Watch FIFA World Cup 2026™

LIVE, FREE and EXCLUSIVE

ຄວາມເຄັ່ງຕຶງລະຫວ່າງອີຣານ ແລະອາເມຣິກາ.

Explosions are seen in Bander Abbas (AP).png
ການລະເບີດທີ່ສາມາດເຫັນໄດ້ຈາກ Bander Abbas. Credit: AP

ມີການແລກປ່ຽນ ການໂຈມຕີກັນອີກ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີອາຍຸສາມອາທິດ ຕົກຢູ່ໃນຄວາມເຄັ່ງຄັດອີກເທື່ອໜຶ່ງ. ການໂຈມຕີເທື່ອສຸດທ້າຍ ມີຂຶ້ນໃນທ້າຍພິທີລຳລຶກ ຂອງ Ayatollah Ali Khamenei ຜູ້ນໍາສູງສຸດ ທີ່ຖືກຂ້າຕາຍໃນການໂຈມຕີເທື່ອທໍາອິດ ໂດຍສະຫະຣັດອາເມຣິກາ. ຜູ້ນຳທົ່ວຢູໂຣບກໍຊຸກຍູ້ໃຫ້ມີການຍຸດຕິສົງຄາມ ເພາະມັນໄດ້ສ້າງຄວາມກະທົບໄປທົ່ວໂລກ.


Published

By Kerrin Thomas

Presented by Sak Phoumirath

Source: SBS


Share this with family and friends


ມີການແລກປ່ຽນ ການໂຈມຕີກັນອີກ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີອາຍຸສາມອາທິດ ຕົກຢູ່ໃນຄວາມເຄັ່ງຄັດອີກເທື່ອໜຶ່ງ. ການໂຈມຕີເທື່ອສຸດທ້າຍ ມີຂຶ້ນໃນທ້າຍພິທີລຳລຶກ ຂອງ Ayatollah Ali Khamenei ຜູ້ນໍາສູງສຸດ ທີ່ຖືກຂ້າຕາຍໃນການໂຈມຕີເທື່ອທໍາອິດ ໂດຍສະຫະຣັດອາເມຣິກາ. ຜູ້ນຳທົ່ວຢູໂຣບກໍຊຸກຍູ້ໃຫ້ມີການຍຸດຕິສົງຄາມ ເພາະມັນໄດ້ສ້າງຄວາມກະທົບໄປທົ່ວໂລກ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄວາມເຄັ່ງຕຶງລະຫວ່າງອີຣານ ແລະອາເມຣິກາ.

ມີການແລກປ່ຽນ ການໂຈມຕີກັນອີກ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີອາຍຸສາມອາທິດ ຕົກຢູ່ໃນຄວາມເຄັ່ງຄັດອີກເທື່ອໜຶ່ງ.

ການໂຈມຕີເທື່ອສຸດທ້າຍ ມີຂຶ້ນໃນທ້າຍພິທີລຳລຶກ ຂອງ Ayatollah Ali Khamenei ຜູ້ນໍາສູງສຸດ ທີ່ຖືກຂ້າຕາຍໃນການໂຈມຕີເທື່ອທໍາອິດ ໂດຍສະຫະຣັດອາເມຣິກາ.

Kerrin Thomas ລາຍງານ.

ເກືອບສາມອາທິດ ຫລັງຈາກສະຫະຣັດອາເມຣິກາ ແລະອີຣານໄດ້ບັນລຸຂໍ້ຕົກລົງຢຸດຍິງ, ທັງສອງປະເທດ ໄດ້ເລີ່ມຕົ້ນການໂຈມຕີອີກຝ່າຍຫນຶ່ງ.

ໃນການຕອບໂຕ້ຕໍ່ລາຍງານວ່າ ອີຣານໄດ້ໂຈມຕີເຮືອການຄ້າ ຢູ່ໃນ Strait of Hormuz, ສະຫະຣັດອາເມຣິກາ ໄດ້ເລີ່ມໂຈມຕີປະເທດອີຣານ.

ວິດີໂອໃນສື່ສານມວນຊົນ ສະແດງໃຫ້ເຫັນການລະເບີດ, ຄວັນ ແລະຄວາມເສັຍຫາຍໃນຫລາຍເຂດ, ຮວມທັງເມືອງ Chabahar ແລະ Iranshahr ແລະສະຖານທີ່ອື່ນໆ ໃນແຂວງ Golestan.

ກອງບັນຊາການກາງ ຂອງກອງທັບສະຫະຣັດອາເມຣິກາກ່າວວ່າ ມັນໄດ້ໂຈມຕີເປົ້າຫມາຍ 90 ແຫ່ງທົ່ວອີຣານ, ໄດ້ເຜີຍແພ່ຮູບພາບສີ ຂາວ-ດໍາ ແລະສິ່ງທີ່ເບິ່ງຄືວ່າ ເປັນການໂຈມຕີຢູ່ເດີ່ນບິນ ແລະເຄື່ອງຍິງຂີປະນາວຸດ (Missile launchers).

ວິດີໂອອື່ນໆ ສະແດງໃຫ້ເຫັນ ເຮືອຫລາຍລໍາຖືກໄຟໄຫມ້ ຢູ່ທ່າເຮືອປະມົງ ໃນແຂວງ Bushehr ຂອງອີຣານ ຫລັງຈາກມີລາຍງານວ່າ ໄດ້ຍິນສຽງລະເບີດຫລາຍເທື່ອຢູ່ທີ່ນັ້ນ.

ແຂວງ Bushehr ເປັນທີ່ຕັ້ງຂອງໂຮງງານໄຟຟ້ານິວເຄລັຍ ແຫ່ງດຽວຂອງອີຣານ.

ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາກ່າວວ່າ ລາວເຊື່ອວ່າ ການຢຸດການຍິງຊົ່ວຄາວກັບອີຣານ ໄດ້ສິ້ນສຸດລົງແລ້ວ.

"ພວກເຮົາ ຫາກໍໄດ້ໂຈມຕີເຂົາເຈົ້າຢ່າງຫນັກ. ແລະຂ້າພະເຈົ້າເວົ້າວ່າ ພວກເຮົາໄດ້ໂຈມຕີເຂົາເຈົ້າ 20 ຕໍ່ 1 .ທຸກເທື່ອທີ່ພວກເຂົາໂຈມຕີພວກເຮົາ, ພວກເຮົາ ຈະໂຈມຕີພວກເຂົາ 20 ເທື່ອ. ແລະພວກເຮົາ ໄດ້ເຮັດມື້ຄືນນີ້. ພວກເຮົາໄດ້ເຮັດບາງສິ່ງເລັກນ້ອຍໃນມື້ນີ້, ແຕ່ມັນເປັນການຕອບໂຕ້ ສໍາລັບຄືນທີ່ຜ່ານມາ. ເຂົາເຈົ້າໄດ້ຍິງເຮືອສາມລໍາ, ບໍ່ແມ່ນສອງລໍາ. ແລະເມື່ອພວກເຂົາໂຈມຕີ, ພວກເຮົາກໍໂຈມຕີຄືນ ໜັກຂຶ້ນກວ່າເກົ່າ."

Tehran ໄດ້ຕອບໂຕ້ ໂດຍການຍິງໃສ່ເປົ້າຫມາຍພັນທະມິດ ຂອງສະຫະຣັດອາເມຣິກາ ໃນຕາເວັນອອກກາງ.

ສຽງເຕືອນພັຍໄດ້ດັງຂຶ້ນ ຢ່າງຫນ້ອຍສາມເທື່ອໃນ Bahrain, ຊຶ່ງເປັນທີ່ຕັ້ງ ຂອງກອງບັນຊາການເຮືອທີ 5 ຂອງສະຫະຣັດອາເມຣິກາ, ແລະຂີປະນາວຸດ ກໍໄດ້ແນເປົ້າຫມາຍໄປຫາ Kuwait ແລະ Qatar ນໍາອີກ.

ມີສຽງເຕືອນພັຍຢູ່ໃນ Jordan ເຊັ່ນກັນ, ຊຶ່ງເປັນຖານທັບ ແລະຍົນຂອງສະຫະຣັດອາເມຣິກາ.

ໂຄສົກຂອງສະຫະປະຊາຊາດ, Stephane Dujarric, ກໍາລັງຊຸກຍູ້ ໃຫ້ກັບຄືນໄປຫາການເຈຣະຈາອີກ.

"ການຍິງຕອບໂຕ້ກັນນີ້ ຕ້ອງຢຸດ, ແມ່ນບໍ່? ການກັບຄືນໄປຫາການທູດ ແມ່ນຈໍາເປັນຢ່າງຮີບດ່ວນ ເພື່ອເຫັນແກ່ຄວາມຫມັ້ນຄົງ ໃນພູມີພາກ, ເພື່ອສະຖານະພາບຂອງໂລກ, ເພື່ອເຫັນແກ່ຄວາມຫມັ້ນຄົງຂອງໂລກ. ຂ້າພະເຈົ້າຫມາຍຄວາມວ່າ ພວກເຮົາຍັງເວົ້າເຖິງ ຜົນກະທົບຂອງການຂັດແຍ້ງນີ້ ຕໍ່ເສດຖະກິດທົ່ວໂລກ. ແລະຂ້າພະເຈົ້າຄິດວ່າ ທຸກຝ່າຍທີ່ມີສ່ວນຮ່ວມ ຕ້ອງເຂົ້າໃຈວ່າ ວິທີທີ່ດີທີ່ສຸດ ທີ່ຈະຍຸດຕິການຂັດແຍ້ງນີ້ ຄືການກັບຄືນໄປຫາ ໂຕະເຈຣະຈາ."

ໃນເມືອງ Brussels, ບ່ອນທີ່ມີການປະຊຸມ ຂອງຣັດຖະມົນຕີກະຊວງການເງິນຢູໂຣບ, ທ່ານ Simon Harris ຣັດຖະມົນຕີກະຊວງການເງິນ ຂອງ Ireland ກໍໄດ້ຂໍຮ້ອງໃຫ້ຟື້ນຟູ ການຢຸດການຍິງຢ່າງສົມບູນ ໃຫ້ໄວເທົ່າທີ່ຈະເປັນໄປໄດ້.

"ມັນສໍາຄັນ ຫລາຍກວ່າທີ່ຜ່ານມາ ທີ່ເຮົາຈະມາເບິ່ງວ່າ ໂລກນີ້ເປັນແນວໃດ ກ່ຽວກັບການທ້າທາຍທາງພະລັງງານທົ່ວໂລກ. ເຫັນໄດ້ຢ່າງຊັດແຈ້ງວ່າ ຖ້າຫາກພວກເຮົາໄດ້ສົນທະນາກັນ ພຽງຫລາຍມື້ຜ່ານມານີ້, ພວກເຮົາຈະເວົ້າເຖິງຄວາມຈິງທີ່ວ່າ ມີການຢຸດຍິງຢູ່ແລ້ວ, ການເປີດ Strait of Hormuz ຄືນໃຫມ່, ລາຄານ້ຳມັນໃນຕລາດສິນຄ້າ ທີ່ຫຼຸດລົງ ແລະເຫັນໄດ້ຢ່າງຊັດແຈ້ງວ່າ ສະພາບການຮ້າຍແຮງຂຶ້ນ ໃນດ້ານການສູ້ຮົບໃນບໍ່ດົນມານີ້. ຂ້າພະເຈົ້າໄດ້ເວົ້າຢູ່ສເມີວ່າ ການແຊກແຊງທາງເສດຖະກິດທີ່ຍິ່ງໃຫຍ່ທີ່ສຸດ ທີ່ເຮົາສາມາດເຫັນໄດ້ ໃນດ້ານລາຄາຂອງພະລັງງານ ແມ່ນການຫລຸດຄວາມຂັດແຍ້ງ ແລະຂ້າພະເຈົ້າຫວັງແທ້ໆວ່າ ການຢຸດຍິງຈະຖືກຟື້ນຟູຄືນອີກຢ່າງເຕັມທີ່ ໃຫ້ໄວເທົ່າທີ່ຈະເປັນໄປໄດ້."

ແຕ່ການສູ້ຮົບ ຍັງຄົງດໍາເນີນຕໍ່ໄປ.

ສື່ສານມວນຊົນຂອງຣັດຖະບານອີຣານ ລາຍງານເຖິງການໂຈມຕີຂົວຣົດໄຟໃນແຂວງ Golestan ທາງພາກຕາເວັນອອກສ່ຽງເຫນືອຂອງອີຣານ.

ກຸ່ມກຳລັງ The Revolutionary Guard Corp ກ່າວວ່າ ຂົວສອງແຫ່ງໄດ້ຖືກໂຈມຕີ ໃນເສັ້ນທາງໄປຫາ Mashhad, ບ່ອນທີ່ຜູ້ໄວ້ອາລັຍຫລາຍໝື່ນຄົນ ໄດ້ແຫ່ໄປຕາມຖນົນ ລະຫວ່າງຂະບວນການສົ່ງສະການ ຂອງອະດີດຜູ້ນໍາສູງສຸດ Ayatollah Ali Khamenei.

ໂລງສົບຂອງຜູ້ນໍາສູງສຸດ ໄດ້ຖືກແບກຍ່າງໄປທົ່ວສະຖານທີ່ສັກສິດ ທີ່ສຸດຂອງປະເທດ, ນັ້ນຄື the Shrine of Imam Reza, ຊຶ່ງເປັນສ່ວນຫນຶ່ງ ຂອງມື້ສຸດທ້າຍ ຂອງການສູດອະທິຖານ ສໍາລັບຜູ້ນໍາສູງສຸດທີ່ລ່ວງລັບ.

Khamenei ຖືກຂ້າໃນການໂຈມຕີທາງອາກາດ ຂອງສະຫະຣັດອາເມຣິກາ ໃນມື້ທໍາອິດ ຂອງສົງຄາມໃນວັນທີ 28 ກຸມພາ.

ຜູ້ທີ່ມາຊຸມນຸມ ໄດ້ແກວ່ງທຸງຊາດອີຣານ, ທຸງສີແດງ ແລະສີດໍາ ຊຶ່ງເປັນສັນຍາລັກ ຂອງການໄວ້ທຸກ ແລະການແກ້ແຄ້ນ, ແລະຖືຮູບຂອງ Khamenei.

ຜູ້ສືບຕໍາແຫນ່ງ, Ayatollah Mojtaba Khamenei, ບໍ່ໄດ້ຢູ່ທີ່ນັ້ນ, ໂດຍການສູດອະທິຖານ ທີ່ນໍາພາໂດຍລູກຊາຍອີກຄົນຫນຶ່ງຂອງ Khamenei, ຊຶ່ງກໍແມ່ນ Mostafa Khaenei.  

ໂຄສົກຣັດຖະສະພາ Mohammad Bagher Qalibaf ເປັນຜູ້ເຈຣຈາຫຼັກ ໃນການເຈຣະຈາເພື່ອຍຸດຕິສົງຄາມຢ່າງຖາວອນ.

ລາວໄດ້ຕໍ່ຕ້ານຜ່ານບົດຄວາມໃນ X, ໂດຍກ່າວວ່າ ອາເມຣິກາບໍ່ໄດ້ຮຽນຮູ້ວ່າ ການຂົ່ມເຫັງ ແລະການລະເມີດຄໍາສັນຍາ ຈະບໍ່ມີການຕອບໂຕ້ອີກຕໍ່ໄປ.

ຣັດຖະມົນຕີກະຊວງການຕ່າງປະເທດອີຣານ Abbas Araghchi ກ່າວຜ່ານຂໍ້ຄວາມໃນ Telegram ວ່າ ລາວໄດ້ເວົ້າທາງໂທຣະສັບ ກັບຣັດຖະມົນຕີກະຊວງການຕ່າງປະເທດຂອງ Saudi, Turkey ແລະ Oman ແລະກັບ Field Marshal Asim Munir ຜູ້ບັນຊາການກອງທັບ ຂອງປະເທດ Pakistan, ຊຶ່ງເປັນໜຶ່ງໃນຜູ້ໄກ່ເກັ່ຍຫຼັກໃນສົງຄາມ.

ການປະຊາສຳພັນນັ້ນ ຊີ້ໃຫ້ເຫັນວ່າ ອາດມີຄວາມພະຍາຍາມ ທີ່ຈະຫລຸດຜ່ອນຄວາມເຄັ່ງຕຶງ.

ໃນຂນະດຽວກັນ, ປະທານາທິບໍດີ Trump ກ່າວວ່າ ສະຖານະການ ຈະບໍ່ນຳໄປສູ່ການຂັດແຍ້ງທາງທະຫານ ຢ່າງເຕັມຮູບແບບ.

"ພວກເຮົາໄດ້ຮັບໄຊຊນະທາງທະຫານແລ້ວ. ເຂົາເຈົ້າມີຫນ້ອຍຫລາຍ. ເຂົາເຈົ້າມີເຫລືອຢູ່ພຽງເລັກນ້ອຍ, ແລະເຂົາເຈົ້າ ຢາກເຮັດຂໍ້ຕົກລົງຫລາຍທີ່ສຸດ. ເຂົາເຈົ້າໄດ້ໂທຣະສັບຫາ ເມື່ອບໍ່ດົນມານີ້. ເຂົາເຈົ້າຢາກເຮັດຂໍ້ຕົກລົງຫລາຍທີ່ສຸດ. ຂ້າພະເຈົ້າພຽງແຕ່ບໍ່ຮູ້ວ່າ ເຂົາເຈົ້າສົມຄວນທີ່ຈະເຮັດຂໍ້ຕົກລົງ ຫລືບໍ່. ຂ້າພະເຈົ້າບໍ່ຮູ້ວ່າ ເຂົາເຈົ້າຈະປະຕິບັດຕາມຂໍ້ຕົກລົງນັ້ນຫຼືບໍ່. ນັ້ນຄືບັນຫາ."

ລາຍງານໂດຍ Kerrin Thomas ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now