Watch FIFA World Cup 2026™

LIVE, FREE and EXCLUSIVE starting June 12 2026

ການອົດອາຫານປະທ້ວງຕໍ່ ICE.

Protesters in a stand-off with federal Immigration and Customs Enforcement (ICE) agents outside the Delaney Hall immigration detention centre (Photo by Kyle Mazza-Sipa USA).jpg

ຜູ້ປະທ້ວງຢືນປະຈັນໜ້າກັບເຈົ້າໜ້າທີ່ ຂອງ Immigration and Customs Enforcement (ICE) ຢູ່ນອກ ສູນກັກກັນ Delaney Hall.

ຜູ້ຄົນຫລາຍຮ້ອຍຄົນ ໃນສູນກັກກັນຜູ້ອົບພະຍົບ ໃນຣັດ New Jersey ຂອງສະຫະຣັດອາເມຣິກາ ກໍາລັງອົດອາຫານປະທ້ວງ, ສະພາບທີ່ເຮິະຮ້າຍ ພາຍໃນອາຄານ Delaney Hall ແລະເຈົ້າໜ້າທີ່ ປະຕິບັດຕໍຜູ້ຖືກຄຸມຂັງ. ແຕ່ Department of Homeland Security ກ່າວວ່າ ບໍ່ມີສະພາບທີ່ບໍ່ດີ ຫລືການລະເມີດໃດໆ ຢູ່ທີ່ສະຖານທີ່ນັ້ນ.


Published

By Kerrin Thomas

Presented by Sak Phoumirath

Source: SBS


Share this with family and friends


ຜູ້ຄົນຫລາຍຮ້ອຍຄົນ ໃນສູນກັກກັນຜູ້ອົບພະຍົບ ໃນຣັດ New Jersey ຂອງສະຫະຣັດອາເມຣິກາ ກໍາລັງອົດອາຫານປະທ້ວງ, ສະພາບທີ່ເຮິະຮ້າຍ ພາຍໃນອາຄານ Delaney Hall ແລະເຈົ້າໜ້າທີ່ ປະຕິບັດຕໍຜູ້ຖືກຄຸມຂັງ. ແຕ່ Department of Homeland Security ກ່າວວ່າ ບໍ່ມີສະພາບທີ່ບໍ່ດີ ຫລືການລະເມີດໃດໆ ຢູ່ທີ່ສະຖານທີ່ນັ້ນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການອົດອາຫານປະທ້ວງຕໍ່ ICE.

ຜູ້ຄົນຫລາຍຮ້ອຍຄົນ ໃນສູນກັກກັນຜູ້ອົບພະຍົບ ໃນຣັດ New Jersey ຂອງສະຫະຣັດອາເມຣິກາ ກໍາລັງອົດອາຫານປະທ້ວງ, ຕາມຄຳບອກເລົ່າ ຂອງຄອບຄົວຂອງເຂົາເຈົ້າ.

ເຂົາເຈົ້າ ກໍາລັງປະທ້ວງ ສະພາບທີ່ເຮິະຮ້າຍ ພາຍໃນອາຄານ Delaney Hall.

ການສືບສວນພົບວ່າ ມີຜູ້ເສັຍຊີວິດ 10 ຄົນ ຈາກການຂ້າຕົວຕາຍ ໃນສະຖານກັກກັນຄົນຍ້າຍຖິ່ນຖານ ນັບຕັ້ງແຕ່ ປະທານາທິບໍດີ Donald Trump ໄດ້ຮັບຕໍາແຫນ່ງໃນຕົ້ນປີກາຍນີ້ ແລະໄດ້ໃຊ້ວິທີການຮຸນແຮງ ໃນການເນຣະເທດ.

Kerrin Thomas ລາຍງານ.

ແລະໝາຍເຫດ-ເລື່ອງນີ້ ຮວມເຖິງການກ່າວເຖິງ ການຂ້າຕົວຕາຍ.

ຖ້າມັນກໍ່ໃຫ້ເກີດບັນຫາສໍາລັບທ່ານ ຫລືຄົນທີ່ທ່ານຮູ້ຈັກ, ທ່ານສາມາດຂໍຮັບການສນັບສນູນຈາກ Lifeline ໄດ້ທຸກເວລາ ທີ່ 13-11-14.

Adriana Garzon ມີການປະຕິບັດທຸກຄືນ ກັບລູກຊາຍຂອງນາງ, Brayan Rayo Garzon.

"ກິດຈະກັມຂອງພວກເຮົາ ແມ່ນບອກລາ ແລະສູດມົນສເມີ."

ເມື່ອລາວຖືກຄວບຄຸມໂຕໂດຍ Immigration and Customs Enforcement, ຫລື ICE, ລາວໄດ້ຂໍເວົ້າລົມກັບນາງຊ້ຳແລ້ວຊ້ຳອີກ ແຕ່ລາວຖືກປະຕິເສດ, ເພື່ອປ້ອງກັນການແພ່ຂອງໂຣກ.

ແລະລາວ ຍັງໄດ້ຂໍຮັບການປິ່ນປົວ ທາງສຸຂະພາບຈິດນໍາອີກ.

ມັນແມ່ນມື້ທີສີ່ ທີ່ລາວຖືກຂັງຄົນດຽວ ຕອນລາວຂ້າຕົວຕາຍ.

"ລາວໄດ້ຂໍຄວາມຊ່ອຍເຫລືອທາງຈິດໃຈ. ເຂົາເຈົ້າບໍ່ໄດ້ໃຫ້ລາວ. ສໍາລັບຂ້ອຍ... ນັ້ນເປັນຄວາມບົກພ່ອງ."

ການຕາຍຂອງ Brayan Rayo Garzon ໃນເດືອນເມສາ ປີ 2025 ເປັນກໍຣະນີທໍາອິດ ໃນການຂ້າຕົວຕາຍ ທີ່ເພີ່ມຫຼາຍຂຶ້ນ ໂດຍຜູ້ຖືກກັກກັນຂອງ ICE.

ການສືບສວນໂດຍ Associated Press ພົບວ່າ ມີຜູ້ຖືກຄຸມຂັງ ຢ່າງຫນ້ອຍ 10 ຄົນ ທີ່ເສັຍຊີວິດ ຈາກການຂ້າຕົວຕາຍ ນັບຕັ້ງແຕ່ Trump ໄດ້ຮັບຕໍາແຫນ່ງ ໃນເດືອນມັງກອນປີ 2025, ຊຶ່ງໄວກວ່າການເຕີບໂຕ ຂອງຈໍານວນຜູ້ຖືກຄຸມຂັງ.

ມັນເປັນການເພີ່ມຂຶ້ນຢ່າງຫຼາຍ ເພາະຕາມປົກກະຕິແລ້ວ ICE ຈະບັນທຶກການເສັຍຊີວິດດັ່ງກ່າວ ພຽງຫນຶ່ງກໍຣະນີ ຫລືບໍ່ມີເລີຍ ໃນແຕ່ລະປີ.

Dr Sanjay Basu ຈາກ the University of California, San Francisco, ກ່າວວ່າ ໂຕເລກດັ່ງກ່າວ ຊີ້ໃຫ້ເຫັນເຖິງຄວາມລົ້ມເຫລວ ດ້ານສຸຂະພາບຈິດ ໃນວົງກວ້າງ ພາຍໃນລະບົບການກັກຂັງ, ເມື່ອຜູ້ອົບພະຍົບ ຫລາຍໝື່ນຄົນ ຖືກກວາດລ້າງ ໃນຍຸດທະວິທີເນຣະເທດທີ່ຮຸນແຮງ ຂອງຣັດຖະບານ Trump.

"ອັດຕາສ່ວນ ແມ່ນສູງຫຼາຍ, 1 ໃນ 5 ຂອງການເສັຍຊີວິດ ຈາກການຂ້າຕົວຕາຍ. ການຂ້າຕົວຕາຍ ເປັນຈຸດສຸດທ້າຍທີ່ຮຸນແຮງທີ່ສຸດ ຂອງຄວາມກັງວົນ ດ້ານສຸຂະພາບຈິດໃນວົງກວ້າງ ທີ່ບົ່ງບອກວ່າ ມີບາງຢ່າງຜິດປົກກະຕິ ຖ້າຫາກມີການຂ້າຕົວຕາຍ ຈຳນວນຫລາຍ ເກີດຂຶ້ນຕໍ່ສັດສ່ວນຂອງຜູ້ຄົນ."

Department of Homeland Security ກ່າວວ່າ ການຂ້າຕົວຕາຍ ຍັງຄົງຫາຍາກຫລາຍ ແລະເຈົ້າໜ້າທີ່ກັກຂັງ ກໍປະຕິບັດຕາມລະບຽບການທີ່ເຄັ່ງຄັດ ເພື່ອຄວາມປອດພັຍ ຂອງຜູ້ຖືກຄວບຄຸມ ທີ່ສະແດງອາການທຳຮ້າຍຕົນເອງ.

ICE ໄດ້ກ່າວຢ້ຳວ່າ ມັນກວດກາຜູ້ຖືກກັກຂັງ ພາຍໃນ 12 ຊົ່ວໂມງ ຫລັງຈາກເດີນທາງມາເຖິງ ສໍາລັບບັນຫາທາງສຸຂະພາບ, ບັນຫາແຂ້ວ ແລະສຸຂະພາບທາງຈິດ.

ແຕ່ Associated Press ພົບວ່າ ຕ້ອງໃຊ້ເວລາ 35 ຊົ່ວໂມງ ໃນການກວດເບື້ອງຕົ້ນ ສໍາລັບ Mr Garzon.

"ປົດປ່ອຍເຂົາເຈົ້າທັງຫມົດ, ປົດປ່ອຍເຂົາເຈົ້າທັງຫມົດ, ປົດປ່ອຍເຂົາເຈົ້າທັງຫມົດ"

ຄວາມເປັນຫ່ວງເຫລົ່ານີ້ ແລະການສືບສວນຂອງ AP ໄດ້ເກີດຂຶ້ນ ຫລັງຈາກການປິດໂຕລົງຂອງ Office of the Immigration Detention Ombudsman ໃນຕົ້ນເດືອນນີ້.

ສຳນັກງານ ໄດ້ກວດສອບການລະເມີດ ແລະການປະພຶດທີ່ບໍ່ຖືກຕ້ອງ ໃນລະບົບກັກກັນ ຜູ້ຍ້າຍຖິ່ນຖານ.

ລາຍງານ ກ່ຽວກັບການຂ້າຕົວຕາຍ ກໍຍັງມີຢູ່ ໃນຂນະທີ່ຫລາຍຮ້ອຍຄົນ ຢູ່ໃນສູນກັກກັນ Delaney Hall ໃນຣັດ New Jersey ເລີ່ມອົດອາຫານປະທ້ວງ ກ່ຽວກັບສະພາບພາຍໃນສູນ.

ສາມີຂອງ Gabriela Soto ກໍເປັນໜຶ່ງຂອງຜູ້ປະທ້ວງ.

"ຂ້ອຍເປັນເມັຍຂອງ Martin Soto. ລາວມີສ່ວນຮ່ວມໃນການອົດອາຫານປະທ້ວງ. ແຕ່ພວກເຂົາເຈົ້າ ໄດ້ຕອບໂຕ້ລາວ. ເຂົາເຈົ້າກໍາລັງ ໝາຍໂຕລາວ. ນີ້ແມ່ນການໂຮມໂຕກັນ ຂອງກຸ່ມຜູ້ຖືກກັກຂັງ ຫລາຍກວ່າ 300 ຄົນໃນທຸກຫນ່ວຍພາຍໃນ. ມັນບໍ່ແມ່ນພຽງແຕ່ຄົນດຽວເທົ່ານັ້ນ."

ຕາມຈົດຫມາຍຈາກຜູ້ຄົນ ທີ່ຢູ່ໃນບ່ອນກັກກັນ, ສະຖານທີ່ນັ້ນ ບໍ່ຜ່ານກົດເກນພື້ນຖານ.

"ອາຫານທີ່ມີຫນອນ ຢູ່ໃນສະພາບບູດເນົ່າ, ບັນຫາທີ່ບໍ່ສາມາດແກ້ໄຂໄດ້, ໂດຍສະເພາະແມ່ນຫ້ອງນໍ້າ ຊຶ່ງຢູ່ໃນສະພາບທີ່ເຮິະຮ້າຍ ແລະບໍ່ ເໝາະສົມຕໍ່ມະນຸດ, ບັນຫາການຖ່າຍເທອາກາດ, ບັນຫາສຸຂະພາບທີ່ຮ້າຍແຮງ, ຄົນສ່ວນຫຼາຍເປັນໄຂ້ຫວັດຢ່າງຕໍ່ເນື່ອງ ດ້ວຍການໄອທີ່ບໍ່ເຊົາ. ຫຼາຍຄົນມີການເຈັບຕາ, ຕິດເຊື້ອທາງທໍ່ຍ່ຽວ, ມີໄຂ້ ແລະໄອ. ບັນຫາ ເລື່ອງການດູແລທາງເເພດ-ຖ້າຫາກທ່ານເຈັບປ່ວຍ, ທ່ານຕ້ອງສົ່ງຄໍາຮ້ອງ ທີ່ໃຊ້ຕ້ອງເວລາສອງອາທິດ ເພື່ອຈະໄດ້ຮັບຄໍາຕອບ ຫຼືທ່ານຈະບໍ່ໄດ້ຮັບຄໍາຕອບເລີຍ."

Daniel Goldman ຈາກພັກ Democrat ຣັດ New York ໄດ້ເຂົ້າໄປໃນສະຖານທີ່ນັ້ນ ເພື່ອເບິ່ງສະພາບການດ້ວຍຕົນເອງ, ແລະໄດ້ກ່າວກັບສື່ສານມວນຊົນຢູ່ຂ້າງນອກ.

"ເລື່ອງລາວທີ່ພວກເຮົາໄດ້ຍິນຈາກທີ່ນີ້ ເປັນສິ່ງທີ່ຫນ້າຢ້ານກົວ ແລະຫນ້າເສັຍໃຈ ທີ່ສອດຄ່ອງກັບສິ່ງທີ່ພວກເຮົາໄດ້ຍິນທົ່ວປະເທດ ແລະ ICE ຍັງເວົ້າຕົວະຢ່າງບໍ່ອາຍ ກ່ຽວກັບສະພາບການ ໃນສະຖານທີ່ກັກຂັງທັງຫມົດນີ້. ຂ້າພະເຈົ້າ ເຄີຍໄປທີ່ MDC (Metropolitan Detention Center) ໃນເມືອງ Brooklyn ບ່ອນທີ່ຄົນຍ້າຍຖິ່ນຖານ ຖືກປະຕິບັດຄືກັບອາດຊະຍາກອນ ເຖິງແມ່ນວ່າເຂົາເຈົ້າ ບໍ່ມີປວັດອາດຊະຍາກັມກໍຕາມ."

Department of Homeland Security ກ່າວວ່າ ບໍ່ມີສະພາບທີ່ບໍ່ດີ ຫລືການລະເມີດໃດໆ ຢູ່ທີ່ສະຖານທີ່ນັ້ນ.

Amol Sinha ຜູ້ອໍານວຍການໃຫຍ່ຂອງ the American Civil Liberties Union of New Jersey ກ່າວວ່າ ຜູ້ຄົນທີ່ຢູ່ໃນນັ້ນ ຊຶ່ງຮວມເຖິງຜູ້ຍິງທີ່ຖືພາ, ແລະການປະຕິບັດຕໍ່ພວກເຂົາແບບນັ້ນ ເປັນການລ່ວງລະເມີດທີ່ຜິດກົດຫມາຍ.

"ເຂົາເຈົ້າ ກໍາລັງປະສົບກັບສະພາບທີ່ໜ້າສັງເວດ. ເຂົາເຈົ້າ ກໍາລັງປະສົບກັບການຂາດການປິ່ນປົວ. ເຮົາໄດ້ຍິນເລື່ອງລາວທີ່ຫນ້າຢ້ານກົວເຫລົ່ານີ້ ຊ້ຳແລ້ວຊ້ຳອີກ: ຜູ້ຍິງທີ່ຖືພາ ບໍ່ສາມາດເຂົ້າເຖິງການດູແລ, ຜູ້ຄົນ ທີ່ໄດ້ຮັບບາດເຈັບບໍ່ ໄດ້ຮັບການປິ່ນປົວ, ຜູ້ຄົນ ບໍ່ສາມາດເຂົ້າເຖິງຢາທີ່ເຂົາເຈົ້າຕ້ອງການ ເພື່ອຊ່ວຍຊີວິດ. ແລະເຊັ່ນດຽວກັບທຸກຄົນຢູ່ຂ້າງນອກ, ທຸກຄົນຢູ່ຂ້າງໃນ ກໍມີສິດຕາມຣັດຖະທັມມະນູນ ເຊັ່ນກັນ."

ໃນຂນະດຽວກັນ, Adriana Garzon ຄິດເລື້ອຍໆກ່ຽວກັບລູກຊາຍທີ່ນາງສູນເສັຍ ໃນລະບົບການກັກຂັງຜູ້ອົບພະຍົບ.

"ທຸກໆມື້ ພວກເຮົາເວົ້າກ່ຽວກັບລາວ-ທຸກໆມື້. ບໍ່ມີມື້ໃດ ທີ່ພວກເຮົາບໍ່ກ່າວຊື່ຂອງລາວ."]]

ຖ້າຫາກທ່ານ ຫລືຄົນທີ່ທ່ານຮູ້ຈັກ ຕ້ອງການຄວາມຊ່ອຍເຫລືອໃນຍາມສຸກເສີນ, ໃຫ້ຕິດຕໍ່ຫາ Lifeline ທີ່ 13 11 14, the Suicide Call Back Service ທີ່ 1300 659 467 ແລະ Kids Helpline ທີ່ 1800 551 800 (ສໍາລັບຊາວຫນຸ່ມທີ່ມີອາຍຸເຖິງ25ປີ). ສຳລັບຂໍ້ມູນເພີ່ມເຕີມ ແລະການສນັບ ສນູນ ເລື່ອງສຸຂະພາບຈິດ ສາມາດເບິ່ງໄດ້ທີ່ beyondblue.org.au ແລະ1300 224 636.

Embrace Multicultural Mental Health ສນັບສນູນຜູ້ຄົນ ຈາກພູມຫຼັງທີ່ແຕກຕ່າງທາງດ້ານວັດທະນະທັມ ແລະພາສາ.

ສໍາລັບການສນັບສນູນ ທີ່ເຫມາະສົມກັບວັດທະນະທັມ ຂອງຊາວພື້ນ ເມືອງ ໂທຫາ 13YARN.. ສາຍໂທຣະສັບແຫ່ງຊາດ ຕລອດ 24 ຊົ່ວໂມງ ທີ່ 13 92 76 ຊຶ່ງໃຫ້ຄວາມຊ່ອຍເຫລືອ ໃນບັນຫາຕ່າງໆ ຮວມທັງສຸຂະພາບຈິດ.https://www.13yarn.org.au/

ລາຍງານໂດຍ Kerrin Thomas ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now