ຄິດກ່ອນເກັບກະເປົາເດີນທາງ: ອະທິບາຍກົດຄວາມປອດພັຍ ທາງຊີວະພາບຂອງອອສເຕຣເລັຍ.

Woman and suitcase for travel summertime vacation packing clothing. relax and getaway preparation

You should always pack your own bags when preparing to travel. Source: iStockphoto / Natee Meepian/Getty Images

ໂດຍທົ່ວໄປແລ້ວ ສຸນລະກາກອນ (Customs) ເປັນຈຸດຕິດຕໍ່ທໍາອິດ ສໍາລັບຜູ້ທີ່ເດີນທາງເຂົ້າມາໃນອອສເຕຣເລັຍ. ເຈົ້າຫນ້າທີ່ Border Forceຂອງພວກເຮົ າກໍາລັງລໍຖ້າຢູ່ທີ່ນັ້ນ. ເຂົາເຈົ້າໃຫ້ແນ່ໃຈວ່າ ເຮົາຈະບໍ່ນໍາສິ່ງຂອງຕ້ອງຫ້າມເຂົ້າມາ ຊຶ່ງອາດເປັນພັຍຕໍ່ສະພາບແວດລ້ອມ, ເສດຖະກິດ ແລະຊຸມຊົນທີ່ພິເສດຂອງອອສເຕຣເລັຍ. ກ່ອນທ່ານຈະເກັບກະເປົ໋າເດີນທາງຂອງທ່ານ, ນີ້ຄືສິ່ງທີ່ທ່ານຕ້ອງຮູ້ ກ່ຽວກັບສິ່ງທີ່ສາມາດ-ແລະບໍ່ສາມາດ-ນຳຂ້າມເຂດແດນ, ແລະສິ່ງທີ່ຈະສ່ຽງ ຖ້າຫາກກົດລະບຽບຄວາມປອດພັຍ ທາງຊີວະພາບບໍ່ຖືກເອົາໃຈໃສ່.


ຈຸດສຳຄັນ
  • ມີມາດຕະການຄວບຄຸມຊາຍແດນ ເພື່ອປົກປ້ອງສະພາບແວດລ້ອມ ແລະ ເສດຖະກິດ ທີ່ເປັນເອກກະລັກຂອງເຮົາ.
  • ທຸກຄົນຕ້ອງຂຽນບັດຜູ້ໂດຍສານຂາ (Incoming Passenger Card) ເຂົ້າໃຫ້ຄົບຖ້ວນ. ນີ້ເປັນເອກະສານທາງກົດຫມາຍ.
  • ອາຫານ ແລະພືດ ມີຄວາມສ່ຽງສູງ ແລະຕ້ອງແຈ້ງ.
  • ການຊຸກເຊື່ອງສິ່ງຂອງ ອາດນໍາໄປສູ່ການປັບໃໝ ແລະຕິດຄຸກ.
  • ຖ້າບໍ່ແນ່ໃຈ, ໃຫ້ແຈ້ງມັນ.
  • ເປັນຫຍັງ ອອສເຕຣເລັຍ ຈຶ່ງໃຫ້ຄວາມສຳຄັນ ກັບຄວາມປອດພັຍທາງຊີວະພາບຢ່າງຈິງຈັງ
  • ບັດຜູ້ໂດຍສານຂາເຂົ້າ (the Incoming Passenger Card) ແມ່ນຫຍັງ?
  • ຖ້າຂ້ອຍຕ້ອງການຄວາມຊ່ວຍເຫຼືອໃນການຂຽນບັດ ເດ?
  • ສິ່ງຂອງຕ້ອງຫ້າມອື່ນໆ ມີຫຍັງແດ່?
  • ຈະມີຫຍັງເກີດຂຶ້ນ ຖ້າຂ້ອຍບໍ່ແຈ້ງສິ່ງຂອງຕ້ອງຫ້າມ?
  • ມີສິ່ງຂອງທົ່ວໄປໃດແດ່ ທີ່ຕ້ອງແຈ້ງ?

ເປັນຫຍັງອອສເຕຣເລັຍ ຈຶ່ງໃຫ້ຄວາມສຳຄັນ ກັບຄວາມປອດພັຍທາງຊີວະພາບຢ່າງຈິງຈັງ?

ກົດຫມາຍຄວາມປອດພັຍທາງຊີວະພາບຂອງອອສເຕຣເລັຍ ຖືວ່າເຄັ່ງຄັດທີ່ສຸດໃນໂລກ ແລະດ້ວຍເຫດຜົນທີ່ດີ.

ມີລາຍຊື່ອາຫານ ແລະພືດທີ່ບໍ່ໄດ້ຮັບອະນຸຍາດ ໃຫ້ເອົາເຂົ້າໄປໃນອອສເຕຣເລັຍ ເພາະມັນສາມາດນໍາເອົາສັດຕູພືດ ແລະພະຍາດທີ່ເຮົາສາມາດປ້ອງກັນໄດ້.

"ສະຖານະພາບ ຂອງຄວາມປອດພັຍທາງຊີວະພາບຂອງເຮົາ ຢູ່ໃນເກາະໃຫຍ່ນີ້ ເປັນສິ່ງສໍາຄັນຫລາຍ ສໍາລັບການຄ້າຂອງເຮົາ, ສໍາລັບຄວາມສະດວກສະບາຍຂອງຊຸມຊົນ, ສໍາລັບຜົນຜລິດທາງການກະສິກັມ ແລະສະພາບແວດລ້ອມທີ່ສວຍງາມ ແລະສາຍພັນສັດພື້ນເມືອງທີ່ຫນ້າອັດສະຈັນຂອງເຮົາ.ນັ້ນຄື ສິ່ງທີ່ເຮົາພະຍາຍາມປົກປ້ອງ," Vikki Fischerກ່າວ. ນາງເປັນຜູ້ຊ່ອຍ ເລຂາຝ່າຍນະໂຍບາຍ ແລະການດໍາເນີນງານ ຂອງຜູ້ເດີນທາງ ຂອງກະຊວງກະສິກັມ, ການປະມົງ ແລະປ່າໄມ້ (the Department of Agriculture, Fisheries and Forestry).

ການກະສິກັມ ເປັນພື້ນຖານຂອງການດໍາລົງຊີວິດຫລາຍພັນປະເພດທົ່ວປະເທດ. ກົດຫມາຍຄວາມປອດພັຍທາງຊີວະພາບ ທີ່ເຄັ່ງຄັດ ຍັງເຮັດໃຫ້ແນ່ໃຈວ່າ ອອສເຕຣເລັຍ ສາມາດທຳການຄ້າກັບນາໆຊາດໄດ້ ປາດສະຈາກສັດຕູພືດ ແລະພະຍາດ.

Australian Border Force Officer_ABF.jpg
Australian Border Force Officers will be one of your first points of contact when entering the country. Credit: ABF

Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now