ສະຫະຣັດອາເມຣິກາ ໄດ້ລົງນາມໃນຂໍ້ຕົກລົງ ນິວເຄລັຍພົນລະເຮືອນ (Civilian Nuclear Agreement) ທີ່ສໍາຄັນກັບ Saudi Arabia, ຊຶ່ງເຮັດໃຫ້ບໍຣິສັດອາເມຣິກັນ ສາມາດຊ່ວຍສ້າງອຸດສາຫະກັມນິວເຄລັຍ ຂອງປະເທດໄດ້. Washington ກ່າວວ່າ ຂໍ້ຕົກລົງນີ້ ຊ່ອຍເສີມສ້າງ ຄວາມສໍາພັນກັບ Riyadh ແລະເປັນໄປຕາມມາດຕະຖານສູງສຸດ ຂອງຄວາມປອດພັຍນິວ ເຄລັຍ. ແຕ່ຜູ້ວິຈານກັງວົນວ່າ ມັນອາດຈະເພີ່ມຄວາມສ່ຽງ ໃນການແພ່ຂຍາຍອາວຸດນິວເຄລັຍ ເນື່ອງຈາກສະຫະຣັດ ແລະອີຣານ ຍັງຄົງຢູ່ໃນສົງຄາມທີ່ທະວີຄວາມຮຸນແຮງຂຶ້ນ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຂໍ້ຕົກລົງນິວເຄລັຍລະຫວ່າງອາເມຣິກາ ກັບ Saudi Arabia.
ສະຫະຣັດອາເມຣິກາ ໄດ້ລົງນາມໃນຂໍ້ຕົກລົງ ນິວເຄລັຍພົນລະເຮືອນ (Civilian Nuclear Agreement) ທີ່ສໍາຄັນກັບ Saudi Arabia, ຊຶ່ງເຮັດໃຫ້ບໍຣິສັດອາເມຣິກັນ ສາມາດຊ່ວຍສ້າງອຸດສາຫະກັມນິວເຄລັຍ ຂອງປະເທດໄດ້.
Washington ກ່າວວ່າ ຂໍ້ຕົກລົງນີ້ ຊ່ອຍເສີມສ້າງ ຄວາມສໍາພັນກັບ Riyadh ແລະເປັນໄປຕາມມາດຕະຖານສູງສຸດ ຂອງຄວາມປອດພັຍນິວ ເຄລັຍ.
ແຕ່ຜູ້ວິຈານກັງວົນວ່າ ມັນອາດຈະເພີ່ມຄວາມສ່ຽງ ໃນການແພ່ຂຍາຍອາວຸດນິວເຄລັຍ ເນື່ອງຈາກສະຫະຣັດ ແລະອີຣານ ຍັງຄົງຢູ່ໃນສົງຄາມທີ່ທະວີຄວາມຮຸນແຮງຂຶ້ນ.
Hannah Hodson ລາຍງານ.
ຫຼັງຈາກການເຈຣະຈາຫຼາຍກວ່າສິບປີ, ສະຫະຣັດອາເມຣິກາແລະ Saudi Arabia ໄດ້ລົງນາມຂໍ້ຕົກລົງ ຮ່ວມມືດ້ານນິວເຄລັຍພົນລະເຮືອນ (Civilian Nuclear Cooperation) ແລະຂໍ້ຕົກລົງຄຸ້ມຄອງ ທີ່ແຍກຕ່າງຫາກ.
ຂໍ້ຕົກລົງນີ້ ໄດ້ລົງນາມໂດຍ ຣັດຖະມົນຕີພະລັງງານສະຫະຣັດ Chris Wright ແລະ ຣັດຖະມົນຕີພະລັງງານຂອງ Saudi Arabia, Prince Abdulaziz bin Salman, ຂໍ້ຕົກລົງນີ້ ເປີດທາງໃຫ້ບໍຣິສັດອາເມຣິກັນ ຊ່ວຍສ້າງອຸດສາຫະກັມນິວເຄລັຍພົນລະເຮືອນ (Civilian Nuclear) ຂອງ Saudi Arabia.
ອະດີດທູດສະຫະຣັດປະຈໍາ Oman, Richard Schierer, ກ່າວວ່າ ຂໍ້ຕົກລົງນີ້ ໄດ້ຖືກວາງແຜນມາຫຼາຍປີ ແລະເປັນໄຊຊນະທີ່ສໍາຄັນ ສໍາລັບທັງສອງປະເທດ.
"ມັນເປີດໂອກາດແກ່ບໍຣິສັດສະຫະຣັດ ໂດຍສະເພາະ Westinghouse ທີ່ສ້າງເຄື່ອງປະຕິກິຣິຍານິວເຄລັຍ (Nuclear Reactors) ສ່ວນໃຫຍ່ຂອງພວກເຮົາ ໃຫ້ສາມາດຂາຍໃຫ້ Saudi Arabia. ດັ່ງນັ້ນ ມັນເປັນການສົ່ງເສີມເສດຖະກິດຢ່າງໃຫຍ່ຫຼວງ ໃຫ້ສະຫະຣັດ ແລະແນ່ນອນວ່າ ເປັນ ປໂຍດຢ່າງໃຫຍ່ສໍາລັບ Saudi Arabia ເນື່ອງຈາກມັນຈະສາມາດຫຼຸດການໃຊ້ນ້ຳມັນຂອງຕົນເອງ ໃນການຜລິດໄຟຟ້າ ຖ້າສາມາດຜລິດໄຟຟ້ານິວເຄລັຍໄດ້."
ສໍາລັບ Riyadh, ຂໍ້ຕົກລົງນີ້ ແມ່ນການກະຈາຍການລົງທຶນ ອອກຈາກນ້ຳມັນ ເນື່ອງຈາກຄວາມຕ້ອງການໄຟຟ້າເພີ່ມຂຶ້ນ.
ນີ້ແມ່ນເສົາຫຼັກສໍາຄັນ ຂອງແຜນວິສັຍທັດ 2030 ຂອງປະເທດ.
ສໍາລັບ Washington, ມັນແມ່ນໄຊຊນະ ທັງດ້ານການຄ້າ ແລະຍຸດທະສາດ.
ນີ້ແມ່ນໂອກາດສໍາລັບບໍຣິສັດອາເມຣິກັນ ໃນການເຮັດກຳໄລ ໃນຂນະທີ່ຮັບປະກັນວ່າ Saudi Arabia ຈະຢູ່ກັບສະຫະຣັດອາເມຣິກາ ແທນທີ່ຈະຫັນໄປຫາຈີນ ຫຼື ຣັສເຊັຍໃນດ້ານເທັກໂນໂລຊີນິວເຄລັຍ.
ຫົວໃຈຂອງຂໍ້ຕົກລົງນີ້ຄື Uranium.
ເມື່ອຖືກເພີ່ມປະສິດທິພາບໃນລະດັບຕ່ຳ, ມັນໃຊ້ເປັນເຊື້ອໄຟໃຫ້ເຄື່ອງປະຕິກິຣິຍາພົນລະເຮືອນ (Civilian Reactors).
ຖ້າປະສິດທິພາບຖືກເພີ່ມເຕີມອີກ, ມັນສາມາດສ້າງອາວຸດໄດ້.
ການເພີ່ມປະສິດທິພາບໃນອະນາຄົດໃນ Saudi Arabia ຈະຖືກຈັດການໂດຍບໍຣິສັດທີ່ມີສັນຍາ, ແລະຈະຕ້ອງຜ່ານການສຶກສາຢ່າງຍາວນານ, ແຕ່ຄວາມເປັນໄປໄດ້ ຂອງການແພ່ຂຍາຍ ໄດ້ສ້າງຄວາມກັງວົນໃນຊຸມຊົນສາກົນ - ແລະພາຍໃນສະຫະຣັດອາເມຣິກາເອງ.
ໃນປີ 2018, ມົງກຸດຣາດຊະກຸມານຂອງ Saudi Arabia, Mohammed bin Salman ບໍ່ໄດ້ປະຕິເສດການສ້າງອາວຸດນິວເຄລັຍ, ໃນການສໍາພາດກັບລາຍການ 60 Minutes ຂອງສະຫະຣັດ.
"Saudi Arabia ຈໍາເປັນຕ້ອງມີອາວຸດນິວເຄລັຍເພື່ອຕໍ່ຕ້ານ Iran ຫຼືບໍ່? "
"Saudi Arabia ບໍ່ຕ້ອງລະເບີດນິວເຄລັຍໃດໆ, ແຕ່ແນ່ນອນວ່າຖ້າ Iran ພັດທະນາລະເບີດນິວເຄລັຍ - ພວກເຮົາຈະເຮັດຕາມໂດຍໄວທີ່ສຸດ."
ຄໍາເວົ້າເຫຼົ່ານີ້ ໄດ້ກະຕຸ້ນການຖົກຖຽງໃນສະພາ Congress ຂອງສະຫະຣັດເປັນເວລາຫຼາຍປີ, ເຊິ່ງສະມາຊິກບາງຄົນໃນພັກ Democrat ເອີ້ນບົດບາດຂອງ Saudi Arabia ໃນຂໍ້ຕົກລົງໃຫມ່ວ່າ ເປັນຄວາມສ່ຽງໃນການແພ່ຂຍາຍອາວຸດນິວເຄລັຍ.
"ນີ້ແມ່ນເລື່ອງກ່ຽວກັບ ໂຄງການອາວຸດນິວເຄລັຍລັບ ຢູ່ໃນປະເທດຂອງພວກເຂົາ. ຖ້າພວກເຮົາເຮັດຂໍ້ຕົກລົງ ທີ່ອະນຸຍາດໃຫ້ມີການເພີ່ມປະສິດທິພາບຂອງ Uranium ຈາກການແປຮູບ Plutonium ໃນ Saudi Arabia - ມັນອາດຈະເປັນພັຍພິບັດໄດ້."
ອະດີດນາຍົກຣັດຖະມົນຕີອິສຣາເອລ, Naftali Bennett, ກ່າວວ່າ ຂໍ້ຕົກລົງນີ້ ເຮັດໃຫ້ຄວາມປອດພັຍຂອງອິສຣາເອລ ຕົກຢູ່ໃນຄວາມສ່ຽງ.
"ຂໍ້ຕົກລົງນິວເຄລັຍ (ທີ່ຖືກສເນີ) ທີ່ກໍາລັງຈະມີຂຶ້ນກັບ Saudi Arabia (ແລະສະຫະຣັດ) ເຫນືອຫົວອິສຣາເອລ ແມ່ນຄວາມລົ້ມເຫຼວທາງຍຸດທະສາດຢ່າງຮ້າຍແຮງ ແລະເປັນພັຍຕໍ່ຄວາມໝັ້ນຄົງຂອງເຮົາ. ການເພີ່ມປະສິດທິພາບຂອງວັດຖຸນິວເຄລັຍໃນ Saudi Arabia ອາດນໍາໄປສູ່ການແຂ່ງຂັນອາວຸດນິວເຄລັຍໃນພູມີພາກ ແລະອັນຕະຣາຍຈາກການສູນເສັຍການຄວບຄຸມ."
ຂໍ້ຕົກລົງນີ້ເກີດຂຶ້ນ ໃນຂນະທີ່ຄວາມເຄັ່ງຕຶງ ທົ່ວຕະວັນອອກກາງຍັງຄົງທະວີຂຶ້ນ.
ອິຣານ ແລະ ສະຫະຣັດອາເມຣິກາ ໄດ້ລາຍລົງນາມບັນທຶກຄວາມເຂົ້າໃຈ (Memorandum of Understanding) ໃນເດືອນມິຖຸນາ ເພື່ອຍຸດຕິຄວາມຂັດແຍ່ງ ແລະເປີດ the Strait of Hormuz ຄືນອີກ.
ແຕ່ Trump ໄດ້ປະກາດຍົກເລີກການຢຸດຢິງ ຫຼັງຈາກສາມອາທິດ, ຫຼັງຈາກທີ່ອີຣານໂຈມຕີເຮືອຂົນສົ່ງອີກຄັ້ງ.
ການໂຈມຕີຂອງສະຫະຣັດ ໄດ້ດໍາເນີນຢ່າງຕໍ່ເນື່ອງທຸກຄືນ ນັບແຕ່ນັ້ນມາ, ຕອນນີ້ເປັນຄືນທີ 12 ແລ້ວ (ວັນພະຫັດ 23 ກໍລະກົດ AEST)
ຢ່າງນ້ອຍທະຫານອາເມຣິກາ 18 ຄົນໄດ້ເສັຍຊີວິດ ແລະ 482 ຄົນໄດ້ຮັບບາດເຈັບ ຕັ້ງແຕ່ເລີ່ມຄວາມຂັດແຍ່ງ, ຕາມຂໍ້ມູນລ່າສຸດຂອງ Pentagon.
ປະທານາທິບໍດີ Trump ໄດ້ຂູ່ວ່າ ຈະທໍາລາຍສະພານ ຫຼື ໂຮງໄຟຟ້າຂອງອີຣານ ສໍາລັບການໂຈມຕີເຮືອທຸກເທື່ອ ໃນຊ່ອງແຄບ Hormuz ໃນອະນາຄົດ, ຮວມທັງເປົ້າຫມາຍໃກ້ Tehran.
ຣັດຖະມົນຕີການຕ່າງປະເທດ Marco Rubio ກ່າວວ່າ ສະຫະຣັດຍັງຄົງຢາກໃຊ້ວິທີທາງການທູດ, ແຕ່ຈະບໍ່ຢືນຢູ່ຊື່ໆ ໃນຂນະທີ່ເຮືອຖືກໂຈມຕີ.
"ປະທານາທິບໍດີ ມັກທີ່ຈະເຈຣະຈາ ແລະບັນລຸຂໍ້ຕົກລົງໃນເລື່ອງເຫຼົ່ານີ້ ແລະພວກເຮົາກໍພ້ອມແລ້ວ, ພວກເຮົາພະຍາຍາມເຮັດແນວນັ້ນມາແລ້ວເປັນເວລາປີເຄິ່ງ ແຕ່ພວກເຮົາ ກໍບໍ່ຈະບໍ່ປ່ອຍໃຫ້ເຮືອຖືກລະເບີດ ຫຼື ອາເມຣິກາຖືກໂຈມຕີ."
ກຸ່ມ Houthis ທີ່ໄດ້ຮັບການສນັບສນູນຈາກອິຣານ, ກຸ່ມຕິດອາວຸດທີ່ຄວບຄຸມພື້ນທີ່ສ່ວນໃຫຍ່ ຂອງພາກເຫນືອຂອງ Yemen, ໄດ້ປະກາດການຂວ້ຳບາດທາງທະເລ ຢ່າງເປັນທາງການຕໍ່ Saudi Arabia, ໂດຍກ່າວວ່າ ເຮືອຂອງ Saudi Arabia ຈະຖືກຫ້າມບໍ່ໃຫ້ຜ່ານຊ່ອງແຄບ Bab al-Mandab.
ເຮືອບັນທຸກນ້ຳມັນດິບຂອງ Saudi Arabia ຫຼາຍລໍາ ໄດ້ຫັນກັບໄປທາງຊ່ອງແຄບ Suez ແລ້ວ.
"ພວກເຮົາໄດ້ເຫັນລະດັບການຂ້າມແມ່ນ້ຳໄປຫາ Bab al-Mandab
ໃນລະດັບປົກກະຕິ. ບໍ່ມີຫຍັງໜ້າຕົກໃຈ, ບໍ່ມີການຫຼຸດລົງຢ່າງຮຸນແຮງ. ແຕ່ພວກເຮົາ ໄດ້ສັງເກດເຫັນເຮືອປະມານສີ່ລຳ, ສອງລຳໃນມື້ນີ້ມີ ຄວາມສໍາພັນກັບ Saudi Arabia, ທີ່ໄດ້ກັບຄືນພາຍໃຕ້ການຂົ່ມຂູ່ ຂອງກຸ່ມ Houthis. ນີ້ແມ່ນສັນຍານສຳຄັນ. ນີ້ສະແດງໃຫ້ເຫັນການຫຼຸດລົງ ຂອງຄວາມໝັ້ນໃຈຢ່າງແທ້ຈິງ. ຜູ້ສົ່ງສິນຄ້າ ບໍ່ຕ້ອງການຖືກຈັບໄດ້ວ່າຖືກໂຈມຕີ, ເພາະຄວາມສ່ຽງຕໍ່ຊັບສິນ, ແຕ່ກໍມີຄວາມສຽງຕໍ່ຊີວິດດ້ວຍ. ແລະນີ້ສົ່ງສັນຍານວ່າ ພວກເຮົາອາດຈະເຫັນການໄຫຼຜ່ານທະເລແດງ ຫຼຸດລົງຢ່າງຫຼາຍໃນໄວໆນີ້."
ຂໍ້ຕົກລົງນີ້ ຄາດວ່າຈະເສີມຄວາມສໍາພັນລະຫວ່າງ Washington ແລະ Riyadh.
ແຕ່ດ້ວຍສົງຄາມທີ່ລຸກລາມໄປທົ່ວພູມີພາກ, ແລະຄໍາຖາມກ່ຽວກັບການປົກປ້ອງນິວເຄລັຍ ທີ່ຍັງບໍ່ໄດ້ຮັບການແກ້ໄຂ, ມັນກໍມີແນວໂນ້ມທີ່ຈະຖືກກວດສອບຢ່າງໃກ້ຊິດໃນ Washington, ແລະຈາກພັນມິດຂອງສະຫະຣັດ.
ລາຍງານໂດຍ Hannah Hodson ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao





