ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌:
ຄວາມເມື່ອຍໜ່າຍ (Burnout) ໃນບ່ອນທໍາງານ.
ເຖິງແມ່ນ ຈະມີຄວາມຮັບຮູ້ຫລາຍຂຶ້ນ ກ່ຽວກັບສຸຂະພາບຈິດ, ແຕ່ການຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ ຄວາມເມື່ອຍໜ່າຍ (Burnout) ໃນບ່ອນທໍາງານ ຍັງເປັນຄວາມທ້າທາຍທີ່ສໍາຄັນ.
ຜູ້ຊ່ຽວຊານກ່າວວ່າ ຖ້າປາດສະຈາກການຝຶກອົບຮົມທີ່ເຫມາະສົມ ແລະຂອບເຂດທີ່ດີ ຢູ່ໃນບ່ອນທໍາງານ, ຊາວອອສເຕຣເລັຍຈຳນວນຫຼາຍຂຶ້ນ ຈະພິຈາຣະນາວ່າ ຈະອອກຈາກວຽກງານໃນປີໜ້າ.
Sydney Lang ລາຍງານ.
ຄາດວ່າຊາວອອສເຕຣເລັຍ ເກືອບສາມລ້ານຄົນ ມີແນວໂນ້ມທີ່ຈະລາອອກຈາກວຽກໃນປີໜ້າ.
ຄວາມເມື່ອຍໜ່າຍ (Burnout) ໃນບ່ອນທໍາງານ ແມ່ນຫຍັງ?
ເຖິງແມ່ນຈະມີຄວາມຮັບຮູ້ຫລາຍຂຶ້ນ ກ່ຽວກັບສຸຂະພາບຈິດ, ສິດທິໃນການຕັດຄວາມເຊື່ອມຕໍ່ເມື່ອບໍ່ດົນມານີ້, ແລະຫລາຍຄົນກໍເຮັດວຽກຈາກບ້ານ, ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າ ຄວາມເມື່ອຍໜ່າຍ(Burnout) ຢູ່ບ່ອນທໍາງານກໍາລັງຮ້າຍແຮງຂຶ້ນ.
ແລ້ວມັນເກີດຫຍັງຂຶ້ນ?
ຮອງສາດສະດາຈານ Ross Iles ຫົວຫນ້າຝ່າຍຄົ້ນຄວ້າຂອງ Superfriend, ອົງກອນບໍ່ສແວງຜົນກຳໄລ ທີ່ໃຫ້ການຝຶກອົບຮົມ ແລະການສນັບສນູນ ດ້ານສຸຂະພາບຈິດ ແກ່ອົງກອນຕ່າງໆ.
ລາວເວົ້າວ່າ ໃນໄລຍະສິບປີທີ່ຜ່ານມາ, ຄວາມເມື່ອຍໜ່າຍ (Burnout) ຍັງຄົງມີຢູ່ຕໍ່ໄປ.
"ແລະເມື່ອເຮົາແນໃສ່ ອຸດສາຫະກັມໃດໜຶ່ງ ເຊັ່ນການຄ້າຍ່ອຍ ແລະສຸຂະພາບ ແລະການສຶກສາ, ນັ້ນກໍາລັງກາຍເປັນປັດຈັຍທີ່ສໍາຄັນຫລາຍ. ແທ້ຈິງແລ້ວ, ມັນຮ້າຍແຮງຂຶ້ນເລື້ອຍໆ. ແລະສິ່ງທີ່ເຮົາໄດ້ເຫັນແທ້ໆ ໃນ 10 ປີຂອງຂໍ້ມູນ, ເຮົາພົບວ່າ ການຮັບຮູ້ເລື່ອງສຸຂະພາບຈິດ ໃນບ່ອນທໍາງານກໍາລັງເຕີບໂຕຂຶ້ນໂດຍທົ່ວໄປ, ສະພາບການກ່ຽວກັບສຸຂະພາບທາງຈິດ, ຄວາມເຂົ້າໃຈຂອງຜູ້ຄົນ, ຄວາມຮັບຮູ້ຂອງນາຍຈ້າງ ກ່ຽວກັບສຸຂະພາບຈິດ, ແມ່ນແຕ່ຜູ້ຄົນ ໃຫ້ຄະແນນວຽກງານຂອງເຂົາເຈົ້າ ວ່າເປັນບ່ອນທໍາງານທີ່ດີຕໍ່ສຸຂະພາບຈິດ. ເຖິງແມ່ນວ່າ ສິ່ງເຫລົ່ານັ້ນໄດ້ເພີ່ມຂຶ້ນ, ແຕ່ຕາມຈິງແລ້ວ ເຮົາບໍ່ໄດ້ເຫັນການປ່ຽນແປງອັນໃຫຍ່ຫລວງ ໃນຜົນສະທ້ອນບາງຢ່າງ ເຊັ່ນຄວາມເມື່ອຍໜ່າຍ (Burnout) ໃນໄລຍະນັ້ນ. ສະນັ້ນ ສິ່ງເຫລົ່ານັ້ນ ຈຶ່ງບໍ່ປ່ຽນແປງໄວພໍ ທີ່ຈະຕິດຕາມລະດັບຄວາມເມື່ອຍໜ່າຍ (Burnout)"
ຄວາມເມື່ອຍໜ່າຍ (Burnout) ມີລັກສນະແນວໃດ?
ຄວາມເມື່ອຍໜ່າຍ (Burnout) ສາມາດສະແດງອອກ ໃນທາງທີ່ແຕກຕ່າງກັນ ແຕ່ຜູ້ຊ່ຽວຊານບອກວ່າ ມີສັນຍານທົ່ວໄປສອງສາມຢ່າງ ທີ່ບໍ່ຄວນລະເລີຍ.
ສິ່ງເຫຼົ່ານີ້ ລວມເຖິງຄວາມຮູ້ສຶກໂດດດ່ຽວ, ຂຸ່ນເຄືອງ ແລະຂາດພະລັງງານ.
ຄວາມເມື່ອຍໜ່າຍ (Burnout) ອາດຫມາຍເຖິງຄວາມຮູ້ສຶກ ບໍ່ພໍໃຈກັບວຽກ ຫຼືເຊົາເຮັດວຽກ ທີ່ທ່ານເຄີຍໃຫ້ຄວາມສຳຄັນ.
ມັນສາມາດ ເປັນທາງຮ່າງກາຍເຊັ່ນກັນ, ບາງຄັ້ງກໍໄປສູ່ຄວາມເຈັບປວດຫົວ ແລະຄວາມເຈັບປວດຕາມຮ່າງກາຍຫຼາຍຂຶ້ນ, ພ້ອມທັງການລົບກວນຂອງການນອນ.
Ross Isles ກ່າວວ່າ ຄວາມທຸກທາງຈິດໃຈ ເປັນປັດຈັຍສໍາຄັນທີ່ສຸດ ສໍາລັບອຸດສາຫະກັມ ເຊັ່ນການດູແລສຸຂະພາບ, ຊຶ່ງມີອັດຕາການເມື່ອຍ ໜ່າຍ (Burnout) ຫລາຍທີ່ສຸດ ພ້ອມດ້ວຍອຸດສາຫະກັມ ການສຶກສາແລະການຂາຍຍ່ອຍ.
"ແລະໃນການດູແລສຸຂະພາບ ເຮົາສາມາດພົບປັດຈັຍອັນຕະຣາຍ ສໍາຄັນຫລາຍຢ່າງ ທີ່ເຮັດໃຫ້ຜູ້ຄົນມີອາການເມື່ອຍໜ່າຍ (Burnout) ແລະທີ່ສຳຄັນທີ່ສຸດ ກໍແມ່ນຄວາມທຸກໃຈ. ສະນັ້ນ ຄວາມທຸກໃຈ ຄືຄວາມເຄັ່ງຕຶງ ແລະຄວາມວິຕົກກັງວົນທົ່ວໄປ ທີ່ຜູ້ຄົນປະສົບໃນທຸກດ້ານ ຂອງຊີວິດຂອງເຂົາເຈົ້າ. ແລະສະນັ້ນ ເມື່ອຜູ້ຄົນປະເຊີນກັບຄວາມທຸກໃຈ ໃນລະດັບສູງ, ໂດຍສະເພາະ ເປັນເວລາດົນນານ ທີ່ຈະເພີ່ມຄວາມເມື່ອຍໜ່າຍ (Burnout) ຂອງເຂົາເຈົ້າ ຫລືຄວາມເປັນໄປໄດ້ ທີ່ເຂົາເຈົ້າຈະລາຍງານຄວາມເມື່ອຍໜ່າຍ (Burnout)"
ການຄົ້ນຄວ້າໃຫມ່ ທີ່ຖືກມອບຫມາຍໂດຍ Allianz Australia ສະແດງໃຫ້ເຫັນວ່າ ສີ່ໃນຫ້າຄົນ ໃນການສໍາຫລວດກ່າວວ່າ ບ່ອນທໍາງານຂອງເຂົາເຈົ້າ ບໍ່ສາມາດບັງຄັບນິສັຍ ແລະຂອບເຂດໃນບ່ອນທໍາງານທີ່ດີຕໍ່ສຸຂະພາບ.
ຜູ້ທີ່ຖືກສໍາຫລວດກ່າວວ່າ ພາລະວຽກງານຫລາຍເກີນໄປ, ການປະຊຸມຫລາຍທີ່ເກີນໄປ, ແລະເວລາກໍານົດ ທີ່ບໍ່ສົມເຫດຜົນ ເປັນສາເຫດຫຼັກຂອງຄວາມເມື່ອຍໜ່າຍ (Burnout).
ຄວາມເມື່ອຍໜ່າຍ (Burnout) ອາດຫມາຍເຖິງຄວາມຮູ້ສຶກ ບໍ່ພໍໃຈກັບວຽກ ຫຼືເຊົາເຮັດວຽກ ທີ່ທ່ານເຄີຍໃຫ້ຄວາມສຳຄັນ.
Mark Pittman ເປັນຜູ້ອໍານວຍການໃຫຍ່ ຂອງຝ່າຍບາດເຈັບສ່ວນບຸກຄົນ (Personal Injury) ທີ່ Allianz Australia.
ລາວເວົ້າວ່າ ການບໍ່ພັກຜ່ອນຢ່າງພຽງພໍ ຈະເພີ່ມຄວາມກົດດັນ ແລະເພີ່ມຄວາມສ່ຽງ ຕໍ່ຄວາມເມື່ອຍໜ່າຍ (Burnout).
"ການຄົ້ນຄວ້າສະແດງໃຫ້ເຫັນວ່າ ລູກຈ້າງກໍາລັງດີ້ນລົນແທ້ໆ ທີ່ຈະຈັດເວລາສ່ວນຕົວ ເປັນປະຈໍາສໍາລັບຕົວເອງ ແລະເຂົາເຈົ້າບໍ່ ສາມາດແບ່ງຄວາມຮັບຜິດຊອບໃນຄອບຄົວຢ່າງເທົ່າທຽມກັນ ແລະບໍ່ມີເຄືອຂ່າຍ ທີ່ໄວ້ໃຈໄດ້ ເພື່ອຊ່ວຍເຮັດວຽກປະຈໍາວັນ ເຊັ່ນການສົ່ງລູກໄປໂຮງຮຽນ. ສະນັ້ນ, ພວກເຮົາຈຶ່ງຊຸກຍູ້ຊາວອອສເຕຣເລັຍ ໃຫ້ພັກຜ່ອນຢ່າງພຽງພໍ, ກຳໜົດຂອບເຂດ ແລະຈັດລໍາດັບຄວາມສໍາຄັນຂອງກິດຈະກັມ ການພັກຟື້ນ ເຊັ່ນການນອນ ແລະການອອກກໍາລັງກາຍ, ແລະການປ່ຽນແປງເລັກນ້ອຍເຫລົ່ານີ້ ສາມາດສ້າງຄວາມແຕກຕ່າງໄດ້ແທ້ໆ ໃນການຊ່ວຍປ້ອງກັນ ຄວາມເມື່ອຍໜ່າຍ (Burnout)".
ໂດຍທີ່ມີພະນັກງານ ເກືອບຫົກ ໃນສິບຄົນ ໃນການສໍາຫລວດ ໄດ້ລາຍງານເຖິງຄວາມທຸກໃຈ ຢູ່ບ່ອນທໍາງານ, ມັນບໍ່ເປັນສິ່ງແປກໃຈເລີຍ ທີ່ການຮຽກຮ້ອງຄ່າຊົດເຊີຍທາງຈິດໃຈ ໄດ້ເພີ່ມຂຶ້ນເກືອບ 30 ເປີເຊັນ.
ຈາກການຄົ້ນຄວ້າພົບວ່າ, ຄວາມເຄັ່ງຕຶງທາງຈິດໃຈ ແລະຄວາມກົດດັນ ໃນບ່ອນເຮັດວຽກ ເປັນສາເຫດອັນດັບທີສອງ ຂອງການຮຽກຮ້ອງຄ່າຊົດເຊີຍທາງຈິດໃຈ.
Mark Pittman ກ່າວວ່າ ມີສາມສິ່ງສໍາຄັນ ທີ່ບ່ອນທໍາງານສາມາດເຮັດໄດ້ ເພື່ອຊ່ອຍເຫລືອພະນັກງານ ໃຫ້ຫລີກເວັ້ນຈາກຄວາມເມື່ອຍໜ່າຍ(Burnout).
"ການແກ້ໄຂສາມຢ່າງ ທີ່ພະນັກງານຕ້ອງການ ທີ່ພວກເຮົາໄດ້ພົບ ຈາກການຄົ້ນຄວ້າ ແມ່ນຮວມເຖິງ ການຝຶກອົບຮົມທີ່ດີກວ່າ ສໍາລັບຜູ້ຈັດການ ເພື່ອສົ່ງເສີມສວັດດີພາບຂອງພະນັກງານ, ການສັ່ງວຽກທີ່ບໍ່ຈໍາເປັນຫນ້ອຍລົງ ແລະວັນສຸຂະພາບຈິດທີ່ມີຂຶ້ນເລື້ອຍໆ."
ໃນຂນະທີ່ ການຈັດການເລື່ອງຄວາມເມື່ອຍໜ່າຍ (Burnout) ແລະການກຳໜົດຂອບເຂດ ກັບນາຍຈ້າງ ເປັນສິ່ງສໍາຄັນ, Professor Ross Isles ກ່າວວ່າ ຜູ້ນໍາໃນບ່ອນທໍາງານ ມີຫນ້າທີ່ຮັບຜິດຊອບ ທີ່ຈະສ້າງສະພາບແວດລ້ອມ ທີ່ດີຕໍ່ສຸຂະພາບ.
ລາວເວົ້າວ່າ ນອກເຫນືອໄປຈາກການພັກຜ່ອນເປັນປະຈໍາແລ້ວ, ວຽກງານທີ່ສາມາດບັນລຸໄດ້ ແລະວັນສຸຂະພາບຈິດ, ການສົ່ງເສີມຄວາມສໍາພັນ ໃນວຽກງານ ເປັນປັດຈັຍສໍາຄັນ ໃນການຫລຸດຜ່ອນຄວາມເມື່ອຍໜ່າຍ (Burnout).
"ໃນຂນະທີ່ພວກເຮົາມີຄວາມຄືບຫນ້າ, ພວກເຮົາຍັງພົບວ່າ ຫນ້ອຍກວ່າເຄິ່ງຫນຶ່ງ ຂອງພະນັກງານໃນອອສເຕຣເລັຍ ຮູ້ສຶກສະບາຍໃຈ ທີ່ຈະເວົ້າລົມກັບຜູ້ຈັດການ ເລື່ອງສຸຂະພາບຈິດ ແລະພວກເຮົາພົບວ່າ ຈໍານວນນັ້ນ ບໍ່ໄດ້ປ່ຽນແປງຫລາຍເກີນໄປ. ສະນັ້ນ, ມັນຈຶ່ງສໍາຄັນ ທີ່ຈະທໍາລາຍຄວາມອັບອາຍນັ້ນ ແລະນັ້ນຈະຊ່ອຍປ້ອງກັນຄວາມເມື່ອຍ ໜ່າຍ (Burnout) ບາງທີສິ່ງທີ່ສໍາຄັນທີ່ສຸດ, ຂ້າພະເຈົ້າຄິດວ່າ ຕ້ອງຄິດກ່ຽວກັບການເຊື່ອມຕໍ່ກັນ ແລະວິທີ ທີ່ຈະສົ່ງເສີມຄວາມສໍາພັນທີ່ດີ ແລະສະພາບແວດລ້ອມທີ່ດີ ໃນບ່ອນທໍາງານ. ບໍ່ພຽງແຕ່ຄິດວ່າ ມັນເກີດຂຶ້ນໂດຍບັງເອີນ, ແຕ່ເພື່ອສົ່ງເສີມໂອກາດ ໃຫ້ພະນັກງານຕິດຕໍ່ຫາກັນໂດຍເຈດຕະນາ."
ລາຍງານໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao