SKIP TO MAIN CONTENT

ສະຖານະການໃນຕາເວັນອອກກາງ 310726.

Israel Palestinians
ກອງກຳລັງຕິດອາວຸດ Palestinian ຂອງ Hamas ແລະ Islamic Jihad ຢູ່ທີ່ງານ Eid al-Fitr ໃນ Gaza City, (AP Photo/Abdel Kareem Hana) Source: AP / Abdel Kareem Hana/AP

ປະທານາທິບໍດີສະຫະຣັດ Donald Trump ກ່າວວ່າ "ຄນະກັມມະການສັນຕິພາບ" ໃຫມ່ ໄດ້ບັນລຸຂໍ້ຕົກລົງ ທີ່ລາວເອີ້ນວ່າ ເປັນຂໍ້ຕົກລົງຄັ້ງ ປວັດສາດ ໃນການປົດອາວຸດຂອງ Hamas ແລະກຸ່ມຕິດອາວຸດອື່ນໆ ໃນ Gaza. ໃນຂໍ້ຄວາມໃນ Truth Social, ລາວກ່າວວ່າ ອາວຸດຈະຖືກສົ່ງມອບ ໃນຂັ້ນຕອນຕ່າງໆ ພາຍໃຕ້ການຄວບຄຸມຂອງນາໆຊາດ, ດ້ວຍກອງກໍາລັງອິສຣາເອລ ທີ່ຖອນອອກເທື່ຶອລະຂັ້ນ ເມື່ອແຕ່ລະຂັ້ນຕອນສໍາເຣັດ.


Published

By Essam Al-Ghalib

Presented by Sak Phoumirath

Source: SBS


Skip to podcast episode content

ປະທານາທິບໍດີສະຫະຣັດ Donald Trump ກ່າວວ່າ "ຄນະກັມມະການສັນຕິພາບ" ໃຫມ່ ໄດ້ບັນລຸຂໍ້ຕົກລົງ ທີ່ລາວເອີ້ນວ່າ ເປັນຂໍ້ຕົກລົງຄັ້ງ ປວັດສາດ ໃນການປົດອາວຸດຂອງ Hamas ແລະກຸ່ມຕິດອາວຸດອື່ນໆ ໃນ Gaza. ໃນຂໍ້ຄວາມໃນ Truth Social, ລາວກ່າວວ່າ ອາວຸດຈະຖືກສົ່ງມອບ ໃນຂັ້ນຕອນຕ່າງໆ ພາຍໃຕ້ການຄວບຄຸມຂອງນາໆຊາດ, ດ້ວຍກອງກໍາລັງອິສຣາເອລ ທີ່ຖອນອອກເທື່ຶອລະຂັ້ນ ເມື່ອແຕ່ລະຂັ້ນຕອນສໍາເຣັດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ສະຖານະການໃນຕາເວັນອອກກາງ 310726.

ປະທານາທິບໍດີສະຫະຣັດ Donald Trump ກ່າວວ່າ ການເຈຣະຈາລະຫວ່າງຜູ້ໄກ່ເກັ່ຍ ແລະຜູ້ນໍາຂອງ Hamas ໄດ້ບັນລຸຄວາມກ້າວໜ້າ ໃນຂໍ້ຕົກລົງການປົດອາວຸດໃນ Gaza.

ຄວາມຄືບໜ້ານີ້ ມີຂຶ້ນໃນຂນະທີ່ຄວາມຂັດແຍ້ງ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ທະວີຄວາມຮຸນແຮງຂຶ້ນ, ມີການໂຈມຕີຄັ້ງໃຫມ່ທີ່ ສ້າງຄວາມກັງວົນ ກ່ຽວກັບຄວາມຂັດແຍ້ງ ໃນພູມິພາກທີ່ກວ້າງຂຶ້ນ.

Essam Al Ghalib ລາຍງານ.

ປະທານາທິບໍດີສະຫະຣັດ Donald Trump ກ່າວວ່າ "ຄນະກັມມະການສັນຕິພາບ" ໃຫມ່ ໄດ້ບັນລຸຂໍ້ຕົກລົງ ທີ່ລາວເອີ້ນວ່າ ເປັນຂໍ້ຕົກລົງຄັ້ງ ປວັດສາດ ໃນການປົດອາວຸດຂອງ Hamas ແລະກຸ່ມຕິດອາວຸດອື່ນໆ ໃນ Gaza.

ໃນຂໍ້ຄວາມໃນ Truth Social, ລາວກ່າວວ່າ ອາວຸດຈະຖືກສົ່ງມອບ ໃນຂັ້ນຕອນຕ່າງໆ ພາຍໃຕ້ການຄວບຄຸມຂອງນາໆຊາດ, ດ້ວຍກອງກໍາລັງອິສຣາເອລ ທີ່ຖອນອອກເທື່ຶອລະຂັ້ນ ເມື່ອແຕ່ລະຂັ້ນຕອນສໍາເຣັດ.

ຄໍາແຖງການກ່າວວ່າ:

"ມື້ນີ້, ຄນະກັມມະການສັນຕິພາບ ໄດ້ບັນລຸຂໍ້ຕົກລົງຄັ້ງປວັດສາດ ເພື່ອການກໍາຈັດ Hamas ແລະກຸ່ມຕິດອາວຸດອື່ນໆ ທັງໝົດໃນ Gaza. ນີ້ແມ່ນກ້າວສໍາຄັນ ສູ່ສັນຕິພາບ ແລະຄວາມໝັ້ນຄົງທີ່ຍືນຍົງ."

Donald Trump ກ່າວວ່າ ດິນແດນນີ້ ຈະຖືກບໍຣິຫານໂດຍ ຣັດຖະບານPalestinianໃຫມ່ ທີ່ເຮັດວຽກຄຽງຂ້າງ ຄນະກັມມະການສັນຕິພາບ ແລະພັນທະມິດ ລະຫວ່າງປະເທດ.

ລາວກ່າວວ່າ ຂໍ້ຕົກລົງນີ້ ຈະປັບປຸງຄວາມໝັ້ນຄົງໃຫ້ກັບອິສຣາເອລ ໃນຂນະທີ່ ເປີດທາງໃຫ້ຊາວ Palestinians ໃນການຟື້ນຟູ Gaza.

ໃນຂໍ້ຄວາມໃນ Truth, ລາວຍັງກ່າວວ່າ:

"ອິສຣາເອລ ຈະໄດ້ຮັບຄວາມປອດພັຍທີ່ສົມຄວນໄດ້ຮັບ, ດ້ວຍການທີ່ Gaza ບໍ່ໄດ້ຖືກໃຊ້ ເປັນຖານສໍາລັບການໂຈມຕີກໍ່ການຮ້າຍອີກຕໍ່ໄປ. ນີ້ແມ່ນຈຸດຫມາຍສໍາຄັນ ໃນການນໍາໃຊ້ແຜນ 20 ຂໍ້ຂອງ Trump. ຂໍ້ຕົກລົງນີ້ ຈະຖືກດໍາເນີນການ ໃນຂັ້ນຕອນທີ່ມີໂຄງສ້າງຢ່າງຮອບຄອບ. ເມື່ອການປົດອາວຸດສໍາເຣັດ, ອິສຣາເອລຈະຖອນກຳລັງ, ແລະກອງກໍາລັງ ຮັກສາຄວາມໝັ້ນຄົງສາກົນ (the International Stabilization Force) ຈະຮ່ວມມືກັບກໍາລັງຕໍາຫຼວດ Palestinian ໃຫມ່ ເພື່ອຮັບຜິດຊອບຕໍ່ຄວາມປອດພັຍຂອງ Gaza ສໍາລັບປະຊາຊົນ ແລະເພື່ອນບ້ານ."

ມີລາຍງານວ່າ Hamas ໄດ້ຢືນຢັນການເຈຣະຈາ ກ່ຽວກັບຂໍ້ຕົກລົງເລື້ອງປົດອາວຸດ, ແຕ່ທັງ Hamas ແລະ Israel ຍັງບໍ່ໄດ້ອອກຄໍາແຖງການ ຕໍ່ສາທາຣະນະ.

ໃນຂນະທີ່ການທູດ ເບິ່ງຄືວ່າ ກໍາລັງຈະເຫັນຜົນໃນເລື້ອງນັ້ນ, ສະຖານະການໃນພາກອື່ນ ໃນຕະວັນອອກກາງ ກໍາລັງຮ້າຍແຮງຂຶ້ນ.

ການໂຈມຕີຂອງ Iran ທີ່ແນໃສ່ຕໍາແຫນ່ງທາງທະຫານອາເມຣິກາ ໃນJordan ແລະ Kuwait ຕາມມາດ້ວຍການໂຈມຕີ ຂອງສະຫະຣັດອາເມຣິກາໃນ Iran ອີກຄັ້ງ.

ໃນຂນະດຽວກັນ, ກອງທັບສະຫະຣັດ ແລະ Saudi Arabia ກໍໄດ້ເລີ່ມການໂຈມຕີ ຕໍ່ກອງກໍາລັງທີ່ Iran ສນັບສນູນໃນ Iraq.

Iran ກ່າວວ່າ ການໂຈມຕີຫຼ້າສຸດ ຂອງສະຫະຣັດຄັ້ງໜຶ່ງ ໄດ້ໂຈມຕີອາຄານທີ່ຢູ່ອາສັຍ ໃນເກາະ Qeshm.

ໂຄສົກສະຫະປະຊາຊາດ Farhan Haq ກ່າວວ່າ ຄື້ນການໂຈມຕີຫຼ້າສຸດ ໄດ້ສົ່ງຜົນກະທົບ ຕໍ່ຫຼາຍແຂວງຂອງ Iran, ໂດຍປະຊາຊົນ ຖືກດຶງເຂົ້າໄປພົວພັນກັບການຕໍ່ສູ້ຫຼາຍຂຶ້ນ.

"ໃນ Iran, ມີລາຍງານການໂຈມຕີໃຫມ່ໃນມື້ນີ້ ໃນແຂວງ Fars, Hormozgan, Bushehr ແລະ Khuzestan, ຮວມທັງພື້ນທີ່ຜລິດນ້ຳມັນຫຼັກຂອງປະເທດ. ຕາມແຫຼ່ງຂ່າວທ້ອງຖິ່ນ, ການໂຈມຕີເມືອງ Qeshmໃນແຂວງ Hormozgan ໄດ້ໂຈມຕີອາຄານທີ່ຢູ່ອາສັຍ ເຮັດໃຫ້ປະຊາຊົນ 3ຄົນເສັຍຊີວິດ, ຮວມທັງເດັກນ້ອຍອາຍຸ 2 ປີ. ມີລາຍງານວ່າ ເດັກນ້ອຍອີກ 2 ຄົນໄດ້ຮັບບາດເຈັບ."

ກອງກຳລັງປ້ອງກັນປະຕິວັດ (Revolutionary Guard) ຂອງ Iran ກ່າວວ່າ ພວກເຂົາໄດ້ແນເປົ້າໂຈມຕີ ໄປທີ່ຕໍາແຫນ່ງທາງທະຫານ ຂອງອາເມຣິກາໃນ Kuwait ແລະ Jordan.

Jordan ກ່າວວ່າ ພວກເຂົາໄດ້ສະກັດກັ້ນ ຂີປະນາວຸດທີ່ຍິງເຂົ້າມາ, ໃນ ຂນະທີ່ ສະຫະຣັດກ່າວວ່າ ການພະຍາຍາມໂຈມຕີນັ້ນ ບໍ່ສາມາດໂຈມຕີເຮືອບິນອາເມຣິກາ ຫຼືສ້າງຄວາມເສັຍຫາຍ ຕາມທີ່ Tehran ອ້າງ.

Egypt ກ່າວວ່າ ກໍາລັງສືບສວນ ການໂຈມຕີດ້ວຍໂດຣນທີ່ບໍ່ຮູ້ຊື່ ທີ່ເຮັດໃຫ້ເກີດໄຟໄຫມ້ ໃນເຮືອແກັສທັມມະຊາດ 2 ລໍາ ທີ່ທ່າເຮືອ Damietta ໃນທະເລ Mediterranean.

ນາຍົກຣັດຖະມົນຕີ Mostafa Madbouly ກ່າວວ່າ ເຈົ້າໜ້າທີ່ສອບສວນກໍາລັງກວດສອບຊິ້ນສ່ວນ ທີ່ພົບຈາກສະຖານທີ່ ກ່ອນທີ່ Egypt ຈະຕັດສິນໃຈວ່າ ຈະຕອບສນອງຢ່າງໃດ.

"ຣັດກໍາລັງດໍາເນີນຕາມຂັ້ນຕອນ ໃນການຄໍານວນ ແລະປະເມີນສະພາບການ. ມັນຕ້ອງຕັ້ງຢູ່ເທິງຂໍ້ເທັດຈິງ. ພວກເຮົາໄດ້ຈັດການກັບສະຖານການນີ້ ຢ່າງມືອາຊີບ. ໃນຂນະນີ້ ກຸ່ມຄວາມໝັ້ນຄົງ ກໍາລັງສືບສວນປັນຫານີ້ ແລະແຫຼ່ງທີ່ມາ ເພື່ອຫາຄຳຕອບວ່າ Egypt ຈະຕອບສນອງຕໍ່ໄປຢ່າງໃດ."

ນັກວິເຄາະບາງຄົນເຊື່ອວ່າ ແບບແຜນນີ້ ບົ່ງບອກວ່າ Iran ກໍາລັງພະຍາຍາມ ຂຍາຍຄວາມຂັດແຍ້ງ ເພື່ອເພີ່ມແຮງກົດດັນ ຕໍ່ສະຫະຣັດອາເມຣິກາ ແລະພັນທະມິດ.

Ali Vaez, ຜູ້ອໍານວຍການໂຄງການ Iran ທີ່ກຸ່ມວິກິດສາກົນ, ອະທິບາຍ.

"ຍຸດທະສາດຂອງ Iranໃນຂນະນີ້ ແມ່ນການສະແດງໃຫ້ສະຫະຣັດອາເມຣິກາເຫັນວ່າ ມັນບໍ່ສາມາດໃຊ້ການຕອບໂຕແບບຕາຕໍ່ຕາ ຢ່າງຈໍາກັດໄດ້ ຊຶ່ງຈະສ້າງຄວາມເສັຍສູງສໍາລັບ Iran ແລະເສັຍໜ້ອຍກວ່າສໍາລັບສະຫະຣັດ, ວ່າພວກເຂົາ ຈະທໍາໃຫ້ຄວາມເຈັບປວດກະຈາຍອອກໄປພາຍນອກ ແລະອາດຈະພັດທະນາໄປສູ່ພື້ນທີ່ໃຫມ່ ໃນແງ່ຂອງຂນາດ ແລະຂອບເຂດຂອງການໂຈມຕີ. ນີ້ແມ່ນເຫດຜົນ ທີ່ເຮົາເຫັນ Iran ໂຈມຕີ Jordan, ປະເທດທີ່ມັນ ບໍ່ໄດ້ໂຈມຕີໃນອະດີດ. ພວກເຮົາຍັງເຫັນພັນທະມິດຂອງ Iran ໃນພື້ນທີ່ເພີ່ມແຮງກົດດັນ ຕໍ່ເສັ້ນທາງພະລັງງານເຊັ່ນ Bab al-Mandab ຫຼືແມ່ນແຕ່ການໂຈມຕີຄັ້ງຫຼ້າສຸດໃນ Egypt."

ການຍົກລະດັບຄວາມເຄັ່ງຕຶງນີ້ ຍັງເພີ່ມຄວາມກົດດັນ ທາງການເມືອງໃນ Washington.

ສະພາສູງສະຫະຣັດອາເມຣິກາ ໄດ້ປະຕິເສດມະຕິອໍານາດສົງຄາມ (War Powers Resolution) ອີກຄັ້ງ ທີ່ຈະຕ້ອງໄດ້ຮັບການອະນຸມັດ ຈາກສະພາຄອງເກຣສ ກ່ອນທີ່ປະທານາທິບໍດີ Donald Trump ຈະສາມາດ ດໍາເນີນການທາງທະຫານຕໍ່ Iran ໄດ້.

ສະພາສະມາຊິກພັກ Democrat, Kirsten Gillibrand, ກ່າວວ່າ ຣັດຖະບານ ບໍ່ສາມາດປະຕິບັດຕາມຄໍາສັນຍາໄດ້.

"ພວກເຮົາ ໄດ້ຮັບແຈ້ງວ່າ ໂຄງການນິວເຄລັຍຂອງ Iran ຈະຖືກຍົກເລີກ. ແຕ່ແລ້ວ, Iran ຍັງຄົງມີວັດຖຸນິວເຄລັຍ ແລະຜູ້ນໍາຂອງມັນອາດຈະມີຄວາມຕັ້ງໃຈສູງກວ່າເກົ່າ ໃນການສ້າງອາວຸດ. ພວກເຮົາໄດ້ຮັບແຈ້ງວ່າ ຣັດຖະບານ Iran ຈະຫຼົ້ມສລາຍ. ແຕ່ວ່າ, ຕອນນີ້ ມັນມີອໍານາດໃຫມ່ ໃນການຄວບຄຸມພະລັງງານຂອງໂລກໃນ the Strait of Hormuz. ພວກເຮົາຖືກແຈ້ງວ່າ ປະທານາທິບໍດີນີ້ ຈະນໍາພາສັນຕິພາບແລະລາຄາສິນຄ້າທີ່ຕ່ຳລົງ. ແຕ່ວ່າລາວໄດ້ມອບສົງຄາມ, ຄວາມເຈັບປວດ, ແລະລາຄາທີ່ສູງຂຶ້ນ ແກ່ພວກເຮົາ."

ສະຫະປະຊາຊາດກໍາລັງເຕືອນວ່າ ການສູນເສັຍດ້ານມະນຸດສະທັມ ກໍາລັງຮ້າຍແຮງຂຶ້ນທົ່ວພູມິພາກ, ໂດຍປະຊາຊົນ ມີຄວາມສ່ຽງເພີ່ມຂຶ້ນ ແລະໂຄງສ້າງພື້ນຖານກໍາລັງຖືກກົດດັນ.

"ຕັ້ງແຕ່ມື້ວານນີ້, ມີການລາຍງານການເສັຍຊີວິດ ຂອງປະຊາຊົນໃນ Iran ແລະ Kuwait, ໃນຂນະທີ່ ມີລາຍງານຄວາມເສັຍຫາຍ ຫຼືການລົບກວນຂອງໂຄງສ້າງພື້ນຖານໃນ Iran, Kuwait, Saudi Arabia ແລະ Egypt. Jordan ແລະ Egypt ຍັງຄົງເປັນເສັ້ນຊີວິດທີ່ສໍາຄັນ ສໍາລັບການປະຕິບັດການດ້ານມະນຸດສະທັມ, ຮວມເຖິງການອົບພະຍົມທາງການແພດ ແລະການສົ່ງຄວາມຊ່ວຍເຫຼືອ. *OCHA ຍັງຄົງຕິດຕາມຜົນກະທົບດ້ານມະນຸດສະທັມ ແລະຮຽກຮ້ອງທຸກຝ່າຍ ໃຫ້ປະຕິບັດຕາມພາລະກິດຂອງຕົນ ພາຍໃຕ້ກົດຫມາຍມະນຸດສະທັມສາກົນ, ຮວມທັງການປົກປ້ອງພົນລະເຮືອນ ແລະໂຄງສ້າງພື້ນຖານທີ່ສໍາຄັນ."]]

ລາຍງານໂດຍ Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now