ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຜູ້ນໍາຄົນໃໝ່ຂອງພັກ Nationals.
Matt Canavan ສະມາຊິກສະພາສູງ ຈາກ Queensland ໄດ້ຖືກເລືອກໃຫ້ເປັນຜູ້ນໍາຂອງພັກ Nationals ຫລັງຈາກການລາອອກຈາກຕໍາແຫນ່ງຂອງ David Littleproud ໂດຍແຕ່ງຕັ້ງ Darren Chester ເປັນຜູ້ຮອງ.
ຜູ້ນໍາຝ່າຍອະນຸຮັກນິຍົມ ມີຈຸດປະສົງ ທີ່ຈະທ້າທາຍເປົ້າຫມາຍ net-zero, ຈັດການກັບວິກິດນ້ຳມັນ ແລະສົ່ງເສີມການປະຕິຮູບ ການດູແລເດັກນ້ອຍ.
Briana Charles ລາຍງານ.
ໃນການປ່ຽນແປງຄັ້ງສໍາຄັນ ສໍາລັບພັກ, Matt Canavan, ສະມາຊິກສະພາສູງຈາກ Queensland ໄດ້ຖືກເລືອກ ໃຫ້ເປັນຜູ້ນໍາຂອງພັກ Nationals, ຫລັງຈາກ David Littleproud ໄດ້ລາອອກ.
ຫລັງຈາກການປະຊຸມ ໃນຫ້ອງຂອງພັກ 45 ນາທີ, ພັກ Nationals ໄດ້ປະກາດວ່າ ຜູ້ອະນຸຮັກນິຍົມມາຍາວນານ ໄດ້ເປັນຜູ້ນໍາຄົນໃຫມ່ ແລະ Darren Chester ເປັນຮອງ.
ຫລັງຈາກ Mr Littleproud ໄດ້ລາອອກຈາກຕໍາແຫນ່ງ, ຮອງຜູ້ນໍາ Kevin Hogan ແລະ Senator Bridget McKenzie ໄດ້ປະກາດ ທີ່ຈະລົງສມັກ ເປັນຜູ້ນໍາ, ໂດຍທີ່ໃນທີ່ສຸດ Mr Canavan ໄດ້ຮັບໄຊຊະນະ ໃນການລົງຄະແນນສຽງ.
ສະມາຊິກສະພາສູງ (Senator) Canavan ກ່າວວ່າ ລາວຮູ້ບຸນຄຸນຕໍ່ Mr Littleproud ສໍາລັບການຮັບໃຊ້ຂອງລາວຕໍ່ພັກ.
"ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຖືກເລືອກໃຫ້ເປັນຜູ້ນໍາຂອງພັກ ທີ່ຍິ່ງໃຫຍ່ນີ້-ຊຶ່ງເປັນພັກ ທີ່ເກົ່າແກ່ທີ່ສຸດອັນດັບສອງ ໃນປວັດສາດຂອງປະເທດເຮົາ. ຂ້າພະເຈົ້າ ຢາກຂອບໃຈ David Littleproud ສໍາລັບການຮັບໃຊ້ທີ່ດີເລີດຂອງລາວ ຕໍ່ພັກຂອງພວກເຮົາ, ຕໍ່ປະເທດຊາດຂອງພວກເຮົາ. David ໄດ້ອອກຈາກຕຳແໜ່ງ ໃນຖານະທີ່ເປັນຜູ້ ທີ່ໄດ້ຮັບໄຊຊະນະອັນໃຫຍ່ຫລວງ-ສຽງທີ່ແບ່ງແຍກຂອງຣັດຖະບານ-ຊຶ່ງພັກນີ້ເປັນຜູ້ທໍາອິດ ທີ່ຕໍ່ຕ້ານ ແລະໃນທີ່ສຸດ ກໍໄດ້ຊນະການໂຕ້ຖຽງນັ້ນ. ມັນເປັນເວລາທີ່ຫຍຸ້ງຍາກ ແລະຂ້າພະເຈົ້າຮູ້ຫລາຍກວ່າຄົນອື່ນ ວ່າມັນຍາກຫລາຍປານໃດໃນເກມນີ້, ແຕ່ David ໄດ້ປະຖິ້ມທຸກຢ່າງ ແລະພວກເຮົາທຸກຄົນ ກໍຂອບໃຈລາວຢ່າງສູງ ສໍາລັບສິ່ງນັ້ນ."
Mr Canavan ກ່າວວ່າ ລາວຢູ່ໃນຕໍາແຫນ່ງທີ່ດີ ທີ່ຈະເປັນຜູ້ນໍາພັກ, ໂດຍອ້າງເຖິງຈຸດຢືນອັນຍາວນານຂອງລາວ ໃນການຕໍ່ຕ້ານ net zero.
"ຂ້າພະເຈົ້າຄິດວ່າ ປະເທດຂອງເຮົາ ຕ້ອງໄດ້ຮັບການຊ່ວຍກູ້. ມັນເປັນຊ່ວງເວລາທີ່ຍາກລຳບາກຫລາຍ ສໍາລັບປະເທດເຮົາ, ແລະຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງການພັກຊາດນິຍົມທີ່ເຂັ້ມແຂງ ພ້ອມດ້ວຍແນວທາງທີ່ໃຊ້ງານໄດ້ແທ້ ແລະປະຕິບັດໄດ້ແທ້ ເພື່ອແກ້ໄຂບັນຫາໃຫ້ແກ່. ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າຢູ່ໃນຕໍາແຫນ່ງທີ່ດີ ທີ່ຈະນໍາພາພັກ, ເພາະຂ້າພະເຈົ້າ ໄດ້ຊີ້ໃຫ້ເຫັນ ເຖິງຄວາມສັບສົນທີ່ພວກເຮົາມີ ເປັນເວລາຫລາຍປີ. ໄດ້ຕໍ່ຕ້ານ net zero ຕັ້ງແຕ່ຕົ້ນ. ຂ້າພະເຈົ້າ ໄດ້ຕໍ່ຕ້ານການຂຍາຍໂຕ ຂອງຣັດຖະບານ ໃນຊ່ວງ COVID ແລະພວກເຮົາ ຕ້ອງການສຽງທີ່ເຊື່ອຖືໄດ້ ໃນເວລານີ້ ເພື່ອຟື້ນຟູຕໍາແຫນ່ງທາງການເມືອງຂອງພວກເຮົາ, ທີ່ຈະຕໍ່ສູ້ກັບຣັດຖະບານ ແລະໃນທີ່ສຸດ ເພື່ອໃຫ້ຜົນປໂຍດທີ່ດີກວ່າ ໃຫ້ແກ່ປະຊາຊົນ ຂອງອອສເຕຣເລັຍ."
ຫລັງຈາກໄດ້ເປັນຜູ້ນໍາເກືອບສີ່ປີ, David Littleproud ໄດ້ລາອອກຈາກຕໍາແຫນ່ງຜູ້ນໍາພັກ Nationals, ຊຶ່ງກໍ່ໃຫ້ເກີດການແຂ່ງຂັນ ໃນຕຳແໜ່ງຜູ້ນໍາຄົນໃຫມ່.
ນັບແຕ່ການເລືອກຕັ້ງໃນປີ 2025, Mr Littleproud ໄດ້ຜ່ານຜ່າເກົ້າເດືອນທີ່ວຸ້ນວາຍ, ແຍກທາງກັບ Liberal Party ສອງເທື່ອ.
ພາຍໃຕ້ການນໍາຂອງ Mr Littleproud, ພັກ Nationals ໄດ້ສູນເສັຍAndrew Gee ທີ່ໄດ້ລົງຄະແນນສຽງໃຫ້ຣັດຖະບານ, ເສັຍ Jacinta Nampijinpa Price ໃຫ້ພັກ Liberals ແລະບ່ອນນັ່ງໃນສະພາສູງ ຂອງPerin Davey.
ກ່າວວ່າ ລາວເຊື່ອວ່າ ມັນເຖິງເວລາແລ້ວ ທີ່ຈະປ່ຽນໄປຫາຜູ້ນໍາຄົນໃຫມ່, ແຕ່ຍັງຢືນຢັນວ່າ ລາວຈະຢູ່ຕໍ່ໄປ ໃນຕໍາແຫນ່ງຜູ້ແທນ ຂອງເຂດເລື້ອກຕັ້ງ Maranoa.
"ຄວາມເປັນຈິງຄື ຂ້າພະເຈົ້າໄດ້ຕັດສິນໃຈຖືກຕ້ອງແລ້ວ. ຂ້າພະເຈົ້າໄດ້ປະເຊີນກັບມັນເປັນເວລານານ. ຂ້າພະເຈົ້າຈະຕັດສິນໃຈຂັ້ນສຸດທ້າຍ ເມື່ອພັກຮ່ວມຣັດຖະບານ (the Coalition) ກັບຄືນມາຮວມກັນອີກ ແຕ່ມັນສໍາຄັນ ທີ່ຂ້າພະເຈົ້າຕ້ອງແນ່ໃຈວ່າ ມີການປ່ຽນແປງໃນພັກ Liberal ແລະພວກເຮົາ ໄດ້ເຮັດສິ່ງນັ້ນຢ່າງຖືກຕ້ອງ ແລະຂ້າພະເຈົ້າ ມີຄວາມຫມັ້ນໃຈຫລາຍໃນ Angus ແລະຕຳແໜ່ງ ທີ່ລາວຈະນໍາພາ the Coalition. ບົດບາດຂອງຂ້າພະເຈົ້າໃນເວລານີ້ ກໍໄດ້ປ່ຽນໄປ ແລະຂ້າພະເຈົ້າຄວນຖືກຕັດສິນໃນເວລານີ້ ກ່ຽວກັບວິທີ ທີ່ຂ້າພະເຈົ້າ ສນັບສນູນຜູ້ນໍາຄົນໃຫມ່ ທີ່ອອກມາຈາກຫ້ອງປະຊຸມຂອງພັກ ໃນມື້ນີ້. ແລະບົດບາດຂອງຂ້າພະເຈົ້າຄື ທີ່ຈະໃຫ້ແນ່ໃຈວ່າ ເຂົາເຈົ້າເປັນຜູ້ນໍາທີ່ດີກວ່າຂ້າພະເຈົ້າ ແລະນັ້ນຄື ສິ່ງທີ່ຂ້າພະເຈົ້າຈະທຸ່ມເທເອົາໃຈໃສ່ ແລະຂ້າພະເຈົ້າຮູ້ສຶກດີແທ້ໆ ກ່ຽວກັບສິ່ງນັ້ນ ແລະຂ້າພະເຈົ້າກໍາລັງລໍຄອຍການຕັດສິນໃຈຕ່າງໆ ທີ່ພວກເຮົາຈະເຮັດຕໍ່ໄປ ແລະຂ້າພະເຈົ້າພຽງແຕ່ຮູ້ສຶກດີ ແລະມັນກໍດີ ທີ່ໄດ້ຢູ່ກັບພັນລະຍາຂອງຂ້າພະເຈົ້າ ໃນຄືນນີ້."
ນາຍົກຣັດຖະມົນຕີ, Anthony Albanese, ກໍາລັງຂອບໃຈ David Littleproud ສໍາລັບການຮັບໃຊ້ຂອງລາວ.
ລາວຍົກຍ້ອງຄວາມເຄົາຣົບຊຶ່ງກັນແລະກັນ ແລະຄວາມສາມາດຂອງເຂົາເຈົ້າ ທີ່ຈະທໍາງານຮ່ວມກັນ ເພື່ອຜົນປໂຍດຂອງພູມີພາກ ແລະປະເທດ, ເຖິງແມ່ນວ່າ ເຂົາເຈົ້າຈະມີພູມຫຼັງທາງການເມືອງ ທີ່ແຕກຕ່າງກັນ.
ຜູ້ນໍາຝ່າຍຄ້ານ, Angus Taylor ກໍໄດ້ໃຊ້ໂອກາດນີ້ ຂອບໃຈ Mr Littleproud ສໍາລັບການດຳຣົງຕໍາແຫນ່ງຂອງລາວ.
"David ມີບົດບາດສໍາຄັນ. ຂ້າພະເຈົ້າໄດ້ເຫັນໃນສິ່ງນັ້ນ-ຂ້າພະເຈົ້າໄດ້ສັງເກດເຫັນສິ່ງນັ້ນ-ແລະມັນເປັນມໍຣະດົກທີ່ຍິ່ງໃຫຍ່ ທີ່ລາວໄດ້ມີສ່ວນຮ່ວມ ໃນຊ່ວງໄລຍະນັ້ນ. ຂ້າພະເຈົ້າສາມາດເວົ້າໄດ້ວ່າ David ເປັນຄົນທີ່ທຸ່ມເທຫລາຍທີ່ສຸດ ເມື່ອກ່າວເຖິງເຂດຊົນນະບົດ ແລະພູມີພາກຂອງອອສເຕຣເລັຍ. ຂ້າພະເຈົ້າໄດ້ເຫັນຢູ່ສເມີ. ລາວໄດ້ຢືນຢັດ ເພື່ອປົກປ້ອງຜູ້ເລືອກຕັ້ງຂອງລາວ."
ສະນັ້ນ ຈຸດຢືນຂອງຜູ້ນໍາຄົນໃຫມ່ຂອງພັກ National ແມ່ນຫຍັງ?
Mr Canavanກ່າວວ່າ ລາວເປັນຫ່ວງວ່າ ອອສເຕຣເລັຍກໍາລັງປະເຊີນກັບວິກິດນ້ຳມັນທີ່ຮ້າຍແຮງ ແລະເກີດຂຶ້ນຢ່າງໄວ ຊຶ່ງຄຸກຄາມທີ່ຈະທໍາລາຍການດຳຣົງຊີວິດ ໂດຍການບັງຄັບໃຫ້ກະສິກອນ ປະຖິ້ມສັດລ້ຽງ ແລະການຜລິດອາຫານ. ລາວກ່າວວ່າ ການບໍ່ດຳເນີນການ ຂອງຣັດຖະບານ ແລະການເປັນຜູ້ນໍາທີ່ບໍ່ດີ ເປັນສາເຫດຂອງຄວາມສຸກເສີນ ທີ່ຮ້າຍແຮງ ທີ່ພາກສ່ວນກະສິກັມ ກໍາລັງປະເຊີນຢູ່.
ນອກຈາກນັ້ນ, ລາວເວົ້າວ່າ ການປະຕິຮູບການດູແລລູກ ເປັນເລື້ອງທີ່ລາວມີຄວາມສົນໃຈເປັນພິເສດ ມາໂດຍຕລອດ.
ສໍາລັບລາວ, ການປະຕິຮູບການດູແລລູກ ບໍ່ພຽງແຕ່ກ່ຽວກັບເສດຖະກິດເທົ່ານັ້ນ ແຕ່ມັນເປັນພາລະກິດສ່ວນຕົວ ທີ່ມີມາຢ່າງຍາວນານ.
"ສິ່ງຫນຶ່ງ ທີ່ຂ້າພະເຈົ້າກະຕືລືລົ້ນຢູ່ສເມີ, ກັບຄືນໄປຫາການເລີ່ມຕົ້ນອາຊີບຂອງຂ້າພະເຈົ້າ ຄືເຮັດໃນສິ່ງທີ່ດີກວ່າສໍາລັບຄອບຄົວ, ໂດຍສະເພາະຄອບຄົວ ທີ່ຢາກໃຊ້ເວລາຫລາຍກວ່າເກົ່າ ກັບລູກທີ່ຫາກໍເກີດໃຫມ່ຂອງເຂົາເຈົ້າ. ລະບົບການເກັບພາສີຂອງເຮົາໃນປະຈຸບັນນີ້ ລົງໂທດຄອບຄົວທີ່ຢາກເຮັດສິ່ງນັ້ນ, ແລະເຮົາກໍາລັງບັງຄັບທຸກຄົນ ໃຫ້ເຂົ້າໄປໃນລະບົບການດູແລເດັກນ້ອຍ ໄດ້ຮັບຄ່າບໍາລຸງລ້ຽງ ຈາກສະຖາບັນ, ຈາກຣັດຖະບານ.... ຊຶ່ງບໍ່ແມ່ນສໍາລັບທຸກຄົນ. ບາງຄົນກໍມີຄວາມສຸກທີ່ຈະເປັນເຊັ່ນນັ້ນ. ບາງຄົນຕ້ອງໃຊ້ສິ່ງນັ້ນ, ແຕ່ເຮົາຕ້ອງມີທາງເລືອກຫລາຍກວ່າເກົ່າ ສໍາລັບພໍ່ແມ່ໃນການດູແລລູກໆຂອງເຂົາເຈົ້າ. ຂ້າພະເຈົ້າມີຄວາມກະຕືລືລົ້ນຫລາຍ ກ່ຽວກັບເລື່ອງນີ້ສເມີ."
ການທົດສອບໃຫຍ່ ຄັ້ງທໍາອິດຂອງທີມຜູ້ນໍາໃຫມ່ ຈະເປັນການເລືອກຕັ້ງສອ້ມ (by-election) ຄັ້ງທີສອງ ຂອງເຂດເລືອກຕັ້ງ Farrer, ຊຶ່ງຖືກກໍານົດໄວ້ ໃນວັນທີ 9 ເດືອນພຶດສະພາ, ຊຶ່ງເກີດຈາກການອອກກິນເງິນເບັ້ຍບໍານານ ຂອງອດີດຜູ້ນໍາພັກ Liberal, Sussan Ley.
ລາຍງານໂດຍ Briana Charles ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








