ຈຸດສຳຄັນ:
- ຄວາມຕ້ອງການ ມີຫລາຍກວ່າການສນອງ ສໍາລັບທີ່ຢູ່ອາສັຍ ເພື່ອສັງຄົມ (Social Housing) ທົ່ວອອສເຕຣເລັຍ.
- ທຸກຣັດ ຫລືເຂດປົກຄອງ ມີທະບຽນສໍາລັບທີ່ຢູ່ອາສັຍ ທາງສັງຄົມ(Social Housing) ຂອງຕົນເອງ.
- ຜູ້ຊ່ຽວຊານກ່າວວ່າ ທຸກຄົນສາມາດພົບວ່າ ຕົນເອງຢູ່ໃນຄວາມກົດດັນ ເລື່ອງການເຊົ່າເຮືອນ.
- • ທີ່ຢູ່ອາສັຍ ລາຄາບໍ່ແພງ ຫມາຍເຖິງໂຄງການເຊົ່າເຮືອນ ທີ່ໄດ້ເງິນອຸດໜູນ ຊຶ່ງຢູ່ລະຫວ່າງ ລະບົບທີ່ຢູ່ອາສັຍທາງສັງຄົມ ແລະ ຕລາດເອກກະຊົນ.
- ທີ່ຢູ່ອາສັຍທາງສັງຄົມ (Social Housing), ທີ່ຢູ່ອາສັຍສາທາຣະນະ(Public Housing) ແລະທີ່ຢູ່ອາສັຍຊຸມຊົນ (Community Housing) ແມ່ນຫຍັງ?
- ໃຜສາມາດເຂົ້າເຖິງ ຄວາມຊ່ວຍເຫຼືອ ທາງດ້ານທີ່ຢູ່ອາສັຍໄດ້?
- ຜູ້ຍ້າຍຖິ່ນຖານໄປຢູ່ອອສເຕຣເລັຍ ມີສິດຈະໄດ້ຮັບ ທີ່ຢູ່ອາສັຍທາງສັງຄົມ (Social Housing) ຫຼືບໍ່?
- ຂ້ອຍຈະສມັກຂໍຄວາມຊ່ວຍເຫຼືອ ທາງດ້ານທີ່ຢູ່ອາສັຍ ໄດ້ແນວໃດ?
- ມີທີ່ຢູ່ອາສັຍທາງສັງຄົມ (Social Housing) ຈັກແຫ່ງໃນອອສເຕຣເລັຍ?
- ການລໍຖ້າທີ່ຢູ່ອາສັຍສາທາຣະນະ (Public Housing)ໃນອອສເຕຣເລັຍ ໃຊ້ເວລາດົນປານໃດ?
- ເປັນຫຍັງ ຜູ້ຄົນຈຶ່ງເລືອກ ຫລືຈຳເປັນ ຕ້ອງຢູ່ໃນທີ່ຢູ່ອາສັຍທາງສັງຄົມ (Social Housing)?
- ທີ່ຢູ່ອາສັຍລາຄາບໍ່ແພງແມ່ນຫຍັງ?
- ຂ້ອຍຈະສມັກ ຂໍເຮືອນລາຄາບໍ່ແພງ ໄດ້ແນວໃດ?
ຄໍາສັບ ທີ່ໃຊ້ສໍາລັບໂຄງການ ທີ່ຢູ່ອາສັຍ ທີ່ຄ່າເຊົ່າຕ່ຳກວ່າ ອາດເຮັດໃຫ້ສັບສົນ.
ຍົກຕົວຢ່າງ, ທີ່ຢູ່ອາສັຍສາທາຣະນະ (Public Housing) ແລະທີ່ຢູ່ອາສັຍຊຸມຊົນ (Community Housing) ເປັນປະເພດທີ່ແຕກຕ່າງ ພາຍໃນລະບົບດຽວກັນ.
Dr Michael Fotheringham ເປັນຜູ້ອໍານວຍການ ສະຖາບັນ the Australian Housing and Urban Research Institute ຊ່ວຍເຮົາໃຫ້ເຂົ້າໃຈ ຂໍ້ມູນພື້ນຖານ.





