ຫລັງຈາກຫລາຍສິບປີ ຢູ່ຂອບນອກຂອງການເມືອງ, Pauline Hanson ໄດ້ມາປາກົດໂຕເປັນເທື່ອທໍາອິດທີ່ National Press Club ແລະໄດ້ປະກາດວ່າ ອອສເຕຣເລັຍຄວນເປັນປະເທດທີ່ມີວັດທະນະທັມດຽວ ພ້ອມທັງ ໄດ້ວິພາກວິຈານ ສະຖານີສື່ສານສາທາຣະນະ ແລະຢືນຢັນນະໂຍບາຍທາງການຂອງ One Nation ທີ່ຈະຍົກເລີກງົບປະມານ ຂອງ SBS ອີກດ້ວຍ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຄຳປາສັຍຂອງ Pauline Hanson ທີ່ National Press Club.
Pauline Hanson ໄດ້ປະກາດວ່າ ອອສເຕຣເລັຍຄວນເປັນປະເທດທີ່ມີວັດທະນະທັມດຽວ, ໃນການປາໄສທີ່ National Press Club ຊຶ່ງເປັນເວທີການເມືອງ ທີ່ເປັນທີ່ຕ້ອງການຫລາຍທີ່ສຸດ ຂອງປະເທດ.
ນາງຍັງໄດ້ວິພາກວິຈານ ສະຖານີສື່ສານສາທາຣະນະ ແລະຢືນຢັນນະໂຍບາຍທາງການຂອງ One Nation ທີ່ຈະຍົກເລີກງົບປະມານ ຂອງ SBS.
Sunil Awasthi ມີລາຍລະອຽດເພີ່ມຕື່ມ:
ຫລັງຈາກຫລາຍສິບປີ ຢູ່ຂອບນອກຂອງການເມືອງ, Pauline Hanson ໄດ້ມາປາກົດໂຕເປັນເທື່ອທໍາອິດທີ່ National Press Club ອັນຊົງກຽດ ດ້ວຍຜົນສຳຫຼວດວ່າ ມີຄວາມນິຍົມສູງ.
"ມີຄວາມພະຍາຍາມທຸກຢ່າງ ເປັນເວລາຫລາຍປີ ທີ່ຈະເຮັດໃຫ້ຂ້າພະເຈົ້າມິດງຽບ. ຕາມຈິງແລ້ວ ມີບາງຄົນທີ່ບໍ່ມັກ ໃນສິ່ງທີ່ຂ້າພະເຈົ້າເວົ້າ ຫລືເຮັດ, ແມ່ນແຕ່ ກ່ຽວກັບການເປັນຢູ່ຂອງຂ້າພະເຈົ້າ ໃນແຕ່ລະມື້."
ນາງໄດ້ສ້າງຊື່ສຽງ ຈາກຄໍາເຕືອນເລື່ອງ ການຍ້າຍຖິ່ນຖານ ເປັນເວລາຫລາຍປີ, ເມື່ອ Ms Hanson ອ້າງວ່າ ອອສເຕຣເລັຍ ຕົກຢູ່ໃນອັນຕະຣາຍຈາກຈຳນວນຂອງຜູ້ຄົນຈາກປະເທດ ແລະວັດທະນະທັມ ທີ່ແຕກຕ່າງກັນ ທີ່ເຂົ້າມາໃນອອສເຕຣເລັຍ.
"ຈຸດສຳຄັນຂອງວິກິດນີ້ ແມ່ນນະໂຍບາຍທີ່ບົກພ່ອງ ຂອງຄວາມແຕກຕ່າງທາງວັດທະນະທັມ. ເຮົາບໍ່ສາມາດ ເປັນສັງຄົມທີ່ມີຫລາຍວັດທະນະທັມ. ເຮົາເປັນສັງຄົມ ທີ່ມີຫລາຍເຊື້ອຊາດ, ແຕ່ເຮົາຕ້ອງມີວັດທະນະທັມດຽວ. ຊາວອອສເຕຣເລັຍ ຕ້ອງຢູ່ພາຍໃຕ້ຮົ່ມວັດທະນະທັມດຽວ."
ນາງໄດ້ເຈາະຈົງໃສ່ ຫນຶ່ງໃນສີ່ຄົນ ຂອງຊາວອອສເຕຣເລັຍ ທີ່ເວົ້າພາສາອື່ນຢູ່ເຮືອນ, ໂດຍກ່າວວ່າ ມັນເປັນໄປບໍ່ໄດ້ ທີ່ຈະສ້າງຄວາມສາມັກຄີ ທາງສັງຄົມ ຖ້າຫາກຜູ້ຄົນບໍ່ສາມາດເວົ້າພາສານັ້ນໄດ້.
ມີການປະທ້ວງຢູ່ນອກ National Press Club, ລົບກວນການກ່າວປາສັຍຂອງນາງ, ແລະພາຍໃນສະຖານທີ່ນັ້ນ, ມີປ້າຍທີ່ຖືກກາງອອກ ຢູ່ຂ້າງຫລັງຂອງ Ms Hanson ທີ່ຕັ້ງຄຳຖາມ ກ່ຽວກັບບັນທຶກການເລືອກຕັ້ງຂອງນາງ ຫລັງຈາກໄດ້ຕໍ່ຕ້ານ ການເພີ່ມຄ່າແຮງງານ, ເງິນຊ່ອຍເຫຼືອການດູແລລູກ, ການຂຶ້ນເງິນບຳນານ ແລະມາດຕະການຈ່າຍຄ່າທີ່ຢູ່ອາສັຍ.
ຕໍາຫລວດຣັດຖະບານກາງອອສເຕຣເລັຍ ໄດ້ຖືກຂໍຮ້ອງໃຫ້ສອບສວນ ກ່ຽວກັບເຫດການນັ້ນ, ໂດຍທີ່ NPC ກ່າວວ່າ ເຂົາເຈົ້າໄດ້ໃຫ້ຮູບພາບ ແລະຫລັກຖານອື່ນໆ ກ່ຽວກັບການເປີດປ້າຍ.
ຖແລງການລະບຸວ່າ ບຸກຄົນທີສາມ ມີສ່ວນຮັບຜິດຊອບຕໍ່ການປະທ້ວງ, ແລະວ່າ ບໍ່ມີພະນັກງານ ຫລືຜູ້ຮັບເໝົາຄົນໃດ ຂອງສະໂມສອນ ມີສ່ວນກ່ຽວຂ້ອງ.
ໃນຂນະດຽວກັນ, Ms Hanson ໄດ້ສະແດງຈຸດຢືນ ທີ່ສນັບສນູນທຸຣະກິດຂອງພັກຂອງນາງ.
"ຄວາມສໍາພັນທາງອຸດສະຫະກັມ, ຂ້າພະເຈົ້າສາມາດຮັບຮອງໄດ້ວ່າ ຕ້ອງມີການປັບປຸງໃຫມ່ທັງໝົດ, ເພາະມັນບໍ່ໄດ້ຜົນ. ທຸຣະກິດຍັງບອກຂ້າພະເຈົ້າວ່າ ໃນທຸກວັນນີ້ທ່ານບໍ່ສາມາດໄລ່ຜູ້ຄົນອອກຈາກວຽກ, ເຂົາເຈົ້າໃຊ້ໂທຣະສັບມືຖື, ເຂົາເຈົ້າບໍ່ເຮັດວຽກ, ເຂົາເຈົ້າບໍ່ມາເຮັດວຽກ, ແທ້ຈິງແລ້ວ ເຂົາເຈົ້າເປັນຄົນຂີ້ຄ້ານ, ແລະທຸຣະກິດກໍຜູກຕິດຢູ່ກັບມັນ, ເຂົາເຈົ້າບໍ່ຕ້ອງການສິ່ງນັ້ນອີກແລ້ວ."
ນາງກ່າວວ່າ ພັກຈະສນັບສນູນພະລັງງານນິວເຄລັຍ ໃນຂນະທີ່ໂຈມຕີນະໂຍບາຍພະລັງງານໃຫມ່ ຂອງພັກ Labor ແລະສິ່ງທີ່ນາງເອີ້ນວ່າ 'ການຫລອກລວງ ການປ່ອຍແກັສເປັນສູນ (Net Zero Hoax)'.
ນາງໄດ້ໂຈມຕີສື່ ໃນແບບດຽວກັນກັບ Donald Trump.
The Guardian ໄດ້ຖາມວ່າ Pauline Hanson ມີສ່ວນຮ່ວມ ໃນການຊ່ອຍໃຫ້ລູກສາວຂອງນາງ ໄດ້ເຮັດວຽກທີ່ໄດ້ຮັບເງິນທຶນ ຈາກຣັດຖະບານຫລືບໍ່.
"ຂ້ອຍບໍ່ເຄີຍເຫັນນັກຂ່າວທີ່ໂສໂຄກແບບນີ້ມາກ່ອນ, ແລະສິ່ງທີ່ທ່ານກະທຳມາໂດຍຕລອດ, ທ່ານຖືກຄອບງຳ ທີ່ພະຍາຍາມດຶງຂ້າພະເຈົ້າລົງຕ່ຳ, ພັກຂອງຂ້າພະເຈົ້າ, Mrs Reinhardt, ບໍ່ວ່າທ່ານຈະເຮັດຫຍັງກໍຕາມ, ຢ່າມາໃກ້ຂ້າພະເຈົ້າ ເພື່ອສໍາພາດໃນອະນາຄົດ."
One Nation ໄດ້ໂຈມຕີຜູ້ຖ່າຍທອດສາທາຣະນະເຊັ່ນກັນ, ນາງວາງແຜນ ທີ່ຈະເຮັດໃຫ້ ABC ເປັນບໍຣິການແບບສມັກເປັນສະມາຊິກ ໃນເຂດເມືອງໃຫຍ່ ແລະຍົກເລີກງົບປະມານຂອງ SBS.
"SBS ຈະຫາຍໄປ. ບໍ່ຈໍາເປັນຕ້ອງມີມັນອີກຕໍ່ໄປ; ເມື່ອມີອິນເຕີເນັດ ເຮົາກໍບໍ່ຈຳເປັນຕ້ອງມີມັນ."
ຊຶ່ງກະຕຸ້ນໃຫ້ມີການແລກປ່ຽນ ທີ່ຮຸນແຮງກັບ Anna Henderson ຫົວຫນ້າຜູ້ສື່ຂ່າວການເມືອງ ຂອງ SBS ກ່ຽວກັບການບໍຣິການ ພາສາຂອງ SBS.
Anna Henderson ເວົ້າວ່າ: ຂ້ອຍກໍາລັງເວົ້າເຖິງ 60 ພາສາເພື່ອຊ່ວຍຜູ້ຄົນ ໃຫ້ອອສເຕຣເລັຍ...
Pauline Hanson ກ່າວ: ຂ້າພະເຈົ້າເຂົ້າໃຈຄໍາຖາມຂອງທ່ານ ແຕ່ທ່ານຈະບໍ່ມີວຽກເຮັດ.
Anna: ມັນບໍ່ແມ່ນສ່ວນຫນຶ່ງ ຂອງນະໂຍບາຍຂອງທ່ານບໍ່ (?), ທີ່ຈະຊ່ອຍເຫລືອຜູ້ຄົນຈາກຕ່າງປະເທດ ໃຫ້ເຂົ້າຮ່ວມກັບອອສເຕຣເລັຍ ແລະຊ່ອຍໃຫ້ເຂົາເຈົ້າ ໃຫ້ກາຍເປັນຊາວອອສເຕຣເລັຍ.
Pauline Hanson: ຂ້າພະເຈົ້າຢາກໃຫ້ເຂົາເຈົ້າ ຮຽນເວົ້າພາສາອັງກິດກ່ອນເຂົາເຈົ້າຈະມາຮອດທີ່ນີ້ ເພື່ອວ່າເຂົາເຈົ້າຈະສາມາດ ເຂົ້າຮ່ວມກັບສັງຄົມຂອງເຮົາ.
ແມ່ນແຕ່ຜູ້ສນັບສນູນ ທີ່ໃກ້ຊິດທີ່ສຸດຂອງນາງບາງຄົນ ກໍຍອມຮັບວ່າ ມັນເປັນການສ່ຽງສໍາລັບ Pauline Hanson ທີ່ຈະມາປາສັຍທີ່ສະມາຄົມສື່ມວນຊົນແຫ່ງຊາດ ແລະມັນອາດເປັນການສ້າງ ຫຼືທຳລາຍ ສໍາລັບຜູ້ມີສິດ ເລືອກຕັ້ງບາງຄົນ ທີ່ໄດ້ຮຽນຮູ້ລາຍລະອຽດ ຂອງນະໂຍບາຍຂອງນາງຕອນນີ້.
ລາຍງານໂດຍ Sunil Awasthi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






