ຄວາມຂັດແຍ່ງລະຫວ່າງ Israel ແລະ Iran (SAT 2106 RNF)

US President Donald Trump delivers an address to the nation at the White House in Washington, following U.S. strikes on Iran's nuclear facilities.

Donald Trump ກຳລັງກ່າວຕໍ່ນັກຂ່າວຫຼັງຈາການຖິ້ມລະເບີດໃສ່ Iran. Credit: Carlos Barria / POOL/EPA

ຄວາມເຄັ່ງຕຶງໃນຕາເວັນອອກກາງໄດ້ເພີ່ມຄວາມຮຸນແຮງຂຶ້ນ ເມື່ອ Israel ແລະ Iran ໄດ້ເປີສາກການສູ້ຣົບຕໍ່ກັນ. ຕ່າງຝ່າຍກໍປະນາມການເຮັດໃຫ້ປະຊົນເສັຍຊີວິດ ພ້ອມທັງຄວາມເສັຍຫາຍຂອງໂຄງສ້ງພື້ນຖານ. ສະຫະປະຊາຊາດກ່າວວ່າ ການໂຈມຕີຂອງ Israel ໄດ້ຂ້າຄົນຫລາຍກວ່າ400 ຄົນ ທີ່ຕ້ອງການຄວາມຊ່ອຍເຫລືອ ໃນຫລາຍອາທິດຜ່ານມານີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄວາມຂັດແຍ່ງລະຫວ່າງ Israel ແລະ Iran (SAT 2106 RNF)

Iran ກ່າວວ່າ ຍິນດີທີ່ຈະມີສ່ວນຮ່ວມ ໃນດ້ານການທູດ ແລະການເຈຣະຈາຕື່ມ ແຕ່ເມື່ອ Israel ຢຸດການຮຸກຮານເທົ່ານັ້ນ.

ໃນຂນະດຽວກັນ Israel ກໍາລັງຂູ່ ວ່າຈະທຳສົງຄາມອັນຍາວນານ ກັບIran ໃນຂນະທີ່ສະຫະຣັດອາເມຣິກາ ພິຈາຣະນາວ່າ ຈະມີສ່ວນຮ່ວມຫລືບໍ່.

Sydney Lang ລາຍງານ.

"ທັງໂລກ ກໍາລັງເບິ່ງດ້ວຍຄວາມເປັນຫ່ວງຫຼາຍຂຶ້ນ. ເຮົາບໍ່ໄດ້ຄ່ອຍກ້າວໄປຫາວິກິດ. ພວກເຮົາກໍາລັງແລ່ນໄປຫາມັນ. ເຮົາບໍ່ໄດ້ເຫັນເຫດການ ທີ່ເກີດຂຶ້ນ ພຽງແຕ່ເທື່ອສອງເທື່ອ. ເຮົາກໍາລັງເດີນທາງໄປສູ່ຄວາມວຸ້ນວາຍ ທີ່ອາດເກີດຂຶ້ນ. ການຂຍາຍໂຕ ຂອງການຂັດແຍ້ງເຫລົ່ານີ້ ສາມາດກໍ່ໃຫ້ເກີດໄຟ ທີ່ບໍ່ມີໃຜສາມາດຄວບຄຸມໄດ້. ເຮົາຕ້ອງ ບໍ່ປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ."

Antonio Guterres ເລຂາທິການໃຫຍ່ ຂອງສະຫະປະຊາຊາດ ໄດ້ເຕືອນຢ່າງຊັດແຈ້ງຢູ່ທີ່ນັ້ນ, ໃນຂນະທີ່ລາວ ຂໍຮ້ອງໃຫ້ Israel ແລະ Iranຫລຸດຜ່ອນ ການຂັດແຍ້ງທີ່ດໍາເນີນຢູ່.

ນັບຕັ້ງແຕ່ Israel ໄດ້ເລີ່ມໂຈມຕີ Iran ເມື່ອອາທິດຜ່ານມາ, ທັງສອງປະເທດ ໄດ້ແລກປ່ຽນການຍິງ ຢ່າງຕໍ່ເນື່ອງ ໃນການຍົກລະດັບ ໃນເຂດທີ່ຮ້າຍແຮງ.

ບັດນີ້, Israel ກໍາລັງຄຸກຄາມ Iran ດ້ວຍ 'ສົງຄາມຍືດເຍື້ອ (Prolonged war)' ແລະເຕືອນຊາວ Israel ວ່າເຂົາເຈົ້າ ຄວນຕຽມພ້ອມ ສໍາລັບວັນເວລາທີ່ຫຍຸ້ງຍາກຂ້າງໜ້າ.

Eyal Zamir, ເສນາທິການທະຫານ Israel ກ່າວວ່າ ທຸກໆມື້, Israel ກໍາລັງຂຍາຍເສຣີພາບ ໃນການດຳເນີນການ.

"ພວກເຮົາ ໄດ້ເລີ່ມຕົ້ນການດຳເນີນການ ທີ່ຊັບຊ້ອນທີ່ສຸດໃນປວັດສາດຂອງພວກເຮົາ. ພວກເຮົາ ໄດ້ເລີ່ມຕົ້ນການດຳເນີນການ ເພື່ອກໍາຈັດ ການຄຸກຄາມອັນໃຫຍ່ຫລວງນີ້ ແລະຕໍ່ສູ້ກັບສັດຕູ ທີ່ຕ້ອງການຄວາມພ້ອມ ສໍາລັບການສູ້ຮົບອັນຍາວນານ. IDF ໄດ້ຕຽມພ້ອມ ສໍາລັບເລື່ອງນີ້. ແຕ່ລະມື້, ເສຣີພາບຂອງເຮົາ ໃນການດຳເນີນການ ກໍາລັງ ຂຍາຍອອກກວ້າງ ແລະເສຣີພາບຂອງສັດຕູ ກໍກໍາລັງຫລຸດຫນ້ອຍລົງ."

ເຈົ້າຫນ້າທີ່ຂອງ Iran ໄດ້ພົບກັນຢູ່ Geneva ເພື່ອສົນທະນາ ກັບຄູ່ເຈຣະຈາ ຈາກຢູໂຣບຂອງເຂົາເຈົ້າ, ແຕ່ມີສັນຍານຂອງຄວາມກ້າວຫນ້າ ພຽງເລັກນ້ອຍ ໃນຂນະທີ່ ມີບັນຫາສໍາຄັນໃນການຕົກລົງກັນ.

ຣັດຖະມົນຕີ ການຕ່າງປະເທດ ຈາກປະເທດຝຣັ່ງ, ເຢັຍລະມັນ ແລະປະເທດອັງກິດ, ພ້ອມທັງສະຫະພາບຢູໂຣບ ກໍາລັງຊຸກຍູ້ Iran ໃຫ້ມີສ່ວນຮ່ວມ ກັບສະຫະຣັດອາເມຣິກາ ກ່ຽວກັບໂຄງການນິວເຄລັຍ.

Iran ກ່າວວ່າ ມັນຈະບໍ່ສົນທະນາ ກ່ຽວກັບຄວາມສາມາດ ດ້ານນິວ ເຄລັຍ ຂອງຕົນ ຫລືມີສ່ວນຮ່ວມ ໃນການສົນທະນາ ກ່ຽວກັບເລື່ອງນີ້ ໃນຂນະ ທີ່ກໍາລັງຖືກໂຈມຕີໂດຍ Israel.

Abbas Araghchi ຣັດຖະມົນຕີ ການຕ່າງປະເທດ Iran ກ່າວວ່າ Iran ພ້ອມແລ້ວສຳລັບການທູດ, ກໍແຕ່ເມື່ອ Israel ຢຸດການຮຸກຮານເທົ່ານັ້ນ.

"ໂຄງການນິວເຄລັຍຂອງ Iran ເປັນໄປຢ່າງສັນຕິ ແລະຢູ່ພາຍໃຕ້ການປົກປ້ອງ ແລະການຕິດຕາມ ຂອງ IAEA ສເມີ. ດັ່ງນັ້ນ, ການໂຈມຕີດ້ວຍອາວຸດ ຕໍ່ໂຮງງານນິວເຄລັຍ ທີ່ໄດ້ຮັບການປົກປ້ອງ ໂດຍລະບົບການປົກຄອງ (Israel), ຊຶ່ງບໍ່ໄດ້ເປັນສ່ວນນຶ່ງ ຂອງສົນທິສັນຍາໃດໆ ຂອງ WMD (ອາວຸດທໍາລາຍສູງ-Weapons of Mass Destruction), ເປັນອາດຊະຍາກັມທີ່ຮ້າຍແຮງ ແລະລະເມີດກົດຫມາຍສາກົນ. ໃນເລື້ອງນີ້, ຂ້າພະເຈົ້າ ຂໍສະແດງຄວາມກັງວົນຢ່າງສູງ ກ່ຽວກັບການບໍ່ປະນາມ ການໂຈມຕີທີ່ຊົ່ວຮ້າຍນີ້ ໂດຍ E3 ແລະ EU. Iran ພ້ອມແລ້ວ ທີ່ຈະພິຈາຣະນາ ການທູດອີກເທື່ອຫນຶ່ງ ແລະເມື່ອການຮຸກຮານຢຸດຕິລົງ ແລະຜູ້ຮຸກຮານ ຕ້ອງຮັບຜິດຊອບ ຕໍ່ຄວາມຜິດທີ່ໄດ້ກະທໍາ. ໃນເລື່ອງນີ້, ຂ້າພະເຈົ້າ ໄດ້ບອກຢ່າງຊັດແຈ້ງວ່າ ຄວາມສາມາດທາງການທະຫານ ຂອງ Iran ບໍ່ສາມາດຕົກລົງກັນໄດ້."

ເຖິງແມ່ນວ່າ ຜູ້ນໍາຢູໂຣບ ໄດ້ເນັ້ນຫນັກເຖິງໂອກາດພຽງເລັກນ້ອຍ ສໍາລັບການທູດ, ແຕ່ບໍ່ມີການກຳໜົດວັນ ສຳລັບການປະຊຸມຄັ້ງຕໍ່ໄປ.

ໃນຂນະດຽວກັນ ປະທານາທິບໍດີ Donald Trump ກ່າວວ່າ ລາວຈະຕັດສິນໃຈ ພາຍໃນສອງອາທິດ ວ່າສະຫະຣັດອາເມຣິກາ ຈະເຂົ້າຮ່ວມກັບ Israel ໃນການໂຈມຕີປະເທດ Iran ຫລືບໍ່.

ໂດຍທີ່ມີຄວາມເປັນໄປໄດ້ ທີ່ສະຫະຣັດອາເມຣິກາ ຈະມີສ່ວນຮ່ວມ ໃນເຂດນັ້ນ, Dorothy Shea ຜູ້ຕາງຫນ້າ ຂອງສະຫະຣັດອາເມຣິກາ, ກ່າວວ່າIran ຕ້ອງປະຖິ້ມໂຄງການ ນິວເຄລັຍຂອງຕົນ.

"ມັນຍັງບໍ່ຊ້າເກີນ ໄປສໍາລັບຣັດຖະບານຂອງ Iran ທີ່ຈະເຮັດໃນສິ່ງທີ່ຖືກຕ້ອງ. ປະທານາທິບໍດີ Trump ໄດ້ບອກຢ່າງຊັດແຈ້ງ ໃນບໍ່ດົນມານີ້ວ່າ ຜູ້ນໍາຂອງ Iran ຕ້ອງປະຖິ້ມໂຄງການເສີມສ້າງນິວເຄລັຍ ແລະຄວາມທະເຍີທະຍານທັງຫມົດ ຂອງການມີອາວຸດນິວເຄລັຍ."

Israel ກໍາລັງແກ້ຕົວ ໃຫ້ແກ່ອາທິດຂອງການໂຈມຕີທາງອາກາດ ທີ່ຮ້າຍແຮງ ຕໍ່ Iran ໂດຍອ້າງວ່າ Iran ໃກ້ຈະໄດ້ຮັບອາວຸດ ນິວເຄລັຍ.

ສະມາຄົມນັກວິທະຍາສາດອາເມຣິກາ (The Federation of American Scientists) ແລະສະຖາບັນຄົ້ນຄວ້ າສັນຕິສຸກນາໆຊາດ Stockholm (the Stockholm International Peace Research Institute), ຊຶ່ງເປັນອົງການນາໆຊາດທີ່ ອຸທິດຕົນ ເພື່ອຄົ້ນຄວ້າ ເລື່ອງການຄວບຄຸມອາວຸດ ແລະການປົດອາວຸດ, ປະມານການວ່າ Israel ມີຫົວລະເບີດນິວເຄລັຍ 90 ຫົວ.

Israel ບໍ່ເຄີຍຢືນຢັນວ່າ ຕົນມີອາວຸດນິວເຄລັຍ, ແຕ່ແຕກຕ່າງຈາກIran, ມັນເປັນຫນຶ່ງໃນຫ້າປະເທດ ທີ່ບໍ່ໄດ້ລົງຊື່ ໃນຂໍ້ຕົກລົງເລື່ອງການບໍ່ແຜ່ຂຍາຍອາວຸດນິວເຄລັຍ.

Rafael Grossi ຜູ້ອໍານວຍການໃຫຍ່ຂອງ the International Atomic Energy Agency, ກ່າວວ່າ ເຂົາເຈົ້າບໍ່ມີຫລັກຖານວ່າ Iran ກໍາລັງວາງແຜນ ທີ່ຈະພັດທະນາອາວຸດນິວເຄລັຍ.

"ຖ້າຫາກທ່ານ ຖາມຂ້າພະເຈົ້າໃນຕອນນີ້ວ່າ ມີຫລັກຖານທີ່ຊັດແຈ້ງວ່າ ມີໂຄງການ ຫລືແຜນ ທີ່ຈະສ້າງອາວຸດນິວເຄລັຍ ຫຼືບໍ່, ພວກເຮົາບໍ່ມີຫລັກຖານໃດໆໃນຕອນນີ້. ມີກິດຈະກັມຕ່າງໆຢູ່ຫຼາຍບ່ອນ ແລະມີອຸບປະກອນອີກ."

ໃນເດືອນມິນາ, Tulsi Gabbard ຜູ້ອໍານວຍ National Intelligence ຂອງສະຫະຣັດອາເມຣິກາ ໄດ້ໃຫ້ການຕໍ່ສະພາວ່າ ກຸ່ມຂ່າວລັບ ຂອງສະຫະຣັດອາເມຣິກາ ເຊື່ອວ່າ Tehran ບໍ່ໄດ້ເຮັດວຽກກ່ຽວກັບ ຫົວລະເບີດນິວເຄລັຍ.

ໃນວັນສຸກ ວັນທີ 26 ມີຖຸນາ Donald Trump ໄດ້ບອກນັກຂ່າວວ່າ ກຸ່ມກຸ່ມຂ່າວລັບເຂົ້າໃຈຜິດ.

ນັກຂ່າວຖາມ Donald Trump: "ທ່ານມີຂ່າວລັບຫຍັງແດ່ ທີ່ວ່າ Iran ກໍາລັງສ້າງອາວຸດນິວເຄລັຍ? ກຸ່ມຂ່າວລັບຂອງທ່ານ ໄດ້ກ່າວວ່າ ເຂົາເຈົ້າບໍ່ມີຫລັກຖານ ວ່າເຂົາເຈົ້າຢູ່ໃນເວລານີ້."

Donald Trump ຕອບ: "ແລ້ວກຸ່ມຂ່າວລັບ ຂອງຂ້າພະເຈົ້າຜິດ. ໃຜໃນຊຸມຊົນຂ່າວລັບ ໄດ້ເວົ້າແນວນັ້ນ?"

ນັກຂ່າວເວົ້າຕໍ່: "ຜູ້ອໍານວຍການ ຄວບຄຸມຂ່າວລັບຂອງຊາດ ຂອງທ່ານ, Tulsi Gabbard."

Donald Trump ຕອບ:"ນາງເຂົ້າໃຈຜິດ."

ຫນ່ວຍງານ NGO ໃນສະຫະຣັດອາເມຣິກາ ກ່າວວ່າ ຢ່າງຫນ້ອຍມີ 657ຄົນ, ຮວມເຖິງພົນລະເມືອງ ຢ່າງຫນ້ອຍ 263 ຄົນ, ໄດ້ເສັຍຊີວິດ ຈາກການໂຈມຕີຂອງ Israel ໃນ Iran.

ຫນ່ວຍຂ່າວຂອງກຸ່ມສິດທິມະນຸດ (The Human Rights Activists News Agency) ກ່າວວ່າ ມີເດັກນ້ອຍຫລາຍກວ່າ 20 ຄົນ ໃນບັນດາຜູ້ເສັຍຊີວິດ.

ເຈົ້າຫນ້າທີ່ Israel ກ່າວວ່າ ຢ່າງຫນ້ອຍ 25 ຄົນໄດ້ເສັຍຊີວິດ ໃນການໂຈມຕີຂອງ Iran.

ການໂຈມຕີໂຮງຫມໍ ໃນເມືອງ Haifa ຂອງ Iran ມີລາຍງານວ່າ ມີຄົນໄດ້ຮັບບາດເຈັບ 19 ຄົນ, ຊຶ່ງປະທານາທິບໍດີ Israel, Isaac Herzog, ໄດ້ກ່າວວ່າ ມີການໂຈມຕີໂບດນໍາອີກ.

ຫລັງຈາກການໂຈມຕີ, Gideon Sa'ar ຣັດຖະມົນຕີ ການຕ່າງປະເທດIsrael ໄດ້ປະນາມ Iran ສໍາລັບການໂຈມຕີ ໂຄງສ້ງພື້ນຖານ ຂອງພົນລະເມືອງ.

"ພວກເຮົາ ເຫັນຜົນສະທ້ອນ ຂອງຍຸດທະວິທີ ຂອງ Iran ອີກເທື່ອຫນຶ່ງ. ລະບອບປົກຄອງຂອງ Iran ກໍາລັງແນເປົ້າຫມາຍ ໃສ່ສູນກາງປະຊາກອນ ໂດຍເຈດຕະນາ. ດັ່ງນັ້ນ, ທ່ານຈຶ່ງເຫັນໄດ້ວ່າ ເຂດພົນລະເມືອງ ໄດ້ຖືກໂຈມຕີຢູ່ທີ່ນີ້. ແລະໂດຍສະເພາະ, ໃນກໍຣະນີນັ້ນ-ແມ່ນໂບດ (mosque). ມັນເປັນອາດຊະຍາກັມສົງຄາມ. ນີ້ເປັນທີ່ຊັດແຈ້ງ, ເພາະຕາມກົດຫມາຍນາໆຊາດ, ທ່ານບໍ່ສາມາດ ແນເປົ້າຫມາຍໃສ່ສູນກາງປະຊາກອນພົນລະເຮືອນໄດ້."

Iran ກ່າວວ່າ ມັນໄດ້ແນເປົ້າຫມາຍ ໃສ່ສະຖານທີ່ທາງທະຫານ.

ຣັດຖະມົນຕີ ການຕ່າງປະເທດ Iran, Abbas Araghchi, ກ່າວວ່າ ການປະນາມຂອງ Israel ກ່ຽວກັບການໂຈມຕີໂຮງຫມໍ ເປັນເລື່ອງຫນ້າຊື່ໃຈຄົດ.

"ການໄດ້ຍິນສຽງທີ່ເອີ້ນວ່າ ການຮ້ອງໄຫ້ ຈາກລະບົບການປົກຄອງ ທີ່ໄດ້ຖິ້ມລະເບີດໃສ່ໂຮງຫມໍໃນ Gaza ໂດຍເຈດຕະນາ ເປັນເລື່ອງໜ້າຫົວຂວັນ. ໃນບາງກໍຣະນີ, ການຖິ້ມລະເບີດ ຍັງບໍ່ພຽງພໍສໍາລັບເຂົາເຈົ້າ, ກອງທະຫານຂອງເຂົາເຈົ້າ ໄດ້ບຸກໂຈມຕີໂຮງຫມໍ ແລະໄດ້ຍິງຄົນໄຂ້ຈົນຕາຍ, ໄດ້ຂ້າເຂົາເຈົ້າຢູ່ໃນຕຽງຂອງໂຮງຫມໍດ້ວຍປືນ. ແລະບັດນີ້, ລະບົບການປົກຄອງອັນດຽວກັນນັ້ນ ທໍາທ່າວ່າເປັນຜູ້ຮັບເຄາະ ຢູ່ໃນເວທີສາກົນ. ຕາມຄວາມຈິງແລ້ວ, ນີ້ເປັນເລື່ອງໜ້າຫົວຂວັນຫນ້ອຍຫນຶ່ງ."

ໃນຂນະດຽວກັນຢູ່ Gaza, ກອງທັບ Israel ໄດ້ຍິງປືນໃສ່ຊາວ Palestinians ຫຼາຍເທື່ອ ທີ່ຕ້ອງການຄວາມຊ່ອຍເຫລືອ, ໂດຍທີ່ເຈົ້າຫນ້າທີ່ສາທາຣະນະສຸກ ໄດ້ລາຍງານວ່າ ຢ່າງຫນ້ອຍມີ 34 ຄົນໄດ້ຖືກຂ້າຕາຍໃນວັນສຸກ.

ສະຫະປະຊາຊາດກ່າວວ່າ ການໂຈມຕີຂອງ Israel ໄດ້ຂ້າຄົນຫລາຍກວ່າ400 ຄົນ ທີ່ຕ້ອງການຄວາມຊ່ອຍເຫລືອ ໃນຫລາຍອາທິດຜ່ານມານີ້.

Virginia Gamba ເປັນຜູ້ຕ່າງຫນ້າພິເສດ ຂອງເລຂາໃຫຍ່ສໍາລັບເດັກນ້ອຍ ແລະການຂັດແຍ້ງທາງອາວຸດ.

ລາວກ່າວເຖິງລາຍງານໃຫມ່ ກ່ຽວກັບເດັກນ້ອຍ ທີ່ຢູ່ທ່າມກາງຄວາມຂັດແຍ້ງ, ນາງກ່າວວ່າ Gaza ແລະແຄມຝັ່ງຕາເວັນຕົກ (West Bank) ມີການລ່ວງລະເມີດສິດທິ ສູງທີ່ສຸດໃນປີ 2024.

"ຄວາມທຸກທໍຣະມານຂອງເດັກນ້ອຍ ໃນ Gaza ຂັດກັບມາດຕະຖານຂອງມະນຸດທຸກຢ່າງ. ເຮົາບໍ່ສາມາດຢືນເບິ່ງ ໂດຍບໍ່ມີການດຳເນີນການໃດໆ. ບໍ່ມີຂໍ້ແກ້ຕົວ ທີ່ຈະກີດກັນເດັກນ້ອຍ ຈາກການເຂົ້າເຖິງ ວິທີການຢູ່ລອດ ເຊັ່ນອາຫານ, ການດູແລສຸຂະພາບ ແລະຄວາມປອດພັຍ."

ເນື້ອເລື່ອງໂດຍ  Sydney Lang    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service