ສື່ໃນອອສເຕຣເລັຍ ເຮັດວຽກແນວໃດ?

Male TV reporter

A male television reporter holding a microphone, is standing outdoors in front of a building. A male camera operator is filming him. Selective focus. Credit: bluecinema/Getty Images

ສື່ທີ່ເສຣີ, ເປັນອິດສຣະ ແລະມີຄວາມແຕກຕ່າງກັນ ເປັນເສົາຫຼັກຂອງລະບອບປະຊາທິປະໄຕ. ອອສເຕຣເລັຍ ມີເຄືອຂ່າຍສອງແຫ່ງ ໃຫ້ບໍຣິການ ເພື່ອຜົນປໂຍດຂອງສັງຄົມ (ABC ແລະ SBS), ພ້ອມທັງສື່ທາງການຄ້າ (Commercial Media) ແລະສື່ສານຊຸມຊົນ. ເຖິງແມ່ນວ່າ ສື່ທີ່ໄດ້ຮັບເງິນຈາກຣັຖບານ, ແຕ່ມັນບໍ່ຄືກັນ ກັບສື່ທີ່ໄດ້ຮັບການສນັບ ສນູນຈາກຣັດ ທີ່ພົບໃນຕ່າງປະເທດ.


ຈຸດສຳຄັນ:
  • ອອສເຕຣເລັຍ ມີແຫຼ່ງອອກອາກາດສອງແຫ່ງ ທີ່ໄດ້ຮັບເງິນທຶນຈາກສາທາຣະນະ ໄດ້ແກ່: Australian Broadcasting Corporation (ABC) ແລະ Special Broadcasting Service (SBS).
  • ຜູ້ເສັຍພາສີ ໃຫ້ເງິນທຶນແກ່ ABC ແລະ SBS ເພື່ອບໍຣິການສາທາຣະນະ.
  • ຜູ້ອອກອາກາດສາທາຣະນະ (Public Broadcasters) ແມ່ນແຕກຕ່າງ ຈາກສື່ທີ່ຄວບຄຸມໂດຍຣັດ.
  • ອອສເຕຣເລັຍ ຍັງມີສື່ທາງການຄ້າ ແລະສື່ຊຸມຊົນ ທີ່ເພີ່ມລາຍໄດ້ ດ້ວຍການໂຄສະນາ ຫລືການສນັບສນູນ.
ອອສເຕຣເລັຍ ມີສື່ຫລາຍແຫ່ງ, ຮວມທັງສື່ທາງການຄ້າ ຂອງເອກກະຊົນ ແລະເຄືອຂ່າຍ ທີ່ໄດ້ຮັບການສນັບສນູນຈາກຊຸມຊົນ.

ປະເທດນີ້ ຍັງໃຫ້ທຶນເງິນ ແກ່ສື່ສາທາຣະນະສອງແຫ່ງ ຈາກເງິນພາສີຄື: Australian Broadcasting Corporation (ABC) ແລະ Special Broadcasting Service (SBS).

ສະຖານີວິທະຍຸຊຸມຊົນ ເປັນສື່ອີກຢ່າງຫນຶ່ງ ທີ່ຖ່າຍທອດໃນທ້ອງຖິ່ນ. ການບໍຣິການເຫຼົ່ານີ້ ດໍາເນີນໂດຍອົງການທີ່ບໍ່ສແວງຜົນກໍາໄລ ແລະໃຫ້ບໍຣິການ ຕໍ່ສາທາຣະນະ ໂດຍບໍ່ຕ້ອງເສັຍຄ່າໃຊ້ຈ່າຍ.

ສື່ເອກກະຊົນຫຼັກ ຜລິດເນື້ອຫາເພື່ອຜົນປໂຍດ ແລະຄວາມນິຍົມ. ມັນປະຕິບັດຕາມຜູ້ສນັບສນູນທາງການຄ້າ ແລະຜົນປໂຍດຂອງເຂົາເຈົ້າ. ກົງກັນຂ້າມ, ສື່ສາທາຣະນະ ມີຄວາມຮັບຜິດຊອບຕໍ່ຊຸມຊົນ ທີ່ໃຫ້ເງິນທຶນສນັບ ສນູນ.

ສື່ສາທາຣະນະ ແມ່ນຫຍັງ?

ສື່ສາທາຣະນະ ເປັນການບໍຣິການສັງຄົມ. ເຂົາເຈົ້າຖືກມອບໝາຍໃຫ້ແຈ້ງຕໍ່ສັງຄົມຢ່າງຖືກຕ້ອງ. ສະນັ້ນ, ການບໍຣິການຂ່າວຂອງເຂົາເຈົ້າ ຄວນມີຄວາມສົມດຸນ, ວາງໃຈໄດ້ ແລະເປັນອິດສຣະດ້ານບັນນາທິການ.

Kristian Porter ເປັນຫົວຫນ້າ ຜູ້ອໍານວຍການໃຫຍ່ (CEO) ຂອງ Public Media Alliance, ຊຶ່ງເປັນສະມາຄົມ ສື່ສານມວນຊົນ ທີ່ໃຫຍ່ທີ່ສຸດ ໃນໂລກ. ການຮ່ວມມື ສນັບສນູນຄຸນຄ່າພື້ນຖານ ຂອງສື່ສາທາຣະນະ ແລະສື່ສານມວນຊົນ..

ລາວກ່າວວ່າ ຜູ້ອອກອາກາດສາທາຣະນະ (Public Broadcasters) ໄດ້ຮັບມອບໝາຍ ໃຫ້ແຈ້ງຕໍ່ສາທາຣະນະ ຢ່າງຖືກຕ້ອງ ແລະຄວນເປັນອິດສຣະ ຈາກຣັຖບານ ຫລືການແຊກແຊງທາງການຄ້າ ຢ່າງເປີດເຜີຍ.

ຕາມຫຼັກການແລ້ວ, ເຂົາເຈົ້າ ຄວນໄດ້ຮັບການຄວບຄຸມດູແລ ຈາກຜູ້ຄວບຄຸມອິດສຣະ ແລະສເນີຂ່າວຢ່າງເປັນກາງ ແລະເນື້ອຫາທີ່ມີຄຸນນະພາບ ຊຶ່ງໃຫ້ຂໍ້ມູນ, ໃຫ້ການສຶກສາ ແລະຄວາມບັນເທິງແກ່ສັງຄົມ..

"ສື່ສາທາຣະນະ ຄວນເປັນແຫຼ່ງຂໍ້ມູນ ທີ່ເຊື່ອຖືໄດ້ ໃນຍາມສຸກເສີນ ຫຼືໃນຍາມວິກິດ, ແລະເປັນແຫຼ່ງຂໍ້ມູນ ທີ່ເຊື່ອຖືໄດ້ ໃນການຕອບໂຕ້ ຕໍ່ຂໍ້ມູນທີ່ບໍ່ຖືກຕ້ອງ ແລະຂໍ້ມູນບິດເບືອນ. ມັນຄວນເຂົ້າເຖິງ ຜູ້ບໍຣິໂພກທົ່ວໄປ, ເຂົ້າເຖິງ ຜູ້ຄົນທີ່ແຕກຕ່າງກັນ, ແລະສຳຄັນທີ່ສຸດ ແມ່ນມີຂໍ້ມູນ ກ່ຽວກັບລະບອບປະຊາທິປະໄຕ, ໂດຍສະເພາະ ໃນເວລາທີ່ມີການເລືອກຕັ້ງ." Mr Porter ອະທິບາຍ.

Wendy Bacon ເປັນນັກຂ່າວສືບສວນ (Investigative Journalist), ນັກເຄື່ອນໄຫວທາງການເມືອງ ແລະນັກວິຊາການ. ນາງໄດ້ສອນວິຊາ ການໜັງສືພິມ ທີ່ມະຫາວິທະຍາໄລ ເທັກໂນໂລຈີ Sydney (UTS) ເປັນເວລາຊາວປີ.

ນາງກ່າວວ່າ ສື່ສາທາຣະນະ ເປັນຖານສໍາລັບສຽງ ແລະຮູບແບບລາຍການຕ່າງໆ ທີ່ສະທ້ອນເຖິງຄວາມຕ້ອງການ ແລະທັດສະນະທີ່ແຕກຕ່າງກັນຂອງຊຸມຊົນ.
White megaphone with copy space
White megaphone with copy space Source: Moment RF / Emilija Manevska/Getty Images
ສິ່ງນີ້ ກົງກັນຂ້າມ ກັບສື່ທີ່ໄດ້ຮັບການສນັບສນູນຈາກຣັດ.

"ຈຸດປະສົງຂອງສື່ນັ້ນ ແມ່ນການເປັນກະບອກສຽງ ສໍາລັບຣັຖບານ ທີ່ຄວບຄຸມສັງຄົມຂອງຕົນ, ເປັນສ່ວນນຶ່ງ ຂອງຣັຖບານ. ບັດນີ້, ນັ້ນແຕກຕ່າງຫລາຍ ຈາກແນວຄິດ ຂອງການຖ່າຍທອດ ທີ່ເປັນອິດສຣະ, ບ່ອນທີ່ທຶນເງິນ ທີ່ມາຈາກສາທາຣະນະ, ແຕ່ໃນທາງໃດທາງນຶ່ງ ມັນເປັນເງິນທຶນໃຫ້ແກ່ສື່ ທີ່ສາມາດຕັດສິນໃຈວ່າ ສິ່ງໃດມີຄຸນຄ່າຂອງຂ່າວ, ສິ່ງທີ່ຮັບໃຊ້ຊຸມຊົນ ໃນດ້ານຂໍ້ມູນ." ນາງກ່າວ.

ສື່ສາທາຣະນະ ເປັນເສົາຫຼັກ ຂອງລະບອບປະຊາທິປະໄຕ ເພາະມັນສົ່ງເສີມ ການໂຕ້ຖຽງສາທາຣະນະ ແລະການກວດສອບ..

ນີ້ບໍ່ໄດ້ຫມາຍຄວາມວ່າ ນັກຂ່າວສາທາຣະນະ ຂອງອອສເຕຣເລັຍ ຈະຖືກຍົກເວັ້ນ ຈາກການຕ້ານທານ ກັບຄວາມກົດດັນຈາກພາຍນອກ.

Gavin Fang, ຜູ້ອໍານວຍການກອງບັນນາທິການຂອງ Australian Broadcasting Corporation, ອະທິບາຍ.

"ສະຖາບັນ ສາທາຣະນະຂນາດໃຫຍ່ ເຊັ່ນ ABC, ຖືກກົດດັນສເມີ ໃຫ້ມີສ່ວນຮ່ວມກັບຜູ້ຄົນ ໃນທາງທີ່ບໍ່ເປັນອິດສຣະ ຫລືໃນວິທີທີ່ຕ້ອງຮ່ວມກັບຜູ້ມີອິດທິພົນ. ສະນັ້ນ, ມັນຈຶ່ງສໍາຄັນ ທີ່ເຮົາຈະຮັກສາຄວາມເປັນອິດສຣະຂອງເຮົາ ໃນການບໍຣິການຜູ້ບໍຣິໂພກ, ແລະນັ້ນຫມາຍຄວາມວ່າ ໃຫ້ຄວາມສົນໃຈຂອງເຂົາເຈົ້າ ເປັນສິ່ງທໍາອິດໃນທຸກສິ່ງທີ່ເຮົາເຮັດ ແລະບໍ່ຖືກຄອບງຳ ຈາກຜູ້ມີອິດທິພົນພາຍນອກ, ຈາກຄວາມຂັດແຍ້ງ, ແລະອື່ນໆ. ນັ້ນຫມາຍຄວາມວ່າ ເຮົາຈະບໍ່ໃຫ້ຄວາມສຳຄັນ ຕໍ່ຜົນປໂຍດຂອງເຂົາເຈົ້າ ແລະບໍ່ຮັກສາຄວາມເປັນອິດສຣະນັ້ນ. ແລະນັ້ນເປັນສິ່ງສໍາຄັນຫລາຍສໍາລັບພວກເຮົາ."
sbs and abc.jpg
The SBS and ABC logos. Credit: Credit: Getty/SPmmory

ບົດບາດຂອງ ABC ແລະ SBS ໃນອອສເຕຣເລັຍ.

ທັງສອງສະຖານີຖ່າຍທອດ ສາທາຣະນະ ໄດ້ຮັບການກຳກັບດູແລ ໂດຍກົດນະໂຍບາຍສະເພາະ, ນະໂຍບາຍບັນນາທິການ, ແລະກົດລະບຽບການປະຕິບັດ, ຊຶ່ງກໍານົດໃຫ້ເນື້ອຫາຂອງຕົນ ມີຄວາມຍຸດຕິທັມ ແລະສົມດຸນ.

ABC ມີຂນາດໃຫຍ່ກວ່າ, ມີສຳນັກງານຫຼາຍສິບບ່ອນ ໃນພູມີພາກ ແລະຕ່າງປະເທດ, ແລະມີຫ້ອງອອກອາກາດ ໃນທຸກເມືອງຫລວງ ຂອງອອສເຕຣເລັຍ.

ມັນມີສະຖານີວິທະຍຸ ແລະຊ່ອງໂທຣະພາບ ເພື່ອສນອງຕໍ່ຜູ້ບໍຣິໂພກ ແລະຄວາມສົນໃຈ ທີ່ແຕກຕ່າງກັນ. ຊ່ອງທາງໂທຣະພາບ ສໍາລັບຂ່າວແລະເນື້ອຫາຂອງເດັກນ້ອຍສະເພາະ ກໍຢູ່ໃນບັນດາຊ່ອງເຫຼົ່ານັ້ນ.

ABC ຍັງແຈ້ງໃຫ້ຊຸມຊົນຮູ້ ໃນຍາມສຸກເສີນ. ມັນໃຫ້ຄວາມຮູ້ ແກ່ສາທາຣະນະຊົນ ກ່ຽວກັບການຕຽມພ້ອມ, ຖ່າຍທອດຄໍາເຕືອນ ແລະຂໍ້ມູນໃຫມ່ ໃນຊ່ວງວິກິດ, ແລະໃຫ້ຂໍ້ມູນ ກ່ຽວກັບຄວາມພະຍາຍາມ ໃນການຟື້ນຟູ.

"ການຖ່າຍທອດສຸກເສີນ ເປັນສ່ວນສໍາຄັນ ໃນສິ່ງທີ່ເຮົາເຮັດ, ແລະມັນກໍາລັງກາຍເປັນ ແລະໄດ້ກາຍເປັນສິ່ງສໍາຄັນຫລາຍຂຶ້ນ. ນັບມື້ ນັບມີພັຍທັມມະຊາດ ທາງສະພາບອາກາດ ແລະຄວາມສຸກເສີນອື່ນໆ,ຊາວອອສເຕຣເລັຍ ຕ້ອງສາມາດຫັນໄປຫາແຫລ່ງຂໍ້ມູນ ທີ່ເຊື່ອຖືໄດ້ ເມື່ອເຫດການສຸກເສີນ ກໍາລັງເກີດຂຶ້ນ ແລະມັນກາຍເປັນສິ່ງສໍາຄັນຫລາຍ ສໍາລັບ ABC. " Gavin Fang ອະທິບາຍ.

SBS ເປັນສະຖານີອອກອາກາດສາທາຣະນະ (Public Broadcasters) ລະດັບຊາດ ທີ່ມີຫລາຍວັດທະນະທັມ ແລະຫລາຍພາສາ ຂອງອອສເຕຣເລັຍ. ຊ່ອງໂທລະພາບຂອງມັນ ມີລາຍການນາໆຊາດ ແລະບໍຣິການຂ່າວ ໃນພາສາອັງກິດ ແລະພາສາອື່ນໆ ອີກຫຼາຍພາສາ.

SBS ສເນີລາຍການຕ່າງໆ ໃຫ້ຜູ້ຄົນທີ່ບໍ່ເວົ້າພາສາອັງກິດ ເຂົ້າເຖິງຂໍ້ມູນ ແລະການບັນເທີງ ຈາກປະເທດຂອງເຂົາເຈົ້າ.

SBS ເປັນທີ່ຕັ້ງຂອງ NITV, ໂທຣະພາບແຫ່ງຊາດ ຂອງອອສເຕຣເລັຍ, ຊຶ່ງສະແດງເນື້ອຫາ ຈາກທັດສະນະຂອງ First Nations.

David Hua ເປັນຜູ້ອໍານວຍການຂອງ SBS's Audio Language Content.ລາວດູແລ SBS Audio, ຊຶ່ງຖ່າຍທອດລາຍການ ຫລາຍກວ່າ 60 ພາສາ.

ລາວ ເວົ້າ ວ່າ SBS ໄດ້ຖືກຈັດຕັ້ງຂຶ້ນ ເພື່ອຮັບໃຊ້ຊາວອອສເຕຣເລັຍ ຈາກຫລາຍວັດທະນະທັມ ແລະຫລາຍພາສາ ໂດຍສະເພາະ.

"ເປົ້າຫມາຍຂອງມັນ ແມ່ນຜູ້ຄົນໃນອອສເຕຣເລັຍ ທີ່ເວົ້າພາສາທີ່ແຕກຕ່າງກັນ, ແລະຄວາມຕ້ອງການຂອງເຂົາເຈົ້າແມ່ນກວ້າງຂວາງ. ການບໍຣິການ ໄດ້ຖືກອອກແບບ ເພື່ອຊ່ອຍຜູ້ຄົນໃຫ້ເຂົ້າໃຈຫລາຍທີ່ສຸດ ກ່ຽວກັບອອສເຕຣເລັຍ, ວິທີທີ່ສິ່ງຕ່າງໆທໍາງານ ຮວມທັງຣັຖບານ,ລະບົບຣາຊການ, ລະບົບໂຮງຮຽນ, ລະບົບສຸກເສີນ ແລະອື່ນໆ, ເພື່ອວ່າຜູ້ຄົນ ຈະເລີ່ມຕົ້ນດີທີ່ສຸດ," David Hua ອະທິບາຍ.

ສະຖານີວິທະຍຸຊຸມຊົນ

ມີບໍຣິການວິທະຍຸຊຸມຊົນປະມານ 450 ແຫ່ງໃນອອສເຕຣເລັຍ. ບໍຣິການວິທະຍຸໃນຊຸມຊົນ ບໍ່ມີສແວງຜົນກຳໄລ ແລະດໍາເນີນການ ໂດຍອົງກອນທ້ອງຖິ່ນ. ສິ່ງເຫລົ່ານີ້ ຮວມທັງພາສາ, ສາສນາ, ດົນຕີ ຫລືຊຸມຊົນ LGBTQIA+ ຊຶ່ງອາດບໍ່ໄດ້ຮັບການບໍຣິການຈາກສື່ຫຼັກ.
Nine Entertainment to Buy Fairfax Media in $1.6 Billion Deal
Copies of The Sydney Morning Herald newspaper, published by Fairfax Media Ltd., left, are displayed at a newsagent's shop in Sydney, Australia, on Thursday, July 26, 2018. Credit: Bloomberg/Bloomberg via Getty Images

ສື່ທາງການຄ້າໃນອອສເຕຣເລັຍ.

ສື່ທາງການຄ້າ ກໍຈໍາເປັນເພື່ອຮັບປະກັນ ຄວາມແຕກຕ່າງຂອງສື່ ໃນປະເທດປະຊາທິປະໄຕ.

Cassie Derrick ເປັນຜູ້ອໍານວຍການຂອງ the Media, Entertainment, and Arts Alliance Media Section. MEAA ເປັນສະຫະພາບ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ ທີ່ເປັນຕົວແທນໃຫ້ແກ່ ນັກຂ່າວສື່ສາທາຣະນະ ແລະສື່ທາງການຄ້າ. ນາງເວົ້າວ່າ ຊ່ອງຂອງສື່ເຫລົ່ານີ້ ເພີ່ມຄຸນຄ່າໃຫ້ແກ່ການໂຕ້ຖຽງສາທາຣະນະ.

"ບົດບາດຂອງສື່ທາງການຄ້າ ກໍສໍາຄັນຫລາຍຄືກັນ, ເພາະມັນສາມາດເປັນທີ່ນິຍົມ ຂອງບາງກຸ່ມ ຫລືຢ່າງຫນ້ອຍ ໃຫ້ມີມຸມມອງທີ່ແຕກຕ່າງ, ແລະຂ້າພະເຈົ້າຄິດວ່າ ມັນສໍາຄັນແທ້ໆ ທີ່ຜູ້ຄົນທີ່ຢູ່ໃນອອສເຕຣເລັຍຈະສາມາດເຂົ້າເຖິງ ມຸມມອງທີ່ແຕກຕ່າງກັນ ແລະວິທີທາງທີ່ແຕກຕ່າງກັນ ໃນການເລົ່າເລື່ອງຕ່າງໆ ເທົ່າທີ່ຈະເປັນໄປໄດ້." Cassie Derrick ອະທິບາຍ.

ສາດສະດາຈານ Wendy Bacon ໄດ້ທໍາງານເປັນນັກຂ່າວ ທັງໃນສື່ສາທາຣະນະ ແລະສື່ທາງການຄ້າ.

ນາງເວົ້າວ່າ ເຖິງແມ່ນວ່າ ສື່ບາງສ່ວນ ສ້າງຄວາມສົນໃຈ ຂອງສາທາຣະນະທີ່ໂດດເດັ່ນ, ແຕ່ເນື້ອຫາສ່ວນຫລາຍຂອງເຂົາເຈົ້າ ໄດ້ຖືກອອກແບບ ເພື່ອດຶງດູດຜູ້ຄົນສ່ວນຫລາຍ ແລະເພີ່ມລາຍໄດ້ຈາກການໂຄສະນາ.

"ຈຸດປະສົງທັງຫມົດຂອງສື່ນັ້ນ ແມ່ນເພື່ອຫາເງິນ ໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້. ບັດນີ້, ນັ້ນຫມາຍຄວາມວ່າ ຜູ້ໂຄສະນາ ຈະໂຄສະນາ ຖ້າຫາກເຂົາເຈົ້າຮູ້ສຶກວ່າ ເນື້ອຫານັ້ນດຶງດູດຜູ້ຄົນ ໃຫ້ເຂົ້າໄປຫາລາຍການ. ສະນັ້ນ, ຜູ້ບໍຣິໂພກ ຈະເຫັນການໂຄສະນາເຫຼົ່ານັ້ນ. ມັນບໍ່ໄດ້ເປັນຄວາມສໍາພັນໂດຍກົງ, ເຖິງແມ່ນວ່າ ມັນສາມາດເປັນໄດ້ກໍຕາມ. ພວກເຮົາ ມີບໍຣິສັດໃຫຍ່ສອງບໍຣິສັດ, ບໍຣິສັດໃຫຍ່ທີ່ສຸດ News Corporation ຊື່ງເປັນເຈົ້າຂອງໂດຍ Rupert Murdoch, ເຂົາເຈົ້າມີຫນັງສືພິມ, ເຂົາເຈົ້າມີອິດທິພົນໃນວິທະຍຸ, ມີອິດທິພົນໃນໂທລະພາບ..."
sbs radio drums.jpg
Credit: SBS Media
ນອກເຫນືອໄປຈາກ NewsCorp ແລ້ວ, ຍັງມີບໍຣິສັດໃຫຍ່ ອີກຫລາຍແຫ່ງ ຢູ່ໃນອອສເຕຣເລັຍ. ຊຶ່ງຮວມເຖິງ Seven West Media, ຊຶ່ງຈົດທະບຽນຢູ່ໃນ ASX ແລະຄວບຄຸມໂດຍ Australian Capital Equity, ແລະ Nine Entertainment, ທີ່ຖືກກໍ່ຕັ້ງຂຶ້ນ ຈາກການຮວມໂຕກັບ Publishing and Broadcasting Limited (PBL). ຄອບຄົວ Packer ແລະ Fairfax ເປັນຜູ້ກໍ່ຕັ້ງສອງບໍຣິສັດນີ້.

Kristian Porter, CEO ຂອງ Public Media Alliance ກ່າວວ່າ ຂໍ້ບົກພ່ອງຂອງການເປັນເຈົ້າຂອງ ໂດຍເອກກະຊົນ ແມ່ນວ່າ ບາງສື່ອາດບິດເບືອນ ດ້ານບັນນາທິການ.

"ສ່ວນຫລາຍແລ້ວ ສະຖານີສື່ທາງການຄ້າ ຈະຍຶດຖືຄຸນຄ່າ ດ້ານບັນນາທິການຂອງເຂົາເຈົ້າ ຕໍ່ເຈົ້າຂອງ. ແລະສ່ວນຫລາຍແລ້ວ ເຈົ້າຂອງ ສາມາດຊ່ອຍຕັດສິນໃຈວ່າ ນັກຂ່າວຈະໃຊ້ແນວທາງໃດ ຕໍ່ບາງຫົວຂໍ້ຂ່າວ. ໃນບາງປະເທດ, ສື່ຫນັງສືພິມທາງການຄ້າ ສ່ວນຫລາຍຖືກເຫັນວ່າ ເປັນຜູ້ສນັບສນູນຝ່າຍຂວາ. ສະນັ້ນ, ໃນທັດສະນະຂອງຫນັງສືພິມ Murdoch, ຂ້າພະເຈົ້າຄິດວ່າ ເຮົາສາມາດເວົ້າໄດ້ວ່າ ມັນເປັນກໍຣະນີສ່ວນຫລາຍ ໃນປະເທດອັງກິດ ແລະອອສເຕຣເລັຍ ຍົກຕົວຢ່າງ, ວ່າສື່ຂອງເຂົາເຈົ້າ ຈະສນັບສນູນຣັຖບານ ອະນຸຣັກນິຍົມຫລາຍກວ່າ." Kristian Porter ກ່າວຕື່ມ.

Mr Porter ກ່າວວ່າ ຄວາມແຕກຕ່າງຂອງສື່ ເປັນສິ່ງສໍາຄັນ ທີ່ຈະໃຫ້ແນ່ໃຈວ່າ ມີທັດສະນະທີ່ຫຼາກຫລາຍ..

"ສິ່ງຫນຶ່ງ ທີ່ອາດເປັນອັນຕະຣາຍຫຼາຍ ແມ່ນເມື່ອເຈົ້າຂອງອົງການສື່ຫຼາຍຂແນງ ມີເຈົ້າຂອງພຽງຄົນດຽວ. ແລະເມື່ອມີການຜູກຂາດ, ສິ່ງທີ່ຕ້ອງພິຈາລະນາກໍຄື ສະພາບການສື່ສານມວນຊົນຂອງທ່ານ ຈະເປັນແນວໃດ ຖ້າປາດສະຈາກ ສື່ສາທາຣະນະ? ການສເນີຂ່າວ ຈະເປັນແນວໃດ? ມັນຈະບິດເບືອນໄປຫາມຸມມອງໃດຫນຶ່ງຫຼືບໍ່? ແທນທີ່ຈະມີອົງການເຊັ່ນ ABC ແລະ SBS ທີ່ສາມາດສເນີສຽງ ທີ່ເປັນກາງ ແລະໄວ້ວາງໃຈໄດ້ ແທນຄົນທົ່ວໄປ? ແລະນັ້ນ ເປັນຄໍາຖາມທີ່ຈະຕ້ອງຖາມ ສເມີ."
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່:

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ສື່ໃນອອສເຕຣເລັຍ ເຮັດວຽກແນວໃດ? | SBS Lao