SKIP TO MAIN CONTENT

ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ.

Quake damage at the Aeon shopping mall (Reuters).jfif
ພາບຄວາມເສັຍຫາຍຂອງ ສູນການຄ້າ Aeon. Credit: Credit: Reuters

ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ ຊຶ່ງມີຈຸດສູນກາງ (The Epicentre) ຢູ່ໃນແຂວງ Kumamoto, ຊຶ່ງມີຄວາມເລິກປະມານ 10 ກິໂລແມັດ, ແລະເຮັດໃຫ້ເກີດການສັ່ນສະເທືອນຢ່າງຮຸນແຮງ ທົ່ວເກາະ Kyushu ທີ່ສົ່ງຜົນກະທົບ ໄປຫາແຂວງໃກ້ຄຽງຄື Nagasaki, Kagoshima, Fukuoka, Saga ແລະ Miyazaki. ຍັງມີການສັ່ນສະເທືອນຫຼັງແຜ່ນດິນໄຫວ (Aftershocks) ຫຼາຍຄັ້ງ-ຮວມເຖິງຄັ້ງຫນຶ່ງ ທີ່ມີຄວາມຮຸນແຮງຂນາດ 6.1. ຣັດຖະບານເຕືອນຜູ້ຄົນໃຫ້ສັກສາຕົວເອງຈາກອັນຕະຣາຍ ແລະ ຣັດຖະບານ Takaichi ຈະພະຍາຍາມສຸດຄວາມສາມາດ ທີ່ຈະຕອບສນອງ ດ້ວຍເຫື່ອແຮງທັງຫມົດແລະ ໃຫ້ຄວາມສໍາຄັນກັບຊີວິດມະນຸດ ເໜືອທຸກຢ່າງ.


Published

By Biwa Kwan

Presented by Sak Phoumirath

Source: SBS


Skip to podcast episode content

ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ ຊຶ່ງມີຈຸດສູນກາງ (The Epicentre) ຢູ່ໃນແຂວງ Kumamoto, ຊຶ່ງມີຄວາມເລິກປະມານ 10 ກິໂລແມັດ, ແລະເຮັດໃຫ້ເກີດການສັ່ນສະເທືອນຢ່າງຮຸນແຮງ ທົ່ວເກາະ Kyushu ທີ່ສົ່ງຜົນກະທົບ ໄປຫາແຂວງໃກ້ຄຽງຄື Nagasaki, Kagoshima, Fukuoka, Saga ແລະ Miyazaki. ຍັງມີການສັ່ນສະເທືອນຫຼັງແຜ່ນດິນໄຫວ (Aftershocks) ຫຼາຍຄັ້ງ-ຮວມເຖິງຄັ້ງຫນຶ່ງ ທີ່ມີຄວາມຮຸນແຮງຂນາດ 6.1. ຣັດຖະບານເຕືອນຜູ້ຄົນໃຫ້ສັກສາຕົວເອງຈາກອັນຕະຣາຍ ແລະ ຣັດຖະບານ Takaichi ຈະພະຍາຍາມສຸດຄວາມສາມາດ ທີ່ຈະຕອບສນອງ ດ້ວຍເຫື່ອແຮງທັງຫມົດແລະ ໃຫ້ຄວາມສໍາຄັນກັບຊີວິດມະນຸດ ເໜືອທຸກຢ່າງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ເຫດການແຜ່ນດິນໄຫວຮ້າຍແຮງ ໃນປະເທດຍີ່ປຸ່ນ.

ປະຕິບັດການຊ່ວຍເຫຼືອ ກໍາລັງດຳເນີນຢູ່ໃນປະເທດຍີ່ປຸ່ນ ຫຼັງຈາກເກີດແຜ່ນດິນໄຫວຮ້າຍແຮງ ໃນເກາະ Kyushu ຂອງປະເທດ.

ມີຫຼາຍຄົນ ຕິດຢູ່ໃນສູນການຄ້າທີ່ພັງລົງ ເມື່ອເກີດແຜ່ນດິນໄຫວ.

ຊາວເມືອງ ຖືກເຕືອນໃຫ້ຕຽມຮັບມື ກັບການສັ່ນສະທືອນຫຼັງແຜ່ນດິນໄຫວ (Aftershocks) ຊຶ່ງຈະເກີດຂຶ້ນຢ່າງຕໍ່ເນື່ອງ ເປັນເວລາ 1 ອາທິດ.

Biwa Kwan ລາຍງານ.

ຜູ້ຄົນຍັງຄົງເຮັດວຽກ ຫຼືອອກໄປຊື້ຂອງ ເມື່ອແຜ່ນດິນໄຫວຂນາດ 6.8 ໄດ້ກະທົບພາກໃຕ້ ຂອງປະເທດຍີ່ປຸ່ນ ໃນເວລາ 4.27 ໂມງແລງ (ເວລາທ້ອງຖິ່ນ).

ອາຄານສັ່ນສະເທືອນ, ເຄື່ອງເຮືອນເພພັງ ແລະຜູ້ຄົນເລີ່ມແລ່ນໜີ.

ຈຸດສູນກາງແຜ່ນດິນໄຫວ (The Epicentre) ຢູ່ໃນແຂວງ Kumamoto, ຊຶ່ງມີຄວາມເລິກປະມານ 10 ກິໂລແມັດ, ແລະເຮັດໃຫ້ເກີດການສັ່ນສະເທືອນຢ່າງຮຸນແຮງ ທົ່ວເກາະ Kyushu ທີ່ສົ່ງຜົນກະທົບ ໄປຫາແຂວງໃກ້ຄຽງຄື Nagasaki, Kagoshima, Fukuoka, Saga ແລະ Miyazaki.

ມີການສັ່ນສະເທືອນຫຼັງແຜ່ນດິນໄຫວ (Aftershocks) ຫຼາຍຄັ້ງ-ຮວມເຖິງຄັ້ງຫນຶ່ງ ທີ່ມີຄວາມຮຸນແຮງຂນາດ 6.1.

ພາບຈາກວິດີໂອ ສະແດງໃຫ້ເຫັນອາຄານພັງທະລາຍ, ໄຟຈະຣາຈອນທີ່ສັ່ນໄຫວ ແລະຖນົນທີ່ບິດບ້ຽວ.

ນາຍົກຣັດຖະມົນຕີ Sanae Takaichi ກ່າວວ່າ ຈໍານວນຜູ້ເສັຍຊີວິດ ແລະຂນາດຄວາມເສັຍຫາຍ ຍັງຢູ່ລະຫວ່າງການປະເມີນ.

"ພວກເຮົາໄດ້ຢືນຢັນແລ້ວວ່າ ມີຄວາມເສັຍຫາຍຢ່າງໜັກ, ຮວມເຖິງຜູ້ເສັຍຊີວິດ, ອາຄານພັງທະລາຍ, ຖນົນທີ່ເສັຍຫາຍ ແລະໄຟໄຫມ້. ຂ້າພະເຈົ້າ ຂໍສະແດງຄວາມເສັຍໃຈຢ່າງເລິກເຊິ່ງ ຕໍ່ທຸກຄົນທີ່ໄດ້ຮັບຜົນກະທົບ ຈາກເຫດການນີ້."

ກອງທັບຍີ່ປຸ່ນ ໄດ້ລະດົມກຳລັງພະນັກງານ 3,600 ຄົນ ເພື່ອປະຕິບັດການຊ່ວຍເຫຼືອພັຍພິບັດ ແລະໄດ້ສົ່ງເຮືອບິນ 20 ລຳໄປປະເມີນຄວາມເສັຍຫາຍ ຈາກທາງອາກາດ.

ໂຮງຫມໍ 2 ແຫ່ງລາຍງານວ່າ ໄດ້ຮັບຜູ້ບາດເຈັບຢ່າງນ້ອຍ 50 ຄົນຕໍ່ແຫ່ງ-ແຕ່ນ້ຳຮົ່ວ ແລະລະບົບໄຟຟ້າຂັດຂ້ອງ ໄດ້ຂັດຂວາງຄວາມພະຍາຍາມຂອງພະນັກງານ ໃນການຮັກສາຜູ້ປ່ວຍ.

ຜູ້ລອດຊີວິດຄົນນີ້ ກ່າວໃນຕອນທຳອິດວ່າ ລາວບໍ່ຮູ້ເລີຍວ່າເກີດຫຍັງຂຶ້ນ.

"ມັນເປັນເລື້ອງບໍ່ໜ້າເຊື່ອຫຼາຍ. ມັນບໍ່ໄດ້ຕົກລົງມາເທື່ອລະກ້ອນ, ແຕ່ມັນພັງລົງມາພ້ອມກັນທັງຫມົດ. ມັນເຮັດໃຫ້ຂ້ອຍຕົກໃຈຫຼາຍ."

ລາວກ່າວວ່າ ລາວຍັງຢູ່ໃນສະພາບຕົກໃຈຢູ່.

"ຂ້ອຍຈະເວົ້າຢ່າງໃດດີ? ຂ້ອຍຮູ້ສຶກຄືວ່າ ຮ່າງກາຍຂອງຂ້ອຍເຫາະຢູ່ກາງອາກາດ, ຊົ່ວຂນະໜຶ່ງ ຂ້ອຍບໍ່ຮູ້ຕົວວ່າເປັນແຜ່ນດິນໄຫວ. ມັນເປັນຕອນທີ່ຂ້ອຍເຫັນກໍາແພງພັງທະລາຍ ຂ້ອຍຈຶ່ງໄດ້ຮູ້ວ່ານັ້ນແມ່ນແຜ່ນດິນໄຫວ."

ໜ່ວຍງານ ຈັດການໄຟໄຫມ້ ແລະພັຍພິບັດ (The Fireand Disaster Management Agency) ກ່າວວ່າ ຢ່າງນ້ອຍ 5 ຄົນໄດ້ເສັຍຊີວິດ, ຮວມທັງ2 ຄົນໃນສູນການຄ້າທີ່ເສັຍຫາຍຢ່າງໜັກ, ທີ່ຊື່ວ່າ Aeon Mall.

ໜ່ວຍງານໄດ້ລາຍງານວ່າ ມີຄົນຈໍານວນຫຼາຍຕິດຢູ່ ເມື່ອອາຄານພັງທະລາຍລົງ.

ມີລາຍງານການລະເບີດ ປະມານ 30 ນາທີ ຫຼັງຈາກທີ່ຜູ້ຄົນຖືກອົບພະຍົບອອກຈາກສູນການຄ້າ, ໂດຍສາເຫດ ກໍາລັງຢູ່ລະຫວ່າງການສືບສວນ.

ເຈົ້າໜ້າທີ່ຣັດຖະບານຄົນຫນຶ່ງ ໄດ້ບອກກັບສໍານັກຂ່າວ Kyodo ວ່າໃນ ຂນະນີ້ ເຊື່ອວ່າສາເຫດ ອາດເກີດຈາກການຮົ່ວຂອງແກັສ.

ມີການອອກຄໍາເຕືອນ Tsunami ແລະຕໍ່ມາຖືກຍົກເລີກ.

ອົງການຄວບຄຸມນິວເຄລັຍ (Nuclear Regulation Authority) ຂອງຍີ່ປຸ່ນ ລາຍງານວ່າ ບໍ່ມີຄວາມຜິດປົກຕິທັນທີ ທີ່ໂຮງໄຟຟ້ານິວເຄລັຍ 3ແຫ່ງທີ່ຢູ່ໃກ້ຄຽງ-ແລະໂຮງໄຟຟ້າເຫຼົ່ານັ້ນ ກໍຍັງຄົງທຳງານຕາມປົກກະຕິ.

Kyushu Electric Power ກ່າວວ່າ ມີບ້ານເຮືອນ ແລະທຸຣະກິດປະມານ 45,000 ຫຼັງທີ່ບໍ່ມີໄຟຟ້າ.

ມີປະຊາຊົນປະມານ 300,000 ຄົນ ໄດ້ຖືກແຈ້ງໃຫ້ຫຼົບພັຍ ໃນສູນອົບພະຍົບ.

ນາຍົກຣັດຖະມົນຕີ Takaichi ກ່າວວ່າຄວາມສ່ຽງຂອງການສັ່ນສະເທືອນຫຼັງແຜ່ນດິນໄຫວ (Aftershocks) ຄາດວ່າ ຈະສືບຕໍ່ເກີດຂຶ້ນອີກໜຶ່ງອາທິດ.

"ສໍາລັບຜູ້ທີ່ຢູ່ໃນພື້ນທີ່ ທີ່ປະສົບກັບການສັ່ນສະເທືອນຢ່າງຮຸນແຮງ, ຄວາມສ່ຽງຂອງການພັງທະລາຍຂອງອາຄານ ແລະດິນເຈື່ອນ ຍັງສູງຢູ່. ກະຣຸນາຫຼີກເວັ້ນ ການເຂົ້າໄປໃນພື້ນທີ່ອັນຕະຣາຍ ແລະປະຕິບັດຕາມມາດຕະການປ້ອງກັນທຸກຢ່າງ ເພື່ອຮັບປະກັນຄວາມປອດພັຍຂອງທ່ານ. ໃນອາທິດຫນ້ານີ້, ໃຫ້ລະມັດລະວັງຄວາມເປັນໄປໄດ້ ຂອງແຜ່ນດິນໄຫວ ທີ່ມີຄວາມແຮງສູງສຸດໃນລະດັບ 7."

ຊາວເມືອງ Kumamoto ຍັງຈໍາເຫດການແຜ່ນດິນໄຫວ ທີ່ຮ້າຍແຮງຄັ້ງຫຼ້າສຸດ ເມື່ອສິບປີກ່ອນ, ທີ່ເຮັດໃຫ້ມີຜູ້ເສັຍຊີວິດ 275 ຄົນ ແລະບາດເຈັບອີກ 2,739 ຄົນ.

ຕໍາແຫນ່ງທີ່ຕັ້ງຂອງປະເທດ ໃນພື້ນທີ່ວົງແຫວນໄຟປາຊີຟິກ (the Pacific Ring of Fire) ເຮັດໃຫ້ມີຄວາມເປັນໄປໄດ້ສູງ ຕໍ່ແຜ່ນດິນໄຫວ, ປະມານ 1,500 ຄັ້ງຕໍ່ປີ-ແຕ່ບໍ່ແມ່ນທຸກຄັ້ງ ຈະເປັນອັນຕະຣາຍຕໍ່ຊີວິດ.

ຄົນຜູ້ນີ້ ກໍາລັງເດີນຜ່ານຜາສາດ Kumamoto ທີ່ມີອາຍຸຫຼາຍສັດຕະວັດ ເມື່ອສ່ວນຫນຶ່ງຂອງກໍາແພງຫີນພັງລົງ.

ລາວກ່າວວ່າ ຮູ້ສຶກຂອບໃຈທີ່ຍັງມີຊີວິດຢູ່.

"ກໍາແພງເລີ່ມພັງທະລາຍລົງເລັກນ້ອຍ, ມີສິ່ງຂອງຫຼາຍຢ່າງຕົກລົງມາຈາກຂ້າງເທິງ."

Ms Takaichi ກ່າວວ່າ ຊາວເມືອງຄວນຮູ້ ກ່ຽວກັບຄວາມສ່ຽງຂອງອັນຕະຣາຍຫຼາຍຢ່າງ ທີ່ຍັງຄົງເກີດຂຶ້ນ ຮວມທັງດິນເຈື່ອນ ແລະອາການໂຣກລົມແດດ (Heatstroke).

"ໄຟດັບເກີດຂຶ້ນໃນບາງພື້ນທີ່. ຂ້າພະເຈົ້າ ຂໍໃຫ້ທຸກຄົນດູແລຕົວເອງໃຫ້ປອດພັຍ, ຮວມທັງການຍ້າຍໄປຢູ່ ໃນສະຖານທີ່ປອດພັຍ ແລະປ້ອງກັນໂຣກລົມແດດ (Heatstroke). ຣັດຖະບານ Takaichi ຈະພະຍາຍາມສຸດຄວາມສາມາດ. ພວກເຮົາຈະຕອບສນອງ ດ້ວຍເຫື່ອແຮງທັງຫມົດຂອງຣັດຖະບານ, ໃຫ້ຄວາມສໍາຄັນກັບຊີວິດມະນຸດ ເໜືອທຸກຢ່າງ."

ລາຍງານໂດຍ Biwa Kwan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now