Lao: The Uluru Statement from the Heart

Uluru

Uluru Source: courtesy of Jimmy Widders Hunt

ໃນເດືອນພຶດສະພາ 2017 ຜູ້ຕາງໜ້າຄົນອາໂບຣີ້ຊີນໂນນແລະຊາວເກາະໂທຣັສເຕຼດເຕົ້າໂຮມກັນຂຶ້ນໃນກອງປະຊຸມທັມນູນແຫ່ງຊາດຂອງອາໂບຣີ້ຊີນໂນນແລະຊາວເກາະໂທຣັສເຕຼເລັຍຢູ່ໃກ້ໆກັບ ອູລູຣູ ແລະຮັບຮູ້ເອົາ ອູລູຣູ ສະເຕມັນຕ໌ ຟຼອມ ດີ ຮາກຕ໌ (Uluru Statement from the Heart). ເອກກະສານນັ້ນສເນີການປ່ຽນແປງໃສ່ທັມນູນຂອງອອສເຕຼເລັຍ, ຮັບຮູ້ຄົນພື້ນເມືອງອອສເຕຼເລັຍໄວ້ຢູ່ໃນທັມນູນອອສເຕຼເລັຍ, ແລະວິທີການເດີນໜ້າທີ່ອິງໃສ່ຄວາມຈິງ, ຄວາມເປັນທັມແລະການເປັນເຈົ້າຕົນເອັງ.


ພວກຂ້າພະເຈົ້າເຕົ້າໂຮມກັນຢູ່ໃນກອງປະຊຸມທັມນູນແຫ່ງຊາດ 2017, ໂດຍການມາຈາກທຸກຈຸດ

ຂອງທ້ອງຟ້າພາກໃຕ້, ກະທຳຂໍ້ຄວາມນີ້ຈາກຫົວໃຈ : ເຜົ່າຕ່າງໆຂອງຄົນພື້ນເມືອງເປັນປະເທດອະທິປະໄຕອັນທຳອິດຂອງທະວີບອອສເຕຼລຽນແລະເກາະຕ່າງໆທີ່ໃກ້ຄຽງ, ແລະເປັນເຈົ້າຂອງມັນພາຍໃຕ້ກົດໜາຍແລະຮີດຄອງຂອງພວກຂ້າພະເຈົ້າເອງ. ນີ້ແມ່ນການກະທຳຂອງບັນພະບູລຸດຂອງພວກຂ້າພະ

ເຈົ້າ, ຕາມການກະຕວງຂອງວັທນະທັມຂອງພວກຂ້າພະເຈົ້າ, ຈາກການເປັນມາ (Creation) , ອີງຕາມກົດໜາຍທົ່ວໄປຈາກເວລາອັນເກົ່າແກ່, ແລະອີງຕາມວິທຍາສາດທີ່ດົນນານກ່ວາ 60,000 ປີທີ່ຜ່ານມາ. ອະທິປະຕັຍນີ້ແມ່ນຄວາມນຶກຄິດໃນດ້ານວິນຍານ :ຄວາມຜູກພັນຂອງບັນພະບູລຸດ ຣະຫ່ວາງຜືນແຜ່ນດິນ,​ຫຼື "ພະລັງທັມຊາດ" ("mother nature") , ແລະຄົນພື້ນເມືອງອອສເຕຼເລັຍທີ່ກຳເນີດມາຈາກຫັ້ນຍັງຜູກພັນກັບແລະຈຳຕ້ອງຖຶກມອບຄືນໃຫ້ທີ່ນັ້ນໃນວັນນຶ່ງເພື່ອຈະຮວມໂຮມກັນກັບບັນພະບູລຸດຂອງພວກຂ້າພະເຈົ້າ. ສາຍພົວພັນນີ້ເປັນພື້ນຖານຂອງການເປັນເຈົ້າຂອງຂອງດິນຫຼືດີກ່ວາເອີ້ນວ່າອະທິປະໄຕ. ມັນບໍ່ຖຶກຍອມແພ້ຫຼືດັບມອດ,ແລະມີຢູ່ຮ່ວມກັບອະທະປະໄຕຂອງກະສັດ. ມັນຈະເປັນໄປໄດ້ແບບໃດຖ້າຫາກບໍ່ເປັນດັ່ງນັ້ນ? ຄົນທີ່ເປັນເຈົ້າຂອງດິນເຖິງ 60,000 ປີແລະເຍື້ອໄຍອັນສັກສິດນີ້ຫາຍໄປຈາກປະຫັວດສາດໂລກໃນພຽງແຕ່ໃນສອງຮ້ອຍປີສຸດທ້າຍທີ່ຜ່ານມາ ! ໂດຍມີການປ່ຽນແປງທັມນູນຢ່າງແທ້ຈິງແລະການປະຕິຮູບໂຄງສ້າງ, ພວກຂ້າພະເຈົ້າເຊື່ອວ່າອະທິປະໄຕອັນເກົ່່າແກ່ນີ້ສາມາດເປັນໄປເປັນຄວາມເຫັນອັນເຕັມສ່ວນຂອງການເປັນທະເທດຂອງອອສເຕຼເລັຍ. ຕາມສັດສ່ວນ, ພວກຂ້າພະເຈົ້າຖຶກຄຸມຂັງທີ່ສຸດໃນໂລກນີ້. ພວກຂ້າພະເຈົ້າບໍ່ແມ່ນອາຊະຍາກອນ. ເດັກຂອງພວກຂ້ພະເຈົ້າແຕກແຍກຈາກຄອບຄົວຂອງພວກຂະເຈົ້າໂດຍຄວາມໄວທີ່ບໍ່ເຄີຍມີມາ. ນີ້ບໍ່ແມ່ນຍ້ອນວ່າທີ່ພວກຂ້າພະເຈົ້າບໍ່ມີຄວາມຮັກພວກຂະເຈົ້າ. ແລະຊາວໜຸ່ມຂອງພວກຂ້າພະເຈົ້າລ່ອງລອຍຢູ່ໃນການກັກຂັງເປັນຈຳນວນອັນທີ່ເປັນການຮັບເອົາບໍ່ໄດ້. ພວກຂະເຈົ້າຄວນເປັນຄວາມຫັວງສຳຮັບອານາຄົດຂອງພວກຂ້າພະເຈົ້າ. ຄວາມໃຫຍ່ໂຕຂອງວິກິດຂອງພວກຂ້າພະເຈົ້າຢ່າງແປນໆບົ່ງບອກໃຫ້ເຫັນໂຄງຮ່າງຂອງບັນຫາຂອງພວກຂ້າພະເຈົ້າ. ນີ້ເປັນການທໍຣະມານການບໍ່ມີພະລັງຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າຢາກມີການປະຕິຮູບທັມນູນເພື່ອໃຫ້ພະລັງແກ່ຄົນຂອງພວກຂ້າພະເຈົ້າແລະຢືນຢູ່ໃນບ່ອນອັນຖຶກຕ້ອງໃນປະເທດຂອງພວກຂ້າພະເຈົ້າ. ເມື່ອພວກຂ້າພະເຈົ້າມີພະລັງໃສ່ໂຊກສະຕາຂອງພວກຂ້າພະເຈົ້າ ເດັກຂອງພວກຂ້າພະເຈົ້າຈະຈະເຣີນຮຸ່ງເຮືອງ. ການທີ່ພວກຂະເຈົ້າຈະຍ່າງເຂົ້າສູ່ສອງໂລກແລະວັທນະທັມຂອງພວກຂະເຈົ້າຈະເປັນຂອງຂັວນແກ່ປະເທດຂອງພວກຂະເຈົ້າ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ມີການຕັ້ງ First Nations Voice ຣະບຸໄວ້ໃນທັມນູນ. Makarrata ເປັນຈຸດສູງສຸດຂອງຫົວຂໍ້ລາຍການຂອງພວກຂ້ພະເຈົ້າ : ການເຂົ້າຮ່ວມກັນພາຍຫຼັງການຕໍ່ສູ້. ມັນຄວບຄຸມຄວາມປາຖນາຂອງພວກຂ້າພະເຈົ້າເພື່ອຄວາມສຳພັນອັນຊືສັດກັບຂອງອອສເຕຼເລັຍແລະອານາຄົດທີ່ຈົບດີກ່ວາສຳຮັບເດັກໆຂອງພວກຂ້າພະເຈົ້າໂດຍອີງໃສ່ຄວາມເປັນທັມແລະການເປັນເຈົ້າຕົນເອງ. ພວກຂ້າພະເຈົ້າຕ້ອງການ Makarrata Commission ເພື່ອຄວບຄຸມຣະບົບການຂອງການກະທຳຕົກລົງກັນຣະຫ່ວາງຣັຖບານຕ່າງໆແລະຄົນພື້ນເມືອງອອສເຕຼເລັຍແລະບົ່ງບອກຄວາມຈິງກ່ຽວກັບປະຫັວດສາດຂອງພວກຂ້າພະເຈົ້າ. ໃນປີ 1967 ພວກຂ້າພະເຈົ້າຖຶກຮັບຮູ້, ໃນປີ 2007 ພວກຂ້າພະເຈົ້າຢາກມີປາກມີສຽງ. ພວກຂ້າພະເຈົ້າອອກມາຈາກສະຖານທີ່ຕັ້ງແລ້ວເລີ້ມຕົ້ນການເດີນຍ່າງຂ້າມປະເທດອັນກ້ວາງໃຫຍ່ນີ້. ພວກຂ້າພະເຈົ້າຂໍເຊີນທ່ານໄປຍ່າງກັບພວກຂ້າພະເຈົ້າກັບການເຄື່ອນໄຫວຂອງຄົນອອສເຕຼລຽນເພື່ອອານາຄົດທີ່ຈົບດີກ່ວາ.

 

For further information please visit the official Uluru Statement from the Heart website at www.ulurustatement.org or email the Indigenous Law Centre, UNSW at ilc@unsw.edu.au

SBS ມີ Uluru Statement from the Heart  ໄວ້ບໍ່ຣິການເປັນຫຼາຍກ່ວາ 60 ພາສາເພື່ອການສົນທະນາແຫ່ງຊາດກັບ ຊຸມຊົນ CALD ເປັນພາສາຂອງພວກຂະເຈົ້າເອງ.


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
Lao: The Uluru Statement from the Heart | SBS Lao