ວ່າດ້ວຍ ຄວາມເຈັບປວດຂອງຜູ້ຍິງ.

Stressed pregnant woman lying on bed in hospital

ຜູ້ຍິງທີ່ລໍຖ້າການຮັບຢາດ້ວຍຄວາມກັງວົນ. Credit: Westend61/Getty Images/Westend61

ລາຍງານກ່ຽວກັບຄວາມເຈັບປວດຂອງຜູ້ຍິງຖືກຫລໍ່ຫລອມໂດຍປະສົບການຂອງຜູ້ຍິງ ແລະເດັກນ້ອຍຜູ້ຍິງ 13,000 ຄົນ. ລາຍງານໄດ້ເປີດເຜີຍຊ່ອງວ່າງທາງສຸຂະພາບລະຫວ່າງເພດ, ປະສົບການຂອງອະຄະຕິທາງການແພດ, ການຈໍາແນກເລື່ອງເພດ ແລະການກຽດຊັງຜູ້ຍິງ, ແລະຄວາມຮູ້ສຶກທີ່ຖືກລະເລີຍ ຫລືຖືກປະຕິເສດ ໂດຍທ່ານຫມໍ ແມ່ນແພ່ໄປທົ່ວລະບົບສຸຂະພາບຂອງຣັດ Victoria.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ວ່າດ້ວຍ ຄວາມເຈັບປວດຂອງຜູ້ຍິງ.

ຣັຖບານ Victoria ໄດ້ເຜີຍແພ່ລາຍງານສຸດທ້າຍ ຂອງການສອບສວນ ກ່ຽວກັບປະສົບການ ຄວາມເຈັບປວດຂອງຜູ້ຍິງ-ແລະມັນເຮັດໃຫ້ເກີດຄວາມບໍ່ສະບາຍໃຈ.

ລາຍງານນີ້ ຖືກຫລໍ່ຫລອມໂດຍປະສົບການຂອງຜູ້ຍິງ ແລະເດັກນ້ອຍຜູ້ຍິງ 13,000 ຄົນ. ລາຍງານໄດ້ເປີດເຜີຍຊ່ອງວ່າງທາງສຸຂະພາບລະຫວ່າງເພດ, ປະສົບການຂອງອະຄະຕິທາງການແພດ, ການຈໍາແນກເລື່ອງເພດ ແລະການກຽດຊັງຜູ້ຍິງ, ແລະຄວາມຮູ້ສຶກທີ່ຖືກລະເລີຍ ຫລືຖືກປະຕິເສດ ໂດຍທ່ານຫມໍ ແມ່ນແພ່ໄປທົ່ວລະບົບສຸຂະພາບຂອງຣັດVictoria.

Deborah Groarke ລາຍງານ.

ມາພົບກັບ Thea Baker.

ນາງເປັນຈິດຕະແພດທາງຄະລີນິກ (Clinical Psychologist) ຜູ້ໄດ້ຍິນເລື່ອງລາວຫລາຍຢ່າງ ກ່ຽວກັບຄວາມເຈັບປວດ, ຈາກປະສົບການຂອງຜູ້ຍິງ ແລະເດັກນ້ອຍຜູ້ຍິງ ທີ່ພະຍາຍາມທຳຄວາມເຂົ້າໃຈ ກັບລະບົບການດູແລສຸຂະພາບຂອງຣັດ Victoria.

ແຕ່ Ms Baker ເວົ້າວ່າ ນາງເອງກໍມີປະສົບການແບບນັ້ນຄືກັນ.

"ຂ້າພະເຈົ້າ ໄດ້ຮັບການຜ່າຕັດດ້ານປັນຫາຂອງແມ່ຍິງສອງເທື່ອ ແລະການຜ່າຕັດສະໂພກສີ່ເທື່ອ, ຮວມທັງການປ່ຽນສະໂພກ ໃນໄລຍະ 10 ປີທີ່ຜ່ານມາ... ສິ່ງຫນຶ່ງ ທີ່ຂ້າພະເຈົ້າຮູ້ສຶກວ່າຍາກທີ່ສຸດ ແມ່ນການບໍ່ເຊື່ອ ຫລັງຈາກການຜ່າຕັດດ້ວຍຄວາມເຈັບປວດ ທີ່ຂ້າພະເຈົ້າໄດ້ປະສົບມາ ໃນຂນະທີ່ຂ້າພະເຈົ້າໄດ້ຟື້ນຈາກການໃຊ້ຢາສລົບ ແລະຖືກບອກວ່າ ຂ້າພະເຈົ້າສ້າງຄວາມວຸ້ນວາຍ ແລະຕ້ອງລໍຖ້າເປັນເວລາດົນນານ ລະຫວ່າງການໃຫ້ຢາ."
ເຮົາທຸກຄົນໄດ້ຍິນວ່າ ເປັນເລື່ອງທັມມະດາ. ບໍ່ວ່າຈະເປັນໄລຍະເປັນປະຈຳເດືອນ, ຄວາມເຈັບປວດຢ່າງແຮງ ທີ່ມາຈາກຄວາມເຈັບປວດແບບນັ້ນ.
Jacinta Allan ນາຍົກຣັດຖະມົນຕີ Victoria
ຣັຖບານຂອງຣັດ Victoria ຫາກໍໄດ້ເຜີຍແພ່ລາຍງານສຸດທ້າຍ ຂອງການສອບສວນ ກ່ຽວກັບປະສົບການຄວາມເຈັບປວດຂອງຜູ້ຍິງ, ການສອບສວນ ທີ່ຖືກກະຕຸ້ນໂດຍເລື່ອງລາວເຊັ່ນນີ້.

ການສອບສວນນັ້ນ ໄດ້ດໍາເນີນໂດຍສະພາທີ່ປຶກສາທາງສຸຂະພາບຂອງຜູ້ຍິງ (the Women's Health Advisory Council) ແລະຄນະຜູ້ຊ່ຽວຊານໃນປີ 2024.

ມັນໄດ້ຮັບໃບຍື່ນເລື້ອງເປັນຈໍານວນຫລວງຫລາຍ: ຈາກຜູ້ຍິງ ແລະເດັກນ້ອຍຜູ້ຍິງ 13,000 ຄົນ ທີ່ມີອາຍຸລະຫວ່າງ 12 ເຖິງ 79 ປີ, ພ້ອມທັງຜູ້ດູແລ, ທ່ານຫມໍ ແລະອົງກອນທີ່ກ່ຽວຂ້ອງ.

ນາຍົກຣັດຖະມົນຕີ, Jacinta Allan ກ່າວວ່າ ຜູ້ຍິງທີ່ບໍ່ໄດ້ຮັບການພິຈາຣະນາຢ່າງຈິງຈັງ ເປັນເລື່ອງທັມມະດາ ໃນຫລາຍເລື່ອງທີ່ໄດ້ຍິນ.

"ມີຄວາມເຈັບປວດ ທີ່ຜູ້ຍິງ ແລະເດັກນ້ອຍຜູ້ຍິງ ຖືກບອກເລື້ອຍໆວ່າ ເຂົາເຈົ້າຕ້ອງຮຽນຮູ້ ທີ່ຈະໃຊ້ຊີວິດກັບມັນ. ແບບທີ່ເຮົາທຸກຄົນໄດ້ຍິນວ່າ ເປັນເລື່ອງທັມມະດາ. ບໍ່ວ່າຈະເປັນໄລຍະເປັນປະຈຳເດືອນ, ຄວາມເຈັບປວດຢ່າງແຮງ ທີ່ມາຈາກຄວາມເຈັບປວດແບບນັ້ນ. ພວກເຮົາຍັງຖືກບອກໃຫ້ຜ່ານຜ່າມັນໄປ. ເຮົາຖືກສອນວ່າ ເຮົາຕ້ອງຜ່ານຜ່າ ແລະອົດທົນກັບມັນ. ແລະຂ້າພະເຈົ້າຮູ້ທັງຫມົດນີ້ ເພາະຂ້າພະເຈົ້າໄດ້ຜ່ານຜ່າປະສົບການນີ້ດ້ວຍຕົວເອງ."

ລາຍງານໄດ້ບອກຢ່າງຊັດແຈ້ງວ່າ ບັນຫານັ້ນກວ້າງຂວາງພຽງໃດ.

ພາວະທີ່ເຫັນເລື້ອຍທີ່ສຸດ ທີ່ຜູ້ຍິງປະສົບ ແມ່ນຄວາມເຈັບປວດໃນໄລຍະປະຈໍາເດືອນ ແລະຮອກໂມນ (Hormonal pain) (40 ເປີເຊັນ), Endometriosis (26 ເປີເຊັນ), ແລະບັນຫາກ້າມເນື້ອ ແລະກະດູກ (Musculoskeletal), ເຊັ່ນໂຣກໄຂຂໍ່ອັກເສບ (Arthritis) (26 ເປີເຊັນ).

ລາຍງານພົບວ່າ 90 ເປີເຊັນ ຂອງການສອບຖາມ ໄດ້ລາຍງານວ່າ ຜູ້ຍິງປະສົບກັບຄວາມເຈັບປວດຫລາຍກວ່າຫນຶ່ງປີ, ໃນຂນະທີ່ ຫລາຍກວ່າເຄິ່ງຫນຶ່ງ (54 ເປີເຊັນ) ມີຄວາມເຈັບປວດທຸກວັນ.

ສາດສະດາຈານ Sonya Grover ເປັນຫົວຫນ້າຂອງຜແນກ Gynaecology ທີ່ໂຮງຫມໍ Royal Children's Hospital-ແລະນາງກ່າວວ່າ ມັນເປັນເລື້ອງທີ່ໜ້າເປັນຫ່ວງຫລາຍ.

"ເຮົາຮູ້ວ່າ ຄວາມເຈັບປວດທີ່ບໍ່ໄດ້ຮັບການປິ່ນປົວ ມີຜົນກະທົບຕໍ່ທຸກສິ່ງ: ການນອນ, ອາລົມ, ການມີສ່ວນຮ່ວມໃນກິລາ, ການສຶກສາ, ຄວາມຫມັ້ນໃຈໃນຕົວເອງ. ແຕ່ພວກເຮົາຍັງຮູ້ອີກວ່າ ຖ້າຫາກພວກເຮົາເຂົ້າແຊກແຊງໃນຕອນຕົ້ນ, ພວກເຮົາຈະສາມາດປ່ຽນແປງມັນໄດ້."

ແຕ່ລາຍງານນັ້ນກ່າວວ່າ ການຊອກຫາຄວາມຊ່ອຍເຫລືອໃນຕອນຕົ້ນ ໄດ້ພິສູດແລ້ວວ່າ ເປັນບັນຫາ.

ໃນຂນະທີ່ 95 ເປີເຊັນ ໄດ້ຂໍຄວາມຊ່ອຍເຫລືອສໍາລັບຄວາມເຈັບປວດຂອງເຂົາເຈົ້າ, ຫລາຍກວ່າ 70 ເປີເຊັນ ກ່າວວ່າ ເຂົາເຈົ້າບໍ່ໄດ້ຮັບຄວາມສົນໃຈ ຫລືປະເຊີນກັບການເລືອກປະຕິບັດ ເມື່ອເຂົາເຈົ້າຂໍຮັບການດູແລ.

ສະຖານະການແມ່ນຮ້າຍແຮງກວ່ານັ້ນ ສໍາລັບຜູ້ທີ່ມີຄວາມພິການ, ຫລືຈາກຊຸມຊົນ LGBTIQ plus, ຜູ້ຄົນທີ່ມາຈາກພື້ນຖານທາງວັດທະນະທັມທີ່ແຕກຕ່າງກັນ, ແລະຜູ້ຍິງ ແລະເດັກນ້ອຍຜູ້ຍິງຊາວ Aboriginal ແລະ Torres Strait Islander.

Mary-Anne Thomas ຣັຖມົນຕີກະຊວງສາທາຣະນະສຸກຂອງ Victoriaກ່າວວ່າ ດ້ວຍເຫດນີ້ ຜູ້ຍິງແລະເດັກນ້ອຍຜູ້ຍິງຫລາຍຄົນ ບໍ່ໄດ້ຮັບການວິນິດສັຍຢ່າງຖືກຕ້ອງ.

"ບັດນີ້ ຜູ້ຍິງໄດ້ບອກພວກເຮົາວ່າ ເມື່ອເຂົາເຈົ້າໄປຂໍຮັບການປິ່ນປົວຄວາມເຈັບປວດຂອງເຂົາເຈົ້າ, ສ່ວນຫລາຍແລ້ວ ແມ່ນສຸຂະພາບທາງຈິດໃຈຂອງເຂົາເຈົ້າ ທີ່ໄດ້ຮັບການປິ່ນປົວ. ເຂົາເຈົ້າໄດ້ຮັບຢາຕ້ານຄວາມຊຶມເສົ້າ ແຕ່ສາເຫດຂອງຄວາມເຈັບປວດຂອງເຂົາເຈົ້າ ບໍ່ໄດ້ຖືກວິນິດສັຍ."

ຣັດຖະມົນຕີກ່າວວ່າ ລາຍງານໄດ້ຊີ້ບອກເຖິງ ອຸບປະສັກສໍາຄັນຂອງການປິ່ນປົວ ແມ່ນລັກສນະຂອງພະນັກງານເອງ.

ນາງເວົ້າວ່າ ຜູ້ຊ່ຽວຊານເລື່ອງການດູແລສຸຂະພາບບາງຄົນ ບໍ່ມີຄວາມຮູ້ທີ່ຈະຊ່ອຍເຫລືອຄົນໄຂ້ຜູ້ຍິງຂອງເຂົາເຈົ້າ.

"ຄວາມຮູ້ທີ່ເຮົາມີ ເມື່ອເວົ້າເຖິງການໃຫ້ການດູແລສຸຂະພາບ ໄດ້ຖືກສ້າງຂຶ້ນເທິງປະສົບການ ແລະຊີວະວິທະຍາຂອງຜູ້ຊາຍ. ນີ້ເປັນພຽງຄວາມຈິງເທົ່ານັ້ນ. ມັນບໍ່ແມ່ນການຕັດສິນ, ມັນເປັນພຽງຄວາມຈິງເທົ່ານັ້ນ. ເຮົາຍັງບໍ່ຮູ້ພຽງພໍ ກ່ຽວກັບສາເຫດຂອງຄວາມເຈັບປວດຫລາຍຢ່າງ ທີ່ຜູ້ຍິງກໍາລັງປະສົບຢູ່. ມັນຍັງບໍ່ໄດ້ຖືກຄົ້ນຄວ້າ ແລະບໍ່ໄດ້ຖືກສອນ."

ຣັຖບານຂອງຣັດ ໄດ້ວາງແຜນທີ່ຈະແນະນໍາມາດຕະຖານການດູແລໃຫມ່.

ນາຍົກຣັດຖະມົນຕີ ຂອງຣັດກ່າວວ່າ ມາດຕະຖານຄວາມເຈັບປວດຂອງຜູ້ຍິງ (the Women's Pain Standard) ຈະຖືກນໍາໃຊ້ທົ່ວລະບົບສຸຂະພາບຂອງ Victoria ເມື່ອມັນຖືກພັດທະນາແລ້ວ, ເພື່ອເລີ່ມປ່ຽນແປງສິ່ງຕ່າງໆໃຫ້ດີຂຶ້ນ.

"ນີ້ຄືຄວາມເຂົ້າໃຈວ່າ ວັດທະນະທັມຈົນເຖິງປະຈຸບັນນີ້ ແມ່ນຄວາມມິດງຽບ ແລະບໍ່ເຂົ້າໃຈຄວາມເຈັບປວດຂອງຜູ້ຍິງ. ສະນັ້ນ, ໂດຍການກຳ ໜົດມາດຕະຖານການດູແລສຸຂະພາບໃຫມ່ ຈຶ່ງເປັນເລື້ອງກ່ຽວກັບການສົ່ງຂໍ້ຄວາມທີ່ຊັດແຈ້ງ ກ່ຽວກັບຄວາມຄາດຫວັງທີ່ເຮົາຕັ້ງໄວ້ ເພື່ອສນັບສນູນຜູ້ຍິງ ໃຫ້ໄດ້ຮັບການດູແລທີ່ເຂົາເຈົ້າຕ້ອງການ ທົ່ວລະບົບສຸຂະພາບຂອງເຮົາ."

ມາດຕະຖານ (the Women's Pain Standard) ອາດເປັນສ່ວນຫນຶ່ງຂອງແຜນປະຕິບັດ ສໍາລັບຄວາມເຈັບປວດຂອງຜູ້ຍິງ ທີ່ຣັຖບານກ່າວວ່າ ມັນຈະຈັດຂຶ້ນ ໃນໄລຍະຫົກເດືອນຂ້າງຫນ້າ.

ແຕ່ຣັດຖະມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ເຂົາເຈົ້າບໍ່ໄດ້ລໍຖ້າທີ່ຈະລົງມືປະຕິບັດ.
ລາຍງານນັ້ນກ່າວວ່າ ການຊອກຫາຄວາມຊ່ອຍເຫລືອໃນຕອນຕົ້ນ ໄດ້ພິສູດແລ້ວວ່າ ເປັນບັນຫາ.
ສາດສະດາຈານ Sonya Grover ເປັນຫົວຫນ້າຂອງຜແນກ Gynaecology ທີ່ໂຮງຫມໍ Royal Children's Hospital
ຄະລີນິກສະເພາະ ຈະຖືກຈັດຕັ້ງຂຶ້ນຢູ່ທີ່ໂຮງຫມໍ Royal Children's Hospital, ແລະນາງໄດ້ສັນຍາ ທີ່ຈະນຳໃຊ້ເຄື່ອງມືທີ່ເອີ້ນວ່າ 'ໝາກຫວີດຂຽວ (Green Whistle)', ຊຶ່ງເປັນເຄື່ອງຊ່ອຍຫັນໃຈ ສໍາລັບບັນເທົາຄວາມເຈັບປວດ ທີ່ຈະໃຫ້ຜູ້ຍິງຄວບຄຸມຄວາມເຈັບປວດຂອງເຂົາເຈົ້າ ໃນລະຫວ່າງການໃສ່ ຫລືຖອດ IUD.

Dr Nisha Khot, ຜູ້ອໍານວຍການຄະລີນິກຂອງ Obstetrics and Gynaecology ທີ່ Peninsula Health, ກ່າວວ່າ ການບໍຣິການຂອງເຂົາເຈົ້າ ໄດ້ເລີ້ມໃຊ້ 'ໝາກຫວີດຂຽວ (Green Whistle)' ແລ້ວ-ແລະການເປີດໃຊ້ອຸປະກອນນີ້ ທີ່ສູນກາງສຸຂະພາບທາງເພດ ແລະການສືບພັນທັງ 20ແຫ່ງ ໃນເມືອງ Victoria ຈະເປັນການເຄືອນໄຫວທີ່ໜ້າຍິນດີ.

"ພວກເຮົາທຸກຄົນຮູ້ວ່າ IUD ເປັນການຄຸມກໍາເນີດທີ່ດີເລີດ. ມັນດີສໍາລັບໄລຍະເປັນປະຈຳເດືອນຢ່າງແຮງ, ມັນຍັງດີ ສໍາລັບຄວາມເຈັບປວດໃນຕອນມີປະຈຳເດືອນ. ແລະເບິ່ງຄືວ່າ ເປັນຫນ້າເສັຍດາຍ ທີ່ຜູ້ຍິງບໍ່ສາມາດໃຊ້ IUD ໄດ້ ເພາະປະສົບການຂອງເຂົາເຈົ້າ ທີ່ໄດ້ໃສ່ IUD ຫລືປ່ຽນ IUD ນັ້ນເຈັບປວດຫລາຍ. ສະນັ້ນ, ມັນຈຶ່ງເບິ່ງຄືວ່າ ເປັນຜົນດີສໍາລັບທຸກຄົນ."

ສໍາລັບຫົວຫນ້າ ຜູ້ອໍານວຍການໃຫຍ່ຂອງ Women's Health Victoria, Sally Hasler, ການເຜີຍແພ່ລາຍງານນັ້ນ ເປັນຊ່ວງເວລາທີ່ສໍາຄັນ.

ນາງເອີ້ນມັນວ່າ ເປັນຫລັກຖານທີ່ມີພະລັງຈາກຜູ້ຍິງ ວ່າສິ່ງຕ່າງໆຈຳເປັນຕ້ອງປ່ຽນແປງ.

ນາງກ່າວວ່າ ຣັຖບານຂອງ Victoria ແລະ Commonwealth ຕ້ອງທໍາງານຮ່ວມກັນ ເພື່ອນໍາໃຊ້ຄໍາແນະນໍາ ທີ່ທະເຍີທະຍານຂອງລາຍງານ.

ນັ້ນຄືຄວາມຫວັງຂອງ Thea Baker ເຊັ່ນກັນ.

"ຂ້າພະເຈົ້າຫວັງແທ້ໆວ່າ ການສອບສວນ ແລະຜົນງານນີ້ ແລະການລິເລີ່ມ ເປັນການເລີ່ມຕົ້ນຂອງການປ່ຽນແປງລະບົບ ທີ່ຂຍາຍໄປທົ່ວໃນລະບົບການແພດຂອງເຮົາ, ໂດຍສະເພາະ ກ່ຽວກັບການພັດທະນາຂອງສິ່ງຕ່າງໆ ເຊັ່ນການດູແລທີ່ມີຂໍ້ມູນກ່ຽວກັບບາດແຜ (Trauma-informed Care), ເພື່ອວ່ານາຍໝໍຈະເຊື່ອຜູ້ຍິງ, ໄດ້ຮັບການຢືນຢັນ, ປະສົບການຂອງເຂົາເຈົ້າຈະເຂົ້າໃຈໂດຍນາຍໝໍ, ແຕ່ສໍາຄັນທີ່ສຸດ ແມ່ນວ່າ ເຂົາເຈົ້າຈະໄດ້ຮັບການດູແລທີ່ມີປະສິດທິພາບ ແລະອີງຕາມຫລັກຖານ ແລະເຫນືອສິ່ງອື່ນໃດ ຄືການດູແລດ້ວຍຄວາມເຫັນອົກເຫັນໃຈ."

ລາຍງານໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service