Donald Trump ກ່າວວ່າ ລາວໄດ້ເລື່ອນການໂຈມຕີ Iran ຕາມຄຳຂໍຮ້ອງຈາກປະເທດໃນອ່າວ (Gulf countries) ແຕ່ກໍຍັງ ກ່າວວ່າ ກອງທັບອາເມຣິກາ ຍັງຕຽມພ້ອມທີ່ຈະເດີນໜ້າໂຈມຕີ Iran ຕໍ່ໄປຢ່າງເຕັມທີ່ ຖ້າຫາກບໍ່ບັນລຸຂໍ້ຕົກລົງ. ສ່ວນຝ່າຍ Iran ກ່າວວ່າ ການເວົ້າລົມກັບWashington ແລະຄວາມພະຍາຍາມ ທີ່ຈະບັນລຸຂໍ້ຕົກລົງນັ້ນ ບໍ່ໄດ້ຫມາຍຄວາມວ່າ Iran ຢູ່ໃນຕໍາແຫນ່ງທີ່ອ່ອນແອ. ໃນຂນະດຽວກັນTehran ໄດ້ໃຊ້ການຄວບຄຸມການຄ້າທາງນ້ຳ ທີ່ສໍາຄັນໄປສູ່ອ່າວ, ຊຶ່ງເຮັດໃຫ້ລາຄານ້ຳມັນທົ່ວໂລກສູງຂຶ້ນ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
Trump ເລື່ອນການໂຈມຕີ Iran ຕາມຄຳຂໍຮ້ອງ Gulf countries.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ກ່າວວ່າ ລາວໄດ້ເລື່ອນການໂຈມຕີ Iran ທີ່ວາງແຜນໄວ້ສຳລັບມື້ນີ້ ຕາມຄຳຂໍຮ້ອງຈາກປະເທດໃນອ່າວ (Gulf countries).
ແຕ່ປະທານາທິບໍດີ Trump ກ່າວວ່າ ກອງທັບຂອງສະຫະຣັດອາເມຣິກາ ຍັງຕຽມພ້ອມ ທີ່ຈະເດີນໜ້າໂຈມຕີ Iran ຕໍ່ໄປຢ່າງເຕັມທີ່ ແລະຂນາດໃຫຍ່ ຖ້າຫາກບໍ່ບັນລຸຂໍ້ຕົກລົງ.
Peggy Giakoumelos ລາຍງານ.
ປະທານາທິບໍດີ ສະຫະຣັດອາເມຣິກາກ່າວວ່າ ຜູ້ນໍາຂອງປະເທດ Qatar, Saudi Arabia ແລະ United Arab Emirates ໄດ້ຂໍຮ້ອງໃຫ້ລາວ ຢຸດການໂຈມຕີ Iran ຕາມກໍານົດການ ເປັນເວລາຫລາຍມື້.
Iran ໄດ້ຂູ່ປະເທດໃນອ່າວ (Gulf countries) ດ້ວຍການໂຈມຕີຊຶ່ງກັນແລະກັນ (ຄຳອະທິບາຍຢູ່ຂ້າງລຸມນີ້ *) ຖ້າຫາກສະຫະຣັດອາເມຣິກາ ແລະອິດສະຣາເອລ ເລີ່ມຕົ້ນການໂຈມຕີຄືນໃຫມ່ ແລະຍຸດຕິການຢຸດຍິງ ເກືອບຫົກອາທິດ.
Donald Trump ໄດ້ຢືນຢັນວ່າ ການເຈຣະຈາຢ່າງຈິງຈັງ ກໍາລັງເກີດຂຶ້ນ.
"ປະເທດອື່ນໆ ໄດ້ມາຫາຂ້າພະເຈົ້າ ແລະເຂົາເຈົ້າໄດ້ເວົ້າວ່າ ພວກເຮົາກໍາລັງຕຽມພ້ອມ ທີ່ຈະໂຈມຕີຄັ້ງໃຫຍ່ໃນມື້ອື່ນ. ຂ້າພະເຈົ້າ ໄດ້ເລື່ອນມັນໄປຊົ່ວໄລຍະຫນຶ່ງ.... ຫວັງວ່າ ອາດຈະຕລອດໄປ, ແຕ່ອາດເປັນໄປໄດ້ໃນຊົ່ວໄລຍະຫນຶ່ງ. ເພາະວ່າພວກເຮົາ ໄດ້ເຈຣະຈາກັບ Iran ແລະພວກເຮົາ ມາເບິ່ງວ່າ ມັນຈະເປັນແນວໃດ. Saudi Arabia, Qatar, UAE ແລະປະເທດອື່ນໆ ໄດ້ຖາມຂ້າພະເຈົ້າວ່າ ພວກເຮົາສາມາດເລື່ອນມັນໄດ້ສອງຫລືສາມມື້, ເປັນເວລາສັ້ນໆ ໄດ້ຫຼືບໍ່, ເພາະເຂົາເຈົ້າຄິດວ່າ ເຂົາເຈົ້າໃກ້ຈະບັນລຸຂໍ້ຕົກລົງແລ້ວ. ແລະຖ້າຫາກເຮົາສາມາດເຮັດສິ່ງນັ້ນໄດ້ ຊຶ່ງບໍ່ມີອາວຸດ Nuclear ຢູ່ໃນກໍາມືຂອງ Iran, ແລະຖ້າຫາກເຂົາເຈົ້າພໍໃຈ, ຂ້າພະເຈົ້າຄິດວ່າ ເຮົາອາດຈະພໍໃຈຄືກັນ."
ແຕ່ຜູ້ບັນຊາການທະຫານ ສະຫະຣັດອາເມຣິກາ ຍັງໄດ້ສັ່ງໃຫ້ກອງທັບຕຽມພ້ອມ ສໍາລັບການໂຈມຕີຄັ້ງໃຫຍ່, ໃນກໍລະນີ ທີ່ບໍ່ບັນລຸ "ຂໍ້ຕົກລົງທີ່ຍອມຮັບໄດ້."
Iran ໄດ້ປະຕິເສດຂໍ້ສເນີ ຊ້ຳແລ້ວຊ້ຳອີກ ກ່ຽວກັບຂໍ້ຕົກລົງ ທີ່ຈະຍຸດຕິຄວາມຂັດແຍ້ງ.
ຂໍ້ຄວາມໃນສື່ສານມວນຊົນ X, ປະທານາທິບໍດີຂອງ Iran, Masoud Pezeshkian ໄດ້ໃຫ້ຄວາມຫມັ້ນໃຈ, ໂດຍລະບຸວ່າ ການເວົ້າລົມກັບ Washington ແລະຄວາມພະຍາຍາມ ທີ່ຈະບັນລຸຂໍ້ຕົກລົງນັ້ນ ບໍ່ໄດ້ຫມາຍຄວາມວ່າ Iran ຢູ່ໃນຕໍາແຫນ່ງທີ່ອ່ອນແອ.
"ການເຈຣະຈາ ບໍ່ໄດ້ຫມາຍຄວາມວ່າ ຕ້ອງຍອມຈຳນົນ. ສາທາຣະນະຣັດ ອິສລາມ Iran (The Islamic Republic of Iran) ເຂົ້າສູ່ການເຈຣະຈາ ດ້ວຍສັກສີ, ຄວາມເຂັ້ມແຂງ ແລະດ້ວຍການຮັກສາສິດທິ ຂອງປະຊາຊົນ, ແລະຈະບໍ່ຖອຍຫນີ ຈາກສິດທິທາງກົດຫມາຍ ຂອງປະຊາຊົນ ແລະປະເທດ ບໍ່ວ່າໃນສະຖານະການໃດໆກໍຕາມ. ພວກເຮົາ ຍັງຄົງຢູ່ໃນການຮັບໃຊ້ປະຊາຊົນ ແລະປົກປ້ອງຜົນປໂຍດ ແລະສັກສີ ຂອງ Iran ດ້ວຍເຫດຜົນ ແລະດ້ວຍພະລັງທັງຫມົດຂອງພວກເຮົາ, ຈົນເຖິງຢົດສຸດທ້າຍ ຂອງເລືອດຂອງພວກເຮົາ."
ປະເທດນີ້, ຊຶ່ງຜູ້ນໍາສູງສຸດ ໄດ້ຖືກສັງຫານ ໃນການໂຈມຕີເທື່ອທໍາອິດ ຂອງສະຫະຣັດອາເມຣິກາ-ອິດສະຣາເອລ ໃນວັນທີ 28 ກຸມພາ, ໄດ້ພິສູດແລ້ວວ່າ ມີຄວາມຍືດຍຸ່ນ.
ບັດນີ້ ລະບອບການປົກຄອງ ກໍາລັງຮຽກຮ້ອງໃຫ້ປົດປ່ອຍ ຊັບສິນຂອງ Iran ທີ່ຖືກອາຍັດໃນຕ່າງປະເທດ ແລະຍົກເລີກການຂວ້ຳບາດອັນຍາວນານ ທ່າມກາງເງື່ອນໄຂ ຂອງການສງົບເສິກໃດໆ.
ໃນວັນອາທິດ, ສຳນັກງານຂ່າວ Fars ຂອງ Iran ກ່າວວ່າ ສະຫະຣັດອາເມຣິກາ ໄດ້ສເນີລາຍການຫ້າຂໍ້, ຊຶ່ງຮວມເຖິງ ການຮຽກຮ້ອງໃຫ້ Iran ມີໂຮງງານນິວເຄລັຍ ພຽງບ່ອນດຽວ ແລະສົ່ງ Uranium ທີ່ມີສະມັດຖະພາບສູງ ໄປໃຫ້ສະຫະຣັດອາເມຣິກາ.
ສະຫະປະຊາຊາດກ່າວວ່າ ການຂັດແຍ້ງນັ້ນ ໄດ້ກະທົບກະເທືອນ ຕໍ່ການເຄື່ອນຍ້າຍສິນຄ້າຈໍາເປັນ ຜ່ານ Strait of Hormuz.
Farhan Haq, ຮອງໂຄສົກ ຂອງສະຫະປະຊາຊາດກ່າວວ່າ ສິ່ງນີ້ ຈະມີຜົນກະທົບ ອັນຮ້າຍແຮງຕໍ່ໂລກ.
"ຂ້າພະເຈົ້າຄິດວ່າ ບັນຫາກໍຄື... ມັນເປັນບັນຫາໃຫຍ່ສໍາລັບໂລກ. ແລະໃນທີ່ສຸດ, ການຂາດນ້ຳມັນ ແລະການຂາດປຸ໋ຍ ຈະກໍ່ໃຫ້ເກີດວິກິດຕ່າງໆ ໃນດ້ານອັດຕາເງິນເຟີ້ທີ່ສູງ, ການເຕີບໂຕທີ່ຕ່ຳລົງ, ແລະໃນທີ່ສຸດ ວິກິດອາຫານໃນອະນາຄົດ, ແລະໂດຍສະເພາະ ຈະສົ່ງຜົນກະທົບ ຕໍ່ປະເທດທີ່ບໍ່ສາມາດ ຮັບມືກັບວິກິດເຫຼົ່ານັ້ນໄດ້. ສະນັ້ນ ລາວຈຶ່ງຢາກໃຫ້ແນ່ໃຈວ່າ ເສຣີພາບພາບຂັ້ນພື້ນຖານຂອງການເດີນເຮືອ ຕາມທີ່ລະບຸໄວ້ໃນກົດຫມາຍທາງທະເລ ແລະກົດຫມາຍອື່ນໆ ທີ່ກ່ຽວຂ້ອງ, ຖືກຟື້ນຟູໃຫມ່."
ເປັນເວລາຫລາຍເດືອນ, Tehran ໄດ້ໃຊ້ການຄວບຄຸມການຄ້າທາງນ້ຳ ທີ່ສໍາຄັນໄປສູ່ອ່າວ, ຊຶ່ງເຮັດໃຫ້ລາຄານ້ຳມັນທົ່ວໂລກສູງຂຶ້ນ.
ແລະໃນເຂດພູມີພາກ ໃນອອສເຕຣເລັຍ ກໍກໍາລັງຮູ້ສຶກຕໍ່ຜົນກະທົບນັ້ນ.
ຕາມປົກກະຕິແລ້ວ ອອສເຕຣເລັຍຈະນຳເຂົ້າປຸ໋ຍໄນໂຕຣເຈນ ຫລາຍກວ່າເຄິ່ງຫນຶ່ງ ຈາກຕາເວັນອອກກາງ, ແຕ່ການຈັດຫາໄດ້ຢຸດລົງ ເນື່ອງຈາກການປິດຂອງ Strait of Hormuz.
ຄອບຄົວຂອງ Justin Everitt ໄດ້ເຮັດໄຮ່ ເປັນເວລາຫົກຊົ່ວຄົນ ໃກ້ເມືອງ Brocklesby, 300 ກິໂລແມັດ ທາງເຫນືອຂອງ Melbourne, ຕ້ອງໄດ້ປ່ຽນແຜນການປູກຝັງຂອງລາວ.
ປີນີ້ ລາວກໍາລັງປູກເຂົ້າສາລີ 50 ເປີເຊັນຫນ້ອຍກວ່າ ທີ່ລາວໄດ້ຄາດການໄວ້.
"ການເພີ່ມຂຶ້ນສອງເທົ່າ ຫລືສາມເທົ່າ ຂອງລາຄາປຸ໋ຍ, ມັນບໍ່ແມ່ນສິ່ງທີ່ພວກເຮົາ ໄດ້ວາງແຜນໄວ້ ເມື່ອພວກເຮົາວາງແຜນງົບປະມານ ໃນຕອນຕົ້ນຂອງປີ. ພວກເຮົາ ໄດ້ວາງແຜນລາຄາ Urea ໄວ້ທີ່ 800 ໂດລາຕໍ່ Tonne, ແລະຕອນນີ້ ມັນເປັນ ພັນຫົກ-ພັນເຈັດ ໂດລາຕໍ່ Tonne ແລະຖ້າຫາກທ່ານສາມາດຊື້ມັນໄດ້, ກໍຍັງບໍ່ມີການຮັບປະກັນວ່າ ພວກເຮົາຈະໄດ້ຮັບມັນ ຫຼືບໍ່. ສະນັ້ນ, ມັນຈະສົ່ງຜົນເສັຍ ຕໍ່ການເງິນຂອງທ່ານ ແລະເຮັດໃຫ້ທ່ານຄິດວ່າ ທ່ານຈະປູກຫຍັງ ແລະຈະປູກມັນແນວໃດ, ວ່າທ່ານຈະໃສ່ປຸ໋ຍແນວໃດ ໃນລະຫວ່າງປີ, ບໍ່ວ່າທ່ານຈະຈໍາກັດຈໍານວນຂອງການໃສ່ປຸ໋ຍ ຫລືທ່ານຈະໃສ່ເລື້ອຍປານໃດ."
ອອສເຕຣເລັຍ ເປັນຜູ້ສົ່ງອອກອາຫານເມັດ (Grain) ທີ່ສຳຄັນຂອງໂລກທີ່ປູກເຂົ້າສາລີ. ນັບຕັ້ງແຕ່ການເລີ່ມຕົ້ນຂອງສົງຄາມ Iran, ຊຶ່ງຈໍາກັດການສົ່ງອອກນ້ຳມັນ ແລະປຸ໋ຍຈາກປະເທດໃນອ່າວ.
ປະເທດອື່ນໆ ກໍມີແນວໂນ້ມ ທີ່ຈະເຕີບໂຕຫນ້ອຍລົງເຊັ່ນກັນ, ເຮັດໃຫ້ສະບຽງອາຫານ ຫນ້ອຍລົງຕື່ມອີກ.
ການຢຸດຍິງ ທີ່ໄດ້ຕົກລົງໃນເດືອນເມສາ ເພື່ອອຳນວຍຄວາມສະດວກ ໃນການເຈຣະຈາ ລະຫວ່າງ Iran ແລະສະຫະຣັດອາເມຣິກາ ສ່ວນຫລາຍການຢຸດຍິງນັ້ນ ຈະໄດ້ການເຄົາຣົບ ເຖິງແມ່ນວ່າຈະມີການຍິງປະທະກັນ ເປັນບາງຄັ້ງກໍຕາມ.
*ໃນລະຫວ່າງສົງຄາມ ທີ່ເລີ່ມຕົ້ນຈາກການໂຈມຕີ Iran ໂດຍສະຫະຣັດອາເມຣິກາ ແລະອິດສະຣາເອລ ໃນວັນທີ 28 ເດືອນກຸມພາ, Iran ໄດ້ຍິງ UAE ແລະປະເທດໃນອ່າວອື່ນໆ ຫຼາຍເທື່ອ ທີ່ມີຖານທັບ ຂອງສະຫະຣັດອາເມຣິກາ.
ລາຍງານໂດຍ Peggy Giakoumelos ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






