ນ້ຳກັອກໃນອອສເຕຣເລັຍ ປອດພັຍທີ່ຈະດື່ມ ຫຼືບໍ່?

tap water.jpg

Credit: Shttefan/Unsplash

ການເຂົ້າເຖິງນ້ຳດື່ມທີ່ປອດພັຍເປັນສິ່ງສໍາຄັນ, ແລະສະພາບແວດລ້ອມ ທີ່ຮ້າຍແຮງຂອງອອສເຕຣເລັຍ ຫມາຍຄວາມວ່າ ນ້ຳດື່ມຂອງເຮົາມີຄ່າເປັນພິເສດ. ດ້ວຍຄວາມແຕກຕ່າງ ໃນການເຂົ້າເຖິງ ແລະຄຸນນະພາບຂອງນ້ຳດື່ມ ທົ່ວອອສເຕຣເລັຍ, ເຮົາຈະຮູ້ໄດ້ແນວໃດວ່າ ມັນປອດພັຍທີ່ຈະດື່ມ? ໃນຕອນນີ້ຂອງ Australia Explained, ພວກເຮົາມີຜູ້ຊ່ຽວຊານເລື່ອງນ້ຳ ໃນການຕອບຄໍາຖາມເຫຼົ່ານີ້ ແລະອື່ນໆ.


ຈຸດສຳຄັນ:
  • ນໍ້າໃນປະເທດອອສເຕຣເລັຍ ໄດ້ຮັບການບຳບັດ ແລະກວດສອບ ເພື່ອໃຫ້ແນ່ໃຈວ່າ ມັນບັນລຸມາດຕະຖານດ້ານສຸຂະພາບ ແລະ ຄວາມປອດພັຍ.
  • ຄໍາແນະນໍາ ກ່ຽວກັບນໍ້າດື່ມຂອງ ອອສເຕຣເລັຍ (The Australian Drinking Water Guidelines) ແມ່ນມາດຕະຖານແຫ່ງຊາດ ທີ່ຊີ້ນໍາຜູ້ຈັດຫານໍ້າ ຂອງພວກເຮົາ.rs.
  • ໃນທ້ອງຖິ່ນສ່ວນໃຫຍ່ຂອງອອສເຕຣເລັຍ, ນ້ຳກັອກ ແມ່ນປອດພັຍທີ່ຈະດື່ມ, ແຕ່ຊຸມຊົນຂນາດນ້ອຍ ແລະໃນເຂດຫ່າງໄກ ກໍປະເຊີນກັບການທ້າທາຍຫຼາຍກວ່າ.
ໃນອອສເຕຣເລັຍ ບ່ອນທີ່ທ່ານອາສັຍຢູ່ຈະກໍານົດວ່າ ນໍ້າດື່ມຂອງທ່ານມາຈາກໃສ ເຊິ່ງອາດມາຈາກນໍ້າທະເລ ທີ່ຖືກຕອງເອົາທາດເກືອອອກ, ແຫຼ່ງນໍ້າໃຕ້ດິນ ຫຼືເຂື່ອນ.

ໃນເມືອງໃຫຍ່ ແລະເມືອງໃນພູມີພາກ ສ່ວນໃຫຍ່ນ້ຳດື່ມນີ້ ຖືກສົ່ງໄປຫາບ້ານເຮືອນ ຜ່ານເຄືອຂ່າຍທໍ່ນ້ຳໃຕ້ດິນ.

ເຮົາສາມາດເວົ້າໄດ້ບໍ່ວ່າ ນໍ້າດື່ມນັ້ນປອດພັຍ?

"ແມ່ນແລ້ວ, ໃນພາກສ່ວນໃຫຍ່ຂອງອອສເຕຣເລັຍ ນ້ຳຈາກກັອກ ກໍປອດພັຍທີ່ຈະດື່ມ," Dr EmilyQuek ເປັນປະທານຮ່ວມຂອງ the Water Quality Specialist Network ທີ່ສະມາຄົມນ້ຳອອສເຕຣເລັຍ (the Australian Water Association).

"ນ້ຳກັອກ ຂອງພວກເຮົາໄດ້ຮັບການບຳບັດ ແລະ ກວດສອບ ເພື່ອໃຫ້ເປັນໄປຕາມ ມາດຕະຖານດ້ານສຸຂະພາບທີ່ເຄັ່ງຄັດ ເຊິ່ງປະຕິບັດຕາມຄໍາກົດ ຂອງນໍ້າດື່ມຂອງອອສເຕຣເລັຍ (the Australian Drinking Water Guidelines) ຢ່າງສມ່ຳສເມີ ແລະໜ່ວຍງານກ່ຽວຂ້ອງ ກໍກວດສອບເປັນປະຈໍາ ເພື່ອໃຫ້ແນ່ໃຈວ່າມັນປອດພັຍ."

ສາດສະດາຈານ Stuart Khan Khan ນັກຄົ້ນຄວ້າຄຸນນະພາບນໍ້າ ຈາກໂຮງຮຽນວິສະວະກັມໂຍທາ (School of Civil Engineering) ທີ່ມະຫາວິທະຍາລັຍ Sydney ເຫັນດີນໍາ.

"ສ່ວນຫລາຍແລ້ວ ໃນອອສເຕຣເລັຍສ່ວນໃຫຍ່, ຄໍາຕອບກໍຄື 'ແມ່ນ'. ແຕ່ຄວາມປອດພັຍ ເປັນຄໍາທີ່ກ່ຽວພັນກັນ ແລະແນ່ນອນວ່າ ມີນ້ຳໃນອອສເຕຣເລັຍ ທີ່ມີລະດັບຄວາມປອດພັຍຕ່ຳກວ່າບາງບ່ອນ. ສາດສະດາຈານ Khan ກ່າວ.
ແຫລ່ງນ້ຳທີ່ທ້າທາຍຫລາຍທີ່ສຸດ ທີ່ຈະຮັກສາຄວາມປອດພັຍ ແມ່ນຢູ່ໃນເຂດຊຸມຊົນຂນາດນ້ອຍ ແລະຊຸມຊົນທີ່ຫ່າງໄກ.
Professor Stuart Khan
ສາດສະດາຈານ Khan ກ່າວວ່າ ເຂດຫ່າງໄກສ່ວນຫລາຍ ຈະເຂົ້າເຖິງເທັກໂນໂລຈີທີ່ທັນສມັຍ ສໍາລັບການບຳບັດນ້ຳໄດ້ຍາກ ແລະການຄວບຄຸມຄຸນນະພາບຂອງນ້ຳ, ພ້ອມທັງການເຂົ້າເຖິງຜູ້ຄົນ ທີ່ມີການຝຶກຝົນ ແລະຄວາມຊໍານານທີ່ເຫມາະສົມ ໃນການໃຊ້ເທັກໂນໂລຈີເຫລົ່ານັ້ນ.

ຄໍາແນະນໍາ ກ່ຽວກັບນໍ້າດື່ມຂອງອອສເຕຣເລັຍມີຫຍັງແດ່?

ນີ້ຄື ມາດຕະຖານແຫ່ງຊາດ ທີ່ໃຫ້ຄໍາແນະນໍາແກ່ຜູ້ຈັດຫານ້ຳ ເພື່ອຈັດການກັບຄວາມສ່ຽງຕ່າງໆ ໃນການຈັດຫານ້ຳດື່ມທີ່ປອດພັຍ ແລະໄວ້ວາງໃຈໄດ້ ໃຫ້ແກ່ຊຸມຊົນ.

"ຄໍາແນະນໍາເຫຼົ່ານີ້ບໍ່ໄດ້ລະບຸຂັ້ນຕອນ ການບຳບັດພິເສດ ສໍາລັບການບຳບັດນ້ຳດື່ມ. ໂຄງຮ່າງທີ່ອີງຕາມຄວາມສ່ຽງ ຮັບຮູ້ວ່າ ແຫລ່ງນ້ຳບາງແຫ່ງ ມີຄວາມສ່ຽງຕໍ່ຄວາມເປິະເປື້ອນ ຫລາຍກວ່າແຫລ່ງອື່ນໆ. ສະນັ້ນ, ປະເພດ ແລະລະດັບຂອງການບຳບັດທີ່ຈໍາເປັນ ເພື່ອຈະໄດ້ບັນລຸລະດັບຄວາມປອດພັຍ ທີ່ຍອມຮັບໄດ້ ຈະແຕກຕ່າງກັນໃນແຕ່ລະບ່ອນ." ສາດສະດາຈານ Khan ອະທິບາຍ.
Emily Quek with Stuart Khan.jpg
ຜູ້ຊ່ຽວຊານດ້ານນໍ້າ Dr Emily Quek ແລະ Professor Stuart Khan Credit: Emily Quek/Image supplied; Stuart Khan/Iain Bond

ນໍ້າຂອງເຮົາໄດ້ຮັບການບຳບັດແນວໃດ?

ໃນປະເທດອອສເຕຣເລັຍ ຂະບວນການບຳບັດນໍ້າຕາມປົກກະຕິແລ້ວລວມເຖິງຄວາມກະດ້າງຂອງນ້ຳ (Coagulation), ການຕອງ(Filtration) ແລະການຂ້າເຊື້ອດ້ວຍ Chlorine (Chlorine Disinfection).

ຄວາມກະດ້າງຂອງນ້ຳ (Coagulation) ເປັນຂະບວນການທາງເຄມີ ທີ່ກໍາຈັດຝຸ່ນທີ່ປົນຢູ່ໃນນ້ຳ ແລະອິນຊີວັດຖຸ (Organic Matter) ໂດຍເຮັດໃຫ້ມັນຈັບໂຕເຂົ້າກັນ ເປັນຝຸ່ນທີ່ໃຫຍ່ກວ່າ ແລະຫນັກກວ່າ ເຊິ່ງຈາກນັ້ນສາມາດກໍາຈັດໄດ້ງ່າຍ ໂດຍຜ່ານການຕອງ (Filtration). ຂະບວນການນີ້ຍັງລົດຄວາມສ່ຽງຈາກຈຸລິນຊີທີ່ເຮັດໃຫ້ເກີດພະຍາດເຊັ່ນ ບັກເຕເຣັຍ ແລະ ໄວຣັສຕ່າງໆ.

ນ້ຳກັອກຂອງທ່ານ ໄດ້ຜ່ານວິທີການຫຼາຍຢ່າງ, ລວມທັງການຕອງ (Filtration) ແລະການຂ້າເຊື້ອ, ເພື່ອກໍາຈັດຂີ້ເຫຍື້ອ, ບັກເຕເຣັຍ, ໄວຣັສ ແລະ ສານອັນຕະຣາຍອື່ນໆ.


"Chlorine ຖືກຕື່ມໃສ່ໃນນ້ຳດື່ມສ່ວນໃຫຍ່ ໃນອອສເຕຣເລັຍ ເພື່ອຂ້າເຊື້ອ ແລະຮັກສາມັນໃຫ້ປອດພັຍ.ມີ ການເພີ່ມ Fluoride ໃນຫຼາຍທ້ອງຖິ່ນ ເພື່ອຊ່ວຍປ້ອງກັນແຂ້ວເສື່ອມ. ສານເຄມີທັງສອງນີ້ ປອດພັຍ ແລະຖືກໃຊ້ໃນລະດັບຕ່ຳ, ພາຍໃນຂອບເຂດ ຂອງການຊີ້ນໍາຂອງນ້ຳດື່ມຂອງອອສເຕຣເລັຍ (Australian Drinking Water Guidelines)." Dr Quek ອະທິບາຍ.

ແລະມາດຕະຖານ ການບຳບັດນ້ຳເຫລົ່ານີ້ ກໍສໍາຄັນຫລາຍ.

"ເຖິງແມ່ນວ່າ ຈະມີຄວາມກັງວົນບາງຢ່າງໃນຊຸມຊົນ, ການດື່ມນ້ຳທີ່ມີ Fluoride ແມ່ນຖືກພິສູດວ່າ ເປັນການປະຕິບັດ ທີ່ມີປະສິດທິພາບສູງແລະປອດພັຍຢ່າງຍິ່ງ. ສາດສະດາຈານ Khan ກ່າວ.

"ການລະລາຍ Chlorine ໃນນ້ຳ ມີປະສິດທິພາບຫຼາຍ ໃນການ 'ຂ້າ' ຫຼືຍັບຍັ້ງຈຸລິນຊີ ທີ່ເປັນເຊື້ອພະຍາດ ເຊິ່ງອາດເປັນອັນຕະຣາຍຕໍ່ເຮົາ."
ນ້ຳດື່ມທີ່ຜ່ານການຂ້າເຊື້ອດ້ວຍ Chlorine ໄດ້ຊ່ວຍຊີວິດຂອງຫລາຍລ້ານຄົນ ຕລອດສັດຕະວັດທີ່ຜ່ານມາ.
Professor Stuart Khan

ເປັນຫຍັງຄຸນນະພາບ ແລະຣົດຊາດຂອງນໍ້າ ຈຶ່ງແຕກຕ່າງກັນໃນທົ່ວອອສເຕຣເລັຍ?

ຄຸນນະພາບຂອງນ້ຳດື່ມ ອາດແຕກຕ່າງກັນ ແມ່ນແຕ່ລະຫວ່າງເມືອງຫລວງຂອງເຮົາ. ນີ້ເປັນເພາະຄວາມແຕກຕ່າງ ຂອງແຫລ່ງນ້ຳ,ສາດສະດາຈານ Khan ອະທິບາຍ.

"ບາງເມືອງເຫຼົ່ານີ້ ຕ້ອງອາສັຍນ້ຳແຫຼ່ງໃຕ້ດິນ, ຊຶ່ງອາດມີສ່ວນປະກອບຂອງແຮ່ທາດ ແລະເກືອ ທີ່ແຕກຕ່າງກັນ. ບາງທ້ອງຖິ່ນ ອາດໃຊ້ນໍ້າຈາກທະເລສາບ ຫຼືເຂື່ອນ ແລະສິ່ງເຫຼົ່ານີ້ ອາດໄດ້ຮັບຜົນກະທົບ ຈາກການເຕີບໂຕຂອງພືດໃຕ້ນ້ຳ. ຫລາຍເມືອງເຫລົ່ານີ້ ໄດ້ທົດແທນນ້ຳດື່ມຂອງເຂົາ ດ້ວຍນ້ຳທະເລ ທີ່ຖືກຕອງເອົາທາດເກືອອອກ, ຊຶ່ງມີຄວາມບໍຣິສຸດສູງ, ແຕ່ຍັງເປັນແຫລ່ງ ຂອງການປ່ຽນແປງອີກຢ່າງຫນຶ່ງ."
Warragamba Dam.jpg
ເຂື່ອນ Warragamba ຈັດຫານ້ຳດື່ມໃຫ້ Sydney Credit: Deeva Sood/Unsplash
ໃນເຂດພູມີພາກ ມີປັດຈັຍຫລາຍຢ່າງ ທີ່ສາມາດມີອິດທິພົນ ຕໍ່ຄຸນນະພາບຂອງນ້ຳດື່ມ ໃນທ້ອງຖິ່ນ.

"ໃນເຂດຊົນນະບົດ ແລະເຂດຫ່າງໄກ, ນໍ້າດື່ມອາດມາຈາກແຫຼ່ງຕ່າງໆ ລວມທັງນ້ຳສ້າງ, ແມ່ນໍ້າ ຫຼືຖັງເກັບນໍ້າຝົນ. ລະດັບການບຳບັດ ແລະຄວາມຫມັ້ນຄົງຂອງລະບົບ ສາມາດແຕກຕ່າງກັນ ຂຶ້ນຢູ່ກັບໂຄງສ້າງພື້ນຖານ ໃນທ້ອງຖິ່ນ, ການສນັບສນູນການດໍາເນີນງານ ແລະສະພາບແວດລ້ອມ." Dr Quek ກ່າວ.

ຍັງມີຄວາມແຕກຕ່າງຂຶ້ນຢູ່ກັບວ່າ ນ້ຳດື່ມໄດ້ມາຈາກນ້ຳໃຕ້ດິນ ຫລືນ້ຳຜິວຫນ້າດິນ.

"ຊຸມຊົນທີ່ຢູ່ຫ່າງໄກຫລາຍບ່ອນ ອາສັຍແຫຼ່ງນ້ຳໃຕ້ດິນ, ແລະຄຸນນະພາບຂອງນ້ຳໃຕ້ດິນ ອາດຖືກກະທົບ ໂດຍແຮ່ທາດທີ່ເກີດຂຶ້ນຕາມທັມມະຊາດ, ເຊັ່ນ Calcium, Magnesium, Sodium, ຫລືໃນບາງກໍຣະນີ, Arsenic ແລະ Uranium. ມັນສໍາຄັນ ທີ່ຈະເຂົ້າໃຈວ່າ ຜູ້ຄົນອາດປະເຊີນກັບແຮ່ທາດເຫຼົ່ານີ້ໃນລະດັບໃດ, ເພື່ອຈະໄດ້ເຂົ້າໃຈຄວາມສ່ຽງ." ສາດສະດາຈານ Khan ອະທິບາຍ.

"ຊຸມຊົນອື່ນໆ ອາສັຍນ້ຳຜິວຫນ້າດິນ, ເຊັ່ນ ຫ້ວຍ ແລະແມ່ນ້ຳຕ່າງໆ, ແລະຄຸນນະພາບຂອງນ້ຳ ສາມາດປ່ຽນແປງໄດ້ ຫລັງຈາກຝົນຕົກ ແລະເຫດການສະພາບອາກາດໃນທ້ອງຖິ່ນ."

ຖ້າເຫດການສະພາບແວດລ້ອມມີຜົນກະທົບຕໍ່ນໍ້າດື່ມຂອງທ່ານ ເດ?

ເຈົ້າຫນ້າທີ່ສຸຂະພາບໃນທ້ອງຖິ່ນ ແລະບໍຣິສັດຈັດຫານ້ຳ ຈະໃຫ້ຄໍາແນະນໍາ.
ການຕົ້ມ ຫລືຕອງນ້ຳ ອາດຖືກແນະນໍາ ໃຫ້ເປັນວິທີປ້ອງກັນ ເມື່ອມີຄວາມສ່ຽງຕໍ່ຄຸນນະພາບຂອງນ້ຳ.
Dr Emily Quek
"ຍົກຕົວຢ່າງ, ຫລັງຈາກເຫດການອາກາດທີ່ຮ້າຍແຮງ ເຊັ່ນນ້ຳຖ້ວມ, ຫລືຖ້າມີຄວາມເປັນຫ່ວງວ່າ ການບຳບັດ ອາດບໍ່ມີປະສິດທິພາບຢ່າງເຕັມທີ່," Dr Quek ອະທິບາຍ.

ກ່ອນຊ່ວງປີ 1980, ເຮືອນຫລາຍຫລັງໃນອອສເຕຣເລັຍ ໄດ້ຖືກສ້າງຂຶ້ນໂດຍໃຊ້ທໍ່ນ້ຳ ທີ່ຈອດດ້ວຍກົ່ວ (Lead).

ໃນອາຄານເກົ່າໆເຫຼົ່ານີ້, ການລະລາຍຂອງກົ່ວ (Lead) ຊຶມຈາກທໍ່ເຂົ້າໄປໃນນໍ້າ.ມັນເປັນຂະບວນການທີ່ຊ້າໆ ແລະ ສ່ວນຫຼາຍ ຈະເກີດຂຶ້ນຫຼັງຈາກທີ່ປ່ອຍໃຫ້ນໍ້າຂັງຢູ່ໃນທໍ່ ເປັນເວລາດົນນານ.

"ຖ້າຫາກທ່ານ ມີຄວາມກັງວົນ, ໃຫ້ປ່ອຍໃຫ້ນ້ຳໄຫລ ສອງສາມວິນາທີກ່ອນຈະໃຊ້, ໂດຍສະເພາະໃນຕອນເຊົ້າ," Dr Quek ກ່າວ.
Flooding events impact water supplies.jpg
ເຫດການນໍ້າຖ້ວມ ສາມາດມີຜົນກະທົບຕໍ່ນໍ້າດື່ມໃນທ້ອງຖິ່ນ. Credit: Wes Warren/Unsplash

ຈະເຮັດແນວໃດຖ້າທ່ານສັງເກດເຫັນ ການປ່ຽນແປງໃນນໍ້າດື່ມຂອງທ່ານ?

"ທ່ານ ສາມາດຕິດຕໍ່ກັບຜູ້ຈັດຫານໍ້າຂອງທ່ານ ເພື່ອສະແດງຄວາມກັງວົນ. ເຊັ່ນ ນໍ້າມີຣົດຊາດ, ກິ່ນ ຫຼືມີສີ ທີ່ຜິດປົກກະຕິ ຫຼືບໍ່? ຄວາມກັງວົນຂອງທ່ານແມ່ນມາຈາກ ຄວາມເຈັບປ່ວຍໃນບ້ານເຮືອນຂອງທ່ານ ຫຼືບໍ່? ຂໍ້ມູນໃດໆກໍຕາມ ຈະຊ່ວຍຜູ້ຈັດຫານໍ້າ ໃນການວິນິສັຍ ແລະປະເມີນບັນຫາທີ່ອາດເກີດຂຶ້ນ.," ສາດສະດາຈານ Khan ອະທິບາຍ.

ທ່ານສາມາດຄົ້ນຫາ ຂໍ້ມູນຄຸນນະພາບນ້ຳ, ລາຍງານ ແລະຜົນການທົດສອບສ່ວນຫລາຍໄດ້ ທາງອິນເຕີເນັດ. ສະນັ້ນ, ໃຫ້ຕິດຕໍ່ຫາຜູ້ຈັດຫານ້ຳໃນທ້ອງຖິ່ນຂອງທ່ານ ເພື່ອຂໍຄໍາແນະນໍາ.

ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບນ້ຳດື່ມ ໃນອອສເຕຣເລັຍ ໃຫ້ໄປທີ່:

ສມັກເປັນສະມາຊິກ (Subscribe) ຫຼືກວດສອບ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au

ເນື້ອເລື່ອງໂດຍ  Phil Tucak    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດກວດສອບຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ກວດສອບທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service