ຄວາມລົ້ມເຫຼວໃນການເຈຣະຈາ ສັນຕິພາບໃນຕາເວັນອອກກາງ

Iraq Iran US Israel

ການປະທ້ວງໃນ Iraq ຕໍ່ອາເມຣິກາແລະ ອິສຣາເອລ ໃນການໂຈມຕີ Iran. Source: AP / Hadi Mizban/AP

ການເຈຣະຈາ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ລົ້ມເຫລວ ຫລັງຈາກປະທານາທິບໍດີ Donald Trump ໄດ້ປະກາດໃນວັນອາທິດ ວ່າຈະຍົກເລີກການເດີນທາງ ຂອງອັກຄະທູດໄປ Pakistan. Iran ຍັງໄດ້ປະຕິເສດ ການເຈຣະຈາໂດຍກົງ ກັບສະຫະຣັດອາເມຣິກາ, ດ້ວຍຄວາມສົງສັຍ ໃນຄໍາຫມັ້ນສັນຍາຂອງເຂົາເຈົ້າ ໃນການແກ້ໄຂທາງການທູດ, ໃນຂນະທີ່ ເຂົາເຈົ້າຮຽກຮ້ອງ ໃຫ້ຢຸດການໂຈມຕີ ຂອງອິດສະຣາເອລໃນ Lebanon.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄວາມລົ້ມເຫຼວໃນການເຈຣະຈາ ສັນຕິພາບໃນຕາເວັນອອກກາງ.

ການເຈຣະຈາ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ລົ້ມເຫລວ ຫລັງຈາກປະທານາທິບໍດີ Donald Trump ໄດ້ປະກາດໃນວັນອາທິດ ວ່າຈະຍົກເລີກການເດີນທາງ ຂອງອັກຄະທູດໄປ Pakistan.

Iran ຍັງໄດ້ປະຕິເສດ ການເຈຣະຈາໂດຍກົງ ກັບສະຫະຣັດອາເມຣິກາ, ດ້ວຍຄວາມສົງສັຍ ໃນຄໍາຫມັ້ນສັນຍາຂອງເຂົາເຈົ້າ ໃນການແກ້ໄຂທາງການທູດ, ໃນຂນະທີ່ ເຂົາເຈົ້າຮຽກຮ້ອງ ໃຫ້ຢຸດການໂຈມຕີ ຂອງອິດສະຣາເອລໃນ Lebanon.

ໃນຂນະດຽວກັນ, ຊາວ Palestinians ສ່ວນນ້ອຍ ໄດ້ລົງຄະແນນສຽງ ໃນການເລືອກຄັ້ງທໍາອິດຢູ່ Gaza ໃນຮອບຫລາຍກວ່າ 20 ປີ.

Catriona Stirrat ລາຍງານ.

ການເຈຣະຈາໄດ້ຖືກຍົກເລີກ ແລະການປິດກັ້ນກໍໄດ້ຂຍາຍອອກໄປ.

ເຖິງແມ່ນວ່າ ສະຫະຣັດອາເມຣິກາ ໄດ້ສັນຍາວ່າ ຈະມີການຕົກລົງກັນຕື່ມອີກ ໃນອາທິດຜ່ານມານີ້, ແຕ່ສົງຄາມໃນຕາເວັນອອກກາງ ເບິ່ງຄືວ່າ ຈະບໍ່ມີການແກ້ໄຂໃນມໍ່ໆນີ້.

ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ປະກາດວ່າ ອັກຄະທູດຂອງອາເມຣິກາ-Steve Witkoff ແລະ Jared Kushner-ຈະບໍ່ເດີນທາງໄປ Pakistan ອີກຕໍ່ໄປ.

"ທ່ານອາດໄດ້ຍິນວ່າ ພວກເຮົາໄດ້ຍົກເລີກການເດີນທາງ. ພວກເຮົາມີໄພ້ທັງຫມົດ, ພວກເຮົາຈະບໍ່ໃຊ້ເວລາ 17 ຊົ່ວໂມງຢູ່ໃນຍົນ ເພື່ອມອບເອກະສານທີ່ບໍ່ດີພໍ. ສະນັ້ນ, ພວກເຮົາຈະຈັດການທາງໂທຣະສັບ ແລະເຂົາເຈົ້າສາມາດ ໂທຫາພວກເຮົາເມື່ອໃດກໍໄດ້ ທີ່ເຂົາເຈົ້າຕ້ອງການ. ອີກເທື່ອຫນຶ່ງ, ເຮົາມີໄພ້ທັງຫມົດ. ເຂົາເຈົ້າບໍ່ມີກອງທັບທີ່ເຫລືອຢູ່, ແທ້ຈິງແລ້ວ, ເຂົາເຈົ້າບໍ່ມີຜູ້ນໍາທີ່ເຫລືອຢູ່. ພວກເຮົາບໍ່ຮູ້ວ່າໃຜເປັນຜູ້ນໍາ."

Iran ຍັງໄດ້ປະຕິເສດ ການເຈຣະຈາໂດຍກົງ ໃນຮອບໃໝ່ກັບສະຫະຣັດອາເມຣິກາ; ແລະແຫລ່ງຂ່າວທາງການທູດຂອງ Iran ກ່າວວ່າ Tehran ຈະບໍ່ຍອມຮັບສິ່ງທີ່ເອີ້ນວ່າ ຂໍ້ຮຽກຮ້ອງສູງສຸດ ຈາກສະຫະຣັດອາເມຣິກາ.

ຣັດຖະມົນຕີ ການຕ່າງປະເທດ Iran, Abba sAraghchi, ກ່າວວ່າ ລາວສົງສັຍໃນຄາວມຈິງຈັງ ຂອງອາເມຣິກາ ໃນການແກ້ໄຂປັນຫາທາງການທູດ ກ່ຽວກັບສົງຄາມກັບ Iran. ໃນຂນະທີ່ເດີນທາງໄປປະເທດຣັສເຊັຍ ເພື່ອເຈຣະຈາ ກັບປະທານາທິບໍດີ Vladimir Putin.

ຄວາມຄິດເຫັນນັ້ນ ມີຂຶ້ນຫຼັງຈາກການເຈຣະຈາໂດຍກົງ ຂອງຣັດຖະມົນຕີ ການຕ່າງປະເທດ ກັບຜູ້ໄກ່ເກັ່ຍໃນ Pakistan ແລະ Oman ໃນທ້າຍອາທິດ ຊຶ່ງໄດ້ຖືກອະທິບາຍວ່າ ເປັນຜົນດີຫລາຍ.

ປັນຫາສໍາຄັນຂອງIran ແມ່ນການປິດກັ້ນທ່າເຮືອທັງຫມົດຂອງ Iran ຢ່າງຕໍ່ເນື່ອງ ໂດຍສະຫະຣັດອາເມຣິກາ, ແລະການປິດ Strait of Hormuz ຂອງ Iran ກໍຍັງເປັນວິທີຕອບໂຕ້ ທີ່ເຫມາະສົມ.

ກອງກຳລັງປ້ອງກັນການປະຕິວັດ (Revolutionary Guard Corps) ຂອງIran ໄດ້ຂຽນໃນຊ່ອງທາງ Telegram ຢ່າງເປັນທາງການວ່າ:

"ການຄວບຄຸມຊ່ອງແຄບ Hormuz ແລະຮັກສາເງົາຂອງຜົນກະທົບ ຂອງການຢັບຢັ້ງຂອງມັນເຫນືອອາເມຣິກາ ແລະຜູ້ສນັບສນູນ White House ໃນພູມີພາກນັ້ນ ເປັນຍຸດທະວິທີທີ່ເດັດຂາດ ຂອງ Islamic Iran."

ກອງກຳລັງ Iran ເຕືອນໃນຖແລງການ ທີ່ຖືກເຜີຍແພ່ ໂດຍສື່ຂອງຣັດ ວ່າການປິດກັ້ນ ຂອງອາເມຣິກາຢ່າງຕໍ່ເນື່ອງ, ການປຸ້ນສະດົມ ແລະການໂຈຣະກັມທາງນ້ຳ ຈະນໍາໄປສູ່ການຕອບໂຕ້.

ເຖິງແມ່ນ ຈະມີຄວາມກົດດັນຫລາຍຂຶ້ນ ພາຍໃນປະເທດ ຕໍ່ສົງຄາມໃນຕາເວັນອອກກາງ, ແຕ່ເມຣິກາ ກໍບໍ່ຍອມຖອຍຈາກການປິດກັ້ນ.

ໃນຖານະທີ່ເປັນເສັ້ນທາງສໍາຄັນ ທີ່ຮັບຜິດຊອບຕໍ່ການຂົນສົ່ງ ຫນຶ່ງສ່ວນຫ້າ ຂອງນ້ຳມັນຂອງໂລກ, ການປິດຂອງຊ່ອງແຄບ ໄດ້ເຮັດໃຫ້ລາຄານ້ຳມັນສູງຂຶ້ນ ໃນສະຫະຣັດອາເມຣິກາ ແລະທົ່ວໂລກ.

ໃນຂນະທີ່ Mr Trump ເບິ່ງຄືວ່າບໍ່ຮູ້ສຶກຮ້ອນໂຕ, ກໍເຫັນໄດ້ຢ່າງຊັດແຈ້ງວ່າ ເຈົ້າຫນ້າທີ່ຂອງອາເມຣິກາ ແລະຜູ້ນໍາໂລກ ກໍາລັງຊອກຫາທາງແກ້ໄຂ ທີ່ຈະເປີດເສັ້ນທາງຄືນໃຫມ່.

ຣັດຖະມົນຕີ ປ້ອງກັນປະເທດຂອງສະຫະຣັດອາເມຣິກາ Pete Hegseth ໄດ້ຂົ່ມຂູ່ປະເທດຢູໂຣບ ໃນທ້າຍອາທິດວ່າ ຖ້າຫາກພວກເຂົາບໍ່ສນັບ ສນູນສະຫະຣັດອາເມຣິກາ-ເຖິງແມ່ນວ່າ ບໍ່ໄດ້ບອກຢ່າງຊັດເຈນວ່າ ການສນັບສນູນນັ້ນ ຈະເປັນແນວໃດ.

"ຂ້າພະເຈົ້າຈະເອີ້ນມັນວ່າ ກອງປະຊຸມທີ່ໂງ່ຈ້າ ຢູ່ຢູໂຣບ ອາທິດແລ້ວນີ້ ທີ່ເຂົາເຈົ້າໄດ້ມາໂຮມກັນ ແລະເວົ້າລົມກັນ ກ່ຽວກັບການຈະເຮັດບາງຢ່າງ ເມື່ອທຸກສິ່ງສໍາເຣັດແລ້ວ. ນັ້ນຍັງບໍ່ໄດ້ເປັນຄວາມພະຍາຍາມທີ່ຈິງຈັງເທື່ອ. ພວກເຮົາຈະຍິນດີຕ້ອນຮັບສິ່ງນັ້ນ. ເຮົາຈະຍິນດີຕ້ອນຮັບ ຄວາມພະຍາຍາມຢ່າງຈິງຈັງຂອງຢູໂຣບ ທີ່ຈະເຮັດບາງຢ່າງ ກ່ຽວກັບຊ່ອງແຄບນີ້ ແລະເສັ້ນທາງນີ້, ໂດຍທີ່ພິຈາຣະນາວ່າ ມັນແມ່ນພະລັງງານຂອງເຂົາເຈົ້າ ທີ່ມີຄວາມສ່ຽງຫລາຍທີ່ສຸດ. ຂ້າພະເຈົ້າຄິດວ່າ ມັນເປັນການປຸກພວກເຂົາໃຫ້ຕື່ນ. ມັນເປັນການປຸກໃຫ້ຕື່ນສໍາລັບປະເທດຕ່າງໆທົ່ວໂລກ. ບໍ່ວ່າທ່ານຈະມີຄວາມສາມາດ ຫລືບໍ່ມີ. ຖ້າບໍ່ດັ່ງນັ້ນ, ທ່ານຈະຢູ່ພາຍໃຕ້ຄໍາສັ່ງ ຂອງປະເທດເຊັ່ນ Iran, ແລະປະເທດດຽວ ທີ່ສາມາດເຮັດບາງສິ່ງໄດ້ ແມ່ນກອງທັບຂອງສະຫະຣັດອາເມຣິກາ."

ຫຼັງຈາກປະເທດຢູໂຣບ ທີ່ເປັນຜູ້ນໍາກອງປະຊຸມຫລາຍກວ່າ 50 ປະເທດ ເມື່ອສອງສາມອາທິດຜ່ານມາ ເພື່ອຫາລື ກ່ຽວກັບແຜນການເປີດ Strait of Hormuz ຄືນອີກ ເມື່ອຄວາມຂັດແຍ້ງສິ້ນສຸດລົງ.

ແຕ່ປັນຫາ Nuclear ຍັງເປັນອຸບປະສັກ ຕໍ່ສະຫະຣັດອາເມຣິກາ ທີ່ຈະບັນລຸຂໍ້ຕົກລົງສັນຕິພາບກັບ Iran.

Mr Trump ຕ້ອງການໃຫ້ Iran ຕົກລົງທີ່ຈະທໍາລາຍ ຄວາມສາມາດຂອງ Uranium Enrichment ຂອງຕົນ, ເພື່ອຫລີກລ້ຽງບໍ່ໃຫ້ Iran ມີຄວາມສາມາດ ໃນການສ້າງອາວຸດ Nuclear-ເຖິງແມ່ນວ່າ Tehran ຢືນຢັນວ່າ Uranium ນັ້ນ ມີໄວ້ເພື່ອຈຸດປະສົງ ດ້ານພົນລະເຮືອນກໍຕາມ.

Iran ສະແດງຄວາມບໍ່ເຕັມໃຈ ທີ່ຈະຕອບສນອງຕໍ່ຂໍ້ຮຽກຮ້ອງນີ້ຢ່າງຕໍ່ເນື່ອງ, ແລະ Iran ເອງກໍຮຽກຮ້ອງ ໃຫ້ອິດສະຣາເອລ ເລີກໂຈມຕີ Lebanon.

ກະຊວງສາທາຣະນະສຸກຂອງ Lebanon ກ່າວວ່າ ການໂຈມຕີເທື່ອສຸດທ້າຍ ຂອງອິດສະຣາເອລຕໍ່ Lebanon ໃນທ້າຍອາທິດ ມີຜູ້ເສັຍຊີວິດ 26 ຄົນ, ໃນຂນະທີ່ ປະຊາຊົນຫນີໄປທາງໃຕ້ຂອງ Lebanon ຫລັງຈາກການໂຈມຕີທາງອາກາດ ຂອງອິດສະຣາເອລ.

ກອງກຳລັງປ້ອງກັນອິດສະຣາເອລ ລາຍງານວ່າ Hezbollah ໄດ້ສົ່ງDrones ສາມລໍາໄປອິດສະຣາເອລ, ຊຶ່ງກ່າວວ່າ ຖືກກອງທັບອາກາດອິດສະຣາເອລ ສະກັດກັ້ນ ກ່ອນທີ່ຈະຂ້າມເຂດແດນ.

ເຖິງແມ່ນວ່າ ຈະມີການຢຸດຍິງທີ່ບໍ່ຫມັ້ນຄົງ ຊຶ່ງມີຜົນບັງຄັບໃຊ້ ໃນວັນທີ 16 ເດືອນເມສາ ແລະໄດ້ຖືກຂຍາຍອອກໄປ ເປັນເວລາສາມອາທິດ ໃນວັນອັງຄານຜ່ານມານີ້.

ນາຍົກຣັດຖະມົນຕີ ອິດສະຣາເອລ Benjamin Netanyahu ກໍາລັງປະຕິເສດການຢຸດຍິງ, ໃນຂນະທີ່ກ່າວຫາ Hezbollah ໃນການລ່ວງລະເມີດ.

"ກ່ຽວກັບ Lebanon: ຄ້າຍກັບວ່າ IDF ບໍ່ໄດ້ປະຕິບັດງານຢູ່ທີ່ນັ້ນ. ມັນປະຕິບັດງານ, ແລະມັນກໍາລັງປະຕິບັດງານດ້ວຍກຳລັງ. ຕ້ອງເຂົ້າໃຈວ່າ ການລ່ວງລະເມີດຂອງ Hezbollah ກໍາລັງທໍາລາຍການຢຸດຍິງ ຢ່າງມີປະສິດທິພາບ. ສະນັ້ນ, ໃນທັດສະນະຂອງເຮົາ, ສິ່ງທີ່ເຮັດໃຫ້ເຮົາຕ້ອງເຮັດ ຄືຄວາມປອດພັຍຂອງອິດສະຣາເອລ, ຄວາມປອດພັຍຂອງທະຫານຂອງເຮົາ, ແລະຄວາມປອດພັຍຂອງຊຸມຊົນຂອງເຮົາ."

ມີຜູ້ເສັຍຊີວິດຢ່າງຫນ້ອຍ 12 ຄົນໃນການໂຈມຕີ ຂອງອິດສະຣາເອລ ທົ່ວ Gaza ໃນວັນທີ 24 ເມສາ.

ແຕ່ການໂຈມຕີທີ່ຮຸນແຮງເຫລົ່ານີ້ ບໍ່ໄດ້ຂັດຂວາງການເລືອກຄັ້ງທໍາອິດ ຂອງ Gaza ໃນຫລາຍກວ່າ 20 ປີ ທີ່ມີຂຶ້ນໃນກາງເມືອງ Deiral-Balah.

ມັນເປັນເມືອງດຽວໃນ Gaza ທີ່ບໍ່ຖືກທໍາລາຍ ໂດຍການໂຈມຕີຂອງອິດສະຣາເອລ, ແລະມີພຽງແຕ່ 5 ເປີເຊັນຂອງຈໍານວນພົນລະເມືອງ Gaza ເທົ່ານັ້ນ ທີ່ໄດ້ຮັບອະນຸຍາດໃຫ້ປ່ອນບັດ.

ຈໍານວນຜູ້ປ່ອນບັດໃນເມືອງ Deiral-Balah ມີພຽງແຕ່ 22 ເປີເຊັນເທົ່ານັ້ນ-ເມື່ອປຽບທຽບໃສ່ກັບ 53 ເປີເຊັນໃນ West Bank-ຊຶ່ງບົ່ງຊີ້ວ່າ ການເລືອກຕັ້ງນັ້ນ ບໍ່ໄດ້ເປັນສິ່ງສໍາຄັນ ທ່າມກາງວິກິດທາງດ້ານມະນຸດສະທັມ ທີ່ກຳລັງເກີດຂຶ້ນ.

ແຕ່ Mohammed Al-Hasanat ຜູ້ປ່ອນບັດອາຍຸ 24 ປີກ່າວວ່າ ມັນເປັນຊ່ວງເວລາແຫ່ງຄວາມຫວັງ.

"ມື້ນີ້ ຂ້ອຍສາມາດເລືອກເອົາຜູ້ຄົນ ທີ່ຂ້ອຍເຫັນວ່າ ເຫມາະສົມສໍາລັບຕໍາແຫນ່ງນີ້, Deiral-Balah ຈະກ້າວໄປຫນ້າສເມີ. ແລະຫວັງວ່າ ຝ່າຍປົກຄອງ, ເມືອງອື່ນໆ ແລະທົ່ວເຂດ Gaza Strip ທັງໝົດ ຈະມີການເລືອກຕັ້ງ ແລະຈະໂດດເດັ່ນຫລັງຈາກສົງຄາມທີ່ຮ້າຍແຮງ, ສົງຄາມສອງປີເຄິ່ງນີ້, ການທໍາລາຍ, ບ້ານເຮືອນ ແລະຖນົນຫົນທາງທີ່ເພພັງ, ແລະພວກເຮົາ ຈະເຫັນເມືອງຂອງພວກເຮົາ ດີຂຶ້ນກວ່າເກົ່າ."

ລາຍງານໂດຍ Catriona Stirrat ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now