ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ກົດຫມາຍດ້ານສິດທິມະນຸດອອສເຕຣເລັຍ.
ຜູ້ຊ່ຽວຊານເລື່ອງກົດຫມາຍດ້ານສິດທິມະນຸດ ກໍາລັງຮຽກຮ້ອງໃຫ້ຣັຖບານກາງ ໃຊ້ສິ່ງທີ່ພວກເຂົາເອີ້ນວ່າ ໂອກາດທີ່ສຳຄັນ ໃນການຈັດຕັ້ງກົດຫມາຍສິດທິມະນຸດ.
ມັນເກີດຂຶ້ນ ໃນຂນະທີ່ລາຍງານໃຫມ່ວິເຄາະວ່າ ຄວາມພະຍາຍາມທີ່ຈະສ້າງກົດຫມາຍເຊັ່ນນັ້ນ ໃນອອສເຕຣເລັຍເປັນເວລາຫ້າສິບປີ ໄດ້ປະເຊີນກັບການຕໍ່ຕ້ານທາງການເມືອງ ແລະຂໍ້ມູນທີ່ບໍ່ຖືກຕ້ອງ.
Wing Kuang ລາຍງານ.
ຄຳຖແລງການສາກົນ ວ່າດ້ວຍສິດທິມະນຸດ (The Universal Declaration of Human Rights) ໄດ້ຮັບການຮັບຮອງໂດຍປະເທດຕ່າງໆ ໃນກອງປະຊຸມໃຫຍ່ ຂອງສະຫະປະຊາຊາດ ໃນປີ 1948, ຫລັງຈາກສົງຄາມໂລກຄັ້ງທີສອງ.
ມັນມີເປົ້າຫມາຍ ທີ່ຈະຈັດຕັ້ງ "ມາດຕະຖານຮ່ວມກັນ ຂອງຄວາມສໍາເລັດ ສໍາລັບທຸກຊົນຊາດ ແລະທຸກໆປະເທດ (Common Standard of Achievement for All Peoples and All Nations)" ພາຍໃຕ້ກົດຫມາຍສາກົນ.
ເມື່ອກ່າວເຖິງການນໍາໄປໃຊ້ ໃນແຕ່ລະປະເທດ, ຄນະກັມມະການ ສິດທິມະນຸດ ຂອງອອສເຕຣເລັຍ ໄດ້ພັດທະນາວິດີໂອ ອະທິບາຍເຖິງວິທີ ການກໍານົດສິດທິມະນຸດ.
"ມັນເປັນກົດພື້ນຖານ ສໍາລັບວິທີ ທີ່ເຮົາຄວນປະຕິບັດຕໍ່ກັນ ແລະກັນ ດ້ວຍສັກສີ, ຄວາມເຄົາຣົບ, ຄວາມເທົ່າທຽມກັນ ແລະຄວາມຍຸດຕິທັມ."
ຊຶ່ງແຕກຕ່າງຈາກ New Zealand ແລະປະເທດອັງກິດ, ໃນອອສເຕຣເລັຍ ບໍ່ມີກົດຫມາຍສິດທິມະນຸດ.
ເຖິງແມ່ນວ່າ ມີສິດທິທີ່ຖືກປົກປ້ອງ ໂດຍຣັຖທັມມະນູນ; ແລະມີກົດຫມາຍ ຕໍ່ຕ້ານການເລືອກປະຕິບັດ* ຂອງຣັຖບານກາງ.
ໃນລະດັບຣັດ ແລະເຂດປົກຄອງ, ມີກົດຫມາຍສິດທິມະນຸດ ທີ່ແຕກຕ່າງກັນ, ຍົກຕົວຢ່າງໃນ Victoria, ACT ແລະ Queensland.
ສະນັ້ນ ເປັນຫຍັງອອສເຕຣເລັຍ ຈຶ່ງບໍ່ມີກົດຫມາຍສິດທິມະນຸດ ໃນລະດັບຣັຖບານກາງ?
ລາຍງານໃຫມ່ ຂອງສູນກົດຫມາຍສິດທິມະນຸດ ແລະສະຖາບັນ the Whitlam Institute ໄດ້ພິຈາຣະນາຄໍາຖາມນີ້.
ລາຍງານພົບວ່າ ໃນໄລຍະຫ້າສິບປີທີ່ຜ່ານມາ, ມີການສນັບສນູນ ຢ່າງຫລວງຫລາຍ ຈາກສາທາຣະນະຊົນ ສໍາລັບກົດຫມາຍສິດທິມະນຸດ ຂອງຣັຖບານກາງ.
ຢ່າງໃດກໍຕາມ, ສິ່ງນັ້ນ ໄດ້ຖືກຕໍ່ຕ້ານໂດຍຝ່າຍຄ້ານທາງການເມືອງ ແລະຂໍ້ມູນທີ່ບໍ່ຖືກຕ້ອງ.
ສາດສະດາຈານ Azadeh Dastyari ຈາກ Western Sydney University ເປັນຜູ້ຂຽນຮ່ວມຂອງລາຍງານ.
"ມີການຣົນນະຣົງ ທີ່ພະຍາຍາມຈະສເນີກົດຫມາຍສິດທິມະນຸດ ວ່າເປັນການກະທໍາທີ່ຮຸນແຮງ, ເປັນອັນຕະຣາຍຫລາຍ, ແມ່ນແຕ່ ການກະທຳທີ່ຊົ່ວຮ້າຍທີ່ ເປັນພັຍຕໍ່ລະບອບປະຊາທິປະໄຕ, ເມື່ອຄວາມຈິງກໍຄື, ເຮົາເປັນພຽງປະເທດເສຣີປະຊາທິປະໄຕປະເທດດຽວໃນໂລກ ທີ່ບໍ່ມີການປົກປ້ອງ ໂດຍຣັຖທັມມະນູນຂອງເຮົາ-ຫລືກົດຫມາຍ ສິດທິມະນຸດແຫ່ງຊາດ."
ໃນໄລຍະຫ້າສິບປີທີ່ຜ່ານມາ, ທັງສອງຣັຖບານ-ທີ່ນໍາພາໂດຍ Labor-ລົ້ມເຫລວ ໃນຄວາມພະຍາຍາມສາມເທື່ອ ທີ່ຈະຈັດຕັ້ງກົດຫມາຍ ສິດທິມະນຸດແຫ່ງຊາດ.
ໃນປີ 2008, ຣັຖບານ Rudd ໄດ້ເລີ່ມຕົ້ນການປຶກສາຫາລື ດ້ານສິດທິມະນຸດແຫ່ງຊາດ (the National Human Rights Consultation), ບ່ອນທີ່ຫລາຍກວ່າ 87 ເປີເຊັນ ຂອງການຍື່່ນເປັນລາຍລັກອັກສອນ ກ່າວວ່າ ເຂົາເຈົ້າສນັບສນູນ ກົດຫມາຍສິດທິມະນຸດ ຂອງອອສເຕຣເລັຍ.
ໃນປີ 2024, ຄນະກັມມະການຮ່ວມ ວ່າດ້ວຍສິດທິມະນຸດຂອງສະພາ (the Parliamentary Joint Committee on Human Rights) ໄດ້ເຜີຍແພ່ລາຍງານ ກ່ຽວກັບໂຄງສ້າງສິດທິມະນຸດ ຂອງ ແລະຄໍາແນະນໍາທໍາອິດ ແມ່ນການຈັດຕັ້ງກົດຫມາຍ ວ່າດ້ວຍສິດທິມະນຸດ.
ສາດສະດາຈານ Dastyari ກ່າວວ່າ ມີການສນັບສນູນຢ່າງຫລວງຫລາຍ ຈາກສາທາຣະນະຊົນ ສໍາລັບແນວຄິດນີ້.
"ຂ້າພະເຈົ້າຄິດວ່າ ຜູ້ຄົນກໍາລັງເຫັນສິ່ງທີ່ກໍາລັງເກີດຂຶ້ນທົ່ວໂລກ ດ້ວຍການເຊາະເຈື່ອນສິດທິ. ແລະເຂົາເຈົ້າກໍຮູ້ດີ ວ່າເຮົາຕ້ອງມີການປົກປ້ອງ. ເຖິງແມ່ນວ່າ ບາງສິ່ງອາດຍັງໃຊ້ງານໄດ້ໃນປັດຈຸບັນ, ແຕ່ເຮົາຕ້ອງການໃຫ້ແນ່ໃຈວ່າ ມັນຈະທໍາງານຕໍ່ໄປໃນອະນາຄົດ, ແລະສິດທິຂອງເຮົາ ຈະໄດ້ຮັບການປົກປ້ອງ. ໃນເວລານີ້, ພວກເຮົາມີຄວາມເຊື່ອໝັ້ນຫລາຍ ໃນຄວາມປາດຖນາດີ ຂອງນັກການເມືອງ ທີ່ຈະປົກປ້ອງສິດທິຂອງພວກເຮົາ. ແຕ່ຈະເປັນແນວໃດ ຖ້າຫາກມື້ອື່ນ ເຮົາບໍ່ມີການປົກປ້ອງນັ້ນອີກຕໍ່ໄປ?"
ຫລັງຈາກໄດ້ຮັບໄຊຊະນະ ໃນການເລືອກຣັຖບານກາງຄັ້ງສຸດທ້າຍ (ເດືອນພຶດສະພາ 2025), ຣັຖບານ Albanese (Attorney General Michelle Rowland) ກ່າວວ່າ ມັນເປັນສ່ວນຫນຶ່ງ ຂອງແຜນສໍາລັບ 100 ມື້ທໍາອິດໃນຕໍາແຫນ່ງ, ມັນກໍາລັງ "ພິຈາລະນາຢ່າງຮອບຄອບ" ກ່ຽວກັບການນໍາໃຊ້ກົດຫມາຍສິດທິມະນຸດ.
ສິ່ງນັ້ນ ຍັງບໍ່ເກີດຂຶ້ນ.
Caitlin Reiger, CEO ຂອງສູນກົດຫມາຍສິດທິມະນຸດ, ກ່າວວ່າ ມີຄວາມຕ້ອງການຢ່າງຮີບດ່ວນຫລາຍຂຶ້ນ ສໍາລັບກົດຫມາຍສິດທິມະນຸດ.
"ພວກເຮົາມີຫຼາຍ Royal Commissions, ແມ່ນແຕ່ໃນສອງສາມປີທີ່ຜ່ານມາ, ຈາກ Robodebt ຈົນເຖິງ Disability Royal Commission ຈົນເຖິງ the Aged Care Royal Commission ທີ່ສະແດງໃຫ້ເຫັນວ່າ ລະບົບຂອງພວກເຮົາ ບໍ່ໄດ້ທໍາງານເທົ່າທີ່ຄວນ. ພວກເຮົາ ມີການປົກປ້ອງທີ່ສໍາຄັນບາງຢ່າງ, ແຕ່ຍັງມີຊ່ອງວ່າງລະຫວ່າງມັນ. ແລະສໍາລັບຫລາຍຄົນ, ເຂົາເຈົ້າກໍາລັງຕົກຢູ່ໃນຊ່ອງວ່າງເຫລົ່ານັ້ນ, ແລະບໍ່ມີບ່ອນຈະໄປເລີຍ. ສະນັ້ນ, ຈຸດສໍາຄັນ ສໍາລັບກົດຫມາຍສິດທິມະນຸດແມ່ນວ່າ ມັນຈະໃຫ້ຄວາມຮັບຜິດຊອບ ແກ່ຣັຖບານ ແລະຜູ້ມີອຳນາດຕັດສິນໃຈ ຂອງສາທາຣະນະທຸກຄົນ ທີ່ຈະຄິດວ່າ ມັນມີຜົນກະທົບຕໍ່ຜູ້ຄົນ, ໃນເວລາທີ່ເຂົາເຈົ້າກໍາລັງຕັດສິນໃຈແທນ ທີ່ຈະຕ້ອງຮັບມື ກັບການລົ້ມເຫລວຫລັງຈາກຄວາມເປັນຈິງ."
Ms Reiger ກ່າວວ່າ ການຈັດຕັ້ງກົດຫມາຍສິດທິມະນຸດ ກໍກ່ຽວກັບຄວາມສາມາດ ທີ່ຈະຮັບມືກັບບັນຫາທີ່ຈະເກີດຂຶ້ນ ໃນເວລານີ້ ແລະໃນອະນາຄົດ.
"ເພາະວ່າ ນັ້ນເປັນພື້ນຖານ ສໍາລັບການສົນທະນາອື່ນໆ, ບໍ່ວ່າຈະເປັນເລື່ອງ ການເລືອກປະຕິບັດທາງສາສນາ, ການຈໍາແນກເຊື້ອຊາດ, ສິດທິດ້ານສຸຂະພາບ, ການເຂົ້າເຖິງທີ່ພັກອາສັຍທີ່ເຫມາະສົມ, ສິ່ງທັງຫມົດນີ້ ແມ່ນຢູ່ພາຍໃຕ້ກົດຫມາຍສິດທິມະນຸດ. ສະນັ້ນ, ມັນຈຶ່ງເປັນໂອກາດທີ່ດີທີ່ສຸດໃນຕອນນີ້, ແຕ່ການປຶກສາຫາລືໄດ້ຜ່ານໄປແລ້ວ, ສ່ວນຫລາຍແລ້ວ ມີການສນັບສນູນ ຈາກສາທາຣະນະຊົນສໍາລັບເລື່ອງນີ້, ແລະມັນກໍເປັນເລື່ອງງ່າຍ ທີ່ວ່ານີ້ເປັນພຽງແຕ່ຂັ້ນຕອນຕໍ່ໄປເທົ່ານັ້ນ."
[[*Age Discrimination Act 2004, Disability Discrimination Act 1992, Racial Discrimination Act 1975, Sex Discrimination Act 1984, Australian Human Rights Commission Act 1986.]]
ລາຍງານໂດຍ Wing Kuang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao