ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ສັບປະດາ NAIDOC
ສັບປະດາ NAIDOC ປີນີ້ ເປັນວັນຄົບຮອບ 50 ປີຂອງການໃຫ້ກຽດ ແກ່ສຽງ ແລະວັດທະນະທັມ ຂອງ First Nations.
ມັນເປັນການເລີ່ມຕົ້ນ ຂອງການເຄື່ອນໄຫວ ເພື່ອຄວາມຍຸດຕິທັມ, ຄວາມສເມີພາບ, ເສຣີພາບ ແລະສິດທິພື້ນຖານຂອງມະນຸດ ແລະໄດ້ເຕີບໂຕຂຶ້ນ ເປັນການສເລີມສລອງ ລະດັບຊາດທີ່ຊົງພະລັງ, ແລະເປັນເວທີ ສໍາລັບບັນຫາ ທີ່ຍັງສົ່ງກະທົບ ຕໍ່ຊາວພື້ນເມືອງ ໃນປັດຈຸບັນ.
Edwina Guinan ລາຍງານ.
Jeremy Morgan Worrall ສິນລະປິນຊາວ Ngarbal Gamilaraay ໄດ້ຝັນເປັນເວລາດົນນານ ທີ່ຈະອອກແບບ Poster ຂອງ NAIDOC Week.
ໃນທີ່ສຸດ ຮູບແຕ້ມຂອງລາວ ໄດ້ຖືກເລືອກໃຫ້ເປັນຮູບແຕ້ມທາງການຂອງເທດສະການ ປີນີ້.
"ຂ້າພະເຈົ້າ ໄດ້ເຂົ້າຮ່ວມແຂ່ງຂັນທຸກໆປີ ໃນຫົກປີທີ່ຜ່ານມາ ແລະປີນີ້ ຂ້າພະເຈົ້າໄດ້ຖືກເລືອກ. ແລະມັນກໍຮູ້ສຶກວ່າ ເປັນກຽດຢ່າງຍິ່ງ. ແລະຂ້າພະເຈົ້າ ພຽງແຕ່ຮູ້ສຶກພູມໃຈໃນຕົວເອງແທ້ໆ, ແຕ່ກໍພູມໃຈກັ ບຄອບຄົວຂອງຂ້າພະເຈົ້າ ທີ່ໄດ້ສນັບສນູນຂ້າພະເຈົ້າ. ຂ້າພະເຈົ້າດີໃຈຫຼາຍແທ້ໆ"
ຜົນງານນີ້ຊື່ວ່າ 'Ancestral Lines' ຊຶ່ງສະແດງໃຫ້ເຫັນຫ້າຮູບຮ່າງ, ແຕ່ລະຮູບຮ່າງ ເປັນຕົວແທນ ຂອງກຸ່ມຂອງສະມາຊິກໃນຄອບຄົວ ຫລືບັນພະບຸຣຸດ.
ເຖິງແມ່ນວ່າ ສີສັນນັ້ນເປັນແບບສມັຍໃຫມ່, ແຕ່ການອອກແບບທີ່ສວຍງາມນັ້ນ ໄດ້ຮັບການດົນໃຈ ຈາກປະເພນີຂອງບ້ານເກີດຂອງລາວ ຢູ່ພາກເຫນືອ ຂອງ New South Wales.
"ສ່ວນຫລາຍແລ້ວ ເຂົາເຈົ້າຈະເນັ້ນໃສ່ເສັ້ນ ທີ່ສາມາດພົບເຫັນໄດ້ ໃນຮອຍແຜເທິງຕົ້ນໄມ້ ແລະການເຮັດໂລ່ ແລະການຈູດຮູບແຕ້ມ ແລະສິ່ງອື່ນໆແບບນັ້ນ. ຂ້າງລຸ່ມຂອງຕົວລະຄອນເຫລົ່ານັ້ນ ມີເສັ້ນທີ່ຫມາຍເຖິງເວລາ ແລະຄວາມຮູ້ ແລະປະສົບການ ທີ່ເຂົາເຈົ້າໄດ້ຮຽນຮູ້ ທີ່ຈະສົ່ງຕໍ່ໄປ ໃຫ້ຄົນລຸ້ນໃຫມ່; ແລະນັ້ນ ມີອິດທິພົນຕໍ່ຄົນລຸ້ນນັ້ນ."
Poster ນັ້ນເປັນພາບສະທ້ອນທີ່ງົດງາມ ຂອງຫົວຂໍ້ຂອງສັບປະດາ NAIDOC ໃນປີນີ້: 'The Next Generation: Strength, Vision & Legacy'.
ສໍາລັບ Jeremy, ຄົນລຸ້ນໃຫມ່ ເປັນເຄື່ອງພິສູດ ເຖິງຄົນລຸ້ນກ່ອນ.
"ສິ່ງທີ່ຂ້າພະເຈົ້າ ຢາກສະແດງໃຫ້ເຫັນແມ່ນວ່າ ທ່ານບໍ່ສາມາດກ້າວໄປຫນ້າໄດ້ ຫາກປາດສະຈາກ ການຮັບຮູ້ອະດີດ ແລະຮັບຮູ້ເຖິງຄົນອື່ນ ທີ່ໄດ້ມາກ່ອນທ່ານ ທີ່ເຮັດໃຫ້ທ່ານຢູ່ໃນຈຸດທີ່ທ່ານຢູ່ໃນເວລານີ້, ແລະສະນັ້ນ ຂ້າພະເຈົ້າຈຶ່ງຕ້ອງການ ວິທີທີ່ຈະສະແດງໃຫ້ເຫັນສິ່ງນັ້ນ, ແລະວິທີ ທີ່ຈະໃຫ້ກຽດ ແກ່ບັນພະບຸຣຸດຂອງຂ້າພະເຈົ້າ, ແລະສະແດງໃຫ້ເຫັນ ຄວາມຜູກພັນນັ້ນ ແລະສິ່ງທີ່ຂ້າພະເຈົ້າ ໄດ້ຮຽນຮູ້ຈາກພວກເຂົາ."
ສາດສະດາຈານ Lynette Riley ເປັນຫົວຫນ້າຂອງ Aboriginal Education and Indigenous Studies ທີ່ມະຫາວິທະຍາໄລ Sydney; ແລະເປັນປະທານຮ່ວມ ຂອງ NAIDOC.
ນາງເວົ້າວ່າ-ໃນເວລາທີ່ຊາວຫນຸ່ມພື້ນເມືອງ ມີຕົວແທນໃນຄຸກ ແລະສູນກັກຂັງ ຢ່າງບໍ່ເປັນສັດສ່ວນ-ຄນະກັມມະການ ຢາກເນັ້ນຫນັກເຖິງຄວາມສາມາດ ທີ່ເຫລືອເຊື່ອຂອງຊາວຫນຸ່ມພື້ນເມືອງ ແລະຊາວ Torres Strait Islander.
"ສິ່ງທີ່ພວກເຮົາເປັນທຸກໃຈແທ້ໆ ແມ່ນການທີ່ຊາວຫນຸ່ມຂອງພວກເຮົາ ຖືກຫລຸດທອນ ແລະດູໝິ່ນຢ່າງຕໍ່ເນື່ອງໃນສື່. ພວກເຮົາຄິດວ່າ ມັນສໍາຄັນ ທີ່ພວກເຮົາຈະເລີ່ມຕົ້ນ ເບິ່ງສິ່ງທີ່ຄົນຫນຸ່ມຂອງພວກເຮົາ ນໍາຫຍັງມາສູ່ສັງຄົມຂອງພວກເຮົາ-ນັ້ນຄືຄວາມເຂັ້ມແຂງ, ຄວາມຍືດຍຸ່ນ ທີ່ເຂົາເຈົ້າມີ. ເຂົາເຈົ້າ ເປັນຜູ້ນໍາໃນອະນາຄົດຂອງເຮົາ, ເຂົາເຈົ້າ ເປັນມໍລະດົກຂອງເຮົາ, ແລະພວກເຮົາ ຢາກໃຫ້ທ່ານເຂົ້າໃຈສິ່ງນັ້ນ."
ສັບປະດາ NAIDOC ໄດ້ເລີ່ມຕົ້ນ ຈາກການເຄື່ອນໄຫວປະທ້ວງ, ເພື່ອດຶງດູດຄວາມສົນໃຈ ກັບກົດຫມາຍທີ່ກົດຂີ່ ແລະຄວາມບໍ່ຍຸດຕິທັມຫລາຍຢ່າງ ທີ່ບັງຄັບໃຊ້ກັບຊາວ First Nations.
ໃນປີ 1938, ໃນຂນະທີ່ສເຫລີມສລອງຄົບຮອບ 150 ປີ ນັບຕັ້ງແຕ່ການມາຮອດຂອງ the First Fleet, ນັກເຄື່ອນໄຫວຊາວ Aboriginal ໄດ້ຈັດງານ 'ວັນແຫ່ງຄວາມໂສກເສົ້າ (Day of Mourning)', ໂດຍນໍາການເດີນປະທ້ວງ ຫລາຍກວ່າ 1,000ຄົນ ໃນເມືອງ Sydney.
ການຊຸມນຸມນັ້ນ ໄດ້ກາຍເປັນງານປະຈໍາປີ, ແລະໃນປີ 1950, ໄດ້ຍ້າຍໄປເປັນເດືອນກໍລະກົດ-ບໍ່ພຽງແຕ່ເປັນການປະທ້ວງເທົ່ານັ້ນ, ແຕ່ເປັນການສເລີມສລອງ ວັດທະນະທັມຂອງຊາວ Aboriginal ນຳອີກ.
ຄນະກັມມະການຂອງ The National Aboriginal Day Observance ໄດ້ຖືກຈັດຕັ້ງຂຶ້ນ ບໍ່ດົນຫລັງຈາກນັ້ນ.
ໃນປີ 1975 ຈາກມື້ ກໍໄດ້ກາຍເປັນອາທິດ, ໄດ້ຂຍາຍອອກຕື່ມໃນປີ 1991ເພື່ອຮັບຮູ້ ປວັດສາດທາງວັດທະນະທັມ ທີ່ແຕກຕ່າງຂອງຊາວ Aboriginal ແລະ Torres Strait Islander.
ສາດສະດາຈານ Riley ກ່າວວ່າ ຊາວພື້ນເມືອງ ຍັງຄົງຕໍ່ສູ້ເພື່ອຄວາມຍຸດຕິທັມ.
"ພວກເຮົາ ຍັງບໍ່ມີຄວາມສເມີພາບ ແລະຄວາມເຂົ້າໃຈ ໃນປະເທດນີ້ ສໍາລັບຊາວພື້ນເມືອງ. ເຮົາຍັງຕ້ອງຕໍ່ສູ້ຕລອດເວລາ ເພື່ອສິດທິມະນຸດ ແລະຄວາມສເມີພາບ, ວ່າເຮົາຍັງມີລະດັບຄວາມຍາກຈົນສູງສຸດ; ລະດັບການສຶກສາຕໍ່າທີ່ສຸດ; ມາດຕະຖານ ທາງສຸຂະພາບທີ່ຕ່ຳທີ່ສຸດ."
ມື້ນີ້, ການເດີນຂະບວນຂອງ NAIDOC ຈະຖືກຈັດຂຶ້ນໃນຫລາຍເມືອງໃຫຍ່, ຊຶ່ງເປັນຈຸດສຸດທ້າຍ ຂອງການສະແດງດົນຕີ, ນິທັດສະການ, ການແຂ່ງຂັນກິລາ ແລະອື່ນໆທົ່ວປະເທດ.
ສາດສະດາຈານ Riley ກ່າວວ່າ ຊາວອອສເຕຣເລັຍທຸກຄົນ ໄດ້ຮັບເຊີນ.
"ສະນັ້ນ ມັນຈຶ່ງເປັນການພົບປະສັງສັນສ່ວນຕົວ ກັບຊາວ Aboriginal ແລະ Torres Strait Islander ໃນລະດັບທ້ອງຖິ່ນ, ລະດັບພູມີພາກ ແລະຣັດ ທີ່ສໍາຄັນຫລາຍ. ທ່ານຈະບໍ່ຮູ້ຈັກກ່ຽວກັບພວກເຂົາ, ຖ້າຫາກທ່ານບໍ່ຮູ້ຈັກຊາວພື້ນເມືອງ ເປັນການສ່ວນຕົວ."
ປະເດັນສໍາຄັນອື່ນໆ ຂອງສັບປະດາ NAIDOC ແມ່ນແຫລ່ງຂໍ້ມູນດ້ານການສຶກສາ ສໍາລັບໂຮງຮຽນ, ແລະພິທີມອບລາງວັນ ທາງໂທຣະພາບລະດັບຊາດ ທີ່ສເລີມສະຫລອງບຸກຄົນຂອງ First Nations ທີ່ໄດ້ສະແດງຄວາມດີເລີດ ໃນສາຂາທີ່ເຂົາເຈົ້າເລືອກ.
Michael Long ນັກເຄື່ອນໄຫວຜູ້້ບຸກເບີກ ແລະນັກກິລາ AFL ໄດ້ຖືກເລືອກ ໃຫ້ເປັນຜູ້ຊນະລາງວັນ Lifetime Achievement ຂອງ NAIDOC ໃນປີນີ້.
ສໍາລັບ Jeremy Morgan Worrall ນັກແຕ້ມ poster, ສັບປະດາ NAIDOC ປີນີ້ ເປັນເວລາສໍາລັບການຄິດໄຕ່ຕອງ ແລະຄວາມຫວັງ.
"ສ່ວນຫນຶ່ງຂອງການຮັບຮູ້ ວ່າສິ່ງບໍ່ດີ ຄືການຍອມຮັບວ່າ ທ່ານຕ້ອງເບິ່ງໃນທາງບວກກັບມັນ, ບໍ່ວ່າຈະເປັນແນວໃດກໍຕາມ ເພາະວ່າການເຮັດຢ່າງອື່ນ ກໍຄືການຍອມແພ້. ແລະເຮົາບໍ່ສາມາດເຮັດສິ່ງນັ້ນໄດ້ ສໍາລັບຄອບຄົວຂອງເຮົາ, ເຮົາຕ້ອງເຂັ້ມແຂງ ເພື່ອຄອບຄົວ ແລະຜູ້ຄົນຂອງເຮົາ. ແລະຂ້າພະເຈົ້າ ເຫັນພວກເຮົາເຮັດໄດ້ດີ ໃນຊີວິດທຸກໆມື້; ແລະມັນເປັນສິ່ງທີ່ຫນ້າຍິນດີຫລາຍ ທີ່ເຫັນວ່າ ພວກເຮົາໄດ້ຍົກຕົວເອງຂຶ້ນຫລາຍປານໃດ."
ເນື້ອເລື່ອງໂດຍ Edwina Guinan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao