ໃນຂນະທີ່ ການເຈຣະຈາກ່ຽວກັບ NDIS ຍັງດໍາເນີນຕໍ່ໄປ, ຜູ້ເຂົ້າຮ່ວມໃນ NDIS ກໍາລັງປະເຊີນກັບ ການລໍຖ້າດ້ວຍຄວາມກັງວົນ, ພ້ອມດ້ວຍແຜນການນີ້ ກຳໜົດໃຫ້ມີການດັດແປງຄັ້ງໃຫຍ່, ຮວມທັງການຕັດງົບປະມານ ຢ່າງຫລວງຫລາຍ. ພັກ Greens ຕ້ອງການເວລາຫລາຍຂຶ້ນ ທີ່ຈະກວດສອບການປ່ຽນແປງໂຄງສ້າງ ແລະການຕັດ NDIS, ສ່ວນ the Coalition ມີຄວາມສົນໃຈ ທີ່ຈະສະແດງຄວາມເປັນຫ່ວງ ກ່ຽວກັບ Negative Gearing, ການຫລຸດພາສີກຳໄລ ຈາກການລົງທຸນ (the Capital Gains Tax Discount) ແລະ Trusts.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການປະຕິຮູບ NDIS.
ຣັດຖະບານ, ພັກ Greens ແລະ the Coalition ກໍາລັງຕິດຂັດກ່ຽວກັບມາດຕະການຫລັງຈາກງົບປະມານກ່ຽວກັບພາສີແລະ NDIS-ໂດຍເຫຼືອເວລາອີກພຽງສອງອາທິດ ກ່ອນສະພາຈະຢຸດພັກລະດູຫນາວ ເປັນເວລາຫ້າອາທິດ.
ໃນຂນະທີ່ ການເຈຣະຈາຍັງດໍາເນີນຕໍ່ໄປ, ຜູ້ເຂົ້າຮ່ວມໃນ NDIS ກໍາລັງປະເຊີນກັບ ການລໍຖ້າດ້ວຍຄວາມກັງວົນ, ພ້ອມດ້ວຍແຜນການນີ້ ກຳໜົດໃຫ້ມີການດັດແປງຄັ້ງໃຫຍ່, ຮວມທັງການຕັດງົບປະມານ ຢ່າງຫລວງຫລາຍ.
Tee Mitchell ລາຍງານ.
The Coalition ໄດ້ໃຫ້ໂອກາດທໍາງານ ຮ່ວມກັບພັກ Greens ເພື່ອຂຍາຍການສອບສວນສອງຢ່າງ ຂອງສະພາສູງ ກ່ຽວກັບການປ່ຽນແປງພາສີ ແລະໂຄງການປະກັນພັຍ ຄວາມພິການ ແຫ່ງຊາດ (the National Disability Insurance Scheme).
ພັກ Greens ຕ້ອງການເວລາຫລາຍຂຶ້ນ ທີ່ຈະກວດສອບການປ່ຽນແປງໂຄງສ້າງ ແລະການຕັດ NDIS, ສ່ວນ the Coalition ມີຄວາມສົນໃຈ ທີ່ຈະສະແດງຄວາມເປັນຫ່ວງ ກ່ຽວກັບ Negative Gearing, ການຫລຸດພາສີກຳໄລ ຈາກການລົງທຸນ (the Capital Gains Tax Discount) ແລະ Trusts.
Jane Hume ເປັນຮອງຫົວໜ້າຂອງພັກ Liberal.
"ວິທີທາງຂອງຣັດຖະບານ ໃນການກວດສອບຮ່າງກົດຫມາຍເຫລົ່ານີ້ ເປັນສິ່ງທີ່ຫນ້າອັບອາຍ. ນີ້ຄື ຣັດຖະບານ ທີ່ສັນຍາວ່າ ຈະມີຄວາມໂປ່ງໃສ ແລະຄວາມຮັບຜິດຊອບ. ມັນເປັນໜຶ່ງຂອງຄໍາສັນຍາ ໃນຕອນກັບມາເປັນຣັດຖະບານອີກ, ແຕ່ມັນໄດ້ເຮັດໃນທາງກົງກັນຂ້າມ. ສິ່ງທີ່ສະພາສູງຄາດຫວັງ ແມ່ນໂອກາດທີ່ຈະກວດສອບກົດຫມາຍ, ຊຶ່ງເປັນວຽກງານຂອງສະພາສູງ. ນັ້ນຄື ວຽກງານຂອງພວກເຮົາ."
ນາງເວົ້າວ່າ the Coalition ສນັບສນູນຢ່າງກວ້າງຂວາງ ໃນການສ້ອມແປງ NDIS ແຕ່ບໍ່ເຫັນວ່າ ເປັນຫຍັງຈຶ່ງຄວນເລັ່ງ ການປະຕິຮູບຄັ້ງໃຫຍ່.
"ຂ້າພະເຈົ້າບໍ່ຄິດວ່າ ເຮົາຄວນຢ້ານກົວ ທີ່ຈະມີການສອບສວນ ທີ່ຕ້ອງໃຊ້ເວລາຫຼາຍຂຶ້ນ ແລະການກວດສອບທີ່ດີກວ່າ, ການກວດສອບກົດຫມາຍໃດໆຢ່າງເລິກເຊິ່ງ, ບໍ່ວ່າຈະເປັນການປ່ຽນແປງພາສີ ທີ່ໄດ້ຜ່ານໄປແລ້ວ, ສິ່ງທີ່ເອີ້ນວ່າ ການປະຕິຮູບ, ການເພີ່ມພາສີ ທີ່ໄດ້ຜ່ານໄປ, ຫລືວ່າ ມັນຈະເປັນການປ່ຽນແປງອັນກວ້າງຂວາງຂອງ NDIS. ບັດນີ້, ຂ້າພະເຈົ້າຂໍບອກຢ່າງແຈ່ມແຈ້ງວ່າ the Coalition ສນັບສນູນການພັດທະນາ NDIS, ມັນເປັນໂຄງການ ທີ່ບໍ່ສາມາດຄວບຄຸມໄດ້ ແລະບໍ່ຍືນຍົງ. ມັນຈະເຮັດໃຫ້ຊາວອອສເຕຣເລັຍ ຕ້ອງເສັຍຄ່າໃຊ້ຈ່າຍແພງເກີນໄປ ແລະອາດເຮັດໃຫ້ຜູ້ຄົນທີ່ອ່ອນແອທີ່ສຸດ ຕົກຢູ່ໃນຄວາມສ່ຽງ, ແຕ່ໃນເວລາດຽວກັນ ພວກເຮົາຢາກໃຫ້ແນ່ໃຈວ່າ ການກຳໜົດນັ້ນ ເຫມາະສົມ ແລະບໍ່ປະຖິ້ມຜູ້ໃດໄວ້ຂ້າງຫລັງ."
ສໍາລັບຣັດຖະບານ, ຄວາມກົດດັນ ທີ່ຈະຜ່ານການປະຕິຮູບ ສ່ວນຫລາຍແມ່ນຂຶ້ນຢູ່ກັບການເກັບທ້ອນເງິນ ໃນງົບປະມານຄັ້ງທີຫ້າ ຂອງຣັດຖະບານ ຂອງຣັດຖະມົນຕີກະຊວງການຄັງ Jim Chalmers.
Dr Sam Bennett ເປັນຜູ້ອໍານວຍການ ໂຄງການຄວາມພິການ ຢູ່ທີ່ສະຖາບັນ Grattan (the Grattan Institute).
"ມັນຈະມີຜົນກະທົບທີ່ສໍາຄັນຫລາຍ. ຂ້າພະເຈົ້າຄິດວ່າ ໃນຂນະທີ່ມີການໃຫ້ຄວາມສຳຄັນກັບດ້ານອື່ນໆ ຂອງງົບປະມານຂອງຣັດຖະບານກາງ ເມື່ອບໍ່ດົນມານີ້, ໂດຍສະເພາະ ອົງປະກອບຕ່າງໆ ຂອງການປະຕິຮູບພາສີ, ບາງທີ ອາດມີການໂຕ້ຖຽງກັນຢ່າງຫຼາຍວ່າ ການທ້ອນເງິນຂອງ NDIS ໃນງົບປະມານນັ້ນ ເປັນສ່ວນສໍາຄັນທີ່ສຸດຂອງມັນ. ດັ່ງທີ່ທ່ານເວົ້າວ່າ ມີຫລາຍກວ່າ 37 ພັນລ້ານໂດລາ, ຂ້າພະເຈົ້າກໍຄິດວ່າ ມັນເປັນປະມານນັ້ນ. ມັນເປັນຈໍານວນຫລາຍກວ່າຫນຶ່ງສ່ວນສາມ ຂອງການທ້ອນເງິນທັງຫມົດ ໃນງົບປະມານ. ແລະເຫັນໄດ້ຢ່າງຊັດແຈ້ງວ່າ ຖ້າຫາກການທ້ອນເງິນເຫລົ່ານັ້ນ ບໍ່ເກີດຂຶ້ນຈິງ ເກີນກວ່າດັ່ງທີ່ໄດ້ຄາດໄວ້, ແລ້ວມັນຈະສົ່ງຜົນກະທົບ ຢ່າງຫລວງຫລາຍ."
Dr Bennett ກ່າວວ່າ ມີອົງປະກອບທີ່ດີ ໃນແຜນການປະຕິຮູບ ຂອງຣັດຖະບານ, ແລະການປະຕິຮູບໂຄງສ້າງ ແມ່ນຈໍາເປັນ ເພື່ອຈໍາກັດການເຕີບໂຕ ຂອງການໃຊ້ຈ່າຍທີ່ເພີ່ມຂຶ້ນ.
ໃນວັນສຸກ, Jenny McAllister, ຣັດຖະມົນຕີກະຊວງ NDIS, ໄດ້ບອກຕໍ່ສະພາສູງວ່າ ຈໍາເປັນຕ້ອງມີການປ່ຽນແປງໂຄງສ້າງ ເພື່ອໃຫ້ແນ່ໃຈວ່າ ໂຄງການນັ້ນ ຈະຫມັ້ນຄົງໃນໄລຍະຍາວ.
"ໃນຕອນຕົ້ນ, ຂ້າພະເຈົ້າຢາກຢືນຢັນວ່າ ຣັດຖະບານ Albanese ຍັງຕັ້ງໃຈ ຕໍ່ຄວາມຫມັ້ນຄົງໃນໄລຍະຍາວຂອງ NDIS ແລະສ້າງຄວາມໝັ້ນໃຈວ່າ ມັນຈະໃຫ້ຄວາມຊ່ອຍເຫລືອ ທີ່ປ່ຽນແປງຊີວິດຕໍ່ໄປ ສໍາລັບຜູ້ທີ່ມີຄວາມພິການຖາວອນ."
ຣັດຖະບານ ໄດ້ສເນີຮ່າງກົດຫມາຍ ທີ່ຈະເຫັນຢ່າງຫນ້ອຍ ມີ 160,000 ຄົນ ຖືກຍ້າຍອອກຈາກໂຄງການ ໃນປີ 2030-ແລະຕ້ອງການຜ່ານກົດຫມາຍ ກ່ອນທີ່ຣັດຖະສະພາ ຈະຢຸດພັກ ໃນວັນທີ 2 ເດືອນກໍລະກົດ.
SBS News ເຂົ້າໃຈວ່າພັກ Greens ໄດ້ບອກພັກ Labor ວ່າມັນຈະຂ້າມ 'ເສັ້ນແດງ' ສໍາລັບເຂົາເຈົ້າ ຖ້າຫາກຮ່າງກົດຫມາຍ ຜ່ານພາຍໃນເວລານັ້ນ.
ໃນວັນສຸກ, Jordan Steele-John, ສະມາຊິກສະພາສູງ ຂອງພັກ Greens ໄດ້ກ່າວຫາ ຣັດຖະມົນຕີ McAllister ວ່າ ກຳໜົດຂອບເຂດ ຂອງການປະຕິຮູບ ເປັນມາດຕະການ ເພື່ອຈັດການກັບການສໍ້ໂກງ, ແທນທີ່ຈະຕັດການສນັບສນູນ ສຳລັບຜູ້ເຂົ້າຮ່ວມ.
Sam Bennett ຍອມຮັບວ່າ ການສໍ້ໂກງ ແລະ NDIS ເປັນຈຸດສໍາຄັນ ຂອງເລື່ອງທັງໝົດ ຂອງຣັດຖະບານ ກ່ຽວກັບຄວາມຈໍາເປັນ ໃນການປະຕິຮູບ, ແຕ່ກ່າວວ່າສິ່ງນີ້ ເປັນພຽງແຕ່ສອງເປີເຊັນ ຂອງການທ້ອນເງິນ ທີ່ຄາດການໄວ້ເທົ່ານັ້ນ.
"ແຕ່ຂ້າພະເຈົ້າຄິດວ່າ ມັນສໍາຄັນທີ່ຈະຮູ້ວ່າ ເຖິງແມ່ນວ່າ ມາດຕະການເຫລົ່ານີ້ສໍາຄັນ, ແຕ່ມັນບໍ່ມີຄວາມສຳຄັນ ໃນດ້ານເສັ້ນທາງຂອງຄ່າໃຊ້ຈ່າຍທີ່ຄາດການໄວ້, ເພາະການສໍ້ໂກງ ບໍ່ໄດ້ເປັນເຫດຜົນທີ່ NDIS ບໍ່ຍືນຍົງ. ເຫດຜົນທີ່ NDIS ບໍ່ຫມັ້ນຄົງ ກໍຄືບັນຫາໂຄງສ້າງໃຫຍ່ອື່ນໆ ທີ່ບາງດ້ານຂອງກົດ ຫມາຍປະຈຸບັນ ພະຍາຍາມແກ້ໄຂ."
ລາວກ່າວວ່າ ການທ້ອນເງິນສ່ວນຫລາຍ ທີ່ຖືກສເນີພາຍໃນສອງປີຕໍ່ໄປ-ປະມານ 13.2 ພັນລ້ານໂດລາ-ຈະມາຈາກການຕັດຈໍານວນ ການມີສ່ວນຮ່ວມ ທາງສັງຄົມ ແລະຊຸມຊົນ.
"ແລະນັ້ນ ເປັນເພາະມາດຕະການອື່ນໆບາງຢ່າງ ທີ່ກໍາລັງແກ້ໄຂບັນຫາໂຄງສ້າງຂນາດໃຫຍ່ກັບ NDIS ຈະໃຊ້ເວລາດົນນານ ໃນການອອກແບບ ແລະນໍາໃຊ້ ແລະເຮັດໃຫ້ການຕັດ ທີ່ຂ້າພະເຈົ້າໄດ້ກ່າວໄປແລ້ວນັ້ນ ເກີດຂຶ້ນ, ກົດຫມາຍທີ່ຢູ່ໃນສະພາສູງໃນເວລານີ້ ຈະໃຫ້ຣັດຖະມົນຕີ ຫລືຣັດຖະມົນຕີ ໃນອະນາຄົດ ມີອໍານາດທີ່ຈະຫລຸດເງິນທຶນ ສໍາລັບກຸ່ມສນັບສນູນທັງຫມົດ ເມື່ອໃດກໍໄດ້ ຕາມທີ່ເຂົາເຈົ້າເຫັນສົມຄວນ ເພື່ອຄວາມຍືນຍົງ ທາງດ້ານການເງິນ ສໍາລັບໂຄງການ. ສະນັ້ນ, ຈຸດສົນໃຈໃນເວລານີ້ ອາດເປັນເລື່ອງງົບປະມານ ຂອງການມີສ່ວນຮ່ວມທາງສັງຄົມ ແລະຊຸມຊົນ, ແຕ່ມັນອາດເປັນສິ່ງໃດກໍໄດ້ ພາຍໃນໂຄງການໃນອະນາຄົດ."
ຣັດຖະບານ ກໍາລັງສເນີໃຫ້ຕັດການສນັບສນູນ ການມີສ່ວນຮ່ວມ ທາງສັງຄົມ ແລະຊຸມຊົນ ລົງ 50 ເປີເຊັນ, ຊຶ່ງອະນຸຍາດ ໃຫ້ຜູ້ເຂົ້າຮ່ວມ NDIS ອອກຈາກເຮືອນ, ຕິດຕໍ່ກັບຄົນອື່ນ ຫລືມີສ່ວນຮ່ວມ ໃນຊີວິດປະຈໍາວັນ.
ການສນັບສນູນພື້ນຖານ ສໍາລັບຜູ້ທີ່ບໍ່ຜ່ານເງື່ອນໄຂ ຂອງ NDIS ກໍກໍາລັງໄດ້ຮັບການປັບໂຄງສ້າງເຊັ່ນກັນ, ໂດຍສະເພາະ ຜ່ານໂຄງການ Thriving Kids ສໍາລັບເດັກນ້ອຍ ທີ່ເປັນ Autism ຫລືຊັກຊ້າໃນການພັດທະນາ.
ຄາດວ່າ ຣັດ ແລະເຂດປົກຄອງ ຈະໃຫ້ບໍຣິການ ເມື່ອເຖິງເວລາ ທີ່ວິທີການປະເມີນໃຫມ່ ຈະເລີ່ມຕົ້ນ ໃນເດືອນມັງກອນປີ 2028.
"ມັນເຮັດໃຫ້ຣັດ ແລະເຂດປົກຄອງ ມີຫນ້າທີ່ຮັບຜິດຊອບຢ່າງຫລາຍ ແລະຣັດຖະບານກາງ ກໍຈະຕ້ອງດຳເນີນການຢ່າງໄວ ເພື່ອໃຫ້ແນ່ໃຈວ່າ ການບໍຣິການເຫລົ່ານີ້ ຈະທັນເວລາ ສໍາລັບການປ່ຽນແປງເຫລົ່ານັ້ນ, ເພາະຜູ້ຄົນຈະຂາດໂອກາດ ຖ້າຫາກສິ່ງນັ້ນບໍ່ເກີດຂຶ້ນ."
ການສອບສວນຂອງສະພາສູງ (The Senate Inquiry) ກ່ຽວກັບ NDIS ຈະມີການຮັບຟັງ ຄວາມຄຶດເຫັນສາທາຣະນະ ໃນອາທິດຫນ້າ ແລະລາຍງານຄືນ ພາຍໃນວັນທີ 16 ເດືອນມິຖຸນາ.
ລາຍງານໂດຍ Tee Mitchell ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






