Watch FIFA World Cup 2026™

LIVE, FREE and EXCLUSIVE

ສົງຄາມຕາເວັນອອກກາງ 290626

Israel-Lebanon border amid ceasefire
ພາບຂອງຄວາມເສັຍຫາຍຈາກການສູ້ຣົບທີ່ຊາຍແດນ ອິສຣາເອລ-ເລນອນ. Source: EPA / ATEF SAFADI/EPA

ໃນຂນະທີ່ຂໍ້ຕົກລົງ ທີ່ບັນລຸໃນບໍ່ເທົ່າໃດອາທິດ ຍັງມີຜົນບັງຄັບໃຊ້ໃນເວລານີ້, ການໂຈມຕີທາງອາກາດ, ການໂຈມຕີດ້ວຍຂີປະນາວຸດ ແລະ Drone ໃນທ້າຍອາທິດ ໄດ້ເຜີຍໃຫ້ເຫັນວ່າ ມັນຍັງອ່ອນແອຢູ່. ເຖິງແມ່ນວ່າ ມະຫາອໍານາດໂລກ ສນັບສນູນການທູດ ເພື່ອສົ່ງເສີມສັນຕິພາບ ທີ່ຍືນຍົງໃນພູມີພາກ, ຜົນຮັບກໍບໍ່ແນ່ນອນຫລາຍຂຶ້ນເລື້ອຍໆ. ແຕ່ຄວາມເສັຍຫາຍດ້ານມະນຸດ ຂອງການຂັດແຍ້ງ ກໍຍັງຮູ້ສຶກຢູ່ ທັງສອງຝ່າຍ.


Published

By Essam Al-Ghalib

Presented by Sak Phoumirath

Source: SBS


Share this with family and friends


ໃນຂນະທີ່ຂໍ້ຕົກລົງ ທີ່ບັນລຸໃນບໍ່ເທົ່າໃດອາທິດ ຍັງມີຜົນບັງຄັບໃຊ້ໃນເວລານີ້, ການໂຈມຕີທາງອາກາດ, ການໂຈມຕີດ້ວຍຂີປະນາວຸດ ແລະ Drone ໃນທ້າຍອາທິດ ໄດ້ເຜີຍໃຫ້ເຫັນວ່າ ມັນຍັງອ່ອນແອຢູ່. ເຖິງແມ່ນວ່າ ມະຫາອໍານາດໂລກ ສນັບສນູນການທູດ ເພື່ອສົ່ງເສີມສັນຕິພາບ ທີ່ຍືນຍົງໃນພູມີພາກ, ຜົນຮັບກໍບໍ່ແນ່ນອນຫລາຍຂຶ້ນເລື້ອຍໆ. ແຕ່ຄວາມເສັຍຫາຍດ້ານມະນຸດ ຂອງການຂັດແຍ້ງ ກໍຍັງຮູ້ສຶກຢູ່ ທັງສອງຝ່າຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ສົງຄາມຕາເວັນອອກກາງ 290626

ພຽງແຕ່ສອງອາທິດ ຫລັງຈາກສະຫະຣັດອາເມຣິກາ ແລະອີຣານ ໄດ້ຕົກລົງທີ່ຈະຢຸດຍິງ ຫຼັງຈາກສົງຄາມເປັນເວລາສີ່ເດືອນ, ການຍິງຕອບໂຕ້ກັນຄັ້ງໃຫມ່ ກໍາລັງທົດສອບການຢຸດຍິງທີ່ອ່ອນແອ.

ໃນຂນະທີ່ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ອ້ອມຮອບ Strait of Hormuz, ຄວາມຮຸນແຮງ ກໍຍັງດໍາເນີນຕໍ່ໄປໃນ Lebanon ແລະ Gaza, ຊຶ່ງກໍ່ໃຫ້ເກີດຄໍາຖາມໃຫມ່ ກ່ຽວກັບຄວາມຫວັງຂອງສັນຕິພາບທີ່ຍືນຍົງ ທົ່ວຕາເວັນອອກກາງ.

Essam Al Ghalib ລາຍງານ.

ພຽງແຕ່ເດືອນນີ້ເທົ່ານັ້ນ, ສະຫະຣັດອາເມຣິກາ ແລະອີຣານ ໄດ້ຕົກລົງທີ່ຈະຢຸດຍິງ ເປັນເວລາຫລາຍເດືອນ, ແຕ່ສັນຕິພາບທີ່ອ່ອນແອ ກໍາລັງປະເຊີນກັບການທົດສອບອີກເທື່ອຫນຶ່ງ ໃນຂນະທີ່ຂໍ້ຕົກລົງທີ່ ມີຈຸດປະສົງ ທີ່ຈະເຮັດໃຫ້ຕາເວັນອອກກາງສງົບລົງ ໄດ້ມີຄວາມກົດດັນເພີ່ມຂຶ້ນ.

ໃນທ້າຍອາທິດ, ສະຫະຣັດອາເມຣິກາ ໄດ້ກ່າວຫາອີຣານ ວ່າໂຈມຕີເຮືອນ້ຳມັນທາງການຄ້າ ໃກ້ຊ່ອງແຄບ Hormuz.

ກອງບັນຊາການກາງ ຂອງສະຫະຣັດອາເມຣິກາກ່າວວ່າ ກອງທັບຂອງອາເມຣິກາ ໄດ້ຕອບໂຕ້ດ້ວຍການໂຈມຕີ ໂຄງສ້າງພືນຖານທາງທະຫານຂອງອີຣານ, ຮວມທັງລະບົບການຄວບຄຸມ, ສະຖານທີ່ປ້ອງກັນພັຍທາງອາກາດ ແລະສິ່ງອຳນວຍຄວາມສະດວກຂອງ Drone ຕາມແຄມຝັ່ງທະເລ ທາງໃຕ້ຂອງປະເທດອີຣານ.

Tehran ກ່າວວ່າ ການໂຈມຕີນັ້ນ ໄດ້ລະເມີດຂໍ້ຕົກລົງຢຸດຍິງ ເມື່ອບໍ່ດົນມານີ້ ແລະຕອບໂຕ້ດ້ວຍການຍິງຂີປະນາວຸດ ແລະ Drone ໃສ່ຖານທະຫານຂອງສະຫະຣັດອາເມຣິກາ ໃນປະເທດ Kuwait ແລະ Bahrain.

Washington ກ່າວວ່າ ອີຣານກໍາລັງພະຍາຍາມບັງຄັບເງື່ອນໄຂຂອງຕົນເອງ ໃນເສັ້ນທາງເດີນເຮືອນາໆຊາດ, ໃນຂນະທີ່ ອັກຄະທູດຂອງສະຫະຣັດອາເມຣິກາ ປະຈຳສະຫະປະຊາຊາດ, Mike Waltz, ເຕືອນອີຣານວ່າ ອິດທິພົນຂອງອີຣານ ກໍາລັງເສື່ອມໂຊມລົງທຸກວັນ.

"ພວກເຂົາ (ເຈົ້າຫນ້າທີ່ຂອງອີຣານ) ຕ້ອງເຂົ້າໃຈວ່າ ອິດທິພົນຂອງເຂົາເຈົ້າ ກໍາລັງຫລຸດຫນ້ອຍລົງໃນແຕ່ລະວັນ. ຊາວອາຣັບໃນເຂດອ່າວ ກໍາລັງສ້າງທາງເລືອກອື່ນແທນ Straits of Hormuz. UAE ກໍາລັງຂົນສົ່ງນ້ຳມັນ ຜ່ານທໍ່ນ້ຳມັນ ທີ່ກໍາລັງຂຍາຍໂຕຂຶ້ນ. Saudi Arabia ກໍກໍາລັງດໍາເນີນຕໍ່ໄປໃນທໍ່ນ້ຳມັນ ທີ່ກໍາລັງຂຍາຍກວ້າງອອກ. ພວກເຮົາຈະສ້າງທາງເລືອກອື່ນ ໃຫ້ທ່າຖານຂອງພວກເຮົາຢູ່ທີ່ນັ້ນ. ພວກເຮົາຈະເຮັດໃຫ້ບາງຢ່າງແຂງແກ່ນ. ບາງຢ່າງອາດຢູ່ໃຕ້ດິນ. ບາງຢ່າງອາດຈະຖືກຍ້າຍ. ສະນັ້ນ, ອິດທິພົນທີ່ອີຣານ ຄິດວ່າມັນມີຢູ່ໃນເວລານີ້ ກໍາລັງຫລຸດຫນ້ອຍລົງໄວຂຶ້ນເລື້ອຍໆ, ແທ້ຈິງແລ້ວທຸກໆອາທິດ ໃນຂນະທີ່ເຮົາກຳລັງເວົ້າຢູ່ນີ້."

ໃນຄໍາຖແລງການ, ຣັດຖະມົນຕີການຕ່າງປະເທດ ອີຣານ, Abbas Araqchi, ຢືນຢັນວ່າ ຫນ້າທີ່ຮັບຜິດຊອບ ໃນການຟື້ນຟູການຂົນສົ່ງທາງການຄ້າ ແມ່ນຂຶ້ນກັບ Tehran ພຽງຜູ້ດຽວ.

"ພາຍໃຕ້ບັນທຶກຄວາມເຂົ້າໃຈ (the Memorandum of Understanding), Strait of Hormuz ຈະກັບຄືນສູ່ຂີດຄວາມສາມາດ ກ່ອນສົງຄາມພາຍໃນ 30 ມື້, ພາຍໃຕ້ການຄວບຄຸມ ທີ່ອີຣານຈະຈັດຕັ້ງຂຶ້ນ ແລະຫລັງຈາກສາທາຣະນະຣັດອິສະລາມອີຣານ ກໍາຈັດອຸບປະສັກອອກໄປ. ການຈັດຕຽມເຫລົ່ານີ້ ກໍາລັງຖືກນໍາໃຊ້ ແລະຫນ້າທີ່ຮັບຜິດຊອບຕໍ່ການຈັດຕຽມເຫລົ່ານີ້ ແມ່ນຢູ່ກັບສາທາຣະນະຣັດອິສະລາມອີຣານ. ບໍ່ມີໜ່ວຍງານ ຫລືປະເທດອື່ນໃດ ທີ່ຮັບຜິດຊອບໃນເລື່ອງນີ້ ພາຍໃຕ້ບັນທຶກຄວາມເຂົ້າໃຈ (the Memorandum of Understanding) ທີ່ໄດ້ລົງນາມລະຫວ່າງອີຣານ ແລະສະຫະຣັດອາເມຣິກາ."

ເຖິງແມ່ນ ຈະມີຄວາມເຄັ່ງຕຶງໃນບໍ່ດົນມານີ້, ແຕ່ເຮືອການຄ້າຍັງເດີນທາງຜ່ານຊ່ອງແຄບຕໍ່ໄປ.

ການຢຸດຍິງ ຍັງມີຈຸດປະສົງທີ່ຈະຫລຸດຜ່ອນ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນເມື່ອບໍ່ດົນມານີ້-ບໍ່ພຽງແຕ່ຢູ່ໃນອີຣານເທົ່ານັ້ນ, ແຕ່ໃນບ່ອນອື່ນໆໃນຕາເວັນອອກກາງດ້ວຍ.

ເຖິງຢ່າງໃດກໍຕາມ, ໃນ Lebanon, ໂຄງຮ່າງຂໍ້ຕົກລົງ ທີ່ສນັບສນູນໂດຍສະຫະຣັດອາເມຣິກາ ໄດ້ຕົກຢູ່ໃນຄວາມກົດດັນແລ້ວ.

Hezbollah ປະຕິເສດທີ່ຈະປົດອາວຸດ, ໃນຂນະທີ່ກອງທັບອິດສະຣາເອລ ກໍຍັງປະຈຳການຢູ່ພາກໃຕ້ຂອງ Lebanon.

ອິດສະຣາເອລຢືນຢັນວ່າ ການປະຕິບັດການຂອງຕົນ ຈະດໍາເນີນຕໍ່ໄປ ຈົນກວ່າພັຍຄຸກຄາມຢູ່ຕາມຊາຍແດນທາງເຫນືອຂອງມັນ ຈະຖືກກໍາຈັດອອກໄປ.

ໃນທ້າຍອາທິດ, ການໂຈມຕີດ້ວຍ Drone ຂອງອິດສະຣາເອລ ໄດ້ເຮັດໃຫ້ມີການເສັຍຊີວິດຂອງຄົນຫນຶ່ງ ແລະໄດ້ຮັບບາດເຈັບສອງຄົນ ໃນເມືອງ Nabatieh al-Fawqa ທາງໃຕ້ຂອງ Lebanon.

ນາຍົກຣັດຖະມົນຕີ Benjamin Netanyahu ກ່າວວ່າ ອິດສະຣາເອລ ໄດ້ແນເປົ້າຫມາຍ ໃສ່ກຸ່ມຕິດອາວຸດ Hezbollah.

"ໃນສອງອາທິດຜ່ານມານີ້ເທົ່ານັ້ນ, ພວກເຮົາໄດ້ກໍາຈັດຜູ້ກໍ່ການຮ້າຍຫລາຍກວ່າ 200 ຄົນ, ແລະນັບແຕ່ການເລີ່ມຕົ້ນຂອງສົງຄາມ, ເຮົາໄດ້ກໍາຈັດຜູ້ກໍ່ການຮ້າຍ Hezbollah ຫລາຍກວ່າ 9,000 ຄົນ.... ພວກເຮົາກໍາຈັດໂຄງຮ່າງ ຂອງຜູ້ກໍ່ການຮ້າຍທົ່ວພື້ນທີ່, ໃນເຂດສີເຫລືອງທັງຫມົດ; ເຮົາພຽງແຕ່ ກໍາຈັດໂຄງສ້າງພື້ນຖານຂອງຜູ້ກໍ່ການຮ້າຍເທົ່ານັ້ນ.... ພວກເຮົາກໍາລັງກວາດລ້າງເຂົາເຈົ້າທັງຫມົດ.... ມີຄວາມສໍາເຣັດທາງ ປວັດສາດຢູ່ທີ່ນີ້. ຂໍ້ຕົກລົງນີ້ ເຮັດໃຫ້ອິດສະຣາເອລ ແລະ Lebanon ເຂັ້ມແຂງຂຶ້ນ ແລະເຮັດໃຫ້ອີຣານ ແລະ Hezbollah ອ່ອນແອລົງ. ແລະນີ້ຄືສັນຍານຂອງສິ່ງທີ່ຈະມາເຖິງ."

ໃນຂນະດຽວກັນຢູ່ Gaza, ປະຊາຊົນກໍາລັງຈ່າຍຄ່າ ສໍາລັບສົງຄາມທີ່ດໍາເນີນຕໍ່ໄປ.

ເຈົ້າຫນ້າທີ່ໂຮງຫມໍຊາວ Palestinian ກ່າວວ່າ ການໂຈມຕີດ້ວຍ Drone ຂອງອິດສະຣາເອລ ໄດ້ໂຈມຕີຄອບຄົວຜູ້ພັດຖິ່ນ ທີ່ອາສັຍຢູ່ໃນເຕັ້ນ.

ມີລາຍງານວ່າ ການໂຈມຕີໃນເຂດ Muwasi ໃກ້ເມືອງ Khan Younis ໄດ້ເຮັດໃຫ້ອ້າຍນ້ອງສອງຄົນເສັຍຊີວິດ, Islam Moussa ອາຍຸ 15 ປີ ແລະ Abdullah Moussa ອ້າຍຂອງນາງອາຍຸ 30 ປີ.

ຢ່າງຫນ້ອຍ ມີເຈັດຄົນໄດ້ຮັບບາດເຈັບ.

ກອງທັບອິດສະຣາເອລກ່າວວ່າ ມັນໄດ້ແນເປົ້າຫມາຍໃສ່ກຸ່ມຕິດອາວຸດ Hamas ທີ່ປະຕິບັດການໃນພື້ນທີ່ນັ້ນ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມເຕີມ.

ຫລາຍຊົ່ວໂມງຕໍ່ມາ, ການໂຈມຕີອີກເທື່ອຫນຶ່ງ ໄດ້ເຮັດໃຫ້ມີຄົນຢ່າງຫນ້ອຍ 12 ຄົນໄດ້ຮັບບາດເຈັບ ຢູ່ພາກຕາເວັນຕົກຂອງເມືອງ Gaza, ໃນຂນະທີ່ ອົງການມະນຸດສະທັມກ່າວວ່າ ສະພາບການໃນ Gaza ຍັງຢູ່ໃນລະດັບວິກິດ ເຖິງແມ່ນວ່າຈະມີຄວາມພະຍາຍາມໃຫມ່ ທີ່ຈະໃຫ້ແນ່ໃຈວ່າຈະຢຸດຍິງໃນວົງກວ້າງ.

ຄວາມເສັຍຫາຍດ້ານມະນຸດ ຂອງການຂັດແຍ້ງ ກໍຍັງຮູ້ສຶກຢູ່ໃນອິດສະຣາເອລເຊັ່ນກັນ.

ໃນງານສົ່ງສະການຂອງ Captain David Hazut ລູກຊາຍຂອງນາງ, ຜູ້ທີ່ເສັຍຊີວິດ ໃນຂນະທີ່ຮັບໃຊ້ຢູ່ກັບກອງທັບອິດສະຣາເອລ ຢູ່ພາກໃຕ້ຂອງ Lebanon, Galit Hazut ໄດ້ອ້ອນວອນຂໍໃຫ້ຍຸດຕິການສູ້ຣົບ.

"ຂ້ອຍຂໍຖາມ, ຂ້ອຍຂໍຮ້ອງ ຖ້າຫາກມີຄົນໃດຢູ່ທີ່ນີ້ ທີ່ສາມາດເຮັດບາງສິ່ງໄດ້, ພໍແລ້ວກັບສົງຄາມທີ່ໂຫດຮ້າຍນີ້. ຂ້ອຍເຄີຍຜ່ານ Gaza ມາ, ຂ້ອຍໄດ້ຜ່ານ the West Bank, ຂ້ອຍໄດ້ຜ່ານ Lebanon, ແລະຂ້ອຍສູນເສັຍໃນ Lebanon."

ໃນຂນະທີ່ຂໍ້ຕົກລົງ ທີ່ບັນລຸໃນບໍ່ເທົ່າໃດອາທິດ ຍັງມີຜົນບັງຄັບໃຊ້ໃນເວລານີ້, ການໂຈມຕີທາງອາກາດ, ການໂຈມຕີດ້ວຍຂີປະນາວຸດ ແລະ Drone ໃນທ້າຍອາທິດ ໄດ້ເຜີຍໃຫ້ເຫັນວ່າ ມັນຍັງອ່ອນແອຢູ່.

ໃນຂນະທີ່ ມະຫາອໍານາດໂລກ ສນັບສນູນການທູດ ເພື່ອສົ່ງເສີມສັນຕິພາບ ທີ່ຍືນຍົງໃນພູມີພາກ, ຜົນຮັບກໍບໍ່ແນ່ນອນຫລາຍຂຶ້ນເລື້ອຍໆ.

ລາຍງານໂດຍ Essam Al Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now