ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ອາເມຣິກາຖືກປະຕິເສດການຮ່ວມສົງຄາມຕາເວັນອອກກາງ.
ລາຄານ້ຳມັນທົ່ວໂລກ ໄດ້ເພີ່ມຂຶ້ນ 40 ເຖິງ 50 ເປີເຊັນ ໃນຂນະທີ່ອີຣານໂຈມຕີການຂົນສົ່ງລໍາລຽງ ຢູ່ໃນຊ່ອງແຄບ Hormuz (the Strait of Hormuz).
ປະທານາທິບໍດີ Donald Trump ກ່າວວ່າ ສະຫະຣັດອາເມຣິກາ ກໍາລັງເຈຣະຈາ ກັບປະເທດທີ່ເພິ່ງພານ້ຳມັນ ໃນຕາເວັນອອກກາງ, ຫລັງຈາກໄດ້ຮຽກຮ້ອງ ໃຫ້ຫລາຍປະເທດ ສົ່ງກໍາປັ່ນຮົບ ໄປເປີດ Strait of Hormuz ຄືນອີກ.
ແຕ່ຈົນເຖິງເວລານີ້ ພັນທະມິດໃນຢູໂຣບ ໄດ້ພິສູດແລ້ວວ່າ ໄດ້ຂັດຂືນຕໍ່ຄໍາຂໍຮ້ອງ ຂອງປະທານາທິບໍດີ Trump.
Carl Holm ລາຍງານ.
ຄວາມພະຍາຍາມຂອງ Donald Trump ທີ່ຈະຮວບຮວມ ພັນທະມິດທົ່ວໂລກ ເພື່ອຊ່ອຍຄວບຄຸມຊ່ອງແຄບ Hormuz ແລະຄຸ້ມກັນເຮືອບັນທຸກນ້ຳມັນ ໃຫ້ຜ່ານທາງນ້ຳ, ຈົນເຖິງເວລານີ້ ໄດ້ຮັບການຕອບຮັບຢ່າງເຢັນຊາ ຈາກຜູ້ນໍາທົ່ວໂລກ.
Mr Trump ໄດ້ບອກນັກຂ່າວທີ່ White House ວ່າ ປະເທດຂອງລາວ ໄດ້ປົກປ້ອງທາງນ້ຳທີ່ສໍາຄັນ ເປັນເວລາຫລາຍສິບປີ, ແລະຮູ້ສຶກວ່າ ປະເທດອື່ນໆ ຄວນເຮັດຫລາຍກວ່ານັ້ນ.
"ທ່ານສາມາດເວົ້າໄດ້ວ່າ ພວກເຮົາເຮັດຕາມຄວາມລຶ້ງເຄີຍ. ຊຶ່ງບໍ່ແມ່ນສິ່ງດີທີ່ຈະເຮັດ. ແຕ່ພວກເຮົາເຮັດ ເພາະພວກເຮົາມີພັນທະມິດທີ່ດີ ຢູ່ທີ່ນັ້ນ. ເຮົາມີປະເທດໃນຕາເວັນອອກກາງທີ່ຍິ່ງໃຫຍ່ຢູ່ທີ່ນັ້ນ ,ອິດສະຣາເອລຢູ່ທີ່ນັ້ນ. ສະນັ້ນ, ພວກເຮົາຈຶ່ງເຮັດດ້ວຍເຫດຜົນຫລາຍຢ່າງ. ແຕ່ມັນເຮັດໃຫ້ຂ້າພະເຈົ້າປະຫລາດໃຈສເມີ ທີ່ພວກເຮົາໄດ້ເຮັດເຊັ່ນນັ້ນ. ພວກເຮົາບໍ່ເຄີຍຂໍເງິນຄືນ ແລະມັນເປັນການຮັບໃຊ້ປະເທດອື່ນ, ບໍ່ແມ່ນພວກເຮົາ."
ອີຣານ ໄດ້ປິດການເດີນທາງທາງນ້ຳ, ຊຶ່ງຫນຶ່ງສ່ວນຫ້າ ຂອງນ້ຳມັນທົ່ວໂລກເດີນຜ່ານ, ເພື່ອຕອບໂຕ້ຕໍ່ສົງຄາມ ທີ່ສະຫະຣັດອາເມຣິກາ ແລະອິດສະຣາເອລ ໄດ້ເລີ່ມຕົ້ນ ໃນວັນທີ 28 ເດືອນກຸມພາ.
ລາຄານ້ຳມັນທົ່ວໂລກ ໄດ້ເພີ່ມຂຶ້ນ 40 ເຖິງ 50 ເປີເຊັນ ເພາະຜົນກະທົບຂອງການໂຈມຕີຂອງອີຣານ ຕໍ່ການຂົນສົ່ງສິນຄ້າໃນ Strait of Hormuz.
ປະທານາທິບໍດີ Trump ກ່າວວ່າ ລາວຄິດວ່າ ປະເທດອັງກິດ ແລະຝຣັ່ງ ຈະມີສ່ວນຮ່ວມ ໃນຄວາມພະຍາຍາມ ທີ່ຈະຮັກສາຄວາມປອດພັຍທາງນ້ຳ, ແຕ່ມະຫາອໍານາດຂອງຢູໂຣບ ໄດ້ປະຕິເສດ ການປະຕິບັດພາລະກິດຮ່ວມກັນ.
Kaja Kallas, ຫົວຫນ້ານະໂຍບາຍຕ່າງປະເທດຂອງ EU ກ່າວວ່າ ຣັດຖະມົນຕີຕ່າງປະເທດ ໄດ້ພົບກັນຢູ່ເມືອງ Brussels ເພື່ອຫາລື ກ່ຽວກັບຂໍ້ຮຽກຮ້ອງຂອງ Donald Trump.
ນາງເວົ້າວ່າ EU ອາດພິຈາຣະນາພາລະກິດທີ່ມີຢູ່ ຊຶ່ງໄດ້ເລີ່ມຕົ້ນ ໃນການປະຕິບັດການ.
"ຈຸດສໍາຄັນແມ່ນວ່າ ປະເທດສະມາຊິກ ເຕັມໃຈທີ່ຈະໃຊ້ພາລະກິດນີ້ແທ້ ຫລືບໍ່. ຖ້າຫາກເຮົາຕ້ອງການ ໃຫ້ມີຄວາມໝັ້ນຄົງໃນເຂດນີ້, ແລ້ວມັນຈະງ່າຍທີ່ສຸດ ທີ່ຈະໃຊ້ປະຕິບັດການທີ່ເຮົາມີ ໃນພູມີພາກນີ້ ແລະອາດປ່ຽນແປງຫນ້ອຍຫນຶ່ງ. ນອກຈາກນີ້ ຍັງມີການເວົ້າເຖິງ ຄວາມເຕັມໃຈຂອງແນວຮ່ວມໃນເລື່ອງນີ້."
ແຕ່ນາງເວົ້າວ່າ ບໍ່ມີຄວາມຕ້ອງການ ທີ່ຈະປ່ຽນຄໍາສັ່ງປະຕິບັດການ.
Keir Starmer ນາຍົກຣັດຖະມົນຕີ ຂອງອັງກິດກ່າວວ່າ London ກໍາລັງທໍາງານ ກັບພັນທະມິດ ເພື່ອວາງແຜນ "ທີ່ເປັນໄປໄດ້" ທີ່ຈະເປີດຊ່ອງແຄບອີກ ແຕ່ປະຕິເສດພາຣະກິດຂອງ NATO, ໃນຂນະທີ່ Berlin ຍັງກ່າວອີກວ່າ "ເຫັນໄດ້ຢ່າງຊັດແຈ້ງຕລອດເວລາ ວ່າສົງຄາມນີ້ ບໍ່ແມ່ນເລື່ອງຂອງ NATO."
Beijing ບໍ່ສົນໃຈ ກັບການມີສ່ວນຮ່ວມ ດ້ານການທະຫານໃນຊ່ອງແຄບນັ້ນ.Lin Jian, ໂຄສົກການຕ່າງປະເທດຈີນ
Mr Trump ໄດ້ກ່າວຫາ ນາຍົກຣັດຖະມົນຕີ ວ່າບໍ່ເຕັມໃຈ ທີ່ຈະຕັດສິນໃຈດ້ວຍຕົວເອງ.
"ຂ້າພະເຈົ້າ ບໍ່ຈໍາເປັນຕ້ອງໃຫ້ທີ່ປຶກສາ ບອກຂ້າພະເຈົ້າວ່າ ຂ້າພະເຈົ້າຮູ້ວ່າມັນເປັນຫຍັງ. ນາຍົກຣັດຖະມົນຕີຂອງອັງກິດ, ມື້ວານນີ້ ໄດ້ບອກຂ້າພະເຈົ້າວ່າ, ຂ້າພະເຈົ້າກໍາລັງພົບກັບທີມຂອງຂ້າພະເຈົ້າ ເພື່ອຕັດສິນໃຈ. ຂ້າພະເຈົ້າໄດ້ເວົ້າວ່າ, ທ່ານບໍ່ຈໍາເປັນຕ້ອງພົບກັບທີມ, ທ່ານເປັນນາຍົກຣັດຖະມົນຕີ, ທ່ານສາມາດຕັດສິນໃຈເອງໄດ້. ເປັນຫຍັງ ທ່ານຈຶ່ງຕ້ອງພົບກັບທີມຂອງທ່ານ ເພື່ອຈະໄດ້ຮູ້ວ່າ ທ່ານຈະສົ່ງເຮືອກູ້ລະເບີດ ມາໃຫ້ພວກເຮົາຫລືບໍ່, ຫລືຈະສົ່ງເຮືອມາໃຫ້ພວກເຮົາ? ຂ້າພະເຈົ້າໄດ້ເວົ້າວ່າ, ທ່ານບໍ່ຈໍາເປັນ ຕ້ອງພົບກັບທີມຂອງທ່ານ."
Australia, Sweden, the UK, EU ແລະ NATO ກໍໄດ້ອອກຫ່າງຈາກການຮຽກຮ້ອງຂອງ Mr Trump ທີ່ໃຫ້ປະເທດຕ່າງໆ ຈັດຕັ້ງພັນທະມິດທົ່ວໂລກ ເພື່ອຊ່ອຍຄວບຄຸມຊ່ອງແຄບ.
ປະທານາທິບໍດີ Trump ກໍໄດ້ຮັບການຕ້ອນຮັບທີ່ເຢັນຊາ ຈາກປະເທດຈີນຄືກັນ.
Lin Jian, ໂຄສົກການຕ່າງປະເທດຈີນກ່າວວ່າ Beijing ບໍ່ສົນໃຈ ກັບການມີສ່ວນຮ່ວມ ດ້ານການທະຫານໃນຊ່ອງແຄບນັ້ນ.
"ຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນໃນ the Strait of Hormuz ແລະນ່ານນ້ຳໃກ້ຄຽງ, ຊຶ່ງຂັດຂວາງການຂົນສົ່ງສິນຄ້າ ແລະພະລັງງານລະຫວ່າງປະເທດ ແລະທໍາລາຍສັນຕິພາບ ແລະຄວາມຫມັ້ນຄົງໃນພູມີພາກ ແລະທົ່ວໂລກ. ຈີນຮຽກຮ້ອງໃຫ້ທຸກຝ່າຍ ຢຸດປະຕິບັດການທາງທະຫານທັນທີ, ຫຼີກລ່ຽງຄວາມເຄັ່ງຕຶງ ທີ່ທະວີຄວາມຮຸນແຮງຂຶ້ນອີກ ແລະປ້ອງກັນບໍ່ໃຫ້ຄວາມວຸ້ນວາຍ ໃນພູມີພາກ ສົ່ງຜົນກະທົບຫຼາຍຂຶ້ນ ຕໍ່ການພັດທະນາເສດຖະກິດທົ່ວໂລກ."
ເຖິງແມ່ນວ່າ ໂລກບໍ່ຢາກເຂົ້າຮ່ວມ ໃນສົງຄາມຂອງສະຫະຣັດອາເມຣິກາ ແລະອິດສະຣາເອລ ກັບອີຣານ, ແຕ່ Donald Trump ກ່າວວ່າອີກ "ບໍ່ດົນ" ລາວຈະປະກາດປະເທດ ທີ່ໄດ້ຕົກລົງທີ່ຈະຊ່ອຍເຫລືອສະຫະຣັດອາເມຣິກາ ແລະຢືນຢັນວ່າ ສົງຄາມຈະສິ້ນສຸດລົງ "ໃນບໍ່ຊ້ານີ້".
ເມື່ອນັກຂ່າວຄົນຫນຶ່ງ ໄດ້ຖາມປະທານາທິບໍດີ Trump ໃນວັນຈັນວ່າຊ່ອງແຄບ Hormuz ຈະເປີດໄດ້ໄວປານໃດ, ເນື່ອງຈາກປະທານາທິບໍດີ ຮັບຮອງວ່າ ຄວາມສາມາດ ໃນການວາງລະເບີດທັງຫມົດຂອງອີຣານ ໄດ້ຖືກທໍາລາຍ, ປະທານາທິບໍດີຕອບວ່າ ມັນສາມາດເປີດໃໝ່ໄດ້ທັນທີ, ແຕ່ເຈົ້າຂອງກໍາປັ່ນ ກໍກັງວົນເກີນໄປ.
"ພວກເຮົາສາມາດເຮັດໄດ້, ແຕ່ມັນຕ້ອງແມ່ນທັງສອງຝ່າຍ ເພື່ອຈະເຮັດເຊັ່ນນັ້ນ. ພວກເຮົາ ຕ້ອງເຮັດໃຫ້ຜູ້ຄົນ ເອົາເຮືອທີ່ມີລາຄາແພງຫລາຍພັນລ້ານໂດລາຂອງເຂົາເຈົ້າ ແລະຂັບຜ່ານໄປ...ແລະ...ຖ້າ...ເມື່ອPepe ມີກໍາປັ່ນນ້ຳຕານຂນາດໃຫຍ່ ຂອງລາວມາຮອບໆ...ແລະມັນມີລາຄາແພງເປັນພັນລ້ານໂດລາ ແລະພວກເຮົາເວົ້າວ່າ ບັດນີ້ມັນບໍ່ເປັນຫຍັງແລ້ວ Pepe ,ເອົາເຮືອຂອງທ່ານ ຂັບຜ່ານຊ່ອງແຄບ Hormuz, ລາວອາດເວົ້າວ່າ... ຂໍໃຫ້ຂ້າພະເຈົ້າລໍຖ້າຈັກຫນ້ອຍຫນຶ່ງກ່ອນ... ເພາະມັນຕ້ອງແມ່ນເຈົ້າຂອງເຮືອ... ແລະທ່ານຮູ້ວ່າ ເຮືອເຫລົ່ານີ້ມີລາຄາແພງຫລາຍ."
ເຫັນໄດ້ຢ່າງຊັດແຈ້ງຕລອດເວລາ ວ່າສົງຄາມນີ້ ບໍ່ແມ່ນເລື່ອງຂອງ NATO.ນາຍົກຣັດຖະມົນຕີ German.
ເຖິງຢ່າງໃດກໍຕາມ, ໃນວັນຈັນ ຂີປະນາວຸດ ແລະ Drones ຂອງອີຣານໄດ້ໂຈມຕີເປົ້າຫມາຍ ໃນອິດສະຣາເອລ ແລະຣັດຢູ່ຮອບອ່າວ (the Gulf States), ແລະຂີປະນາວຸດ ຂອງອິດສະຣາເອລ ກໍຍັງຄົງຕົກໃສ່ເມືອງຕ່າງໆຂອງອີຣານ.
ນັກວິເຄາະກ່າວວ່າ ເຖິງແມ່ນວ່າສົງຄາມຈະຢຸດຕິລົງໃນມື້ອື່ນ, ແຕ່ຜົນສະທ້ອນທາງເສດຖະກິດ ຈະມີຜົນກະທົບຕໍ່ໄປອີກ ເປັນເວລາຫລາຍເດືອນ.
ລາຍງານໂດຍ Carl Holm ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





