ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຂ່າວນ້ຳຖ້ວມໃນ New South Wales.
ນ້ຳຖ້ວມທີ່ຮ້າຍແຮງ ຢູ່ແຄມຝັ່ງຕາເວັນອອກ ຂອງອອສເຕຣເລັຍ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດ ຢ່າງໜ້ອຍນຶ່ງຄົນ.
ສົບຂອງລາວ ຖືກພົບຢູ່ທີ່ດິນ ທີ່ໄດ້ຮັບຜົນກະທົບຈາກຝົນຕົກແຮງ, ຊຶ່ງເຮັດໃຫ້ຊຸມຊົນ ເອົາໃຈໃສ່ຕໍ່ຄຳເຕືອນ ໃນການຍົກຍ້າຍ ແລະຄໍາເຕືອນ ເລື່ອງຄວາມປອດພັຍ ໃນທ່າມກາງຝົນຕົກ.
Deborah Groarke ລາຍງານ.
"ແມ່ນແລ້ວ, ແມ່ນແລ້ວ. ເຂົາເຈົ້າ ໄດ້ເອົາຍົນລໍາຫນຶ່ງອອກໄປ. ແລະພວກຜູ້ຊາຍ ທີ່ມີເຮືອ ໄດ້ມາຮັບພວກເຮົາ ແລະເຮັດວຽກໄດ້ດີຫຼາຍ. ພວກເຮົາ ໄດ້ມາທີ່ນີ້ຢ່າງປອດພັຍດີ. ມັນເປັນສິ່ງດີ ທີ່ຈະກັບຄືນມາຝັ່ງ."
ຊາຍຄົນນີ້ ເປັນຄົນຫນຶ່ງໃນຫລາຍຮ້ອຍຄົນ ທີ່ໄດ້ຮັບການຊ່ວຍເຫຼືອ ຢູ່ພາກເຫນືອ ຂອງ New South Wales ທ່າມກາງຝົນຕົກແຮງ ທີ່ເຮັດໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນ.
Sarah Scully ນັກພະຍາກອນອາກາດ ອາວຸໂສ ຈາກ Bureau of Meteorology ກ່າວວ່າ ປະຣິມານນ້ຳຝົນ ເປັນຜົນສະທ້ອນ ຂອງຝົນທີ່ເຄື່ອນໂຕຊ້າໆ ຢູ່ແຄມຝັ່ງຕາເວັນອອກ ຂອງອອສເຕຣເລັຍ.
"ລົມຂນາດກາງ ເຖິງຂນາດແຮງ ກໍຍັງມີຢູ່ແຄມຝັ່ງທະເລ. ເຊັ່ນດຽວກັນ, ຄື້ນທະເລແຮງ ກໍຖືກຄາດໄວ້ວ່າ ຈະຫລຸດຄວາມຮຸນແຮງລົງ ທາງພາກເຫນືອ ແລະຫລຸດຜ່ອນລົງ ໃນທ້າຍອາທິດນີ້. ເຖິງຢ່າງໃດກໍຕາມ, ອາກາດທີ່ປຽກຊຸ່ມ ກໍເປັນເລື່ອງທີ່ແຕກຕ່າງກັນ. ມັນຍັງຄົງຈະມີຢູ່ຕໍ່ໄປ."
ເຂດແຄມຝັ່ງທະເລ ພາກເຫນືອຕອນກາງ ແລະເຂດ Hunter ໄດ້ຮັບຜົນກະທົບຫລາຍທີ່ສຸດ ຈາກນ້ຳຖ້ວມ ໃນບໍ່ດົນມານີ້, ໂດຍທີ່ມີຫລາຍສິບພັນຄົນ ຖືກໂດດດ່ຽວ ແລະຫລາຍຮ້ອຍຄົນ ຕ້ອງໄດ້ຮັບການຊ່ວຍເຫຼືອ.
Michael Wassing ເຈົ້າຫນ້າທີ່ບໍຣິການສຸກເສີນ ຂອງຣັດ ກ່າວວ່າ ບາງເທື່ອ ຕ້ອງໄດ້ໃຊ້ຍົນເຮລິຄອບເຕີ ເພື່ອຊ່ອຍເອົາຜູ້ຄົນ ທີ່ຄ້າງຢູ່ຈາກຫລັງຄາເຮືອນຂອງເຂົາເຈົ້າ.
"ປະຈຸບັນນີ້ ພວກເຮົາ ມີຫລາຍກວ່າ 48,000 ຄົນ ທີ່ຖືກໂດດດ່ຽວ ເພາະນ້ຳຖ້ວມ. ແລະພວກເຮົາ ໄດ້ມີເຫດການ 1,000 ເທື່ອ ແລະໄດ້ກູ້ພັຍ 355ເທື່ອ ໃນ 24 ຊົ່ວໂມງທີ່ຜ່ານມາ."
ແຕ່ SES ກໍຮູ້ສຶກຜິດຫວັງ.
ມີການເຕືອນ ຫລາຍກວ່າ 100 ເທື່ອ, ໂດຍທີ່ປະຊາຊົນໃນທ້ອງຖິ່ນ ຢູ່ໃນເສັ້ນທາງຂອງນ້ຳຖ້ວມ ຖືກຊຸກຍູ້ໃຫ້ໄປຫາບ່ອນສູງ ແລະອົບພະຍົບອອກຈາກທ້ອງທີ່ ຖ້າຫາກສາມາດເຮັດໄດ້.
ແຕ່ SES ກ່າວວ່າ ຈໍານວນການຊ່ວຍເຫຼືອ ກໍາລັງເຮັດໃຫ້ຊັບພະຍາກອນ ຫຼຸດໜ້ອຍລົງ ຈາກວຽກງານທີ່ສໍາຄັນອື່ນໆ ເຊັ່ນການຮັກສາຫລັງຄາ ແລະຖົງດິນຊາຍ-ເພາະຜູ້ຄົນໄດ້ຕັດສິນໃຈ ຜິດພາດ.
Jenny Aitchison, Roads Minister ຂອງ New South Wales ກ່າວວ່າ ຖນົນບາງເສັ້ນ ບໍ່ປອດພັຍທີ່ຈະໃຊ້.
"ມີການປັບໃໝ ສໍາລັບຜູ້ຄົນທີ່ຂັບຣົດຜ່ານນ້ຳຖ້ວມ ຖ້າຫາກຖືກພົບວ່າເປັນຄວາມປມາດ. ທ່ານຮູ້ວ່າ ຖ້າຫາກທ່ານຂັບຣົດຜ່ານນ້ຳ 30 ຊັງຕີແມັດ, ແຮງຂອງນ້ຳນັ້ນ ສາມາດພັດຣົດຂອງທ່ານ ອອກຈາກຖນົນໄດ້."
ສະພາບອາກາດທີ່ຮ້າຍແຮງ ໄດ້ເຮັດໃຫ້ມີຄົນເສັຍຊີວິດ ຢ່າງຫນ້ອຍຫນຶ່ງຄົນ.
ຫນ່ວຍບໍຣິການສຸກເສີນ ໃນເມືອງ Moto ທີ່ຢູ່ແຄມຝັ່ງທະເລ ພາກເຫນືອຕອນກາງ ຂອງ New South Wales, ໄດ້ພົບສົບຂອງຊາຍ ອາຍຸ 63 ປີ ໃນຕອນບ່າຍຂອງວັນພຸດ.
Chris Minns ນາຍົກຣັຖມົນຕີຣັດ ບອກກັບ Channel 9 ວ່າຊາຍຄົນນັ້ນ ຢູ່ໃນເຮືອນຫລັງຫນຶ່ງ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ.
"ມັນເປັນເລື່ອງໜ້າເສົ້າຫລາຍ, ແລະເມື່ອມີພັຍທັມມະຊາດທີ່ຮ້າຍແຮງເຫລົ່ານີ້, ມັນກະທົບຕໍ່ທຸກຄອບຄົວຢ່າງຮ້າຍແຮງ. ແລະພວກເຮົາສະແດງຄວາມເສັຍໃຈ ຕໍ່ຊາຍຄົນນັ້ນ ແລະຄອບຄົວຂອງລາວ."
Chris Minns ກ່າວວ່າ ທັງຫມົດນີ້ ຫມາຍຄວາມວ່າ ສະພາບການແມ່ນຫຍຸ້ງຍາກ ແລະອັນຕະຣາຍທີ່ເຫັນໄດ້ຢ່າງຊັດແຈ້ງ.
"ຝົນຕົກຫນັກ ຍັງສົ່ງຜົນກະທົບ ຕໍ່ລະບົບແມ່ນໍ້າຫຼາຍແຫ່ງ. ນ້ຳໄດ້ຖ້ວມຂຶ້ນສູງ. ພວກເຮົາຍັງເຫັນນ້ຳຖ້ວມ ໃນທ້ອງຖິ່ນ ຢູ່ບ່ອນທີ່ມີຝົນຕົກແຮງ. ແລະພວກເຮົາ ກໍາລັງເວົ້າເຖິງປະຣິມານນ້ຳຝົນ ໃນລະດັບ 100-150 ມິລິແມັດ ໃນເຂດທົ່ວໄປ."
Kristy McBain ຣັຖມົນຕີ ການຈັດການ ເຫດສຸກເສີນ (Emergency Management) ກ່າວວ່າ ຣັຖບານກາງ ກໍາລັງທໍາງານກັບຣັຖບານ NSW ເພື່ອໃຫ້ຄວາມຊ່ອຍເຫລືອ ໃນ 16 ເຂດຂອງຣັຖບານທ້ອງຖິ່ນ.
Jihad Dibb ຣັຖມົນຕີບໍຣິການສຸກເສີນຂອງ New South Wales ໄດ້ຮຽກຮ້ອງ ໃຫ້ຜູ້ຄົນອົດທົນ, ແລະຟັງຄໍາແນະນໍາ ຂອງທາງການ ກ່ຽວກັບສິ່ງທີ່ຕ້ອງເຮັດ.
"ສໍາລັບຜູ້ຄົນ ທີ່ຍັງລໍຖ້າການກູ້ພັຍ, ພວກເຮົາຮູ້ວ່າ ຕ້ອງໃຊ້ເວລາ.ມັນສໍາຄັນທີ່ສຸດ ທີ່ຈະພາທ່ານໄປເຖິງທີ່ປອດພັຍ. ພວກເຮົາ ຂໍໃຫ້ທ່ານອົດທົນຕໍ່ໄປ. ພວກເຮົາ ຈະເຮັດໃຫ້ແນ່ໃຈວ່າ ພວກເຮົາຈະໄປເຖິງທຸກຄົນ. ພວກເຮົາ ກໍາລັງເຮັດໃຫ້ດີທີ່ສຸດ ເທົ່າທີ່ເຮົາສາມາດເຮັດໄດ້."
ໃນຂນະທີ່ຝົນຍັງຕົກຕໍ່ໄປ, ກະຊວງສຶກສາຂອງ New South Wales ກ່າວວ່າ ໂຮງຮຽນ 145 ແຫ່ງຖືກປິດ ທົ່ວເຂດ Mid North Coast, Hunter ແລະ Central Coast ແລະພໍ່ແມ່ ຕ້ອງໃຫ້ລູກຫຼານຂອງເຂົາເຈົ້າ ຢູ່ບ້ານ.
ໃນໃຈກາງຂອງເມືອງ Taree, ທີ່ຢູ່ແຄມຝັ່ງທະເລທາງເຫນືອ, ກໍຖືກນ້ຳຖ້ວມ ໂດຍທຳລາຍສະຖິຕິນ້ຳຖ້ວມ ຂອງປີ 1929 ທີ່ 5 ຈຸດ 9 ແມັດ, ໃນ ຂນະທີ່ ແມ່ນ້ຳ Manning ຂຶ້ນສູງສຸດ ແລະຍັງສູງຂຶ້ນກວ່າ 6 ຈຸດ 4 ແມັດ.
ແລະໃນເມືອງ Wingham, ຜູ້ອາສັຍຢູ່ໃນທ້ອງຖິ່ນ Dr Alison McIntosh ກ່າວວ່າ ເສັ້ນທາງລຳລຽງ ໄດ້ຖືກຕັດຂາດ-ແຕ່ຮ້ານຂາຍສິນຄ້າ ກໍຍັງຖືກນ້ຳຖ້ວມຄືກັນ.
"Supermarket ມີນໍ້າຖ້ວມ. ພວກເຮົາ ຖືກຕັດຂາດໃນທາງບົກ ນັບແຕ່ເຊົ້າວານນີ້. ສະນັ້ນ, ຈຶ່ງບໍ່ມີສິນຄ້າ ເຖິງແມ່ນວ່າ ຮ້ານຄ້າຈະເປີດກໍຕາມ. ຂ້າພະເຈົ້າ ໂຊກດີໃນເລື່ອງນີ້ ແຕ່ຂ້າພະເຈົ້າ ແນ່ໃຈວ່າ ຕ້ອງມີຫລາຍຄົນ ທີ່ພົບວ່າມັນສ້າງຄວາມຫຍຸ້ງຍາກຢູ່ແລ້ວ."
ໃນຂນະດຽວກັນ, ບາງຄົນ ກໍມອງຂ້າມວິກິດ ທີ່ຢູ່ຕໍ່ໜ້າ.
ສະພາປະກັນພັຍຂອງອອສເຕຣເລັຍ (The Insurance Council of Australia) ກ່າວວ່າ ມັນກໍາລັງຕິດຕາມ ເບິ່ງສະພາບອາກາດຢ່າງໃກ້ຊິດ, ກ່ອນການຮຽກຮ້ອງຄ່າຊົດເຊີຍ ຈະເພີ່ມສູງຂຶ້ນ.
Andrew Hall ຫົວຫນ້າຜູ້ອໍານວຍການໃຫຍ່ ຂອງສະພາ ກ່າວວ່າ ນ້ຳຖ້ວມ ອາດເປັນຫາຍະນະ, ໂດຍທີ່ມີນ້ຳຖ້ວມຢ່າງຫລວງຫລາຍ ໃນເຂດທີ່ຄ້າຍຄືກັນ ໃນປີ 2022.
ເຖິງຢ່າງໃດກໍຕາມ, ຊາວເມືອງເຊັ່ນ Holly ໄດ້ຍອມຈຳນົນວ່າ ບໍ່ມີປະກັນພັຍເລີຍ.
"ໃນເຂດນີ້ ມັນບໍ່ສາມາດປະກັນພັຍໄດ້ ເພາະຄ່າປະກັນພັຍສູງ. ແຕ່ທ່ານ ຈະບໍ່ສາມາດຄາດເດົາໄດ້ ກ່ຽວກັບປະຣິມານນ້ຳ ແລະຄວາມໄວຂອງນ້ຳນໍາອີກ."
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao