ການຊຸມນຸມປະທ້ວງຂອງກຸ່ມ neo-Nazi.

CHRIS MINNS NSW POLICE ANNOUNCEMENT

ຜູ້ບັນຊາການຕຳຫຼວດ New South Wales, Mal Lanyon, Source: AAP / BIANCA DE MARCHI/AAPIMAGE

ທະນາຍຄວາມ ເລື່ອງສິດທິມະນຸດກ່າວວ່າ ການລົງໂທດການປະທ້ວງ ຂອງກຸ່ມ neo-Nazi ເບິ່ງຄືວ່າເປັນສອງມາດຕະຖານ ສໍາລັບຣັດຖະບານຂອງຣັດ ທີ່ສນັບສນູນການລົງໂທດ ແລະຂໍ້ຈໍາກັດການປະທ້ວງທີ່ຮຸນແຮງ. ການປະທ້ວງນັ້ນ ໄດ້ຮັບອະນຸຍາດຈາກຕໍາຫລວດ New South Wales ພາຍໃຕ້ກົດຫມາຍ ຂອງການປະທ້ວງຂອງຣັດ. ໃນຣັດNew South Wales, ການປະທ້ວງ ສາມາດຂໍອະນຸຍາດ ໂດຍການສົ່ງຄຳຮ້ອງທີ່ເອີ້ນວ່າ 'Form1' ຢ່າງຫນ້ອຍເຈັດມື້ ແລະຖ້າສານບໍ່ໄດ້ສັ່ງຫ້າມການຊຸມນຸມນັ້ນ, ມັນກໍຈະຖືວ່າ ເປັນການຊຸມນຸມທີ່ໄດ້ຮັບອະນຸຍາດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຊຸມນຸມປະທ້ວງຂອງກຸ່ມ neo-Nazi.

ການປະທ້ວງຂອງກຸ່ມ neo-Nazi ຢູ່ນອກສະພາ New South Wales ໄດ້ສົ່ງຄື້ນທີ່ໜ້າຕົກໃຈ ໄປທົ່ວຊຸມຊົນຊາວຢິວ ແລະຊຸມຊົນຫຼາຍວັດທະນະທັມຂອງ Sydney.

ຣັດຖະບານຂອງຣັດ ໄດ້ຖືກວິພາກວິຈານ ຫລັງຈາກມີການເປີດເຜີຍວ່າ ເຫດການນັ້ນໄດ້ດໍາເນີນຕໍ່ໄປ ດ້ວຍການອະນຸມັດຈາກຕໍາຫລວດNew South Wales.

ສະນັ້ນ, ການຊຸມນຸມຂອງກຸ່ມ neo-Nazi ໄດ້ຮັບອະນຸຍາດ ໃຫ້ດໍາເນີນຕໍ່ໄປ ຕັ້ງແຕ່ທຳອິດໄດ້ແນວໃດ?

Sam Dover ອະທິບາຍ.

"ມັນເປັນການສະແດງຄວາມກຽດຊັງ ແລະຢຽດເຊື້ອຊາດ ແລະການຕໍ່ຕ້ານຊາວຢິວ ທີ່ຫນ້າຕົກໃຈ ໃນເມືອງທີ່ສວຍງາມ ແລະຫຼາຍວັດທະນະທັມຂອງເຮົາ. ພຶດຕິກັມທີ່ຫນ້າລັງກຽດ ຢູ່ຕາມຖນົນໃນSydney. ມັນຫນ້າອັບອາຍ, ຫນ້າອັບອາຍຢ່າງຍິ່ງ."

ນັ້ນແມ່ນ Chris Minns ນາຍົກຣັດຖະມົນຕີ New South Wales ບັນຍາຍເຖິງການຊຸມນຸມ ຂອງກຸ່ມ neo-Nazi ທີ່ຈັດຂຶ້ນຢູ່ນອກສະພາ New South Wales ໃນວັນເສົາ (8 ພິຈິກ).

ສະມາຊິກທີ່ໃສ່ຊຸດດຳ ປະມານ 60 ຄົນຂອງ National Socialist Network, ຫລື NSN, ໄດ້ມາຊຸມນຸມກັນຢູ່ນອກສະພາ, ຮ້ອງຄຳຂວັນຂອງNazi ແລະຈັບປ້າຍທີ່ຂຽນວ່າ "ຍົກເລີກການລັອບບີ້ຊາວຢິວ (Abolish    the Jewish Lobby)".

ໃນຖແລງການ, ຄນະກັມມະການຜູ້ແທນຊາວຢິວກ່າວວ່າ ການໄດ້ຮັບອະນຸຍາດ ໃຫ້ມີກິດຈະກັມ ທີ່ເຈາະຈົງໃສ່ຊຸມຊົນຊາວຢິວແມ່ນ "ບໍ່ສາມາດອະທິບາຍໄດ້, ຫນ້າຢ້ານກົວ ແລະໃຫ້ອະພັຍບໍ່ໄດ້".

Mark Speakman ຜູ້ນໍາຝ່າຍຄ້ານຂອງຣັດກໍເຫັນພ້ອມ, ໂດຍກ່າວວ່າ ຣັດຖະບານ ຕ້ອງມີຄໍາອະທິບາຍບາງຢ່າງ.

"ມັນເປັນຊຸມຊົນຂອງຊາວຢິວມື້ວານນີ້, ມັນອາດເປັນສ່ວນອື່ນໆ ຂອງຊຸມຊົນຫຼາຍວັດທະນະທັມໃນອະນາຄົດ. ມັນອາດເປັນຊຸມຊົນ Islam, ຊຸມຊົນຊາວອິນເດັຍ, ກຸ່ມອື່ນໆ ທີ່ບໍ່ເປັນ Anglo-Celtic. ນີ້ເປັນສິ່ງທີ່ທົນຮັບບໍ່ໄດ້."

ສະນັ້ນ ສິ່ງນີ້ໄດ້ເກີດຂຶ້ນໄດ້ແນວໃດ?

ການປະທ້ວງນັ້ນ ໄດ້ຮັບອະນຸຍາດຈາກຕໍາຫລວດ New South Wales ພາຍໃຕ້ກົດຫມາຍ ຂອງການປະທ້ວງຂອງຣັດ.

ໃນຣັດ New South Wales, ກຸ່ມທີ່ວາງແຜນຈະປະທ້ວງ ສາມາດຂໍອະນຸຍາດ ໂດຍການສົ່ງຄຳຮ້ອງທີ່ເອີ້ນວ່າ 'Form1', ບອກໃຫ້ຕໍາຫລວດຮູ້ ເຖິງແຜນການສໍາລັບການຊຸມນຸມຂອງເຂົາເຈົ້າ-ແລະຖ້າຫາກມີການແຈ້ງບອກຢ່າງຫນ້ອຍເຈັດມື້ເມື່ອ 'Form1' ຖືກສົ່ງໄປ ແລະສານບໍ່ໄດ້ສັ່ງຫ້າມການຊຸມນຸມນັ້ນ, ມັນກໍຈະຖືວ່າ ເປັນການຊຸມນຸມທີ່ໄດ້ຮັບອະນຸຍາດ.

ຕໍາຫລວດ New South Wales ສາມາດຄັດຄ້ານການຊຸມນຸມ ໃນໄລຍະນັ້ນ ໂດຍການນໍາເລື່ອງນີ້ໄປຂຶ້ນສານ.

ແຕ່ເມື່ອ neo-Nazi ໄດ້ສົ່ງ Form1ແລ້ວ, Jack Eltis ຜູ້ຕ່າງໜ້າອົງການແມ່ຂອງ NSN White Australia, ກ່າວວ່າ ການໄດ້ຮັບອະນຸມັດນັ້ນ ແມ່ນບໍ່ຍາກ.

"ມັນເປັນຂັ້ນຕອນທີ່ກົງໄປກົງມາ. ພວກເຮົາໄດ້ເຮັດມາກ່ອນ ແລະມັນເປັນສ່ວນຫນຶ່ງ ຂອງກົດຫມາຍຂອງ New South Wales ທີ່ພວກເຮົາຕ້ອງສົ່ງ form1. ແລະແມ່ນແລ້ວ, ມັນກໍໄດ້ຮັບອະນຸມັດ. ເຫັນໄດ້ຢ່າງຊັດແຈ້ງວ່າ ເຂົາເຈົ້າໄດ້ຂໍຄໍາແນະນໍາທາງກົດຫມາຍ ແລະພວກເຮົາກໍຢູ່ຕ່ຳກວ່າກົດເກນທາງກົດຫມາຍ ທີ່ຈະພິຈາລະນາພາຍໃຕ້ກົດຫມາຍໃຫມ່ ເລື່ອງການກ່າວປາສັຍ ທີ່ສະແດງຄວາມກຽດຊັງ. ສະນັ້ນ, ພວກເຮົາທຸກຄົນຈຶ່ງພ້ອມທີ່ຈະຊຸມນຸມ."

ຖແລງການຈາກຕໍາຫລວດ New South Wales ກ່າວວ່າ ເຂົາເຈົ້າພິຈາຣະນາແລ້ວວ່າ ເຫດການນັ້ນ ບໍ່ໄດ້ເປັນອັນຕະຣາຍຕໍ່ຄວາມປອດພັຍຂອງສາທາຣະນະ, ແລະໄດ້ຂໍຄໍາແນະນໍາທາງກົດຫມາຍ ກ່ຽວກັບປ້າຍທີ່ສເນີ (proposed banner).

ເຂົາເຈົ້າພິຈາຣະນາວ່າ ມັນບໍ່ຖືເປັນຄວາມຜິດ.

ທັງນາຍົກຣັດຖະມົນຕີຣັດ, Chris Minns ແລະຜູ້ບັນຊາການຕຳຫຼວດ, Mal Lanyon, ກ່າວວ່າ ເຂົາເຈົ້າບໍ່ໄດ້ຮັບການແຈ້ງບອກ ກ່ຽວກັບການປະທ້ວງ ຈົນກວ່າມັນໄດ້ເກີດຂຶ້ນ, ແຕ່ເຈົ້າຫນ້າທີ່ໄດ້ບອກ Sky News ວ່າຖ້າຫາກລາວໄດ້ຮັບຄໍາແນະນໍາ, ລາວຈະກໍຈະເຮັດແນວນັ້ນ.

"ມັນບໍ່ຍຸດຕິທັມສໍາລັບຂ້າພະເຈົ້າ ທີ່ຈະຄາດເດົາການຕັດສິນໃຈຂອງຜູ້ບັງຄັບບັນຊາໃນເວລານັ້ນ ແລະຕາມຄວາມຈິງແລ້ວ, ອີງຕາມຂໍ້ມູນທີ່ມີຢູ່ໃນ form1, ອີງຕາມກົດຫມາຍຂອງພວກເຮົາ ແລະປະສົບການທີ່ພວກເຮົາມີກັບກຸ່ມນັ້ນ, ການຕັດສິນໃຈນັ້ນ ກໍເຫມາະສົມແລ້ວ. ຂ້າພະເຈົ້າບໍ່ເຊື່ອວ່າ ພວກເຮົາມີເຫດຜົນທີ່ຈະຄັດຄ້ານມັນ."

ກຸ່ມ neo-Nazis ໄດ້ຈັດການຊຸມນຸມກັນຢູ່ນອກຣັດຖະສະພາ ໃນເດືອນມິຖຸນາ, ຊຶ່ງໄດ້ຮັບອະນຸຍາດ ຈາກຕໍາຫລວດເຊັ່ນກັນ.

Dr Callum Jones, ນັກຄົ້ນຄວ້າຢູ່ມະຫາວິທະຍາໄລ Deakin, ກ່າວວ່າ ກຸ່ມຢ່າງ NSN ລະມັດລະວັງທີ່ຈະຮັກສາຄວາມສໍາພັນທີ່ດີ ກັບເຈົ້າຫນ້າທີ່.

"ກຸ່ມເຫລົ່ານີ້ ລະມັດລະວັງຫລາຍ ທີ່ຈະບໍ່ຕໍ່ຕ້ານຕໍາຫລວດໂດຍກົງ ເພື່ອບໍ່ໃຫ້ການຊຸມນຸມຂອງເຂົາເຈົ້າຕ້ອງຖືກປິດລົງ. ໃນຂນະທີ່ພິຈາຣະນາວ່າ ການຊຸມນຸມປະເພດນີ້ ຄວນໄດ້ຮັບອະນຸຍາດ ໃນອອສເຕຣເລັຍຫລືບໍ່, ຂ້າພະເຈົ້າຄິດວ່າ ມັນສໍາຄັນທີ່ຈະພິຈາຣະນາ ອຸດົມການທາງການເມືອງຂອງກຸ່ມເຫລົ່ານີ້ ແລະວ່າເຂົາເຈົ້າມີຄວາມລະມັດລະວັງຕໍ່ການໃຊ້ຄວາມຮຸນແຮງ ທາງການເມືອງຫລາຍປານໃດ."

ຜູ້ບັນຊາການ Lanyon ກ່າວວ່າ ການຕັດສິນໃຈ ທີ່ຈະອະນຸມັດການຊຸມນຸມນັ້ນ ຈະຖືກທົບທວນ.

ນາຍົກຣັດຖະມົນຕີ Minns ໄດ້ແນະນໍາວ່າ ອໍານາດຂອງຕໍາຫລວດ ທີ່ຈະປິດການປະທ້ວງ ຄວນຂຍາຍກວ້າງອອກຫລັງຈາກການຊຸມນຸມ.

"ພວກເຮົາບໍ່ຢາກຍອມທົນ ແລະພວກເຮົາບໍ່ເຊື່ອວ່າ ພວກເຮົາຄວນຍອມຮັບ ທີ່ມີຄວາມກຽດຊັງຂອງຄົນຜິວຂາວ, ການຕໍ່ຕ້ານຊາວຢິວແລະການຈຳແນກເຊື້ອຊາດມີຢູ່ທົ່ວໄປ ຕາມຖນົນໃນເມືອງ Sydney.ຂ້າພະເຈົ້າຢາກໃຫ້ເຂົາເຈົ້າຢູ່ທີ່ນັ້ນ ດ້ວຍຂໍ້ຄວາມທີ່ຊັດເຈນ ຈາກຣັດຖະບານ, ຈາກຜູ້ນໍາທາງການເມືອງ, ຈາກພົນລະເມືອງ, ຈາກຊາວNew South Wales ທົ່ວໄປ, ວ່າພວກເຮົາບໍ່ສົນໃຈກັບ neo-Nazi ໃນ Sydneyແລະໃນອອສເຕຣເລັຍ."

Mr Minns ຍັງກ່າວອີກວ່າ ຣັດຖະບານຂອງລາວ ຈະນໍາໃຊ້ກົດຫມາຍທີ່ເຈາະຈົງ ໃສ່ການປະທ້ວງຢູ່ນອກສະຖານ ທີ່ສັກກາຣະ ຫລັງຈາກການກະທໍາທີ່ຄ້າຍຄືກັນນີ້ ຖືກພົບວ່າ ຂັດຕໍ່ຣັດຖະທັມມະນູນ ໂດຍສານສູງສຸດ.

Arif Hussein ທະນາຍຄວາມອາວຸໂສ ທີ່ສູນກາງກົດຫມາຍ ເລື່ອງສິດທິມະນຸດກ່າວວ່າ ການລົງໂທດການປະທ້ວງ ຂອງກຸ່ມ neo-Nazi ເບິ່ງຄືວ່າເປັນສອງມາດຕະຖານ ສໍາລັບຣັດຖະບານຂອງຣັດ ທີ່ສນັບສນູນການລົງໂທດ ແລະຂໍ້ຈໍາກັດການປະທ້ວງທີ່ຮຸນແຮງ.

"ໃນຕົ້ນປີ, ພວກເຮົາໄດ້ເຫັນກົດຫມາຍ ແລະນະໂຍບາຍທີ່ເຮັ່ງຮີບບາງຢ່າງ ຖືກນໍາໃຊ້ເພື່ອຢັບຢັ້ງການປະທ້ວງ ໃນການຕອບຮັບຕໍ່ການເພີ່ມຂຶ້ນ ຂອງການຕໍ່ຕ້ານຊາວຢິວ ແລະແລ້ວເຫັນກຸ່ມທີ່ປະກາດຕົວເອງວ່າ ເປັນກຸ່ມ neo-Nazi ທີ່ມີໂອກາດ ທີ່ຈະສະແດງຄວາມກຽດຊັງເຊັ່ນນັ້ນ. ມັນເປັນສິ່ງທີ່ຫນ້າຕົກໃຈ ແລະຂ້າພະເຈົ້າຄິດວ່າ ບໍ່ມີຂໍ້ແກ້ຕົວສໍາລັບເລື້ອງນີ້."

NSN ກໍ່ຕັ້ງໂດຍຜູ້ນໍາ neo-Nazi ແລະນັກໂທດອາຍາ, Thomas Sewell.

ປະຈຸບັນ ລາວກໍາລັງປະເຊີນກັບຂໍ້ຫາ 25 ຂໍ້ ຮວມທັງຂໍ້ກ່າວຫາ ວ່າກໍ່ຄວາມວຸ້ນວາຍຮຸນແຮງ ແລະທໍາຮ້າຍຮ່າງກາຍ ຫລັງຈາກສະມາຊິກຂອງກຸ່ມ NSN ໄດ້ແຍກອອກຈາກການປະທ້ວງ March for Australia ໃນເມືອງ Melbourne ໃນເດືອນສິງຫາ, ແລະໄດ້ໂຈມຕີ Camp Sovereignty ຂອງ the First Nations.

Mr Hussein ກ່າວວ່າ ປວັດສາດຂອງຄວາມຮຸນແຮງຂອງກຸ່ມນັ້ນ ຄວນເຮັດໃຫ້ເຂົາເຈົ້າ ບໍ່ເຫມາະສົມກັບການຊຸມນຸມ ທີ່ຖືກຕ້ອງຕາມກົດຫມາຍຕັ້ງແຕ່ທຳອິດ.

"ເຂົາເຈົ້າໄດ້ທໍາຮ້າຍຮ່າງການຜູ້ຄົນທີ່ Camp Sovereignty ແລະຮ້ອງຄໍາຫມິ່ນປະຫມາດເຊື້ອຊາດ ໃນຂນະທີ່ຍ່າງໄປທີ່ Camp Sovereignty. ດັ່ງນັ້ນ, ຈຶ່ງເຫັນໄດ້ຢ່າງຊັດແຈ້ງວ່າ ກຸ່ມເຫຼົ່ານີ້ມີອົງປະກອບທີ່ຮຸນແຮງ.ອົງປະກອບທີ່ຮຸນແຮງ ກໍເຫັນໄດ້ຢ່າງຊັດແຈ້ງ ໃນການກະທໍາຂອງເຂົາເຈົ້າ, ການທຳຮ້າຍຮ່າງກາຍຜູ້ຄົນ, ພ້ອມທັງໃນຄໍາເວົ້າຂອງເຂົາເຈົ້າ. ແລະແລ້ວ ການຊຸມນຸມທີ່ພວກເຮົາໄດ້ເຫັນໃນທ້າຍອາທິດ ຄວນເປັນສິ່ງຜິດກົດຫມາຍ ແລະຖືກຕໍາຫນິທາງສິນທັມ."

ຕໍາຫລວດກໍາລັງທົບທວນ ສຽງຂອງການປະທ້ວງ ເພື່ອກວດສອບວ່າ ມີການລ່ວງລະເມີດກົດຫມາຍຂໍ້ໃດ ພາຍໃຕ້ກົດຫມາຍໃຫມ່ ກ່ຽວກັບຄຳເວົ້າ ທີ່ສະແດງຄວາມກຽດຊັງ ຊຶ່ງໄດ້ຖືກປະກາດໃຊ້ ໃນວັນທີ 15 ເດືອນສິງຫາ.

ກົດຫມາຍ ເຮັດໃຫ້ມັນເປັນຄວາມຜິດທາງອາຍາ ທີ່ຈະຍຸຍົງຄວາມກຽດຊັ ງຕໍ່ຜູ້ຄົນໂດຍເຈດຕະນາ ເນື່ອງຈາກເຊື້ອຊາດ, ສັນຊາດ ຫລືສາສນາ, ໂດຍມີໂທດຈຳຄຸກສູງສຸດ ສອງປີ ຫລືຖືກປັບ ໃໝ $11,000.

ນາຍົກຣັດຖະມົນຕີ Minns ກ່າວວ່າ ຣັດຖະບານຂອງລາວ ວາງແຜນທີ່ຈະຂຍາຍກົດຫມາຍ ເລື່ອງຄຳເວົ້າທີ່ສະແດງຄວາມກຽດຊັງ ທີ່ມີຢູ່ ເພື່ອຮວມທັງການໃຊ້ຄຳຂວັນຂອງ Nazi, ໂດຍຫວັງວ່າ ຈະສ້າງອຸບປະສັກຫລາຍຂຶ້ນ ສໍາລັບກຸ່ມ neo-Nazi.

"ມັນສາມາດຮອງຮັບຄຳປາສັຍຂອງ Nazi, ພຶດຕິກັມຂອງ Nazi ຢູ່ຕາມຖນົນໃນ Sydney ໄດ້ບໍ່? ແລະອັນທີສອງ ເພື່ອຊີ້ແຈງ ແລະກຳໜົດວ່າໃບຄຳຮັອງ 'Form1' ບໍ່ໄດ້ອະນຸຍາດ ໃຫ້ທ່ານມີອິດສຣະ ເມື່ອກ່າວເຖິງກົດຫມາຍ ເລື່ອງຄຳເວົ້າທີ່ສະແດງຄວາມກຽດຊັງໃນຣັດ."

ເຖິງຢ່າງໃດກໍຕາມ, Dr Callum Jones ກ່າວວ່າກຸ່ມ neo-Nazi ໄດ້ປັບຕົວໃຫ້ເຂົ້າກັບນະໂຍບາຍແບບນີ້ຢ່າງໄວ ໃນອະດີດ.

"ບັນຫາແມ່ນວ່າ ກຸ່ມເຫລົ່ານີ້ ຈະຮັບເອົາເຄື່ອງຫມາຍທີ່ແຕກຕ່າງກັນ, ຄໍາຂວັນ ແລະທ່າທາງທີ່ແຕກຕ່າງກັນ ແລະອື່ນໆ, ແລະມັນຈະຍາກຫລາຍຂຶ້ນ ແລະບໍ່ມີປະສິດທິພາບ. ພວກເຮົາພົບວ່າ ພວກເຂົາບໍ່ໄດ້ເຮັດຫຍັງຫລາຍ ເພື່ອຢັບຢັ້ງຄວາມສາມາດຂອງພວກເຂົາ ທີ່ຈະດໍາເນີນກິດຈະກັມທາງການເມືອງ ແບບດຽວກັນກັບ ທີ່ພວກເຂົາໄດ້ເຮັດມາເປັນເວລາຫລາຍປີ ແລະເບິ່ງຄືວ່າ ພວກເຂົາຕັ້ງໃຈທີ່ຈະເຮັດຕໍ່ໄປ."

ທະນາຍຄວາມ Arif Hussein ກ່າວວ່າ ຣັດຖະບານ ຈໍາເປັນຕ້ອງລົງທຶນ ໃນໂຄງການ ທີ່ຈະຫລຸດຜ່ອນຄວາມຮຸນແຮງຂອງບຸກຄົນ ແລະສົ່ງເສີມຄວາມສາມັກຄີທາງສັງຄົມ.

"ຂ້າພະເຈົ້າບໍ່ຄິດວ່າ ເຮົາຈະສາມາດເອົາຕົວເອງອອກຈາກຄວາມຫຍຸ້ງຍາກນີ້ ໃນເວລານີ້ ໂດຍການອອກກົດຫມາຍ ຫລືຈໍາກັດພຶດຕິກັມໃດໜຶ້່ງໂດຍສະເພາະ. ນັ້ນອາດເປັນສ່ວນຫນຶ່ງ ຂອງການແກ້ໄຂ ແຕ່ສິ່ງທີ່ຣັດຖະບານຂອງເຮົາ ໃນທຸກລະດັບຄວນເຮັດ ຄືເອົາຈິງຈັງ ແລະເລີ່ມຟັງຊຸມຊົນ ແລະເລີ່ມລົງທຶນໃນໂຄງການສຶກສາ ທີ່ນໍາພາໂດຍຊຸມຊົນທີ່ຫລຸດຜ່ອນ ແລະທ້າທາຍການຢຽດເຊື້ອຊາດ ແລະຄວາມກຽດຊັງທີ່ຮາກເຫົ້ງາຂອງມັນ."

ລາຍງານໂດຍ  Sam Dover  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service