ການກວດສອບສື່ສານມວນຊົນ.

Illustration Photo: Australia Warns Social Media About Failing To Enforce The Age Restriction On Users Under 16

ການສັ່ງຫ້າທການເຂົ້າເຖິງສື່ສານມວນຊົນສຳລັບເດັກອາຍຸຕ່ຳກວ່າ 16 ປີ ຕ້ອງການການສັບສນຸນຈາກທົ່ວໂລກ. Source: NurPhoto / NurPhoto/NurPhoto via Getty Images

ຄນະກັມມະການຄວາມປອດພັຍ ທາງອິນເຕີເນັດ (the e-Safety Commission) ກໍາລັງກວດສອບ ຖານອິນເຕີເນັດ ທີ່ໃຫຍ່ທີ່ສຸດບາງແຫ່ງ ໃນຄວາມສົງສັຍວ່າ ບໍ່ປະຕິບັດຕາມມາດຕະການ ທໍາອິດຂອງໂລກ, ໂດຍມີເປົ້າຫມາຍ ທີ່ Instagram ແລະ Facebook ຂອງ Meta, ແລະ YouTube, Snapchat ແລະ TikTok ຂອງ Google. ຜູ້ຊ່ຽວຊານ ຂອງອອສເຕຣເລັຍກ່າວວ່າ ຄວາມກົດດັນທົ່ວໂລກ ທີ່ເພີ່ມຂຶ້ນ ຕໍ່ບໍຣິສັດສື່ສານມວນຊົນ ສາມາດພິສູດວ່າເປັນວິທີ ທີ່ມີປະສິດທິພາບຫລາຍທີ່ສຸດ ໃນການປ່ຽນແປງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການກວດສອບສື່ສານມວນຊົນ.

ຫລັງຈາກ ຄນະກັມມະການ ຄວາມປອດພັຍທາງອິນເຕີເນັດ (the e-Safety Commission) ເປີດເຜີຍວ່າ ມັນກໍາລັງສອບສວນ ສື່ສານມວນຊົນ ທີ່ໃຫຍ່ທີ່ສຸດໃນໂລກບາງແຫ່ງ ໃນຄວາມສົງສັຍວ່າບໍ່ ປະຕິບັດຕາມການສັ່ງຫ້າມເດັກນ້ອຍທີ່ ມີອາຍຸຕ່ຳກວ່າ 16 ປີ. ນັກວິຈັຍກ່າວວ່າ ມັນຈະໃຊ້ເວລາຫລາຍກວ່ານັ້ນ ສໍາລັບເວບໄຊ້ ທີ່ຈະປ່ຽນແປງວິທີທາງຂອງເຂົາເຈົ້າ.

ຜູ້ຊ່ຽວຊານ ຂອງອອສເຕຣເລັຍກ່າວວ່າ ຄວາມກົດດັນທົ່ວໂລກ ທີ່ເພີ່ມຂຶ້ນ ຕໍ່ບໍຣິສັດສື່ສານມວນຊົນ ສາມາດພິສູດວ່າເປັນວິທີ ທີ່ມີປະສິດທິພາບຫລາຍທີ່ສຸດ ໃນການປ່ຽນແປງ.

Allan Lee ມີລາຍລະອຽດ.

ໃນເດືອນນີ້ ຄນະກັມມະການຄວາມປອດພັຍ ທາງອິນເຕີເນັດ (the e-Safety Commission) ຂູ່ວ່າ ຈະຟ້ອງບໍຣິສັດສື່ສານມວນຊົນ ໃນການເມີນເສີຍ ຕໍ່ການສັ່ງຫ້າມເດັກນ້ອຍ ທີ່ມີອາຍຸຕ່ຳກວ່າ 16 ປີ.

ມັນກໍາລັງກວດສອບ ຖານອິນເຕີເນັດ ທີ່ໃຫຍ່ທີ່ສຸດບາງແຫ່ງ ໃນຄວາມສົງສັຍວ່າ ບໍ່ປະຕິບັດຕາມມາດຕະການ ທໍາອິດຂອງໂລກ, ໂດຍມີເປົ້າຫມາຍ ທີ່ Instagram ແລະ Facebook ຂອງ Meta, ແລະ YouTube, Snapchat ແລະ TikTok ຂອງ Google.

ການຂູ່ດ້ານກົດຫມາຍ-ແລະອາດຖືກປັບໄໝຫລາຍລ້ານໂດລາ-ເປັນການປ່ຽນແປງນ້ຳສຽງທີ່ສຳຄັນ ຈາກຣັດຖະບານ ທີ່ໄດ້ຍ້ອງຍໍ ການຮ່ວມມື ຂອງບໍຣິສັດໃຫຍ່ ດ້ານເທັກໂນໂລຈີ ເມື່ອການສັ່ງຫ້າມ ໄດ້ເລີ່ມຕົ້ນ ໃນເດືອນທັນວາປີ 2025.

ສາດສະດາຈານ Jeannie Paterson, ຜູ້ອໍານວຍການຮ່ວມ ທີ່ສູນກາງ Centre for AI and Digital Ethics ຂອງມະຫາວິທະຍາລັຍ Melbourne, ກ່າວວ່າ ຄວາມສົນໃຈທົ່ວໂລກ ກ່ຽວກັບການຈັດການ ເລື່ອງການສັ່ງຫ້າມ ຂອງອອສເຕຣເລັຍ ອາດກະຕຸ້ນໃຫ້ຣັດຖະບານ ປະກາດການປາບປາມ.

"ນີ້ເປັນຊ່ວງເວລາ ທີ່ຫລາຍປະເທດທົ່ວໂລກ ຫາກໍໝົດຄວາມອົດທົນ ກັບການອ້າງ ຂອງບໍຣິສັດສື່ສານມວນຊົນ ທີ່ຈະສເນີ ສະຖານທີ່ໃນເມືອງບາງບ່ອນ ສໍາລັບການແບ່ງປັນຄວາມຄິດເຫັນ. ມີຫລາຍກໍລະນີ ທີ່ມີການແບ່ງປັນ ເນື້ອຫາທີ່ເປັນອັນຕະຣາຍ ແລະການອອກແບບ ຂອງສື່ສານມວນຊົນ ທີ່ເສບຕິດ ແລະກໍ່ໃຫ້ເກີດບັນຫາ ເລື່ອງສຸຂະພາບຈິດ ແລະການພັດທະນາຂອງຄົນຫນຸ່ມ. ຂ້າພະເຈົ້າຄິດວ່າ ນີ້ເປັນເວລາທີ່ເຮົາກໍາລັງເຫັນ ການຕອບສນອງ ໃນທຸກປະເທດ, ແລະຂ້າພະເຈົ້າຄິດວ່າ ເຮົາຕ້ອງກັບຄືນມາຫາເລື່ອງນີ້."

ສາດສະດາຈານ Paterson ຊີ້ໃຫ້ເຫັນ ເຖິງຄະດີຄວາມ ເມື່ອບໍ່ດົນມານີ້ ໃນສະຫະຣັດອາເມຣິກາ ທີ່ພົບວ່າ Meta ແລະ Google ຮັບຜິດຊອບຕໍ່ຄວາມເສັຍຫາຍ ຂອງການເສບຕິດສື່ສານມວນຊົນ, ໂດຍກ່າວວ່າ ຄວາມກົດດັນນັ້ນ ກໍາລັງເຮັດໃຫ້ບໍຣິສັດເທັກໂນໂລຈີ ປ່ຽນແປງ.

ນາງເວົ້າວ່າ ບໍຣິສັດສື່ສານມວນຊົນ ບໍ່ໄດ້ເຮັດຕາມຄໍາສັນຍາ ໃນຕອນຕົ້ນ.

"ການສັ່ງຫ້າມ ສື່ສານມວນຊົນ ຕ້ອງໃຊ້ຄວາມພະຍາຍາມ ຢ່າງມີປະສິດທິພາບ ແລະມີເຫດຜົນ ເພື່ອປ້ອງກັນເດັກນ້ອຍ ທີ່ມີອາຍຸຕ່ຳກວ່າເກນ ຈາກການເຂົ້າເຖິງສື່ສານມວນຊົນ ແລະຣັດຖະບານ ໄດ້ລະບຸຄວາມລົ້ມເຫລວ ຂອງບໍຣິສັດເທັກໂນໂລຈີ ດັ່ງທີ່ຂ້າພະເຈົ້າໄດ້ກ່າວ, ຄືຢ່າງທີຫນຶ່ງ, ການກະທໍາຂອງເຂົາເຈົ້າ ບໍ່ມີປະສິດທິພາບ ແລະຢ່າງທີສອງ, ເຂົາເຈົ້າບໍ່ໄດ້ຮຽນຮູ້ ຈາກຄວາມລົ້ມເຫລວ ແລະປັບປຸງຍຸດທະວິທີ."

Dr Rob Nicholls ນັກຄົ້ນຄວ້າອາວຸໂສ ທີ່ມະຫາວິທະຍາລັຍ Sydney ກ່າວວ່າ ການຮວມກັນຂອງຄະດີ ໃນສະຫະຣັດອາເມຣິກາ ແລະຈໍານວນປະເທດທີ່ເພີ່ມຂຶ້ນ ທີ່ຄິດທີ່ຈະສັ່ງຫ້າມ ການສື່ສານມວນຊົນ ຂອງຊາວຫນຸ່ມ ອາດຈະຊຸກຍູ້ລະບົບ ໃຫ້ດໍາເນີນການປ່ຽນແປງ ເພື່ອກໍາຈັດຄວາມສ່ຽງ ຕໍ່ການຖືກດໍາເນີນຄະດີ.

ລາວກ່າວວ່າ ຫລາຍປະເທດ ຄວນພິຈາຣະນາ ທີ່ຈະເຮັດຕາມແນວທາງຂອງອອສເຕຣເລັຍ.

"ຖ້າຫາກທ່ານມັກເວົ້າ ແລະມັກໂອ້ອວດ, ພວກເຮົາ ມີລະບົບທໍາອິດຢູ່ໃນໂລກ ແລະພວກເຮົາເປັນຜູ້ນໍາຂອງໂລກ. ຕາມທັມມະຊາດແລ້ວ ທ່ານຈະໄດ້ຮັບຄວາມກົດດັນບາງຢ່າງ, ຊຶ່ງຄົນອື່ນໆ ໃນໂລກຢາກເຫັນ, ຖ້າຫາກພວກເຮົາເປັນຜູ້ຕິດຕາມ, ພວກເຮົາຖືກຕ້ອງຫຼືບໍ່ ທີ່ຈະຕິດຕາມ ໃນກໍຣະນີຂອງປະເທດອັງກິດ ແລະຝຣັ່ງ. ຂ້າພະເຈົ້າຄິດວ່າ ກໍຣະນີ ໃນສະຫະຣັດອາເມຣິກາ ຈະມີຜົນກະທົບທີ່ແຕກຕ່າງ. ສະນັ້ນ, ໃນສະຫະຣັດອາເມຣິກາ, ເປັນເທື່ອທໍາອິດ, ຄນະຜູ້ຕັດສິນພົບວ່າ ຖານ (platform) ແລະບໍ່ແມ່ນເນື້ອຫາ ທີ່ເຮັດໃຫ້ເກີດການເສບຕິດ ແລະການເສບຕິດນັ້ນ ໄດ້ກໍ່ໃຫ້ເກີດຄວາມເສັຍຫາຍ ຕໍ່ຄົນຜູ້ຫນຶ່ງໃນ Los Angeles."

ລາຍງານ ຄວາມປອດພັຍທາງອິນເຕີເນັດ (The e-Safety report) ກ່າວວ່າ ເກືອບຫນຶ່ງໃນສາມ ຂອງພໍ່ແມ່ອອສເຕຣເລັຍ ອ້າງວ່າລູກຂອງເຂົາເຈົ້າ ທີ່ອາຍຸຕ່ຳກວ່າ 16 ປີ ມີຢ່າງຫນ້ອຍ ຫນຶ່ງບັນຊີ ໃນສື່ສານມວນຊົນ ຫລັງຈາກການສັ່ງຫ້າມ ໄດ້ມີຜົນບັງຄັບໃຊ້, ຊຶ່ງສອງໃນສາມກ່າວວ່າ ອິນເຕີເນັດນັ້ນ ບໍ່ໄດ້ຖາມອາຍຸຂອງເດັກນ້ອຍ.

Dr Nicholls ກ່າວວ່າ ຖ້າຫາກວິທີການຂອງອອສເຕຣເລັຍໄດ້ຜົນ, ແລະປະເທດອື່ນໆກໍເຮັດຕາມ, ແລ້ວກໍມີໂອກາດ ທີ່ບໍຣິສັດສື່ສານມວນຊົນ ຈະພະຍາຍາມ ປ່ຽນແປງທົ່ວລະບົບ.

ລາວເວົ້າວ່າ ຖ້າຫາກເຂົາເຈົ້າບໍ່ເຮັດ, ມັນຈະບໍ່ພຽງແຕ່ເປັນຜູ້ໃຊ້ເທົ່ານັ້ນ ທີ່ປະເຊີນກັບບັນຫາ:

"ຄວາມສ່ຽງແມ່ນສອງສ່ວນ, ສ່ວນຫນຶ່ງ ສໍາລັບຜູ້ຄົນທີ່ເສບຕິດ ແຕ່ຍັງມີຄວາມສ່ຽງ ໃນການຖືກດຳເນີນຄະດີສໍາລັບ Meta ແລະ Google ນໍາອີກ. ໃຫ້ເຮົາກໍາຈັດສິ່ງນັ້ນ, ແລະຖ້າຫາກເຮົາສາມາດເຮັດສິ່ງນັ້ນໄດ້ ໃນການຊ່ອຍເຫລືອ ປະເທດທີ່ໄດ້ມີການສັ່ງຫ້າມສື່ສານມວນຊົນ, ແລ້ວເຮົາຈະເຮັດເທື່ອດຽວ ແລະເຮັດໃຫ້ຖືກຕ້ອງ ແທນທີ່ຈະພະຍາຍາມເຮັດໃນຮູບແບບຕ່າງໆ ຂອງ Instagram ທົ່ວໂລກ."]]

ລາຍງານໂດຍ  Allan Lee  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now