ຈຸດສຳຄັນ:
- ຄື້ນຄວາມຮ້ອນ (Heatwave) ແມ່ນເມື່ອອຸນຫະພູມ ຍັງຄົງຮ້ອນຢູ່ໃນຕອນກາງເວັນ ແລະກາງຄືນ ໃນສະຖານທີ່ໃດໜຶ່ງ ເປັນເວລາສາມມື້ຂຶ້ນໄປ.
- ການເຜີຍແພ່ການປະເມີນຄວາມສ່ຽງຕໍ່ສະພາບອາກາດແຫ່ງຊາດ (National Climate Risk Assessment) ຄັ້ງທໍາອິດຂອງປະເທດອອສເຕຣເລັຍ ເນັ້ນວ່າໃນໂລກທີ່ຮ້ອນຂຶ້ນ, ຄື້ນຄວາມຮ້ອນ (Heatwave) ກໍາລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຫຼາຍຂຶ້ນ.
- ໃນອອສເຕຣເລັຍ, ຄື້ນຄວາມຮ້ອນ (Heatwave) ໄດ້ເຮັດໃຫ້ຄົນຕາຍ ຫລາຍກວ່າພັຍທັມມະຊາດອື່ນໆ, ແລະເປັນອັນຕະຣາຍ ຕໍ່ຜູ້ສູງອາຍຸ, ຜູ້ທີ່ທົນທຸກຈາກໂຣກປະຈຳໂຕ, ເດັກນ້ອຍ ແລະຜູ້ຍິງທີ່ຖືພາ. women.
- What is a heatwave?ຄື້ນຄວາມຮ້ອນ (Heatwave) ແມ່ນຫຍັງ?
- Why are heatwaves dangerous?ເປັນຫຍັງຄື້ນຄວາມຮ້ອນ (Heatwave) ຈຶ່ງເປັນອັນຕະຣາຍ?
- Why are heatwaves of particular risk for pregnant women?ເປັນຫຍັງຄື້ນຄວາມຮ້ອນ (Heatwave) ຈຶ່ງມີຄວາມສ່ຽງເປັນພິເສດສໍາລັບຜູ້ຍິງທີ່ຖືພາ?
- How should you prepare for a heatwave?ທ່ານຄວນກຽມຕົວແນວໃດ ສໍາລັບຄື້ນຄວາມຮ້ອນ (Heatwave)?
- What should you do to cope during a heatwave?ທ່ານຄວນເຮັດແນວໃດ ເພື່ອຮັບມືກັບຄື້ນຄວາມຮ້ອນ(Heatwave)?
- What design features in buildings can help reduce the impact of heatwaves?ລັກສນະການອອກແບບໃດໃນອາຄານ ທີ່ສາມາດຊ່ວຍຫລຸດຜ່ອນຜົນກະທົບຂອງຄື້ນຄວາມຮ້ອນໄດ້?
- Where can I get more information about heatwaves?ຂ້ອຍຈະໄດ້ຮັບຂໍ້ມູນເພີ່ມເຕີມ ກ່ຽວກັບຄື້ນຄວາມຮ້ອນ (Heatwave) ໄດ້ຢູ່ໃສ?
ຄື້ນຄວາມຮ້ອນ (Heatwave) ແມ່ນຫຍັງ?
ຄື້ນຄວາມຮ້ອນ (Heatwave) ແມ່ນເມື່ອອຸນຫະພູມຍັງຮ້ອນຢູ່ ໃນຕອນກາງເວັນ ແລະກາງຄືນ ໃນສະຖານທີ່ໃດໜຶ່ງ ເປັນເວລາສາມມື້ຂຶ້ນໄປ.
ເມື່ອບໍ່ດົນ ມານີ້ອົງການ The Australian Climate Service ໄດ້ເຜີຍແພ່ການປະເມີນຄວາມສ່ຽງ ຂອງອາກາດແຫ່ງຊາດ ເປັນເທື່ອທໍາອິດຂອງອອສເຕຣເລັຍ (National Climate Risk Assessment), ຊຶ່ງເນັ້ນຫນັກວ່າ ໃນໂລກທີ່ຮ້ອນຂຶ້ນ, ພັຍທັມມະຊາດຂອງເຮົາກໍາລັງປ່ຽນແປງ.
ເຫດການທາງອາກາດທີ່ຮຸນແຮງເຊັ່ນ ຄື້ນຄວາມຮ້ອນຈະເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຫຼາຍຂຶ້ນ, ຊຶ່ງຈະມີຜົນກະທົບຕໍ່ສັງຄົມ, ສຸຂະພາບ, ເສດຖະກິດ ແລະ ສະພາບແວດລ້ອມ.
ໂຄງສ້າງພື້ນຖານ ເຊັ່ນ ບ້ານເຮືອນ, ບ່ອນທໍາງານ ແລະໂຄງສ້າງພື້ນຖານທີ່ຈໍາເປັນ ສ່ວນຫລາຍຈະດີ້ນລົນ ທີ່ຈະຮັກສາຄວາມເຢັນ, ສ້າງສະພາວະທີ່ບໍ່ສະບາຍ ແລະມີຄວາມສ່ຽງ ຕໍ່ສຸຂະພາບຂອງຜູ້ຄົນ.
"ສິ່ງທີ່ເຮົາກຳລັງເຫັນໃນໄລຍະ 20 ປີທີ່ຜ່ານມາແມ່ນວ່າ ຈໍານວນຄື້ນຄວາມຮ້ອນກໍາລັງເພີ່ມຂຶ້ນ. ໄລຍະເວລາຂອງຄື້ນຄວາມຮ້ອນ, ມັນຍາວນານ ແລະຮ້າຍແຮງຂຶ້ນນຳ," ສາດສະດາຈານ Ollie Jay, ຜູ້ອໍານວຍການຝ່າຍວິຊາການ ຂອງ ສູນຄົ້ນຄວ້າຄວາມຮ້ອນ ແລະສຸຂະພາບ (the Heat and Health Research Centre) ທີ່ ມະຫາວິທະຍາລັຍ Sydney ອະທິບາຍ .
ເມື່ອຄື້ນຄວາມຮ້ອນ ກາຍເປັນເລື່ອງປົກກະຕິຫຼາຍຂຶ້ນ ໃນອອສເຕຣເລັຍ, ມັນສໍາຄັນ ທີ່ຈະຮູ້ກ່ຽວກັບຄວາມສ່ຽງ ແລະວິທີທີ່ຈະຮັບມື.






