ເຄື່ອງດື່ມປະເພດເຫຼົ້າ ມີການຄວບຄຸມ ແລະບໍຣິໂພກແນວໃດ ໃນອອສເຕຣເລັຍ?

Australia Explained - Alcohol

There are often signs in public places when alcohol use restrictions apply. You can also check on your council website for this information. Source: Moment RF / Simon McGill/Getty Images

ໃນອອສເຕຣເລັຍ ເຫຼົ້າມັກຖືກເບິ່ງວ່າ ເປັນສ່ວນຫນຶ່ງຂອງຊີວິດທາງສັງຄົມ ໂດຍສະເພາະ ໃນງານ BBQ, ການແຂ່ງຂັນກິລາ ແລະວັນພັກສາທາຣະນະ. ທໍານຽມເຊັ່ນ BYO, ບ່ອນທີ່ທ່ານເອົາເຄື່ອງດື່ມຂອງຕົນເອງ ໄປຮ່ວມງານລ້ຽງ, ແລະການ 'ລ້ຽງ' ຫຼື 'Shouting' ຢູ່ໃນ Pub ເປັນສ່ວນຫນຶ່ງຂອງວັດທະນະທັມ. ເຖິງຢ່າງໃດກໍຕາມ, ເພາະການສ່ຽງຕໍ່ສຸຂະພາບ ທີ່ກ່ຽວພັນກັບເຄື່ອງມຶນເມົາ, ຈຶ່ງມີຂໍ້ບັງຄັບ. ມັນກໍສໍາຄັນທີ່ຈະເຂົ້າໃຈກົດຫມາຍ ກ່ຽວກັບອາຍຸຂອງການດື່ມເຄື່ອງມຶນເມົາ ທີ່ຖືກຕ້ອງຕາມກົດຫມາຍ, ບ່ອນທີ່ທ່ານສາມາດຊື້ ຫລືດື່ມເຄື່ອງມຶນເມົາ, ແລະວິທີທີ່ກົດເຫລົ່ານີ້ ແຕກຕ່າງກັນ ລະຫວ່າງຣັດ ແລະເຂດປົກຄອງຕ່າງໆ.


ຈຸດສຳຄັນ
  • ສໍາລັບຄົນຫນຸ່ມ, ວິທະຍາສາດ ສນັບສນູນການຊັກຊ້າການເລີ່ມດື່ມ ເຄື່ອງມຶນເມົາ, ເພື່ອຈໍາກັດຄວາມເປັນໄປໄດ້ ຂອງການດື່ມເຄື່ອງມຶນເມົາ ໃນວັຍຜູ້ໃຫຍ່.
  • ກົດຫມາຍເຄື່ອງດື່ມປະເພດເຫຼົ້າ ລວມເຖິງກົດຫມາຍ ກ່ຽວກັບອາຍຸຂອງການດື່ມ ແລະການຊື້ເຄື່ອງດື່ມປະເພດເຫຼົ້າ, ກົດຫມາຍການຈັດຫາ ເຄື່ອງດື່ມປະເພດເຫຼົ້າ ແລະຂໍ້ຈໍາກັດ ໃນການບໍຣິໂພກເຄື່ອງດື່ມປະເພດເຫຼົ້າ ໃນທີ່ສາທາຣະນະບາງບ່ອນ.
  • • ຊາວອອສເຕຣເລັຍ ຄາດຫວັງໃຫ້ທ່ານ ນຳເຄື່ອງດື່ມຂອງທ່ານມາເອງ (BYO) ເມື່ອໄປຮ່ວມງານໃນບ້ານ, ແຕ່ໃນສະຖານທີ່ອື່ນໆ ວັດທະນະທັມ ຂອງການຊື້ເຄື່ອງດື່ມເພື່ອລ້ຽງຄົນອື່ນ ເປັນເລື່ອງທັມມະດາ.
ອອສເຕຣເລັຍ ມີການຊີ້ນໍາເລື່ອງເຫລົ້າ ຢ່າງເປັນທາງການ ໂດຍສະພາການແພດ ແລະການຄົ້ນຄວ້າແຫ່ງຊາດ (the National Medical and Research Council) ແລະມີຈຸດປະສົງ ທີ່ຈະຫລຸດຄວາມສ່ຽງ ຕໍ່ສຸຂະພາບ ຈາກການດື່ມເຄື່ອງມຶນເມົາ.

ອີງຕາມຄໍາແນະນໍາເຫຼົ່ານີ້, ຜູ້ໃຫຍ່ທີ່ມີສຸຂະພາບດີ ບໍ່ຄວນດື່ມເຄື່ອງດື່ມມາດຕະຖານ (Standard) ຫຼາຍກວ່າ 10 ຈອກຕໍ່ອາທິດ ແລະບໍ່ຄວນດື່ມ ຫຼາຍກວ່າ ສີ່ມາດຕະຖານ (Standard) ໃນມື້ດຽວ.

ໃນອອສເຕຣເລັຍ ເຄື່ອງດື່ມມາດຕະຖານ (standard drink) ມີທາດເຫຼົ້າບໍຣິສຸດ 10 ກຣາມ. ນັ້ນປະມານເທົ່າ ກັບເບັຍ 285ml, ເຫລົ້າວາຍ 100ml, ຫລືເຫລົ້າວິສກິີ້ 30ml. ແຕ່ໃຫ້ຈື່ໄວ້ວ່າ ທີ່ຈິງແລ້ວ ເຄື່ອງດື່ມຫຼາຍຊະນິດ ມີທາດເຫຼົ້າ ຫຼາຍກວ່າຫນຶ່ງເຄື່ອງດື່ມ ຕາມມາດຕະຖານ (Standard drink).
Australia Explained - Alcohol
ແຕ່ລະຄົນ ມີຄວາມສໍາພັນທີ່ແຕກຕ່າງກັນ ກັບເຄື່ອງດື່ມປະເພດເຫຼົ້າ. ບາງຄົນ ເລືອກທີ່ຈະຫລີກເວັ້ນ ຫລືດື່ມຫນ້ອຍກວ່າຫມູ່ເພື່ອນຂອງເຂົາເຈົ້າ, ເລືອກເຄື່ອງດື່ມ ທີ່ບໍ່ມີເຫລົ້າ ແລະເຄື່ອງດື່ມເຊັ່ນ Mocktails Credit: Thomas Barwick/Getty Images
"ຜູ້ໃຫຍ່ ທີ່ມີສຸຂະພາບດີ ຜູ້ດື່ມເຫລົ້າຕາມຄໍາແນະນໍາເຫລົ່ານີ້ ມີໂອກາດຫນ້ອຍກວ່າ ຫນຶ່ງໃນຮ້ອຍ ທີ່ຈະຕາຍຈາກໂຣກ ຫລືການບາດເຈັບ ທີ່ເກີດຈາກເຫລົ້າ

"ແຕ່ ບໍ່ແມ່ນ ບໍ່ມີຄວາມສ່ຽງເລີຍ," Kristie Cocotis, ຜູ້ອໍານວຍການ ໂຄງການສຸຂະພາບທີ່ FARE [Foundation for Alcohol Research and Education], ອະທິບາຍ.
ການດື່ມເຫຼົ້າຫນ້ອຍລົງ ຫຼືບໍ່ດື່ມເລີຍ ເປັນການຕັດສິນໃຈທີ່ດີຕໍ່ສຸຂະພາບ ທີ່ທ່ານສາມາດເຮັດໄດ້.
Kristie Cocotis
ແຕ່ Ms Cocotis ກ່າວວ່າ ໃນການສໍາຫລວດຄວາມຄິດເຫັນທົ່ວປະເທດ ທີ່ດໍາເນີນໂດຍ FARE, 44 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ຖືກສໍາພາດ ກ່າວວ່າ ເຂົາເຈົ້າຢາກດື່ມຫນ້ອຍລົງ ຫລືເຊົາດື່ມເຫລົ້າ.

ອັນຕະຣາຍຈາກເຫລົ້າ ເປັນບັນຫາເລື່ອງສຸຂະພາບ ອັນຍາວນານຂອງປະເທດ, ພ້ອມດ້ວຍຂໍ້ມູນປະຈຸບັນ ທີ່ຖືກເຜີຍແພ່ໂດຍ the Australian Institute of Health and Welfare ຢືນຢັນວ່າ ເຫລົ້າຍັງເປັນສາເຫດສໍາຄັນ ສໍາລັບການປິ່ນປົວຢາເສບຕິດ.

"ເກືອບ 6,000 ຄົນ ໄດ້ເສັຍຊີວິດໄປທຸກປີ ແລະຫລາຍກວ່າ 144,000 ຄົນໄດ້ເຂົ້າໂຮງຫມໍ ເພາະການໃຊ້ເຫລົ້າ," Ms Cocotis ເນັ້ນຫນັກເຖິງໂຕເລກບາງຢ່າງ ທີ່ຖືກເປີດເຜີຍ ສໍາລັບປີ 2023-24.

"ແລະພວກເຮົາຮູ້ວ່າ ການໃຊ້ເຫລົ້າ ເປັນສາເຫດຂອງໂຣກມະເລັ ງຫລາຍກວ່າ ເຈັດຊະນິດ ແລະຫຼາຍກວ່າ 200 ໂຣກແລະການບາດເຈັບອື່ນໆ."
Australia Explained - Alcohol
ເຫຼົ້າ ເປັນສານ Teratogen, ຊຶ່ງຫມາຍຄວາມວ່າ ມັນສາມາດຂັດຂວາງການພັດທະນາ ຕາມປົກກະຕິຂອງເດັກອ່ອນ ທີ່ຍັງບໍ່ທັນເກີດ. ບໍ່ມີເຄື່ອງມຶນເມົາ ທີ່ປອດພັຍ ຫລືເວລາທີ່ປອດພັຍ ທີ່ຈະດື່ມໃນໄລຍະຖືພາ..  Credit: Barry Austin/Getty Images
ຊາວ ດື່ມເຫຼົ້າເມື່ອໃດ ແລະແນວໃດ?

ສະຖິຕິ ABS ຫຼ້າສຸດ (Latest ABS statistics) ສະແດງໃຫ້ເຫັນວ່າ ຜູ້ໃຫຍ່ຫນຶ່ງໃນສີ່ຄົນ ໃນອອສເຕຣເລັຍ ດື່ມຫຼາຍກວ່າການຊີ້ນໍາ ຂອງທາງການ ກ່ຽວກັບການດື່ມເຄື່ອງດື່ມປະເພດເຫຼົ້າ.

Amy Pennay ເປັນນັກຄົ້ນຄວ້າອາວຸໂສ ແລະຮອງຜູ້ອໍານວຍການ ຂອງສູນກາງ ຄົ້ນຄວ້ານະໂຍບາຍເລື່ອງເຫລົ້າ (the Centre for Alcohol Policy Research) ທີ່ La Trobe University.

ນາງເວົ້າວ່າ ອອສເຕຣເລັຍ ມັກຖືກກ່າວເຖິງວ່າເປັນ "ວັດທະນະທັມແຫ້ງ (Dry Culture)” ໃນການຄົ້ນຄວ້າເລື່ອງເຫລົ້າ ແລະຢາເສບຕິດ.

ບໍ່ຄືກັບ "ວັດທະນະທັມປຽກ (Wet Cultures) " ບ່ອນທີ່ເຫຼົ້າຫາໄດ້ງ່າຍກວ່າ ແລະຕາມປົກກະຕິແລ້ວ ຈະດື່ມໃນປະຣິມານຫນ້ອຍກວ່າແຕ່ດື່ມເລື້ອຍໆ . ວັດທະນະທັມແຫ້ງມີລັກສະນະເດັ່ນ ໂດຍການດື່ມ ໃນປະຣິມານທີ່ຫຼາຍກວ່າ....ແຕ່ບໍ່ເລື້ອຍ.
Australia Explained - Alcohol
ມັນເປັນເລື່ອງທັມມະດາ ສໍາລັບເຫລົ້າ ທີ່ຈະມີຢູ່ໃນງານ barbeques ຢູ່ບ້ານ, ຍົກເວັ້ນແຕ່ເຈົ້າພາບ ໄດ້ບອກວ່າ ມັນເປັນງານທີ່ບໍ່ມີເຫລົ້າ. Source: Moment RF / Attila Csaszar/Getty Images
ໂອກາດທາງສັງຄົມບາງຢ່າງ ແມ່ນກ່ຽວຂ້ອງກັບການດື່ມເຄື່ອງມຶນເມົາ.

"ໂອກາດເຫລົ່ານີ້ ອາດກ່ຽວກັບວັນພັກທາງສາສນາ ແລະບ່ອນທີ່ທ່ານ ມີເວລາພັກຜ່ອນ ແລະໂດຍສະເພາະໃນລະດູຮ້ອນ, ແລະໃນຊ່ວງປີໃຫມ່. ພວກເຮົາ ຍັງມີວັນອອສເຕຣເລັຍ ແລະວັນ Anzac ນໍາອີກ. ມັນເປັນມື້ດື່ມເຫລົ້າຄັ້ງໃຫຍ່ ຄື ກັນ," Dr Pennay ອະທິບາຍ.

ການເບິ່ງກິລາ ກໍກ່ຽວຂ້ອງກັບການດື່ມເຄື່ອງມຶນເມົານໍາອີກ, ນາງກ່າວຕື່ມ.

"ເມື່ອເຮົາເບິ່ງກິລາຟຸດບານ, ເມື່ອເຮົາເບິ່ງ Cricket, ເມື່ອເຮົາເບິ່ງ Rugby ແຫ່ງຊາດ, ເຫລົ້າມີຄວາມກ່ຽວຂ້ອງຢ່າງຫຼາຍ ໃນການໄປເບິ່ງໃນສນາມແຂ່ງຂັນ ແຕ່ມັນກໍເກີດຂຶ້ນ ໃນຕອນເບິ່ງກິລາຢູ່ບ້ານນໍາອີກ."

ມາຣະຍາດຂອງ ເຄື່ອງດື່ມປະເພດເຫຼົ້າ

ຖ້າຫາກທ່ານ ຫາກໍມາຮອດອອສເຕຣເລັຍໃໝ່ໆ, ມີຄໍາແນະນໍາ ເລື່ອງມາຣະຍາດ ໃນການດື່ມເຄື່ອງມຶນເມົາ ສອງສາມຢ່າງທີ່ຄວນ

ສິ່ງຫນຶ່ງທີ່ເຫັນເລື້ອຍໆແມ່ນ BYO, ຊຶ່ງຫມາຍເຖິງ "Bring Your Own" ຫຼືນຳເອົາເຫຼົ້າມາເອງ. - ເປັນເລື້ອງທັມມະດາໃນ picnics ຫລືການລ້ຽງຢູ່ບ້ານ. ແລະປະເພນີອີກຢ່າງຫນຶ່ງ ຂອງຊາວອອສເຕຣເລັຍ ແມ່ນການຊື້ເຄື່ອງດື່ມ ໃຫ້ຄົນອື່ນຢູ່ທີ່ Bar ຫລື Pub, ຊຶ່ງມັກເອີ້ນວ່າ 'ການລ້ຽງຫຼື 'Shouting' ເປັນຮອບ.
ຍົກເວັ້ນແຕ່ເຂົາ ໄດ້ບອກຢ່າງຊັດແຈ້ງວ່າ ມີການຈັດຫາເຄື່ອງດື່ມໄວ້ໃຫ້, ຕາມປົກກະຕິແລ້ວ ຖ້າຫາກທ່ານຖືກເຊື້ອເຊີນ ໃຫ້ໄປກິນ BBQ, Picnic, ທ່ານຈະເອົາເຄື່ອງດື່ມມາເອງ.
Dr Amy Pennay
"ກົງກັນຂ້າມ, ເຮົາມີວັດທະນະທັມທີ່ເຂັ້ມແຂງ ຂອງການ 'ລ້ຽງ' ຫຼື ‘shouting’ ໃນສະຖານທີ່ ທີ່ມີໃບອະນຸຍາດ. ສະນັ້ນ, ຖ້າຫາກຂ້າພະເຈົ້າ ໄປຮ້ານອາຫານຫລື Bar ກັບແຟນຂອງຂ້າພະເຈົ້າ, ພວກເຮົາ ຈະປ່ຽນກັນໄປທີ່ Bar ແລະຊື້ເຄື່ອງດື່ມ ທັງຫມົດໃຫ້ກັບກຸ່ມ."
Australia Explained - Alcohol
ຖ້າຫາກທ່ານຖືກເຊີນ ໃຫ້ໄປຮ່ວມງານຢູ່ເຮືອນຂອງບາງຄົນ, ທ່ານຕ້ອງເອົາເຄື່ອງດື່ມທີ່ທ່ານເລືອກ ຖ້າຫາກທ່ານວາງແຜນຈະດື່ມ. Credit: Jupiterimages/Getty Images
ກົດຫມາຍ ແລະຂໍ້ຈໍາກັດ ກ່ຽວກັບອາຍຸ

ໃນອອສເຕຣເລັຍ ອາຍຸຕາມກົດຫມາຍ ສໍາລັບການຊື້ ຫຼືດື່ມເຄື່ອງດື່ມປະເພດເຫຼົ້າ ໃນສະຖານທີ່ ທີ່ມີໃບອະນຸຍາດເຊັ່ນ Bar ແມ່ນ 18 ປີ.

ບໍ່ມີເຫລົ້າຂາຍ ຢູ່ໃນຮ້ານຄ້າ ຫລືຕູ້ຂາຍອັດຕະໂນມັດ. ທ່ານສາມາດຊື້ມັນໄດ້ ສະເພາະແຕ່ໃນຮ້ານຂາຍເຫລົ້າ ທີ່ມີໃບອະນຸຍາດເທົ່ານັ້ນ, ທີ່ຮູ້ຈັກກັນທົ່ວໄປວ່າ 'bottle-o' ຫລືຮ້ານຂາຍເຫຼົ້າ.

Kate Richardson ເປັນ ທະນາຍຄວາມອາວຸໂສ ທີ່ Youth Law Australia. ນາງເວົ້າວ່າ ຄົນຫນຸ່ມອາດຖືກກວດບັດປະຈຳຕົວ (ID) ເມື່ອຕ້ອງການຊື້ເຫຼົ້າ.

"ເຂົາເຈົ້າຕ້ອງກວດເບິ່ງ ID ຫລືເອກະສານຫລັກຖານ ເຖິງອາຍຸ ເພື່ອພິສູດວ່າ ຜູ້ຊື້ມີອາຍຸສູງກວ່າ 18 ປີ, ແລະໃບຮັບຮອງ ຫລືນະໂຍບາຍ ຂອງ Responsible Service of Alcohol ຈະກຳໜົດໃຫ້ສະຖານທີ່ຕ່າງໆ ຂໍກວດ ID ທ່ານຖ້າຫາກທ່ານ ເບິ່ງຄືວ່າ ມີອາຍຸຕ່ຳກວ່າ 25 ປີ."

ກົດຫມາຍ ກ່ຽວກັບເຫຼົ້າ ຄືກັນທົ່ວອອສເຕຣເລັຍ.

ແຕ່ກົດຫມາຍອື່ນໆ ເຊັ່ນກົດຫມາຍ ກ່ຽວກັບການດື່ມເຫຼົ້າ ໃນທີ່ສາທາຣະນະ ອາດແຕກຕ່າງກັນ ນັ້ນຂຶ້ນກັບວ່າທ່ານຢູ່ຣັດ ຫຼືເຂດໃດ.
Australia Explained - Alcohol
ທ່ານອາດຖືກຂໍກວດບັດປະຈຳຕັວ ເມື່ອຊື້ເຄື່ອງດື່ມປະເພດເຫຼົ້າ ຢູ່ຮ້ານຂາຍເຫຼົ້າ. Credit: O2O Creative/Getty Images
ເທດສະບານທ້ອງຖິ່ນ ຂອງທ່ານ ອາດມີກົດກ່ຽວກັບບ່ອນ ທີ່ທ່ານສາມາດດື່ມເຄື່ອງມຶນເມົາ, ເຊັ່ນການຈັດຕັ້ງເຂດ ທີ່ບໍ່ມີເຄື່ອງມຶນເມົາ(Alcohol-free Zones). ສະນັ້ນ ມັນຈຶ່ງເປັນການດີ ທີ່ຈະກວດກາ ເບິ່ງສິ່ງທີ່ກ່ຽວກັບເຂດຂອງທ່ານ.

ສະນັ້ນ, ມັນຈຶ່ງສໍາຄັນແທ້ໆ ທີ່ຈະກວດເບິ່ງວ່າທ່ານຢູ່ໃສ ແລະມີກົດຫມາຍໃດແດ່ ທີ່ຖືກບັງຄັບໃຊ້.

ກົດຫມາຍ ກ່ຽວກັບການຈັດຫາເຄື່ອງດື່ມປະເພດເຫຼົ້າ ແກ່ຜູ້ທີ່ມີອາຍຸຕໍ່າກວ່າ1 8ປີ (Secondary supply laws) ກໍແຕກຕ່າງກັນ ທົ່ວອອສເຕຣເລັຍ.

ໃນບາງຣັດ ແລະບາງເຂດປົກຄອງ ມີພຽງແຕ່ພໍ່ແມ່ ຫຼືຜູ້ດູແລເທົ່ານັ້ນ ທີ່ສາມາດໃຫ້ເຄື່ອງດື່ມປະເພດເຫຼົ້າ ແກ່ຜູ້ທີ່ຍັງບໍ່ຮອດອາຍຸ ໄດ້ຢ່າງບໍ່ຜິດກົດຫມາຍ. ໃນບາງບ່ອນ, ຄົນອື່ນ ກໍສາມາດເຮັດໄດ້ຄືກັນ, ແຕ່ຖ້າຫາກເຂົາເຈົ້າ ໄດ້ຮັບອະນຸຍາດຈາກພໍ່ແມ່ ຫລືຜູ້ດູແລຂອງເດັກນ້ອຍເທົ່ານັ້ນ. ເຖິງຢ່າງນັ້ນກໍຕາມ ຍັງມີເງື່ອນໄຂທີ່ເຄັ່ງຄັດ ເພື່ອໃຫ້ແນ່ໃຈວ່າ ເຫຼົ້ານັ້ນຖືກມອບໃຫ້ ຢ່າງມີຄວາມຮັບຜິດຊອບ.

ສິ່ງເຫລົ່ານີ້ຮວມເຖິງ:
  • ອາຍຸຂອງຄົນຫນຸ່ມ
  • ຖ້າຜູ້ທີ່ຈັດຫາເຄື່ອງດື່ມປະເພດເຫຼົ້ານັ້ນ ເມົາຫຼືບໍ່
  • ວ່າຄົນຫນຸ່ມ ໄດ້ກິນອາຫານໃນເວລານັ້ນ ຫລືບໍ່
  • ປະຣິມານ ແລະ ປະເພດຂອງເຫຼົ້າ ທີ່ຖືກຈັດຫາ
"ມັນສາມາດເຮັດໃຫ້ພໍ່ແມ່ ແລະຜູ້ດູແລ ມີຄວາມກັງວົນຫລາຍ ຖ້າຫາກລູກຂອງເຂົາ ອາດໄປງານລ້ຽງ ຢູ່ເຮືອນຂອງຫມູ່ເພື່ອນ ແລະເຂົາເປັນຫ່ວງວ່າ ບາງຄົນຈະຈັດຫາເຫລົ້າຫລືບໍ່.

"ສະນັ້ນ ກົດຫມາຍເຫລົ່ານີ້ຈຶ່ງມີຜົນທີ່ຈະລະບຸວ່າ ໃຜເປັນຜູ້ໃຫຍ່ທີ່ຮັບຜິດຊອບ. ບໍ່ແມ່ນພຽງແຕ່ຫມູ່ເພື່ອນຂອງທ່ານ ທີ່ມີອາຍຸສູງກວ່າ 18 ປີເທົ່ານັ້ນ. ມັນຈໍາເປັນ ຕ້ອງເປັນພໍ່ແມ່ ຫລືຜູ້ດູແລ ໃນຫລາຍກໍຣະນີ, ຫລືບາງຄົນທີ່ ມີຫນ້າທີ່ຮັບຜິດຊອບ ຂອງພໍ່ແມ່," Ms Richardson ອະທິບາຍ.
Australia Explained - Alcohol
ມັນບໍ່ຖືກຕ້ອງຕາມກົດຫມາຍທີ່ຈະໃຫ້ຜູ້ເປັນເຍົາວະຊົນ ດື່ມເຄື່ອງດື່ມປະເພດເຫຼົ້າ ຖ້າທ່ານ ເປັນພຽງຫມູ່ຂອງເຂົາໃນວັຍຜູ້ໃຫຍ່. Credit: Anchiy/Getty Images

ສະນັ້ນ, ເມື່ອໃດ ຄືອາຍຸທີ່ເຫມາະສົມ ໃນການດື່ມເຄື່ອງມຶນເມົາ?

Dr Pennay ກ່າວວ່າ ການຄົ້ນຄວ້າ ສນັບສນູນການຊັກຊ້າອາຍຸ ຂອງການດື່ມເຄື່ອງມຶນເມົາ ສໍາລັບຄົນຫນຸ່ມ ຢ່າງຫນ້ອຍຈົນເຖິງ 18 ປີ.

ນັ້ນສອດຄ່ອງ ກັບອາຍຸຂອງການດື່ມເຄື່ອງມຶນເມົາ ຕາມກົດຫມາຍຂອງອອສເຕຣເລັຍ ແລະການຊີ້ນໍາ ທີ່ເປັນທາງການ ຈາກສະພາການແພດ ແລະການຄົ້ນຄວ້າແຫ່ງຊາດ (National Medical and Research Council).

"ຫລັກຖານການຄົ້ນຄວ້າ ສະແດງໃຫ້ເຫັນວ່າ ເມື່ອທ່ານສາມາດຊັກຊ້າ ການເລີ່ມຕົ້ນດົນເທົ່າໃດ, ຄົນຫນຸ່ມ ຈະກາຍເປັນຄົນດື່ມເຫລົ້າຫນ້ອຍລົງເທົ່ານັ້ນ."

ຖ້າທ່ານ ຫລືບາງຄົນທີ່ທ່ານຮູ້ຈັກ ຕ້ອງການຄວາມຊ່ອຍເຫລືອ ກ່ຽວກັບການດື່ມເຄື່ອງມຶນເມົາ ຂອງເຂົາເຈົ້າ, ທ່ານສາມາດໂທຣະສັບຫາ National 24 / 7 Alcohol and Other Drugs Hotline ທີ່ 1800 250 015,

ສໍາລັບຄວາມຊ່ອຍເຫລືອດ້ານວິກິດ ຂໍໃຫ້ໂທຫາ Lifeline ທີ່ 131114.

ເຂົ້າໄປເບິ່ງເພີ່ມເຕີມ ໃນເວັບໄຊ ຂອງຜແນກສຸຂະພາບ Department of Health's website ກ່ຽວກັບກົດຫມາຍ ເຄື່ອງດື່ມປະເພດເຫຼົ້າ ໃນອອສເຕຣເລັຍ ແລະ ຣັດຫຼືເຂດຂອງທ່ານ.
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service