ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການຊຸມນຸມປະທ້ວງ ICE ໃນ ອາເມຣິກາ.
ຜູ້ນໍາຊາວພື້ນເມືອງ ແລະສະມາຊິກໃນຊຸມຊົນໃນເມືອງ Minneapolis ໄດ້ຈັດພິທີລະນຶກ ເພື່ອເປັນກຽດແກ່ສອງຄົນ ທີ່ຖືກຍິງຕາຍ ໂດຍເຈົ້າຫນ້າທີ່ ການຍ້າຍຖິ່ນຖານ ເດືອນແລ້ວນີ້.
ໃນຂນະທີ່ ການປະທ້ວງຕໍ່ຕ້ານການບັງຄັບ ເລື່ອງການຍ້າຍຖິ່ນຖານ ຍັງດໍາເນີນຕໍ່ໄປ, ທັງຝ່າຍພັກ Republican ແລະຝ່າຍພັກ Democrat ກໍຍັງຂັດແຍ້ງກັນ ຢູ່ໃນການປະຕິຮູບ ເລື່ອງຍ້າຍຖິ່ນຖານ ແລະການຄວບຄຸມ ສຸນລະກາກອນ (Immigration and Customs Enforcement).
ດັ່ງທີ່ Angelica Waite ລາຍງານ, ການໂຕ້ຖຽງກັນໃນສະພາສູງ ຍັງດໍາເນີນຕໍ່ໄປ ໃນຂນະທີ່ກໍານົດເວລາ ທີ່ຈະບັນລຸຂໍ້ຕົກລົງ ເລື່ອງເງິນທຶນ ສໍາລັບ Department of Homeland Security ກຳລັງຈະມາເຖິງ.
ນີ້ຄື ສຽງຂອງພິທີ ທີ່ຜູ້ນໍາຊາວພື້ນເມືອງ ໄດ້ຈັດຂຶ້ນ ໃນເມືອງMinneapolis, ເພື່ອເປັນກຽດແກ່ ຜູ້ທີ່ຖືກຂ້າ ໃນລະຫວ່າງການປະຕິບັດການຍ້າຍຖິ່ນຖານ ຂອງຣັດຖະບານກາງໃນຣັດ Minnesota.
ການຕາຍຂອງ Renee Good, ແລະຊາວເມືອງ Minneapolis ອີກຄົນຫນຶ່ງ, ພຽງແຕ່ສອງສາມອາທິດຕໍ່ມາ, ໄດ້ກໍ່ໃຫ້ເກີດຄວາມຄຽດແຄ້ນໄປທົ່ວປະເທດ ກ່ຽວກັບການປາບປາມ ການຍ້າຍຖິ່ນຖານ ທີ່ແຜ່ຂຍາຍໄປທົ່ວ.
ການຊຸມນຸມຊື່ 'Wokiksuye: InRemembrance and Witness', ເປັນເວລາຫນຶ່ງເດືອນ ນັບຕັ້ງແຕ່ Renee Good ຊາວເມືອງ Minneapolis ໄດ້ຖືກຂ້າຕາຍ ໃນຂນະທີ່ນາງຂັບຣົດ ຫນີຈາກເຈົ້າຫນ້າທີ່ ການຍ້າຍຖິ່ນຖານໃນເມືອງ Minneapolis.
Annie Good, ນ້ອງສາວຂອງ Renee Good, ກ່າວໃນພິທີລະນຶກ, ເຖິງຄວາມເຂັ້ມແຂງ ແລະຄວາມອົບອຸ່ນ ຂອງເອື້ອຍຂອງນາງ.
"Renee ຍັງອ່ອນໂຍນ ແລະເປີດເຜີຍສເມີ ແລະເປັນທັງຜູ້ດູແລ ແລະປົກປ້ອງ. ຂ້ອຍຢາກສະແດງຄວາມຮັບຮູ້, ຍອມຮັບວ່າ ຄວາມຮຸນແຮງແບບນີ້ ບໍ່ແມ່ນເລື່ອງໃຫມ່ ແລະບໍ່ຍຸດຕິທັມ ທີ່ຮູບຮ່າງໜ້າຕາຂອງບາງຄົນ ໄດ້ຮັບຄວາມສົນໃຈຫລາຍ ຫລືຫນ້ອຍ. ແລະຂ້ອຍເສັຍໃຈຫລາຍ ວ່ານີ້ເປັນຄວາມຈິງ."
ຈົດຫມາຍສະບັບຫນຶ່ງ ຈາກ Becca Good ຜູ້ເປັນພັນລະຍາຂອງ Renee,ໄດ້ຖືກອ່ານໃຫ້ຝູງຊົນຟັງ, ຊຸກຍູ້ຜູ້ຄົນ ບໍ່ໃຫ້ພຽງແຕ່ຈື່ ຊື່ຂອງ Renee ເທົ່ານັ້ນ, ແຕ່ໃຫ້ຈື່ຊື່ ຄົນອື່ນໆທີ່ບໍ່ຮູ້ຈັກນໍາອີກ.
"ພວກທ່ານຮູ້ຊື່ພັນລະຍາຂອງຂ້າພະເຈົ້າ, ແລະທ່ານຮູ້ຊື່ ຂອງ Alex (Pretti). ແຕ່ຍັງມີຫລາຍຄົນຢູ່ໃນເມືອງນີ້ ທີ່ຖືກທຳຮ້າຍທີ່ທ່ານບໍ່ຮູ້. ຄອບຄົວຂອງເຂົາເຈົ້າ ກໍເຈັບປວດຄືກັນກັບຂ້າພະເຈົ້າ. ເຖິງແມ່ນວ່າ ເຂົາເຈົ້າບໍ່ຄືກັນກັບຂ້າພະເຈົ້າ, ແຕ່ເຂົາເຈົ້າ ກໍເປັນເພື່ອນບ້ານ, ຫມູ່ເພື່ອນ, ເພື່ອນຮ່ວມງານ, ເພື່ອນຮ່ວມຫ້ອງຮຽນ. ແລະເຮົາຕ້ອງຮູ້ຊື່ຂອງເຂົາເຈົ້ານໍາອີກ ເພາະສິ່ງນີ້ບໍ່ຄວນເກີດຂຶ້ນກັບໃຜ."
ຜູ້ນໍາຊາວພື້ນເມືອງ ຍັງໄດ້ສະແດງຄວາມສາມັກຄີ ກັບຊາວເມືອງ Minneapolis ຫລາຍພັນຄົນ ທີ່ຖືກຈັບກຸມ ນັບຕັ້ງແຕ່ການເລີ່ມຕົ້ນ ຂອງ Operation Metro Surge ຜ່ານພິທີ ແລະການເຕັ້ນລໍາ.
Sam Torres ຜູ້ຕາງຫນ້າຂອງເຜົ່າ Nahua, ກ່າວຢູ່ທີ່ພິທີ.
“ພວກເຮົາໄດ້ມາທີ່ນີ້ ເພື່ອເຕັ້ນລໍາກັບຍາດພີ່ນ້ອງຂອງພວກເຮົາ, ກັບຜູ້ນໍາທາງວິນຍານຄົນອື່ນໆ, ຜູ້ນໍາຊາວພື້ນເມືອງຄົນອື່ນໆ ທີ່ພະຍາຍາມສ້າງໂອກາດ, ວົງກົມການສູດມົນ, ສູດມົນໃຫ້ພວກເຂົາ, ສໍາລັບຍາດພີ່ນ້ອງຂອງພວກເຮົາ ຜູ້ທີ່ຖືກກັກຂັງ ໃນທາງທີ່ໂຫດຮ້າຍ, ຮຸນແຮງ ແລະປາດສະຈາກຂະບວນການຍຸດຕິທັມ. ສະນັ້ນ, ພວກເຮົາຈຶ່ງມານີ້ ເພື່ອສູດມົນ ເພື່ອຄວາມເຂັ້ມແຂງ ແລະອະທິຖານເພື່ອການປິ່ນປົວ."
Tom Homan, ຫົວຫນ້າປ້ອງກັນຊາຍແດນ ຂອງຣັດຖະບານ Trump, ໄດ້ປະກາດອາທິດແລ້ວນີ້ ວ່າຈະຖອນເຈົ້າຫນ້າທີ່ ການຍ້າຍຖິ່ນຖານ 700 ຄົນ ຈາກຣັດ Minnesota-ປະມານຫນຶ່ງສ່ວນສີ່ ຂອງເຈົ້າຫນ້າທີ່ ທີ່ຖືກສົ່ງໄປຫາຣັດນີ້, ແຕ່ບໍ່ໄດ້ຢືນຢັນວ່າ ຣັດຖະບານຈະຍຸດຕິ ການປາບປາມເມື່ອໃດ.
ໃນຂນະດຽວກັນ, ການໂຕ້ຖຽງ ກ່ຽວກັບເງິນທຶນຂອງ Department of Homeland Security (DHS) ກໍາລັງຮຸນແຮງຂຶ້ນ ຢູ່ໃນສະພາສູງ
ພັກ Democrat ປະຕິເສດ ທີ່ຈະສນັບສນູນເງິນທຶນສໍາລັບ DHS ຍົກເວັ້ນແຕ່ ຝ່າຍພັກ Republican ຈະຕົກລົງ ໃນການປະຕິຮູບຫລາຍຢ່າງ ໃນການຄວບຄຸມການຍ້າຍຖິ່ນຖານ, ຮວມທັງຍຸດຕິການຈັບກຸມ ແລະການສອບຖາມ ເລື່ອງເຊື້ອຊາດ, ແລະຂໍ້ກຳໜົດ ໃຫ້ເຈົ້າຫນ້າທີ່ສະແດງບັດປະຈຳໂຕ, ຖອດຫນ້າກາກ ແລະຕິດກ້ອງຖ່າຍຮູບ.
Chris Coons ສະມາຊິກສະພາສູງ ຈາກ Delaware ໄດ້ກ່າວໃນອາທິດແລ້ວນີ້ວ່າ ການຮຽກຮ້ອງນັ້ນ ບໍ່ໄດ້ເປັນເລື່ອງຜິດປົກກະຕິ ຫລືຫຼາຍເກີນໄປ.
"ໃນລະບອບປະຊາທິປະໄຕ, ຊຸມຊົນໄວ້ວາງໃຈຕໍາຫລວດ ເມື່ອເຂົາເຈົ້າປະຕິບັດຕາມກົດງ່າຍໆເຫລົ່ານີ້. ເພື່ອຟື້ນຟູຄວາມໄວ້ວາງໃຈ ກັບຣັດຖະບານ ແລະເພື່ອສົ່ງເສີມຄວາມປອດພັຍ ຂອງສັງຄົມ, ຂໍ້ຮຽກຮ້ອງ ຂອງພັກ Democrat ໃນທີ່ນີ້ ກໍເປັນເລື່ອງທັມມະດາ. ແລະພວກເຮົາ ຄວນຕົກລົງກັນດ້ວຍຄວາມກົງໄປກົງມາ."
John Thune ຜູ້ນໍາສຽງສ່ວນໃຫຍ່ ຂອງສະພາສູງ ໄດ້ເອີ້ນຂໍ້ຮຽກຮ້ອງຂອງພັກ Democrat ວ່າ "ບໍ່ສົມມາສົມຄວນ" ໃນຂນະທີ່ John Husted ສະມາຊິກສະພາສູງຈາກ Ohio ເປັນຜູ້ຫນຶ່ງ ໃນບັນດາ Republican ທີ່ຮຽກຮ້ອງ ໃຫ້ຍຸດຕິ 'ເມືອງລີ້ພັຍ (Sanctuary cities)', ບ່ອນທີ່ບາງເຂດ ຈໍາກັດການຮ່ວມມືກັບເຈົ້າຫນ້າທີ່ ການຍ້າຍຖິ່ນຖານ ຂອງຣັດຖະບານກາງ.
"ການປະຕິຮູບທີ່ສໍາຄັນ ທີ່ເຮົາຕ້ອງການ ບໍ່ແມ່ນເມືອງລີ້ພັຍອີກຕໍ່ໄປ ແລະໃຫ້ຜູ້ນໍາທ້ອງຖິ່ນ ຮ່ວມມືກັບເຈົ້າຫນ້າທີ່ ຂອງຣັດຖະບານ. ຖ້າຫາກຜູ້ນໍາໃນທ້ອງຖິ່ນ ຈັບຄົນໃດຄົນຫນຶ່ງເພາະ DUI ຫລືຄ້າຢາເສບຕິດ, ເຂົາເຈົ້າຕ້ອງມອບໃຫ້ ICE ແທນທີ່ຈະປ່ອຍເຂົາເຈົ້າໄປ, ຊຶ່ງເປັນການກະທໍາ ໃນສະຖານທີ່ເຊັ່ນ Minnesota ແລະ Minneapolis. ແລະຖ້າຫາກເຂົາເຈົ້າເຮັດແນວນັ້ນ, ICE ກໍບໍ່ຈໍາເປັນຕ້ອງໄປຈູ່ໂຈມ. ICE ບໍ່ຈໍາເປັນ ຕ້ອງມີການປະຕິບັດດ້ານບໍຣິຫານຫລາຍປານນັ້ນ ເພາະຈະມີການຮ່ວມມືນີ້. ນັ້ນຄືວິທີ ທີ່ມັນເກີດຂຶ້ນ ໃນຫຼາຍເຂດທົ່ວປະເທດ."
ໃນທ້າຍເດືອນມັງກອນ, ທັງສອງຝ່າຍ ໄດ້ຕົກລົງທີ່ຈະໃຫ້ທຶນເງິນແກ່ Department of Homeland Security (DHS) ເປັນການຊົ່ວຄາວ ເປັນເວລາສອງອາທິດ ໃນຂນະທີ່ພວກເຂົາເຈົ້າ ໂຕ້ຖຽງກັນ ກ່ຽວກັບຂໍ້ຮຽກຮ້ອງ ຂອງພັກ Democrat ທີ່ຈະຄວບຄຸມ ICE-ແຕ່ຂໍ້ຕົກລົງ ເລື່ອງການເງິນນີ້ ຈະດໍາເນີນໄປຈົນເຖິງວັນທີ 13 ເດືອນກຸມພາເທົ່ານັ້ນ.
ຖ້າຫາກບໍ່ສາມາດຕົກລົງກັນໄດ້ ຫລືມີຂໍ້ຕົກລົງຊົ່ວຄາວໃນວັນສຸກ, ເງິນທຶນສໍາລັບ DHS ຈະຫມົດໄປ, ຊຶ່ງເຮັດໃຫ້ຣັດຖະບານຈະຕ້ອງປິດບາງສ່ວນ.
ລາຍງານໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








