ພະຍາບານທີ່ຈົດທະບຽນ ຈະສາມາດອອກໃບສັ່ງຢາໄດ້.

Asian woman, vet and writing with clipboard for results on animal medicine, study or diagnosis at clinic. Young female person or veterinarian taking notes for medical prescription or pet treatment

ພະຍາບານຫລາຍສິບພັນຄົນທົ່ວປະເທດ ຈະສາມາດຍົກລະດັບຄວາມຊໍານານ ໃນການສັ່ງຢາ ຊຶ່ງຕາມປົກກະຕິແລ້ວ ຈະເຮັດໂດຍທ່ານຫມໍ. Source: iStockphoto / Jacob Wackerhausen/Getty Images

ພະຍາບານຫລາຍສິບພັນຄົນທົ່ວປະເທດ ຈະສາມາດຍົກລະດັບຄວາມຊໍານານ ໃນການສັ່ງຢາ ຊຶ່ງຕາມປົກກະຕິແລ້ວ ຈະເຮັດໂດຍທ່ານຫມໍ. ມັນເປັນການປະຕິຮູບ ທີ່ສາມາດປ່ຽນສະພາບການທາງການແພດ ໃນອອສເຕຣເລັຍ... ແລະຊີວິດຂອງຜູ້ປ່ວຍຈຳນວນຫລາຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ພະຍາບານທີ່ຈົດທະບຽນ ຈະສາມາດອອກໃບສັ່ງຢາໄດ້.

ພະຍາບານຫລາຍສິບພັນຄົນທົ່ວປະເທດ ຈະສາມາດຍົກລະດັບຄວາມຊໍານານ ໃນການສັ່ງຢາ ຊຶ່ງຕາມປົກກະຕິແລ້ວ ຈະເຮັດໂດຍທ່ານຫມໍ.

ດັ່ງທີ່ Sunil Awasthi ລາຍງານ, ມັນເປັນການປະຕິຮູບ ທີ່ສາມາດປ່ຽນສະພາບການທາງການແພດ ໃນອອສເຕຣເລັຍ... ແລະຊີວິດຂອງຜູ້ປ່ວຍຈຳນວນຫລາຍ.

ມັນເປັນການປ່ຽນແປງອັນໃຫຍ່ຫລວງ ທີ່ຈະປ່ຽນຂອບເຂດການປະຕິບັດ ສໍາລັບຜູ້ຊ່ຽວຊານ ທາງສຸຂະພາບບາງຄົນ.

ບັດນີ້ພະຍາບານທີ່ຈົດທະບຽນ (Registered Nurses) ທົ່ວປະເທດ ສາມາດເລີ່ມຕົ້ນການຝຶກອົບຮົມ ເພື່ອໃຫ້ຈະສາມາດ ອອກໃບສັ່ງຢາທາງຄະລີນິກໄດ້.

ການຍົກລະດັບຄວາມຊໍານານ ຈະກ່ຽວຂ້ອງກັບຄຸນສົມບັດ ການສຶກສາ ລະດັບສູງກວ່າປະຣິນຍາຕີ ຂອງມະຫາວິທະຍາໄລ (University Postgraduate Qualification).

ແຕ່ດັ່ງທີ່ Veronica Casey, ປະທານຄນະກັມມະການ ການພະຍາບານແລະຜະດຸງຄັນ (Midwifery), ອະທິບາຍວ່າ ນັ້ນຍັງໄກຈາກສິ່ງຈະກ່ຽວຂ້ອງທັງໝົດ.

"ຍັງມີຂໍ້ກຳໜົດອື່ນໆອີກ-ເຊັ່ນເຂົາເຈົ້າຕ້ອງມີການປະຕິບັດສາມປີ ຫລັງຈາກການຈົດທະບຽນຕອນທຳອິດ. ແນ່ນອນວ່າການສຶກສາເປັນອົງປະກອບທີ່ສໍາຄັນຫລາຍຂອງມາດຕະຖານນີ້, ແຕ່ຍັງມີອົງປະກອບອື່ນໆອີກ ທີ່ຄນະກັມມະການຕ້ອງການເພື່ອໃຫ້ຜູ້ປະຕິບັດການໄດ້ຮັບການຮັບຮອງ."

Danielle McMullen ຈາກສະມາຄົມການແພດ ຂອງອອສເຕຣເລັຍ (the Australian Medical Association) ກ່າວວ່າ ການປ່ຽນແປງນີ້ ຈະຊ່ວຍໃຫ້ແນ່ໃຈວ່າ ການຮ່ວມມືລະຫວ່າງຜູ້ຊ່ຽວຊານທາງການແພດ ເພື່ອໃຫ້ແນ່ໃຈວ່າ ຄົນໄຂ້ໄດ້ຮັບການດູແລທີ່ດີກວ່າ.

"ຮູບແບບຂອງການດູແລ ຂອງພະຍາບານທີ່ເປັນຜົນຮັບໃນທີ່ນີ້ ສົ່ງເສີມການດູແລແບບທີມ, ເພາະຕ້ອງການໃຫ້ພະຍາບານ ເຮັດວຽກຮ່ວມກັບທ່ານຫມໍ ຫລືຜູ້ປະກອບວິຊາຊີບພະຍາບານ ເພື່ອໃຫ້ແນ່ໃຈວ່າ ການອອກໃບສັ່ງຢານັ້ນປອດພັຍ ແລະມີປະສິດທິພາບແທ້ໆ."

ສາດສະດາຈານ Jane Mills ຈາກໂຮງຮຽນສຸຂະພາບຊົນນະບົດ (the Rural Health School) ທີ່ມະຫາວິທະຍາລັຍ La Trobe.

ນາງເວົ້າວ່າ ການເຄື່ອນໄຫວນີ້ ໄດ້ຖືກອອກແບບ ເພື່ອແກ້ປັນຫາການຂາດພະນັກງານ ທາງສຸຂະພາບທີ່ສໍາຄັນຄືກັນ.

"ໂດຍສະເພາະລູກຄ້າໃນພູມີພາກ ແລະຊົນນະບົດ, ເພາະການຂາດແຄນຜູ້ປິ່ນປົວ ໃນພູມີພາກ ແມ່ນຮຸນແຮງຫຼາຍ, ຊຶ່ງຫມາຍຄວາມວ່າ ບາງຄັ້ງ ຜູ້ຄົນອາດຕ້ອງລໍຖ້າເປັນເວລາດົນນານ ກ່ອນເຂົາເຈົ້າຈະສາມາດ ເຂົ້າເຖິງທ່ານຫມໍໄດ້ແທ້ໆ."

Frances Rice ຈາກ the Australian Royal College of Nursing.

ນາງເວົ້າວ່າ ການເຄື່ອນໄຫວນັ້ນ ຈະເຮັດໃຫ້ການເຂົ້າເຖິງຢາ ຂອງຜູ້ຄົນໄດ້ຫຼາຍຂຶ້ນ.

"ຈະມີການເພີ່ມຫຼາຍຂຶ້ນໃນໂຮງຫມໍ, ແຕ່ຂ້າພະເຈົ້າຄິດວ່າ ຜົນຕອບແທນທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ ແມ່ນຢູ່ນອກໂຮງ ຫມໍ.... ເຮັດໃຫ້ຜູ້ຄົນສາມາດເຂົ້າເຖິງຢາໃນຊຸມຊົນ ໄດ້ທັນເວລາ ແລະລາຄາຖືກລົງກວ່າເກົ່າ."

ໃນຂັ້ນຕອນນີ້, ຜູ້ຊ່ຽວຊານດ້ານສຸຂະພາບ ທີ່ມີຄຸນວຸທິ ຈະສາມາດສັ່ງຢາທຸກຢ່າງໄດ້.... ແຕ່ກໍມີຄວາມລະມັດລະວັງຄືກັນ.

ມີການຮຽກຮ້ອງ ໃຫ້ຢາທີ່ເອີ້ນວ່າຢາຄວບຄຸມປະເພດທີແປດ, ຫລືຢາທີ່ຖືກຖືວ່າ ເປັນຢາເສບຕິດສູງ ທີ່ຫ້າມບໍ່ໃຫ້ພະຍາບານອອກໃບສັ່ງໄດ້.

Ms McMullen ກ່າວວ່າ ອາດຈໍາເປັນຕ້ອງມີຄວາມຊ່ຽວຊານ ທາງວິຊາອາຊີບ ໃນລະດັບສູງກວ່າ ໃນສະພາບການເຫລົ່ານີ້.

"ຢາເຫລົ່ານີ້ ເປັນຢາທີ່ມີຄວາມສ່ຽງຫລາຍ ເຊັ່ນ Morphine ແລະ Opioids ອື່ນໆ ຫລືຢາເສບຕິດອື່ນໆ ແລະພວກເຮົາຄິດວ່າ ມັນສໍາຄັນແທ້ໆ ທີ່ຜູ້ສັ່ງຢາທີ່ມີປະສົບການ ຈະມີສ່ວນຮ່ວມໃນເລື່ອງນີ້."

ໃນຂນະທີ່ ຮູບແບບຂອງການປະຕິບັດ ຍັງຢູ່ລະຫວ່າງດຳເນີນການ... ການຝຶກອົບຮົມ ຄາດວ່າຈະເລີ່ມຕົ້ນໃນປີຫນ້າ.

ລາຍງານໂດຍ  Sunil Awasthi ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service