit: svetikd/Getty Images
ລາວແນະນໍາ ໃຫ້ກວດເບິ່ງກັບຕົວແທນຂາຍເຮືອນ, ກັບເທດສະບານທ້ອງຖິ່ນ ກ່ຽວກັບຄວາມສ່ຽງ ຂອງນ້ຳຖ້ວມໃນເຂດນັ້ນ. ເທດສະບານບາງແຫ່ງ ຈະບອກທ່ານ ຖ້າຫາກທ່ານອາສັຍຢູ່ໃນເຂດນ້ຳຖ້ວມ. ແຕ່ໃນຫລາຍເຂດຂອງອອສເຕຣເລັຍ, ຂໍ້ມູນເຫຼົ່ານັ້ນ ຈະບໍ່ມີໃຫ້ສເມີໄປ.
ມັນສໍາຄັນຫລາຍ ທີ່ທ່ານຈະຊອກຫາຂໍ້ມູນ ກ່ຽວກັບຄວາມສ່ຽງ ຈາກພັຍທັມມະຊາດ ທີ່ອາດເກີດຂຶ້ນ ອ້ອມຮອບເຮືອນ ຫຼືຊັບສິນນັ້ນ.Andrew Hall, CEO, Insurance Council of Australia.
ການຮັບມືກັບຄ່າປະກັນພັຍທີ່ເພີ່ມຂຶ້ນ
ທົ່ວອອສເຕຣເລັຍ ຄາດວ່າຢ່າງຫນ້ອຍ 11 ເປີເຊັນ ຂອງອາຄານບ້ານເຮືອນ ບໍ່ມີປະກັນພັຍ. ແລະໃນບາງເຂດ ອັດຕາການບໍ່ມີປະກັນພັຍ ແມ່ນສູງກວ່ານັ້ນ.
Paula Jarzabkowski ສາດສະດາຈານ ຝ່າຍ Strategic Management ທີ່ ມະຫາວິທະຍາໄລ Queensland, ມີຄວາມຊ່ຽວຊານລະດັບໂລກ ໃນດ້ານປະກັນພັຍ ພັຍພິບັດ ແລະຊ່ອງວ່າງ ເລື່ອງການຄຸ້ມຄອງ ການປະກັນພັຍ.
ນາງເວົ້າວ່າ ຜູ້ຄົນອາດເລືອກ ທີ່ຈະບໍ່ມີປະກັນພັຍ ຫລືມີປະກັນພັຍຕ່ຳ ເພາະເຫດຜົນຫລາຍຢ່າງ, ແຕ່ເບິ່ງຄືວ່າ ຄວາມສາມາດ ໃນການຈ່າຍຄ່າປະກັນ ຈະເປັນປັນຫາຫຼັກ.

ຂໍ້ມູນຫຼ້າສຸດ ຂອງສຳນັກງານ ສະຖິຕິຂອງປະເທດອອສເຕຣເລັຍ (Latest Australua Bureau of Statistics (ABS) data) ສະແດງໃຫ້ເຫັນວ່າ ປະກັນພັຍ ເປັນປັດຈັຍສໍາຄັນຢ່າງຫນຶ່ງ ທີ່ເຮັດໃຫ້ຄ່າຄອງຊີບສູງຂຶ້ນ, ຊຶ່ງຖືກກະຕຸ້ນ ຈາກຄ່າປະກັນພັຍເຮືອນ ແລະຊັບສິນທີ່ສູງຂຶ້ນ. Credit: PamelaJoeMcFarlane/Getty Images
ທ່ານອາດມີປະກັນພັຍຕ່ຳ ຖ້າທ່ານປະກັນບ້ານເຮືອນ ຫຼືຊັບສິນຂອງທ່ານ ໃນຈໍານວນເທົ່າກັນ ໃນແຕ່ລະປີ ເຖິງແມ່ນວ່າ ຄ່າໃຊ້ຈ່າຍທົດແທນຈະເພີ່ມຂຶ້ນກໍຕາມ.
"ການປະກັນພັຍຕ່ຳ ໃນທີ່ນີ້ ຫມາຍຄວາມວ່າ ທ່ານບໍ່ມີປະກັນພັຍພຽງພໍ ສໍາລັບການທົດແທນໃນຕລາດເງິນເຟີ້."

ຖ້າທ່ານບໍ່ສາມາດຈ່າຍປະກັນພັຍ ສໍາລັບເຫດການທາງສະພາບອາກາດ, ໃຫ້ພິຈາຣະນາຊື້ປະກັນພັຍພື້ນຖານ ສໍາລັບສິ່ງຕ່າງໆເຊັ່ນ ເຄື່ອງຊັກເສື້ອຜ້າ ທີ່ເພພັງ ແລະເຮັດໃຫ້ນໍ້າຖ້ວມພື້ນເຮືອນຂອງທ່ານ. Credit: Sollina Images/Getty Images/Tetra images RF
- ທ່ານຈະເອົາຫຍັງໄປນໍາ ໃນກໍຣະນີ ທີ່ມີການເຕືອນເລື່ອງການຍົກຍ້າຍ?
- ທ່ານໄດ້ສໍາຮອງເອກກະສານສໍາຄັນ ທາງອິນເຕີເນັດຫຼືຍັງ?
- ທ່ານທໍາຄວາມສະອາດຮາງລິນຂອງທ່ານ, ທ່ານກວດເບິ່ງ valve ຂອງທ່ານເລື້ອຍຢູ່ບໍ່? ຂັ້ນຕອນເຫຼົ່ານີ້ ສາມາດຢຸດນ້ຳຖ້ວມ, ນ້ຳຖ້ວມຈາກຮາງລິນ ແລະຮ່ອງລະບາຍນ້ຳຂອງທ່ານ.
- ທ່ານໄດ້ດູແລຕົ້ນໄມ້ ທີ່ຢູ່ອ້ອມເຮືອນຂອງທ່ານຫຼືບໍ່? ຕົ້ນໄມ້ທີ່ໃຫຍ່ເກີນໄປ ຫຼືບໍ່ຫມັ້ນຄົງ ສາມາດລົ້ມໄດ້ ໃນຕອນລົມແຮງ ແລະກໍ່ໃຫ້ເກີດຄວາມເສັຍຫາຍໄດ້.
- ຖ້າຫາກທ່ານ ຢູ່ໃນເຂດທີ່ມີລົມພະຍຸໄຊຄໂລນ, ປ່ອງຢ້ຽມຂອງທ່ານ ມີຝາອັດ ທີ່ແໜ້ນໜາຫຼືບໍ່?
- ຖ້າຫາກທ່ານ ຢູ່ໃນເຂດທີ່ມີລົມພະຍຸໄຊຄໂລນ, ປ່ອງຢ້ຽມຂອງທ່ານ ມີຝາອັດ ທີ່ແໜ້ນໜາຫຼືບໍ່?
- Keeping your gutters clean from leafage can help protect your home in case of flood or fire. Credit: LittleCityLifestylePhotography/Getty Images
ສັນຍາປະກັນພັຍ ມັກຈະຍາວ ແລະເຕັມໄປດ້ວຍຄຳສັບ ທີ່ເຂົ້າໃຈຍາກ ແຕ່ສໍາຄັນ ທີ່ຈະທົບທວນຢ່າງລະມັດລະວັງ.
"ຂ້ອຍວ່າ ເຮົາທຸກຄົນມີຄວາມຜິດຫນ້ອຍຫນຶ່ງ, ທີ່ຈະຫມາຍວ່າ 'ແມ່ນແລ້ວ, ຂ້ອຍເຫັນພ້ອມ' ກັບທຸກສິ່ງ, ໂດຍທີ່ບໍ່ຮູ້ວ່າ ເຮົາໄດ້ຕົກລົງກັນຫຍັງ ຫລືພຽງແຕ່ຮີບດ່ວນ ແລະມັນໄດ້ເກີດຂຶ້ນ ໃນຕອນຕໍ່ອາຍຸປະກັນ ຂອງ ທ່ານ," Prof Jarzabkowski ກ່າວ.
ສະນັ້ນ ມັນຈຶ່ງສໍາຄັນ ທີ່ຈະຮູ້ວ່າທ່ານໄດ້ມີປະກັນພັຍສໍາລັບສິ່ງໃດ-ແລະບໍ່ມີປະກັນພັຍ ສໍາລັບສິ່ງໃດແດ່.
"ປະກັນພັຍ ເປັນຜລິດຕະພັນທາງການເງິນ, ຜູ້ຄົນມີຄວາມຢ້ານກົວສິ່ງນັ້ນ, ແຕ່ມັນສໍາຄັນ ທີ່ເຮົາຈະອ່ານເງື່ອນໄຂ ແລະຂໍ້ກຳໜົດ ຂອງ ຜລິດພັນ ທີ່ເຮົາຊື້ ແລະສະບາຍໃຈ ທີ່ຈະຖາມຄໍາຖາມ."
ມັນເປັນສິດຂອງທ່ານ ທີ່ຈະຖາມ ແລະອະທິບາຍໃຫ້ທ່ານຟັງ ໃນແບບທີ່ທ່ານສາມາດເຂົ້າໃຈໄດ້.Professor Paula Jarzabkowski, University of Queensland
ເຖິງແມ່ນວ່າ ທ່ານພຽງແຕ່ຕ້ອງການ ທີ່ຈະຕໍ່ອາຍຸປະກັນພັຍ ແຕ່ກໍຍັງກຸ້ມຄ່າ ທີ່ຈະຊອກຫາຫຼາຍບໍຣິສັດ ແລະເຈຣະຈາ ເພື່ອຫຼີກລ່ຽງສິ່ງທີ່ເອີ້ນວ່າ 'ການລົງໂທດຄວາມຈົງຮັກພັກດີ', ຜູ້ຊ່ຽວຊານ ດ້ານປະກັນພັຍຂອງ Choice, Jodi Bird ກ່າວ.
"ຕາມສັນຊາດຕະຍານ ເຮົາຄິດວ່າ ຖ້າຫາກເຮົາພັກດີຕໍ່ທຸຣະກິດ, ເຂົາເຈົ້າ ກໍຈະໃຫ້ລາງວັນແກ່ເຮົາ ດ້ວຍການຫຼຸດລາຄາ.... ນີ້ບໍ່ແມ່ນວິທີ ທີ່ບໍຣິສັດປະກັນພັຍທໍາງານ.
"ຖ້າຫາກທ່ານ ພຽງແຕ່ຕ້ອງການ ຈ່າຍຄ່າປະກັນທຸກໆປີ, ເຂົາເຈົ້າຈະເພີ່ມຄ່າໃຊ້ຈ່າຍຂອງທ່ານ ໃນໃບຟອມຕໍ່ອາຍຸ ຫຼາຍກວ່າລູກຄ້າໃຫມ່ ທີ່ຕ້ອງການ ຈະເຮັດປະກັນພັຍແບບດຽວກັນ.
ທ່ານສາມາດໂທຣະສັບ ຫາບໍຣິສັດປະກັນພັຍຂອງທ່ານ ແລະຖາມວ່າເຂົາເຈົ້າຈະສາມາດ ສເນີລາຄາທີ່ແຂ່ງຂັນ ແບບດຽວກັນກັບລູກຄ້າໃຫມ່ຫລືບໍ່-ແລະບອກໃຫ້ເຂົາເຈົ້າຮູ້ວ່າ ຖ້າບໍ່ດັ່ງນັ້ນ ທ່ານພ້ອມທີ່ຈະຊອກຫາບໍຣິສັດປະກັນພັຍແຫ່ງອື່ນ.
ໃນທີ່ສຸດ, ການຄົ້ນຄວ້າລ່ວງໜ້າ ຈະເຮັດໃຫ້ທ່ານ ຢູ່ໃນຕໍາແຫນ່ງທີ່ເຂັ້ມແຂງກວ່າ ທີ່ຈະຕົກລົງກັນ..
Mr Bird ແນະນໍາວ່າ ອຳນາດຂອງການຕົກລົງຂອງທ່ານ ຈະເພີ່ມຂຶ້ນ ເມື່ອທ່ານປຽບທຽບຄ່າໃຊ້ຈ່າຍທົ່ວຕລາດ ແລະຮູ້ວ່າ ບໍຣິສັດປະກັນພັຍອື່ນໆ ກໍາລັງສເນີຫຍັງແດ່.
ສໍາລັບຂໍ້ມູນ ກ່ຽວກັບຄວາມເປັນຫ່ວງ ເລື່ອງການປະກັນພັຍບ້ານເຮືອນ ແລະຊັບສິນທົ່ວໄປ, ໃຫ້ໄປຢ້ຽມຢາມສູນກາງກົດຫມາຍ ສິດທິການເງິນ (Financial Rights Legal Centre.)
ຖ້າຫາກທ່ານ ກໍາລັງດີ້ນລົນ ກັບຫນີ້ສິນ ແລະຕ້ອງການຄວາມຊ່ອຍເຫລືອ, ທ່ານສາມາດໂທຫາ National Debt Helpline ທີ່ 1800 007 007ເພື່ອເວົ້າລົມ ກັບຜູ້ປຶກສາທາງການເງິນ.
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.