ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເຈຣະຈາສັນຕິພາບໃນຕາເວັນອອກກາງ.
ການເຈຣະຈາອັນຍາວນານ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ໃນການບັນລຸຂໍ້ຕົກລົງ ເພື່ອຍຸດຕິສົງຄາມ, ຊຶ່ງເປັນອັນຕະຣາຍ ຕໍ່ການຢຸດຍິງສອງອາທິດ ທີ່ອ່ອນແອ.
ການລົ້ມເຫລວ ຂອງການເຈຣະຈາສັນຕິພາບ, ແລະແຜນຂອງ ສະຫະຣັດອາເມຣິກາ ທີ່ຈະປິດກັ້ນຊ່ອງແຄບ Hormuz, ໄດ້ເຮັດໃຫ້ພູມີພາກ ທີ່ມີຄວາມເຄັ່ງຕຶງຢູ່ແລ້ວ ຕ້ອງສັ່ນສະເທືອນ ແລະກໍ່ໃຫ້ເກີດຄວາມຢ້ານກົວວ່າ ຈະມີການສູ້ຮົບຄັ້ງໃໝ່.
Caroline Riches ລາຍງານ.
ນັກເຈຣະຈາຫລາຍຮ້ອຍຄົນ ແລະການເຈຣະຈາ ເປັນເວລາຊາວເອັດຊົ່ວໂມງ ເພື່ອພະຍາຍາມຍຸດຕິ ການສູ້ຮົບທີ່ຮ້າຍແຮງ ເປັນເວລາຫົກອາທິດ.
ແລະມີຄວາມຄືບຫນ້າ ພຽງເລັກນ້ອຍ.
"ສິ່ງທີ່ເກີດຂຶ້ນ ໃນໄລຍະສີ່ຊົ່ວໂມງຜ່ານມາ ຂອງການເຈຣະຈາ ສະແດງໃຫ້ເຫັນວ່າ, ໂດຍພື້ນຖານແລ້ວ, ອາເມຣິກາ ບໍ່ໄດ້ມາເພື່ອການເຈຣະຈາທີ່ແທ້ຈິງ. ແຕ່ເຂົາເຈົ້າ ພະຍາຍາມທີ່ຈະຍັດຍຽດ ຄວາມຕ້ອງການຂອງຕົນ ໃຫ້ແກ່ Iran, ແຕ່ເທື່ອນີ້ ຜ່ານທາງການເຈຣະຈາ ແລະໃນພາສາທາງການທູດ."
ນັ້ນແມ່ນຫົວຫນ້າຂອງຄນະກັມມາທິການ ຄວາມໝັ້ນຄົງແຫ່ງຊາດ ຂອງຣັດຖະສະພາ Iran (the Parliament’s National Security Commission of Iran), Ebrahim Azizi, ຜູ້ກ່າວວ່າ ເຈົ້າຫນ້າທີ່ຂອງສະຫະຣັດອາເມຣິກາ ບໍ່ເຕັມໃຈທີ່ຈະເຈຣະຈາ ໃນການເຈຣະຈາສັນຕິພາບລະດັບສູງ ໃນເມືອງ Islamabad, ປະເທດ Pakistan.
ຂໍ້ພິພາດ ກ່ຽວກັບຄວາມທະເຍີທະຍານດ້ານ Nuclear ຂອງ Iran ໄດ້ຢ້ອນກັບຄືນ ເປັນເວລາສອງທົດສະວັດທີ່ຜ່ານມາ, ໃນຂນະທີ່ຂໍ້ພິພາດ ກ່ຽວກັບການຄວບຄຸມ Strait of Hormuz ແລະຄ່າຊົດເຊີຍ ຈາກສະຫະຣັດອາເມຣິກາ ຈາກການໂຈມຕີ Iran ໄດ້ເຮັດໃຫ້ການເຈຣະຈາ ຫຍຸ້ງຍາກຫລາຍຂຶ້ນ.
ເຈົ້າຫນ້າທີ່ ຂອງສະຫະຣັດອາເມຣິກາເວົ້າວ່າ ທັງສອງຝ່າຍຕົກລົງກັນບໍ່ໄດ້ ໃນຂໍ້ຮຽກຮ້ອງ ຂອງອາເມຣິກາ ທີ່ໃຫ້ Iran ຢຸດການໃຫ້ເງິນທຶນສນັບ ສນູນແກ່ Hamas, Hezbollah ແລະ Houthi, ເປີດຊ່ອງແຄບຄືນໃຫມ່ຢ່າງເຕັມທີ່, ຢຸດການເພີ່ມສະມັດຖະພາບ Uranium ທັງຫມົດ, ທໍາລາຍສະຖານທີ່ ເສີມສ້າງສະມັດຖະພາບ Uranium ທີ່ສໍາຄັນ ແລະຍອມຈຳນົນຄັງ Uranium ທີ່ເສີມສະມັດຖະພາບແລ້ວ.
ໃນຂນະທີ່ Mr Azizi ກ່າວວ່າຈຸດຢືນຂອງ Iran ນັ້ນຊັດແຈ້ງ: ສະຫະຣັດອາເມຣິກາ ບໍ່ສາມາດກຳໜົດເງື່ອນໄຂໄດ້, ແລະມັນຈະບໍ່ຍອມຈຳນົນ.
"ພວກເຮົາ ກໍາລັງມີສ່ວນຮ່ວມກັບທ່ານ ຈາກຈຸດຢືນທີ່ບໍ່ໄວ້ວາງໃຈ, ແລະເຮົາ ກໍາລັງສແວງຫາຜົນປໂຍດ ຂອງປະຊາຊົນ Iran-ໃນປະເດັນNuclear, ການເພີ່ມສະມັດຖະພາບຂອງ Uranium, ຊ່ອງແຄບ Hormuz, ການຂວ້ຳບາດ (Sanctions), ການຊົດເຊີຍ ແລະຄວາມເສັຍຫາຍ ທີ່ໄດ້ເກີດຂຶ້ນກັບພວກເຮົາ. ເມື່ອອາເມຣິກາ ມີຄວາມຕັ້ງໃຈເຊັ່ນນັ້ນ, ແລ້ວເຂົາເຈົ້າ ຈະບໍ່ສາມາດກຳໜົດຂໍ້ຮຽກຮ້ອງຂອງເຂົາເຈົ້າ ຜ່ານການເຈຣະຈາ. ເຂົາເຈົ້າຖອຍຫຼັງອອກໄປ-ດັ່ງທີ່ Mr. (JD) Vance ຮອງປະທານາທິບໍດີ ສະຫະຣັດອາເມຣິກາກ່າວວ່າ, ພວກເຮົາບໍ່ໄດ້ບັນລຸຜົນສໍາເຣັດຫຍັງເລີຍ; ພວກເຮົາກໍາລັງກັບຄືນມາ."
ສຳລັບຕອນນີ້, ເບິ່ງຄືວ່າ ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ກໍາລັງຍ່າງກ້າວຕໍ່ໄປ, ໂດຍສັນຍາວ່າ ຈະໃຊ້ກອງທັບເຮືອອາເມຣິກາ ໃນການປິດກັັ້ນກຳປັ່ນ ທີ່ຈະຜ່ານ Strait of Hormuz ແລະທ່າເຮືອທັງຫມົດຂອງ Iran.
ການປິດກັ້ນ ຄາດວ່າເລີ່ມຕົ້ນ ໃນເວລາທ່ຽງຄືນ ຂອງວັນຈັນ ຕາມເວລາຂອງພາກຕາເວັນອອກ ຂອງອອສເຕຣເລັຍ.
ຍັງບໍ່ຊັດເຈນວ່າ ການປິດກັ້ນນີ້ ຈະດໍາເນີນການແນວໃດ, ເຖິງແມ່ນວ່າ Mr Trump ໄດ້ບອກ Fox News ວ່າເປົ້າຫມາຍນັ້ນ ແມ່ນເພື່ອໃຫ້ແນ່ໃຈວ່າ ເຮືອທຸກລໍາ ຈະສາມາດເດີນທາງຜ່ານໄປໄດ້.
"ມັນຖືກເອີ້ນວ່າ ເຂົ້າແລະອອກໄດ້ຫມົດ, ຈະມີບາງເວລາ ທີ່ພວກເຮົາຈະໃຫ້ພວກເຂົາເຂົ້າ ແລະອອກທັງໝົດ, ແຕ່ມັນຈະບໍ່ແມ່ນເປີເຊັນ, ມັນຈະບໍ່ແມ່ນເພື່ອນຂອງພວກທ່ານ, ເຊັ່ນປະເທດທີ່ເປັນພັນທະມິດຂອງທ່ານ ຫລືປະເທດທີ່ເປັນເພື່ອນຂອງທ່ານ. ມັນເປັນຫມົດທຸກຄົນ ຫລືບໍ່ມີໃຜເລີຍ, ແລະນັ້ນຈະບໍ່ແມ່ນເວລາທີ່ໄກເກີນໄປ."
ລາວໄດ້ກ່າວຕື່ມວ່າ ການປິດກັ້ນ ຊຶ່ງຈະໄດ້ຮັບຄວາມຊ່ອຍເຫລືອຈາກປະເທດອື່ນໆ, ຊຶ່ງມີຈຸດປະສົງ ທີ່ຈະໃຫ້ແນ່ໃຈວ່າ Iran ບໍ່ສາມາດຮັບຜົນປໂຍດ ຫລືຄວບຄຸມທາງນ້ຳ, ເຖິງແມ່ນວ່າ ນາຍົກຣັດຖະມົນຕີ, Anthony Albanese, ໄດ້ຢືນຢັນວ່າ ອອສເຕຣເລັຍບໍ່ໄດ້ຖືກຂໍຮ້ອງ ໃຫ້ຊ່ອຍເຫລືອ.
ໃນຫລາຍອາທິດບໍ່ດົນມານີ້, ສາທາຣະນະຣັດອິສລາມ (the Islamic Republic) ໄດ້ເລືອກວ່າ ກໍາປັ່ນສັນຊາດໃດ ທີ່ຈະສາມາດຜ່ານໄປໄດ້.
ຫລັງຈາກການເຈຣະຈາ, Iran ກ່າວວ່າ ຊ່ອງແຄບນັ້ນ ຍັງຢູ່ພາຍໃຕ້ການຄວບຄຸມຢ່າງເຕັມທີ່ຂອງ Iran ແລະເປີດໃຫ້ກໍາປັ່ນ ທີ່ບໍ່ແມ່ນທາງທະຫານຜ່ານໄດ້, ແຕ່ເຮືອທະຫານ ທີ່ເຂົ້າມາໃກ້ ຈະຖືກຖືວ່າເປັນການລະເມີດການຢຸດຍິງ ແລະຖືກຈັດການຢ່າງຮຸນແຮງ ແລະເດັດຂາດ.
ການປິດກັ້ນ ຂອງສະຫະຣັດອາເມຣິກາ ອາດຈະສ້າງຄວາມເສັຍຫາຍຕື່ມອີກ ຕໍ່ການຂົນສົ່ງ ແລະໂຮງງານນ້ຳມັນ ແລະແກັສ, ຄຸກຄາມ ສາຍໂສ້ຂົນສົ່ງສິນຄ້າທົ່ວໂລກ ແລະສ້າງຄວາມກົດດັນຫລາຍຂຶ້ນ ຕໍ່ລາຄານ້ຳມັນທົ່ວໂລກ.
ໃນອອສເຕຣເລັຍ, ການຣົນນະຣົງໂຄສະນາໃຫມ່ ໄດ້ຊຸກຍູ້ຜູ້ຂັບຣົດ ໃຫ້ຈໍາກັດການໃຊ້ນ້ຳມັນ ໃນຄວາມພະຍາຍາມ ທີ່ຈະເພີ່ມການປະຢັດນ້ຳມັນ.
ຍິ່ງໄປກວ່ານັ້ນ, ຄວາມເປັນຫ່ວງວ່າ ການຢຸດຍິງທີ່ອ່ອນແອ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ອາດລົ້ມເຫລວ-ໂດຍສະເພາະ ໃນຂນະທີ່ອິດສະຣາເອລ ຍັງໂຈມຕີ Lebanon ຢ່າງຕໍ່ເນື່ອງ, ໂດຍທີ່ Iran ຂູ່ວ່າຈະຕອບຮັບໂຕ້ຢ່າງຮຸນແຮງ.
ຢ່າງໃດກໍຕາມ, ອິດສະຣາເອລຢືນຢັນວ່າ ການສງົບເສິກໃນປະຈຸບັນ ບໍ່ກ່ຽວຂ້ອງ ກັບການດໍາເນີນງານທາງທະຫານຂອງຕົນ ທີ່ມີເປົ້າຫມາຍຕໍ່ Hezbollah ທີ່ສນັບສນູນໂດຍ Iran.
ໃນຂນະທີ່ໄປຢ້ຽມຢາມກອງທະຫານ ທີ່ຮຸກຮານພາກໃຕ້ຂອງ Lebanon, ນາຍົກຣັດຖະມົນຕີອິດສະຣາເອລ Benjamin Netanyahu ກ່າວວ່າ ສົງຄາມໃນ Lebanon ຈະດໍາເນີນຕໍ່ໄປ.
"ພວກເຮົາໄດ້ເຮັດວຽກຢ່າງມະຫາສານ, ປະສົບຄວາມສໍາເຣັດອັນໃຫຍ່ຫລວງ-ແຕ່ຍັງມີຫລາຍຢ່າງ ທີ່ຕ້ອງເຮັດ, ແລະພວກເຮົາກໍກໍາລັງເຮັດຢູ່. ສິ່ງຫນຶ່ງທີ່ເຮົາເຫັນຢູ່ທີ່ນີ້ ຄືເຮົາໄດ້ປ່ຽນໂສມຫນ້າຂອງຕາເວັນອອກກາງ. ສັດຕູຂອງພວກເຮົາ-Iran ແລະແກນແຫ່ງຄວາມຊົ່ວຮ້າຍ-ມາທໍາລາຍພວກເຮົາ, ແລະບັດນີ້ ພວກເຂົາພຽງແຕ່ຕໍ່ສູ້ ເພື່ອຄວາມຢູ່ລອດຂອງເຂົາເທົ່ານັ້ນ."
ເຖິງຢ່າງໃດກໍຕາມ, Mr Netanyahu ໄດ້ຕົກລົງທີ່ ຈະເຈຣະຈາໂດຍກົງກັບ Lebanon ເປັນເທື່ອທໍາອິດ ໃນຮອບ 30 ປີ, ຊຶ່ງຈະຖືກຈັດຂຶ້ນ ໃນວັນອັງຄານທີ່ Washington.
ນາຍົກຣັດຖະມົນຕີ Lebanon, Nawaf Salam, ກ່າວວ່າ ລາວກໍາລັງເຮັດວຽກ ເພື່ອຢຸດສົງຄາມ ອິດສະຣາເອລ-Hezbollah ແລະໃຫ້ແນ່ໃຈວ່າ ກອງທັບອິດສະຣາເອລ ຈະຖອນກຳລັງ.
"ພວກເຮົາຈະທໍາງານຕໍ່ໄປ ເພື່ອຢຸດສົງຄາມນີ້, ເພື່ອໃຫ້ແນ່ໃຈວ່າ ອິດສະຣາເອລ ຈະຖອນອອກຈາກແຜ່ນດິນທັງຫມົດຂອງພວກເຮົາ, ສົ່ງໂຕນັກໂທດທຸກຄົນ ກັບຄືນທັງໝົດ, ເພື່ອສ້ອມແປງຫມູ່ບ້ານ ແລະເມືອງທີ່ຖືກທໍາລາຍຂອງພວກເຮົາ, ແລະການກັບຄືນມາຢ່າງປອດພັຍ ຂອງຜູ້ພັດຖິ່ນ."
ຣັດຖະມົນຕີ ກະຊວງສາທາຣະນະສຸກຂອງ Lebanon ກ່າວວ່າ ຈໍານວນຜູ້ເສັຍຊີວິດໃນສົງຄາມ ໄດ້ເພີ່ມຂຶ້ນເປັນ 2,055 ຄົນ, ໃນຂນະທີ່ ອົງການແພດທາງກົດຫມາຍ (Legal Medicine Organization) ຂອງ Iran ກ່າວວ່າ ຈົນເຖິງເວລານີ້ ມີຜູ້ເສັຍຊີວິດ 3,375 ຄົນໃນ Iran ຈາກສົງຄາມ.
ລາຍງານໂດຍ Caroline Riches ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





