ການຣົນນະຣົງການສັກວັກຊີນ RSV

INFLUENZA FLU STOCK

RSV ເປັນໄວຣັສທີ່ຖືກເຂົ້າໃຈຜິດວ່າແມ່ນໄວຣັສໄຂ້ຫວັດ ຫຼື ໄຂ້ຫວັດໃຫຍ່. Credit: AAPIMAGE

ການລົງທຶນຂອງຣັຖບານກາງ ມູນຄ່າ 445 ລ້ານໂດລານັ້ນ ຫມາຍຄວາມວ່າ ຊາວອອສເຕຣເລັຍ ທີ່ມີອາຍຸ 75 ປີຂຶ້ນໄປ-ແລະຊາວ Aboriginal ແລະ Torres Strait Islander ທີ່ມີອາຍຸ 60 ປີຂຶ້ນໄປ-ຈະສາມາດເຂົ້າເຖິງ ການສັກວັກຊີນຟຣີ ຈາກກາງເດືອນພຶດສະພາ, ຊຶ່ງຈະຊ່ອຍທ້ອນເງິນໄດ້ເຖິງ 300 ໂດລາ ຕໍ່ການສັກວັກຊີນ. ຣັດຖະບານກາງ ໄດ້ປະກາດການສັກວັກຊີນ RSV ຟຣີ ສໍາລັບຜູ້ສູງອາຍຸຊາວອອສເຕຣເລັຍ, ໃນການຊຸກຍູ້ ທີ່ຈະປົກປ້ອງຜູ້ຄົນ ທີ່ມີຄວາມສ່ຽງຫລາຍທີ່ສຸດ ຈາກໄວຣັສທາງເດີນຫາຍໃຈ ທີ່ອາດເຖິງຕາຍໄດ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຣົນນະຣົງການສັກວັກຊີນ RSV.

ຣັດຖະບານກາງ ໄດ້ປະກາດສັກວັກຊີນ RSV ຟຣີ ສໍາລັບຜູ້ສູງອາຍຸຊາວອອສເຕຣເລັຍ, ໃນການຊຸກຍູ້ ທີ່ຈະປົກປ້ອງຜູ້ຄົນ ທີ່ມີຄວາມສ່ຽງຫລາຍທີ່ສຸດ ຈາກໄວຣັສທາງເດີນຫາຍໃຈ ທີ່ອາດເຖິງຕາຍໄດ້.

ການລົງທຶນມູນຄ່າ 445 ລ້ານໂດລານັ້ນ ຫມາຍຄວາມວ່າ ຊາວອອສເຕຣເລັຍ ທີ່ມີອາຍຸ 75 ປີຂຶ້ນໄປ-ແລະຊາວ Aboriginal ແລະ Torres Strait Islander ທີ່ມີອາຍຸ 60 ປີຂຶ້ນໄປ-ຈະສາມາດເຂົ້າເຖິງ ການສັກວັກຊີນຟຣີ ຈາກກາງເດືອນພຶດສະພາ, ຊຶ່ງຈະຊ່ອຍທ້ອນເງິນໄດ້ເຖິງ 300 ໂດລາ ຕໍ່ການສັກວັກຊີນ

Angelica Waite ລາຍງານ.

ເມື່ອ Suzanne Duel ເຈັບປ່ວຍດ້ວຍ RSV ເມື່ອສອງສາມປີກ່ອນ,ອາການທີ່ຮ້າຍແຮງຂອງນາງ ໄດ້ເຮັດໃຫ້ນາງຕົກໃຈຢ່າງແຮງ.

"ຂ້ອຍເປັນ RSV ເມື່ອເກືອບສາມປີກ່ອນ, ແລະຂ້ອຍບໍ່ເຄີຍເຈັບປ່ວຍແບບນີ້ ໃນຊີວິດຂອງຂ້ອຍຈັກເທື່ອ. ຂ້ອຍເຄີຍຕິດ COVID ສອງເທື່ອກ່ອນຫນ້ານັ້ນ, ແຕ່ມັນບໍ່ຄືກັນກັບ COVID. ຂ້ອຍເຈັບປ່ວຍຫນັກ ຢ່າງຫນ້ອຍສອງສາມອາທິດ, ແລະບໍ່ມີຫຍັງຊ່ວຍໄດ້ເລີຍ."

Respiratory Syncytial Virus ຫຼື RSV ເປັນໄວຣັສທາງເດີນຫາຍໃຈທົ່ວໄປ ແລະຕິດຕໍ່ໄດ້ງ່າຍ ເຊິ່ງອາດເຂົ້າໃຈຜິດວ່າ ເປັນໄຂ້ຫວັດ ຫຼື ໄຂ້ຫວັດໃຫຍ່.

ແຕ່ສາດສະດາຈານ Hubertus Jersmann ຈາກໂຮງຫມໍ Royal Adelaide ກ່າວວ່າ ສໍາລັບຜູ້ສູງອາຍຸ, RSV ມີອັນຕະຣາຍຫຼາຍ ບາງຄັ້ງກໍເປັນອັນຕະຣາຍເຖິງຊີວິດໄດ້.

"ໄວຣັສນີ້ແພ່ຂຍາຍໄດ້ໄວກວ່າ, ອັນຕະຣາຍຫຼາຍກວ່າໄຂ້ຫວັດ. ສະນັ້ນ ມັນຈຶ່ງເປັນຄວາມເຈັບປ່ວຍທີ່ຮ້າຍແຮງ ແລະສິ່ງທີ່ເຮັດໃຫ້ຜູ້ສູງອາຍຸ ຊາວອອສເຕຣເລັຍເຫລົ່ານີ້ ທີ່ພວກເຮົາຫາກໍກ່າວເຖິງ ມີຄວາມສ່ຽງສູງ ຄືຄວາມສ່ຽງຂອງການຕິດເຊື້ອໂຣກທາງເດີນຫາຍໃຈເບື້ອງລຸ່ມ, ຫຼືອີກຢ່າງຫນຶ່ງ ກໍແມ່ນໂຣກປອດບວມ, ການເຂົ້າໂຮງຫມໍ, ການດູແລພິເສດ ແລະການເສັຍຊີວິດ."

ໃນການຊຸກຍູ້ ທີ່ຈະປົກປ້ອງຜູ້ສູງອາຍຸຊາວອອສເຕຣເລັຍ ຈາກຄວາມສ່ຽງເຫລົ່ານີ້, ຣັດຖະບານ ໄດ້ປະກາດຈາກວັນທີ 15 ເດືອນພຶດສະພາ, ຊາວອອສເຕຣເລັຍ ທີ່ມີອາຍຸ 75 ປີຂຶ້ນໄປ-ແລະຊາວ Aboriginal ແລະ Torres Strait Islander ທີ່ມີອາຍຸ 60 ປີຂຶ້ນໄປ-ຈະສາມາດເຂົ້າເຖິງ ການສັກວັກຊີນ RSV ຟຣີ.

ປີກາຍນີ້, ຣັດຖະບານ ໄດ້ເພີ່ມການສັກວັກຊີນ RSV ໃສ່ໃນໂຄງການພູມຕ້ານທານແຫ່ງຊາດ (the National Immunisation Program) ສໍາລັບແມ່ຍິງຖືພາ ແລະເດັກອ່ອນ.

ຣັດຖະມົນຕີ ກະຊວງສາທາຣະນະສຸກ, Mark Butler, ກ່າວວ່າ ຣັດຖະບານ ໄດ້ໃຫ້ຄໍາຫມັ້ນສັນຍາ ເງິນຊ່ອຍເຫຼືອເພີ່ມເຕີມ 445 ລ້ານໂດລາ ໃນໄລຍະ 5 ປີ ເພື່ອຂຍາຍການເຂົ້າເຖິງຟຣີ ສໍາລັບຊາວອອສເຕຣເລັຍ ຄົນອື່ນໆ ທີ່ມີຄວາມສ່ຽງ.

"ການຂຍາຍໂຄງການ ພູມຕ້ານທານແຫ່ງຊາດ (the National Immunisation Program), ເຊັ່ນດຽວກັບການຂຍາຍໂຄງການ ສວັດດີການທາງຢາ (the Pharmaceutical Benefits Scheme), ເປັນສ່ວນຫນຶ່ງ ຂອງວຽກງານຂອງເຮົາ ເພື່ອໃຫ້ແນ່ໃຈວ່າ ຄົນໄຂ້ຊາວອອສເຕຣເລັຍ ຈະໄດ້ຮັບຢາ ແລະວັກຊີນທີ່ດີທີ່ສຸດໃນໂລກ ໃນລາຄາບໍ່ແພງ."

ວັກຊີນທີ່ເອີ້ນວ່າ Arexvy ໄດ້ຖືກທົດສອບ ໃນການທົດລອງ ທາງຄະລີນິກທົ່ວໂລກ ໃນ 17 ປະເທດ, ຮວມເຖິງອອສເຕຣເລັຍ.

ການເປີດບໍຣິການນີ້ ມີຂຶ້ນຫຼັງຈາກປີທີ່ມີການຕິດເຊື້ອ RSV ຫລາຍກວ່າ 177,000 ຄົນທົ່ວປະເທດ ໃນປີ 2025, ຮວມທັງຫລາຍກວ່າ 40,000 ຄົນໃນຜູ້ໃຫຍ່ ທີ່ມີອາຍຸສູງກວ່າ 60 ປີ.

Dr Jersmann ກ່າວວ່າ ວັກຊີນຊ່ວຍຊີວິດ, ຊຶ່ງຕາມປົກກະຕິແລ້ວ ມີລາຄາແພງ ປະມານ 300 ໂດລາຕໍ່ເຂັມ, ໃຫ້ການປົກປ້ອງເປັນເວລາຫລາຍປີ.

"ການປົກປ້ອງຂອງວັກຊີນນີ້ ແມ່ນປະມານແປດສິບ, ເກົ້າສິບເປີເຊັນ ຈາກພາວະແຊກຊ້ອນເຫລົ່ານັ້ນ, ຊຶ່ງບໍ່ເຄີຍໄດ້ຍິນມາກ່ອນ, ດີກວ່າວັກຊີນອື່ນໆ, ດີກວ່າວັກຊີນໄຂ້ຫວັດ. ແລະສິ່ງທີ່ດີອີກຢ່າງຫນຶ່ງ ກ່ຽວກັບວັກຊີນນີ້ ຄືມັນໃຫ້ການປົກປ້ອງເກືອບສາມປີ, ບາງທີດົນກວ່ານັ້ນ, ເຮົາຍັງບໍ່ມີຂໍ້ມູນ, ໃນຂນະທີ່ວັກຊີນໄຂ້ຫວັດ ຈະເສື່ອມຫລັງຈາກຫ້າເດືອນເຄິ່ງ. ສະນັ້ນ ມັນຈຶ່ງເປັນການເພີ່ມເຕີມທີ່ສໍາຄັນແທ້ໆ ໃນເລື້ອງຂອງການສັກວັກຊີນ."

ສາດສະດາຈານ Lucy Morgan ຈາກ Lung Foundation Australia ກ່າວວ່າ ມັນແຕກຕ່າງ ຈາກວັກຊີນທີ່ໃຊ້ກັນທົ່ວໄປ ໃນການຕ້ານທານກັບໄວຣັສຊະນິດດຽວກັນ ໃຫ້ເດັກນ້ອຍ.

"ເປັນວັກຊີນທີ່ເອີ້ນວ່າ ວັກຊີນເສີມ (Adjuvanted Vaccine). ສະນັ້ນ ນີ້ຄືວັກຊີນ ທີ່ຖືກພັດທະນາ ດ້ວຍສ່ວນປະກອບພິເສດບາງຢ່າງ ທີ່ຈະເພີ່ມພູນຕ້ານທານທີ່ຫຼຸດລົງ ຊຶ່ງເກີດຂຶ້ນເມື່ອເຮົາອາຍຸສູງຂຶ້ນ. ສະນັ້ນ ວັກຊີນນີ້ ແມ່ນສໍາລັບຜູ້ສູງອາຍຸໂດຍສະເພາະ."

ໃນບັນດາຜູ້ສູງອາຍຸຊາວອອສເຕຣເລັຍ, ຜູ້ທີ່ມີໂຣກປະຈຳໂຕຊໍາເຮື້ອ ລວມທັງໂຣກຫອບຫືດ, ຫົວໃຈເສື່ອມໂຊມ ແລະໂຣກເບົາຫວານ ມີອັດຕາຄວາມສ່ຽງສູງຂຶ້ນ ຕໍ່ການຕິດເຊື້ອ RSV ທີ່ຮຸນແຮງ ແລະການເຂົ້າໂຮງຫມໍ.

Ms Morgan ກ່າວວ່າ ອາຍຸທີ່ຕ່ຳກວ່າທີ່ຊາວ Aboriginal ແລະຊາວTorres Strait Islander ສາມາດເຂົ້າເຖິງວັກຊີນຟຣີ ກໍຍັງຮັບຮູ້ເຖິງ ພາລະຫນັກຫນ່ວງ ຂອງໂຣກທາງຫາຍໃຈທີ່ສູງກວ່າ ຊຶ່ງຜູ້ໃຫຍ່ຊາວ First Nations ໃນອອສເຕຣເລັຍປະສົບຢູ່.

"ຊາວ Aboriginal ອອສເຕຣເລັຍ ແລະຜູ້ທີ່ມີພື້ນຖານ Torres Strait Islander ກໍມີຄວາມສ່ຽງ ທີ່ຈະເຈັບປ່ວຍໜັກຈາກ RSV ຕັ້ງແຕ່ອາຍຸຍັງນ້ອຍກວ່າ ຜູ້ທີ່ບໍ່ແມ່ນຊາວ Aboriginal ແລະ Torres Strait Islanders. ແລະສະນັ້ນ ມັນຈຶ່ງຮັບຮູ້ວ່າ ເຂົາເຈົ້າມີຄວາມສ່ຽງເປັນພິເສດ ທີ່ຈະເຈັບປ່ວຍຫນັກ ຈາກໄວຣັສນີ້ ທີ່ວັກຊີນໄດ້ຮັບເງິນສນັບສນູນ ພາຍໃຕ້ NIP ສໍາລັບຊາວ Aboriginal ແລະ Torres Strait Islanders ທີ່ອາຍຸນ້ອຍກວ່າ."

ດັ່ງທີ່ໄດ້ກ່າວຢ່າງຊັດເຈນ ໃນໄລຍະການລະບາດຂອງ COVID-19, ເນື່ອງຈາກການອາສັຍ ຢູ່ໃນບໍຣິເວນໃກ້ຊິດ, ຜູ້ອາສັຍຢູ່ໃນບ່ອນດູແລຜູ້ສູງອາຍຸ ກໍມີຄວາມອ່ອນແອຫລາຍທີ່ສຸດ ຕໍ່ການແພ່ຂຍາຍຂອງໄວຣັສ.

ເຊັ່ນດຽວກັບຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ ຜູ້ທີ່ໃຊ້ເວລາກັບຫລານ, ຜູ້ທີ່ມີຄວາມສ່ຽງສູງ ໃນການຕິດເຊື້ອ RSV, ແຕ່ມີອາການທີ່ຮ້າຍແຮງຫນ້ອຍກວ່າ.

Ms Morgan ກ່າວວ່າ ມັນສໍາຄັນທີ່ຈະຮັບຮູ້ວ່າ ຫລາຍຄອບຄົວຕ້ອງເພິ່ງພາ ພໍ່ຕູ້ແມ່ຕູ້ ທີ່ມີສຸຂະພາບດີພໍ ທີ່ຈະດູແລເດັກນ້ອຍ.

ນາງເວົ້າວ່າ ແມ່ນແຕ່ສໍາລັບຄົນທີ່ບໍ່ໄດ້ເຂົ້າໂຮງຫມໍ, ຜູ້ສູງອາຍຸຊາວອອສເຕຣເລັຍ ສາມາດໄດ້ຮັບຜົນກະທົບຈາກ RSV ເປັນເວລາຫລາຍອາທິດ, ຊຶ່ງອາດເຮັດໃຫ້ຄວາມຕ້ອງການ ການດູແລເພີ່ມຂຶ້ນ ແລະມີຄວາມເປັນອິດສຣະຫນ້ອຍລົງ.

"ມັນຈະເອົາພວກເຂົາ ອອກຈາກການວົງຈອນຄອບຄົວ. ເຂົາເຈົ້າບໍ່ສາມາດດູແລຫລານໄດ້. ເຂົາເຈົ້າອາດບໍ່ສາມາດດູແລຕົນເອງໄດ້, ແລະສະນັ້ນ ຄອບຄົວຂອງເຂົາເຈົ້າ ອາດຈໍາເປັນຕ້ອງເປັນຜູ້ດູແລເຂົາເຈົ້າ. ສະນັ້ນ, ຄວາມສາມາດ ທີ່ຈະປົກປ້ອງຜູ້ສູງອາຍຸ ຊາວອອສເຕຣເລັຍ ເຫລົ່ານັ້ນ ຈາກໂຣກໄວຣັສທາງເດີນຫາຍໃຈທີ່ຮ້າຍແຮງ, ຈະຊ່ອຍໃຫ້ຊຸມຊົນຂອງເຮົາ ດຳເນີນຕໍ່ໄປໄດ້."

RSV ແລະວັກຊີນໄຂ້ຫວັດ ສາມາດສັກໄດ້ໃນເວລາດຽວກັນ, ແລະທ່ານຫມໍ ກໍາລັງຊຸກຍູ້ຜູ້ສູງອາຍຸຊາວອອສເຕຣ ໃຫ້ຮັບການສັກວັກຊີນ ກ່ອນລະດູຫນາວ ສໍາລັບໂຣກທາງຫາຍໃຈ.

ຜູ້ທີ່ມີສິດ ຈະສາມາດໄດ້ຮັບການສັກວັກຊີນ RSV ຜ່ານ GPs ໃນທ້ອງຖິ່ນ, ຄະລີນິກພູມຕ້ານທານ, ຮ້ານຂາຍຢາທີ່ມີສ່ວນຮ່ວມ ແລະ Aboriginal health services.

Ms Duel ກ່າວວ່າ ນາງຮູ້ສຶກເປັນບຸນຄຸນຫລາຍ ທີ່ຜູ້ສູງອາຍຸຊາວອອສເຕຣເລັຍຄົນອື່ນໆ ຈະໄດ້ຮັບໂອກາດ ທີ່ຈະປົກປ້ອງຕົນເອງ ຈາກຜົນກະທົບທີ່ຮ້າຍແຮງ ດັ່ງທີ່ນາງໄດ້ປະສົບມາ.

"ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າຈະບໍ່ໄດ້ຮັບໄວຣັສນັ້ນອີກ, ແລະຂ້າພະເຈົ້າຫວັງວ່າ ທຸກຄົນຈະຮັບເອົາໂອກາດນີ້ ແລະສັກວັກຊີນນີ້ ເພາະມັນເປັນສິ່ງປ່ຽນຊີວິດ."

ລາຍງານໂດຍ Angelica Waite ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now