ສະຫະປະຊາຊາດ ຍິນດີກັບຂໍ້ຕົກລົງສັນຕິພາບ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ໂດຍຮັບຮູ້ວ່າ ຂໍ້ຕົກລົງນັ້ນ ເປັນຂັ້ນຕອນສໍາຄັນໃນການແກ້ໄຂຄວາມຂັດແຍ້ງຢ່າງສັນຕິ. ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ຢືນຢັນຂໍ້ຕົກລົງ ໃນສື່ມວນຊົນ, ໂດຍອະນຸຍາດໃຫ້ເປີດ Strait of Hormuz ໂດຍບໍ່ຄິດຄ່າຜ່ານທາງ ແລະຍົກເລີກການປິດກັ້ນທາງເຮືອ ຂອງອາເມຣິກາທັນທີ. ສະຫະຣັດອາເມຣິກາ ແລະອີຣານ ມີກໍາໜົດທີ່ຈະລົງນາມ ຂໍ້ຕົກລົງສັນຕິພາບ ໃນປະເທດ Switzerland ໃນວັນສຸກມື້ 19 ເດືອນມິຖຸນານີ້.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຂໍ້ຕົກລົງສັນຕິພາບ ໃນຕາເວັນອອກກາງ.
ສະຫະປະຊາຊາດ ຍິນດີກັບຂໍ້ຕົກລົງສັນຕິພາບ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ໂດຍຮັບຮູ້ວ່າ ຂໍ້ຕົກລົງນັ້ນ ເປັນຂັ້ນຕອນສໍາຄັນໃນການແກ້ໄຂຄວາມຂັດແຍ້ງຢ່າງສັນຕິ.
ແຕ່ນາຍົກຣັດຖະມົນຕີ ອິດສະຣາເອລ Benjamin Netanyahu ໄດ້ເອົາຣັດຖະບານຂອງລາວ ອອກໄກຈາກການຕົກລົງສັນຕິພາບ, ໂດຍກ່າວວ່າ ລາວເຄົາຣົບການຕັດສິນໃຈນັ້ນ ແຕ່ຈະປົກປ້ອງຜົນປໂຍດ ຂອງປະເທດຂອງລາວຕໍ່ໄປ ໂດຍດຳເນີນການຕໍ່ຕ້ານກັບ Hezbollah ໃນ Lebanon.
ຂໍ້ຕົກລົງສັນຕິພາບ ແມ່ນຂຶ້ນຢູ່ກັບການຢຸດຍິງ ໃນທຸກແນວຣົບ ຂອງສົງຄາມ-ຊຶ່ງຮວມເຖິງໃນ Lebanon ດ້ວຍ.
ສະນັ້ນ ຂໍ້ຕົກລົງນັ້ນ ໝັ້ນຄົງຫລາຍປານໃດ?
Allan Lee ລາຍງານ.
"ນີ້ແມ່ນຂັ້ນຕອນທີ່ສໍາຄັນ ຕໍ່ການແກ້ໄຂຄວາມຂັດແຍ້ງຢ່າງສັນຕິ. ເລຂາທິການ ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ບົດບາດທີ່ສ້າງສັນຂອງ Pakistan, Qatar, Egypt, Saudi Arabia, Turkiye ແລະປະເທດອື່ນໆ ໃນພູມີພາກ ໃນການສນັບສນູນການເຈຣະຈາ ທີ່ນໍາໄປສູ່ຂໍ້ຕົກລົງດັ່ງກ່າວ. ເລຂາທິການຫວັງວ່າ ທັງສອງຝ່າຍ ຈະເສີມສ້າງຂະບວນການໃຫມ່ ແລະເພີ່ມຄວາມພະຍາຍາມຫຼາຍຂຶ້ນ ເພື່ອຊອກຫາທາງອອກ ຂັ້ນສຸດທ້າຍນີ້."
ນັ້ນແມ່ນໂຄສົກ ສະຫະປະຊາຊາດ, Stephan Dujarric, ທີ່ກ່າວແທນເລຂາທິການ Antonio Guterres, ວ່າຍິນດີກັບຂໍ້ຕົກລົງສັນຕິພາບ ທີ່ໄດ້ຕົກລົງກັນ ໂດຍສະຫະຣັດອາເມຣິກາ ແລະອີຣານ.
ລາຍລະອຽດຂອງຂໍ້ຕົກລົງ ໄດ້ຖືກເປີດເຜີຍໃນວັນຈັນ 15 ມິຖຸນາ ໂດຍຮອງຣັດຖະມົນຕີ ກະຊວງຕ່າງປະເທດຂອງ Iran, Kazem Gharibabadi, ຊຶ່ງກ່າວວ່າ ການເຈຣະຈາຈະຖືກຈັດຂຶ້ນໃນອີກ 60 ມື້ຕໍ່ໄປ, ໂດຍກ່າວຕື່ມວ່າ Tehran ຈະຕອບໂຕ້ ຖ້າຫາກມີການລະເມີດຂໍ້ຕົກລົງໃດໆ.
ການປະກາດນັ້ນ ໄດ້ມີຂຶ້ນທາງໂທຣະພາບ ຂອງຣັດຖະບານອີຣານ.
"ສະຫະຣັດອາເມຣິກາ ຖືກບັງຄັບໃຫ້ລົງນາມ ໃນບັນທຶກຂໍ້ຕົກລົງ (Memorandum) ທີ່ຈະຍຸດຕິສົງຄາມຢ່າງຖາວອນ ກັບສາທາຣະນະຣັດ Islam ອີຣານ (the Islamic Republic of Iran) ແລະແນວຮ່ວມຕໍ່ຕ້ານ. Shehbaz Sharif ໄດ້ປະກາດຍຸດຕິສົງຄາມຢ່າງຖາວອນ ແລະທັນທີ ໃນທຸກແນວຣົບຂອງສົງຄາມ ສະຫະຣັດອາເມຣິກາ ກັບອີຣານ ແລະພັນທະມິດ. ນາຍົກຣັດຖະມົນຕີ Pakistan ປະກາດວ່າ ໄດ້ບັນລຸຂໍ້ຕົກລົງ ທີ່ຈະຍຸດຕິສົງຄາມ ລະຫວ່າງສະຫະຣັດອາເມຣິກາ ກັບອີຣານແລ້ວ."
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ຢືນຢັນຂໍ້ຕົກລົງ ໃນສື່ມວນຊົນ, ໂດຍອະນຸຍາດໃຫ້ເປີດ Strait of Hormuz ໂດຍບໍ່ຄິດຄ່າຜ່ານທາງ ແລະຍົກເລີກການປິດກັ້ນທາງເຮືອ ຂອງອາເມຣິກາທັນທີ.
ສະຫະຣັດອາເມຣິກາ ແລະອີຣານ ມີກໍາໜົດທີ່ຈະລົງນາມ ຂໍ້ຕົກລົງສັນຕິພາບ ໃນປະເທດ Switzerland ໃນວັນສຸກມື້ 19 ເດືອນມິຖຸນານີ້.
JD Vance ຮອງປະທານາທິບໍດີກ່າວວ່າ ຂໍ້ຕົກລົງດັ່ງກ່າວ ສາມາດປ່ຽນແປງພູມີພາກໄດ້ ຖ້າຫາກອີຣານປະຕິບັດຕາມຄໍາຫມັ້ນສັນຍາຂອງຕົນ.
"ຖ້າຫາກອີຣານປະຕິບັດຕາມຂໍ້ຕົກລົງນີ້, ມັນຈະປ່ຽນແປງຕາເວັນອອກກາງ ໃນອີກ 50 ປີຂ້າງໜ້າ. ມັນຈະເຮັດໃຫ້ສົງຄາມຍຸດຕິລົງ. ມັນຈະເຮັດໃຫ້ຕາເວັນອອກກາງ ມີການລົງທຶນຫລາຍຂຶ້ນ. ມັນຈະຫມາຍຄວາມວ່າ ຈະມີຄວາມເລີນຮຸ່ງເຮືອງຢ່າງຫຼາຍ, ລາຄາພະລັງງານທີ່ຕ່ຳກວ່າ ສໍາລັບຊາວອາເມຣິກັນ."
Anthony Albanese ນາຍົກຣັດຖະມົນຕີອອສເຕຣເລັຍ ກໍຍິນດີກັບຂໍ້ຕົກລົງສັນຕິພາບເຊັ່ນກັນ, ແຕ່ກ່າວວ່າ ຍັງມີຫຼາຍຢ່າງ ທີ່ຈະຕ້ອງດໍາເນີນຕໍ່ໄປ ກ່ອນຜົນກະທົບຂອງການສູ້ຮົບ ເປັນເວລາຫລາຍເດືອນ ຈະສິ້ນສຸດລົງ.
ລາວກ່າວວ່າ ຣັດຖະບານອອສເຕຣເລັຍ ຈະສນັບສນູນຄວາມພະຍາຍາມ ໃນການບັນລຸຂໍ້ຕົກລົງທີ່ຍືນຍົງ ເພື່ອຍຸດຕິສົງຄາມ ທີ່ໄດ້ເຮັດໃຫ້ຫລາຍພັນຄົນ ຕ້ອງເສັຍຊີວິດທົ່ວຕາເວັນອອກກາງ, ແລະກໍ່ໃຫ້ເກີດວິກິດທາງພະລັງງານ ເປັນປວັດການ.
"ໃນຂນະທີ່ພວກເຮົາ ຢາກເຫັນຄວາມຂັດແຍ້ງສິ້ນສຸດລົງ-ແລະເຮົາຫວັງວ່າ ມັນຈະເກີດຂຶ້ນ-ພວກເຮົາກໍຕ້ອງຮັບຮູ້ ເຖິງຄວາມຈິງທີ່ບໍ່ໄດ້ຫມາຍຄວາມວ່າ ທຸກຢ່າງຈະກັບຄືນເປັນປົກກະຕິ ພາຍໃນມື້ດຽວ. ມັນຕ້ອງໃຊ້ເວລາຢ່າງຫນ້ອຍຫລາຍເດືອນ ກ່ອນທຸກສິ່ງຈະກັບຄືນມາເປັນປົກກະຕິ. ແຕ່ພວກເຮົາຢາກສະແດງຄວາມຍິນດີ ຕໍ່ຄວາມພະຍາຍາມຂອງປະເທດ Pakistan, Qatar, Saudi Arabia, Turkiye ແລະປະເທດທີ່ເປັນຜູ້ໄກ່ເກັ່ຍອື່ນໆອີກດ້ວຍ."
ແຕ່ຂໍ້ຕົກລົງນັ້ນ ແຂວນຢູ່ກັບການຢຸດຍິງ ໃນທຸກແນວຣົບຂອງສົງຄາມ.
ກ່ອນການລົງນາມໃນຂໍ້ຕົກລົງ, ປະທານາທິບໍດີ Trump ໄດ້ເຕືອນອິດສະຣາເອລວ່າ ຢ່າ'ທໍາລາຍຂໍ້ຕົກລົງ' ໂດຍການດໍາເນີນການທາງທະຫານຕໍ່ໄປກັບ Hezbollah ທີ່ສນັບສນູນໂດຍ ອີຣານໃນ Lebanon.
ຢ່າງໃດກໍຕາມ, ນາຍົກຣັດຖະມົນຕີ ອິດສະຣາເອລ Benjamin Netanyahu ຢືນຢັນວ່າ ລາວຈະສືບຕໍ່ ໃຊ້ພາກໃຕ້ຂອງ Lebanon ເປັນ 'ເຂດປ້ອງກັນ', ເພື່ອປົກປ້ອງຜູ້ອາສັຍທາງພາກເຫນືອ ຂອງອິດສະຣາເອລ ຈາກການໂຈມຕີຂອງ Hezbollah.
ສະນັ້ນ, ຂໍ້ຕົກລົງສັນຕິພາບ ຈະມີຄວາມໝັ້ນຄົງຫລາຍປານໃດ? ມັນຈະຫຼົ້ມເຫຼວ ຫຼືບໍ່?
Laura Bloomenfeld ນັກວິເຄາະຈາກ Johns Hopkins University ເປັນອະດີດທີ່ປຶກສານະໂຍບາຍ ຂອງກະຊວງຕ່າງປະເທດ ຂອງສະຫະຣັດອາເມຣິກາ ສໍາລັບຕາເວັນອອກກາງ.
ນາງໄດ້ບອກກັບ BBC ວ່າ ມັນບໍ່ແມ່ນທາງອອກງ່າຍໆ ສໍາລັບຄວາມຂັດແຍ້ງ.
"ຂ້າພະເຈົ້າ ຈະບໍ່ເອີ້ນມັນວ່າຂໍ້ຕົກລົງສັນຕິພາບ. ຂ້າພະເຈົ້າ ຈະເອີ້ນວ່າມັນເປັນຂໍ້ຕົກລົງ ເລື່ອງຕົວປະກັນຫຼາຍກວ່າ, ເພາະຄ່າໄຖ່ທີ່ອາເມຣິກາໄດ້ຈ່າຍ ເພື່ອຍົກເລີກການປິດຊ່ອງແຄບ ແນ່ນອນວ່າ ຈະເພີ່ມຂຶ້ນເຖິງ 8 ພັນລ້ານໂດລາ ຈາກລາຍໄດ້ຈາກນ້ຳມັນ ທີ່ອີຣານຈະໄດ້ຮັບຜົນປໂຍດ ໃນໄລຍະ 60 ມື້ນັ້ນ ໃນຂນະທີ່ພວກເຮົາ ຂຍາຍການເຈຣະຈາກັບອີຣານ"
ນາງເວົ້າວ່າ ຫລາຍສິ່ງຫລາຍຢ່າງ ສາມາດເກີດຂຶ້ນໄດ້ ກ່ອນການລົງນາມ ໃນຂໍ້ຕົກລົງໃນວັນສຸກ.
"ຫ້າມື້ ໃນຕາເວັນອອກກາງ ແມ່ນ 50 ປີ ໃນບ່ອນອື່ນຂອງໂລກ. ຜູ້ຕັກຕວງຜົນປໂຍດ (Spoilers) ມີຢູ່ທຸກບ່ອນ. ຂ້າພະເຈົ້າຄິດວ່າ ຈະມີຄວາມຮູ້ສຶກບາງຢ່າງ ກ່ຽວກັບຜູ້ລົງນາມ ທີ່ຈະກິນແໜງ ເມື່ອແຕ່ລະຝ່າຍເລີ່ມເຮັດໃນສິ່ງຕ່າງໆ ເພື່ອຜົນປໂຍດຂອງເຂົາເຈົ້າ. ບໍ່ແມ່ນກ່ຽວກັບຂໍ້ຕົກລົງ, ແຕ່ກ່ຽວກັບມື້ຫລັງຈາກການຕົກລົງ. ເພາະໃນທີ່ສຸດ, ນີ້ເປັນການຕໍ່ສູ້ທີ່ເກີນກວ່າພຽງແຕ່ປະເດັນ Nuclear ເທົ່ານັ້ນ ແຕ່ມັນກ່ຽວກັບວ່າ ຜູ້ໃດມີອິດທິພົນໃນພູມີພາກນັ້ນ. ອຸດົມການປະຕິວັດ ຂອງ Ayatollah ແລະຂອງອີຣານ ຄືການກໍາຈັດຊາຕານທີ່ຍິ່ງໃຫຍ່, ຊຶ່ງກໍແມ່ນສະຫະຣັດອາເມຣິກາ ໃຫ້ອອກຈາກພູມີພາກນັ້ນ. ແລະແນ່ນອນ, ອາເມຣິກາຢາກສ້າງບໍ່ມັນ ສໍາລັບສະຫະຣັດອາເມຣິກາ. ແລະນັ້ນ ຈະຢູ່ໃນອ່າວຄືກັນ.ສະນັ້ນ ນີ້ແມ່ນກ່ຽວກັບສິ່ງທີ່ໃຫຍ່ກວ່ານັ້ນ. ສະນັ້ນ ມີຜູ້ລົງນາມບາງຄົນຈະກິນແໜງ."
ຊາວອິດສະຣາເອລ ຈາກທຸກຝັ່ງຂອງການເມືອງກ່າວວ່າ ຂໍ້ຕົກລົງນັ້ນເປັນຫາຍະນະ ສໍາລັບອິດສະຣາເອລ ແລະຄວາມຄຽດແຄ້ນຂອງເຂົາເຈົ້າ ແມ່ນເຈາະຈົງໃສ່ ນາຍົກຣັດຖະມົນຕີ Benjamin Netanyahu.
ອະດີດນາຍົກຣັດຖະມົນຕີ Ehud Barak ໄດ້ບອກກັບສື່ ຂອງອິດສະຣາເອລວ່າ ອິດສະຣາເອລກໍາລັງຈ່າຍຄ່າຂອງ 'ຄວາມຈອງຫອງ ແລະຄວາມຕາບອດ' ຂອງ Mr Netanyahu, ແລະຄ່າຂອງການລໍ້ລວງ ທີ່ລາວພະຍາຍາມດຶງ ເອົາປະທານາທິບໍດີ Trump ເຂົ້າຮ່ວມ.
Yair Lapid, ຜູ້ທີ່ມີຈຸດປະສົງທີ່ຈະໂຄ່ນລົ້ມ Mr Netanyahu ໃນການເລືອກຕັ້ງທີ່ຈະມາເຖິງ, ກ່າວວ່າ ຂໍ້ຕົກລົງນັ້ນ ກໍາລັງກາຍເປັນ 'ຄວາມລົ້ມເຫລວທີ່ຫນ້າຕົກໃຈ' ທີ່ສຸດ ໃນນະໂຍບາຍຕ່າງປະເທດ ແລະຄວາມໝັ້ນຄົງ ຂອງອິດສະຣາເອລ.
Laura Bloomenfeld ກໍບໍ່ແປກໃຈ ກັບປະຕິກິຣິຍາໃນທາງລົບ.
'ແນ່ນອນ, ສໍາລັບອິດສະຣາເອລ ກຳລັງພະຍາຍາມຍິງໃສ່ Lebanon ຕື່ມອີກສອງສາມເທື່ອ ກ່ອນເຂົາເຈົ້າຈະໝົດໂອກາດ ທີ່ຈະກໍາຈັດ Hezbollah, ເພາະໃນທີ່ສຸດ, ອິດສະຣາເອລ ກໍາລັງປະເຊີນກັບຜົນສະທ້ອນທີ່ໜ້າຜິດຫວັງ ຈາກການປະຕິບັດການທາງທະຫານທັງຫມົດຂອງເຂົາເຈົ້າ ໃນໄລຍະເກືອບສາມປີທີ່ຜ່ານມາ. ພວກເຮົາມີ Gaza ທີ່ຄ້າງຄາຢູ່, Lebanon ທີ່ຄ້າງຄາຢູ່, ແລະອີຣານກໍຄ້າງຄາ ຢູ່ໃນໄລຍະທໍາອິດໂດຍບໍ່ຕ້ອງປົດອາວຸດ ຊຶ່ງເປັນສິ່ງທີ່ເຂົາເຈົ້າເຫັນວ່າ ເປັນສັດຕູທີ່ອັນຕະຣາຍຂອງເຂົາເຈົ້າ."
ຜູ້ນໍາ G7 ຄາດວ່າ ຈະຫາລືກ່ຽວກັບປະເດັນສໍາຄັນ ຂອງຂໍ້ຕົກລົງສັນຕິພາບ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ ໃນກອງປະຊຸມຜູ້ນໍາ ໃນເມືອງ Evian ໃນອາທິດນີ້.
ຫຼາຍປະເທດໃນຢູໂຣບ ໄດ້ສະແດງການສນັບສນູນ ການຍຸດຕິຄວມຂັດແຍ້ງ ໃນຕາເວັນອອກກາງ, ແຕ່ໄດ້ເນັ້ນຫນັກລໍາດັບຄວາມສໍາຄັນ ຂອງເຂົາເຈົ້າວ່າ ອີຣານບໍ່ສາມາດຄອບຄອງອາວຸດ Nuclear ໄດ້.
ໃນການປາກົດໂຕ ຕໍ່ຂອງສື່ກັບປະທານາທິບໍດີຝຣັ່ງ Emmanuel Macron, Mr Trump ກ່າວວ່າ ຂໍ້ຕົກລົງນັ້ນໄດ້ຖືກລົງນາມແລ້ວ, ກ່ອນພິທີລົງນາມຢ່າງເປັນທາງການ ກັບອີຣານ ໃນປະເທດ Switzerland ໃນວັນສຸກ 19 ເດືອນມິຖຸນາ.
"ແລະຊ່ອງແຄບ ກໍໄດ້ເປີດບາງສ່ວນແລ້ວ. ດັ່ງທີ່ທ່ານຮູ້, ເຂົາເຈົ້າກໍາລັງຊອກຫາລະເບີດບາງແຫ່ງ ຊຶ່ງເຂົາເຈົ້າໄດ້ພົບແລ້ວ. ແຕ່ການເດີນເຮືອໄດ້ເລີ່ມຕົ້ນແລ້ວ ແລະໃນວັນສຸກ ມັນກໍຈະເປີດຢ່າງເຕັມທີ່."
ເຖິງແມ່ນວ່າ ສັນຕິພາບອາດຢູ່ໃນວາຣະການປະຊຸມ ເປັນເທື່ອທໍາອິດ,ແຕ່ມັນບໍ່ມີການຮັບປະກັນຫຍັງເລີຍ.
ລາຍງານໂດຍ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






