ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການຢຸດຍິງໃນLebanon ເປັນເວລາ 10 ມື້.
ເອລ ໄດ້ຕົກລົງຢຸດຍິງ ເປັນເວລາ 10 ມື້ ກັບຣັດຖະບານ ຫລັງຈາກການເຈຣະຈາໃນ Washington ເມື່ອບໍ່ດົນມານີ້.
Hezbollah ບໍ່ໄດ້ມີສ່ວນຮ່ວມໂດຍກົງ ໃນການເຈຣະຈາ ແຕ່ເບິ່ງຄືວ່າ ເຕັມໃຈ ທີ່ຈະສນັບສນູນ ການສງົບເສິກຊົ່ວຄາວ.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາກ່າວວ່າ ການເຈຣະຈາ ລະດັບຜູ້ນໍາ ຄາດວ່າຈະຕາມມາ ໃນສອງສາມມື້ຂ້າງໜ້າ.
Tee Mitchell ລາຍງານ.
ມີການສເລີມສລອງໃນເມືອງ Sidon ຂອງ Lebanon ຫລັງຈາກປະທານາທິບໍດີ Donald Trump ຂອງອາເມຣິກາ ໄດ້ປະກາດເຖິງການຢຸດຍິງ ພ້ອມກັບອິດສະຣາເອລ ເປັນເວລາສິບມື້.
"ແລະນັ້ນ ຈະເປັນສິ່ງທີ່ຍິ່ງໃຫຍ່. ແລະເຂົາເຈົ້າຈະພົບກັນ ອາດຈະມາທີ່ White House ໃນໄລຍະສີ່ຫລືຫ້າມື້ຕໍ່ໄປ. ແລະນັ້ນ ຈະເປັນເທື່ອທໍາອິດ ທີ່ເຂົາເຈົ້າໄດ້ພົບກັນໃນ 44 ປີ."
ການສງົບເສິກຊົ່ວຄາວ, ຊຶ່ງມີຜົນບັງຄັບໃຊ້ ໃນເຊົ້າຂອງວັນທີ 17 ເມສາຕາມເວລາພາກຕາເວັນອອກ ຂອງອອສເຕຣເລັຍ, ໄດ້ຮັບການຕ້ອນຮັບ ຈາກນາຍົກຣັດຖະມົນຕີ Lebanon, Nawaf Salam.
ລາວກ່າວໃນສື່ສານມວນຊົນວ່າ ມັນເປັນຂໍ້ຮຽກຮ້ອງສໍາຄັນ ຂອງ Lebanon ໃນລະຫວ່າງການເຈຣະຈາ ລະດັບເອກອັກຄະທູດ ໃນWashington ເມື່ອບໍ່ດົນມານີ້.
ນາຍົກຣັດຖະມົນຕີ ອິດສະຣາເອລ Benjamin Netanyahu ກໍໄດ້ກ່າວອີກວ່າ ລາວຍອມຮັບການຢຸດຍິງນັ້ນ.
"ຄວາມສົມດຸນນີ້ໄດ້ປ່ຽນໄປ ໃນຕອນທີ່ພວກເຮົາ ໄດ້ເລີ່ມຮັບໂທຣະສັບຈາກ Lebanon ໃນເດືອນທີ່ຜ່ານມາ ເພື່ອຈັດການເຈຣະຈາສັນຕິພາບໂດຍກົງ ລະຫວ່າງພວກເຮົາ ແລະເຂົາເຈົ້າ, ຊຶ່ງເປັນເລື້ອງທີ່ບໍ່ເຄີຍເກີດຂຶ້ນ ເປັນເວລາຫລາຍກວ່າ 40 ປີ. ຂ້າພະເຈົ້າ ໄດ້ຕົກລົງກັບການຮຽກຮ້ອງນີ້, ແລະຂ້າພະເຈົ້າ ໄດ້ຕົກລົງທີ່ຈະຢຸດຍິງຊົ່ວຄາວ ເປັນເວລາ10 ມື້, ເພື່ອສ້າງຄວາມກ້າວຫນ້າ ຂອງຂໍ້ຕົກລົງ ທີ່ພວກເຮົາໄດ້ເລີ່ມຕົ້ນເຈຣະຈາ ກັບກອງປະຊຸມເອກອັກຄະທູດໃນ Washington."
Ibrahim al-Moussawi ສະມາຊິກສະພາ Hezbollah ກ່າວວ່າ ກຸ່ມທະຫານຈະປະຕິບັດຕາມການຢຸດຍິງ ຢ່າງລະມັດລະວັງ ຖ້າຫາກອິດສະຣາເອລ ຢຸດການໂຈມຕີ.
ບໍ່ວ່າການປົດອາວຸດຂອງ Hezbollah ຈະເປັນບັນຫາສໍາຄັນ ໃນການເຈຣະຈາ ທີ່ຈະມີຂຶ້ນຫຼືບໍ່, ໂດຍທີ່ອິດສະຣາເອລ ລະບຸວ່າ ມັນຍັງເປັນເງື່ອນໄຂ ສໍາລັບສັນຕິພາບ ໃນໄລຍະຍາວ.
ການຍຶດຄອງ ຂອງອິດສະຣາເອລ ໃນເຂດທີ່ເອີ້ນວ່າ ເຂດຄວາມໝັ້ນຄົງ (Security Buffer) ທາງພາກໃຕ້ຂອງ Lebanon ກໍຈະເປັນບັນຫາສໍາຄັນຄືກັນ.
Benjamin Netanyahu ກ່າວວ່າ ເຂດຄວາມໝັ້ນຄົງ (Security Buffer) ໄລຍະສິບກິໂລແມັດ ຈະຄົງຢູ່ຕລອດໄລຍະການຢຸດຍິງ.
Danny Danon ແມ່ນອັກຄະທູດ ຂອງອິດສະຣາເອລ ປະຈຳສະຫະປະຊາຊາດ.
"ພວກເຮົາຕ້ອງປະຕິບັດຢ່າງລະມັດລະວັງ ຕໍ່ສິ່ງທີ່ກໍາລັງເກີດຂຶ້ນຢູ່ເທິງພື້ນດິນ ແລະຖ້າຫາກພວກເຮົາ ຮູ້ສຶກວ່າຖືກຄຸກຄາມ ພວກເຮົາຈະຕອບໂຕ້. ພວກເຮົາຈະບໍ່ໄປໃສ, ພວກເຮົາກໍາລັງຮັກສາຕໍາແຫນ່ງຂອງພວກເຮົາ."
Hezbollah ກ່າວໃນຖແລງການວ່າ "ການຢຸດຍິງໃດໆກໍຕາມ ຕ້ອງຄອບຄຸມທົ່ວທຸກເຂດ Lebanon ແລະບໍ່ຄວນປ່ອຍໃຫ້ສັດຕູອິດສະຣາເອລ ມີເສຣີພາບພາບ ໃນການເຄື່ອນໄຫວ.".
"ພວກເຮົາທຸກຄົນຮູ້ວ່າ ທ່ານຮູ້ວ່າບັນຫາບໍ່ແມ່ນກັບຣັດຖະບານ Lebanon, ບັນຫາຢູ່ທີ່ Hezbollah ແລະມັນຈະເປັນຄວາມທ້າທາຍ. ພວກເຮົາ ເຊື່ອໃນການເຈຣະຈາໂດຍກົງກັບ Lebanon ແຕ່ພວກເຮົາ ຮູ້ເຖິງຄວາມຊັບຊ້ອນ ທີ່ທ່ານເຈຣະຈາກັບຣັດຖະບານ Lebanon, ແຕ່ Hezbollah, ເຂົາເຈົ້າບໍ່ໄດ້ຮັບຄໍາສັ່ງຈາກຣັດຖະບານ Lebanon. ເຂົາເຈົ້າຮັບຄໍາສັ່ງຈາກ Iran. ພວກເຮົາຮູ້ວ່າ ມັນຊັບຊ້ອນ, ແຕ່ພວກເຮົາ ເຕັມໃຈທີ່ຈະລອງເບິ່ງ."
ກອງທັບ Lebanon ໄດ້ລາຍງານເຖິງການລະເມີດການຢຸດຍິງຂອງກອງທັບອິດສະຣາເອລ, ຮວມທັງການຍິງໂຈມຕີຫມູ່ບ້ານຕ່າງໆ ເປັນໄລຍະໆ ຢູ່ທາງໃຕ້ຂອງປະເທດ.
ອິດສະຣາເອລ ໄດ້ທໍາລາຍຫມູ່ບ້ານທັງຫມົດຢູ່ ທາງໃຕ້-ໂດຍໃຊ້ຍຸດທະວິທີ ທີ່ຄ້າຍຄືກັນກັບການຂັດແຍ້ງຂອງ Gaza-ແລະຖືກວິພາກວິຈານ ດ້ວຍການຖືກກ່າວຫາວ່າໃຊ້ Phosphorus ຂາວທີ່ຜິດກົດຫມາຍ
ທາງການ Lebanon ກ່າວວ່າ ອິດສະຣາເອລ ໄດ້ສັງຫານປະຊາຊົນ ຫລາຍກວ່າ 2,000 ຄົນ ແລະເຮັດໃຫ້ມີຜູ້ພັດຖິ່ນ ຫລາຍກວ່າຫນຶ່ງລ້ານຄົນ ນັບຕັ້ງແຕ່ການສູ້ຮົບກັບ Hezbollah ໄດ້ເລີ່ມຕົ້ນໃນເດືອນມິນາ.
ໂດຍທີ່ມີການຢຸດຍິງໃນເວລານີ້, Ibrahim Mahdi ຜູ້ພັດຖິ່ນຄົນໜຶ່ງກ່າວວ່າ ລາວວາງແຜນທີ່ຈະກັບຄືນບ້ານຂອງລາວ ຢູ່ນອກເມືອງທາງໃຕ້ຂອງ Beirut.
"ແນ່ນອນ, ພວກເຮົາເປັນຊາວເມືອງ Dahieh, ແລະແນ່ນອນວ່າ ພວກເຮົາຕ້ອງການກັບມາ. ແນ່ນອນ, ສໍາລັບພວກເຮົາ ມັນງ່າຍກວ່າສໍາລັບຜູ້ຄົນຢູ່ພາກໃຕ້, ຊຸມຊົນທາງໃຕ້, ຫລື Bekaa. ພວກເຮົາມາຈາກເມືອງDahieh, ສະນັ້ນ ມັນຈຶ່ງງ່າຍສໍາລັບພວກເຮົາ ທີ່ຈະຕັ້ງຜ້າເຕັ້ນ ແລະພັກຢູ່ທີ່ນັ້ນ."
ຊາວ Lebanon ທີ່ພັດຖິ່ນພາຍໃນເຊັ່ນ Mahdi ຈະສາມາດຢູ່ໃນເມືອງ Beirut ໄດ້ດົນປານໃດ-ບໍ່ວ່າແຕ່ເຂດທີ່ຢູ່ທາງໃຕ້-ຍັງຕ້ອງຖ້າເບິ່ງກັນຕໍ່ໄປ.
ແລະບໍ່ວ່າການຢຸດຍິງນີ້ ຈະມີຜົນກະທົບອັນໃຫຍ່ຫລວງ ທົ່ວພູມີພາກ, ໃນຂນະ ທີ່ອາເມຣິກາ ແລະອີຣານ ຕ້ອງການຄວາມຄືບຫນ້າ ໃນການເຈຣະຈາໃນວົງກວ້າງ.
ໃນຄວາມຂັດແຍ່ງວ່າ Lebanon ຮວມຢູ່ໃນການຢຸດຍິງລະຫວ່າງ Iran,ອິດສະຣາເອລ ແລະອາເມຣິກາຫລືບໍ່ ກໍເປັນອຸບປະສັກ ຕໍ່ຂໍ້ຕົກລົງຖາວອນ.
ບັດນີ້, Donald Trump ໄດ້ກ່າວໃນສື່ສານມວນຊົນວ່າ ການເຈຣະຈາແບບໂຕຕໍ່ໂຕ ເທື່ອທີສອງ ອາດເກີດຂຶ້ນໃນ Pakistan ໃນທ້າຍອາທິດ.
"ຂ້າພະເຈົ້າຈະໄປ Pakistan, Pakistan ກໍຍິ່ງໃຫຍ່. ເຂົາເຈົ້າດີຫລາຍ, Islamabad, ຂ້າພະເຈົ້າຈະໄປ, ຂ້າພະເຈົ້າອາດຈະໄປ, ແມ່ນແລ້ວ. ຖ້າຫາກຂໍ້ຕົກລົງນັ້ນ ຖືກລົງນາມໃນເມືອງ Islamabad ຂ້າພະເຈົ້າອາດຈະໄປ. ນາຍພົນ (Asim Munir) ເປັນຄົນດີ, ນາຍົກຣັດຖະ ມົນຕີ (Shehbaz Sharif) ເປັນຄົນດີແທ້ໆໃນ Pakistan. ສະນັ້ນ ຂ້າພະເຈົ້າອາດຈະໄປ.ເຂົາເຈົ້າຕ້ອງການຂ້າພະເຈົ້າ."
ຜູ້ຄົນທາງພາກໃຕ້ຂອງ Lebanon ຢາກກັບຄືນໄປຫາຫມູ່ບ້ານທີ່ເຫລືອຢູ່-ຊຶ່ງອາດຈະຍາກຫລາຍຂຶ້ນ ຫລັງຈາກມີລາຍງານວ່າ ອິດສະຣາເອລ ໄດ້ທໍາລາຍຂົວສຸດທ້າຍ ທີ່ຂ້າມແມ່ນ້ຳ Litani.
ໃນເມືອງ Qasmiyeh, ພາກໃຕ້ຂອງ Lebanon, ວຽກງານການສ້ອມແປງຂົວທີ່ເສັຍຫາຍ ໄດ້ເລີ້ມຂຶ້ນແລ້ວ.
...ມັນແມ່ນ ສັນຍານຂອງຄວາມຫວັງຂອງການຢຸດສູ້ຮົບທີ່ອ່ອນແອນີ້.
ລາຍງານໂດຍ Tee Mitchell ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





