ມາດຕະການຮັບມືກັບວິກິດນ້ຳມັນ.

ANTHONY ALBANESE NATIONAL CABINET PRESSER

ນາຍົກຣັດຖະມົນຕີ Anthony Albanese, ຣັດຖະມົນຕີກະຊວງການຄັງ Jim Chalmers ແລະ ຣັດຖະມົນຕີ ກະຊວງພະລັງງານ Chris Bowen ໃນການຖແລງຂາວໃນວັນຈັນ ວັນທີ 30 ມີນາ, 2026. ທີ່ຣັດຖະສະພາ. (AAP Image/Lukas Coch) Source: AAP / LUKAS COCH/AAPIMAGE

ຫລັງຈາກຫລາຍອາທິດ ຂອງຄວາມກົດດັນ ຈາກລາຄານ້ຳມັນທີ່ສູງຂຶ້ນ, ຣັດຖະບານ ໄດ້ຕັດພາສີນ້ຳມັນລົງເຄິ່ງຫນຶ່ງ. ມັນເປັນມາດຕະການສາມເດືອນ ທີ່ໃຊ້ງົບປະມານ ຫລາຍພັນລ້ານໂດລາ, ໃນຂນະທີ່ນາຍົກຣັດຖະມົນຕີ ວາງແຜນສີ່ຂັ້ນຕອນ ເພື່ອຕອບ ສນອງຕໍ່ຄວາມຂັດແຍ້ງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ມາດຕະການຮັບມືກັບວິກິດນ້ຳມັນ.

ຫລັງຈາກຫລາຍອາທິດ ຂອງຄວາມກົດດັນ ຈາກລາຄານ້ຳມັນທີ່ສູງຂຶ້ນ, ຣັດຖະບານ ໄດ້ຕັດພາສີນ້ຳມັນລົງເຄິ່ງຫນຶ່ງ.

ມັນເປັນມາດຕະການສາມເດືອນ ທີ່ໃຊ້ງົບປະມານ ຫລາຍພັນລ້ານໂດລາ, ໃນຂນະທີ່ນາຍົກຣັດຖະມົນຕີ ວາງແຜນສີ່ຂັ້ນຕອນ ເພື່ອຕອບ ສນອງຕໍ່ຄວາມຂັດແຍ້ງ.

Anna Henderson ແລະ Sydney Lang ລາຍງານ.

"ມັນເປັນເລື່ອງທີ່ບໍ່ໜ້າພໍໃຈຫນ້ອຍຫນຶ່ງ ເມື່ອເວົ້າເຖິງລາຄາ. ມັນເຮັດໃຫ້ມັນຍາກ ທີ່ຈະດໍາລົງຊີວິດ, ຍາກທີ່ຈະໄປເຮັດວຽກ. ມັນຍາກຫລາຍໃນທຸກວັນນີ້. ລາຄາສິນຄ້າທຸກຢ່າງ ກໍກໍາລັງສູງຂຶ້ນ, ບັດນີ້ກໍແມ່ນນ້ຳມັນນຳອີກ, ມັນແມ່ນຝັນຮ້າຍ."

ໃນຂນະທີ່ປ້ຳນ້ຳມັນ ທົ່ວອອສເຕຣເລັຍຍັງແຫ້ງຢູ່, ຜູ້ຂັບຣົດ ຄືກັບຊາຍຄົນນີ້ ກໍຮູ້ສຶກຫງຸດຫງິດໃຈ-ແລະຄໍາແນະນໍາ ຈາກຝ່າຍຄ້ານ ກໍຫຼັ່ງໄຫຼຢ່າງອິດສຣະ.

James McGrath, ສະມາຊິກສະພາສູງຂອງ Queensland ກ່າວໃນກອງປະຊຸມແຫ່ງຊາດ ກ່ຽວກັບວິກິດນ້ຳມັນ.

"ນາຍົກຣັດຖະມົນຕີ ເບິ່ງຄືວ່າບໍ່ມີແຜນການຫຍັງ. ລາວກໍາລັງຍ່າງໄປທົ່ວປະເທດ. ພວກເຮົາ ຕ້ອງເອົານ້ຳມັນໄປຫາປ້ຳ ແລະພວກເຮົາ ຕ້ອງຫລຸດພາສີນ້ຳມັນ. ນາຍົກ, ນີ້ຄືໜ້າທີ່ຂອງທ່ານ. ຈົ່ງສະແດງຄວາມເປັນຜູ້ນໍາແດ່."

ນາຍົກຣັດຖະມົນຕີ ໄດ້ຮັບຄວາມກົດດັນ ຈາກຝ່າຍຄ້ານ ແລະກຸ່ມທຸຣະກິດ ໃຫ້ເຮັດບາງຢ່າງ ກ່ຽວກັບພາສີນ້ຳມັນ.

ຫລັງຈາກກອງປະຊຸມ ຄນະຣັດຖະມົນຕີແຫ່ງຊາດ, Anthony Albanese ໄດ້ຢືນຢັນວ່າ ຣັດຖະບານ ຈະຫລຸດພາສີນ້ຳມັນ ແລະນ້ຳມັນກາຊວນ (diesel) ລົງເຄິ່ງຫນຶ່ງ ເປັນເວລາສາມເດືອນ.

"ມື້ນີ້ ພວກເຮົາເຮັດໃຫ້ນ້ຳມັນຖືກລົງ ເພາະພວກເຮົາເຂົ້າໃຈວ່າ ຊາວອອສເຕຣເລັຍ ກໍາລັງຕົກຢູ່ໃນຄວາມກົດດັນຢ່າງຮຸນແຮງ. ເຖິງຢ່າງໃດກໍຕາມ, ພວກເຮົາ ຍັງຢາກຊຸກຍູ້ຊາວອອສເຕຣເລັຍ ທີ່ສາມາດໃຊ້ການຂົນສົ່ງ ເພື່ອຊ່ອຍໃນການປະຢັດນ້ຳມັນ ສໍາລັບພື້ນທີ່ ແລະອຸດສາຫະກັມ ທີ່ຕ້ອງການນ້ຳມັນ. ແລະຂ້າພະເຈົ້າຊາບວ່າ ມີສອງສາມຣັດ ທີ່ໄດ້ລົງມືເຮັດ ເພື່ອຫລຸດຄ່າໂດຍສານສາທາຣະນະເຊັ່ນກັນ. ເມື່ອເຮົາໃຊ້ນ້ຳມັນຫນ້ອຍລົງໃນເມືອງ, ເຫັນໄດ້ຢ່າງຊັດແຈ້ງວ່າ ເຮົາຈະສາມາດ ນໍາໄປສູ່ເຂດພູມີພາກ ທີ່ມີຄວາມກົດດັນ ຫລາຍຂຶ້ນເທົ່ານັ້ນ."

ການເຄື່ອນໄຫວນັ້ນ ຈະຕັດຄ່ານ້ຳມັນລົງ ປະມານ 26.3 ເຊັນຕໍ່ລິດ, ຊຶ່ງຣັດຖະບານກ່າວວ່າ ຈະຊ່ອຍຊາວອອສເຕຣເລັຍ ໃຫ້ທ້ອນເງິນ $19 ສໍາລັບຖັງນ້ຳມັນຂນາດ 65 ລິດ.

ການຕັດສິນໃຈນັ້ນ ເປັນສ່ວນຫນຶ່ງ ຂອງມາດຕະການທີ່ກວ້າງຂວາງ ພາຍໃຕ້ແຜນຄວາມປອດພັຍແຫ່ງຊາດ (National Security Plan) ໃຫມ່, ຮວມທັງການຍົກເລີກ ການເກັບເງິນ ຈາກຜູ້ໃຊ້ຣົດຫນັກ (the heavy vehicle) ເປັນເວລາສາມເດືອນ.

ໂດຍທົ່ວໄປແລ້ວ, ມາດຕະການນັ້ນ ຄາດວ່າຈະໃຊ້ງົບປະມານ ຫລາຍກວ່າ 2.5 ພັນລ້ານໂດລາ.

ຣັດຖະມົນຕີກະຊວງການຄັງ, Jim Chalmers, ກ່າວວ່າ ມັນເປັນລາຍຈ່າຍ ທີ່ມີຄວາມຮັບຜິດຊອບ ແລະຈໍາເປັນ.

"ບັດນີ້ ເຮົາບໍ່ໄດ້ເລືອກສະຖານະການເຫລົ່ານີ້ ທີ່ເກີດຂຶ້ນກັບເຮົາ ໂດຍເຫດການ ຢູ່ອີກຟາກຫນຶ່ງຂອງໂລກ, ແຕ່ເຮົາເລືອກວ່າ ເຮົາຈະຮັບມືແນວໃດ. ໃນວິທີທີ່ຮ່ວມມືກັບຣັດ ແລະເຂດປົກຄອງ ແລະເຮັດສິ່ງທີ່ເຮົາສາມາດເຮັດໄດ້ ເພື່ອຮັບມື ຫລືຫລຸດຜ່ອນຄວາມເຈັບປວດ ຈາກຄວາມກົດດັນ ດ້ານຄ່າຄອງຊີບ. ສະນັ້ນ, ການບັນເທົານີ້ ຈຶ່ງເປັນພຽງຊົ່ວຄາວ, ທັນເວລາ ແລະມີຄວາມຮັບຜິດຊອບ, ມັນແມ່ນກ່ຽວກັບການຫລຸດຜ່ອນບາງສ່ວນ ຈາກລາຄານ້ຳມັນທີ່ສູງເຫລົ່ານີ້, ຊຶ່ງສ້າງຄວາມກົດດັນຫລາຍ ຕໍ່ງົບປະມານຂອງຄົວເຮືອນທົ່ວປະເທດ."

ແຕ່ນັກເສດຖະສາດເຊັ່ນ Richard Holden ກ່າວວ່າ ການຕັດພາສີ ຈະເຮັດໃຫ້ຄວາມຕ້ອງການສູງຂຶ້ນ, ແລະອາດຈະມີການເຮັດໃຫ້ອັດຕາເງິນເຟີ້ ແລະອັດຕາດອກເບັ້ຍ ສູງຂຶ້ນ.

"ເຖິງແມ່ນວ່າ ມັນເຈັບປວດຫລາຍ, ແລະຂ້າພະເຈົ້າເຂົ້າໃຈວ່າ ຜູ້ຄົນມີຄວາມກົດດັນ ເລື່ອງການເງິນຢ່າງຫຼາຍ, ແຕ່ພວກເຮົາ ຕ້ອງເອົາຄວາມຕ້ອງການອອກຈາກລະບົບ, ແທນທີ່ຈະເອົາມັນເຂົ້າໄປໃນລະບົບ ແລະຕັດລາຄາຂອງນ້ຳມັນ ເມື່ອປຽບທຽບໃສ່ກັບສິ່ງທີ່ມັນຈະເປັນ, ການເພີ່ມຄວາມຕ້ອງການ ແທນທີ່ຈະຫລຸດມັນລົງ. ນັ້ນເປັນຄວາມຜິດພາດ. ຂ້າພະເຈົ້າຄິດວ່າ ມັນມີລາຄາແພງຫລາຍ, ເຖິງແມ່ນວ່າ ມັນຈະໃຊ້ໄດ້ພຽງແຕ່ສາມເດືອນເທົ່ານັ້ນ."

Angus Taylor ຜູ້ນໍາຝ່າຍຄ້ານ ໄດ້ຮຽກຮ້ອງໃຫ້ຕັດພາສີນ້ຳມັນ ຕັ້ງແຕ່ວັນສຸກ, ແລະໃນວັນຈັນ ໄດ້ກ່າວຫານາຍົກຣັດຖະມົນຕີວ່າ ເປັນ "ຄົນສຸດທ້າຍທີ່ຈະເປັນຜູ້ນໍາ" ໃນວິກິດຂອງປະເທດ.

Tim Wilson, ຣັດຖະມົນຕີເງົາກະຊວງການຄັງ (Shadow Treasurer) ກ່າວໃນ Question Time ຫລັງຈາກການປະກາດວ່າ, ການຫລຸດພາສີນ້ຳມັນ ຈະເພີ່ມບັນຫາ ເລື່ອງຫນີ້ສິນຂອງປະເທດ.

"ຣັດຖະບານ ສາມາດຢືນຢັນໄດ້ຫຼືບໍ່, ວ່າບໍ່ຄືກັບແຜນຂອງ the Coalition, ບໍ່ມີການຊົດເຊີຍເງິນເຟີ້ ຈາກການຫລຸດພາສີ ຂອງຣັດຖະບານ."

Dr Chalmers ໄດ້ບອກສະພາວ່າ ຄ່າໃຊ້ຈ່າຍ ຈະຖືກຈັດການ ຢ່າງມີຄວາມຮັບຜິດຊອບ ໃນງົບປະມານທີ່ຈະມາເຖິງ.

"ພວກເຮົາ ພົບການຊົດເຊີຍມູນຄ່າ 114 ພັນລ້ານໂດລາ ພາຍໃນສີ່ປີ ,ຊຶ່ງເປັນການຈັດການ ເລື່ອງເສດຖະກິດ ດ້ວຍຄວາມຮັບຜິດຊອບ ຊຶ່ງຈະບໍ່ເປັນທີ່ຮູ້ຈັກດີ ສໍາລັບຝ່າຍຄ້ານ. ບັດນີ້, ເມື່ອກ່າວເຖິງການປະຢັດງົບປະມານເພີ່ມຕື່ມ, ຕອນນີ້ ແມ່ນທ້າຍເດືອນມິນາ. ງົບປະມານແມ່ນຢູ່ໃນອາທິດທີສອງ ຂອງເດືອນພຶດສະພາ, ແລະພວກເຮົາ ຈະທຳງານຕໍ່ໄປ ຜ່ານການຕັດສິນໃຈ ແລະການພິຈາຣະນາທັງຫມົດ ແລະເປັນລະບຽບ, ແຕ່ເດັດຂາດ ຊຶ່ງເປັນເຄື່ອງຫມາຍຂອງການຈັດການເລື່ອງເສດຖະກິດ ທີ່ມີຄວາມຮັບຜິດຊອບ ພາຍໃຕ້ຣັດຖະບານນີ້."

ຣັດຖະບານ ຍັງສເນີກົດຫມາຍສຸກເສີນຕໍ່ສະພາ ເພື່ອອະນຸຍາດໃຫ້ຣັດຖະບານ ສາມາດຮັບຄວາມສ່ຽງທາງການເງິນ ໃນການນໍາເຂົ້ານໍ້າມັນເພີ່ມເຕີມ.

ຣັດຖະມົນຕີ ກະຊວງພະລັງງານ Chris Bowen ກ່າວວ່າ ມາດຕະການດັ່ງກ່າວ ຈະແກ້ໄຂຄວາມສ່ຽງທີ່ເພີ່ມຂຶ້ນ ສໍາລັບຜູ້ຈັດຫາເຊື້ອໄຟ, ທ່າມກາງຄວາມປັ່ນປ່ວນຂອງລາຄາ ແລະພັຍຄຸກຄາມ ຕໍ່ສາຍໂສ້ລຳລຽງສິນຄ້າ.

ລາວເອີ້ນມັນວ່າ ການແຊກແຊງທີ່ສໍາຄັນ, ແລະກ່າວວ່າ ມັນສະແດງໃຫ້ເຫັນວ່າ ຣັດຖະບານ "ກ້າວໄປຫນ້າ" ໃນວິກິດດ້ານພະລັງງານ.

"ຍິ່ງສົງຄາມນີ້ດໍາເນີນຕໍ່ໄປດົນນານເທົ່າໃດ, ຜົນກະທົບ ກໍຈະຮ້າຍແຮງຫລາຍຂຶ້ນເທົ່ານັ້ນ. ວິກິດທົ່ວໂລກນີ້ ຍັງເປັນການທ້າທາຍໃຫມ່ຂອງປະເທດ ຊຶ່ງເປັນເຫດຜົນ ທີ່ເຮົາຈະດໍາເນີນການໃຫມ່ ຂອງປະເທດຕໍ່ໄປ. ມື້ນີ້, ພວກເຮົາຈະດໍາເນີນຂັ້ນຕອນຕໍ່ໄປ ເພື່ອໃຫ້ແນ່ໃຈວ່າ ອອສເຕຣເລັຍ ຍັງຕຽມພ້ອມຢູ່."

ໃນຂນະດຽວກັນ, Mr Albanese ໄດ້ຮຽກຮ້ອງຕໍ່ຜູ້ຄົນອີກວ່າ ບໍ່ໃຫ້ຕື່ນຕົກໃຈ, ໂດຍກ່າວວ່າ ການຈັດຫານ້ຳມັນ ຂອງອອສເຕຣເລັຍ ຍັງປອດພັຍຢູ່.

ໂດຍທີ່ Victoria ແລະ Tasmania ປະກາດການຂົນສົ່ງສາທາຣະນະຟຣີ ເປັນເວລາຫນຶ່ງເດືອນ, ຣັດຖະບານ ກໍກໍາລັງຊຸກຍູ້ ຊາວອອສເຕຣເລັຍ ໃຫ້ຂີ່ຣົດເມ ແລະຣົດໄຟ ແລະເຮັດວຽກຈາກບ້ານ ເມື່ອເປັນໄປໄດ້.

ລາວເວົ້າວ່າ ຊາວອອສເຕຣເລັຍ ຍັງສາມາດເຮັດຕາມແຜນຂອງ Easter ໄດ້.

"ພວກເຮົາ ຢາກໃຫ້ສິ່ງນັ້ນເກີດຂຶ້ນ, ຜູ້ຄົນຄວນມ່ວນຊື່ນກັບວັນ Easter ຂອງເຂົາເຈົ້າ ແລະມັນກໍສໍາຄັນຄືກັນ ທີ່ພວກເຮົາຈະຮັກສາເສດຖະກິດ ໃຫ້ດໍາເນີນຕໍ່ໄປ. ນີ້ເປັນເວລາທີ່ສໍາຄັນ ສໍາລັບຈຸດຫມາຍປາຍທາງ ການທ່ອງທ່ຽວ, ສໍາລັບວຽກງານ, ເຂົາເຈົ້າເພິ່ງພາສິ່ງນັ້ນ ແລະຂ້າພະເຈົ້າ ຂໍໃຫ້ຜູ້ມີສັດທາເຫລົ່ານັ້ນ ມີເທດສະການ Easter ທີ່ສັກສິດ, ມັນເປັນເວລາທີ່ສໍາຄັນ."

ລາຍງານໂດຍ Anna Henderson ແລະ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now