ປະທານາທິບໍດີ Donald Trump ໄດ້ໃຫ້ຄວາມຫວັງອີກ ວ່າສະຫະຣັດອາເມຣິກາ ແລະ Iran ກໍາລັງເຂົ້າໃກ້ການຕົກລົງເທື່ອທໍາອິດ ທີ່ຈະຍຸດຕິສົງຄາມ ໃນຕາເວັນອອກກາງ ພ້ອມທັງກ່າວວ່າ ຖ້າຫາກເຂົາເຈົ້າບໍ່ເຫັນພ້ອມ-ການຖິ້ມລະເບີດ ກໍຈະເລີ່ມຕົ້ນໃຫມ່. ແຕ່ Jessica Genauer ຈາກສະຖາບັນ ນະໂຍບາຍສາທາຣະນະ ກ່າວວ່າ ສອງປະເທດຍັງຢູ່ໃນທາງຕັນ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເຈຣະຈາສັນຕິພາບໃນຕາເວັນອອກກາງ.
ປະທານາທິບໍດີ Donald Trump ໄດ້ໃຫ້ຄວາມຫວັງອີກ ວ່າສະຫະຣັດອາເມຣິກາ ແລະ Iran ກໍາລັງເຂົ້າໃກ້ການຕົກລົງເທື່ອທໍາອິດ ທີ່ຈະຍຸດຕິສົງຄາມ ໃນຕາເວັນອອກກາງ.
ແຕ່ລາວຍັງໄດ້ກ່າວດ້ວຍນ້ຳສຽງທີ່ໜ້າຢ້ານຫລາຍກວ່ານັ້ນ, ໂດຍກ່າວວ່າ ຖ້າຫາກເຂົາເຈົ້າບໍ່ເຫັນພ້ອມ-ການຖິ້ມລະເບີດ ກໍຈະເລີ່ມຕົ້ນໃຫມ່.
Deborah Groarke ລາຍງານ.
ສໍາລັບປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ, ສັນຕິພາບ ໃນຕາເວັນອອກກາງ ໃກ້ເຂົ້າມາແລ້ວ.
"ພວກເຮົາເຮັດໄດ້ດີຫລາຍໃນ Iran. ມັນເປັນໄປດ້ວຍດີ, ແລະຖ້າເບິ່ງວ່າຈະມີຫຍັງເກີດຂຶ້ນ. ເຂົາເຈົ້າຢາກເຮັດຂໍ້ຕົກລົງ. ເຂົາເຈົ້າຢາກເຈຣະຈາ."
Ishaque Dar ຣັດຖະມົນຕີການຕ່າງປະເທດ Pakistan ກ່າວວ່າ ໃນຖານະຜູ້ໄກ່ເກັ່ຍ, ປະເທດຂອງລາວ ຍັງຕັ້ງໃຈທີ່ຈະເປັນຄົນກາງ ໃນການບັນລຸຂໍ້ຕົກລົງ.
"ພວກເຮົາ ກໍາລັງພະຍາຍາມປ່ຽນການຢຸດຍິງນີ້ ໃຫ້ເປັນການຍຸດຕິສົງຄາມ ຢ່າງຖາວອນ."
ສ່ວນ Iran ກໍາລັງທົບທວນຂໍ້ສເນີໃຫມ່ ຂອງສະຫະຣັດອາເມຣິກາ ໃນການຍຸດຕິຄວາມຂັດແຍ້ງ.
ມີລາຍງານວ່າ ບັນທຶກຫນຶ່ງໜ້າ ສເນີພື້ນຖານທີ່ຈະຍຸດຕິການສູ້ຮົບ, ແລະປະບັນຫາທີ່ຫຍຸ້ງຍາກ ເຊັ່ນໂຄງການ Nuclear ຂອງ Iran ໄວ້ໃນພາຍຫນ້າ.
ໂຄສົກການຕ່າງປະເທດ Iran, ຊຶ່ງອ້າງເຖິງໂດຍຫນ່ວຍຂ່າວ ISNA ຂອງ Iran, ກ່າວວ່າ Iran ຈະຖ່າຍທອດການຕອບສນອງຂອງຕົນ ໃນບໍ່ຊ້ານີ້ຜ່ານທາງ Pakistan-ແຕ່ສຳລັບຕອນນີ້, Jessica Genauer ຈາກສະຖາບັນ ນະໂຍບາຍສາທາຣະນະ ກ່າວວ່າ ສອງປະເທດຍັງຢູ່ໃນທາງຕັນ.
"ພວກເຮົາຕິດເລັກນ້ອຍ ຢູ່ກັບລະບອບການປົກຄອງຂອງ Iran ແລະກອງທັບ ຂອງອາເມຣິກາ ທີ່ພະຍາຍາມຄວບຄຸມຊ່ອງແຄບ, ແຕ່ບໍ່ໄດ້ຮັບຄວາມສໍາເຣັດ ທີ່ຈະຄວບຄຸມຢ່າງເຕັມທີ່ ແລະຂັບໄລ່ອີກຝ່າຍຫນຶ່ງອອກໄປ. ແຕ່ໃນຂນະດຽວກັນ ກໍບໍ່ສາມາດຄວບຄຸມ ຫລືຖອນຕົວໄດ້. ສະນັ້ນ ຂ້າພະເຈົ້າຄິດວ່າ ສິ່ງທີ່ເຮົາຈະເຫັນໃນອະນາຄົດ ຄືຈະມີການຢຸດຍິງໂດຍທົ່ວໄປ, ແຕ່ຈະມີການປະທະກັນຕໍ່ໄປ ຢູ່ອ້ອມຮອບ Strait of Hormuz."
ພາຍໃນມື້ສຸດທ້າຍ, ສະຫະຣັດອາເມຣິກາ ໄດ້ຍິງເຮືອບັນທຸກນ້ຳມັນຂອງIran ຢູ່ໃນອ່າວ Oman (the Gulf of Oman), ຊຶ່ງກອງບັນຊາການກາງ ຂອງອາເມຣິກາກ່າວວ່າ ພະຍາຍາມລະເມີດການປິດກັ້ນທ່າເຮືອ ຂອງ Iran ໂດຍສະຫະຣັດອາເມຣິກາ.
ແລະໃນຂນະທີ່ Trump ເອງ ໄດ້ໃຫ້ຄວາມຫວັງອີກວ່າ ສະຫະຣັດອາເມຣິກາ ແລະ Iran ກໍາລັງເຂົ້າໃກ້ການຕົກລົງເບື້ອງຕົ້ນ ທີ່ຈະຍຸດຕິສົງຄາມ, ລາວກໍໄດ້ສະແດງນ້ຳສຽງທີ່ໜ້າຢ້ານວ່າ ຖ້າຫາກເຂົາເຈົ້າບໍ່ເຫັນພ້ອມ- ການຖິ້ມລະເບີດກໍຈະເລີ່ມຕົ້ນອີກ.
"ແລະຕອນນີ້ ພວກເຮົາເຮັດໄດ້ດີ. ບັດນີ້ ພວກເຮົາຕ້ອງໄດ້ຮັບສິ່ງທີ່ພວກເຮົາຕ້ອງໄດ້ຮັບ. ຖ້າຫາກພວກເຮົາບໍ່ເຮັດແນວນັ້ນ, ພວກເຮົາຈະຕ້ອງກ້າວໄປຫນ້າຕໍ່ໄປ."
ຄໍາເວົ້າເຫຼົ່ານັ້ນ ເກີດຂຶ້ນພຽງແຕ່ສອງສາມມື້ ຫລັງຈາກຣັດຖະມົນຕີການຕ່າງປະເທດ Marco Rubio ໄດ້ປະກາດເຖິງການຍຸດຕິການສູ້ຮົບ ຂອງ Project Fury-ແລະຄວາມສໍາເຣັດ ໃນການປະຕິບັດການ ຂອງ Project Freedom ທີ່ຈະພາກໍາປັ່ນການຄ້າຜ່ານທາງນ້ຳ.
"ກອງທັບອາເມຣິກາ ກໍາລັງໃຊ້ຊັບສິນທີ່ຈໍາເປັນ ເພື່ອຂຍາຍການປ້ອງກັນນີ້ ໃຫ້ກັບການຂົນສົ່ງທາງການຄ້າ. ແຕ່ບໍ່ຄວນມີຄວາມຜິດພາດ. ແລະດັ່ງທີ່ຂ້າພະເຈົ້າໄດ້ກ່າວແລ້ວ, ນີ້ຄືການປະຕິບັດການປ້ອງກັນ."
ແລະແລ້ວຫລາຍຊົ່ວໂມງຕໍ່ມາ, Trump ປະກາດວ່າ ລາວໄດ້ຢຸດໂຄງການthe Freedom Project ຕາມຄໍາຂໍຮ້ອງຂອງ Pakistan.
Jennifer Genauer ກ່າວວ່າ ມີຫລາຍສິ່ງຫລາຍຢ່າງ ທີ່ສ່ຽງສໍາລັບ Trump.
"Trump ຢາກບອກວ່າ ລະບອບການປົກຄອງຂອງ Iran ຕ້ອງໃຫ້ຄໍາຫມັ້ນສັນຍາ ທີ່ຈະບໍ່ເສີມສະມັດຖະພາບ (Enrichment) ໃຫ້ Uranium. ແລະລະບອບການປົກຄອງຂອງ Iran ເວົ້າວ່າ ນັ້ນເປັນເສັ້ນສີແດງສໍາລັບເຂົາເຈົ້າ ແລະເຂົາເຈົ້າຢາກຮັກສາຄວາມສາມາດ ທີ່ຈະເຮັດໃຫ້ Uranium ເພີ່ມສະມັດຖະພາບໃນລະດັບໃດຫນຶ່ງ. ສະນັ້ນ ທັງສອງຝ່າຍຈຶ່ງຢູ່ຫ່າງໄກກັນຫຼາຍ. ແຕ່ Trump ເພີ່ມຄວາມຊັບຊ້ອນຕື່ມອີກວ່າ ມີຂໍ້ຕົກລົງກັບ Iran ພາຍໃຕ້ຣັດຖະບານຂອງ Obama. ແລະສະນັ້ນ ລາວຈຶ່ງຢາກເວົ້າວ່າ ການຕົກລົງກັນໃດໆ ທີ່ລາວບັນລຸກັບ Iran ຈະດີກວ່າສິ່ງ ທີ່ Obama ປະສົບຄວາມສໍາເຣັດ ພາຍໃຕ້ຣັດຖະບານຂອງລາວ."
ສໍາລັບຢູໂຣບ ແລະຊຸມຊົນນາໆຊາດ, ຍັງມີຄວາມຈໍາເປັນທາງເສດຖະກິດທີ່ຮີບດ່ວນ ເນື່ອງຈາກກໍາປັ່ນການຄ້າຫລາຍຮ້ອຍລໍາ ຍັງຄ້າງຢູ່ໃນອ່າວ Persian (the Persian Gulf).
ປະເທດຝຣັ່ງ ໄດ້ສົ່ງກຸ່ມກໍາປັ່ນໂຈມຕີ ໄປຫາທະເລແດງ (the Red Sea) ແລ້ວ ຊຶ່ງເປັນສ່ວນຫນຶ່ງ ຂອງການວາງແຜນການປະຕິບັດການ ທີ່ຈະປົກປ້ອງ Strait of Hormuz, ຊຶ່ງເປັນສ່ວນຫນຶ່ງ ຂອງຂໍ້ສເນີ ທີ່ໄດ້ເຮັດຮ່ວມກັບປະເທດອັງກິດ ເປັນເວລາຫລາຍອາທິດ, ເພື່ອວາງຮາກຖານ ສໍາລັບການເດີນທາງທີ່ປອດພັຍ-ເມື່ອສະຖານະການຫມັ້ນຄົງ ຫລືຄວາມຂັດແຍ້ງ ໄດ້ຖືກແກ້ໄຂ.
ຣັດຖະມົນຕີ ການຕ່າງປະເທດຂອງຈີນ ກໍໄດ້ຮຽກຮ້ອງ ໃຫ້ມີການຢຸດຍິງທົ່ວໄປ ຫລັງຈາກການປະຊຸມ ກັບຣັດຖະມົນຕີການຕ່າງປະເທດຂອງ Iran, Abbas Araghchi, ຜູ້ທີ່ໄດ້ໄປຢ້ຽມຢາມ Beijing ເປັນເທື່ອທໍາອິດ ນັບແຕ່ສົງຄາມ ກັບສະຫະຣັດອາເມຣິກາ ແລະອິດສະຣາເອລ ໄດ້ເລີ່ມຂຶ້ນ ໃນວັນທີ 28 ກຸມພາ.
Huizhong Wu ຈາກ Associated Press ກ່າວວ່າ ການຮຽກຮ້ອງນັ້ນ ມີຄວາມສໍາຄັນ.
"ປະເທດຈີນ ໃນຖານະທີ່ເປັນຜູ້ນຳເຂົ້ານ້ຳມັນ ທີ່ສໍາຄັນທີ່ສຸດຂອງ Iran ໄດ້ກາຍເປັນຜູ້ໄກ່ເກັ່ຍ ທີ່ບໍ່ເປັນທາງການ ໃນການຂັດແຍ້ງນີ້, ເຖິງແມ່ນວ່າ ມັນບໍ່ໄດ້ເປັນເຈົ້າພາບ ຂອງການເຈຣະຈາສັນຕິພາບ ຢ່າງເປັນທາງການກໍຕາມ."
ອິດສະຣາເອລ ຍັງເປັນໂຕສໍາຄັນ ໃນການເຈຣະຈານໍາອີກ.
ເຖິງແມ່ນຈະມີການຢຸດຍິງ, ແຕ່ອິດສະຣາເອລ ໄດ້ທຳການໂຈມຕີ ເທື່ອທໍາອິດ ຢູ່ເຂດໃຕ້ຂອງ Beirut ນັບຕັ້ງແຕ່ການປະກາດຢຸດຍິງ ກັບ Hezbollah ເມື່ອເດືອນແລ້ວນີ້.
ນາຍົກຣັດຖະມົນຕີ ອິດສະຣາເອລ Benjamin Netanyahu ແລະຣັດຖະມົນຕີ ປ້ອງກັນປະເທດ Israel Katz ກ່າວວ່າ ເປົ້າຫມາຍນັ້ນ ແມ່ນຜູ້ບັງຄັບບັນຊາ ກຸ່ມທະຫານ Radwan Force ຢູ່ເຂດໃຕ້ຂອງເມືອງ.
ນາຍົກຣັດຖະມົນຕີ Netanyahu ກ່າວວ່າ ສະຫະຣັດອາເມຣິກາ ຍັງເປັນມິດທີ່ໃກ້ຊິດຢູ່.
”ພວກເຮົາ ຕິດຕໍ່ກັບມິດຂອງພວກເຮົາ ໃນສະຫະຣັດອາເມຣິກາຢູ່ ສເມີ. ຂ້າພະເຈົ້າ ເວົ້າລົມກັບປະທານາທິບໍດີ Trump ເກືອບທຸກມື້. ຄົນຂອງຂ້າພະເຈົ້າ ແລະຄົນຂອງລາວ ກໍເວົ້າກັນທຸກມື້, ຮວມທັງມື້ນີ້. ແລະຂ້າພະເຈົ້າ ຈະເວົ້າລົມກັບປະທານາທິບໍດີ Trump ອີກມື້ແລງນີ້. ພວກເຮົາ ມີການປະສານງານຢ່າງເຕັມທີ່.”
ລາຍງານໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao






