ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເຈຣະຈາກ່ຽວກັບ LEBANON.
Donald Trump ໄດ້ປະກາດຂຍາຍເວລາການຢຸດຍິງ ລະຫວ່າງອິດສະຣາເອລ ແລະເລບານອນ ເປັນເວລາສາມອາທິດ ໃນລະຫວ່າງການຖແລງຂ່າວຢູ່ທີ່ the White House.
ລາວກ່າວວ່າ ລາວຫວັງວ່າ ການເຈຣະຈາລະດັບຜູ້ນໍາ ຈະເກີດຂຶ້ນໃນຫລາຍອາທິດຕໍ່ໄປ, ໃນຂນະທີ່ລາວ ພະຍາຍາມເຮັດໃຫ້ການຂັດແຍ້ງ ໃນວົງກວ້າງ ກັບອີຣານໃຫ້ຍຸດຕິລົງ.
Tee Mitchell ລາຍງານ.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ປະກາດ ຂຍາຍເວລາ ການຢຸດຍິງ ລະຫວ່າງອິດສະຣາເອລ ແລະເລບານອນ ເປັນເວລາສາມອາທິດ.
"ແລະພວກເຮົາ ໄດ້ມີການປະຊຸມທີ່ດີ ກັບເຈົ້າຫນ້າທີ່ລະດັບສູງ ຂອງເລບານອນ ແລະເຈົ້າຫນ້າທີ່ລະດັບສູງ ຂອງອິດສະຣາເອລ. ແລະພວກເຮົາຄິດວ່າ ໃນສອງສາມອາທິດຕໍ່ໄປ ປະທານາທິບໍດີເລບານອນ ແລະນາຍົກຣັດຖະມົນຕີ ອິດສະຣາເອລຈະມາທີ່ນີ້. ພວກເຂົາໄດ້ຕົກລົງ ທີ່ຈະຂຍາຍການຢຸດຍິງ ຕື່ມອີກສາມອາທິດ, ບໍ່ມີການຍິງອີກຕໍ່ໄປ. ເຮົາມາຖ້າເບິ່ງກັນ. ພວກເຮົາຫວັງວ່າ ສິ່ງນັ້ນຈະເກີດຂຶ້ນ. ຈະບໍ່ເກີດຂຶ້ນລະຫວ່າງພວກເຂົາເຈົ້າ, ແຕ່ພວກເຂົາມີ Hezbollah ທີ່ຈະຄິດກ່ຽວກັບເລື່ອງນີ້."
ການຂຍາຍເວລານັ້ນ ມີຂຶ້ນຫຼັງຈາກການຢຸດຍິງເທື່ອທໍາອິດ ທີ່ໄດ້ດໍາເນີນໄປ ເປັນເວລາສິບມື້, ເຖິງແມ່ນວ່າ ການໂຈມຕີບໍ່ຮຸນແຮງ ຍັງດໍາເນີນຕໍ່ໄປ ລະຫວ່າງອິດສະຣາເອລ ແລະ Hezbollah.
ອິດສະຣາເອລ ຍັງຍຶດຄອງພື້ນທີ່ ປະມານ 5 ເຖິງ 10 ກິໂລແມັດ ໃນເລບານອນ, ຊຶ່ງເປັນສ່ວນຫນຶ່ງ ຂອງສິ່ງທີ່ອະທິບາຍວ່າ ເປັນເຂດກັນຄວາມປອດພັຍ (Security buffer).
ແລະມີຂໍ້ບົ່ງບອກພຽງເລັກນ້ອຍວ່າ Hezbollah ເຕັມໃຈ ທີ່ຈະຍອມຮັບຂໍ້ຮຽກຮ້ອງ ຂອງອິດສະຣາເອລ ທີ່ໃຫ້ປົດອາວຸດ.
ປະທານາທິບໍດີ Trump ຍັງໄດ້ໃຫ້ອໍານາດແກ່ອິດສະຣາເອລທີ່ ຈະໂຈມຕີຕໍ່ໄປ ຖ້າຫາກວ່າຖືກໂຈມຕີ.
"ອິດສະຣາເອລຈະຕ້ອງປ້ອງກັນຕົນເອງ, ຖ້າຫາກເຂົາເຈົ້າຖືກໂຈມຕີ, ແລະເຂົາເຈົ້າຈະເຮັດເຊັ່ນນັ້ນ. ຂ້າພະເຈົ້າຈະບໍ່ເວົ້າວ່າ ພວກເຂົາເຮັດບໍ່ໄດ້. ມັນຈະເປັນສິ່ງດີ ຖ້າຫາກພວກເຂົາບໍ່ຈໍາເປັນຕ້ອງກັງວົນກັບສິ່ງນັ້ນ, ແຕ່ຖ້າມີຫຍັງເກີດຂຶ້ນ, ພວກເຂົາຈະຕ້ອງປົກປ້ອງຕົວເອງ, ດັ່ງທີ່ທ່ານຮູ້, ແຕ່ພວກເຂົາຈະເຮັດຢ່າງລະມັດລະວັງ ແລະພວກເຂົາຈະແນໃສ່ເປົ້າມາຍສຳຄັນ, ແລະທ່ານຮູ້ວ່າ ມີຫລາຍຢ່າງທີ່ພວກເຂົາສາມາດເຮັດໄດ້."
ເຖິງແມ່ນວ່າ ຈະເປັນເປົ້າຫມາຍທາງທະຫານ ຂອງອິດສະຣາເອລ, ແຕ່ Hezbollah ບໍ່ໄດ້ມີສ່ວນຮ່ວມໂດຍກົງ ໃນການເຈຣະຈາໃນ Washington.
Hassan Fadlallah ເປັນຕົວແທນຄົນຫນຶ່ງຂອງກຸ່ມ ໃນຣັດຖະສະພາ ເລບານອນ.
ລາວກ່າວວ່າ Hezbollah ຢາກໃຫ້ການຢຸດຍິງດໍາເນີນຕໍ່ໄປ-ແຕ່ຢູ່ເທິງພື້ນຖານ ການປະຕິບັດຕາມຢ່າງເຄັ່ງຄັດ ຂອງອິດສະຣາເອລ.
ໃນວັນທີ 18 ເມສາ, Mr Fadlallah ກ່າວວ່າ ອິດສະຣາເອລ ໄດ້ໂຈມຕີບ້ານເຮືອນ ແລະລະເບີດຫມູ່ບ້ານຕ່າງໆ ໃນຫຼາຍພາກຂອງເລບານອນທີ່ອິສຣາເອລຍຶດຄອງ.
"ພວກເຮົາໄດ້ສື່ສານກັບອີຣານ ເພື່ອຍົກລະດັບການລະເມີດເຫລົ່ານີ້ ຜ່ານ Pakistan ເພື່ອກົດດັນສະຫະຣັດອາເມຣິກາ. ຝ່າຍຕໍ່ຕ້ານ ກໍກໍາລັງສຶກສາທາງເລືອກ ທີ່ນຳຈະໃຊ້ອີກ. ມັນຈະບໍ່ປ່ອຍໃຫ້ການລະເມີດເຊັ່ນນັ້ນ ດໍາເນີນຕໍ່ໄປ. ການຕັດສິນໃຈ ຈະຂຶ້ນຢູ່ກັບການປະເມີນສະຖານະພາບໃນເຂດສູ້ຮົບ."
Mr Fadlallah ຍັງໄດ້ເນັ້ນຫນັກ ເຖິງການຄັດຄ້ານຂອງ Hezbollah ຕໍ່ການເຈຣະຈາແບບຫນ້າຕໍ່ຫນ້າ ເມື່ອບໍ່ດົນມານີ້, ໂດຍຮຽກຮ້ອງ ໃຫ້ເລບານອນ ຖອນຕົວອອກຈາກການຕິດຕໍ່ໂດຍກົງ ກັບອິດສະຣາເອລ ໃນທຸກຮູບແບບ.
ນັ້ນແມ່ນສັນຍານ ຂອງຄວາມຫຍຸ້ງຍາກທີ່ Donald Trump ອາດຈະປະເຊີນ ໃນການຍຸດຕິສົງຄາມກັບອິຣານ ຂອງສະຫະຣັດອາເມຣິກາ ທີ່ຖືກຍຸຍົງໂດຍອິດສະຣາເອລ.
ການເຈຣະຈາ ຍັງດໍາເນີນຕໍ່ໄປ ທ່າມກາງລາຍງານ ເຖິງການແຕກກັນຂອງຜູ້ນໍາອີຣານ ຫລັງຈາກການຢຸດຍິງລະຫວ່າງ Tehran ແລະສະຫະຣັດອາເມຣິກາ ໄດ້ຖືກຂຍາຍອອກຢ່າງບໍ່ມີກຳໜົດ.
Mr Trump ກ່າວວ່າ ລາວຈະບໍ່ມີຄວາມຮີບຮ້ອນທີ່ ຈະເຮັດຫຍັງເລີຍ.
"ຢ່າເລັ່ງຂ້າພະເຈົ້າ. ຢ່າເລັ່ງ, Jeff. ພວກທ່ານຮູ້ບໍ່, ພວກທ່ານຢາກເວົ້າວ່າ 'ໂອ້, ພວກເຮົາໄດ້ຢູ່ຫວຽດນາມ ເປັນເວລາ 18 ປີ, ພວກເຮົາຢູ່ໃນ Iraq ເປັນເວລາຫລາຍປີ, ພວກເຮົາໃຊ້ເວລາທັງຫມົດຢູ່ທີ່ນັ້ນ- ຂ້າພະເຈົ້າບໍ່ຢາກເວົ້າວ່າ ສົງຄາມໂລກຄັ້ງທີສອງ, ເພາະນັ້ນເປັນສົງຄາມໃຫຍ່-ແຕ່ພວກເຮົາ ໃຊ້ເວລາສີ່ປີເຄິ່ງ, ເກືອບຫ້າປີ ໃນສົງຄາມໂລກຄັ້ງທີສອງ, ພວກເຮົາໄດ້ໃຊ້ເວລາ ໃນສົງຄາມເກົາຫລີເຈັດປີ.' ຂ້າພະເຈົ້າໄດ້ເຮັດສິ່ງນີ້ ເປັນເວລາຫົກອາທິດ. ແລະກອງທັບຂອງພວກເຂົາ ກໍເສັຍໄຊທັງຫມົດ."
ບັນຫາສໍາຄັນ ເຊັ່ນໂຄງການ Nuclear ຂອງອີຣານ ແລະການເດີນເຮືອໃນອະນາຄົດຜ່ານ Strait of Hormuz ຍັງບໍ່ໄດ້ແກ້ໄຂ, ແລະທັງສອງຝ່າຍໄດ້ຍຶດກໍາປັ່ນການຄ້າ ນັບຕັ້ງແຕ່ການຢຸດຍິງໄດ້ເລີ່ມຕົ້ນ.
ເຖິງແມ່ນຈະມີຄວາມອ່ອນແອ, ແຕ່ການຢຸດຍິງ ກໍໃຫ້ການປົກປ້ອງບາງຢ່າງ ແກ່ພົນລະເມືອງໃນອີຣານ, ຊຶ່ງທາງການກ່າວວ່າ ປະມານ 3,000 ຄົນໄດ້ເສັຍຊີວິດ ຈາກການໂຈມຕີຂອງສະຫະຣັດອາເມຣິກາ ແລະອິດສະຣາເອລ.
ໃນເລບານອນ, ເຈົ້າຫນ້າທີ່ໃນເຂດນັ້ນກ່າວວ່າ ອິດສະຣາເອລ ໄດ້ຂ້າຜູ້ຄົນເກືອບ 2,500 ຄົນຢູ່ທີ່ນັ້ນ ນັບຕັ້ງແຕ່ການຂັດແຍ້ງກັບ Hezbollah ໄດ້ທະວີຄວາມຮຸນແຮງຂຶ້ນ ໃນຕົ້ນເດືອນມິນາ.
ໜຶ່ງໃນບັນດານັ້ນ ແມ່ນ Amal Khalil, ຜູ້ທີ່ຖືກຂ້າ ໃນການໂຈມຕີແບບ 'Double tap' ໃນວັນທີ 22 ເມສາ ຊຶ່ງເພີ່ມຂໍ້ກ່າວຫາວ່າ ອິດສະຣາເອລ ໄດ້ແນເປົ້າຫມາຍໃສ່ພະນັກງານສື່ ໂດຍເຈດຕະນາ.
ນີ້ແມ່ນ Ali Khalil ນ້ອງຊາຍຂອງ Amal.
"ນີ້ບໍ່ແມ່ນເທື່ອທໍາອິດ ທີ່ອິດສະຣາເອລໄດ້ຂົ່ມຂູ່ Amal. ເຂົາເຈົ້າ ໄດ້ຄຸກຄາມເຮືອນຂອງນາງ, ບ່ອນທີ່ນາງອາສັຍຢູ່. ພວກເຮົາໄດ້ເຕືອນນາງ ສເມີວ່າ ສັດຕູຄົນນີ້ ເປັນຄົນທໍຣະຍົດ ແລະອາດໂຈມຕີໄດ້ທຸກເວລາ. ການໂຈມຕີສາມເທື່ອ ພາຍໃນສອງຊົ່ວໂມງ ຫລືຫນຶ່ງຊົ່ວໂມງເຄິ່ງ ເປັນຫລັກຖານວ່າ ອິດສະຣາເອລ ຕັ້ງໃຈຈະລອບຂ້າ Amal Khalil."
ຈໍານວນໂຕເລກຂອງຊາວອິດສະຣາເອລ ທີ່ເສັຍຊີວິດ ໃນການຂັດແຍ້ງຈົນເຖິງເວລານີ້ ແມ່ນຫາໄດ້ຍາກ.
ສຳນັກງານຂ່າວ Al Jazeera ກ່າວວ່າ ຊາວອິດສະຣາເອລ ປະມານ 26 ຄົນໄດ້ເສັຍຊີວິດ ນັບຕັ້ງແຕ່ອິດສະຣາເອລ ແລະສະຫະຣັດອາເມຣິກາ ໄດ້ເລີ່ມຕົ້ນສົງຄາມກັບອີຣານ.
ໃນຂນະດຽວກັນ, Trump ກ່າວວ່າ ການເຈຣະຈາລະດັບຜູ້ນໍາ ຈະມີຫລາຍຂຶ້ນໃນອາທິດຕໍ່ໄປ.
ລາວຄາດວ່າ ຈະພົບກັບນາຍົກຣັດຖະມົນຕີ ອິດສະຣາເອລ, Benjamin Netanyahu, ແລະປະທານາທິບໍດີ ເລບານອນ, Joseph Aoun, ໃນອະນາຄົດອັນໃກ້ນີ້.
ລາຍງານໂດຍ Tee Mitchell ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





