ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄວາມໂປ່ງໃສ ຂອງຣັຖບານ.
ຣັຖບານກາງ ກໍາລັງປະເຊີນກັບການກວດສອບ ການປ່ຽນແປງກົດຫມາຍ ເສຣີພາບຂອງຂໍ້ມູນ (Freedom of Information Laws) ທີ່ນັກວິຈານກ່າວວ່າ ຈະຫລຸດຄວາມໂປ່ງໃສ ແລະທໍາລາຍຄວາມໄວ້ວາງໃຈໃນຣັຖບານ.
ດ້ວຍການອ້າງວ່າ ຣັຖບານນີ້ເປັນຄວາມລັບຫຼາຍທີ່ສຸດ ໃນສາມສິບປີ, ຜູ້ຊ່ຽວຊານກ່າວວ່າ ຣັຖບານຄວນປ່ຽນວິທີ ການປະຕິຮູບ ເສຣີພາບຂອງຂໍ້ມູນ.
Sydney Lang ລາຍງານ.
ຜູ້ຄົນບໍ່ມັກຈະຄິດ ກ່ຽວກັບນັກການເມືອງ ເມື່ອເຂົາເຈົ້າ ຄິດກ່ຽວກັບຄວາມໄວ້ວາງໃຈ ແລະຄວາມຊື່ສັດ.
ອີງຕາມນັກຄົ້ນຄວ້າບາງຄົນ, ຄວາມໄວ້ວາງໃຈຂອງສັງຄົມ ໃນສະພາ ແລະຣັຖບານ ໄດ້ຫລຸດລົງທົ່ວໂລກ ນັບຕັ້ງແຕ່ປີ 1990 ເປັນຢ່າງຫນ້ອຍ.
ໃນປີ 2024, ດັດຊະນີ (Ethics Index) ຂອງສະຖາບັນທັມມາພິບານ ຂອງອອສເຕຣເລັຍ (the Governance Institute of Australia)ພົບວ່າ ນັກການເມືອງ, ພ້ອມດ້ວຍຕົວແທນອະຫັງສາ (Real Estate Agents), ຖືວ່າເປັນອາຊີບ ທີ່ມີຈະຣິຍະທັມ (Ethics) ຫນ້ອຍທີ່ສຸດ.
ສະນັ້ນ, ເມື່ອຣັຖບານກາງ ໄດ້ປະກາດຂໍ້ສເນີ ທີ່ຈະປັບປຸງກົດຫມາຍເສຣີພາບຂອງຂໍ້ມູນ, ຫລືກົດຫມາຍ FOI, ນັກວິຈານ ແລະຜູ້ຊ່ຽວຊານໄດ້ເຕືອນບໍ່ໃຫ້ເຮັດເຊັ່ນນັ້ນ.
"ເຂົາເຈົ້າ ບໍ່ມັກທີ່ຂ້າພະເຈົ້າເວົ້າແບບນີ້, ແຕ່ຫາກທ່ານຮູ້, ຜູ້ຊ່ຽວຊານໄດ້ຄຳນວນໂຕເລກ ໃນສະພາຄັ້ງສຸດທ້າຍ, ມັນເປັນຣັຖບານ ທີ່ລີ້ລັບທີ່ສຸດອັນດັບທີສອງ ໃນສາມສິບປີທີ່ຜ່ານມາ. ນັ້ນຄືຂໍ້ເທັດຈິງ. ເມື່ອທ່ານມາເບິ່ງ FOI, ຄໍາສັ່ງ ສໍາລັບເອກກະສານການຜລິດ ແລະການອ້າງສິດ ໃນການຄຸ້ມກັນ ຄວາມສົນໃຈສາທາຣະນະ, ແລະຂ້າພະເຈົ້າຫມາຍຄວາມວ່າ ນັກຂ່າວທຸກຄົນຮູ້ເລື່ອງນີ້, ແລະສິ່ງທີ່ທ່ານໄດ້ຮັບກັບມານັ້ນ ກໍຖືກແກ້ໄຂເປັນຕ່ອນນ້ອຍໆ."
ຊາວອອສເຕຣເລັຍສ່ວນໃຫຍ່ເຊື່ອວ່າ ນັກການເມືອງ, ພ້ອມດ້ວຍຕົວແທນອະຫັງສາ (Real Estate Agents), ຖືວ່າເປັນອາຊີບ ທີ່ມີຈະຣິຍະທັມ (Ethics) ຫນ້ອຍທີ່ສຸດ.
ນັ້ນແມ່ນ David Pocock ສະມາຊິກສະພາສູງອິດສຣະ, ຜູ້ວິພາກວິຈານການປ່ຽນແປງ ຢ່າງກົງໄປກົງມາ, ຜູ້ກ່າວວ່າ ການສເນີນັ້ນ ບໍ່ສອດຄ່ອງກັບສິ່ງທີ່ ປະຊາຊົນຊາວອອສເຕຣເລັຍຄິດວ່າ ເຂົາເຈົ້າໄດ້ລົງຄະແນນສຽງໃຫ້.
ໃນບັນດາການປ່ຽນແປງ ທີ່ຖືກສເນີຕໍ່ Australia's Freedom of Information (FOI) ແມ່ນການໃຫ້ມີຄ່າໃຊ້ຈ່າຍ ສໍາລັບຄໍາຂໍ FOI.
ໃນຂນະທີ່ທຸກຣັດ ແລະເຂດປົກຄອງ, ຍົກເວັ້ນ ACT, ໄດ້ເກັບເງິນຄ່າຄໍາຂໍເຫລົ່ານີ້ແລ້ວ, ແຕ່ Commonwealth ບໍ່ເກັບເງິນ.
Michelle Rowland ອັຍຍະການສູງສຸດກ່າວວ່າ ຄ່າໃຊ້ຈ່າຍແມ່ນຈໍາເປັນ ເພື່ອກໍາຈັດຄໍາຂໍ ທີ່ບໍ່ສໍາຄັນ ແລະບາງເທື່ອກໍບໍ່ເປັນປໂຍດ.
"ໃນປີ 2023-24 ພຽງປີດຽວ, ພະນັກງານຣັຖບານ ໄດ້ໃຊ້ເວລາຫລາຍກວ່າຫນຶ່ງລ້ານຊົ່ວໂມງ ໃນການດໍາເນີນຕາມຄຳຂໍຮ້ອງ ເລື່ອງເສຣີພາບຂອງຂໍ້ມູນ. ສ່ວນນຶ່ງ ເປັນເພາະເທັກໂນໂລຈີ ທີ່ເຮັດໃຫ້ມີການຂໍຮ້ອງທີ່ບໍ່ເປັນປໂຍດຈຳນວນຫລວງຫລາຍ, ເຮັດໃຫ້ຕ້ອງເສັຍຊັບພະຍາກອນ ແລະຜູ້ເສັຍພາສີ ຕ້ອງເສັຍເງິນ ແລະເຮັດໃຫ້ການຂໍຮ້ອງທີ່ແທ້ຈິງ ຕ້ອງຊັກຊ້າ."
ການປ່ຽນແປງ ບໍ່ພຽງແຕ່ຮວມເຖິງການເອີ້ນເກັບເງິນ ຈາກບຸກຄົນເທົ່ານັ້ນ ,ແຕ່ມັນຍັງຫ້າມ ສາທາຣະນະຊົນ ບໍ່ໃຫ້ຂໍຮ້ອງ ໂດຍບໍ່ລະບຸຕົວຕົນ.
ຣັຖບານກ່າວວ່າ ສິ່ງນີ້ແມ່ນເພື່ອປ້ອງກັນ ການສໍ້ໂກງຂໍ້ມູນປະຈຳໂຕ, ປະເມີນຜົນກະທົບດ້ານຄວາມໝັ້ນຄົງຂອງຊາດ ແລະປົກປ້ອງເຈົ້າຫນ້າທີ່ໜ່ວຍງານ ຈາກພຶດຕິກັມ ທີ່ບໍ່ເຫມາະສົມ.
ເມື່ອຖືກຖາມວ່າ ຣັຖບານຂອງລາວ ກໍາລັງກາຍເປັນຄວາມລັບຫລາຍຂຶ້ນຫລືບໍ່, ນາຍົກຣັຖມົນຕີ Anthony Albanese ໄດ້ບອກນັກຂ່າວວ່າ ເມື່ອບໍ່ດົນມານີ້ ມີຂໍ້ກ່າວຫາເລື່ອງການແຊກແຊງຈາກຕ່າງປະເທດ, ການປ່ຽນແປງນັ້ນ ກໍມີເຫດຜົນຢ່າງຍິ່ງ.
"ຂ້າພະເຈົ້າຄິດວ່າ ຄົນສ່ວນຫລາຍ ແລະຜູ້ຄົນທີ່ຂ້າພະເຈົ້າໄດ້ສົນທະນານໍາ ຈະພົບວ່າ ມັນໜ້າແປກໃຈ ທີ່ຜູ້ຄົນສາມາດສົ່ງຄໍາຂໍຮ້ອງ FO Iແບບບໍ່ລະບຸຕົວຕົນ. ນັ້ນຫມາຍຄວາມວ່າ ບໍ່ມີວິທີ ທີ່ຈະລະບຸໄດ້ວ່າ ຕົວແທນຫລືນັກສະແດງຈາກຕ່າງປະເທດ ກໍາລັງສົ່ງຄຳຂໍຮ້ອງ ກ່ຽວກັບຂໍ້ມູນທີ່ລະອຽດອ່ອນ ແລະບໍ່ມີວິທີທີ່ຈະຢືນຢັນໄດ້."
ອີງຕາມ the Centre for Public Integrity, ການສັ່ງຫ້າມຄໍາຂໍ ທີ່ບໍ່ລະບຸຕົວຕົນ ຈະສົ່ງຜົນກະທົບ ທີ່ເປັນຫ່ວງຕໍ່ບຸກຄົນ ທີ່ມີຄວາມສ່ຽງ, ເຊັ່ນຜູ້ແຈ້ງບອກຂ່າວ (Whistleblowers) ທີ່ມີຄວາມຢ້ານກົວ ຕໍ່ການຕອບໂຕ້.
ນອກເຫນືອໄປຈາກການເລືອກຕັ້ງແລ້ວ, ຄວາມໂປ່ງໃສ ແລະເສຣີພາບຂອງຂໍ້ມູນ ເປັນວິທີສໍາຄັນ ທີ່ນັກການເມືອງ ຕ້ອງຮັບຜິດຊອບ ຕໍ່ການກະທໍາຂອງເຂົາເຈົ້າ.
Dr Gabrielle Appleby, ຈາກ University of New South Wales' Law and Justice, ເປັນຜູ້ອໍານວຍການຄົ້ນຄວ້າຢູ່ທີ່ Centre for Public Integrity.
ນາງເວົ້າວ່າ ການປ່ຽນແປງເຫລົ່ານີ້ ໃຫ້ຄວາມສໍາຄັນ ແກ່ປະສິດທິພາບຂອງຣັຖບານ ຫລາຍກວ່າຄວາມໂປ່ງໃສ.
"ທຸກຄົນເຫັນດີວ່າ ກົດຫມາຍ FOI ຈໍາເປັນຕ້ອງປັບປຸງ. ສະນັ້ນ, ພວກເຮົາຈຶ່ງໄດ້ຄາດຫວັງ ທີ່ຈະມີກົດຫມາຍນີ້, ແຕ່ຄວາມເປັນຫ່ວງໄດ້ເກີດຂຶ້ນ ເພາະກົດຫມາຍນີ້ ທີ່ຣັຖບານໄດ້ສເນີ, ແທນທີ່ຈະຈັດການກັບຂໍ້ກັງວົນຫຼັກເຫລົ່ານັ້ນ ກ່ຽວກັບການຊັກຊ້າຫລາຍເກີນໄປ, ການຫລີກລ່ຽງຈາກການເປີດເຜີຍຂໍ້ມູນ ຕາມກົດຫມາຍ ພາຍໃຕ້ການຈັດຫາຊັບພະຍາກອນ ບໍ່ໄດ້ຮັບການແກ້ໄຂໂດຍກົງ. ແລະແທນທີ່ ເຮົາຈະເຫັນກົດຫມາຍ ທີ່ປ່ຽນຄວາມສົມດຸນຕໍ່ການເປີດເຜີຍຂໍ້ມູນ ແລະແນໃສ່ຄວາມສໍາຄັນ ຂອງຣັຖບານ ທີ່ດໍາເນີນງານຢ່າງມີປະສິດທິພາບ ແລະສະນັ້ນ ຈຶ່ງເປັນຄວາມລັບຫລາຍຂຶ້ນ. ໜ້າເປັນຫ່ວງຫລາຍ."
ຫຼັງຈາກເລື້ອງ Robodebt Royal Commission, ຣັຖບານ ໄດ້ແນະນໍາໃຫ້ຍົກເລີກ ການຍົກເວັ້ນການຮັກສາຄວາມລັບ ຂອງຄນະຣັຖມົນຕີ.
Charmaine Crowe ຜູ້ນໍາດ້ານປະກັນສັງຄົມຢູ່ທີ່ the Australian Council of Social Services ກ່າວວ່າ ຄວາມເສັຍຫາຍທີ່ເກີດຈາກ Robodebtສາມາດຢຸດຕິລົງໄດ້ໄວກວ່ານີ້ ຖ້າຫາກກົດຫມາຍ FOI ຂອງອອສເຕຣເລັຍ ມີຄວາມໂປ່ງໃສຫລາຍຂຶ້ນ.
Ms Crowe ກ່າວວ່າ, ແທນທີ່ຈະຕອບສນອງຕໍ່ຄວາມເປັນຫ່ວງ ກ່ຽວກັບການໃຊ້ຂໍ້ຍົກເວັ້ນໃນທາງທີ່ຜິດ, ການປ່ຽນແປງເຫລົ່ານີ້ ຈະຂຍາຍກວ້າງອອກໄປ.
"ດ້ວຍກົດຫມາຍຂອງຣັຖບານ ທີ່ຈະແກ້ໄຂກົດຫມາຍເສຣີພາບ ຂອງຂໍ້ມູນ, ຊຶ່ງມັນໄດ້ຖືກສເນີ ໃນອາທິດນີ້ຄືກັນ, ພວກເຮົາມີຄວາມເປັນຫ່ວງ ເພາະແທນທີ່ກົດຫມາຍນັ້ນ ຈະຈໍາກັດການເຂົ້າເຖິງເອກກະສານ ຂອງຄນະຣັຖມົນຕີ ໃນການແກ້ໄຂດັ່ງທີ່ໄດ້ຮ່າງໄວ້. ແລະກັມມາທິການຂອງ Robodebt ໄດ້ກ່າວໃນການລາຍງານຂອງນາງວ່າ ຖ້າຫາກເອກກະສານ ຂອງຄນະຣັຖມົນຕີ ບໍ່ໄດ້ເປັນກໍຣະນີ ທີ່ຈະຖືກເຜີຍແພ່ ພາຍໃຕ້ກົດຫມາຍຂອງ FOI, ດັ່ງທີ່ພວກເຮົາມີຢູ່ໃນປະຈຸບັນ, ທ່ານຮູ້ບໍ່ວ່າ, ສິ່ງທີ່ເກີດຂຶ້ນກັບ Robodebt ອາດຖືກເປີດເຜີຍ ຕໍ່ສາທາຣະນະຊົນໄວກວ່ານັ້ນ."
ຣັຖບານ ສາມາດປະຕິເສດ ທີ່ຈະເຜີຍແພ່ເອກກະສານບາງຢ່າງໄດ້ ຖ້າຫາກເຂົາເຈົ້າ ສາມາດອ້າງວ່າ ການເຜີຍແພ່ເອກະສານນັ້ນ ອາດເປັນອັນຕະຣາຍ ຕໍ່ຜົນປໂຍດສາທາຣະນະ.
ການວິຈັຍເມື່ອບໍ່ດົນມານີ້ ໂດຍ Centre for Public Integrity ກ່າວວ່າ ຣັຖບານ Albanese ບໍ່ດີກວ່າຣັຖບານຂອງ Morrison ຢ່າງຫຼາຍ ໃນການຕອບສນອງ ຕໍ່ຄໍາຂໍຮ້ອງເສຣີພາບຂອງຂໍ້ມູນ ແລະຈັດສ້າງເອກກະສານ ຂອງຣັຖບານ ເພື່ອການກວດສອບ ຂອງສາທາຣະນະຊົນ.
ນັກການເມືອງສ່ວນຫລາຍ ຈະກະທໍາດ້ວຍຄວາມຊື່ສັດສຸດຈະຣິດ ເມື່ອເຂົາເຈົ້າຮູ້ວ່າ ເຂົາເຈົ້າອາດປະເຊີນກັບການກວດສອບ.
Sussan Ley ຜູ້ນໍາຝ່າຍຄ້ານກ່າວຕໍ່ Channel Nine ວ່າຣັຖບານ Albanese ບໍ່ໄດ້ເຮັດຕາມຄໍາສັນຍາທີ່ສໍາຄັນ ຕໍ່ປະຊາຊົນອອສເຕຣເລັຍ.
"ມັນກໍາລັງກາຍເປັນຣັຖບານ ທີ່ເປັນຄວາມລັບຫຼາຍ. ແລະ Anthony Albanese ໄດ້ກ່າວໃນປີ 2019 ວ່າ ລາວຈະມີຄວາມໂປ່ງໃສ. ລາວຈະເປີດເຜີຍ.ລາວຈະເຮັດໃນສິ່ງທີ່ແຕກຕ່າງ. ແລະລາວກໍໄດ້ເຮັດແລ້ວ. ລາວໄດ້ເຮັດສິ່ງທີ່ແຕກຕ່າງຫລາຍ, ເພາະບັດນີ້ ພວກເຮົາກໍາລັງເຫັນປະຕູປິດ, ໄຟມອດ, ແລະຄວາມລັບກໍມີຢູ່ທົ່ວໄປ ຊຶ່ງສາທາຣະນະຊົນ ມີສິດທີ່ຈະຄາດຫວັງ ຄວາມໂປ່ງໃສ ແລະຄວາມຈິງ."
The Centre for Public Integrity ກ່າວວ່າ ຖ້າປາດສະຈາກຜູ້ຕັດສິນອິດສຣະ, ມັນເປັນໄປບໍ່ໄດ້ ທີ່ຈະຮູ້ວ່າ ການຮຽກຮ້ອງ ເລື່ອງການຍົກເວັ້ນຈາກຄວາມສົນໃຈສາທາຣະນະ ເປັນເລື່ອງປອມ ແລະຂໍ້ແກ້ໂຕ ຫລືຖືກຕ້ອງຕາມກົດຫມາຍ ແລະຈໍາເປັນ.
ເຖິງແມ່ນວ່າ ຄວາມໂປ່ງໃສ ອາດບໍ່ຖືວ່າເປັນປໂຍດ ໂດຍຣັຖບານສເມີໄປ, ແຕ່ຜູ້ຊ່ຽວຊານກ່າວວ່າ ມັນຄວນເປັນເຊັ່ນນັ້ນ, ແລະເຕືອນວ່າ ຄວາມລັບກ່ຽວກັບການຕັດສິນໃຈ ສາມາດເຮັດໃຫ້ຂໍ້ມູນທີ່ຜິດ ແລະການສົມຮູ້ຮ່ວມຄິດນັ້ນ ຮຸນແຮງຂຶ້ນ.
ກົງກັນຂ້າມ, ນັກການເມືອງສ່ວນຫລາຍ ຈະກະທໍາດ້ວຍຄວາມຊື່ສັດສຸດຈະຣິດ ເມື່ອເຂົາເຈົ້າຮູ້ວ່າ ເຂົາເຈົ້າອາດປະເຊີນກັບການກວດສອບ.
ພ້ອມທັງສົ່ງເສີມ ກັມມາພິບານ (Good Governance) ແລະຄວາມຮັບຜິດຊອບ, Dr Appleby ກ່າວວ່າ ຄວາມໂປ່ງໃສ ເປັນສິ່ງສໍາຄັນຕໍ່ລະບອບປະຊາທິປະໄຕທີ່ດີ.
"ຄວາມໂປ່ງໃສ ຫມາຍຄວາມວ່າ ປະຊາຊົນຊາວອອສເຕຣເລັຍ, ຜູ້ທີ່ລົງຄະແນນສຽງໃຫ້ຣັຖບານ ແລະລົງຄະແນນສຽງໃຫ້ ແລະຈຳເປັນຕ້ອງຕັດສິນໃຈວ່າ ຣັຖບານ ດໍາເນີນງານແນວໃດແທ້ໆ. ສະນັ້ນ, ມັນຈຶ່ງເພີ່ມຄວາມເຂັ້ມແຂງ ໃຫ້ແກ່ລະບອບປະຊາທິປະໄຕ ເພາະພົນລະເມືອງ ອອສເຕຣເລັຍ ໄດ້ຮັບການແຈ້ງບອກວ່າ ມີພົນລະເມືອງທີ່ມີຂໍ້ມູນ ແລະເຂົາເຈົ້າ ສາມາດລົງຄະແນສຽງຕາມນັ້ນ."
ເນື້ອເລື່ອງໂດຍ Sydney Lang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao