ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ອາເມຣິກາ ຈະນໍາທາງເຮືອທີ່ຄ້າງຢູ່ໃນ Strait of Hormuz.
ສະຫະຣັດອາເມຣິກາ ໄດ້ປະກາດແຜນການ ທີ່ຈະນໍາທາງເຮືອທີ່ຄ້າງຢູ່ໃນ Strait of Hormuz.
ປະທານາທິບໍດີ Donald Trump ໄດ້ເປີດເຜີຍລາຍລະອຽດເລັກນ້ອຍ ກ່ຽວກັບແຜນ ທີ່ລາວເອີ້ນວ່າ Project Freedom, ໂດຍກ່າວວ່າ ມັນເປັນການເຄື່ອນໄຫວ ດ້ານມະນຸດສະທັມ.
ມັນເກີດຂຶ້ນ ໃນຂນະທີ່ລາວ ພິຈາຣະນາຂໍ້ສເນີ 14 ຂໍ້ຂອງ Iran ໃນການຍຸດຕິສົງຄາມ.
Biwa Kwan ລາຍງານ.
ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ໃຊ້ສື່ສານມວນຊົນ ເພື່ອປະກາດແຜນການ ສໍາລັບກອງທັບສະຫະຣັດອາເມຣິກາ ທີ່ຈະເລີ່ມນໍາທາງເຮືອ ອອກຈາກ Strait of Hormuz ຢ່າງປອດພັຍ (ເຊົ້າວັນຈັນ 4 ເມສາ ຕາມເວລາ ຕາເວັນອອກກາງ).
ເອີ້ນມັນວ່າ Project Freedom, ລາວໄດ້ໃຫ້ລາຍລະອຽດພຽງເລັກນ້ອຍ ວ່າມັນຈະທຳງານແນວໃດ, ແຕ່ກ່າວວ່າມັນເປັນ "ການເຄື່ອນໄຫວ ດ້ານມະນຸດສະທັມ" ເພື່ອຊ່ອຍເຫລືອ ກໍາປັ່ນທີ່ຄ້າງຄາຢູ່ ຊຶ່ງກຳລັງຂາດສະບຽງອາຫານ.
ບໍຣິສັດຂ່າວກອງທາງທະເລ AXSMarine ກ່າວວ່າ ມີເຮືອພານິດຫລາຍກວ່າ 900 ລໍາທີ່ຕິດຢູ່ໃນອ່າວ.
The Strait of Hormuz ເປັນຈຸດຮ້ອນໃນສົງຄາມ, ໂດຍທີ່ປະມານຫນຶ່ງສ່ວນຫ້າ ຂອງການຄ້ານ້ຳມັນ ແລະແກັສທັມມະຊາດ ຂອງໂລກ ຕາມປົກກະຕິແລ້ວ ຈະຜ່ານທາງນີ້.
ຕອນນີ້ ສິ່ງນັ້ນໄດ້ຢຸດລົງ, ເຮັດໃຫ້ລາຄານ້ຳມັນເພີ່ມສູງຂຶ້ນ-ຊຶ່ງຕອນນີ້ສູງກວ່າ 50 ເປີເຊັນກ່ອນສົງຄາມ.
Scott Bessent ຣັດຖະມົນຕີການຄັງ ສະຫະຣັດອາເມຣິກາກ່າວວ່າ ການປິດກັ້ນ ຂອງສະຫະຣັດອາເມຣິກາ ນັບແຕ່ວັນທີ 13 ເດືອນເມສາ ກໍາລັງສົ່ງຜົນກະທົບຕໍ່ Iran ໂດຍການເຮັດໃຫ້ Iran ຂາດລາຍໄດ້ຈາກນ້ຳມັນ ທີ່ມັນຕ້ອງການ.
"ຂ້າພະເຈົ້າສາມາດບອກທ່ານໄດ້ວ່າ ພວກເຮົາກໍາລັງເຮັດໃຫ້ລະບອບການປົກຄອງຫັນໃຈບໍ່ອອກ, ແລະເຂົາເຈົ້າ ບໍ່ສາມາດຈ່າຍເງິນໃຫ້ທະຫານຂອງເຂົາເຈົ້າໄດ້. ນີ້ຄື ການປິດກັ້ນທາງເສດຖະກິດທີ່ແທ້ຈິງ, ແລະມັນມີຢູ່ໃນທຸກສ່ວນ ຂອງຣັດຖະບານ."
Brad Cooper ນາຍພົນທະຫານເຮືອຂອງສະຫະຣັດອາເມຣິກາກ່າວວ່າກອງບັນຊາການກາງ ຂອງສະຫະຣັດອາເມຣິກາ ໄດ້ຮັບຄໍາສັ່ງກ່ຽວກັບການປະຕິບັດງານ-ແລະຈະຮວມເຖິງ ກໍາປັ່ນທຳລາຍຂີປະນາ ວຸດ (Missile Destroyers), ຍົນທາງບົກ ແລະທາງນ້ຳ ຫລາຍກວ່າ 100 ລໍາ, ລະບົບທີ່ບໍ່ມີຜູ້ຄວບຄຸມ ແລະທະຫານ 15,000 ຄົນ.
ໃນຂນະດຽວກັນ, Iran ໄດ້ສົ່ງຂໍ້ສເນີ 14 ຂໍ້ຕໍ່ສະຫະຣັດອາເມຣິກາ ເພື່ອຮຽກຮ້ອງ ໃຫ້ຍຸດຕິການສູ້ຮົບຢ່າງຖາວອນ ແລະຖອນກອງກຳລັງ ຂອງສະຫະຣັດອາເມຣິກາ ອອກຈາກພູມິພາກທັງໝົດ.
ແຜນດັ່ງກ່າວ ທີ່ຖືກມອບຜ່ານຄົນກາງຂອງ Pakistan, ເປັນການຕອບ ຕໍ່ຂໍ້ສເນີ ຂອງສະຫະຣັດອາເມຣິກາເກົ້າຂໍ້.
ໃນຂນະທີ່ແຜນຂອງອາເມຣິກາ ຮຽກຮ້ອງໃຫ້ຢຸດຍິງ ເປັນເວລາສອງເດືອນ, Iran ກໍາລັງຊຸກຍູ້ ໃຫ້ມີເວລາ 30 ມື້ເພື່ອແກ້ໄຂບັນຫາສໍາຄັນ.
Esmail Baghaei ໂຄສົກກະຊວງການຕ່າງປະເທດ Iran ກ່າວວ່າ ແຜນ 14 ຈຸດ ແມ່ນເຈາະຈົງໃສ່ການຍຸດຕິການສູ້ຮົບໃນຫລາຍໆພື້ນທີ່, ຮວມທັງ Lebanon, ແລະຈັດຕັ້ງກົນໄກການປົກຄອງໃຫມ່ ສໍາລັບ Strait of Hormuz.
"ແຜນຂອງພວກເຮົາ ແມ່ນແນໃສ່ການສິ້ນສຸດສົງຄາມຢ່າງດຽວ. ຈຸດທີ່ກ່າວເຖິງ ລາຍລະອຽດ ກ່ຽວກັບນິວເຄລັຍ ບໍ່ໄດ້ຮວມຢູ່ໃນແຜນນີ້. ແຜນນີ້ ແມ່ນຂຶ້ນຢູ່ກັບການຮ່າງທຳອິດ ຂອງຂໍ້ຕົກລົງ ໃນການສິ້ນສຸດສົງຄາມ, ແລ້ວຈຶ່ງເຈຣະຈາ ກ່ຽວກັບວິທີທີ່ຈະນໍາໃຊ້ມັນ ໃນໄລຍະ 30 ມື້. ມັນເປັນເລື່ອງທັມມະດາ ທີ່ພາຍໃນໂຄງຮ່າງ ຂອງຂໍ້ຕົກລົງ 14 ຈຸດ, ທ່ານບໍ່ສາມາດສົນທະນາ ແລະສລຸບລາຍລະອຽດ ທີ່ກ່ຽວກັບກັບການນໍາໃຊ້ຂໍ້ຕົກລົງ. ທ່ານຕ້ອງໃຊ້ເວລາ."
ນັບຕັ້ງແຕ່ການຢຸດຍິງ ຊຶ່ງມີຜົນບັງຄັບໃຊ້ໃນວັນທີ 8 ເດືອນເມສາ, ໄດ້ມີການເຈຣະຈາສັນຕິພາບໜຶ່ງຄັ້ງ ໃນຮອບຫລາຍກວ່າສອງເດືອນ ຕັ້ງແຕ່ສົງຄາມໄດ້ເລີ້ມຕົ້ນ.
ການເຈຣະຈາໃນ Pakistan ບໍ່ມີຄວາມຄືບຫນ້າ.
Mr Trump ກ່າວວ່າ ລາວບໍ່ແນ່ໃຈວ່າ ເງື່ອນໄຂຂອງຂໍ້ສເນີໃຫມ່ຈາກ Iran ຈະເປັນທີ່ຍອມຮັບຂອງລາວຫຼືບໍ່.
ລາວກ່າວໃນສື່ສານມວນຊົນວ່າ ລາວເຊື່ອວ່າ Iran "ຍັງບໍ່ໄດ້ຈ່າຍຢ່າງພຽງພໍ" ກ່ຽວກັບການກະທຳ ໃນໄລຍະ 47 ປີທີ່ຜ່ານມາ.
ລາວຍັງຂູ່ວ່າ ຈະມີການປະຕິບັດການທາງທະຫານໃຫມ່, ແຕ່ບໍ່ໄດ້ລະບຸວ່າ ແມ່ນເປັນຫຍັງ ຈະເປັນສິ່ງກະຕຸ້ນຂອງເຫດການນັ້ນ.
ມີຜົນກະທົບຢ່າງຕໍ່ເນື່ອງ ຈາກການປິດກັ້ນ Strait of Hormuz, ໂດຍທີ່ສະຫະປະຊາຊາດ ໄດ້ເຕືອນເຖິງວິກິດຄວາມຫມັ້ນຄົງທາງອາຫານ ທີ່ເກີດຈາກຜົນກະທົບ ຕໍ່ລະບົບອາຫານ ແລະການກະສິກັມທົ່ວໂລກ.
ເລຂາທິການໃຫຍ່ ຂອງສະຫະປະຊາຊາດ António Guterres ໄດ້ຈັດຕັ້ງຫນ່ວຍງານສະເພາະ ເພື່ອອໍານວຍຄວາມສະດວກ ໃນການເດີນທາງຢ່າງປອດພັຍ ຂອງປຸ໋ຍ ແລະວັດຖຸດິບທີ່ກ່ຽວຂ້ອງ ເພື່ອຈຸດປະສົງດ້ານມະນຸດສະທັມ.
ກົນໄກດັ່ງກ່າວ ຍັງບໍ່ທັນໄດ້ດໍາເນີນການ, ເຖິງແມ່ນວ່າ Jorge Moreirada Silva ເຈົ້າຫນ້າທີ່ ຂອງສະຫະປະຊາຊາດກ່າວວ່າ ມັນຈະໃຊ້ເວລາພຽງແຕ່ເຈັດມື້ເທົ່ານັ້ນ ທີ່ຈະເລີ່ມຕົ້ນ ແລະດໍາເນີນງານ, ເມື່ອຜູ້ຕໍ່ສູ້ ອະນຸຍາດໃຫ້ອຸປະກອນຜ່ານຊ່ອງແຄບ Hormuz.
Carlotta Wolf ໂຄສົກຂອງສຳນັກງານຜູ້ລີ້ພັຍ ຂອງສະຫະປະຊາຊາດ, ຫຼື UNHCR, ກ່າວວ່າ ມັນເກີດຂຶ້ນບໍ່ໄວພໍ.
"ລາຄາອາຫານທີ່ເພີ່ມຂຶ້ນ, ຍົກຕົວຢ່າງ, ລາຄາຂອງສິນຄ້າພື້ນຖານ ກໍເພີ່ມຂຶ້ນເຊັ່ນກັນ, ອັດຕາເງິນເຟີ້ ແລະບັນຫາປຸ໋ຍ ກໍກໍາລັງເພີ່ມຂຶ້ນຄືກັນ, ຊຶ່ງຫມາຍຄວາມວ່າ ຜູ້ຄົນທີ່ຢູ່ໃນສະພາບທີ່ອ່ອນແອຢູ່ແລ້ວ, ໃນຍາມສຸກເສີນ ສາມາດຊື້ຄວາມຕ້ອງການຂັ້ນພື້ນຖານ ໄດ້ຫນ້ອຍລົງ."
ເມື່ອສົງຄາມໄດ້ຜ່ານໄປ 60 ມື້ໃນວັນສຸກ (1 ພຶດສະພາ), ມີຄໍາຖາມໃຫມ່ ກ່ຽວກັບຄວາມຖືກຕ້ອງ ຕາມກົດຫມາຍ ຂອງການປະຕິບັດການ ທາງທະຫານຂອງອາເມຣິກາ.
ເມື່ອເຖິງກຳໜົດເວລາ 60 ມື້, ກົດຫມາຍອໍານາດສົງຄາມ (the War Powers Act) ຈຳເປັນຕ້ອງໃຫ້ປະທານາທິບໍດີເຄື່ອນໄຫວ ເພື່ອຍຸດຕິສົງຄາມ-ຍົກເວັ້ນແຕ່ ລາວຈະໄດ້ຮັບອະນຸຍາດຈາກສະພາ Congress.
ມີທາງເລືອກ ສໍາລັບການຂຍາຍເວລາ 30 ມື້ທີ່ສາມາດຂໍໄດ້, ແຕ່ປະທານາທິບໍດີ ຍັງບໍ່ໄດ້ຂໍຮ້ອງໃຫ້ເຮັດແນວນັ້ນ.
Mr Trump ກ່າວວ່າ ລາວຄິດວ່າ ກົດຫມາຍອໍານາດສົງຄາມ ຂັດຕໍ່ຣັດຖະທັມມະນູນ, ໃນຂນະທີ່ເຈົ້າຫນ້າທີ່ ຣັດຖະບານຂອງ Trump ໂຕ້ຖຽງວ່າ ການຢຸດຍິງຈະຢຸດເວລາ 60 ມື້ໄດ້ຢ່າງມີປະສິດທິພາບ.
ການຕີຄວາມຫມາຍນັ້ນ ໄດ້ຖືກຕັ້ງຄຳຖາມ ໂດຍຜູ້ຊ່ຽວຊານດ້ານກົດຫມາຍບາງຄົນ ທີ່ກ່າວວ່າ ການຢຸດຍິງ ບໍ່ແມ່ນການຍຸດຕິຄວາມຂັດແຍ່ງຢ່າງຖາວອນ ແລະຈຳເປັນຕ້ອງມີສິ່ງທີ່ສໍາຄັນກວ່ານີ້ ພາຍໃຕ້ກົດຫມາຍ.
Joshua Landis ນັກວິຊາການດ້ານຕາເວັນອອກກາງ ທີ່ the University of Oklahoma ກ່າວວ່າ ໃນເວລານີ້ ມັນບໍ່ຊັດເຈນວ່າ ການຂັດແຍ້ງນີ້ ຈະສິ້ນສຸດລົງແນວໃດ.
"Iran ຈະມີຊ່ວງເວລາທີ່ຍາກລຳບາກ. ຣັດຖະມົນຕີຂອງ Iran ໄດ້ກ່າວວ່າ ເຂົາເຈົ້າໄດ້ສູນເສັຍວຽກງານຫນຶ່ງລ້ານຕຳແໜ່ງ ເພາະອຸດສະຫະກັມຫລາຍພັນແຫ່ງ ໄດ້ຮັບຜົນກະທົບ. ສະນັ້ນIran ຈຶ່ງມີຄວາມກົດດັນທາງເສດຖະກິດຫລາຍທີ່ສຸດ. ດ້ວຍການຂວ້ຳບາດ (Embargo) ນີ້, ເຂົາເຈົ້າບໍ່ສາມາດສົ່ງນ້ຳມັນອອກໄດ້. ສະນັ້ນIran ຈຶ່ງມີຄວາມກົດດັນຫລາຍ, ແຕ່ຊຸມຊົນນາໆຊາດກໍຄືກັນ, ໂລກກໍຄືກັນ. ຊຸມຊົນນາໆຊາດ ກໍາລັງບອກ Trump ໃຫ້ແກ້ໄຂເລື່ອງນີ້ ແລະຢຸດສົງຄາມນີ້, ແຕ່ເບິ່ງຄືວ່າ ລາວຕັ້ງໃຈວ່າ ລາວສາມາດລໍຖ້າ Iran ແລະວ່າລາວຈະເປັນຜູ້ຊນະ."
ລາຍງານໂດຍ Biwa Kwan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





