ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຈຸດປະສົງຂອງຄວາມຂັດແຍ່ງໃນຕາເວັນອອກກາງ.
ປະທານາທິບໍດີ Donald Trump ຂອງສະຫະຣັດ ອາເມຣິກາ ກ່າວວ່າ ການປ່ຽນແປງລະບອບການປົກຄອງໃນ Iran ໄດ້ບັນລຸຜົນສໍາເຣັດແລ້ວ, ເນື່ອງຈາກທະຫານຂອງອາເມຣິກາ ມາເຖິງເຂດນັ້ນຫຼາຍຂຶ້ນ.
ແຕ່ນາຍົກຣັດຖະມົນຕີ, Anthony Albanese, ກໍາລັງຮຽກຮ້ອງ ໃຫ້ສິ້ນສຸດຄວາມຂັດແຍ້ງ, ໂດຍເຕືອນເຖິງ ຄວາມເສັຍຫາຍທາງເສດຖະກິດທົ່ວໂລກ ທີ່ເພີ່ມຂຶ້ນ.
Haylena Krishnamoorthy ລາຍງານ.
"ຂ້າພະເຈົ້າຄິດວ່າ ພວກເຮົາໄດ້ມີການປ່ຽນແປງລະບອບການປົກຄອງ. ແຕ່ທ່ານບໍ່ສາມາດເຮັດໄດ້ດີໄປກວ່ານັ້ນ. ລະບອບການປົກຄອງ ທີ່ຊົ່ວຮ້າຍແທ້ໆ, ຊົ່ວຮ້າຍແທ້ໆ ເປັນລະບອບທໍາອິດທີ່ເຮັດ. ຄົນທີສອງໄດ້ຖືກແຕ່ງຕັ້ງ ແລະເຂົາເຈົ້າໄດ້ຈາກໄປ. ເຂົາເຈົ້າຕາຍໄປໝົດແລ້ວ, ຍົກເວັ້ນແຕ່ຄົນຫນຶ່ງ ທີ່ອາດຍັງມີຊີວິດຢູ່. ແລະແລ້ວ, ກໍມີກຸ່ມທີສາມ ແລະກຸ່ມທີສາມ ທີ່ເບິ່ງຄືວ່າ ມີເຫດຜົນຫລາຍກວ່າ. ມັນເປັນການປ່ຽນແປງລະບອບການປົກຄອງແທ້ໆ."
ປະທານາທິບໍດີ Donald Trump ຂອງອາເມຣິກາກ່າວວ່າ ການປ່ຽນແປງລະບອບການປົກຄອງໃນ Iran ໄດ້ບັນລຸຜົນສໍາເຣັດແລ້ວ.
ແຕ່ມັນປ່ຽນແທ້ຫຼືບໍ່?
ເມື່ອກອງທັບຂອງອາເມຣິກາ ມາເຖິງເຂດນັ້ນຫຼາຍຂຶ້ນ, ລາວກ່າວວ່າ ຜູ້ນໍາຄົນໃຫມ່ຂອງ Iran ກໍມີເຫດຜົນຫລາຍຂຶ້ນ.
Mr Trump ກ່າວວ່າ ອາເມຣິກາ ແລະ Iran ໄດ້ພົບປະກັນ ທັງທາງກົງ ແລະທາງອ້ອມ.
ປະທານາທິບໍດີ ສະຫະຣັດອາເມຣິກາ ຢືນຢັນວ່າ ເຂົາເຈົ້າກໍາລັງເຈຣະຈາກັບ Iran ແລະຂໍ້ຕົກລົງ ໃກ້ຈະມາເຖິງແລ້ວ, ຊຶ່ງເປັນຂໍ້ອ້າງທີ່ Tehran ປະຕິເສດ.
ໃນຕົ້ນອາທິດນີ້, Pakistan ກ່າວວ່າ ມັນຕຽມພ້ອມ ທີ່ຈະເປັນຄົນກາງ ໃນການເຈຣະຈາ ລະຫວ່າງ Tehran ແລະ Washington.
ໃນຂນະດຽວກັນ, Marco Rubio ເລຂາກະຊວງການຕ່າງປະເທດ ອາເມຣິກາກ່າວວ່າ ການປະຕິບັດການ ຂອງອາເມຣິກາໃນ Iran ແມ່ນໄວກວ່າກໍານົດ.
Mr Rubio ກ່າວວ່າ ເຂົາເຈົ້າຈະບັນລຸເປົ້າຫມາຍຂອງເຂົາເຈົ້າ ໃນສິ່ງທີ່ຖືກບັນຍາຍວ່າເປັນ "ສອງສາມອາທິດ, ບໍ່ແມ່ນຫລາຍເດືອນ".
ໃນການສໍາພາດກັບ ABC America, Mr Rubio ກ່າວວ່າ Donald Trump ມີທາງເລືອກຫລາຍຢ່າງໃນມື, ແລະກະຊວງສົງຄາມ (the Department of War) ກໍກໍາລັງຕຽມພ້ອມ ສໍາລັບເຫດການສຸກເສີນອື່ນໆ ທີ່ອາດເກີດຂຶ້ນ.
"Iran ກໍາລັງຂູ່ວ່າ ເຂົາເຈົ້າຈະຈັດຕັ້ງລະບົບຖາວອນບາງຢ່າງ ຢູ່ໃນ Strait of Hormuz ບ່ອນທີ່ເຂົາເຈົ້າ ຈະຕັດສິນໃຈວ່າ ຜູ້ໃດຈະຜ່ານທາງນ້ຳນາໆຊາດ. ສິ່ງນັ້ນ ຈະບໍ່ໄດ້ຖືກອະນຸຍາດໃຫ້ເກີດຂຶ້ນ. ແຕ່ຄົນອື່ນໆໃນໂລກ ຄວນຮັບຮູ້ເລື່ອງນີ້. ເຂົາເຈົ້າມີຄວາມສ່ຽງຢູ່ທີ່ນັ້ນ ຫລາຍກວ່າພວກເຮົາ."
ປະທານາທິບໍດີສະຫະຣັດອາເມຣິກາ ແນະນໍາວ່າ ກອງທັບອາເມຣິກາ ສາມາດຍຶດເອົາ ສູນກາງສົ່ງອອກນ້ຳມັນຢູ່ເກາະ Kharg ຂອງ Iran.
ແລະການອ້າງ ຊ້ຳແລ້ວຊ້ຳອີກຂອງລາວ ທີ່ວ່າ ຈະສ້າງຄວາມຄືບຫນ້າທາງການທູດ ມັນກົງກົນຂ້າມ ກັບການເພີ່ມການຄຸກຄາມຕໍ່ Iran.
Karoline Leavitt ເລຂາສື່ມວນຊົນຂອງ White House ກ່າວວ່າ ເຈົ້າຫນ້າທີ່ຂອງ Iran ເບິ່ງຄືວ່າມີເຫດຜົນຫລາຍກວ່າເກົ່າ ຢູ່ຂ້າງຫລັງຂອງການເຈຣະຈາ.
"ເຖິງແມ່ນວ່າ ທ່ານໄດ້ເຫັນທ່າທີສາທາຣະນະ ຈາກລະບອບການປົກຄອງ ແລະການລາຍງານທີ່ບິດເບືອນ, ແຕ່ການເຈຣະຈາ ກໍຍັງດໍາເນີນຕໍ່ໄປ ແລະດໍາເນີນໄປດ້ວຍດີ. ແນ່ນອນວ່າ ສິ່ງທີ່ກ່າວຢ່າງເປີດເຜີຍ ແມ່ນແຕກຕ່າງຫລາຍ ຈາກສິ່ງທີ່ຖືກສື່ສານກັບເຮົາ ເປັນການສ່ວນຕົວ. ຜົນກໍຄື, ປະທານາທິບໍດີ Trump ໄດ້ສັ່ງໃຫ້ຢຸດພັກ 10 ມື້ເພື່ອເລື່ອນການໂຈມຕີ ໂຮງງານໄຟຟ້າ ແລະໂຄງສ້າງພື້ນຖານ ດ້ານພະລັງງານ ຕາມທີ່ໄດ້ວາງແຜນໄວ້."
ກ່ອນຫນ້ານັ້ນ, Donald Trump ໄດ້ຂູ່ວ່າຈະ "ທຳລາຍລ້າງ" ໂຮງງານພະລັງງານ, ບໍ່ນ້ຳມັນ ແລະ "ອາດເປັນ" ໂຮງງານກັ່ນນ້ຳຂອງ Iran ຖ້າຫາກ ບໍ່ບັນລຸຂໍ້ຕົກລົງ ໃນສິ່ງທີ່ລາວອະທິບາຍວ່າ "ໃນບໍ່ຊ້ານີ້".
ນາຍົກຣັດຖະມົນຕີ ອິດສະຣາເອລ Benjamin Netanyahu ກ່າວວ່າ ສົງຄາມກັບ Iran ໄດ້ບັນລຸເປົ້າຫມາຍຫລາຍກວ່າເຄິ່ງຫນຶ່ງ, ໂດຍບໍ່ໄດ້ກໍານົດເວລາ ວ່າມັນຈະສິ້ນສຸດລົງເມື່ອໃດ.
ລາວໄດ້ບອກສະຖານີໂທຣະພາບ Newsmax ຂອງສະຫະຣັດອາເມຣິກາວ່າ "ມັນເກີນກວ່າເຄິ່ງທາງແລ້ວ" ແລະວ່າລາວບໍ່ “ຢາກຈັດຕາຕະລາງເວລາໃຫ້ມັນ”.
ໃນຂນະດຽວກັນ ໃນອອສເຕຣເລັຍ, ນາຍົກຣັດຖະມົນຕີ, Anthony Albanese, ກ່າວວ່າ ປະທານາທິບໍດີອາເມຣິກາ ຄວນຮັບຮູ້ຄວາມເສັຍຫາຍ ທາງເສດຖະກິດ ທີ່ເກີດຈາກສົງຄາມ ໃນຕາເວັນອອກກາງ.
Mr Albanese ໄດ້ບອກລາຍການ 7.30 ຂອງ ABC ວ່າໂລກຕ້ອງເຫັນຈຸດສິ້ນສຸດ, ແລະວ່າ ລາວຢາກເຫັນຄວາມແນ່ນອນຫລາຍຂຶ້ນ ກ່ຽວກັບຈຸດປະສົງ ຂອງສະຫະຣັດອາເມຣິກາໃນ Iran.
"ຂ້າພະເຈົ້າຢາກເຫັນ ຈຸດປະສົງໃດໆ ຂອງສິ່ງທີ່ຈະບັນລຸ ໂດຍຄວາມຂັດແຍ້ງຕໍ່ໄປ ແທນທີ່ຈະເຈຣະຈາ ແລະຂ້າພະເຈົ້າ ຢາກເຫັນການຍຸດຕິ ຫລືຫລຸດຜ່ອນຄວາມຮຸນແຮງ ຂອງຄວາມຂັດແຍ້ງຢູ່ທີ່ນັ້ນ."
Mr Albanese ກ່າວວ່າ ຈຸດປະສົງເດີມຂອງການໂຈມຕີ Iran ແມ່ນເພື່ອຢຸດຢັ້ງເຂົາເຈົ້າ ໃນການມີອາວຸດ Nuclear-ຊຶ່ງລາວກ່າວວ່າ ໄດ້ບັນລຸຜົນສໍາເຣັດຢ່າງຊັດເຈນ.
ຣັດຖະມົນຕີ ການຕ່າງປະເທດ, Penny Wong, ກ່າວວ່າ ບໍ່ມີໃຜຄາດຄິດວ່າ Iran ຈະຕອບໂຕ້ແບບນັ້ນ-ໂດຍໂຈມຕີປະມານ 12 ປະເທດ ພາຍໃນສາມມື້ທໍາອິດ ຂອງຄວາມຂັດແຍ້ງ.
ນາງໄດ້ບອກກັບ ABC News ວ່າ ມັນຈະເປັນສິ່ງດີ ສໍາລັບເສດຖະກິດທົ່ວໂລກ ແລະຊາວອອສເຕຣເລັຍ ຖ້າຫາກການເຈຣະຈານັ້ນ ນໍາໄປສູ່ການຫລຸດຜ່ອນຄວາມຮຸນແຮງ ຂອງຄວາມຂັດແຍ້ງ.
"ພວກເຮົາ ຢາກເຫັນການກັບຄືນໄປສູ່ ການເຈຣະຈາ ແລະການຫລຸດຜ່ອນຄວາມເຄັ່ງຕຶງ. ຄວາມຂັດແຍ້ງນີ້ ມີຜົນກະທົບອັນໃຫຍ່ຫລວງ ຕໍ່ຕລາດພະລັງງານ ແລະເສດຖະກິດທົ່ວໂລກ. ແລະແນ່ນອນ, ມັນກະທົບ ຕໍ່ເສດຖະກິດຂອງອອສເຕຣເລັຍ."
ນາງເວົ້າວ່າ ຈຸດສໍາຄັນຂອງການປ່ຽນແປງ ລະບອບການປົກຄອງ ທີ່ນາຍົກຣັດຖະມົນຕີ Anthony Albanese ໄດ້ເຮັດເປັນເວລາຫລາຍອາທິດ-ວ່າໃນທີ່ສຸດ ການປ່ຽນແປງລະບອບການປົກຄອງ ແມ່ນຢູ່ໃນກໍາມືຂອງປະຊາຊົນ Iran.
"ນີ້ເປັນການຂັດແຍ້ງ ທີ່ບໍ່ສາມາດຄາດການໄດ້, ສົງຄາມເປັນສິ່ງທີ່ຄາດການບໍ່ໄດ້-ຄໍາຖາມຄື ທັງສອງຝ່າຍ ໂດຍສະເພາະສະຫະຣັດອາເມຣິກາ ຈະຫາທາງລົງຈາກຄວາມຂັດແຍ້ງນີ້ໄດ້ແນວໃດ ຊຶ່ງທີ່ເປັນທີ່ຍອມຮັບໄດ້ສໍາລັບອາເມຣິກາ ແລະສຳລັບຊາວ Iran, ແລະຂ້າພະເຈົ້າຄິດວ່າ ນັ້ນຄື ສິ່ງທີ່ສະຫະຣັດອາເມຣິກາ ກໍາລັງພະຍາຍາມເຮັດ."
ເລຂາສື່ມວນຊົນຂອງ White House, Karoline Leavitt, ໄດ້ຢືນຢັນວ່າ ກອງທັບຂອງອາເມຣິກາ ປະຕິບັດພາຍໃຕ້ກົດຫມາຍ, ແລະມັນເຖິງເວລາແລ້ວ ທີ່ Iran ຈະເຮັດຂໍ້ຕົກລົງ.
"ແນ່ນອນ, ຣັດຖະບານນີ້ ແລະກອງທັບສະຫະຣັດອາເມຣິກາ ຈະດຳເນີນການ ພາຍໃນຂອບເຂດຂອງກົດຫມາຍສເມີ, ແຕ່ກ່ຽວກັບການບັນລຸຈຸດປະສົງທັງໝົດຂອງ Operation Epic Fury, ປະທານາທິບໍດີ Trump ຈະດໍາເນີນຕໍ່ໄປ ຢ່າງບໍ່ຢຸດຢັ້ງ, ແລະລາວຄາດຫວັງວ່າ ລະບອບການປົກຄອງຂອງ Iran ຈະເຮັດຂໍ້ຕົກລົງກັບຣັດຖະບານ."
Ms Leavitt ກ່າວວ່າ ປະທານາທິບໍດີອາເມຣິກາ ສົນໃຈທີ່ຈະຂໍຮຽກຮ້ອງ ໃຫ້ປະເທດອາຣັບ ຈ່າຍຄ່າສົງຄາມໃນ Iran.
ຈາກການໂຈມຕີຄັ້ງໃຫມ່ ຈົນເຖິງການໂຈມຕີທາງທະຫານ ທີ່ເພີ່ມຄວາມຮຸນແຮງຂຶ້ນ, ຍັງບໍ່ຊັດເຈນວ່າ ສົງຄາມໃນຕາເວັນອອກກາງ ຈະສິ້ນສຸດລົງຫລືບໍ່.
ແຕ່ມີສິ່ງຫນຶ່ງທີ່ແນ່ນອນ-ມັນຈະໃຊ້ເວລາດົນນານ ສໍາລັບຄວາມຫມັ້ນຄົງ ທີ່ຈະກັບຄືນມາສູ່ພູມີພາກ, ແລະປະຊາຄົມນາໆຊາດໃນວົງກວ້າງ ຈະຟື້ນຟູຈາກຜົນກະທົບ ຕໍ່ເສດຖະກິດທົ່ວໂລກ.
ລາຍງານໂດຍ Haylena Krishnamoorthy ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





