ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສະຖານະການເຈຣະຈາສັນຕິພາບໃນ Iran.
ຍັງບໍ່ຊັດເຈນວ່າ Iran ຈະມາເຈຣະຈາ ກັບສະຫະຣັດອາເມຣິກາ ໃນວັນອັງຄານຫລືບໍ່, ໃນຂນະທີ່ ເວລາຂອງການຢຸດຍິງສອງອາທິດ ຈະສິ້ນສຸດລົງ.
Tehran ຍັງຕໍ່ຕ້ານຄວາມກົດດັນ ຈາກສະຫະຣັດອາເມຣິກາ ແລະອິດສະຣາເອລ ໃຫ້ຕົກລົງກັນເລື່ອງນິວເຄລັຍ, ໃນຂນະທີ່ຄວາມເຄັ່ງຕຶງ ໄດ້ເພີ່ມຂຶ້ນ ກ່ຽວກັບການຮັບຮອງ ເສັ້ນທາງເດີນເຮືອທີ່ປອດພັຍ ຜ່ານເສັ້ນທາງເດີນເຮືອ ທີ່ສໍາຄັນຂອງໂລກ Strait of Hormuz.
Catriona Stirrat ລາຍງານ.
ໃນຂນະທີ່ການຢຸດຍິງສອງອາທິດ ລະຫວ່າງ Iran ແລະສະຫະຣັດອາເມຣິກາ ຈະສິ້ນສຸດລົງ, ຄວາມຫວັງຂອງສອງປະເທດ ທີ່ຈະບັນລຸຂໍ້ຕົກລົງ ກໍກໍາລັງຈະຫາຍໄປ.
ເຈົ້າຫນ້າທີ່ Iran ໄດ້ບອກກັບ Reuters ວ່າ Iran ກໍາລັງພິຈາຣະນາ ການເຈຣະຈາສັນຕິພາບ ກັບສະຫະຣັດອາເມຣິກາໃນ Pakistan, ຫລັງຈາກເຈົ້າຫນ້າທີ່ຂອງ Pakistan ພະຍາຍາມທີ່ຈະຢຸດການປິດກັ້ນທ່າເຮືອ ຂອງ Iran ໂດຍອາເມຣິກາ-ຊຶ່ງເປັນອຸບປະສັກສໍາຄັນ ສໍາລັບ Iran ທີ່ຈະກັບຄືນມາຮ່ວມ ໃນຄວາມພະຍາຍາມເພື່ອສັນຕິພາບ.
ແຕ່ເຈົ້າຫນ້າທີ່ ໄດ້ເນັ້ນຫນັກວ່າ ຍັງບໍ່ມີການຕັດສິນໃຈເທື່ອ.
ປະທານາທິບໍດີ Iran, Masoud Pezeshkian, ໄດ້ລົງໃນເວັບໄຊ X ປະນາມຂໍ້ຄວາມ ຈາກເຈົ້າຫນ້າທີ່ຂອງສະຫະຣັດອາເມຣິກາໂດຍກົງ.
"ການປະຕິບັດຕາມຄໍາຫມັ້ນສັນຍາ ເປັນພື້ນຖານຂອງການສົນທະນາ ທີ່ມີຄວາມຫມາຍ. ຄວາມບໍ່ໄວ້ວາງໃຈຢ່າງຍາວນານຂອງ Iran ທີ່ມີຕໍ່ການປະພຶດ ຂອງຣັດຖະບານສະຫະຣັດອາເມຣິກາ ຍັງຄົງມີຢູ່, ໃນຂນະທີ່ ສັນຍານທີ່ບໍ່ສ້າງສັນ ແລະຂັດແຍ້ງຈາກເຈົ້າຫນ້າທີ່ ຂອງສະຫະຣັດອາເມຣິກາ ມີຂໍ້ຄວາມອັນຂົມຝາດ; ເຂົາເຈົ້າສແວງຫາ ການຍອມຈຳນົນຂອງ Iran. ຊາວ Iran ບໍ່ຍອມຈຳນົນຕໍ່ການໃຊ້ກຳລັງ."
ຄວາມບໍ່ໄວ້ວາງໃຈນີ້ ບໍ່ໄດ້ຊ່ອຍໃນການໂຈມຕີຂອງອາເມຣິກາ ຕໍ່ກໍາປັ່ນບັນທຸກສິນຄ້າຂອງ Iran ໃນທ້າຍອາທິດ, ຊຶ່ງເຮັດໃຫ້ທາງການ ຂອງ Iran ຂູ່ວ່າຈະຕອບໂຕ້.
ໂຄສົກຂອງຣັດຖະສະພາ, Mohammad Baqer Qalibaf, ໄດ້ຖແລງໃນ X,ໂດຍການເອີ້ນຊື່ ຂອງປະທານາທິບໍດີ Trump ໂດຍກົງ ໃນຂນະທີ່ລາວເນັ້ນຢ້ຳ ເຖິງຄວາມບໍ່ເຕັມໃຈຂອງ Tehran ທີ່ຈະຕອບສນອງຕໍ່ການຂົ່ມຂູ່.
"Donald Trump, ໂດຍການສັ່ງການປິດກັ້ນ ແລະລະເມີດການຢຸດຍິງ, ໃນຄວາມຄິດເຫັນຂອງລາວ, ແມ່ນຢາກປ່ຽນໂຕະເຈຣະຈານີ້ ໃຫ້ເປັນໂຕະແຫ່ງການຍອມຈຳນົນ ຫລືເຫດຜົນໃນການກໍ່ສົງຄາມໃໝ່. ພວກເຮົາບໍ່ຍອມຮັບການເຈຣະຈາ ພາຍໃຕ້ເງົາຂອງການຂົ່ມຂູ່, ແລະໃນສອງອາທິດຜ່ານມານີ້ ພວກເຮົາໄດ້ຕຽມພ້ອມ ທີ່ຈະເປີດອຸບປະກອນໃຫມ່ໃນສນາມຮົບ."
ແຕ່ເຖິງແມ່ນຈະມີຄວາມສົງສັຍຢ່າງແຈ່ມແຈ້ງຈາກຝ່າຍ Iran, ແຕ່ຂໍ້ຄວາມຂອງປະທານາທິບໍດີ Trump ກໍຍັງຢືນຢັນຄືເກົ່າຢູ່.
ລາວໄດ້ຂົ່ມຂູ່ຊ້ຳອີກ ໃນທ້າຍອາທິດ ວ່າຈະແນເປົ້າຫມາຍ ໃສ່ໂຄງສ້າງພື້ນຖານທີ່ສໍາຄັນຂອງ Iran ຖ້າຫາກການເຈຣະຈາລົ້ມເຫລວ, ໂດຍຂູ່ວ່າຈະໂຈມຕີຂົວ ແລະໂຮງງານໄຟຟ້າ ຊຶ່ງຜູ້ຊ່ຽວຊານກ່າວວ່າ ອາດເປັນການລ່ວງລະເມີດ ກົດຫມາຍລະຫວ່າງປະເທດ.
ໃນຖແລງການຜ່ານ Truth Social ສື່ສານມວນຊົນຂອງລາວ, Trump ກໍາລັງຢືນຢັນວ່າ ລາວຈະບັນລຸຂໍ້ຕົກລົງ Nuclear ທີ່ດີກວ່າກັບ Iran.
"ການຕົກລົງທີ່ພວກເຮົາເຮັດກັບ Iran ຈະດີກວ່າ JCPOA, ຊຶ່ງເອີ້ນກັນທົ່ວໄປວ່າ "ຂໍ້ຕົກລົງນິວເຄລັຍຂອງ Iran," ຊຶ່ງຂຽນໂດຍ Barack Hussein Obama ແລະ Sleepy Joe Biden, ຊຶ່ງເປັນຂໍ້ຕົກລົງ ທີ່ຂີ້ຮ້າຍທີ່ສຸດ ທີ່ເຄີຍເຮັດມາ ກ່ຽວກັບຄວາມປອດພັຍຂອງປະເທດເຮົາ. ມັນເປັນເສັ້ນທາງທີ່ຮັບຮອງວ່າ ຈະໄປສູ່ອາວຸດ Nuclear, ຊຶ່ງຈະບໍ່ເກີດຂຶ້ນ, ແລະບໍ່ສາມາດເກີດຂຶ້ນ ກັບຂໍ້ຕົກລົງທີ່ເຮົາກໍາລັງເຮັດຢູ່."
Trump ໄດ້ກ່າວຕື່ມວ່າ ອິດສະຣາເອລບໍ່ໄດ້ກົດດັນສະຫະຣັດອາເມຣິກາ ໃຫ້ເລີ່ມຕົ້ນສົງຄາມກັບ Iran, ໂດຍກ່າວຕື່ມວ່າ ເຫດການໃນວັນທີ 7 ຕຸລາ ໄດ້ເນັ້ນຫນັກຄວາມຄິດເຫັນຂອງລາວວ່າ Iran ບໍ່ຄວນມີອາວຸດ Nuclear.
ລາວຍັງປະຕິເສດຢ່າງຫນັກແຫນ້ນວ່າ ລາວຢູ່ພາຍໃຕ້ຄວາມກົດດັນ ທີ່ຈະເຮັດຂໍ້ຕົກລົງ, ໂດຍອ້າງເຖິງການລາຍງານດັ່ງກ່າວວ່າ ເປັນຂ່າວປອມ, ໃນຂນະທີ່ລາວຢືນຢັນອີກວ່າ "ທຸກຢ່າງຈະເກີດຂຶ້ນຢ່າງໄວ."
ແຕ່ Iran ປະຕິເສດທີ່ຈະຕົກລົງກັບຂໍ້ຮຽກຮ້ອງ ຂອງອາເມຣິກາ ແລະອິດສະຣາເອລ ທີ່ບໍ່ໃຫ້ Tehran ມີ Uranium ທີ່ເພີ່ມສະມັດຕະພາບ, ແລະເນັ້ນຫນັກວ່າ ຄວາມພະຍາຍາມທີ່ຈະເພີ່ມສະມັດຕະພາບຂອງມັນ ແມ່ນເພື່ອຈຸດປະສົງດ້ານພົນລະເຮືອນ, ແລະວ່າ ມັນຍັງເປັນຜູ້ລົງນາມໃນສົນທິສັນຍາ ວ່າດ້ວຍການບໍ່ແພ່ຂຍາຍອາວຸດ Nuclear ປີ 1970.
The Strait of Hormuz ເປັນອຸບປະສັກອີກຢ່າງຫນຶ່ງ ສໍາລັບສອງຝ່າຍທີ່ຂັດແຍ້ງກັນ ໃນການບັນລຸຂໍ້ຕົກລົງ.
Iran ໄດ້ເປີດຊ່ອງແຄບຊົ່ວຄາວ ໃນທ້າຍອາທິດ, ກ່ອນຈະປ່ຽນການຕັດສິນໃຈຂອງເຂົາເຈົ້າ ໂດຍອ້າງເຖິງຄວາມລົ້ມເຫລວ ຂອງສະຫະຣັດອາເມຣິກາ ທີ່ຈະຍົກເລີກການປິດກັ້ນທາງນ້ຳໃນທ່າເຮືອຂອງ Iran.
Stephanne Dujarric ໂຄສົກສະຫະປະຊາຊາດ ກໍາລັງຮຽກຮ້ອງໃຫ້ທຸກຝ່າຍ ເຄົາຣົບການເດີນເຮືອຢ່າງເສຣີ.
ເມື່ອຖືກຖາມກ່ຽວກັບການປິດກັ້ນການເດີນເຮືອ ໂດຍອາເມຣິກາ, Stephanne Dujarric ຕອບວ່າ:
"ພວກເຮົາ ໄດ້ເຫັນກິດຈະກັມຫລາຍຢ່າງ ແລະຕາມຈິງແລ້ວ, ມີຄວາມສັບສົນຫລາຍ ກ່ຽວກັບສະຖານະພາບຂອງ Strait of Hormuz. ສິ່ງທີ່ເຫັນໄດ້ຢ່າງຊັດແຈ້ງສໍາລັບພວກເຮົາແມ່ນວ່າ ເລຂາທິການ ຍັງເປັນຫ່ວງກັບຂໍ້ຈໍາກັດທີ່ມີຢູ່, ພ້ອມທັງເຫດການທາງທະເລທີ່ເຮົາໄດ້ເຫັນ ໃນໄລຍະ 48 ຊົ່ວໂມງຜ່ານມານີ້. ຈຸດຢືນຂອງພວກເຮົາຍັງຊັດເຈນວ່າ ພວກເຮົາ ຈໍາເປັນຕ້ອງເຫັນການຟື້ນຟູ ສິດທິການເດີນເຮືອລະຫວ່າງປະເທດ ແລະເສຣີພາບ ໃນການເດີນເຮືອຢ່າງເຕັມທີ ໃນ Strait of Hormuz ແລະນັ້ນ ຈໍາເປັນຕ້ອງໄດ້ຮັບຄວາມເຄົາຣົບຈາກທຸກຝ່າຍ."
ການໂຈມຕີ Lebanon ໂດຍອິດສະຣາເອລ ກໍຂັດຂວາງໂອກາດຂອງສັນຕິພາບຄືກັນ.
ກະຊວງການຕ່າງປະເທດ ຂອງອາເມຣິກາໄດ້ຢືນຢັນວ່າ ມັນຈະຈັດການເຈຣະຈາຮອບທີສອງ ລະຫວ່າງ Israel ແລະ Lebanon ໃນວັນພະຫັດ, ຫລັງຈາກໄດ້ປະກາດຂໍ້ຕົກລົງຢຸດຍິງ 10 ມື້ລະຫວ່າງ Hezbollah ແລະອິດສະຣາເອລ ອາທິດຜ່ານມານີ້.
ແຕ່ມີລາຍງານວ່າ ອິດສະຣາເອລຍັງໂຈມຕີຫມູ່ບ້ານຕ່າງໆ ຢູ່ພາກໃຕ້ຂອງ Lebanon ໃນການຂັດແຍ້ງ ທີ່ອິດສະຣາເອລ ໄດ້ຂ້າຜູ້ຄົນຫລາຍກວ່າ 2000 ຄົນ ແລະເຮັດໃຫ້ມີຜູ້ພັດຖິ່ນ ຫລາຍກວ່າຫນຶ່ງລ້ານຄົນ.
ລາຍງານໂດຍ Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





