ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຜົນກະທົບຂອງສົງຄາມໃນຕາເວັນອອກກາງ.
ໂຮງງານນ້ຳມັນ ແລະແກັສ ກໍາລັງຕົກເປັນເປົ້າ ໃນສົງຄາມ ໃນຕາເວັນອອກກາງ, ຊຶ່ງເຮັດໃຫ້ ສາຍໂສ້ການລຳລຽງນ້ຳມັນທົ່ວໂລກ ຖືກລົບກວນຢ່າງຍືດເຍື້ອ.
ແລະມັນຍັງໄດ້ສົ່ງຜົນກະທົບ ໄປສູ່ເສດຖະກິດໂລກ.
Essam Al-Ghalib ລາຍງານ.
ບັດນີ້ໂຄງສ້າງພື້ນຖານດ້ານພະລັງງານ ຕົກເປັນເປົ້າໝາຍ ຂອງການຂັດແຍ້ງລະຫວ່າງ Iran, ອິດສະຣາເອລ ແລະສະຫະຣັດອາເມຣິກາ, ພ້ອມດ້ວຍການໂຈມຕີໂຮງງານນ້ຳມັນ ແລະແກັສທົ່ວເຂດອ່າວ, ຊຶ່ງກໍ່ໃຫ້ເກີດຄວາມຢ້ານກົວ ກ່ຽວກັບສົງຄາມໃນວົງກວ້າງ ແລະຄວາມຕົກຕະລຶງ ທາງເສດຖະກິດທົ່ວໂລກ.
Iran ໄດ້ຍົກລະດັບການຕອບໂຕ້ ຫລັງຈາກການໂຈມຕີ ຂອງອິດສະຣາເອລ ໃນແຫຼ່ງແກັສທີ່ South Pars- ຊຶ່ງແມ່ນແຫຼ່ງແກັສ ທີ່ໃຫຍ່ທີ່ສຸດຂອງໂລກ, ຮ່ວມກັບ Qatar.
ມັນໄດ້ໂຈມຕີ ໂຮງງານກັ່ນນ້ຳມັນຂອງ Saudi ໃນທ່າເຮືອ Yanbu, ພ້ອມທັງໂຮງງານແກັສ ໃນປະເທດ Qatar ແລະໂຮງກັ່ນນ້ຳມັນ ໃນປະເທດKuwait.
ຢູ່ໃນອິດສະຣາເອລ, ໂຮງກັ່ນໃນເມືອງ Haifa ກໍຖືກໂຈມຕີເຊັ່ນກັນ, ເຮັດໃຫ້ເກີດຄວາມເສັຍຫາຍເລັກນ້ອຍ ແລະໄຟຟ້າຂາດ.
ການໂຈມຕີນັ້ນ ໄດ້ບັງຄັບໃຫ້ຫລາຍລ້ານຄົນ ເຂົ້າໄປໃນບ່ອນຫລົບພັຍ, ໃນຂນະທີ່ອິດສະຣາເອລ ຕອບໂຕ້ດ້ວຍການໂຈມຕີເປົ້າຫມາຍທາງເຮືອ ຂອງ Iran ໃນ ທະເລ Caspian, ຊຶ່ງກ່າວວ່າ ໄດ້ຫລຸດຂີດຄວາມສາມາດຂອງ Iran ລົງຢ່າງຫລວງຫລາຍ.
ບັດນີ້ ຜູ້ນໍາໃນພູມີພາກ ກໍາລັງຕອບໂຕ້ຄືນ.
Sheikh Mohammed bin Abdulrahman Al Thani, ນາຍົກຣັດຖະມົນຕີຂອງ Qatar ກ່າວວ່າ ຄໍາກ່າວອ້າງຂອງ Iran ທີ່ວ່າມັນແນເປົ້າ ໃສ່ຊັບສິນຂອງອາເມຣິການັ້ນ ຟັງບໍ່ຂຶ້ນ.
"ຫນ້າເສັຍໃຈທີ່ Iran ອ້າງຢ່າງຕໍ່ເນື່ອງວ່າ ການໂຈມຕີນັ້ນ ເປັນການໂຈມຕີຊັບສິນຂອງອາເມຣິກາ ຫລືຖານທັບຂອງອາເມຣິກາ ໃນປະເທດ Qatar ແລະພູມີພາກ. ພວກເຮົາປະຕິເສດຄໍາກ່າວອ້າງນີ້ ຊຶ່ງບໍ່ສາມາດຍອມຮັບໄດ້ ບໍ່ວ່າໃນກໍຣະນີໃດໆກໍຕາມ. ຫຼັກຖານທີ່ຍິ່ງໃຫຍ່ທີ່ສຸດ ແມ່ນການໂຈມຕີ ທີ່ເກີດຂຶ້ນມື້ວານນີ້ ຊຶ່ງແມ່ນການໂຈມຕີ ໂຮງງານແກັສທັມມະຊາດ ຂອງ Qatar ເຊິ່ງເປັນແຫຼ່ງລາຍໄດ້ຂອງຊາວ Qatar; ແຕ່ບໍ່ພຽງແຕ່ສໍາລັບຊາວ Qatar ເທົ່ານັ້ນ, ສິ່ງທີ່ເຂົາເຈົ້າໄດ້ເຮັດໃນມື້ວານນີ້ ຍັງມີຜົນກະທົບ ຕໍ່ຜູ້ຄົນຫລາຍລ້ານຄົນ ທີ່ປະເທດ Qatar ກໍາລັງຊ່ອຍເຫລືອຢູ່."
ເມື່ອຕົ້ນເດືອນນີ້, ຂີປະນາວຸດຂອງ Iran ໄດ້ຕົກໃສ່ປະເທດ Turkiye, ເປັນການເຕືອນ ເຖິງຄວາມຮຸນແຮງທີ່ເພີ່ມຂຶ້ນເລື້ອຍໆ.
Hakan Fidan ຣັດຖະມົນຕີການຕ່າງປະເທດ ກ່າວວ່າ ຈຸດສໍາຄັນໃນເວລານີ້ ແມ່ນຢຸດຄວາມຂັດແຍ້ງ ບໍ່ໃຫ້ລຸກລາມ.
"ໃນຂນະທີ່ເວົ້າລົມກັບ Iran, ພວກເຮົາພະຍາຍາມໃຫ້ແນ່ໃຈວ່າ ສົງຄາມຈະບໍ່ລຸກລາມອອກໄປ. Iran ເອງກໍກໍາລັງຖືກໂຈມຕີ, ແຕ່ບໍ່ມີຫຍັງ ທີ່ຈະແກ້ຕົວ ໃນການການໂຈມຕີປະເທດຕ່າງໆໃນເຂດນີ້. ສິ່ງນີ້ ເຮັດໃຫ້ຄວາມແຕກແຍກເລິກຍິ່ງຂຶ້ນ, ແຜ່ຂຍາຍສົງຄາມ, ແລະເຮັດໃຫ້ວິກິດຮ້າຍແຮງຂຶ້ນ. ພວກເຮົາໃຫ້ຄໍາແນະນໍາທີ່ຈິງໃຈ ແລະເປັນມິດທີ່ສຸດ ຕໍ່ Iran ຢ່າງຕໍ່ເນື່ອງ ໃນຖານະທີ່ເປັນຣັດ ທີ່ມີຄວາມຮັບຜິດຊອບ."
ໃນຂນະດຽວກັນ, ທີ່ສະຫະປະຊາຊາດ, Antonio Guterres ເລຂາທິການ ກໍາລັງຮຽກຮ້ອງ ໃຫ້ຢຸດການສູ້ຮົບທັນທີ.
"ເຖິງ Iran: ຢຸດໂຈມຕີເພື່ອນບ້ານຂອງທ່ານ. ເຂົາເຈົ້າບໍ່ເຄີຍມີສ່ວນຮ່ວມ ໃນຄວາມຂັດແຍ້ງ. ສະພາຄວາມໝັ້ນຄົງ ໄດ້ປະນາມການໂຈມຕີເຫລົ່ານີ້, ໄດ້ສັ່ງໃຫ້ຢຸດການໂຈມຕີ ເນື່ອງຈາກໄດ້ສັ່ງໃຫ້ເປີດ Strait of Hormuz."
ຄໍາເຕືອນນັ້ນສໍາຄັນ ເພາະ Strait of Hormuz ມີນ້ຳມັນປະມານຫນຶ່ງສ່ວນຫ້າຂອງໂລກ; ແລະການລົບກວນ ຂອງການຂົນສົ່ງ ໄດ້ເຮັດໃຫ້ລາຄານ້ຳມັນທົ່ວໂລກ ສູງຂຶ້ນຢ່າງໄວ.
ສະຫະປະຊາຊາດປະເມີນວ່າ ລາຄານ້ຳມັນ ໄດ້ເພີ່ມຂຶ້ນປະມານ 45 ເປີເຊັນ-ແລະແກັສ 55 ເປີເຊັນ-ນັບແຕ່ທ້າຍເດືອນກຸມພາ. ນັ້ນໄດ້ສົ່ງຜົນກະທົບ ຕໍ່ອັດຕາເງິນເຟີ້ ແລະຄອບຄົວທີ່ທຸກຍາກຢ່າງໜັກທີ່ສຸດ.
ດ້ວຍວ່າ ໂຮງງານພະລັງງານ ກໍາລັງຕົກເປັນເປົ້າຫມາຍ, ບັດນີ້ ກໍມີສັນຍານທີ່ເພີ່ມຂຶ້ນ ເຖິງຄວາມແຕກແຍກ ລະຫວ່າງ Washington ແລະ Tel Aviv.
Tulsi Gabbard ຜູ້ອໍານວຍການຂອງ National Intelligence ຂອງອາເມຣິກາກ່າວວ່າ ວັດຖຸຈຸດປະສົງຂອງອາເມຣິກາ ແລະອິດສະຣາເອລ ບໍ່ສອດຄ່ອງກັນອີກຕໍ່ໄປ.
"ວັດຖຸຈຸດປະສົງ ທີ່ປະທານານາທິບໍດີ ໄດ້ວາງແຜນໄວ້ ແມ່ນແຕກຕ່າງຈາກວັດຖຸຈຸດປະສົງ ທີ່ຣັດຖະບານອິດສະຣາເອລ ໄດ້ວາງແຜນໄວ້. ເຮົາສາມາດເຫັນໄດ້ ຈາກການປະຕິບັດງານວ່າ ຣັດຖະບານອິດສະຣາເອລ ໄດ້ແນໃສ່ ການສັງຫານຜູ້ນໍາຂອງ Iran. ປະທານານາທິບໍດີ ໄດ້ກ່າວວ່າ ວັດຖຸປະສົງຂອງເພິ່ນ ແມ່ນທີ່ຈະທໍາລາຍຄວາມສາມາດ ໃນການຍິງຂີປະນາວຸດຂອງ Iran, ຄວາມສາມາດ ໃນການຜລິດຂີປະນາວຸດ ຂອງເຂົາເຈົ້າ, ແລະຄວາມສາມາດ ຂອງກອງທັບເຮືອ, ກອງທັບເຮືອ ຂອງ IRGC ແລະຄວາມສາມາດຂອງການວາງລະເບີດ.
ຄວາມແຕກແຍກນັ້ນ ກໍາລັງກຳໜົດວິທີ ທີ່ອາເມຣິກາ ກໍາລັງຮັບມືກັບຄວາມຂັດແຍ້ງ.
ປະທານາທິບໍດີ Donald Trump ກ່າວວ່າ ລາວບໍ່ຢາກບອກວ່າ ອາເມຣິກາອາດເຮັດແນວໃດ ເມື່ອກ່າວເຖິງຍຸດທະວິທີ ທາງທະຫານ.
"ບໍ່, ຂ້າພະເຈົ້າບໍ່ໄດ້ໃຊ້ກອງທັບຢູ່ບ່ອນໃດ. ຖ້າຫາກຂ້າພະເຈົ້າຈະເຮັດ, ຂ້າພະເຈົ້າກໍຈະບໍ່ບອກທ່ານແນ່ນອນ, ແຕ່ຂ້າພະເຈົ້າ ຈະບໍ່ໃຊ້ກອງທັບ."
ແລະລາວກ່າວວ່າ ເຖິງແມ່ນວ່າ ກອງທັບອາເມຣິກາ ໄດ້ແນເປົ້າຫມາຍໃສ່ສະຖານທີ່ທາງທະຫານ ຢູ່ເກາະ Kharg ຂອງ Iran -ແຕ່ມັນໄດ້ບໍ່ເຮັດໃຫ້ ໂຄງສ້າງພື້ນຖານດ້ານນ້ຳມັນ ເສັຍຫາຍ.
"ພວກເຮົາ ໄດ້ທຳລາຍທຸກຢ່າງ ເວັ້ນແຕ່ທໍ່ນ້ຳມັນ. ພວກເຮົາບໍ່ໄດ້ທຳລາຍທໍ່ນ້ຳມັນ. ເພາະການສ້ອມແປງທໍ່ນ້ຳມັນ ຈະຕ້ອງໃຊ້ເວລາຫລາຍປີ, ທ່ານຮູ້ວ່າ ເຂົາເຈົ້າຈະຕ້ອງເຮັດ."
ເຖິງຢ່າງໃດກໍຕາມ, Washington ກໍກໍາລັງຕຽມພ້ອມ ສໍາລັບຄວາມເປັນໄປໄດ້ ທີ່ຄວາມຂັດແຍ້ງ ຈະດໍາເນີນຕໍ່ໄປ.
Pentagon ກໍາລັງຊອກຫາເງິນທຶນເພີ່ມເຕີມ ເຖິງສອງຮ້ອຍພັນລ້ານ ($200 billion) ໂດລາ ຫຼືປະມານສອງຮ້ອຍແປດສິບ (280,000) ພັນລ້ານໂດລາອອສເຕຣເລັຍ ສໍາລັບສົງຄາມ.
ປະທານາທິບໍດີ Trump ກ່າວວ່າ ສະຖານະການ ຮຽກຮ້ອງໃຫ້ເຮັດ.
"ພວກເຮົາ ກໍາລັງຖາມຫາເຫດຜົນຫລາຍຢ່າງ ນອກເຫນືອໄປຈາກ ສິ່ງທີ່ພວກເຮົາກໍາລັງເວົ້າເຖິງ ໃນປະເທດ Iran. ນີ້ເປັນໂລກທີ່ວຸ້ນວາຍຫລາຍ, ແລະອຸປະກອນທາງທະຫານ, ພະລັງຂອງອາວຸດບາງຢ່າງ ເປັນສິ່ງທີ່ຄິດບໍ່ເຖິງ. ທ່ານບໍ່ຢາກຮູ້ກ່ຽວກັບເລື່ອງນີ້ຊ້ຳ."
ທີ່ Pentagon, Pete Hegseth ເລຂາສົງຄາມ (Secretary of War) ຂອງອາເມຣິກາກ່າວວ່າ ພັນທະມິດຄວນສນັບສນູນ ການຣົນນະຣົງນີ້.
"ໂລກນີ້, ຕາເວັນອອກກາງ, ພັນທະມິດທີ່ເນຣະຄຸນຂອງເຮົາໃນຢູໂຣບ, ແມ່ນແຕ່ບາງພາກສ່ວນ ຂອງສື່ຂອງເຮົາເອງ, ຄວນກ່າວສິ່ງຫນຶ່ງຕໍ່ປະທານາທິບໍດີ Trump ວ່າ: ຂອບໃຈ. ຂອບໃຈຫລາຍໆ ສໍາລັບຄວາມກ້າຫານ ທີ່ຈະຢຸດຣັດກໍ່ການຮ້າຍນີ້ ຈາກການຈັບເອົາໂລກເປັນຕົວປະກັນ ດ້ວຍຂີປະນາວຸດ ໃນຂນະທີ່ສ້າງ ຫລືພະຍາຍາມສ້າງ ລະເບີດນິວເຄລັຍ. ຂອບໃຈຫລາຍໆ ທີ່ເຮັດວຽກເພື່ອໂລກເສຣີ."
ແລະນອກເຫນືອໄປຈາກການເມືອງ ແລະຍຸດທະສາດທາງທະຫານແລ້ວ, ຜົນກະທົບ ກໍຍັງຮູ້ສຶກໄດ້ໃນພາກພື້ນດິນໃນ Iran.
ໃນ Tehran, ການຕຽມພ້ອມສໍາລັບ Nowruz-ຫຼືປີໃຫມ່ຂອງ Persia-ກໍາລັງດໍາເນີນຕໍ່ໄປ ພາຍໃຕ້ເງົາຂອງຄວາມຂັດແຍ້ງ.
ຊາວເມືອງຄົນນີ້ເວົ້າວ່າ ຜູ້ຄົນພຽງແຕ່ຢາກໃຫ້ຄວາມຮຸນແຮງນັ້ນຍຸດຕິລົງ.
"ເມື່ອພິຈາຣະນາເຖິງເຫດການທີ່ເກີດຂຶ້ນໃນ Iran ແລະພູມີພາກ,ແລະເພື່ອນຮ່ວມຊາດຂອງເຮົາຫລາຍຄົນ ທີ່ສູນເສັຍໄປ, ຫນ້າເສັຍໃຈ ທີ່ແມ່ນຊາວຫນຸ່ມຂອງເຮົາຫລາຍຄົນ, ຂ້າພະເຈົ້າຫວັງວ່າ ບັນຫາເຫລົ່ານີ້ຈະຈົບລົງໃນບໍ່ຊ້ານີ້."
ລາຍງານໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








